Sunday, July 14, 2019

ການກຳນົດ ການໃຫ້ນ້ຳແກ່ໄມ້ໃຫ້ຫມາກ Determination of water supply to fruit trees



ການກຳນົດ ການໃຫ້ນ້ຳແກ່ໄມ້ໃຫ້ຫມາກ Determination of water supply to fruit trees


1)    ເວ​ລາ​ໃຫ້​ນ້ຳ​ແກ່​ພືດ ພິ​ຈາ​ລະ​ນາ​ໄດ້​ຈາກ:
a.    ສັງ​ເກດ​ອາ​ການ​ຂອງ​ພືດ ຊຶ່ງ​ອາດ​ອາ​ໃສ​ຄວາມ​ຊຳ​ນານ​ຂອງ​ປະ​ຊາ​ຊົນ ໂດຍ​ການ​ສັງ​ເກດ​ຈາກ​ການ​ປ່ຽນ​ແປງ​ຂອງໃບ​ສີພືດ
b.    ການ​ສັງ​ເກດ​ຈາກ​ຂໍ້​ມູນ​ດິນ ຊຶ່ງ​ອາດ​ຈະ​ອາ​ໃສ​ປະ​ສົບ​ການ ຄວາມ​ຊຳ​ນານ ແລະ ເຄື່ອງ​ມື ວິ​ທະ​ຍາ​ສາດ ເຄື່ອງ​ມື​ທາງວິ​ທະ​ຍາ​ສາດ ທີ່​ນິ​ຍົມ​ໃຊ້​ໄດ້​ແກ່ Tensiometer
2)    ​ປະ​ລິ​ມານ​ການ​ໃຫ້​ນ້ຳ​ພືດ​ແຕ່​ລະ​ຄັ້ງ ຕ້ອງ​ຮູ້​ຂໍ້​ມູນ​ຕ່າງໆ​ດັ່ງ​ນີ້:
a.    ຕ້ອງ​ຮູ້​ວ່າ​ຄວາມ​ຊື້ນ​ທີ່​ຍອມໃຫ້ພືດນຳ​ໄປ​ໃຊ້​ຕ່ຳ​ສຸດ​ເປັນ​ເທົ່າ​ໃດ ໂດຍ​​ທົ່ວ​ໄປ​ຈະ​ກຳ​ນົດ​ເປັນ​ຄວາມ​ຊື້ນ​ທີ່​ຈຸດ​ວິ​ກິດ 50% ຂອງ​ຄວາມ​ຊື້ນ​ທີ່​ພືດ​ດູດ​ເອົາ ໂດຍ​ອີງ​ໃສ່​ຕາ​ຕະ​ລາງ​ຂໍ້​ມູນ​ການ​ດຶງ​ຄວາມ​ຊື້ນ​ຕ່ຳ​ສຸດ​ເປັນ​ເກນ ແລະ ຄວາມ​ສຳ​ພັນ ລະ​ຫວ່າງ​ຄວາມ​ຊຶ້ນ​ໃນ​ດິນ​ກັບ​ການ​ກຳ​ນົດ​ໃຫ້​ແກ່​ພືດ
b.    ຈະ​ຕ້ອງ​ຮູ້​ວ່າ ຄວາມ​ຊື້ນ​ຈຸດ​ຊົນ​ລະ​ປະ​ທານ​ເປັນ​ເທົ່າ​ໃດ ປົກະ​ຕິ ຈະ​ໃຊ້​ຄ່າ​ແຮງ​ດຶງ​ຄວາມ​ຊື້ນ1/10 ເຖິງ 1/3ເປັນ​ຍາ​ກາດ​ເປັນ​ຕົວ​ກຳ​ນົດ ຂື້ນ​ຢູ່​ກັບ​ວິ​ທີ​ການ​ໃຫ້​ນ້ຳ​ແກ່​ພືດ​ວ່າ​ຈະ​ໃຫ້​ໂດຍ​ວິ​ທີ​ໃດ​ເຊັນ ການ​ໃຫ້​ນ້ຳ​ຜິວ​ດິນ ແລະ ແບບ​ສີດ​ຝອຍ
c.    ນອກ​ຈາກ​ຫົວ​ຂໍ້ 1 ເຖິງ 3 ບາງ​ຄັ້ງ​ອາ​ໃສ​ການ​ໃຫ້​ນ້ຳ​ຂອງ​ພືດ​ເປັນ​ເກນ ພືດ​ໃຊ້​ນ້ຳ​ເທົ່າ​ໃດ ກໍ່​ໃຫ້​ນ້ຳ​ເທົ່າ​ນັ້ນ
ສຳ​ລັບ​ໄລ​ຍະ​ການ​ໃຫ້​ນ້ຳ:
(ກໍ​ລະ​ນີ​ນ້ຳ​ຫຍົດ)
        ການ​ຫາ​ລະ​ຍະ​ເວ​ລາ​ການ​ໃຫ້​ນ້ຳ = ປະ​ລິ​ມານ​ນ້ຳ​ທີ່​ຕ້ອງ​ການ (ລິດ)
                                             ອັດ​ຕາ​ການ​ໃຫ້​ນ້ຳ (ລິດ/ຊມ)
ກໍ​ລະ​ນີ​ເປັນ​ສະ​ເປ:
        ການ​ຫາ​ໄລ​ຍະ​ເວ​ລາ​ການ​ໃຫ້​ນ້ຳ = ຄວາມ​ເລິກ​ຂອງ​ນ້ຳ​ທີ່​ຈະ​ໃຫ້ (ມມ)
                                             ອັດ​ຕາ​ການ​ໃຫ້​ນ້ຳ (ມມ/ຊມ)
ສຳ​ລັບ​ການ​ຫາ​ອາ​ຫານ​ຮອບ​ບໍ​ລິ​ເວນ​ການ​ໃຫ້​ນ້ຳ
ການ​ຫາ​ຄັ້ງ​ໃນ​ການ​ໃຫ້​ນ້ຳ = ຄວາມ​ສາ​ມາດ​ໃນ​ການ​ອູ້ມ​ນ້ຳ​ຂອງ​ດິນ (ມມ)
                            ປະ​ລິ​ມານ​ການ​ໃຊ້​ນ້ຳ​ຂອງ​ໄມ​້​ໃຫ້​ຫມາກ (ມມ​/ວັນ)



ຊື່​ໄມ້​ໃຫ້​ຫມາກ
ແຮງ​ດຶງ​ຄວາມ​ຊື້ນ (ບາ)
ຫມາກ​ນາວ
0.40
ຫມາກ​ກ້ຽງ
0.2-1
ໄມ້​ໃຫ້​ຫມາກ​ປະ​ເພດ​ປ່ຽນ​ໃບ
0.50-0.80
ອາ​ໂວ​ກາ​ໂດ
0.5
ອະ​ງຸ່ນ (ເລີ່ມ​ໃຫຍ່)
0.40-0.50
ອະ​ງຸ່ນ​ໃຫຍ່​ເຕັມ​ທີ່
1
ສະ​ຕໍ​ເບີ​ຣີ
0.2-0.3
ແຄນ​ຕາ​ລູບ
0.35-0.40
ຫມາກ​ເລັ່ນ
0.80-1.50
ຫມາກ​ກ້ວຍ
0.30-1.50



ຈາກ​ຕ​ຕະ​ລາງ​ດ້ານ​ເທິງ ຄ​່າ​ຄວາມ​ຊື້ນ​ຂອງ​ໄມ້​ໃຫ້​ຫມາກ ມີ​ຄ່າ​ຕັ້ງ​ແຕ່ 0.20-1.50 ບາ ​ເພື່ອ​ໃຫ້​ເຫມາະ​ສົມ​ໃນ​ການ​ຄິດ​ໄລ່ ຈຶ່ງ​ກຳ​ນົດ​ຄ່າ​ທີ່ 100 kPa (1bar) ເປັນ​ຈຸດ​ກຳ​ນົດ​ການ​ໃຫ້​ນ້ຳ


ຮູບ​ຄວາມ​ສຳ​ພັນ​ລະ​ຫວ່າງ ຄວາມ​ຊື້ນ​ໃນ​ດິນ ກັບ​ການ​ກຳ​ນົດ​ການ​ໃຫ້​ນ້ຳ​ແກ່​ພືດ

ຊື່​ໄມ້​ໃຫ້​ຫມາກ
ສຳ​ປະ​ສິດ​ການ​ນ້ຳ​ຂອງ​ພືດ​ສ່ວນ​ຕ່າງໆ (Kp) ທີ່​ໃຊ້​ຄູນ​ກັບ​ຄ່າ​ການ​ລະ​ເຫີຍ (Ep) ເປັນ​ຄ່າ​ອັດ​ຕາ​ການ​ໃຊ້​ນ້ຳ​ຂອງ​ພືດ
​ຫມາກ​ກ້ຽງ
ໃຫຍ່​ເຕັມ​ທີ່ 0.60
ຫມາກ​ຕ້ອງ
½ ຂອງ​ການ​ໃຫຍ່​ເຕັມ​ທີ່ 0.35
ຫມາກ​ຜາງ
½ ຂອງ​ການ​ໃຫຍ່​ເຕັມ​ທີ່ 0.25
ຫມາກ​ຂາມ

​ຫມາກ​ກຽງ

ຫມາກ​ຂຽບ

ລະ​ມຸດ
ໃຫຍ່​ເຕັມ​ທີ່ 0.65
ຫມາກ​ມ່ວງ
½ ຂອງ​ການ​ໃຫຍ່​ເຕັມ​ທີ່ 0.45
ຫມາກ​ສີ​ດາ
½ ຂອງ​ການ​ໃຫຍ່​ເຕັມ​ທີ່ 0.30
ຫມາກ​ພິ​ລາ

ຫມາກ​ຫຸ່ງ

ລີ້ນ​ຈີ່

ຫມາກ​ເງາະ
ໃຫຍ່​ເຕັມ​ທີ່ 0.70
ລຳ​ໄຍ
½ ຂອງ​ການ​ໃຫຍ່​ເຕັມ​ທີ່ 0.45
ມັງ​ຄຸດ
½ ຂອງ​ການ​ໃຫຍ່​ເຕັມ​ທີ່ 0.35
ທຸ​ລຽນ

ແອບ​ເປິ່ນ

ເຊີ​ລີ
ໃຫຍ່​ເຕັມ​ທີ່ 0.75
ວໍ​ນັດ
½ ຂອງ​ການ​ໃຫຍ່​ເຕັມ​ທີ່ 0.50
ກ້ວຍ
½ ຂອງ​ການ​ໃຫຍ່​ເຕັມ​ທີ່ 0.35


ສຳ​ປະ​ສິດ​ການ​ນ້ຳ​ຂອງ​ພືດ​ສ່ວນ​ຕ່າງໆ (Kp) ທີ່​ໃຊ້​ຄູນ​ກັບ​ຄ່າ​ການ​ລະ​ເຫີຍ
(Ep) ເປັນ​ຄ່າ​ອັດ​ຕາ​ການ​ໃຊ້​ນ້ຳ​ຂອງ​ພືດ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ