Tuesday, August 16, 2016

ການປູກພືດປະສົມປະສານ ແລະ ພືດໝູນວຽນ

ການປູກພືດແບບປະສົມປະສານ

ການປູກພືດປະສົມປະສານ ແມ່ນທ່ານເອົາພືດທີ່ຕ່າງຊະນິດກັນມາປູກໃກ້ກັນ ເພື່ອເປັນການນໍາໃຊ້ພື້ນທີ່ດິນໃຫ້ ເກີດປະໂຫຍດສູງສຸດ ແລະ ເປັນການປ້ອງກັນໂຄງສ້າງຂອງດິນ ແລະ ຕົ້ນພືດ. ການທີ່ນໍາເອົາພືດທີ່ມີຄວາມຕ້ອງການແຕກຕ່າງກັນມາປູກລວມກັນ ຈະຊ່ວຍຫຼຸດຜ່ອນການຍາດແຍ່ງກັນລະຫວ່າງພືດ. ຂ້າງລຸ່ມນີ້ຄືບາງຂໍ້ແນະນໍາ ຫຼື ແນວຄິດໃນການເອົາພືດທີ່ມີຄວາມຕ້ອງການແຕກຕ່າງກັນມາປູກລວມກັນ: ປູກພືດຕົ້ນສູງໃກ້ກັບພືດເຕ້ຍເຊັ່ນ: ປູກສາລີປົນກັບກະລໍ່າປີ, ປູກຜັກຄະນາ (ບຼັອກຄໍລີ) ປົນກັບຜັກຫົມ, ຜັກສະຫຼັດ,ປູກຕົ້ນໄມ້ກິນໝາກໃກ້ກັບພືດຜັກ.

  • ປູກພືດປະເພດຮາກຍາວໃກ້ກັບພືດປະເພດຮາກສັ້ນເຊັ່ນ: ຕົ້ນຜັກອີ່ຮຸມ ຫຼື ຕົ້ນແຄກັບຜັກກະເພົາ, ຜັກອີ່ຕູ່.
  • ປູກພືດປະເພດເຄືອໃກ້ກັບພືດຊະນິດຢັ່ງຜົນລົງດິນເຊັ່ນ: ປູກຖົ່ວຍາວ ຫຼື ສາລີໃກ້ກັບຜັກສະຫຼັດ, ຜັກບົ່ວ.
  • ປູກພືດໃບກ້ວາງໃກ້ກັບພືດໃບແຄບເຊັ່ນ: ປູກກະຫຼໍ່າປີໃກ້ກັບກະຣົດ (ແຄຣອດ). ການປູກພືດປະສົມປະສານ: ແມ່ນເພື່ອນຳໃຊ້ພື້ນທີ່ຫວ່າງຢ່າງເຕັມທີ່ ເພື່ອປົກປ້ອງໂຄງສ້າງໜ້າດິນ ແລະ ພືດຜັກ.
ການປູກພືດແບບປະສົມປະສານ  ການປູກພືດປະສົມປະສານ ແມ່ນທ່ານເອົາພືດທີ່ຕ່າງຊະນິດກັນມາປູກໃກ້ກັນ ເພື່ອເປັນການນໍາໃຊ້ພື້ນທີ່ດິນໃຫ້ ເກີດປະໂຫຍດສູງສຸດ ແລະ ເປັນການປ້ອງກັນໂຄງສ້າງຂອງດິນ ແລະ ຕົ້ນພືດ. ການທີ່ນໍາເອົາພືດທີ່ມີຄວາມ
ການປູກພືດປະສົມປະສານ

ການປູກພືດໝູນວຽນ 

ການປູກພືດໝຸນວຽນມີຄວາມສໍາຄັນຕໍ່ສຸຂະພາບຂອງເຂດທຳການຜະລິດ ແລະ ມັນກໍ່ງ່າຍໃນການປະຕິບັດ. ພືດແຕ່ລະຊະນິດຈະດູດຊຶມເອົາທາດອາຫານທີ່ແຕກຕ່າງກັນຈາກດິນ, ຈະດຶງດູດເອົາສັດຕູພືດ ແລະ ພະຍາດທີແຕກຕ່າງກັນ.ໂດຍການໝູນວຽນພືດຊະນິດອື່ນມາປູກໃສ່ພື້ນທີ່ທຳການຜະລິດໃນແຕ່ລະດູການຜະລິດ, ສະນັ້ນທ່ານກໍ່ສາມາດປ້ອງກັນການຕິດເຊື້ອຊໍ້າຄືນຈາກສັດຕູພືດ, ພະຍາດແບບເກົ່າ ແລະ ກໍ່ຈະຮັກສາການພັດທະນາພືດໃຫ້ແຂງແຮງ. ພະຍາຍາມຫຼີກເວັ້ນການປູກພືດຕະກຸນດຽວກັນໃສ່ບ່ອນເກົ່າອີກຄັ້ງ. ບໍ່ຄວນປະໃຫ້ພື້ນທີ່ຫວ່າງເປົ່າ ເພາະວ່າສະພາບຂອງດິນຈະເຊື່ອມລົງຖ້າມັນຕ້ອງແສງແດດ ແລະ ຕາກຝົນຫຼາຍໂພດ. ເພາະສະນັ້ນ, ຄວນປູກພືດປະສົມກັນຊົ່ວຄາວໃນໄລຍະນີ້ເຊັ່ນ: ຖົ່ວ, ມັນດ້າງ ຫຼື ພືດສະໝຸນໄພຕ່າງໆ. ການປູກພືດເຫຼົ່ານີ້ຈະບໍ່ມີບັນຫາໃນເວລາມີຫຍ້າໃນສວນ.ໃນໄລຍະຕົ້ນຂອງການລິເລີ່ມລະດູການປູກໃໝ່, ກໍ່ສາມາດນໍາໃຊ້ເສດພືດສີຂຽວເຫຼົ່ານີ້ໄປເຮັດຝຸ່ນບົ່ມ ແລະ ນໍ້າສະກັດຊີວະພາບ. ຫຼັງຈາກທີ່ອະນາໄມພື້ນທີ່ ແລະ ຕື່ມຝຸ່ນບົ່ມທີ່ເຫຼືອຈາກລະດູການປູກທີ່ຜ່ານມາໃສ່ພື້ນທີ່ແລ້ວ, ຄວນໄຖພວນດິນເລິກປະມານ 20-30 ຊັງຕີແມັດ ເພື່ອໃຫ້ຝຸ່ນບົ່ມທີ່ເຕີມໃສ່ໃໝ່ໄດ້ປົນເຂົ້າກັບດິນ.


ການປູກພືດແບບປະສົມປະສານ  ການປູກພືດປະສົມປະສານ ແມ່ນທ່ານເອົາພືດທີ່ຕ່າງຊະນິດກັນມາປູກໃກ້ກັນ ເພື່ອເປັນການນໍາໃຊ້ພື້ນທີ່ດິນໃຫ້ ເກີດປະໂຫຍດສູງສຸດ ແລະ ເປັນການປ້ອງກັນໂຄງສ້າງຂອງດິນ ແລະ ຕົ້ນພືດ. ການທີ່ນໍາເອົາພືດທີ່ມີຄວາມ
ການປູກພືດໝຸນວຽນ



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ