Monday, July 25, 2016

ທາງເລືອກເພື່ອເຮັດເຂື່ອນຂະໜາດໃຫຍ່


ທາງເລືອກເພື່ອເຮັດເຂື່ອນຂະໜາດໃຫຍ່

ເມື່ອມີແຜນການທີ່ຈະສ້າງເຂື່ອນ, ຄຳຖາມທຳອິດແມ່ນ: ມັນຈຳເປັນທີ່ຈະສ້າງເຂື່ອນບໍ?, ເຂື່ອນຖືກສ້າງຂຶ້ນເພຶ່ອການຄຸ້ມຄອງໄພນໍ້າຖ້ວມ, ໄຟຟ້າ, ຊົນລະປະທານ ແລະເພື່ອຕອບສະໜອງນ້ຳໃຫ້ແກ່ຕົວເມື່ອງໃຫຍ່ຕ່າງໆ. ການບໍລິການເຫຼົ່ານີ້ສາມາດຕອບສະໜອງໃນວິທີການທີ່ເປັນອັນຕະລາຍນ້ອຍກວ່ານີ້. ຄຳຖາມທີ່ສອງແມ່ນໃຜຮັບຜົນປະໂຫຍດຈາກການສ້າງເຂື່ອນ, ຊຸມຊົນຈາກທົ່ວໂລກຈະໄດ້ຮັບອັນຕະລາຍຕໍ່ຕ້ານການສ້າງເຂື່ອນຂະໜາດໃຫຍ່ ແລະ ຢື່ນຂໍ້ສະເໜີເພື່ອເປັນທາງອອກຫຼາຍທາງ. ໃນກໍລະນີນີ້ພວກເຂົາໄດ້ປະສົບຜົນສຳເລັດ.
          ຄວບຄຸມໄພນ້ຳຖ້ວມ. ຖ້າເປັນໄປໄດ້ແມ່ນຫຼີກເວັ້ນການສ້າງເຂື່ອນຕັນພື້ນດິນຕາມທາງທີ່ມີນ້ຳຖ້ວມໄຫຼຜ່ານ ແລະ ດິນປຽກຊຸ່ມ. ປັບປຸງລະບົບເຕືອນໄພ ແລະ ຊ່ວຍເຕືອນຄົນໃຫ້ກຽມພ້ອມເວລາມີນ້ຳຖ້ວມ. ອານຸລັກກະແສນ້ຳໄຫຼຕາມທຳມະຊາດຈະຊ່ວຍປ້ອງກັນໄພນ້ຳຖ້ວມໃຫ້ມີປະສິດຕິພາບຫຼາຍກວ່າເຮັດເຂື່ອນ.
ພະລັງງານໄຟຟ້າ: ຊຸກຍູ້ໃຫ້ລັດຖະບານ ແລະ ຜູ້ພັດທະນາສົ່ງເສີມການໃຊ້ພະລັງງານຈາກລົມ, ແສງຕາເວັນ ຫຼື ໃຊ້ໄຟຟ້າ ແລະ ພະລັງງານໄຟຟ້າຈາກໃນອັດຕາສ່ວນໜ້ອຍໜຶ່ງຕິດຕັ້ງໃສ່ໄດ້ກັບບ່ອນທີ່ຈະນຳໃຊ້. ການຈັດການ ແລະ ຄຸ້ມຄອງທ້ອງຖິ່ນພະລັງງານແມ່ນເຮັດໃຫ້ເປັນແບບຍືນຍາວ. ເພື່ອຕອບສະໜອງໃຫ້ແກ່ຄົນໃນເມື່ອງໃຫຍ່ ແລະ ຄົນຕົວເມືອງຕ່າງໆເຊັ່ນດຽວກັບຢູ່ເຂດນອກເມືອງ.
        ການຊົນລະປະທານ. ການພັດທະນາທ້ອງຖິ່ນໄດ້ຕອບສະໜອງນ້ຳທີ່ມີຄວາມປອດໄພຫຼາຍກວ່າເຂື່ອນຕ່າງໆ. ຢູ່ໃນລັດກູຈາແລັດໃນອິນເດຍ, ເຂື່ອນນ້ອຍໆເປັນພັນໆແຫ່ງໄດ້ຖືກສ້າງຂຶ້ນ ເພື່ອກັກເກັບນ້ຳຝົນໄວ້ໃຊ້ໃນລະດູແລ້ງ ແລະ ເຮັດໃຫ້ນ້ຳຢູ່ພື້ນດິນອຸດົມສົມບູນ. ລັດຖະບານ ແລະ ປະຊາຊົນມາມີສ່ວນຮ່ວມໃນການຈ່າຍຄ່າກໍ່ສ້າງເຂື່ອນທີ່ໃຊ້ເກັບນ້ຳ. ເມື່ອກ່ອນຫຼາຍບ້ານສາມາດປ່ອຍນ້ຳຊົນລະປະທານເພື່ອເຮັດນາ
ໄດ້ພຽງ ຄັ້ງດຽວ.ໃນປະຈຸບັນແມ່ນສາມາດໃຊ້ນ້ຳໄດ້ຕະຫຼອດປີ.ຖ້າວ່າເຂື່ອນໄດ້ຖືກສະເໜີໃຫ້ສ້າງໃນເຂດອ່າງໂຕງນ້ຳຂອງພວກເຈົ້າ
ຊຸມຊົນໃນທົ່ວໂລກໄດ້ຕໍ່ຕ້ານການສ້າງເຂື່ອນໃຫຍ່,ດຳເນີນການຊຸກຍູ້ໃຫ້ທຳລາຍເຂື່ອນເກົ່າທີ່ມີຢູ່ ແລະ ຮຽກຮ້ອງໃຫ້ມີການຈ່າຍຄ່າເສຍຫາຍ ພ້ອມທັງເງິນ ແລະ ທີ່ດິນທີ່ພວກເຂົາສູນເສຍໄປຈາກການເຮັດເຂື່ອນ. ບາງຊຸມຊົນຮຽກຮ້ອງໃຫ້ມີການປ່ຽນແປງວິທີການຄຸ້ມຄອງເຂື່ອນ, ເພື່ອຊ່ວຍໃຫ້ກະແສນ້ຳໄຫຼເປັນທຳມະ ຊາດ ແລະ ຫຼຸດຜ່ອນອັນຕະລາຍຈາກເຂື່ອນທີ່ເປັນສາເຫດ. (ຂໍ້ມູນເພີ່ມເບິ່ງພາກທີ່ເວົ້າກ່ຽວກັບຊັບພະຍາກອນ).


ການວາງແຜນໂຄງການອ່າງໂຕ່ງຂອງຊຸມຊົນ

ການວາງແຜນໂຄງການອ່າງໂຕ່ງຂອງຊຸມຊົນ

ໜ່ວຍງານຂອງໂຄງການອ່າງໂຕ່ງຢູ່ແມ່ນໍ້າອໍແກນໄດ້ປະຕິບັດຕາມຂັ້ນຕອນໃນການເລີ່ມຕົ້ນປົກປັກຮັກສາອ່າງໂຕ່ງຂອງພວກເຂົາດັ່ງລຸ່ມນີ້:

1. ຊອກຫາຂໍ້ມູນກ່ຽວກັບສະພາບຂອງອ່າງໂຕ່ງ

ຢູ່ໃນກຸ່ມປະກອບດ້ວຍຫົວໜ້າກຸ່ມ, ອາຈານສອນ,ແລະ ຜູ້ອື່ນໆ ໄປຢ້ຽມຢາມສະຖານທີ່ສໍາຄັນເພື່ອກວດເບິ່ ງສະພາບຂອງອ່າງໂຕ່ງ. ມັນອາດຈະໃຊ້ເວລາທີ່ ແຕກຕ່ າງກັນນີ້ແມ່ ນຂຶ້ນກັບຂະໜາດຂອງອ່າງໂຕ່ງ, ມັນອາດ ຈະໃຊ້ເວລາພຽງແຕ່ 1ມື້, ຫຼືເປັນຫຼາຍອາທິດ.
ໄປກວດສອບເບິ່ ງທາງນໍ້າທີ່ສໍາຄັນ ແລະ ຈົດບັນທຶກລາຍລະອຽດວ່າມັນມີການຕິດພັນກັບແມ່ນໍ້າ
ສາຍໃດ. ຈົດບັນທຶກວ່າຜູ້ໃດອາໄສຢູ່ສ່ວນໃດຂອງອ່າງໂຕ່ງ ແລະ ດິນແລະ ຊັບພະຍາກອນໄດ້ຖືກໃຊ້ຄືແນວ ໃດໃນບໍລິເວນທີ່ຕ່າງກັນ. ໄປຢ້ຽມຢາມບ່ ອນທີ່ ຜູ້ຄົນໄປເອົານໍ້າ,ສະຖານທີ່ ນັ້ນນໍ້າອາດຈະມີການປົນເປື້ອນ (ເຊັ່ນວ່າໃກ້ໂຮງງານ, ລ້ຽງສັດ, ບ່ອນຖີ້ມຂີ້ເຫຍື້ອ) ແລະ ບໍລິເວນອື່ນໆທີ່ເຫັນວ່າສໍາຄັນ.
ປຶກສາຫາລືກັບຜູ້ອື່ ນໆກ່ ຽວກັບການປ່ ຽນແປງທີ່ ພວກເຂົາສາມາດສັງເກດເຫັນໃນໄລະຍະຜ່ານມາ.ນາຍ ພານ ແລະ ຄົນຫາປາເຂົາຮູ້ຈັກວ່າສັດຢູ່ບ່ອນໃດ ແລະ ຮູ້ອີກວ່າມັນເຄີຍຢູ່ບ່ອນໃດ. ພວກມັນອາໄສຢູ່ບ່ອນທີ່ແຕກຕ່າງກັນໃນເວລາທີ່ຕ່າງກັນ. ຢູ່ໃນຊຸມຊົນຂອງພວກທ່ານມີຜູ້ຊ່ຽວຊານກ່ຽວກັນອ່າງໂຕ່ງເປັນຈໍານວນຫຼວງຫຼາຍ. 

2. ສ້າງແຜນວາດ ຫຼື ແຕ້ມຮູບອ່າງໂຕ່ງ 

ຫຼັງຈາກການໄປກວດສອບເບິ່ງອ່າງໂຕ່ງ, ໃຫ້ປຶກສາຫາລືກັນກັບສິ່ງທີ່ທ່ານໄດ້ຮຽນຮູ້ ແລະຈະເຮັດແນວໃດດີທີ່ຈະສາມາດແລກປ່ຽນຂໍ້ມູນກັບຊຸມຊົນ. ປຶກສາກ່ຽວກັບສິ່ງທີ່ເປັນສາເຫດເຮັດໃຫ້ເກີດອັນຕະລາຍກັບດິນ ແລະ ນໍ້າ. ຂໍ້ມູນລຸ່ມນັ້ນສາມາດຊ່ວຍໃຫ້ພວກທ່ານສາມາດສ້າງແຜນທີ່ຂອງອ່າງໂຕ່ງ ແລະ ໝາຍໃສ່ສະຖານສໍາຄັນຕ່າງໆ. ຜູ້ອາວຸໂສສາມາດຊ່ວຍໄດ້ຫຼາຍເຊັ່ນກັນ ເພາະວ່າພວກທ່ານສາມາດແຕ້ມແຜນວາດກ່ຽວກັບສິ່ງຕ່າງໆແລະ ພວກມັນມີການປ່ຽນແປງຄືແນວໃດ. ( ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບການແຕ້ມແຜນທີໃນໜ້າ 15).

3. ຈັດຕັ້ງກອງປະຊຸມຂອງຊຸມຊົນ

ຈັດກອງປະຊຸມຄົນທີ່ຢູ່ໃນຊຸມຊົນທັງໝົດທີ່ອາໄສຢູ່ບໍລິເວນອ່າງໂຕ່ງ. ມັນສໍາຄັນເປັນພິເສດທີ່ ຈະເຊື້ອເຊີນອາສາສະມັກເພື່ ອສຸຂະພາບ, ຜູ້ຮັບຜິດຊອບກ່ຽວກັບນໍ້າ, ສຸຂາພິບານ, ເຈົ້າຂອງທີ່ດິນ, ແລະ ຜູ້ຄົນທີ່ຊົມ
ໃຊ້ນໍ້າ.
ໃຫ້ໃຊ້ແຜນວາດ ແລະ ຮູບແຕ້ມເພື່ອອະທິບາຍບັນຫາທີ່ທ່ານພົບ. ປຸກລະດົມຄົນໃຫ້ແລກປ່ ຽນຄວາມກັງວົນທ່ີມີຕໍ່ ບັນຫາສຸຂະພາບ ແລະ ປຶກສາຫາລຶກັນວ່າບັນຫາເຫຼົ່ ານັ້ນອາດຈະມີສາເຫດມາຈາກຫຍັງກັນແທ້ ເຊັ່ນວ່າ: ນໍ້າຖືກປົນເປື້ອນ, ການຕັດໄມ້ທໍາລາຍປ່າ, ການກັດເຊາະຂອງດິນ ຫຼື ບັນຫາຕ່າງໆ ຂອງ ອ່າງໂຕ່ງ. ໃຫ້ຈື່ໄວ້ວ່າພວກເຮົາຍັງຕ້ອງໄດ້ປຶກສາຫາລືກັນກ່ຽວກັບສອງບັນ/ຫາຄືບັນຫານໍ້າເທິງໜ້າດິນ ແລະນໍ້າຢູ່ພື້ນດິນ.
ເປົ້າໝາຍຂອງການປຶກສາຫາລືກັນແມ່ນເລີ່ມຈາກການໄຈ້ແຍກບັນຫາໄປຈົນເຖິງຂັນຕອນການແກ້ໄຂບັນຫາເຫຼົ່ານັ້ນ. ເມື່ອແຕ່ລະບັນຫາຖືກຍົກຂຶ້ນມາຖາມວ່າ: ພວກເຮົາສາມາດແກ້ໄຂບັນຫານີ້ຄືແນວໃດ? ເມື່ອໃດທີ່ພວກເຮົາຕ້ອງການການສະໜັບສະໜູນທາງດ້ານເຕັກນິກ, ເງິນຄໍາຫຼື ອຸປະກອນຕ່າງໆ? ແມ່ນໃຜຕ້ອງການມີສ່ວນຮ່ວມ?

4. ສ້າງຫຸ້ນສ່ວນເພື່ອປົກປັກຮັກສາອ່າງໂຕ່ງ 

ກອງປະຊຸມ ແລະ ການໄປຢ້ຽມຢາມບ່ອນຕ່າງໆຂອງອ່າງໂຕ່ງແມ່ນວິທີທາງທີ່ດີໃນການສ້າງຫຸ້ນສ່ວນລະຫວ່າງຜູ້ຄົນທີ່ອາໄສຢູ່ບໍລິເວນອ່າງໂຕ່ງ. ຈັດກອງປະຊຸມກັບຜູ້ທີ່ອາໄສຢູ່ທັງແມ່ນໍ້າຕອນຕົ້ນ ແລະ ແມ່ນໍ້າຕອນລຸ່ມເພາະພວກເຂົາເປັນສ່ວນໜຶ່ງຂອງອ່າງໂຕ່ງ. ຫຼັງຈາກນັ້ນຈັດຕັ້ງກອງປະຊຸມຈາກກຸ່ມຕ່າງໆ. ຊີ້ແຈງຈຸດໝາຍທີ່ມີຮ່ວມກັນ ແລະ ຫາວິທີທາງເພື່ອດໍາເນີນການເພື່ອບັນລຸຈຸດໝາຍເຫຼົ່ານັ້ນນີ້ກໍ່ເພື່ອຜົນປະໂຫຍດຂອງໝົດທຸກຄົນ.
ຫຸ້ນສ່ວນບາງເທື່ອແມ່ນຍາກສໍາລັບການສ້າງຕັ້ງໂດຍສະເພາະແມ່ນບ່ອນທີ່ມີອ່າງໂຕ່ງຂະໜາດໃຫຍ່.ເຈົ້າ ອາດ ຈະປະສານງານໃນແຕ່ລະກຸ່ມຂອງແຕ່ລະທ້ອງຖິ່ນ ແລະ ເມືອງຫຼື ສະມາຄົມຕ່າງໆ ທີ່ມີຄວາມແຕກຕ່າງກັນ.
ກຸ່ມທີ່ແຕກຕ່າງກັນ ຫຼື ຊຸມຊົນທີ່ແຕກຕ່າງກັນກໍ່ມີຄວາມຄິດທີ່ແຕກຕ່າງກັນໃນສິ່ງທີ່ເກີດຂຶ້ນໃນອ່າໂຕ່ງ ແລະ ອາດຈະເປັນການຍາກທີ່ຈະເຂົ້າໃຈ ຫຼື ຍອມຮັບຄວາມຄິດເຫັນຂອງກຸ່ມອື່ນ ຫຼື ຊຸມຊົນອື່ນ . ຄວາມແຕກຕ່າງເລື່ອງອໍານາດ, ຊັບພະຍາກອນ, ອໍານາດຊັກຈູງ,ສິ່ງເຫຼົ່ານີ້ສາມາດສ້າງຂໍ້ຄັດແຍ່ງທີ່ຮ້າຍ ແຮງໄດ້. ແຕ່ວ່າເມື່ອທຸກໆຄວາມຕ້ອງການ ແລະການປະກອບສ່ວນຕ່າງໆໄດ້ຮັບການຍອມຮັບຈາກທຸກໆຄົນ. ບໍ່ແມ່ນຍ້ອນວ່າເຂົາຮັ່ງມີ ຫຼືມີຖານະຫຸ້ນສ່ ວນໃນການດໍາເນີນງານປົກປັກຮັກສາອ່ າງໂຕ່ ງກໍ່ ຈະຖືກສ້າງຂຶ້ນຢ່ າງເຂັ້ມແຂງ. ການເຮັດວຽກຢ່າງເປີດເຜີຍ ແລະ ຊື່ສັດຈະຊ່ວຍໃຫ້ສ້າງຄວາມເຊື່ອໝັ້ນ ແລະ ຖ້າວ່າຫຸ້ນ ສ່ວນຖືກຄາດຫວັງໃນການປະກອບສ່ ວນພວກເຂົາຄວນຈະໄດ້ຮັບຜົນປະໂຫຍດຈາກມັນເຊັ່ນກັນ.
ເມື່ອຄິດຮອດການແກ້ໄຂ້ບັນຫາທີ່ໄດ້ເຮັດຂຶ້ນໃນພູເຂົາແມ່ນ້ຳອໍແກນ. ກຸ່ມໜຶ່ງປູກຕົ້ນໄມ້ຢູ່ເທິງທີ່ດິນຜູ້ອື່ນ. ເຈົ້າຂອງຟາມລ້ຽງສັດທີ່ຮັ່ງມີເຫັນດີທີ່ຈະເຮັດຮົ້ວອ້ອມຮ່ອງນ້ຳແລະ ນ້ຳພຸຕາມທຳມະຊາດ. ບາງຄົນແມ່ນຍອມຂາຍດິນ. ຄວາມຕັ້ງໃຈ, ຄວາມອົດທົນ ແລະ ຄວາມຕັ້ງໃຈທີ່ມີນ້ຳທີ່ສະອາດຫຼາຍຂຶ້ນແມ່ນເພື່ອເຮັດໃຫ້ 2 ຫຸ້ນສ່ວນມີການເຕີບໃຫຍ່ຂະຫຍາຍຕົວ ແລະ ປະສົບຜົນສຳເລັດ.

5.ສ້າງແຜນດຳເນີນງານ

ຕັ້ງເປົ້າໝາຍໃຫ້ຈະແຈ້ງ ແລະ ສ້າງແຜນດຳເນີນງານ.ເປົ້າໝາຍອັນໜຶ່ງແມ່ນໃຫ້ປູກຕົ້ນໄມ້ໃກ້ໆກັບແຫຼ່ງນ້ຳໃຫຍ່ໃນ 5 ປີ. ອີກເປົ້າໝາຍໜຶ່ງແມ່ນເພື່ອປົກປັກຮັກສາແມ່ນ້ຳ.ເພື່ອວ່າໃນ 50 ປີມັນອາດມີນ້ຳສະອາດດື່ມ.
ແຜນການດຳເນີນງານແມ່ນການປົກປັກຮັກສາພື້ນດິນບາງບ່ອນໂດຍບໍ່ນຳໃຊ້ດິນເລີຍ. ໂດຍແມ່ນດິນທີ່ໃກ້ກັບຮ່ອງນ້ຳ ຫຼື ຈອມພູ ແລະ ຂຽນປະກາດຕິດໃສ່ຕົ້ນໄມ້ວ່າ: ອະນຸລັກແຫຼ່ງນ້ຳບໍ່ໃຫ້ໃຊ້.
ຜົນປະໂຫຍດຂອງການປົກປັກຮັກສາແຫຼ່ ງນ້ຳຕາມທຳມະຊາດແລ້ວຜູ້ມີໄດ້ຮັບຜົນປະໂຫຍດແມ່ນຜູ້ທີ່ອາໄສຢູ່ກ້ອງຂອງອ່າງໂຕ່ງ (ໂດຍການທີ່ມີນ້ຳຫຼາຍຂຶ້ນ ແລະ ສາມາດປັບປຸງດິນ) ເຮັດແຜນດຳເນີນງານແມ່ນຍັງລວມເອົາຄວາມຕ້ອງການຂອງຜູ້ຄົນທີ່ອາໄສຢູ່ເທິງອ່າງໂຕ່ງ ຊຶ່ງແມ່ນຜູ້ທີ່ຈະໄດ້ຮັບຜົນປະໂຫຍດພາຍຫຼັງ. ເມື່ອທຸກໆຄົນໃນຊຸມຊົນເຮັດວຽກຮ່ວມກັນແຜນການອາດຈະໄດ້ຮັບຜົນສຳເລັດ.

​ການ​ປົກ​ປັກ​ຮັກ​ສາ​ອ່າງ​ໂຕ່ງ​ນ້ຳ​ຝົນ

​ອ່າງ​ໂຕ່ງ

ບໍ່ວ່າທ່ານຈະຢູ່ໃນຊົນນະບົດ ຫຼື ໃນເມືອງໃຫຍ່, ທ່ານກໍ່ອາໄສຢູ່ໃນບໍລິເວນອ່າງໂຕ່ງເຊັ່ນກັນ.ອ່າງໂຕ່ງແມ່ນບໍລິ ເວນທີ່ດິນທີ່ນໍ້າຝົນ ແລະ ນໍ້າທີ່ຫິມະລະລາຍລວມກັນເຂົ້າເປັນອັນດຽວເຊັ່ນ:ຫ້ວຍຮ່ອງ,ແມ່ນໍ້າ,ທະ ເລສາບ ຫຼື ດິນທີ່ປຽກຊຸ່ມ. ອ່າງໂຕ່ງຍັງຖືກເອີ້ນອີກຢ່າງໜຶ່ງວ່າອ່າງເກັບນໍ້າ ເພາະວ່າເນື້ອທີ່ດິນຢູ່ເທີງພູ ແລະ ຕົ້ນນໍ້າໄດ້ຮັບເອົານໍ້າທັງໝົດ ແລະ ຫຼັງຈາກນັ້ນຈຶ່ງໄຫຼລົງພູລົງສູ່ຕົ້ນນໍ້າ.
ອ່າງໂຕ່ງອາດຈະມີຂະໜາດໃຫຍ່ ຊຶ່ງສາມາດກວມເນື້ອທີ່ເຖິງຫຼາຍພັນກິໂລເມັດ; ຫຼື ຂະໜາດນ້ອຍທີ່ມີຂະໜາດເທົ່າກັບເປີ້ນພູ. ຢູ່ໃນອ່າງໂຕ່ງແຕ່ລະແຫຼ່ງນໍ້າຈະໄຫຼຈາກທີ່ສູງລົງສູ່ທີ່ຕໍ່າເຊັ່ນ: ລົງຈາກພູສູງລົງສູ່ເປີ້ນພູບ່ອນທີ່ມີອ່າງໂຕ່ງຂະໜາດນ້ອຍຫຼາຍແຫ່ງ (ຫ້ວຍຮ່ອງຂະໜາດນ້ອຍ ແລະ ທາງນໍ້າອື່ນໆທີ່ໄຫຼລົງສູ່ແມ່ນໍ້າ ແລະ ທະເລ).ສາມາດເບິ່ງການແຕ້ມແຜນວາດຂອງອ່າງໂຕ່ງຂະໜາດຕ່າງໆໃນໜ້າຕໍ່ໄປ.
ອ່າງໂຕ່ງທີ່ອຸດົມສົມບູນສາມາດປົກປ້ອງການສະໜອງນໍ້າ, ການບໍາລູງຮັກສາປ່າ,ພືດພັນ, ສັດປ່າ, ຮັກສາດິນໃຫ້ອຸດົມສົມບູນ ແລະ ສະໜັບສະໜູນຊຸມຊົນໃຫ້ສາມາດຢູ່ດ້ວຍໂຕເອງ. ຖ້າອ່າງໂຕ່ງມີການປ່ຽນແປງຢ່າງເຊັ່ນວ່າ ປ່າໄມ້ຖືກທໍາລາຍໂດຍການຕັດໄມ້ທໍາລາຍປ່າ, ຖິ້ມຂີ້ເຫຍື້ອໃສ່ ຫຼື ການສ້າງຖະນົນຫົນທາງ, ເຮືອນ ແລະ ເຂື່ອນ ສາມາດທໍາລາຍອ່າງໂຕ່ງ ແລະ ແຫ່ງນໍ້າຂອງມັນເອງ. ນີ້ມັນສາມາດມີຜົນກະທົບຕໍ່ຄວາມສາມາດຂອງດິນເພື່ອຊຸກຍູ້ໃຫ້ຊຸມຊົນຢູ່ຢ່າງອຸດົມສົມບູນ ແລະ ມັນນໍາໄປເຖິງບັນຫາສຸຂະ ພາບ, ຄວາມອຶດຫີວ ແລະ ການຍົກຍ້າຍຖິ່ນຖານ. ການວາງແຜນເພື່ອດໍາເນີນການປ່ຽນແປງວິທີຂອງກະ ແສນໍ້າໄປເຖິງ ອ່າງໂຕ່ງ ແລະ ນໍ້າ ແລະ ດິນສາມາດມີການປັບປຸງ ແລະໃຊ້ ແລະ ສາມາດປ້ອງກັນບັນຫາໃນອະນາ ຄົດ ຄືແນວໃດ.

ໜ້າທີ່ຂອງອ່າງໂຕ່ງ

​ອ່າງ​ຮັບ​ນ້້ຳ ພື້ນ​ທີ່​ຮັບ​ນ້ຳ​ຝົນ ພື້ນ​ທີ່​ລຸ່ມ​ນ້ຳ
ສຸຂະພາບຂອງທຸກໆຄົນແມ່ ນໄດ້ຮັບຜົນກະ
ທົບຈາກການທີ່ອ່າງໂຕ່ງຖືກທໍາລາຍ. ເພື່ອ
ຄວາມເຂົ້າໃຈແຈ້ງຄວາມສໍາຄັນຂອງອ່າງ
ໂຕ່ງຕໍ່ກັບສະພາບແວດລ້ວມ, ມັນຊ່ວຍໃຫ້
ເຮົາຄິດເຖິງແມ່ນໍ້າ ແລະ ຫ້ວຍຮ່ອງປຽບສະ
ເໝືອສາຍເລືອດຂອງໜ່ວຍໂລກ. ພວກມັນໄດ້
ນໍາເອົາແມ່ ນໍ້າໄຫຼຜ່ ານແຜ່ ນດິນຄືກັນກັບ
ເລືອດທີ່ລໍ່ລ້ຽງຮ່າງກາຍຂອງຄົນເຮົາ. ພວກ
ເຮົາມີຊີວິດຢູ່ ໄດ້ຍ້ອນມີເລືອດລໍ່ ລ້ຽງຮ່ າງ
ກາຍ, ສະພາບແວດລ້ວມກໍ່ຕ້ອງການນໍ້າ
ເພື່ອການຄົງຢູ່ເຊັ່ນກັນ

ວົງຈອນຂອງນໍ້າ

ນໍ້າແມ່ນມີການເຄື່ອນຍ້າຍຢູ່ຕະຫຼອດເວລາ.ບາງຄັ້ງກໍ່ເຄື່ອນຍ້າຍດ້ວຍການໄຫຼຄືກັນກັບກະແສນໍ້າໄຫຼ. ບາງຄັ້ງມັນເຄື່ອນຍ້າຍດ້ວຍການປ່ຽນຮູບຈາກທາດແຫຼວເປັນອາຍ ຫຼື ເປັນທາດແຂງເຊັ່ນ:ນໍ້າກອນ ຫຼື ຫິມະ.ແຕ່ວ່າປະລິມານຂອງນໍ້າຢູ່ໃນໂລກນີ້ແມ່ນບໍ່ເຄີຍມີການປ່ຽນແປງ. ນໍ້າທັງໝົດມັນມີການເຄື່ອນຍ້າຍຈາກ ທ້ອງຟ້າລົງສູ່ໜ່ວຍໂລກ, ຊືມລົງສູ່ພື້ນດິນ, ໄຫຼລົງສູ່ແມ່ນໍ້າ, ບຶງ ແລະ ມະຫາສະໝຸດຕ່າງໆ ແລະ ກໍ່ລະເຫີຍອາຍຂຶ້ນເທິງຟ້າຄືເກົ່າ. ການເຄື່ອນຍ້າຍຂອງນໍ້າແມ່ນເອີ້ນວ່າວົງຈອນຂອງນໍ້າ.
​ຄວາມ​ເປັນ​ມາ​ຂອງ​ນ້ຳ

ອ່າງໂຕ່ງສາມາດປົກປັກຮັກສານໍ້າ ແລະ ດິນຄືແນວໃດ

ແຫຼ່ງນໍ້າຂອງອ່າງໂຕ່ງແມ່ນບໍ່ໄດ້ມາຈາກແມ່ນໍ້າ ແລະ ທະເລສາບ, ແຕ່ມັນມາຈາກດິນນັ້ນເອງ. ອ່າງໂຕ່ງທີ່ອຸດົມສົມບູນແມ່ນບ່ອນຕອບສະໜອງນໍ້າສະອາດ ແລະ ດິນທີ່ອຸດົມສົມບູນ.ຕົ້ນໄມ້ແລະ ພືດພັນໂດຍສະເພາະແມ່ນຫຍ້າທີ່ເກີດຢູ່ສ່ວນເທິງຂອງອ່າງໂຕ່ງ ແລະ ຕາມແຄມຝັ່ງແມ່ນໍ້າ ແລະ ຫ້ອຍຮ່ອງຕ່າງໆສາມາດປັບປຸງຄຸນນະ ພາບ ແລະ ປະລິມານນໍ້າໃຕ້ດິນ.
ໂດຍການປົກປັກຮັກສາ ແລະ ອະນຸລັກນໍ້າ, ພືດພັນ ແລະ ດິນ, ພວກເຮົາສາມາດປົກປັກຮັກສາອ່າງໂຕ່ງເຊັ່ນກັນ.


ການປົກປັກຮັກສາ ແລະ ການຟື້ນຟູອ່າງໂຕ່ງ

ທີ່ດິນໃນບໍລິເວນທີ່ເປັນອ່າງໂຕ່ງແມ່ນເປັນຂອງຫຼາຍໆຄົນ. ສະນັ້ນມັນເປັນການຍາກທີ່ຈະຂໍຄວາມຊ່ວຍຫຼາຍຈາກໝົດທຸກຄົນໃນການຟື້ນຟູ ແລະ ປັບປຸງອ່າງໂຕ່ງ. ແຕ່ວ່າອ່າງໂຕ່ງແມ່ນຂອງໜົດທຸກຄົນ ສະນັ້ນສິ່ງສໍາຄັນແມ່ນສໍາລັບທຸກຄົນແມ່ນໃຫ້ມີການຮ່ວມມືກັນເພື່ອສະໜັບສະໜູນ ແລະ ເຂົ້າຮ່ວມໃນການປົກປັກຮັກສາອ່າງໂຕ່ງ.

​ສ້າງ​ຄວາມ​ເຂົ້າ​ໃຈ ແລະ​ປຸກ​ລະ​ດົມ​ການ​ເຄື່ອນ​ໄຫວ​ເພື່ອ​ສຸ​ຂະ​ພາບ

  

       ເມື່ອກຼໍເລຍ ແລະ ຜູ້ສົ່ງເສີມເພື່ອສຸຂະພາບຮູ້ວ່າຜູ້ຄົນຫຼາຍຄົນຢູ່ແມງກາລາໂຕ ແລະ ບ້ານໃກ້ຄຽງມີອາການເຈັບປ່ວຍ, ພວກເຂົາຮູ້ໂລດວ່າມັນມາຈາກບັນຫາໂລກອະຫິວາ, ບັນຫາສຸຂະພາບຂອງຊຸມຊົນມີສາເຫດມາຈາກນໍ້າມີສິ່ງເຈືອປົນ. ຜູ້ສົ່ງເສີມເພື່ອສຸຂະພາບ ແລະໃຫ້ຄວາມຮູ້ດ້ານສຸຂະພາບໄດ້ລົງໄປແຕ່ລະຄົວເຮືອນ ເພື່ອສອນໃຫ້ເຂົາຮັບຮູ້ເຖິງບັນຫາແລະ ວິທີການແກ້ໄຂບັນຫາ. ເມື່ອການແກ້ໄຂບັນຫາເບື້ອງຕົ້ນປະສົບຜົນສໍາເລັດ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກຊາວບ້ານ, ຊຸມຊົນກໍສາມາດເລີ່ມຕົ້ນຊອກຫາຕົ້ນປາຍສາເຫດຂອງໂລກອະຫິວາ ແລະ ໂລກອື່ນໆອີກ.
ການດໍາເນີນການຊອກຫາຕົ້ນປາຍສາເຫດໂດຍໄດ້ຮັບການຮ່ວມມືຈາກຊຸມຊົນແລະ ການສຶກສາ, ຊຸມຊົນເອງກໍ່ສາມາດເລີ່ມຕົ້ນວຽກຕ່າງໆທີ່ກ່ຽວກັບການປັບປຸງສຸຂະອະນາໄມເຊັ່ນດຽວກັນ. ໃນການເຮັດກິດຈະກໍາເຫຼົ່ານີ້ ພວກເຂົາສາມາດສ້າງຄວາມໝັ້ນໃຈໃນໂຕເອງ ເພາະວ່າພວກເຂົາເອງສາມາດປ່ຽນແປງຊິວິດໄປໃນທາງທີ່ດີ.
ມັນມີຄວາມຈໍາເປັນທີ່ຈະຖາມຫຼາຍໆຄໍາຖາມ ເພື່ອເກັບກໍາຂໍ້ມູນກ່ຽວກັບສາເຫດທີ່ພາໃຫ້ເກີດໂລກຕ່າງໆ. ຕາມທໍາມະດາແລ້ວ ຂໍ້ຂັດແຍ້ງຢູ່ໃນຊຸມຊົນແມ່ນມັກຈະເກີດຂຶ້ນເປັນປະຈໍາ, ນີ້ແມ່ນຮຽກຮ້ອງໃຫ້ມີການປຶກສາຫາລືທີ່ໃຊ້ເວລາພໍສົມຄວນ ເພື່ອແກ້ໄຂຂໍ້ຂັດແຍ່ງທີ່ເກີດຂຶ້ນ. ເມື່ອແຕ່ລະຊຸມຊົນສາມາດຊອກຫາວິທີການເພື່ອເຮັດໃຫ້ມີການປ່ຽນແປງຂອງພວກເຂົາເອງ ແລະ ເຂົາຈົດກິດຈະກໍາຕ່າງໆ ເພື່ອເຮັດໃຫ້ມີການປ່ຽນແປງ ແລະ ອີກຢ່າງໜຶ່ງປະສົບການທີ່ເກີດຢູ່ ສາລູນ ປາລາ ເອວ ປູເອບໂບ ກໍ່ແມ່ນຕົວຢ່າງທີ່ດີໃຫ້ ແກ່ຊຸມຊົນໃນການຮຽນຮູ້ຕົ້ນປາຍສາເຫດຂອງບັນຫາດ້ານສຸຂະອະນາໄມ ແລະ ເຮັດໃຫ້ມີ
ການປ່ຽນແປງ.

ການປຸກລະດົມການເຄື່ອນໄຫວເພື່ອສຸຂະພາບຊຸມຊົນ

ເມື່ອຊາວບ້ານໄດ້ຈົມຢູ່ກັບຄວາມທຸກຍາກລໍາບາກ ແລະ ຫ່າງໄກຈາກຈາກຄວາມຈະເລີນ,ປະຊາກອນຢູ່ຝັ່ງທະເລຂອງປະເທດເອວຄົວດໍ ຢູ່ແບບໝົດກໍາລົງໃຈ. ເພາະພວກເຂົາບໍ່ຮູ້ວ່າຈະປັບປຸງຊີວິດຂອງພວກເຂົາໃຫ້ດີຂຶ້ນຄືແນວໃດ. ທຸກມື້ແມ່ນຕ້ອງຢູ່ແບບລໍາບາກ ສະນັ້ນມັນເປັນການຍາກທີ່ຈະຝັນເຖິງອະນາຄົດທີ່ສົດໃສ.
ໃນການແກ້ໄຂບັນຫາສຸຂະພາບທີ່ເກີດຂຶ້ນ-ໂລກອະຫິວາ-ກຼໍເລຍ ແລະ ພະນັກງານສາທາລະ ນະສຸກຂອງ ສາລູນ ປາລາ ເອວ ປູເອບໂບ ສາມາດຮັກສາຫຼາຍຊີວິດ. ຜົນສໍາເລັດຂອງການຮ່ວມມືກັນລະຫ່ວາງຜູ້ສົ່ງເສີມເພື່ອສຸຂະພາບ, ອົງການຈັດຕັ້ງທ້ອງຖິ່ນ,ແລະ ຊາວບ້ານ ໃນການແກ້ໄຂບັນຫາການແຜ່ຂະຫຍາຍຕົວຂອງໂລກນີ້ ແລະ ບັນຫາອື່ນໆເຊັ່ນດຽວກັນ. ເມື່ອລົມພາຍຸໄດ້ທໍາລາຍວຽກຕ່າງໆທີ່ພວກເຂົາໄດ້ເຮັດຂຶ້ນ, ພວກເຂົາກໍ່ສາມາດປົວແປງຄືນໃໝ່. ຈາກນັ້ນພວກເຂົາກໍ່ສືບຕໍ່ແກ້ໄຂບັນຫາອື່ນໆ. ໜ້າວຽກຂອງພວກເຂົາ
ແມ່ນເຮັດໃຫ້ຄົນຢູ່ໃນແຕ່ລະຊຸມຊົນມີສຸຂະພາບດີຂຶ້ນກວ່າເກົ່າ ເພື່ອການພັດທະນາພື້ນຖານຊີວິດໃນປະຈຸບັນໃຫ້ດີຂຶ້ນນີ້ ກໍ່ເພື່ອອະນາຄົດທີ່ດີເຊັ່ນດຽວກັນ.


Sunday, July 24, 2016

ສານພິດເຂົ້າສູ່ຮ່າງກາຍຂອງຄົນເຮົາ ດ້ວຍ 3 ວຶິທີ



ວິທີທີ່ສານພິດເຂົ້າສູ່ຮ່າງກາຍຂອງຄົນເຮົາ


ເມື່ອຜູ້ໃດກໍ່ຕາມຍິ່ງຢູ່ກັບສານພິດເຄມີນັ້ນດົນເທົ່າໃດ ກໍ່ຍິ່ງມີອັນຕະລາຍຫຼາຍເທົ່ານັ້ນ (ໂດຍສະເພາະແມ່ນການສຳຜັດສານພິດນັ້ນໂດຍກົງ). ສານພິດກໍ່ໃຫ້ເກີດອັນຕະລາຍໄດ້ສອງແບບຄືແບບເກີດເປັນອັນຕະລາຍທັນທີເມື່ອສຳຜັດມັນ ແລະ ແບບທີສອງກໍ່ຄື ມີຜົນຮ້າຍຍາວນານ. ຕົວຢ່າງຂອງທີ່ເປັນອັນຕະລາຍທັນທີ ກໍ່ຄືກໍລະນີ ທີ່ປະຊາຊົນເມືອງໂບປາລ ໄດ້ສຳຜັດກັບສານພິດໂດຍກົງພ້ອມໆກັນ ໂດຍຜ່ານທາງການຫາຍໃຈເອົາອາຍພິດ ແລະ ອາຍພິດນັ້ນປິວມາຖືກຜິວໜັງຂອງພວກເຂົາ ຊຶ່ງມັນເຮັດໃຫ້ເຂົາເຈົ້າເປັນອັນຕະລາຍໃນທັນທີທັນໃດ ແລະ ຕົວຢ່າງຂອງຜົນຮ້າຍຍາວນານກໍ່ຄື ຫຼັງເກີດເຫດຮົ່ວໄຫຼຂອງສານພິດທີ່ເມືອງໂບປາລນັ້ນ, ແມ່ນບໍ່ມີການຈັດການໃດໆກັບສານພິດເຄມີທີ່ຕົກເຮ່ຍອອກມານັ້ນ ຊຶ່ງເຮັດໃຫ້ມັນແຜ່ກະຈາຍອອກໄປທົ່ວພື້ນທີ່ອ້ອມໆໂຮງງານ ແລ້ວຊຶມລົງໄປໃນດິນ ແລະ ໄປປົນເປື້ອນກັບແຫຼ່ງນ້ຳໃຕ້ດິນທີ່ຢູ່ພື້ນຂອງເມືອງໂບປາລນັ້ນ ແລະ ເຮັດໃຫ້ແຫຼ່ງນ້ຳນັ້ນເປັນ ພິດ. ເມື່ອປະຊາຊົນໃນເມືອງນັ້ນພາກັນນຳນ້ຳນັ້ນມາດື່ມກິນ ພວກເຂົາເຈົ້າກໍ່ໄດ້ຮັບເອົາສານ ພິດເທື່ອລະໜ້ອຍ. ເມື່ອເວລາຜ່ານໄປຫຼາຍປີ ສານພິດເຄມີນັ້ນກໍຈະກໍ່ໃຫ້ເກີດໂລກໄພໄຂ້ເຈັບຕ່າງໆຂຶ້ນແກ່ປະຊາຊົນເຫຼົ່ານັ້ນ ແລະ ກໍ່ລູກຫຼານຂອງພວກເຂົາເຈົ້ານຳ.
               ສະນັ້ນ ເພື່ອປ້ອງກັນຕົນເອງຈາກການຕົກຢູ່ໃນສະພາບແວດລ້ອມທີ່ເປັນພິດ ຫຼືການສຳຜັດສານພິດນັ້ນໂດຍກົງ ບໍ່ວ່າຈະເປັນການສຳຜັດສານພິດຄືໃນເຫດການໃຫຍ່ໆ ຄືດັ່ງໃນເມືອງໂບປາລ໌ ຫຼື ການສຳຜັດ ຫຼື ຢູ່ກັບສານພິດຕາມບ້ານເຮືອນຕ່າງໆ ເຊັ່ນ: ສານພິດ ທີ່ມີໃນນ້ຳສີ, ນ້ຳຢາລ້າງເລັບ ແລະ ໃນຜະລິດຕະພັນອື່ນໆ; ເພື່ອປ້ອງກັນຕົນເອງບໍ່ໃຫ້ມີການສຳຜັດ ຫຼື ຢູ່ກັບສານພິດນັ້ນອີກຕໍ່ໄປ ສິ່ງທຳອິດທີ່ຈະຄວນເຮັດກໍ່ຄື ຢູ່ຫ່າງໄກຈາກສານພິດເຄມີເຫຼົ່ານັ້ນ ຫຼືບໍ່ດັ່ງນັ້ນ ກໍ່ໃຫ້ເອົາສານພິດເຫຼົ່ານັ້ນໄປເກັບມ້ຽນໄວ້ໃຫ້ຫ່າງໄກຈາກຕົນເອງ ແລະ ຫຼັງຈາກນັ້ນ ກໍ່ໃຫ້ຄິດຫາວິທີປ້ອງກັນວ່າຈະເຮັດແນວໃດໃຫ້ຕົນເອງນັ້ນປອດໄພ ແລະ ຫ່າງໄກຈາກສານພິດເຫຼົ່ານັ້ນຕໍ່ໄປໃນອະນາຄົດ

ການຕໍ່ສູ້ເພື່ອສິດທິ ແລະ ຄວາມເປັນທຳ

ການຕໍ່ສູ້ເພື່ອສິດທິ ແລະ ຄວາມເປັນທຳ
              ຈົນເຖິງປະຈຸບັນນີ້, ສະຖານທີ່ໂຮງງານຜະລິດຢາຂ້າແມງໄມ້ທີ່ເກີດເຫດສານພິດຮົ່ວໄຫຼນັ້ນໄດ້ຖືກປະຮ້າງໄວ້ໂດຍບໍ່ໄດ້ມີການອະນາໄມ ຫຼື ມ້ຽນມັດໃດໆ ແລະ ຊາກອາຄານ, ສິ່ງເສດ ເຫຼືອຕ່າງໆຂອງໂຮງງານດັ່ງກ່າວນັ້ນໄດ້ກາຍເປັນສິ່ງເຕືອນໃຈເຖິງເຫດໂສກນາດຕະກຳຄັ້ງນັ້ນ. ຊຶ່ງຢູ່ໃນເດີ່ນຂອງໂຮງງານນັ້ນສານພິດກໍ່ຍັງກອງເຕັມຢູ່ ແລະ ພ້ອມດຽວກັນນັ້ນມັນກໍ່ ຊຶມລົງໄປປົນເປື້ອນກັບນ້ຳໃຕ້ດິນ ແລະ ເຮັດໃຫ້ນ້ຳນັ້ນເປັນພິດ ແລະ ຍິ່ງໄປກວ່ານັ້ນ ປະຊາ ຊົນສ່ວນຫຼວງຫຼາຍທີ່ມີບັນຫາສຸຂະພາບຈາກອາຍພິດໃນຄັ້ງນັ້ນກໍ່ຍັງບໍ່ເຄີຍໄດ້ຮັບການປິ່ນປົວໃດໆເລີຍສຳລັບເຂົາເຈົ້າ. ສະນັ້ນ, ປະຊາຊົນໂບປາລທຸກໆຄົນບໍ່ໄດ້ຄິດວ່າເຫດການໃນຄັ້ງນັ້ນເປັນພຽງໂສກນາດຕະກຳຄັ້ງໜຶ່ງໃນອະດີດເທົ່ານັ້ນ ແຕ່ມັນຍັງເປັນໄພຮ້າຍທີ່ຍັງນຳ ຄຸກຄາມພວກເຂົາເຈົ້າຢູ່.
              ບັນດາຜູ້ລອດຊີວິດຈາກເຫດການຄັ້ງນັ້ນຕ່າງກໍ່ຮູ້ດີວ່າມັນບໍ່ເປັນທຳເລີຍທີ່ຊີວິດຂອງພວກເຂົາຖືກທຳລາຍລົງ. ພວກເຂົາບໍ່ມີເງິນທີ່ຈະມາຈ່າຍຄ່າການປິ່ນປົວອາການເຈັບເປັນຂອງຕົນເອງ ຫຼື ມາລ້ຽງດູຄົນໃນຄອບຄົວທີ່ບໍ່ສາມາດຫາລ້ຽງຊີບໄດ້ອີກ. ພວກເຂົາເຈົ້າຕ້ອງການໃຫ້ບໍລິສັດ ຢູນຽນຄາບາຍ ຊຶ່ງເປັນບໍລິສັດຍັກໃຫຍ່ຂ້າມຊາດໃນຖານະເຈົ້າຂອງໂຮງງານດັ່ງກ່າວອອກມາຮັບຜິດຊອບ, ແຕ່ບໍລິສັດດັ່ງກ່າວປະຕິເສດຄວາມຮັບຜິດຊອບໂດຍອ້າງວ່າມັນແມ່ນຄວາມຜິດຂອງກຳມະກອນທີ່ເຮັດໃຫ້ເກີດໂສກນາດຕະກຳດັ່ງກ່າວ ບໍ່ແມ່ນຄວາມຜິດຂອງໂຮງງານ ຫຼື ບໍລິສັດ. ເຖິງແມ່ນວ່າມັນຈະແມ່ນຜົນຂອງການອອກແບບຂອງໂຮງງານເອງກໍ່ຕາມທີ່ເປັນສາເຫດຂອງໄພພິບັດຂັ້ນນີ້..
              ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດທີ່ເມືອງໂບປາລ໌ ກໍ່ຄືດຽວກັບປະຊາຊົນຜູ້ອື່ນໆ ທີ່ກຳລັງຕໍ່ສູ້ເພື່ອໃຫ້ໄດ້ມາຊຶ່ງສິດທິ ແລະ ຄວາມເປັນທຳ, ພວກເຂົາເຈົ້າເຂົ້າໃຈ ແລ້ວວ່າ ຄວາມທຸກຍາກນັ້ນເອງທີ່ບໍ່ພຽງແຕ່ເຮັດໃຫ້ບັນຫາຂອງເຂົາເຈົ້າຮ້າຍແຮງຍິ່ງຂຶ້ນມັນຍັງເປັນຕົວອະທິບາຍໄດ້ດີອີກວ່າເປັນຫຍັງໄພພິບັດນັ້ນຈິ່ງເກີດຂຶ້ນກັບພວກເຂົາເຈົ້າ.

ສິດທິ ແລະ ຄວາມເປັນທຳໃນ ສະພາບແວດລ້ອມທີ່ດີ




                ທຸກໆຄົນໃນຊຸມຊົນມີສິດທິທີ່ຈະມີສຸຂະພາບດີ ແລະ ສະພາບແວດລ້ອມທີ່ດີ ແລະ ປອດໄພ. ແຕ່ໜ້າເສຍດາຍທີ່ບັນດາສິດທິພື້ນຖານເຫຼົ່ານີ້ບໍ່ໄດ້ຮັບການເອົາໃຈໃສ່ຈາກກຸ່ມທີ່ມີອຳ ນາດ. ມີຜູ້ຄົນເປັນຈຳນວນຫຼວງຫຼາຍປະເຊີນກັບບັນຫາສຸຂະພາບຢ່າງຮ້າຍແຮງ ອັນເນື່ອງ ມາຈາກການຂາດແຄນປັດໄຈພື້ນຖານໃນການດຳລົງຊີວິດ ແລະ ການດຳລົງຊີວິດໃນສະຖານທີ່ໆມີສານພິດທີ່ເປັນໄພຢ່າງຫຼວງຫຼາຍ. ກຸ່ມທີ່ມີຄວາມສ່ຽງທີ່ສຸດກໍ່ແມ່ນກຸ່ມຄົນທີ່ມີສະຖານະພາບທາງສັງຄົມຕ່ຳ ບໍ່ວ່າຈະເປັນຍ້ອນເຊື້ອຊາດ, ຊົນເຜົ່າສ່ວນນ້ອຍ, ສາສະໜາ, ເພດ, ຊົນຊັ້ນ, ວັນນະ, ຄວາມທຸກຍາກ ຫຼື ຍ້ອນເຫດຜົນອື່ນໆ, ເມື່ອມີເຫດຮ້າຍເກີດຂຶ້ນພວກເຂົາກໍ່ຈະເປັນຜູ້ຮັບເຄາະທີ່ຮ້າຍແຮງກ່ອນໝູ່ໝົດ.

                ການຕໍ່ສູ້ເພື່ອໃຫ້ໄດ້ມາຊຶ່ງສະພາບແວດລ້ອມທີ່ສົມບູນດີ ແລະ ປອດໄພຕໍ່ການດຳລົງຊີວິດຂອງຊຸມຊົນທີ່ຖືກປ່ອຍປະລະເລີຍໃນສິດທິຂັ້ນພຶື້ນຖານເຫຼົ່ານັ້ນ ບາງຄັ້ງເອີ້ນວ່າການຕໍ່ສູ້ເພື່ອຄວາມເປັນທຳໃນສິ່ງແວດລ້ອມ.
ຊຶ່ງໃນບົດນີ້ ແມ່ນຈະສະເໜີ ເລື່ອງລາວຂອງບັນດາຊຸມຊົນທີ່ໄດ້ຮັບຄວາມທຸກທໍລະມານຢ່າງບໍ່ເປັນທຳຈາກໄພພິ ບັດ ທີ່ເກີດຈາກສຸຂະພາບສິ່ງແວດລ້ອມ ແລະ ກໍ່ມີເລື່ອງ ລາວ ທີ່ບອກເລົ່າເຖິງການຈັດຕັ້ງກັນເພື່ອປົກປັກຮັກສາ ແລະ ປ້ອງກັນສິດທິໃນການມີ ສຸຂະພາບທີ່ດີ ແລະໄດ້ຮັບຄວາມເປັນທຳໃນສິ່ງແວດລ້ອມ ຫຼັງຈາກເກີດໄພພິບັດ.

ການປົກປັກຮັກສາຊັບພະຍາກອນ ທຳມະຊາດໄວ້ເພື່ອທຸກໆຄົນ


​ການ​ຮັກ​ສາ​ທຳ​ມະ​ຊາດ

ການປົກປັກຮັກສາຊັບພະຍາກອນທຳມະຊາດໄວ້ເພື່ອທຸກໆຄົນ

           ການປົກປັກຮັກສາຊັບພະຍາກອນທຳມະຊາດໄວ້ເພື່ອທຸກໆຄົນ ແຕ່ລະວິທີການນຳໃຊ້ຊັບ ພະຍາກອນທຳມະຊາດຂອງພວກເຮົາແມ່ນມີຜົນກະທົບຕໍ່ກັບສຸຂະພາບຂອງພວກເຮົາ ແລະ ສຸຂະພາບຂອງຊຸມຊົນໂດຍລວມ.
          ເນື່ອງຈາກພວກເຮົາທຸກໆຄົນຈຳເປັນຕ້ອງນຳໃຊ້ຊັບພະຍາກອນທຳມະຊາດດັ່ງກ່າວ. ສະນັ້ນ, ພວກເຮົາທຸກໆຄົນຕ້ອງມີສ່ວນໃນການປົກປັກຮັກສາ ແລະ ແບ່ງປັນກັນນຳໃຊ້ຊັບພະຍາກອນທຳມະຊາດເຫຼົ່ານີ້. ແຕ່ໃນຄວາມເປັນຈິງ ການແບ່ງປັນກັນໃນການນຳໃຊ້ຊັບພະຍາກອນທຳມະຊາດນັ້ນແມ່ນບໍ່ເທົ່າທຽມກັນ ຄົນທຸກຍາກແມ່ນໄດ້ໜ້ອຍທີ່ສຸດໃນຂະນະທີ່ຄົນຮັ່ງມີຊ້ຳຜັດໄດ້ຫຼາຍ. ລັດຖະບານ, ກອງທັບ ແລະ ບັນດາບໍລິສັດໃຫຍ່ໆແມ່ນມັກຈະໄດ້ສ່ວນແບ່ງກ້ອນໃຫຍ່ຂອງຊັບພະຍາກອນທຳມະຊາດເຫຼົ່ານີ້. ແມ່ນແຕ່ຢູ່ໃນຊຸມຊົນໜຶ່ງຄົນຮັ່ງມີແມ່ນຈະໄດ້ສ່ວນແບ່ງນຳໃຊ້ຊັບພະຍາກອນທຳມະຊາດທີ່ຫຼາຍກວ່າຄົນທຸກຍາກ ແລະ ພວກເຂົາເຈົ້າກໍ່ຈຳເປັນຕ້ອງໄດ້ຍາດແຍ່ງກັນເອງ ເພື່ອເອົາສ່ວນແບ່ງທີ່ມີຈຳກັດນັ້ນການແບ່ງປັນກັນການນຳໃຊ້ຊັບພະຍາກອນທຳມະຊາດທີ່ບໍ່ຍຸຕິທຳນີ້ ໄດ້ເປັນບໍ່ເກີດຂອງບັນຫາສຸຂະພາບອັນຮ້າຍແຮງຕໍ່ຄົນທຸກຍາກ.
             ພວກເຮົາສາມາດເວົ້າເຖິງການສະຫງວນຊັບພະຍາກອນທຳມະຊາດໄວ້ ໂດຍໃຊ້ ເວລາຕະຫຼອດມື້ໄດ້ ແຕ່ຕາບໃດທີ່ການຈັດແບ່ງສ່ວນການນຳໃຊ້ຊັບພະຍາກອນທຳມະຊາດທີ່ບໍ່ເທົ່າທຽມກັນນັ້ນຍັງຄົງມີຢູ່ຕໍ່ໄປ, ສຸຂະອະນາໄມກໍ່ຈະມີໃຫ້ສະເພາະແຕ່ກັບຄົນກຸ່ມນ້ອຍ ທີ່ຮັ່ງມີ ແລະ ມີຍົດຖາບັນດາສັກເທົ່ານັ້ນ ແຕ່ບໍ່ແມ່ນຂອງກຸ່ມຄົນທີ່ຕ້ອງການນຳໃຊ້ຊັບພະຍາກອນທຳມະຊາດເຫຼົ່ານັ້ນ ເພ່ືອບັນເທົາຊີວິດປະຈຳວັນຂອງພວກເຂົາ ຄືຄຳດັ່ງກ່າວຂອງຜູ້ນຳປະເທດອິນເດຍ ທ່ານ ມະຫາຕະມະ ຄານທີ ທີ່ວ່າ: “ຊັບພະຍາກອນທຳມະຊາດແມ່ນມີ

ພຽງພໍສຳລັບທຸກໆຄົນທີ່ຈຳເປັນໃຊ້ມັນ, ແຕ່ບໍ່ພຽງພໍສຳລັບທຸກໆຄົນທີ່ກະຫາຍຢາກໄດ້ມັນ.”

13 ຄຸນ​ປະ​ໂຫຍດ ດີ​ດີ ຂອງ​ຫມາກ​ເຟືອງ ທີ່​ຫລາຍ​ທີ່​ເບິ່ງ​ຂ້າມ

13 ຄຸນ​ປະ​ໂຫຍດ ດີ​ດີ ຂອງ​ຫມາກ​ເຟືອງ ທີ່​ຫລາຍ​ທີ່​ເບິ່ງ​ຂ້າມ

13 ຄຸນ​ປະ​ໂຫຍດ ດີ​ດີ ຂອງ​ຫມາກ​ເຟືອງ ທີ່​ຫລາຍ​ທີ່​ເບິ່ງ​ຂ້າມ

ໝາກ­ເຟືອງ​ມີ​ວິ­ຕາ­ມິນ​ເຊ​ຫຼາຍ ຈິ່ງ​ສາ­ມາດ​ຊ່ວຍ​ບັນ­ເທົາ​ໂລກ​ເລືອດ​ອອກ​ຕາມ​ເຟັນ​ແຂ້ວ ເພາະ​ໝາກເຟືອງ​ມີ​ປະ­ລິ­ມານ​ພະລັງ­ງານ, ນ້ຳ­ຕານ ແລະ ​ເກືອ​ໂຊ­ດຽມ​ຕ່ຳ ເໝາະ​ກັບ​ການ​ກິນ​ເພື່ອ​ຫຼຸດ​ນ້ຳ­ໜັກ, ຄວບ​ຄຸມ​ນ້ຳຕານ​ໃນ​ເລືອດ ຫຼື ຫຼຸດ​ຄວາມ​ອ້ວນ ມີ​ກົດ​ໝາກ​ໄມ້​ທີ່​ຫຼາຍ ໃຊ້​ເປັນ​ສ່ວນ​ປະ­ສົມ​ຂອງ​ເຄື່ອງ​ສຳ­ອາງ, ຊ່ວຍ​ຊຳ­ລະ ລ້າງ​ຜິວ​ກາຍ ແລະ​ປ້ອງ​ກັນ​ການ​ເກີດ​ສິວ.

ສັບ­ພະ​ຄຸນ​ທາງ​ຢາ:

  • ໝາກ­ເຟືອງ​ຊ່ວຍ​ໃນ​ອາ­ການ​ຂອງ​ຄົນ​ທີ່​ຂາດ​ນ້ຳ
  • ແກ້​ຮ້ອນ​ໃນຫຼຸດ​ຄວາມ​ຮ້ອນ​ພາຍ​ໃນ​ຮ່າງກາຍ
  • ​ບັນ­ເທົາ​ອາ­ການ​ຂອງ​ໜິ້ວ​ໃນ​ທາງ​ເດີນ​ປັດ​ສະ​ວະ, 
  • ແກ້​ອາ­ການ​ໄອ, 
  • ໃຊ້​ກຳ­ຈັດ​ຂີ້​ຄັນ​ແຄ​
  • ຊ່ວຍ​ໃຫ້​ເລືອດ​ແຂງ​ຕົວ​ງ່າຍ 
  • ຊ່ວຍ​ໃຫ້​ນອນ​ຫຼັບ​ສະ­ບາຍ
  • ບັນ­ເທົາ​ອາ­ການ​ເລືອດ​ອອກ​ຕາມ​ເຟັນ​ແຂ້ວ, 
  • ໃບ ແລະ ​ຮາກ​ໝາກ­ເຟືອງ​ໃຊ້​ປຸງ​ແຕ່ງ­ກິນ​ເປັນ​ຢາ​ດັບ​ພິດ​ຮ້ອນ​ໃນ, 
  • ແກ້​ໄຂ້, 
  • ໃບ​ສົດ​ຕຳ​ໃຊ້​ຟອກ​ຕຸ່ມ​ອີ​ສຸກ​ອີ​ໃສ ແລະ​ຂີ້­ຫິດ​ຂີ້­ກາກ ຫຼື ໃຊ້​ຕົ້ມ​ອາບ​ແກ້​ຕຸ່ມ​ຄັນ, 
  • ໃບ​ອ່ອນ ແລະ​ ຮາກ​ໝາກ­ພ້າວ​ພໍ­ປະ­ມານ​ນຳ​ມາ​ປະ­ສົມ​ລວມ​ກັນ​ຕົ້ມ​ດື່ມ​ແກ້​ໄຂ້­ຫວັດ­ໃຫຍ່, 
  • ແກ່ນ ແລະ​ຮາກ​ໝາກ­ເຟືອງ​ຕົ້ມ​ດື່ມ​ແກ້​ອາ­ການ​ຖອກ­ທ້ອງ, 
  • ແກ້​ເສັ້ນ​ເອັນ​ອັກ­ເສບ 


             ເຖິງ​ຈະ​ມີ​ຂໍ້​ດີ​ບໍ່​ໜ້ອຍ​ແຕ່​ກໍ​ຄວນ​ລະ­ວັງ​ໃນ​ການ​ກິນ​ເຊັ່ນ​ກັນ ໂດຍ​ສະ­ເພາະ​ຜູ້​ທີ່​ເປັນ​ໂລກ​ໝາກ​ໄຂ່­ຫຼັງ​ບໍ່​ຄວນ​ກິນ​ໝາກ­ເຟືອງ​ເດັດ­ຂາດ ເພາະ​ຈະ​ເຮັດ​ໃຫ້​ເກີດ​ອາ­ການ​ຂ້າງ­ຄຽງ​ຕ່າງໆ​ໄດ້.

Wednesday, July 20, 2016

ມາດ​ຕະ​ຖານ ການ​ຂຽນ ບົດ​ລາຍ​ງານ​ພູມ​ສາດ


ມາດຕະຖານ
ການຈັດພີມເອກກະສານ (ບົດລາຍງານ ພູມສາດ)
  •         ພາສາລາວໃຫ້ໃຊ້ ຟອ່ນ Phetsarath ot
  •         ພາສາອັງກັດ ໃຫ້ໃຊ້ Time and new roman
  •         ລາຍລະອຽດຂອງບົດ

I.    ພາກສະເໜີ
1.      ສະພາບລວມຂອງໂຄງການ
2.      ທີ່ຕັ້ງຂອງເຂດຂອງໂຄງການ
3.      ຈຸດປະສົງຂອງບົດ
4.      ຄາດຫມາຍຂອງບົດ
5.      ທີມງານສຳຫລວດ
6.      ເຄື່ອງມື, ວັດສະດຸ ແລະ ອຸປະກອນທີ່ໃຊ້.....
II. ພາກເນື້ອໃນ
1.    ມາດຖານເຕັກນິກທີ່ນຳມາໄຊ້ຄິດໄລ່
2.    ສັງລວມຂໍມູນທີ່ໄດ້ສຳຫລວດ
3.    ຂໍ້ມູນຈຸດອ້າງອີງ ທີ່ເອົາມາໃຊ້ (BM… ELV…)
4.    ສູດ ແລະ ວິທີ່ການຄິດໄລ່ (ຄ່າພິກັດຕ່າໆ)
5.    ຕາຕະລາງການຄິດໄລ່
6.    ການຄິດໄລ່ຄ່າລະດັບສູງ
7.    ແຜນວາດລວມ ຈຸດທີ່ຕັ້ງ BM
8.    ຈຸດທີ່ຕັ້ງພິກັດເຄົ້າ ທີ່ກຳນົດໄດ້ແຕ່ລະຈຸດ (BM No…, E, N, Elevation)
III.             ພາກສະຫລຸບ
1.     ສະຫລຸບຜົນໄດ້ຮັບລວມທັງພາກປະຕິບັດແລະ ຫ້ອງການ
2.     ສະຫລຸບແນວຄວາມຄິດທາງດ້ານວິຊາການ (ຂອງບໍລິສັດສຳຫລວດ)
3.     ຮູບປະກອບຕ່າງໆ
4.     ເອກະສານຊ້ອນທ້າຍຕ່າງໆ

4 file cad
5 file Land


ຈູດ​ທູບ​ຈັກ​ດອກ ບອກ​ຫຍັງ​ທ່ານ

ທູບ 1 ດອກ ແມ່ນ ໄຫວ​ສົບ ເຈົ້າ​ທີ່ ວິນ​ຍານ​ທຳ​ມະ​ດາ ທີ່​ບໍ່​ໄດ້​ຂື້ນ​ຂັ້ນ​ເທບ ​ທູບ 2 ດອກ ແມ່ນ ໄຫວ​ບູ​ຊາ​ເຈົ້າ​ທີ່ ​ທູບ 3 ດອກ ແມ່ນ ໄຊ້​ບູ​ຊາ​ພະ​ພຸດ ພະ​ທຳ ພະ​ສົງ ​ທູບ 5 ດອກ ແມ່ນ ໄຊ້​ບູ​ຊາ​ພະ​ຣັດ​ຕະ​ນະ​ໄຕ ບູ​ຊາ​ຣາ​ສ​ການ​ທີ 5 ທາດ​ທັງ​ຫ້າ ຫລື ທິດ​ທັງ 5 ສານ​ພະ​ພູມ ​ທູບ 7 ດອກ ແມ່ນ ໃຊ້​ໄຫວ້​ພະ​ພົມ ບູ​ຊາ​ດວງ​ຕາ​ເວັນ  ຖື​ອັກ​ຄະ​ຕິ​ຄຸ້ມ​ຄອງ​ທັ້ງ 7 ວັນ​ໃນ​ອາ​ທິດ
ທູບ 1 ດອກ ແມ່ນ ໄຫວ​ສົບ ເຈົ້າ​ທີ່ ວິນ​ຍານ​ທຳ​ມະ​ດາ ທີ່​ບໍ່​ໄດ້​ຂື້ນ​ຂັ້ນ​ເທບ
​ທູບ 2 ດອກ ແມ່ນ ໄຫວ​ບູ​ຊາ​ເຈົ້າ​ທີ່
​ທູບ 3 ດອກ ແມ່ນ ໄຊ້​ບູ​ຊາ​ພະ​ພຸດ ພະ​ທຳ ພະ​ສົງ
​ທູບ 5 ດອກ ແມ່ນ ໄຊ້​ບູ​ຊາ​ພະ​ຣັດ​ຕະ​ນະ​ໄຕ ບູ​ຊາ​ຣາ​ສ​ການ​ທີ 5 ທາດ​ທັງ​ຫ້າ ຫລື ທິດ​ທັງ 5 ສານ​ພະ​ພູມ
​ທູບ 7 ດອກ ແມ່ນ ໃຊ້​ໄຫວ້​ພະ​ພົມ ບູ​ຊາ​ດວງ​ຕາ​ເວັນ  ຖື​ອັກ​ຄະ​ຕິ​ຄຸ້ມ​ຄອງ​ທັ້ງ 7 ວັນ​ໃນ​ອາ​ທິດ
​ທູບ 8 ດອກ ແມ່ນ ໄຊ້​ບູ​ຊາ​ເທບ​ພະ​ເຈົ້າ​ຂອງ​ຊາວ​ອິນ​ດູ
​ທູບ 9 ດອກ ແມ່ນ ບູ​ຊາ​ແກ້ວ 9 ປະ​ການ ພະ​ພຸດ​ທະ​ຄຸນ​ທັງ 9 ແລະ ພະ​ເທ​ພາ​ຣັກ
​ທູບ 10 ດອກ ແມ່ນ ບູ​ຊາ​ເຈົ້າ​ທີ່ ຕາມ​ຄວາມ​ຊ​ເອ ຂອງ​ຊາວ​ຈີນ​ບາງ​ກຸ່ມ
​ທູບ 12 ດອກ ແມ່ນ ບູ​ຊາ​ເຈົ້າ​ແມ່ກວນ​ອິມ ບູ​ຊາ​ພ​ຄຸນ​ຂອງ​ແມ່
​ທູບ 16 ດອກ ແມ່ນ ບູ​ຊາ​ເທບ​ຊັ້ນ​ຄູ ຫລື ພິ​ທີ​ກາງ​ແຈ້ງ ທີ່​ອັນ​ເຊີນ​ເທວະ​ດາ ທີ່​ສຳ​ຄັນ ຫມາຍ​ເຖິງ​ສະ​ຫວັນ 16 ຊັ້ນ
​ທູບ 19 ດອກ ແມ່ນ ໃຊ້​ບູ​ຊາ​ເທວະ​ດາ​ທັງ 10 ທິດ
​ທູບ 21 ດອກ ແມ່ນ ບູ​ຊາ​ພະ​ຄຸນ​ຂອງ​ພໍ່
​ທູບ 32 ດອກ ແມ່ນ ໃຊ້​ສວດ​ຊຸມ​ນຸມ​ເທວະ​ດາ​ທັງ 4 ທິດ
​ທູບ 108 ດອກ ແມ່ນ ບູ​ຊາ​ສິ່ງ​ສູງ​ສຸດ​ທົ່ວ​ໂລກ​ທຸກ​ຂັ້ນ​ຟ້າ

ສຸດ​ທ້າຍ​ຂໍ​ຝາກ​ໄວ້​ຫນ້ອຍ​ຫນຶ່ງ  ຈົ່ງ​ຄິດ​ຄຳ​ຫນຶງ​ສະ​ເຫມີ​ວ່າ ການ​ກາບ​ໄຫວ​ບູ​ຊາ ສິ່ງ​ສັກ​ສິດ​ໃດໆ​ກໍ່​ຕາມ ເພື່ອ​ຂໍ​ພອນ ກໍ່​ຈະ​ບໍ່​ເປັນ​ຜົນ​ຫຍັງ ຫານ​ທ່ານ​ເອງ ບໍ່​ໄດ້​ພະ​ຍາ​ຍາມ​ຢ່າງ​ທີ່​ສຸດ ແລະ ຫາ​ທຸກ​ຫົນ​ທາງ​ເພື່ອ​ຈະ​ຊ່ວ​ຍ​ເຫລືອ​ຕົນ​ເອງ

Sunday, July 17, 2016

ຕະກູນ ຫມາກກ້ຽງ

ສະ​ກູນ​ສົ້ມ ເຊື່ອ​ກັນ​ວ່າ​ມີ​ຕົ້ນ​ກຳ​ເນີດ​ໃນ ເອ​ເຊ​ຕາ​ເວັນ​ອອກ​ສຽງ​ໃຕ້ ກ່ອນ​ທີ່​ມະ​ນູດ​ຈະ​ນຳ​ມາ​ທຳ​ການ​ກະ​ເສດ, ມີ​ຈຳ​ນວນ​ຊະ​ນິດ​ພຽງ​ເລ໊ກ​ນ້ອຍ: ·         ພາ​ເພ​ດ່າ ·         Citrus aurantifolia – ຫມາກ​ນາວ ຈາກ​ອິນ​ເດຍ ·          Citrus halimii, ຈາກ​ລາວ ໄທ ມະ​ລະ​ຍາ ·         Citrus maxima - ​ສົ້ມ​ໂອ (ຫມາກ​ກ້ຽງ​ໃຫຍ່) ຈາກ​ຫມູ່​ເກາະ ອິນ​ໂດ​ເນ​ເຊຍ ·         Citrus medica - ​ຊີດ​ຮອນ ຈາກ​ອິນ​ເດຍ ·         Citrus reticulata - ​ສົ້ມ​ແມນ​ດາ​ລິນ ຂາກ ຈີນ ·         ​ຫມາກ​ນາວອອ​ສ​ເຕ​ເລຍ ·         Citrus australasica - ​ຫມາກ​ນາວ​ນິ້ວ - ບາງຄັ້ງ​ຖຶກ​ແຍກ​ໄປ​ຢູ່​ສະ​ກູນ Microcitrus ·         Citrus australis - ​ຫມາກ​ນາວອອ​ສ​ເຕ​ເລຍ​ກົມ - ບາງຄັ້ງ​ຖຶກ​ແຍກ​ໄປ​ຢູ່​ສະ​ກູນ Microcitrus ·         Citrus glauca - มะนาวทะเลทราย -  ບາງຄັ້ງ​ຖຶກ​ແຍກ​ໄປ​ຢູ່​ສະ​ກູນ Eremocitrus ·         ສົ້ມ​ຄຳ​ຄອ​ສ​ທ ​ຢຸ່​ໃນ​ສະ​ກຸນ ສະ​ກູນ​ສົ້ມ​ຄຳ​ຄອ​ສ​ທ ພັນ​ລູກ​ປະ​ສົມ ແລະ ພັນ​ຕ່າງໆ ລຽງ​ຕາມ​ພັນ​ລຸ້ນ​ພໍ່​ແມ່ ພັນ​ລູກ​ປະ​ສົມ​ແລະ​ພັນ​ຕ່າງໆ ແຕ່​ລະ​ພັນ​ປະ​ສົມ​ມາ​ຈາກ (ຢ່າງ​ນ້ອຍ) ລຸ້ນ​ພໍ່​ແມ່ ສອງ​ຊະ​ນິດ ·         Citrus maxima ເປັນພື້ນຖານ ·         ອະມານາສື, ນາສືມີຄານ; Citrus × natsudaidai (C. maxima × ບໍ່ຮູ້) ·         ໄລຄອສທ ·         ເກລຟຟຸດ, Citrus × paradisi (C. maxima × C. × sinensis) ·         ເລມອ່ນຈັກກະພັດ (Imperial lemon) (C. × limon × C. × paradisi) ·         ມຶນເນໂອລາ ແທເຈໂລ (C. reticulata × C. × paradisi) ·         ອໍເຣນເຈໂລ, ຊີຣອນຈາ (C. × paradisi × C. × sinensis) ·         ໂອໂລບະລັງໂກ້, ສະວິດຕີ້ (C. maxima × C. × paradisi) ·         ສົ້ມຫວານ - Citrus × sinensis (ອາດຈະ C. maxima × C. × reticulata) ·         ແທງຈາໂລ - Citrus × tangelo (C. reticulata × C. maxima or C. × paradisi) ·         ແທງກໍ - Citrus × nobilis (C. reticulata × C. × sinensis) ·         ອູກລີ (C. reticulata × C. maxima ຫລື C. × paradisi) ·         ວິລກິງ (C. × nobilis × C. × deliciosa) ·         Citrus medica  ເປັນຖານ ·         ສົ້ມໂອມື - Citrus medica var. sarcodactylus ·         ອີທຣອກ ·         ເຟີນານຕີນາ - Citrus × limonimedica (ອາດຈະ C. medica × C. × limon) ·          ພອນເດີໂຊລາ ເລມອນ (ອາດຈະ C. medica × C. × limon) ·         Citrus reticulate ເປັນຖານ ·         ສົ້ມເບີກາມອສ, ສົ້ມເຊວິລ - Citrus × aurantium ssp. bergamia ຫລື Citrus × bergamia ·         ສົ້ມບິທເທີ່ - Citrus × aurantium ·         ສົ້ມສີທັບທີມ - Citrus × sinensis ພັນ ·         ຄາມຊານ (C. reticulata × C. × sinensis) ·         ຊີນອທໂຕ້ - Citrus × aurantium var. myrtifolia ຫລື Citrus × myrtifolia ·         ສູງົກຍູນ ·         ຄລີເມັນໄທ - Citrus × clementina
ພືດສະກຸນສົ້ມ

ສະ​ກູນ​ສົ້ມ ເຊື່ອ​ກັນ​ວ່າ​ມີ​ຕົ້ນ​ກຳ​ເນີດ​ໃນ ເອ​ເຊ​ຕາ​ເວັນ​ອອກ​ສຽງ​ໃຕ້ ກ່ອນ​ທີ່​ມະ​ນູດ​ຈະ​ນຳ​ມາ​ທຳ​ການ​ກະ​ເສດ, ມີ​ຈຳ​ນວນ​ຊະ​ນິດ​ພຽງ​ເລ໊ກ​ນ້ອຍ:
·         ພາ​ເພ​ດ່າ
·         Citrus aurantifolia – ຫມາກ​ນາວ ຈາກ​ອິນ​ເດຍ
·          Citrus halimii, ຈາກ​ລາວ ໄທ ມະ​ລະ​ຍາ
·         Citrus maxima - ​ສົ້ມ​ໂອ (ຫມາກ​ກ້ຽງ​ໃຫຍ່) ຈາກ​ຫມູ່​ເກາະ ອິນ​ໂດ​ເນ​ເຊຍ
·         Citrus medica - ​ຊີດ​ຮອນ ຈາກ​ອິນ​ເດຍ
·         Citrus reticulata - ​ສົ້ມ​ແມນ​ດາ​ລິນ ຂາກ ຈີນ
·         ​ຫມາກ​ນາວອອ​ສ​ເຕ​ເລຍ
·         Citrus australasica - ​ຫມາກ​ນາວ​ນິ້ວ - ບາງຄັ້ງ​ຖຶກ​ແຍກ​ໄປ​ຢູ່​ສະ​ກູນ Microcitrus
·         Citrus australis - ​ຫມາກ​ນາວອອ​ສ​ເຕ​ເລຍ​ກົມ - ບາງຄັ້ງ​ຖຶກ​ແຍກ​ໄປ​ຢູ່​ສະ​ກູນ Microcitrus
·         Citrus glauca - มะนาวทะเลทราย -  ບາງຄັ້ງ​ຖຶກ​ແຍກ​ໄປ​ຢູ່​ສະ​ກູນ Eremocitrus
·         ສົ້ມ​ຄຳ​ຄອ​ສ​ທ ​ຢຸ່​ໃນ​ສະ​ກຸນ ສະ​ກູນ​ສົ້ມ​ຄຳ​ຄອ​ສ​ທ

ພັນ​ລູກ​ປະ​ສົມ ແລະ ພັນ​ຕ່າງໆ

ລຽງ​ຕາມ​ພັນ​ລຸ້ນ​ພໍ່​ແມ່ ພັນ​ລູກ​ປະ​ສົມ​ແລະ​ພັນ​ຕ່າງໆ ແຕ່​ລະ​ພັນ​ປະ​ສົມ​ມາ​ຈາກ (ຢ່າງ​ນ້ອຍ) ລຸ້ນ​ພໍ່​ແມ່ ສອງ​ຊະ​ນິດ
·         Citrus maxima ເປັນພື້ນຖານ
·         ອະມານາສື, ນາສືມີຄານCitrus × natsudaidai (C. maxima × ບໍ່ຮູ້)
·         ໄລຄອສທ
·         ເກລຟຟຸດCitrus × paradisi (C. maxima × C. × sinensis)
·         ເລມອ່ນຈັກກະພັດ (Imperial lemon) (C. × limon × C. × paradisi)
·         ມຶນເນໂອລາ ແທເຈໂລ (C. reticulata × C. × paradisi)
·         ອໍເຣນເຈໂລ, ຊີຣອນຈາ (C. × paradisi × C. × sinensis)
·         ໂອໂລບະລັງໂກ້ສະວິດຕີ້ (C. maxima × C. × paradisi)
·         ສົ້ມຫວານ - Citrus × sinensis (ອາດຈະ C. maxima × C. × reticulata)
·         ແທງຈາໂລ - Citrus × tangelo (C. reticulata × C. maxima or C. × paradisi)
·         ແທງກໍ - Citrus × nobilis (C. reticulata × C. × sinensis)
·         ອູກລີ (C. reticulata × C. maxima ຫລື C. × paradisi)
·         ວິລກິງ (C. × nobilis × C. × deliciosa)

·         Citrus medica  ເປັນຖານ

·         ສົ້ມໂອມື - Citrus medica var. sarcodactylus
·         ອີທຣອກ
·         ເຟີນານຕີນາ - Citrus × limonimedica (າດຈະ C. medica × C. × limon)
·          ພອນເດີໂຊລາ ເລມອນ (ອາດຈະ C. medica × C. × limon)

·         Citrus reticulate ເປັນຖານ

·         ສົ້ມເບີກາມອສ, ສົ້ມເຊວິລ - Citrus × aurantium ssp. bergamia ລື Citrus × bergamia
·         ສົ້ມບິທເທີ່ - Citrus × aurantium
·         ສົ້ມສີທັບທີມ - Citrus × sinensis ພັນ
·         ຄາມຊານ (C. reticulata × C. × sinensis)
·         ຊີນອທໂຕ້ - Citrus × aurantium var. myrtifolia ລື Citrus × myrtifolia
·         ສູງົກຍູນ
·         ຄລີເມັນໄທ - Citrus × clementina
·         ເດໂຄພອນ - Citrus reticulata cv. 'Siranui' (Kiyomi × Ponkan)
·         ໄດໄດ - Citrus × aurantium var. daidai ຫລື Citrus × daidai
·         ເກຣພັູດCitrus × paradisi (C. maxima × C. × sinensis)
·         ເຮີມານດີນາ
·         ເລມ່ອນຈັກກະພັດ (C. × limon × C. × paradisi)
·         ຄິນໂນ
·         ເລມອນເມເຢີ, ເລມອນພູ - Citrus × meyeri (C. × limon × C. × paradisi ລື C. × sinensis)
·         ສົ້ມແມນດາລິນໄມເຄີລ
·         ມິຄານ, ຊາສິມາ - Citrus × unshiu
·         ມິນເນໂອລ່າ ແທງເຈໂລ່ (C. reticulata × C. × paradisi)
·         ໂອເລນເຈໂລຊີຣອນຈາ (C. × paradisi × C. × sinensis)
·         ໂອໂຣບລັງໂກສະວິດຕີ້ (C. maxima × C. × paradisi)
·         ພົງຄານ
·         ຣັງເພີ, ເລມ່ອນເດີລິນ, ຫມາກນາວແມນດາລິນ - Citrus × limonia (C. reticulata × C. × limon)
·         ສົ້ມຫວານ - Citrus × sinensis (າດຈະ C. maxima × C. × reticulata)
·         ແທງເຈໂຣ - Citrus × tangelo (C. reticulata × C. maxima ຫລື C. × paradisi)
·         ແທງເກີ - Citrus × nobilis (C. reticulata × C. × sinensis)
·         ອູກລີ (C. reticulata × C. maxima ຫລື C. × paradisi)
·         ວິລກິ່ງ (C. × nobilis × C. × deliciosa)
·         ສົ້ມຢູສຸCitrus × junos (C. reticulata × C. × ichangensis)

·         ທີ່ມາບໍ່ແນ່ນອນ

·         ອະລີໂມ, ໂຄໂລ - Citrus × macrophylla
·         ເລມອນອິສາງ, ອຶສາງພາເພດາ - Citrus × ichangensis
·         ເລມອນຈັກກະພັດ (C. × limon × C. × paradisi)
·         ອິນໂຍຄານ, ອະນາໂດມິຕານ
·         ຄາໂບສຸ - Citrus × sphaerocarpa
·         ຫມາກກູດ, - Citrus × hystrix
·         ເລມອນ - Citrus × limon
·         ລີເມດຕາ, ເລມ່ອນຫວານ, ຫມາກນາວຫວານ ໂມຊາມະບິ - Citrus × limetta
·         ຫມາກນາວເປີເຊຍ, ຫມາກນາວຕາຮິດິ - Citrus × latifolia
·         ເຊກະວາຊະ, ຫມາກນາວຮິລາມິ, ຫມາກກ້ຽໃຕ້ຫວັນ- Citrus × depressa
·         ສຸດາຊິ - Citrus × sudachi


ຫມາກ້ຽງສະວິດຕີ