Sunday, December 22, 2019

ການອະນຸບານລູກປາເພ້ຍ

ປາເພ້ຍ ການປະສົມພັນປາເພ້ຍ ການອານຸບານປາເພ້ຍ ຖະຫນອມປາເພ້ຍ ລູກປາເພ້ຍ ປ່ອຍປາເພ້ຍ ລ້ຽງປາເພ້ຍ ປາເພ້ຍນ້ອຍ ລູກປາເພ້ຍ


ການອະນຸບານລູກປາເພ້ຍ

ການອະນຸບານລູກປາເກັດຊະນິດນີ້ ແມ່ນເປັນພື້ນຖານຂອງຄວາມຕ້ອງການເພື່ອຊອກຫາລູກປາແລະ ປານ້ອຍກັບຊະນິດອາຫານໃຫ້ເໝາະສົມ, ປະກົດການສິ່ງແວດລ້ອມ ແລະ ການຄວບຄຸມ, ສຳລັບອັດຕາການລອດຕາຍຂອງລູກປາສູງ ແລະ ການຈະເລີນເຕີບໂຕຂອງລູກປາ. ໄລຍະທີ່ມອນໄຂ່ແດງທີ່ຢູ່ໃນທ້ອງຂອງລູກປານ້ອຍໝົດໄປ ແລະ ປານ້ອຍຈະເລີ່ມກິນອາຫານ. ຂະໜາດຂອງໄຮນໍ້າສັດທີ່ເໝາະສົມແມ່ນເປັນອາຫານທີ່ມີປະສິດທິພາບທີ່ສຸດໃນເວລານັ້ນ. ການອະນຸບານໃນອ່າງຊີເມັນ ຫຼືວ່າໃນໜອງດິນນ້ອຍ, ດີທີ່ສຸດແມ່ນໃຫ້ຄວບຄຸມຄຸນນະພາບຂອງນໍ້າ ແລະ ການມາທຳລາຍຂອງແມງໄມ້ທີ່ມາກິນລູກປານ້ອຍ, ເໝືອນກັນກັບການທຳລາຍຂອງປາຊະນິດອື່ນໆ ຈິ່ງສາມາດບັນລຸຜົນໄດ້ຮັບ. ອັນໜຶ່ງສິ່ງທີ່ຂາດບໍ່ໄດ້ໃນຄວາມຕ້ອງການອະນຸບານລູກປາແມ່ນການກຳຈັດສັດຕູຫຼາຍຊະນິດທີ່ມາບຸກລຸກລົບກວນປາໃນໜອງ  (Pillay and Kutty. 1990).
ປາເພ້ຍ ການປະສົມພັນປາເພ້ຍ ການອານຸບານປາເພ້ຍ ຖະຫນອມປາເພ້ຍ ລູກປາເພ້ຍ ປ່ອຍປາເພ້ຍ ລ້ຽງປາເພ້ຍ ປາເພ້ຍນ້ອຍ ລູກປາເພ້ຍ

          ເຖິງແມ່ນວ່າມີຫຼາຍຊະນິດໂຄງສ້າງຂອງການອະນຸບານລູກປາທີ່ໄດ້ນຳໃຊ້, ລວມມີທໍ່ນໍ້າ ແລະ  ຖັງຊີເມັນ, ໂດຍສ່ວນຫຼາຍແມ່ນນໍາໃຊ້ໃນຟາມປາເກັດ, ສະເພາະການສ້າງຖັງອະນຸບານຂະໜາດ 100 ກວ່າຕາແມັດ ແລະ ຂະໜາດໜອງອະນຸບານ 2,000 ຕາແມັດຂຶ້ນໄປເຊັ່ນ: ໂຄງສ້າງອ່າງອະນຸບານລູກປານ້ອຍຫຼືລູກປາສາມາດອະນຸບານໄປ ຈົນກາຍເປັນຂະໜາດປາລຸ້ນໄລຍະປະມານໜຶ່ງເດືອນ  (Pillay and Kutty. 1990).
ປາເພ້ຍ ການປະສົມພັນປາເພ້ຍ ການອານຸບານປາເພ້ຍ ຖະຫນອມປາເພ້ຍ ລູກປາເພ້ຍ ປ່ອຍປາເພ້ຍ ລ້ຽງປາເພ້ຍ ປາເພ້ຍນ້ອຍ ລູກປາເພ້ຍ

          ກ່ອນການເຄື່ອນຍ້າຍລູກປານ້ອຍ ຫຼື ລູກປາສຳລັບການອະນຸບານ, ຕ້ອງກະກຽມວັດຖຸອຸປະກອນ ແລະ  ຖັງ. Woynarovich and Horvath (1980) ພັນລະນາວ່າການໃຊ້ສິ່ງປົກຄຸມນໍ້າ ແລະ ຫຍ້າແຫ້ງທີ່ເປື່ອຍງ່າຍເຮັດເປັນຊັ້ນສູງ 5 ຊັງຕີແມັດຈາກພື້ນນໍ້າໃນອ່າງເພື່ອຮຽນແບບການລ້ຽງ ແລະ ການຈະເລີນໂຕຂອງ rotifers and Paramoecium, ເພື່ອຊອກຫາອາຫານໃຫ້ລູກປາ. ການປ່ອຍປາໃສ່ຢູ່ໃນອັດຕາສະເລ່ຍ 1,000–2,000 ໂຕຕໍ່ຕາແມັດ. ຈາກມື້ທີສາມຫາມື້ທີສີ່ຫລັງຈາກປ່ອຍລູກປາ,  ອ່າງແມ່ນມີການໃສ່ຝຸ່ນເລື້ອຍໆໃນເວລາຕອນເຊົ້າ, ອັດຕາສະເລ່ຍ 1 ກິໂລກຼາມຂອງຝຸ່ນສົດສຳລັບທຸກໆ 10–15 ຕາແມັດ ໜ້າພຽງຂອງນໍ້າ. ລະດັບນໍ້າແມ່ນເພີ່ມຂຶ້ນທຸກໆມື້ໂດຍ 2–3 ຊັງຕີແມັດ. ຖ້າມີອາຫານສຳເລັດຮູບເຮົາສາມາດເລີ່ມໃຫ້ຈາກມື້ທີ 7 ເປັນຕົ້ນໄປ. ຖ້າບໍ່ມີຝຸ່ນທຳມະຊາດແມ່ນດຳເນີນການຈັດຫາອາຫານທຳມະຊາດ. ພືດສາມາດເຮັດໃຫ້ລູກປາຂະຫຍາຍຕົວເພີ່ມຂຶ້ນໄດ້ ເມື່ອອະນຸບານລູກປາໄດ້ 10–15 ວັນ, ຖ້າລູກປາຈະເລີນເຕີບໂຕໄດ້ຂະໜາດເປັນປາລຸ້ນ, ຕ້ອງລົດຄວາມໜາແໜ້ນຂອງການປ່ອຍປາລົງໂດຍປະມານ  25%.
ສຳລັບປາຊະນິດອື່ນໆ ເໝືອນກັນກັບປານິນ,  ອ່າງຜະລິດລູກປານ້ອຍ ແລະ ປາລຸ້ນແມ່ນປະຕິບັດຕາມບ່ອນທີ່ເໝາະສົມສຳລັບໜອງແມ່ນຈຳກັດ ຫຼືວ່າມີລາຄາແພງສຳລັບການກໍ່ສ້າງ, ລວມທັງອ່າງຊີເມັນ, ແຕ່ວ່າອຸປະກອນອື່ນໆເຊັ່ນ:  ຖັງ Fiber ຫຼື ຖັງຢາງ ບາງເທື່ອກໍ່ໄດ້ໃຊ້. ສຳຄັນທີ່ສຸດຄວບຄຸມການຈັດການນໍ້າ ແລະ ກິດຈະກຳການເກັບຮັກສາໃຫ້ດີກວ່າລະບົບອື່ນໆ. ການຈັບປາບາງທີກໍ່ຈັບງ່າຍໆ ໃຊ້ມອງຈັບຫຼືດາງນ້ອຍກວາດ ແລະ ການກໍ່ສ້າງອ່າງທີ່ດີສາມາດຮັກສາການດຳລົງຊີວິດຂອງລູກປາຈົນຮອດເວລາສຸດທ້າຍ. ສາມາດດຳເນີນການຜະລິດໄດ້. ຕອງໃຫ້ໄດ້ຜົນຜະລິດລູກປາຕໍ່ຫົວໜ່ວຍເນື້ອທີ່ ສູງກວ່າລະບົບການຜະລິດທັງໝົດທີ່ອ້ອມຮອບດ້ວຍຕາໜ່າງ. ໜອງທີ່ສ້າງດ້ວຍຊີເມັນແມ່ນໃຊ້ໃນລະບົບສະຖານທີ່ກວ້າງຂວາງເພື່ອການໃຫ້ອາຫານສຳລັບປາ ໃນໜອງຂອງຊາວນາ,  ອ່າງຊີເມັນທີ່ປູພື້ນອ່າງດ້ວຍຊີມັງແມ່ນຕັດຂາດຈາກສິ່ງທີ່ມີຊີວິດໃນດິນ. ໜອງຊີເມັນແມ່ນມີລາຄາແພງຫຼາຍໃນການກໍ່ສ້າງ ແລະ ໃຊ້ສຳລັບຜະລິດລູກປາທີ່ມີລາຄາແພງເຊັ່ນ: ປາເທຼົ້າ (Trout). ເພາະວ່າອ່າງຊີເມັນສາມາດເຮັດມີຫຼາຍຮູບຮ່າງແຕກຕ່າງກັນສະເພາະການອອກແບບອ່າງແມ່ນອີງໃສ່ລະບຽບຄຳສັ່ງເພື່ອການຕອບສະໜອງການບັນຈຸລູກປາ. ສອງຮູບແບບຂອງຊະນິດອ່າງແມ່ນອ່າງເປັນວົງກົມ ແລະ ເປັນອ່າງມີຊ່ອງແຄບຂອງນໍ້າໄຫຼ (Swift. 1993).
ປາເພ້ຍ ການປະສົມພັນປາເພ້ຍ ການອານຸບານປາເພ້ຍ ຖະຫນອມປາເພ້ຍ ລູກປາເພ້ຍ ປ່ອຍປາເພ້ຍ ລ້ຽງປາເພ້ຍ ປາເພ້ຍນ້ອຍ ລູກປາເພ້ຍ

ຢູ່ໃນອ່າງວົງກົມມີຮູນໍ້າໄຫຼຜ່ານທາງກາງມີທໍ່ອອກມາດ້ານຂ້າງເພື່ອໃຫ້ນໍ້າຢູ່ທາງກາງໄຫຼອອກໝົດ. ນໍ້າແມ່ນມີການຮັກສາໄວ້ໃນການໝູນວຽນ, ເຫດຜົນເພື່ອການລອຍຂອງປາ ແລກປ່ຽນອົກຊີແຊນ, ການໄຫຼໝູນວຽນຂອງນໍ້າເຮັດໃຫ້ມີລະດັບອົກຊີແຊນສູງ ແລະ ຂະບວນການຜະລິດແອມໂມເນຍທີ່ມີໃນນໍ້າມີລະ ດັບຕໍ່າ. ໃນທີ່ສຸດມັນສາມາດບັນຈຸຄວາມໜາແໜ້ນຂອງລູກປາໄດ້ຫຼາຍໃນໜຶ່ງຖັງ.  ຖັງ Fiber ໃສແມ່ນມີການອອກແບບເໝືອນກັນກັບຖັງຊີເມັນ ແລະ ເປັນວິທີຜະລິດງ່າຍ ແລະ ມີໂອກາດທີ່ສຳເລັດຜົນໃນການພັດທະນາປະເທດຂອງພວກເຂົາ (Swift. 1993).
ອັນດັບຕໍ່ໄປແມ່ນຕຽມໜອງສ້າງໄຮນໍ້າສັດເພື່ອຮັບປະກັນການອະນຸບານລູກປາເຊ່ນ: ໄຮນໍ້າສັດ, ເພື່ອເປັນແຫຼ່ງຕອບສະໜອງອາຫານສຳລັບການຈະເລີນເຕີບໂຕຂອງລູກປານ້ອຍ. ໜອງຕ້ອງໄດ້ປັບປຸງດ້ວຍຝຸ່ນທຳມະຊາດ ຫຼື ຝຸ່ນວິທະຍາສາດ. ຈຳນວນຝຸ່ນທຳມະຊາດແມ່ນໃສ່ກ່ອນແຕ່ຄວນຄຳນຶງເຖິງຄວາມເປັນພິດ. ຕົວຢ່າງ, ເສດຈາກການເຮັດເຂົ້າໜົມເຄັກກໍ່ໃຊ້ໄດ້, ຝຸ່ນຂີ້ງົວແຫ້ງໃສ່ໃນອັດຕາ 5,000 ກິໂລກຼາມຕໍ່ເຮັກຕາໃສ່ 2 ອາທິດກ່ອນປ່ອຍລູກປານ້ອຍ ແລະ ປະມານໜຶ່ງອາທິດຫລັງຈາກໄຂ່ປາຟັກແຕກອອກມາເປັນໂຕນ້ອຍ ແມ່ນເປັນການດີ. ອີກດ້ານໜຶ່ງ, ກັບການເປັນພິດຂອງຝຸ່ນວິທະຍາສາດ, ປະລິມານໃສ່ຝຸ່ນທຳມະຊາດເທື່ອທີໜຶ່ງ 10,000 - 15,000 ກິໂລກຼາມຕໍ່ເຮັກຕາ, ແລະ 5,000 ກິໂລກຼາມຕໍ່ເຮັກຕາ ເປັນເທື່ອຕໍ່ໄປແມ່ນເປັນການດີ, ປະລິມານຝຸ່ນທຳມະຊາດ ແມ່ນເໝາະສົມກັບການປ່ອຍລູກປານ້ອຍຈຳນວນ  1.5 x 106 ໂຕຕໍ່ເຮັກຕາ (Jhon.  2003).
ການປະສົມຝຸ່ນວິທະຍາສາດກັບຝຸນທຳມະຊາດແມ່ນບໍ່ເໝາະສົມ, ປົກກະຕິຜົນໄດ້ຮັບເປັນອັນຕະ ລາຍຫຼາຍກວ່າ ມັນເປັນແຜ່ນຕິດກັນ. ເຖິງຢ່າງໃດກໍ່ຕາມກ່ອນການຕຽມໜອງ, ການກຳຈັດແມງໄມ້, ນໍ້າຂຸ່ນ ແລະ ໜ້ານໍ້າແຂງຄວນໃສ່ປູນຂາວໃນໜອງ. ໂດຍສະເພາະ, ໜອງຕ້ອງມີການປົວແປງເພື່ອຄວບຄຸມແມງໄມ້, ໂດຍສະເພາະກ່ອນປ່ອຍລູກປາ. Jhingran and Pullin (1988) ໃຫ້ຄຳເຫັນຫຼາຍຢ່າງຂອງການປັບປຸງມີສີ່ຢ່າງດັ່ງຕໍ່ລົງໄປນີ້:
- ຊີດຢານໍ້າອີມູນສັນປະລິມານ 56 ກິໂລກຼາມຂອງມຸດສະຕາຫຼືນໍ້າມັນໝາກພ້າວ ແລະ 18 ກິໂລກຼາມຂອງສະບູຝຸ່ນຕໍ່ເຮັກຕາ
- ຊີດຢານໍ້າອີມູນສັນປະລິມານ 56 ກິໂລກຼາມຂອງນໍ້າມັນມຸດສະຕາ ແລະ 560 ມິນລີລິດຂອງທີຟູນ (ສະບູຝຸ່ນ)ຕໍ່ເຮັກຕາ
- 0.01 ພີພີເອັມ ປະລິມານຂອງເປກຳມາອິໂຊແມຂອງນໍ້າມັນແອັດຊັງລະລາຍໃນເຫລົ້າເອທີນ
- ໃສ່ 0.25 – 3.0 (ppm) organophosphate such as fumadol, sumithion or diptrex.
          ເມື່ອໄຂ່ປາແຕກອອກເປັນໂຕອ່ອນປະມານ 10 ຊົ່ວໂມງ, ລູກປາຍັງໝູນວຽນຢູ່ໃນມຸ້ງນິລົງກັບການຊີດນໍ້າຫຼືແອປໍ້າໃນເວລາທຳອິດ. ລູກປາມີມອນໄຂ່ແດງຢູ່ໃນທ້ອງປະມານສອງວັນ, ເມື່ອຖົງໄຂ່ແດງໝົດໄປຄວນໃຫ້ອາຫານເປັນມອນໄຂ່ແດງຂອງໄຂ່ໄກ່ທີ່ຕົ້ມສຸກດີລະລາຍກັບນໍ້າ, ແລ້ວຊິດໃສ່ໜ້ານໍ້າໃນມຸ້ງນີລົງ, ຫລັງຈາກນັ້ນລ້ຽງດູດ້ວຍມອນໄຂ່ແດງປະມານສອງວັນ, ແລະ ຄວນປະສົມຮຳແປ້ງກັບນໍ້າ, ຊິດໃສ່ໜ້ານໍ້າໃນມຸ້ງນີລົງລູກປາຈະສືບຕໍ່ກິນອາຫານນີ້ໄປຈົນກວ່າເມື່ອມີອາຍຸໄດ້ປະມານ 5 ວັນ ແລະ ຄວນເອົາມັນໄປປ່ອຍໄວ້ທີ່ໜອງດິນ. ການຕຽມໜອງດິນສຳລັບອະນຸບານລູກປາເພ້ຍແມ່ນກຳຈັດສັດຕູປາໂດຍການເອົານໍ້າອອກຈາກໜອງແລ້ວຕາກໜອງໄວ້ໃຫ້ແຫ້ງປະມານ 4–5 ວັນ ແລະ ຄວນໃສ່ຝຸ່ນ, ຫລັງຈາກຕື່ມນໍ້າປະມານ 30 ຊັງຕີແມັດປະໄວ້ໃນໄລຍະຫ່າງປະມານໜຶ່ງອາທິດ, ແລ້ວຕື່ມນໍ້າເຂົ້າໜອງໃຫ້ໄດ້ປະມານໜຶ່ງແມັດໂດຍສັງ ເກດນໍ້າໃນໜອງດິນມີສີຂຽວຫຼືບໍ່, ໃນໜອງດິນມີໄຮນໍ້າພືດ, ມັນເປັນອາຫານທຳມະຊາດຂອງລູກປາ ຕໍ່ໄປຕ້ອງນຳລູກປາມາປ່ອຍໃນໜອງ. ຫລັງຈາກໄດ້ໜຶ່ງເດືອນ, ປານ້ອຍຈະກາຍເປັນປາລຸ້ນຈະມີຄວາມຍາວປະມານ 2.5 ຊັງຕີແມັດ. ຈາກນັ້ນຄວນລວບລວມເອົາລູກປາລຸ້ນໄປປ່ອຍໃນໜອງດິນທີ່ກ້ວາງໃຫຍ່ຕໍ່ໄປຈິ່ງທຳການສຶກສາ, ຈຳນວນປາທີ່ປ່ອຍແມ່ນ 2  ຕາແມັດຕໍ່ໂຕຫຼືວ່າ  3,000 ໂຕຕໍ່ໄຣ່ (National Inland Fisheries Institute. 1985).

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ