Sunday, November 20, 2016

ໜິ້ວໝາກໄຂ່ຫຼັງ ແລະ ໜິ້ວພົກຍ່ຽວ

 ໜິ້ວໝາກໄຂ່ຫຼັງ ແລະ ໜິ້ວພົກຍ່ຽວ

 

ໜິ້ວໝາກໄຂ່ຫຼັງ ແລະ ໜິ້ວພົກຍ່ຽວ:

ອາການ:

  • ອາການທຳອິດຂອງໜິ້ວໝາກໄຂ່ຫຼັງ ຫຼື ໜິ້ວພົກຍ່ຽວ ມັກມີອາການເຈັບຢ່າງແຮງຢູ່ໃກ້ໆແອວ,ທາງດ້ານຂ້າງ ຫຼື ທ້ອງນ້ອຍ ຫຼື ກົກອະໄວຍະວະສືບພັນ (ໂຄຍ).
  • ບາງເທື່ອທໍ່ຍ່ຽວຖືກຕັນເປັນເຫດໃຫ້ຖ່າຍເບົາບໍ່ຄ່ອຍອອກ ຫຼື ອາດຈະມີເລືອດອອກມາພ້ອມໃນເວລາເລີ່ມຍ່ຽວ.
  • ໃນເວລາດຽວກັນນັ້ນອາດຈະເປັນໂລກຕິດເຊື້ອທີ່ລະບົບທາງເດີນນໍ້າຍ່ຽວ.

 

ການປິ່ນປົວ:

  • ການປິ່ນປົວແມ່ນໃຊ້ວິທີດຽວກັນກັບການປິ່ນປົວໂລກທາງເດີນນໍ້າຍ່ຽວຄືດັ່ງໄດ້ເວົ້າມາແລ້ວຂ້າງເທິງນັ້ນ.
  • ນອກຈາກນັ້ນແມ່ນໃຫ້ຢາແອດສະໄພລິນ ຫຼື ຢາແກ້ປວດອື່ນໆ ແລະ ຢາລະງັບອາການຊັກກະດູກຫລື ຫົດເກັ່ງ
  • ຖ້າຖ່າຍເບົາບໍ່ອອກຍ້ອນມີກ້ອນໜີ້ວຕັນຢູ່ໃຫ້ເຈົ້າລອງຖ່າຍເບົາໃນທ່ານອນຫງາຍເພາະອາດຈະເຮັດໃຫ້ກ້ອນໜິ້ວກິ້ງກັບ ຄືນ ແລະ ເຮັດໃຫ້ທໍ່ຍ່ຽວເປີດໄດ້.
  • ໃນກໍລະນີຢູ່ໃນຂັ້ນຮຸນແຮງໃຫ້ຟ້າວພາຄົນເຈັບໄປພົບແພດເພາະວ່າບາງຄັ້ງຈະຕ້ອງໄດ້ຮັບການຜ່າຕັດ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ