Wednesday, August 17, 2016

ຄວາມໝາຍຂອງລະບົບນິເວດ (Ecosystem)

ລະບົບນິເວດ (Ecosystem)
ລະບົບນິເວດ (Ecosystem)


ເພື່ອຊ່ວຍໃນການເຂົ້າໃຈຄວາມໝາຍອັນແທ້ຈິງ ຂອງລະບົບນິເວດພວກເຮົາຈະຕ້ອງໄດ້ອາໄສນິຍາມ ຂອງຄໍາສັບບາງຄໍາທີ່ເປັນຄໍາວິຊາສະເພາະກ່ຽວຂ້ອງ ດັ່ງ:

  • ກຸ່ມສິ່ງມີຊີວິດ (Community) ໝາຍເຖິງສິ່ງມີຊີວິດຕັ້ງແຕ່ສອງຊະນິດຂຶ້ນໄປອາໄສຢູ່ຮ່ວມກັນໃນແຫຼ່ງທີ່ຢູ່ໃດໜຶ່ງເຊັ່ນ ຕົວຢ່າງ: ກຸ້ງ, ຫອຍ, ປູ, ປາ, ໄຄ, ... ອາໄສຢູ່ໃນໜອງນໍ້າ. ແຕ່ຖ້າມີສິ່ງມີຊີວິດພຽງຊະນິດດຽວ ມີຈໍານວນໜ້ອຍ ຫຼື ມີຈໍານວນຫຼາຍກໍ່ຕາມອາໄສຢູ່ຮ່ວມກັນໃນບໍລິເວນໃດໜຶ່ງ ເອີ້ນວ່າ: ປະຊາກອນ (Population).
  • ແຫຼ່ງທີ່ຢູ່ອາໄສ (Habitat) ໝາຍເຖິງບໍລິເວນທີ່ສິ່ງມີຊີວິດໃຊ້ເປັນບ່ອນຢູ່ອາໄສເປັນແຫຼ່ງຫາອາຫານ, ແຫຼ່ງປະສົມພັນ ແລະ ລ້ຽງລູກອ່ອນ, ເປັນບ່ອນລົບໄພ ຫຼື ສັດຕູທໍາມະຊາດ.
  • ລະບົບນິເວດ (Ecosystem) ໝາຍເຖິງ ລະບົບຄວາມສໍາພັນລະຫວ່າງສິ່ງມີຊີວິດກັບສິ່ງແວດລ້ອມ ຊຶ່ງອາດຈະເປັນສິ່ງມີຊີວິດດ້ວຍກັນ ຫຼື ອາດຈະເປັນສະພາບແວດລ້ອມຂອງແຫຼ່ງທີ່ຢູ່ອາໄສກໍ່ໄດ້. ໃນການຈໍາແນກອົງປະກອບຂອງລະບົບນິເວດໃດໜຶ່ງສ່ວນໃຫຍ່ຈະຈໍາແນກເປັນ 2 ອົງປະກອບໃຫຍ່ໆ ຄື: ອົງປະກອບທີ່ມີຊີວິດ ແລະ ອົງປະກອບທີ່ບໍ່ມີຊີວິດ.
ລະບົບນິເວດ (Ecosystem)

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ