ພວກເຮົານຳໃຊ້ວິທີການ ຕາມປະເພນີເຄີຍສືບທອດກັນມາ ໂດຍບໍ່ໄດ້ມີການສຶກສາ ເມື່ອມາເຖິງຍຸກປະຈຸບັນ ມີການຄົ້ນພົບວິທີການ ຈຶ່ງໄດ້ວິໃຈຫາວິທີການຈົນໄດ້ມາ ເຊິ່ງການນຳໄປໃຊ້ໃນຊີວິດປະຈຳວັນ
ວິທີການປັບປຸງດິນຕາມປະເພນີ:
ແມ່ນການໄຖປົກວັດສະພືດຕ່າງໆ ທີ່ເກີດຕາມພື້ນທີ່ປູກ ເຊັ່ນ ໄຮ່ນາ ສວນເປັນຕົ້ນ ແລະ ສ່ວນຫລາຍທີ່ພົບແມ່ນຈະເປັນພືດສີຂຽວ ເຊັ່ນ ຫຍ້າຍຸບ, ຫຍ້າຝຣັງ ຫຍ້າຂິວ ຫຍ້າ ແລະ ອື່ນ ເຊິ່ງສາມາດປັບສະພາບຂອງດິນໄດ້ດີໃນໄລຍະຫນຶ່ງເຊັ່ນກັນ
ວິທີການແບບວິທະຍາສາດ (ແບບປະຈຸບັນ):
ເປັນການ ປູກພືດຄຸມດິນໄວ້ 1-2 ເດືອນ ຫລັງຈາກນັ້ນກໍ່ໄຖປົກລົງດິນ ເພື່ອໃຫ້ເກີດ ການເນົ່າສະຫລາຍ ການເປັນຝຸ່ນ ວິທີການແບບນີ້ ເອີ້ນວ່າ ການໃສ່ຝຸ່ນຂຽວ
ສຳລັບພືດ ທີ່ຈະນຳມາເປັນຝຸ່ນຂຽວ ສ່ວນຫລາຍແມ່ນ ພືດຕະກຸນຖົ່ວ ເພາະຈະໃຫ້ທາດອາຫານ ຈຳພວກ N ຫລາຍກວ່າພືດອື່ນໆ ແລະ ພືດຕະກຸນຖົ່ວທີມັກປູກກັນປະກອບມີ ຖົ່ວຫຍ້າ, ຖົ່ວຂຽວ ຖົ່ວແຮ ສະໂນ ຄາມ ແລະ ອື່ນໆ
ຂັ້ນຕອນການເຮັດຝຸນຂຽວ:
1.ຫວ່ານແກ່ນພືດ (ຕະກຸນຖົ່ວ)
2.ປ່ອຍໄວ້ປະມານ 1-2 ເດືອນ
3.ໄຖປີ້ນລົງດິນ
4.ປ່ອຍໄວ້ ຫລື ເອີ້ນວ່າຫມັກໄວ້ 2-3 ອາທິດ ຈຶ່ງປູກພືດຈິງລົງດິນ
ການໃສ່ຝຸ່ນຂຽວ ໃນນາເຂົ້າ
ຖ້າທ່ານຈະດຳນາໃນຕົ້ນເດືອນ ມີຖຸນາ ຕົ້ນເດືອນ ພຶດສະພາ ທ່ານຄວນປະສົມຝຸ່ນຂຽວລົງນາ ແລະ ຕົ້ນເດືອນ ມີນາ ທ່ານຕ້ອງ ໄດ້ປູກຝຸ່ນຂຽວໄວ້, ໃນຫົວຂໍ້ນີ້ທ່ານຕ້ອງເຂົ້າໃຈໃຫ້ຖວນຖີ່ວ່າ ເມື່ອທ່ານຕ້ອງການທີ່ຈະລົງມືເຮັດນາ (ດຳນາ)ໃນຕົ້ນເດືອນ ມີຖຸນາ ທ່ານຕ້ອງ ໄດ້ທຳການປູກພືດ(ຕະກຸນຖົ່ວ) ເພື່ອເຮັດຝຸ່ນຂຽວໃນຕົ້ນເດືອນມີນາ
ຈຸດດີ ຂອງຝຸ່ນຂຽວ
- ງ່າຍໃນການປະຕິບັດຢູ່ໃນເນື່ອທີ່ອັນກວ້າໃຫຍ່
- ໃຫ້ປູກພືດຕາມເວລາ, ປະສົມລົງດິນໃຫ້ຖຶກຕາມກຳນົດເວລາລໍຖ້າໃຫ້ຍ່ອຍສະຫລາຍແລ້ວຝຸ່ນຂຽວກໍ່ໃຊ້ການໄດ້
ຂໍ້ຄວນໃສໃຈ:
- ພາຍຫລັງໄຖປີ້ນຝຸ່ນຂຽວລົງໃນດິນ ຢ່າລືມລໍຖ້າໃຫ້ມັນຍ່ອຍສະຫລາຍ ຫລື ເປື່ອຍກ່ອນ ຢ່າງນ້ອຍ 2-3 ອາທິດ ກ່ອນປູກພືດ
- ຢ່າປ່ອຍໃຫ້ງົວ-ຄວາມເຈຂົ້າໄປກິນຝຸ່ນຂຽວ
![ການປັບປຸງດິນ Improved soil [green manure] ການປັບປຸງດິນ Improved soil [green manure]](https://blogger.googleusercontent.com/img/b/R29vZ2xl/AVvXsEigMeno4EPUXf_VL3sXWntvRAwaz45rqfd2c7821eRSwnMIisnhwrzkm3VR8Qbmu6vr7jyKE0KkzfflRcRKjMF5zOhVv4i4FJCPtQQYJVgVDD92tixtICnxqNAGlFx_Y-ETOy4qNXB44aE/w640-h456/%25E0%25BA%2581%25E0%25BA%25B2%25E0%25BA%2599%25E2%2580%258B%25E0%25BA%259B%25E0%25BA%25B1%25E0%25BA%259A%25E2%2580%258B%25E0%25BA%259B%25E0%25BA%25B8%25E0%25BA%2587%25E2%2580%258B%25E0%25BA%2594%25E0%25BA%25B4%25E0%25BA%2599.jpg)
![ການປັບປຸງດິນ Improved soil [green manure] ການປັບປຸງດິນ Improved soil [green manure]](https://blogger.googleusercontent.com/img/b/R29vZ2xl/AVvXsEho1jZ1WPZtquQQ7LvnfDg92icQ2FyVm_Q81w9CCwysm20P0vLOnjpFPx_MgfJj5ibljIosuAFJwgImMnchwiSpYjn_8O8ibKkOWOnyPp6-I2MroDOfK6fLvJ0aJzJmNGOc-HO9QQ6UYmU/w640-h276/%25E0%25BA%259B%25E0%25BA%25B1%25E0%25BA%259A%25E2%2580%258B%25E0%25BA%259B%25E0%25BA%25B8%25E0%25BA%2587%25E2%2580%258B%25E0%25BA%2594%25E0%25BA%25B4%25E0%25BA%2599.jpg)
![ຖົ່ວ ການປັບປຸງດິນ Improved soil [green manure]](https://blogger.googleusercontent.com/img/b/R29vZ2xl/AVvXsEjnmK-64JJM5e276t97Uu9b1lnvzyO45-ZBsHvNPorRIu4t4czHPfNEeuNRQQ3SGJkSr98ldX05K10VISLpm6saHPmriHl49rrsZjeQoXb4zuTno6MbMCLQ0iGuUKYQvv6buzo0Ac93M6w/w640-h472/%25E0%25BA%2596%25E0%25BA%25BB%25E0%25BB%2588%25E2%2580%258B%25E0%25BA%25A7.jpg)





No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ