Sunday, August 14, 2016

ການປູກ

ການປູກເບ້ຍໄມ້ ການປູກຕົ້ນໄມ້ແມ່ນຕ້ອງໄດ້ຂຸດຂຸມສາກ່ອນ ໂດຍຂຸມຈະມີຂະໜາດປະມານ 20x20 ຊັງຕີແມັດ ຫຼື ວ່າເລິກກວ່າ ນັ້ນແລ້ວແຕ່ຂະໜາດຂອງເບົ້າ, ຫຼັງຈາກນັ້ນໃຫ້ເອົາດິນຊັ້ນໜ້າ ຫຼື ຝຸ່ນກໍ່ໄດ້ ລົງຮອງພື້ນຂຸມກ່ອນ ຈາກນັ້ນຈຶ່ງເອົາ ເບົ້າໄມ້ລົງປູກ (ຢ່າລືມເອົາຖົງໜານລົງ 15-20 ຊັງຕີແມັດ,ແລ້ວນໍາທ່ອນພັນລົງ ໃຫ້ຫ່າງກັນປະມານ 30-40 ຊັງຕີແມັດ. ແລ້ວເອົາດິນກົບທ່ອນພັນໃຫ້ທົ່ວ(ບ່ໍຄວນກົບດິນໜາເກີນໄປ) ຈາກນັ້ນຈຶ່ງຫົດນໍ້າໃຫ້ຊຸ່ມ.  ໜາຍເຫດ: ການປູກລໍາຕົ້ນຄວນຄໍານຶງດັ່ງລຸ່ມນີ້: ກ. ຖ້າດິນແຫ້ງ ຫຼື ດິນມີຄວາມຊຸ່ມຊື່ນໜ້ອຍໃຫ້ລຳຕົ້ນແມ່ພັນຂະໜານກັບພື້ນດິນ ແລະ ຖົມດິນພຽງເລັກນ້ອຍ ເຊິ່ງການວາງລຳຕົ້ນແມ່ພັນແບບນີ້ເພື່ອໃຫ້ຕົ້ນພັນມີໂອກາດໃຊ້ຄວາມຊຸ່ມຊື່ນໃນດິນໄດ້ຫຼາຍທີ່ສຸດ. ຂ. ຖ້າດິນມີຄວາມຊຸ່ມຊື່ນປານກາງໃຫ້ປັກຕົ້ນພັນເປັນມູມ 45 ອົງສາກັບພື້ນດິນ. ຄ. ຖ້າດິນມີຄວາມຊຸ່ມຊື່ນຫຼາຍໃຫ້ປັກຕົ້ນພັນເປັນມູມ 90 ອົງສາກັບພື້ນດິນເພື່ອປ້ອງກັນຕົ້ນພັນເນົ່າ.   ການປູກດ້ວຍຫົວ  ການປູກດ້ວຍຫົວສ່ວນໃຫຍ່ແມ່ນໃຊ້ກັບພືດທີ່ເປັນຫົວໃນດິນເທົ່ານັ້ນເຊັ່ນ: ມັນຝຣັ່ງ, ມິນດ້າງ ເຜືອກ, ຜັກບົ່ວ, ຜັກທຽມ ແລະ ອື່ນໆ. ການກຽມພື້ນທີ່: ແມ່ນຈະຄ້າຍຄືກັບການປູກພືດດ້ວຍລໍາຕົ້ນ, ພື້ນທີ່ໆເໝາະສົມທີ່ສຸດຄວນເປັນດິນແຄມນໍ້າ ເຊິ່ງເປັນດິນຊາຍແກມຕົມ, ພືດຈະເລີນເຕີບໂຕດີ ແລະ ຈະໃຫ້ຜົນຜະລິດສູງ. ແຕ່ສຳລັບຫົວຂະໜາດນ້ອຍເຊັ່ນ: ຜັກບົ່ວ,ຜັກທຽມ ສາມາດປູກໃນພື້ນທີ່ນາຫຼັງການເກັບກ່ຽວເຂົ້າແລ້ວ ເຊິ່ງເຮົາພຽງແຕ່ອະນາໄມຕັດຕໍກ້າ, ຂຸດຮ່ອງລະບາຍນໍ້າຕາມຂອບກໍ່ສາມາດປູກໄດ້ແລ້ວ. ການຄັດເລືອກແມ່ພັນ: ຄວນເລືອກຫົວທີ່ແກ່ເຕັມທີ່, ມີລັກສະນະຕຶ່ງເຕັມດີ, ເປັນຫົວປານກາງ, ບ່ໍເປັນພະຍາດ, ບໍ່ມີຮອຍແມງໄມ້ກັດ ແລະ ຢູ່ໃນຊ່ວງໄລຍະປູກພໍດີ. ວິທີການປູກ: ຄວນປູກໃນຊ່ວງທີ່ມີແສງແດດອ່ອນໆປູກໃນຕອນເຊົ້າ ແລະ ຕອນແລງເປັນຊ່ວງເວລາທີ່ເໝາະສົມ ແກ່ການປູກທີ່ສຸດ. ກ່ອນຈະນຳຫົວໄປປູກ ຄວນມີການກະຕຸ້ນຈາວກ່ອນ ໂດຍສ່ວນໃຫຍ່ການກະຕຸ້ນຈາວແມ່ນຈະ ຕັດປາຍຍອດອອກ ຈາກນັ້ນແຊ່ນໍ້າ 8-12 ຊົ່ວໂມງ (ສໍາລັບຫົວຜັກທຽມ). ແຕ່ພືດບາງຊະນິດກໍ່ສາມາດນຳໄປປູກໄດ້ເລີຍເຊັ່ນ: ມັນຝຣັ່ງ. ການປູກແມ່ນຈະນຳຫົວປັກລົງດິນໂດຍກົງ ຫຼື ຂຸດຂຸມແລ້ວຝັງຫົວລົງ ແລ້ວຈຶ່ງກົບດິນເລັກນ້ອຍ, ສຳລັບຫົວນ້ອຍ (ຜັກບົ່ວຜັກທຽມ) ຄວນມີໄລຍະຫ່າງປະມານ 5-10 ຊັງຕີແມັດ ແລະ ຫົວຂະໜາດໃຫຍ່ (ມັນຝຣັ່ງ) ປະມານ 15-20 ຊັງຕີແມັດ, ຫຼັງຈາກປູກແລ້ວຄວນຫົດນໍ້າໃຫ້ຊຸ່ມ.
​ການ​ປູກ​ຝັງ

ການປູກເບ້ຍໄມ້

ການປູກຕົ້ນໄມ້ແມ່ນຕ້ອງໄດ້ຂຸດຂຸມສາກ່ອນ ໂດຍຂຸມຈະມີຂະໜາດປະມານ 20x20 ຊັງຕີແມັດ ຫຼື ວ່າເລິກກວ່າ
ນັ້ນແລ້ວແຕ່ຂະໜາດຂອງເບົ້າ, ຫຼັງຈາກນັ້ນໃຫ້ເອົາດິນຊັ້ນໜ້າ ຫຼື ຝຸ່ນກໍ່ໄດ້ ລົງຮອງພື້ນຂຸມກ່ອນ ຈາກນັ້ນຈຶ່ງເອົາ
ເບົ້າໄມ້ລົງປູກ (ຢ່າລືມເອົາຖົງຢາງພຣາສຕິກອອກ) ເວລາປູກບໍ່ຄວນໃຫ້ເບົ້າຕົ້ນໄມ້ຢູ່ເລິກ ຫຼື ຕື້ນເກີນໄປຈາກນັ້ນໃຊ້ດິນຖົມກົກເບ້ຍໄມ້ຢຽບດິນໃຫ້ແໜ້ນແລ້ວຈຶ່ງຫົດນໍ້າໃຫ້ຊຸ່ມ. ປົກກະຕິການປູກເບ້ຍໄມ້ຄວນປູກໃນຕອນແລງເພື່ອລົດບັນຫາແສງແດດແຮງເກີນໄປໃນຕອນສວາຍ ແລະ ຕົ້ນກ້າສາມາດຕັ້ງຕົວໃນມື້ອື່ນຕອນເຊົ້າ ແຕ່ຖ້າຫາກເບ້ຍໄມ້ຍັງແຫ່ວຢູ່ຄວນເອົາຝົດໄມ້ ຫຼື ຜ້າແສມາຄຸມເພື່ອລົດການຄາຍນໍ້າ ແລະ ເຮັດໃຫ້ຕົ້ນໄມ້ຕັ້ງໂຕໄວຂຶ້ນ.
ການປູກພືດດ້ວຍລຳຕົ້ນ


ການປູກພືດດ້ວຍລຳຕົ້ນ

ການປູກດ້ວຍລຳຕົ້ນແມ່ນນຳໃຊ້ພາກສ່ວນລຳຕົ້ນພືດທີ່ສາມາດເກີດມີໜໍ່ ແລະ ຮາກຂຶ້ນມາໃໝ່ໄດ້ ນຳມາປູກໂດຍກົງເຊິ່ງຈະຕ້ອງໄດ້ມີການຕັດລຳຕົ້ນໃຫ້ເປັນທ່ອນໆ ມາຝັງລົງດິນໂດຍກົງ, ວິທີນີ້ສາມາດໃຊ້ກັບພືດທັນຍາຫານໄດ້ບາງຊະນິດເທົ່ານັ້ນເຊັ່ນ: ອ້ອຍ, ມັນຕົ້ນ ແລະ ອື່ນໆ. ນອກຈາກນີ້ຍັງສາມາດປູກເພື່ອສ້າງເປັນຫຼັກຮົ້ວປ້ອງກັນສັດລ້ຽງເຊັ່ນ: ຕົ້ນຂອງໝາກເຍົາ, ດອກຮັກ ຫຼື ດອກໄຂ່ປູ ແລະ ອື່ນໆ.

ຂັ້ນຕອນການປູກ

ການກຽມພື້ນທີ່: ການກະກຽມດິນຄວນເລີ່ມຈາກການອະນາໄມຕັດຫຍ້າ ກຳຈັດວັດສະພືດອອກ ຈາກນັ້ນຈຶ່ງໄຖພວນດິນເລິກປະມານ 20-30 ຊັງຕີແມັດ. ຕາກດິນປະໄວ້ປະມານ 3-7 ວັນ. ແລ້ວຈຶ່ງໄຖເປັນຮ່ອງໃຫ້ຫ່າງກັນປະມານ 1,5ແມັດ ແລະ ໃຫ້ຮ່ອງເລິກປະມານ 15-25 ຊັງຕີແມັດ. ຈາກນັ້ນນໍາລໍາຕົ້ນປູກໃນຮ່ອງເຊິ່ງຫ່າງກັນປະມານ 1-1,5 ແມັດ.
ການຄັດເລືອກຕົ້ນແມ່ພັນ: ແມ່ນເລືອກຕົ້ນທີ່ແຂງແຮງ, ມີອາຍຸ 1 ປີ ຫຼື ຫຼາຍກວ່າຂຶ້ນກັບຊະນິດພັນພືດ. ເຊິ່ງຕ້ອງ
ເປັນລຳຕົ້ນທີ່ອວບ ແລະ ເລີ່ມແຕກໜໍ່ກໍ່ຍິ່ງເປັນການດີ, ບໍ່ມີຮ່ອງຮອຍແມງໄມ້ ແລະ ພະຍາດ.
ການປູກດ້ວຍລຳຕົ້ນ: ການປູກລຳຕົ້ນແມ່ນຈະຕັດລຳຕົ້ນເປັນທ່ອນໆ ຍາວປະມານ 20-30 ຊັງຕີແມັດ ການປູກດ້ວຍລໍາແມ່ນຈະສ້າງເປັນໜານ ຫຼື ຄັນຄູຍົກສູງຂຶ້ນ ປະມານ 15-20 ຊັງຕີແມັດ, ໜານກວ້າງປະມານ 60 ຊັງຕີແມັດ,ລວງຍາວບໍ່ຈໍາກັດ ແລະ ມີໄລຍະຫ່າງກັນປະມານ 0.6-1 ແມັດ. ໃຊ້ຈົກຂຸດຮ່ອງກາງໜານລົງ 15-20 ຊັງຕີແມັດ,ແລ້ວນໍາທ່ອນພັນລົງ ໃຫ້ຫ່າງກັນປະມານ 30-40 ຊັງຕີແມັດ. ແລ້ວເອົາດິນກົບທ່ອນພັນໃຫ້ທົ່ວ(ບ່ໍຄວນກົບດິນໜາເກີນໄປ) ຈາກນັ້ນຈຶ່ງຫົດນໍ້າໃຫ້ຊຸ່ມ.

ໜາຍເຫດ: ການປູກລໍາຕົ້ນຄວນຄໍານຶງດັ່ງລຸ່ມນີ້:
ກ. ຖ້າດິນແຫ້ງ ຫຼື ດິນມີຄວາມຊຸ່ມຊື່ນໜ້ອຍໃຫ້ລຳຕົ້ນແມ່ພັນຂະໜານກັບພື້ນດິນ ແລະ ຖົມດິນພຽງເລັກນ້ອຍ
ເຊິ່ງການວາງລຳຕົ້ນແມ່ພັນແບບນີ້ເພື່ອໃຫ້ຕົ້ນພັນມີໂອກາດໃຊ້ຄວາມຊຸ່ມຊື່ນໃນດິນໄດ້ຫຼາຍທີ່ສຸດ.
ຂ. ຖ້າດິນມີຄວາມຊຸ່ມຊື່ນປານກາງໃຫ້ປັກຕົ້ນພັນເປັນມູມ 45 ອົງສາກັບພື້ນດິນ.
ຄ. ຖ້າດິນມີຄວາມຊຸ່ມຊື່ນຫຼາຍໃຫ້ປັກຕົ້ນພັນເປັນມູມ 90 ອົງສາກັບພື້ນດິນເພື່ອປ້ອງກັນຕົ້ນພັນເນົ່າ.

ການປູກດ້ວຍຫົວ

ການປູກດ້ວຍຫົວສ່ວນໃຫຍ່ແມ່ນໃຊ້ກັບພືດທີ່ເປັນຫົວໃນດິນເທົ່ານັ້ນເຊັ່ນ: ມັນຝຣັ່ງ, ມິນດ້າງ ເຜືອກ, ຜັກບົ່ວ,
ຜັກທຽມ ແລະ ອື່ນໆ.
ການກຽມພື້ນທີ່: ແມ່ນຈະຄ້າຍຄືກັບການປູກພືດດ້ວຍລໍາຕົ້ນ, ພື້ນທີ່ໆເໝາະສົມທີ່ສຸດຄວນເປັນດິນແຄມນໍ້າ ເຊິ່ງເປັນດິນຊາຍແກມຕົມ, ພືດຈະເລີນເຕີບໂຕດີ ແລະ ຈະໃຫ້ຜົນຜະລິດສູງ. ແຕ່ສຳລັບຫົວຂະໜາດນ້ອຍເຊັ່ນ: ຜັກບົ່ວ,ຜັກທຽມ ສາມາດປູກໃນພື້ນທີ່ນາຫຼັງການເກັບກ່ຽວເຂົ້າແລ້ວ ເຊິ່ງເຮົາພຽງແຕ່ອະນາໄມຕັດຕໍກ້າ, ຂຸດຮ່ອງລະບາຍນໍ້າຕາມຂອບກໍ່ສາມາດປູກໄດ້ແລ້ວ.
ການຄັດເລືອກແມ່ພັນ: ຄວນເລືອກຫົວທີ່ແກ່ເຕັມທີ່, ມີລັກສະນະຕຶ່ງເຕັມດີ, ເປັນຫົວປານກາງ, ບ່ໍເປັນພະຍາດ,
ບໍ່ມີຮອຍແມງໄມ້ກັດ ແລະ ຢູ່ໃນຊ່ວງໄລຍະປູກພໍດີ.
ວິທີການປູກ: ຄວນປູກໃນຊ່ວງທີ່ມີແສງແດດອ່ອນໆປູກໃນຕອນເຊົ້າ ແລະ ຕອນແລງເປັນຊ່ວງເວລາທີ່ເໝາະສົມ
ແກ່ການປູກທີ່ສຸດ. ກ່ອນຈະນຳຫົວໄປປູກ ຄວນມີການກະຕຸ້ນຈາວກ່ອນ ໂດຍສ່ວນໃຫຍ່ການກະຕຸ້ນຈາວແມ່ນຈະ
ຕັດປາຍຍອດອອກ ຈາກນັ້ນແຊ່ນໍ້າ 8-12 ຊົ່ວໂມງ (ສໍາລັບຫົວຜັກທຽມ). ແຕ່ພືດບາງຊະນິດກໍ່ສາມາດນຳໄປປູກໄດ້ເລີຍເຊັ່ນ: ມັນຝຣັ່ງ. ການປູກແມ່ນຈະນຳຫົວປັກລົງດິນໂດຍກົງ ຫຼື ຂຸດຂຸມແລ້ວຝັງຫົວລົງ ແລ້ວຈຶ່ງກົບດິນເລັກນ້ອຍ, ສຳລັບຫົວນ້ອຍ (ຜັກບົ່ວຜັກທຽມ) ຄວນມີໄລຍະຫ່າງປະມານ 5-10 ຊັງຕີແມັດ ແລະ ຫົວຂະໜາດໃຫຍ່ (ມັນຝຣັ່ງ) ປະມານ 15-20 ຊັງຕີແມັດ, ຫຼັງຈາກປູກແລ້ວຄວນຫົດນໍ້າໃຫ້ຊຸ່ມ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ