Tuesday, March 03, 2020

ນາງສັງຂານປະຈຳປີ ຄສ 2020 ພສ2563 ຈສ1382


ນາງສັງຂານ ປີຊວດ-ກົດໃຈ້-ໂທສົກ, ທາງຈັນທະຄະຣະຕິ ເປັນປົກະຕິມາສ, ອາທິກະວາ, ທາງສຸລິຍິຄະຕິ ເປັນອະທິກະສຸຣະທິນ... ນາງສົງການປີນີ້ ມີນາມວ່າ: ນາງເທພພະທິດາ ທີ່ 2 ຊົງພະນາມວ່າ ໂຄຣາຄະເທວີ ຊົງພະຫັດ ທັດດອກກາງຂອງ ອາພອນປະດັບໄປດ້ວຍ ແກ້ວມຸກດາຫານ (ສີຫມອກ-ສີໄຂ່ມຸກ),  ສະເຫວີຍ ນ້ຳນົມ ເປັນພັກສາຫານ ພະຫັດຂວາຊົງຖືຂັນດ (ງ້າວ) ພະຫັດຊ້າຍຊົວຖື ໄມ້ເທົ້າ


ນາງສັງຂານ

ປີຊວດ-ກົດໃຈ້-ໂທສົກ, ທາງຈັນທະຄະຣະຕິ ເປັນປົກະຕິມາສ, ອາທິກະວາ, ທາງສຸລິຍິຄະຕິ ເປັນອະທິກະສຸຣະທິນ...
ນາງສົງການປີນີ້ ມີນາມວ່າ: ນາງເທພພະທິດາ ທີ່ 2 ຊົງພະນາມວ່າ ໂຄຣາຄະເທວີ ຊົງພະຫັດ ທັດດອກກາງຂອງ ອາພອນປະດັບໄປດ້ວຍ ແກ້ວມຸກດາຫານ (ສີຫມອກ-ສີໄຂ່ມຸກ),
ສະເຫວີຍ ນ້ຳນົມ ເປັນພັກສາຫານ ພະຫັດຂວາຊົງຖືຂັນດ (ງ້າວ) ພະຫັດຊ້າຍຊົວຖື ໄມ້ເທົ້າ
ສະເດັຈໃສຍານ (ນອນມືນຕາ) ມາເທິງຫລັງພະຍັຄຄະ (ເສືອໂຄ່ງ) ເປັນພາຫະນະ

ນາງສັງຂານ ປີຊວດ-ກົດໃຈ້-ໂທສົກ, ທາງຈັນທະຄະຣະຕິ ເປັນປົກະຕິມາສ, ອາທິກະວາ, ທາງສຸລິຍິຄະຕິ ເປັນອະທິກະສຸຣະທິນ... ນາງສົງການປີນີ້ ມີນາມວ່າ: ນາງເທພພະທິດາ ທີ່ 2 ຊົງພະນາມວ່າ ໂຄຣາຄະເທວີ ຊົງພະຫັດ ທັດດອກກາງຂອງ ອາພອນປະດັບໄປດ້ວຍ ແກ້ວມຸກດາຫານ (ສີຫມອກ-ສີໄຂ່ມຸກ),  ສະເຫວີຍ ນ້ຳນົມ ເປັນພັກສາຫານ ພະຫັດຂວາຊົງຖືຂັນດ (ງ້າວ) ພະຫັດຊ້າຍຊົວຖື ໄມ້ເທົ້າ

ເກນທາລາທິຄຸນ:

ພະສຸກເປັນອະທິບໍດີ ນາຄິຫລີ້ນນຳ້ 1ໂຕ ບັນດານໃຫ້ຝົນຕົກ 600 ຫ່າ ຕົກໃນຂອບເຂດຈັກກະວານ 240ຫ່າ ຕົກໃນປ່າຫິມະພານ 180ຫ່າ ຕົກໃນມະຫາສະຫມຸດ 120ຫາ ຕົກໃນມະນຸດສະໂລກ 60ຫ່າ

ເກນທາຣາຄຸນ

ຕົກລາສີວາໂຍ ນ້ຳຈະພໍຄວນ ຝົນຈະຕົກສະຫມ່ຳສະເຫມີຕະຫລຶດປີ ນາດອນນາລຸ່ມ ຂະດີທຸກໆແຫ່ງ ຈະມີລົມພັດບາງຄັ້ງບາງຄາວຈາກທິດທັງ 4 ຕາມຣະດູການ

ເກນທັນຍາຫານ

ຊື່ວ່າລາພະ ເຂົ້າກ້າໄຮ່ນາ ຈະໄດ້ຜົນ 10ສ່ວນ ເສຍ 1ສ່ວນ ປະຂາຂົນພົນລະເມືອງຈະຢູ່ເຢັນເປັນສຸກ ສະບາຍດີແລ ທັນຍາຫານບໍລິບູນ ສົມບູນດີແລ

ຜະລາມັດສະມັງສາຫາຮ

ຫມາກໄມ້ຈະມີພໍສົມຄວນ ຂີ້ນປາ ອາຫານ ຈະມີອຸດົມສົມບູນດີ

ຣຸກຂະຊາດ

ໄມ້ປ່າແປ້ງ (ໄມ້ໂພ) ເປັນພະຍາ ມັກຈະມີຄວາມເດືອດຮ້ອນບາງບ່ອນບາງແຫ່ງ

ເກນກາໂລໂຍກ

ວັນພະຫັດເປັນທຸງໄຊ ວັນທິດເປັນວັນອະທິບໍດີ ວັນພຸດເປັນອຸບາດ ວັນອັງຄານເປັນໂລກາວິນາດ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ