ຄວາມສໍາຄັນຂອງເຄືີ່ອງປ່າຂອງດົງ
ຜະລິດຕະພັນເຄືີ່ອງປ່າຂອງດົງເປັນປັດໃຈສໍາຄັນໜຶ່ງ ໃນການພັດທະນາຊີວິການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດ, ເພືີ່ອນໍາໄປສູ່ການຫຼຸດຜ່ອນຄວາມທຸຈົນຂອງປະຊາຊົນໃນອະນາຄົດ, ເຄືີ່ອງປ່າຂອງດົງມີຄວາມຈໍາເປັນສຸດຕໍ່ກັບການບໍາລຸງຊີວິດ ແລະ ສ້າງເສດຖະກິດຄອບຄົວ ໃນບັນດາປະເທດທີ່ກໍາລັງພັດທະນາເຄືີ່ອງປ່າຂອງດົງມີຄວາມສໍາຄັນ 3 ປັດໃຈໃຫຍ່ຄືີ:
- ສໍາຄັນຕໍ່ກັບການບໍາລຸງຊີວິດ
ເຄືີ່ອງປ່າຂອງດົງໄດ້ຕອບສະໜອງສະບຽງອາຫານ, ຢາປົວພະຍາດ ແລະ ວັດສະດຸກໍ່ສ້າງສໍາລັບທີົ່ທີົ່ພັກອາໄສ ແລະ ສ້າງລາຍຮັບປະຈໍາວັນໃຫ້ແກ່ຄອບຄົວ.
2. ສໍາຄັນທາງດ້ານສິົ່ງແວດລ້ອມ
ເຄື່ອງປ່າຂອງດົງເປັນສວນໜຶ່ງທີສາມາດອະນຸລັກປ່າໄມ້, ແຫຼ່ງນໍ້າ ແລະ ບັນຊີວະນາໆພັນ, ນັກວິທະຍາສາດ ໄດ້ໃຫ້ການຄົ້ນຄວ້າ ແລະ ເຫັນວ່າເຄື່ອງປ່າຂອງດົງ ມີສວນຊ່ວຍໃຫ້ຫລາຍຊີວະນາໆພັນສາມາດ ຄືນສູ່ສະພາບນິເວດວິທະຍາເດີມຂອງຕົນເອງ, ເປັນການປ້ອງກັນແຫລ່ງທີ່ຢູ່ອາໄສຂອງສັດປ່າ ແລະ ອະນຸລັກປ່າໄມ້ນໍາ.
3. ສໍາຄັນທາງດ້ານເສດຖະກິດ
ເຄືີ່ອງປ່າຂອງດົງສາມາດສ້າງລາຍຮັບອັນສໍາຄັນຕໍໍດ້ານເສດຖະກິດຂອງປະຊາຊົນກໍ່ຄືປະ ເທດທີກໍາລັງພັດທະນາໃນໂລກ, ຖ້າຈະທຽບແລ້ວອາດຈະສູງກວ່າລາຍຮັບໄມ້ທ່ອນ. ຢູ່ໃນຊົນນະບົດ, ຕົວເມືອງ ແລະ ຕະຫລາດສາກົນຜະລິດຕະພັນເຄືີ່ອງປ່າຂອງດົງປະເພດທີເປັນຢາພື້ນເມືອງ ແມ່ນມີການຂະ ຫຍາຍຕົວໄວກວ່າການຕະຫລາດອຸດສາຫະກໍາໄມ້ທ່ອນ. ການຕະຫລາດເຄື່ອງປ່າຂອງດົງມີການຂະຫບາຍຕົວປະມານ 20 %ໃນແຕ່ລະປີ.
ເຄື່ອງປ່າຂອງດົງເປັນປັດໃຈສໍາຄັນທີົ່ສຸດໃນການບໍາລຸງຊີວິດ ແລະ ສ້າງເສດຖະກິດພາຍໃນຄອບ ຄົວເຊັ່ນ: ເປັນອາຫານ, ໄມ້ປຸກສ້າງ ແລະ ເສດຖະກິດ, ໃນໄລຍະຜ່ານມາລາຍຮັບເປັນເງິນຍັງຕໍ່າຍ້ອນລະບົບການຕະຫລາດຍັງຈໍາກັດ, ລະບົບເສັັ້ນທາງຄົມມະນາຄົມຍັງບໍ່ສະດວກ, ຂາດເຕັກນິກໃນການຈັດສັນ ຄຸ້ມຄອງ ແລະ ເກັບກູ້ແບບຍືນຍົງ (ຄະນະວິທະຍາສາດປ່າໄມ້, 2008).
ເຄືີ່ອງປ່າຂອງດົງທີົ່ເປັນຢາ