13 ຄຸນປະໂຫຍດ ດີດີ ຂອງຫມາກເຟືອງ ທີ່ຫລາຍທີ່ເບິ່ງຂ້າມ

13 ຄຸນປະໂຫຍດ ດີດີ ຂອງຫມາກເຟືອງ ທີ່ຫລາຍທີ່ເບິ່ງຂ້າມ
ໝາກເຟືອງມີວິຕາມິນເຊຫຼາຍ ຈິ່ງສາມາດຊ່ວຍບັນເທົາໂລກເລືອດອອກຕາມເຟັນແຂ້ວ ເພາະໝາກເຟືອງມີປະລິມານພະລັງງານ, ນ້ຳຕານ ແລະ ເກືອໂຊດຽມຕ່ຳ ເໝາະກັບການກິນເພື່ອຫຼຸດນ້ຳໜັກ, ຄວບຄຸມນ້ຳຕານໃນເລືອດ ຫຼື ຫຼຸດຄວາມອ້ວນ ມີກົດໝາກໄມ້ທີ່ຫຼາຍ ໃຊ້ເປັນສ່ວນປະສົມຂອງເຄື່ອງສຳອາງ, ຊ່ວຍຊຳລະ ລ້າງຜິວກາຍ ແລະປ້ອງກັນການເກີດສິວ.
ສັບພະຄຸນທາງຢາ:
- ໝາກເຟືອງຊ່ວຍໃນອາການຂອງຄົນທີ່ຂາດນ້ຳ
- ແກ້ຮ້ອນໃນຫຼຸດຄວາມຮ້ອນພາຍໃນຮ່າງກາຍ
- ບັນເທົາອາການຂອງໜິ້ວໃນທາງເດີນປັດສະວະ,
- ແກ້ອາການໄອ,
- ໃຊ້ກຳຈັດຂີ້ຄັນແຄ
- ຊ່ວຍໃຫ້ເລືອດແຂງຕົວງ່າຍ
- ຊ່ວຍໃຫ້ນອນຫຼັບສະບາຍ
- ບັນເທົາອາການເລືອດອອກຕາມເຟັນແຂ້ວ,
- ໃບ ແລະ ຮາກໝາກເຟືອງໃຊ້ປຸງແຕ່ງກິນເປັນຢາດັບພິດຮ້ອນໃນ,
- ແກ້ໄຂ້,
- ໃບສົດຕຳໃຊ້ຟອກຕຸ່ມອີສຸກອີໃສ ແລະຂີ້ຫິດຂີ້ກາກ ຫຼື ໃຊ້ຕົ້ມອາບແກ້ຕຸ່ມຄັນ,
- ໃບອ່ອນ ແລະ ຮາກໝາກພ້າວພໍປະມານນຳມາປະສົມລວມກັນຕົ້ມດື່ມແກ້ໄຂ້ຫວັດໃຫຍ່,
- ແກ່ນ ແລະຮາກໝາກເຟືອງຕົ້ມດື່ມແກ້ອາການຖອກທ້ອງ,
- ແກ້ເສັ້ນເອັນອັກເສບ
ເຖິງຈະມີຂໍ້ດີບໍ່ໜ້ອຍແຕ່ກໍຄວນລະວັງໃນການກິນເຊັ່ນກັນ ໂດຍສະເພາະຜູ້ທີ່ເປັນໂລກໝາກໄຂ່ຫຼັງບໍ່ຄວນກິນໝາກເຟືອງເດັດຂາດ ເພາະຈະເຮັດໃຫ້ເກີດອາການຂ້າງຄຽງຕ່າງໆໄດ້.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ