Monday, March 02, 2020

ເຕັກນິກການປູກ ເຂົ້າແນວພັນໃຫມ່ ສາລະວັນ1



ລະດູການຕົກກ້າ ແລະ ປັກດໍາ (ໄດ້ທົດສອບພຽງ ແຂວງໄຊຍະບູລີ ຫາພາກໃຕ້) ລະດູຝົນ

ໃຫ້ເລີ້ມຕົກກ້າກາງ ເດືອນພຶດສະພາ ແລະ ປັກດໍາກາງ ເດືອນ ມິຖຸນາ ອາຍຸກ້າທີ່ເໝາະສົມລະດູຝົນ 21-26 ວັນ ສາມາດປັກດໍາໄດ້.

ລະດູ ນາແຊງ (ລະດູແລ້ງ)

ໃຫ້ເລີ້ມຕົກກ້າຕົ້ນ ຫາ ກາງເດືອນພະຈິກ ແລະ ປັກດໍາຕົ້ນຫາກາງເດືອນທັນວາ (ຍ້ອນອາຍຸຍາວຕ້ອງປູກໄວບໍ່ສະນັ້ນ ຈະກ່ຽວຖືກຝົນສໍາລັບອາຍຸກ້າລະດູແລ້ງແມ່ນ 25-30 ວັນ ຫຼື ເວລາກ້າມີ 4.5-5.5 ໃບ (ນັບທັງໃບເຄົ້າ). ໄລຍະປັກດໍາທີ່ເໝາະສົມ 20 x 20 ຊມ ຫຼື 25ສຸມ ຕໍ່ຕາລາງແມັດ.
ອັດຕາຝຸ່ນ: ແນະນໍາໃສ່ທັງຝຸ່ນຄອກ ຫຼື ບົ່ມພ້ອມທັງໃສ່ປຸ໋ຍເຄມີ.
  • ຝຸ່ນຄອກ ຫຼື ຝຸ່ນບົ່ມ ໃຫ້ໃສ່ 2-3 ຕ/ຮຕ.
  • ປຸ໋ຍເຄມີ: ອີງຕາມອັດຕາແນະນໍາການໃສ່ຝຸ່ນ.
ອັດຕາຝຸ່ນ: 90-30-30 ກຼ/ຮຕ ນາດິນຊາຍຖ້າ
ນາດິນໜຽວອັດຕາ 90-30-00 ກຼ/ຮຕ (N-P2O5-K2O ກລ/ຮຕ) ໃສ່ 3 ຄັ້ງ ຖ້າວ່າໃສ່ຮອງພື້ນ, ເລັ່ງຄັ້ງທີ 1 ແລະ ເລັ່ງຄັ້ງທີ 2.

ຮອງພື້ນ: ນາດິນຊາຍອັດຕາ 30-30-30 ກຼ/ຮຕ ປຸ໋ຍ ສູດ 15-15-15 ແມ່ນ 200 ກຼ/ຮຕ, ນາດິນໜຽວ 30-30-00 ກຼ/ຮຕ ປຸ໋ຍສູດ 16-20-00 ຈໍານວນ 150 ກຼ/ຮຕ ໃສ່ພ້ອມປັກດໍາ ຫຼື ຫຼັງປັກດໍາ 1-3 ມື້.
ເລັ່ງ ຄັ້ງ 1 ແລະ 2 ແມ່ນ ອັດຕາ 30-00-00 ກຼ/ຮຕ ໃສ່ປຸ໋ຍເລັ່ງ (ຢູເຣຍ) ຈໍານວນ 65ກຼ/ຮຕ ໃສ່ຫຼັງປັກດໍາ 25 ວັນ ແລະ 45 ວັນ (ຕາມລໍາດັບ).


ໝາຍເຫດ: ຖ້າເຫັນວ່າດິນງາມຢູ່ແລ້ວ ຄວນຫຼຸດຜ່ອນຈໍານວນເທື່ອໃສ່ຝຸ່ນຫຼຸດລົງ ເຂົ້າຈະເລີນເຕີບໂຕຂຽວງາມເກີນບໍ່ຄວນໃສ່ປຸ໋ຍຕໍ່ບໍ່ສະນັ້ນເຮັດໃຫ້ຕົ້ນອວບໃບຫຼາຍເກີນໄປ ຈະເຮັດໃຫ້ບໍ່ໄດ້ຮວງ ຫຼື ເມັດລີບ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ