Thursday, August 18, 2016

ລະດັບການກິນອາຫານ (Trophic levels)

ຄວາມສຳພັນລະຫວ່າງ Trophic levelsໃນລະບົບນິເວດ
ຄວາມສຳພັນລະຫວ່າງ Trophic levelsໃນລະບົບນິເວດ

ລະດັບການກິນອາຫານ (Trophic levels)

+  ຄວາມສໍາພັນຂອງການກິນອາຫານ ເປັນໂຕກໍານົດເສັ້ນທາງຂອງການເຄື່ອນທີ່ຂອງພະລັງງານ ແລະ ວົງຈອນເຄມີຂອງລະບົບນິເວດຈາກການວິເຄາະການກິນອາຫານໃນລະບົບນິເວດ ເຮັດໃຫ້ນັກວິທະຍາສາດ ສາມາດແບ່ງຊະນິດຂອງລະບົບນິເວດອອກໄດ້ ຕາມແຫຼ່ງອາຫານຫຼັກຂອງລະດັບການກິນ(Trophic levels).
+  ຕ່ອງໂສ້ອາຫານ(Food chain)ຫົວລູກສອນໝາຍເຖິງເສັ້ນທາງການລໍາລຽງອາຫານ ຈາກພືດຜູ້ຜະລິດໄປສູ່ຜູ້ບໍລິໂພກທໍາອິດເລີ່ມຈາກກິນພືດ (Herbivore) ຜູ້ບໍລິໂພກລໍາດັບສອງ, ຜູ້ບໍລິໂພກລໍາດັບສາມ ໄປຈົນເຖິງຜູ້ບໍລິໂພກລໍາດັບສີ່ ທີ່ກິນຊີ້ນ (Carnivore)

ລະດັບການກິນອາຫານ (Trophic levels)
ຄວາມສຳພັນລະຫວ່າງ Trophic levelsໃນລະບົບນິເວດ

2.1  ຕ່ອງໂສ່ອາຫານ (Food chain)

ຕ່ອງໂສ່ອາຫານ ເປັນຄວາມສໍາພັນຂອງສິ່ງມີຊີວິດໃນລະບົບນິເວດທີ່ມີການກິນກັນເປັນອາຫານເປັນຕ່ອງໂສ່ຕາມລໍາດັບ ເຮັດໃຫ້ມີການຖ່າຍທອດພະລັງງານເກີດຂຶ້ນ ດັ່ງຕົວຢ່າງລຸ່ມນີ້

ການເຄື່ອນຍ້າຍອາຫານແບບຕ່ອງໂສ່ອາຫານເທິງພື້ນດິນ ແລະ ໃນທະເລ
ການເຄື່ອນຍ້າຍອາຫານແບບຕ່ອງໂສ່ອາຫານເທິງພື້ນດິນ ແລະ ໃນທະເລ

2.2  ຕາໜ່າງອາຫານ (Food web)

ຕາໜ່າງອາຫານ ເປັນຄວາມສໍາພັນຂອງສິ່ງມີຊີວິດໃນລະບົບນິເວດ ທີ່ມີການກິນກັນເປັນ ອາຫານທີ່ສັບສົນຫຼາຍທິດທາງເນື່ອງຈາກວ່າ ສິ່ງມີຊີວິດແຕ່ລະຊະນິດກິນອາຫານໄດ້ຫຼາຍຊະນິດ ແລະ ເປັນອາຫານຂອງສັດອື່ນໆ ຫຼາຍຊະນິດເຊັ່ນກັນ, ດັ່ງນັ້ນຕາໜ່າງອາຫານຈິງປະກອບດ້ວຍຕ່ອງໂສ່ອາຫານຈໍານວນຫຼາຍທີ່ມີຄວາມເຊື່ອມໂຍງກັນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ