Friday, November 01, 2019

ລັກສະນະການແຜ່ກະຈາຍຂອງຮາກພືດ Distribution characteristics of plant roots

ລັກສະນະການແຜ່ກະຈາຍຂອງຮາກພືດ Distribution characteristics of plant roots

ລັກສະນະການແຜ່ກະຈາຍຂອງຮາກພືດ Distribution characteristics of plant roots
ລັກສະນະການແຜ່ກະຈາຍຂອງຮາກພືດ Distribution characteristics of plant roots

ການ​ແຜ່​ກະ​ຈາຍ​ຂອງ​ຮາກ​ພືດ​ແຕ່​ລະ​ຊະ​ນິດນັ້ນ ບໍ່ຄືກັນ ພືດບາງສະນິດມີຮາກແຜ່ກະຈາຍອອກ ເປັນບໍລິເວນກວ້າງ ໃນລະດັບບໍ່ເລິກ ພືດບາງສະນິດມີຮາກຢັ່ງລົງໄປເລີກ ແລະ ມີການແຜ່ກະຈາຍໃນແນວຮາບແບບໃດກໍ່ຕາມ ສຳລັບພືດສະນິດດຽວກັນ ລັກສະນະການແຜ່ກະຈາຍຂອງຮາກພືດຂື້ນຢູ່ກັບຊະນິດ ແລະຄວາມເລິກຂອງດິນ ລະດັບນ້ຳໃຕ້ດິນ ລະດູການປູກ ຈົນໄປຖີ ປະລິມານນໍ້າທີ່ໃຫ້ແກ່ພືດໃນແຕ່ລະຄັ້ງ


ຊື່​ພືດ
ຄວາມ​ເລິກ​ຂອງ​ຮາກ​ພືດ (ແມັດ)
ປະ​ລິ​ມານ​ນ້ຳ​ທີ່​ໃຊ້ (ມມ)
ກະ​ລ່ຳ​ປີ
0.4- 0.5
380-500
ກວ້ຍ
0.5-0.9
700-1700
ເຂົ້າ

500-1000
ສາ​ລີ
1-1.7
500-800
ເຂົ້າ​ຟ້າງ
1-2
450-650
ຫມາກ​ໂມ
1-1.5
400-600
ຖົ່ວ​ຝັກ​ຍາວ
0.5-0.7
300-500
ຖົ່ວ​ແກ່ນ
0.6-1
350-500
ຖົ່ວ​ດິນ
0.5 – 1
500-700
ຖົ່ວ​ເຫລືອງ
​0.6 -1.3
450 -700
ດອກ​ຕາ​ເວັນ
0.8-1.5
600-1000
ຝ້າຍ
1-1.7
700-1300
ຫມາກ​ເຜັດ
​0.5 – 1
600-900
ຫມາກ​ເລັ່ນ
0.7 -1.5
400-600
ມັນ​ຝ​ຣັງ
0.4 – 0.6
500-700
ໄມ້ໃຫ້ຫມາກຕະກຸນສົ້ມ
1.2 -1.5
900-1200
ຢາ​ສູບ
0.5 – 1
400-600
ຫມາກ​ນັດ
0.3 -0.6
700-1000
ຫອມ​ບົ່ວ
0.3 – 0.5
350-550
ອ້ອຍ
1.2 -2
1000-1500

ຈາກ​ຕາ​ຕະ​ລາງ​ຂ້າງ​ເທິງ ຖ້າ​ນຳ​ຄ່າ​ຄວາມ​ເລິກ​ຮາກ​ໄປ​ໃຊ້​ງານ ຈະ​ຕ້ອງ​ເຮັດ​ໃຫ້​ເປັນ​ຄວາມ​ເລິກ​ຂອງ​

ຮາກ​ພືດ​ໃຊ້​ການ​ກ່ອນ​ຄື: ເຄິ່ງ​ຫນຶ່ງ​ຂອງ​ຮາກ​ແທ້ ທີ່​ຄິດ​ໄລ່​ຮາກ​ພືດ​ໃຊ​ການ ເພາະ​ຮາກ​ພືດ​ໃຊ້​ການ​ສາ​

ມາດ​ດູດ​ນ້ຳ​ໄປ​ໃຊ້​ໄດ້ 70% ຂອງ​ຄວາມ​ຊື້ນ​ທີ່​ພືດ​ໃຊ້​ທັງ​ຫມົດ



ການ​ດູດ​ນ້ຳ​ຈາກ​ດິນ​ໃນ​ຊັ້ນ​ຕ່າງໆ


ໃນ​ດິນ ທີ່​ມີ​ເນື້ອ​ດິນ​ສະ​ຫມ່ຳ​ສະ​ເຫມີ ແລະ ມີ​ຄວາມ​ຊື້ນ​ທີ່​ພືດ​ນຳ​ໃຊ້​ໄດ້​ຕະ​ຫລອດ​ຄວາມ​ເລິກ​ຂອງ​ເຂດ​ຮາກ ພືດ​ຈະ​ໃຊ້​ນ້ຳ​

ຈາກ​ສ່ວນ​ເທິງ​ຂອງ​ຮາກ​ຢ່າງ​ໄວ​ວາ ສ່ວນ​ລຸ່ມພືດ​ຈະ​ດູດ​ນ້ຳ​ໄປ​ໃຊ້​ຊ້າກວ່າ​ຫລາຍ ຈາກ​ການ​ສຳ​ຫລວດ ແລະ ສຶກ​ສາ​ພົບ​ວ່າ ພືດ​

ເກືອບ​ທຸກ​ສະ​ນິດ​ທີ່​ປູກ​ໃນ​ເນື້ອ​ດິນ​ທີ່​ສະ​ຫມ່ຳ​ສະ​ເຫມິ​ກັນ ມີ​ຄວາມ​ຊື້ນ​ໃນ​ດິນ​ເທົ່າໆ ການ​ດູດ​ນ້ຳ​ຈາກ​ຊັ້ນ​ດິນ​ຈະ​ຄ້າຍ​ຄື​ກັນ 

ເຊິ່ງ​ກຳ​ນົດ​ແບ່ງ​ເຂດ​ຊັ້ນ​ດິນ​ອອກ​ເປັນ​ສ່ວນ​ເທົ່າໆ​ກັນ​ ປະ​ມານ 40% ຂອງ​ຄວາມ​ຊື້ນ​ທັງ​ຫມົດ ໃນ​ຊັ້ນ​ທີ່1 ກວມ​ເອົາ ອີກ 

30% ຈາກ​ຊັ້ນ​ທີສອງ, 20% ຈາກ​ຊັ້ນ​ທີ່3 ແລະ 10% ຈາກ​ຊັ້ນ​ທີ​4 ດັ່ງ​ຮູບ​ສະ​ແດງ​ລຸ່ມ​ນີ້:

ລັກສະນະການແຜ່ກະຈາຍຂອງຮາກພືດ Distribution characteristics of plant roots
ຄ່າ​ສະ​ເລ່ຍ​ຄວາມ​ຊື້ນ​ທີ່​ພືດ​ດູດ​ໄປ​ຈາກ​ດິນ​ໃນ​ແຕ່​ລະ​ຊັ້ນ





1 comment:

  1. ຍັງມີບ່ອນທີ່ຂຽນຜິດຫລັກໄວຍະກອນ.
    ແຕ່ຢ່າງໃດກໍ່ຕາມ ຂອບໃຈຫລາຍໆ ສຳລັບຂໍ້ມູນ ແລະ ຂ່າວສານ ເພາະຂໍ້ມູນຕ່າງໆມີຜົນຕໍ່ວຽກງານພັດທະນາຊົນນະບົດ ກໍ່ຄືປະເທດຊາດ.

    ReplyDelete

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ