Tuesday, February 16, 2016

ປັດນ້ຳ (ກົກໄຂ່ປູ) Sambucus javanica Reinw. ex Blume



ປັດນ້ຳ (ກົກໄຂ່ປູ)
ຊື່ວິທະຍາສາດ: Sambucus javanica Reinw. ex Blume

ຕົ້ນປັດນໍ້າ ແມ່ນຈັດຢູ່ໃນປະເພດໄມ້ຟຸ່ມທີ່ແຕກຫງ່າຫຼາຍ ສູງເຖິງ 4 ແມັດ, ໃບເປັນໃບປະສົມມີ 3-8 ຄູ່ກົງກັນຂ້າມກັນ ແລະ ມີໃບຍ່ອຍຢູ່ຍອດຂອງໃບ, ຍາວ 20 ຊັງຕີແມັດ,ກວ້າງ 1.3 ຫາ 5 ຊັງຕີແມັດ ຂອບໃບເປັນຮູບແຂ້ວເລື່ອຍ ດອກນ້ອຍສີຄີມປົນຂາວອອກເປັນພົ້ວຢູ່ຍອດເປັນຮູບຄັນຮົ່ມ ມີຄວາມກວ້າງ 15-30 ຊັງຕີແມັດ.



         ພືດຊະນິດນີ້ ແມ່ນນຳໃຊ້ເຂົ້າໃນການປິ່ນປົວ ໃນກໍລະນີຖືກກະດູກຫັກ ຫຼື ດູກແຕກໂດຍນຳເອົາຍອດ ຫຼື ໃບປັດນໍ້າ (ໄຂ່ປູ) ມາຊອຍປະສົມກັບໃບສິໄຄ ມົກໃສ່ຕອງກ້ວຍທະນີ ນຳໄປຂາງໄຟອອ່ນໆຫລັງຈາກນັ້ນ ຈຶ່ງນຳມາໂອບໃສ່ບ່ອນກະດູກຫັກ ແລ້ວພັນດ້ວຍແພຂາວສະອາດ.
ນອກຈາກປົວກະດູກຫັກແລ້ວ ກົກປັດນໍ້າຍັງສາມາດປົວພະຍາດອື່ນໆອີກເຊັ່ນ: ໃບ, ເປືອກແລະ ດອກປັດນໍ້າ ໃຊ້ຕົ້ມນໍ້າດື່ມເປັນຢາປົວໄອ, ຫຼອດລົມອັກເສບ ແລະ ປົວຂີ້ຂະຫຍື.ໃບແກ້ອາການເຈັບຕາມກ້າມຊີ້ນ ແລະ ຂໍ່ກະດູກ ໂດຍການນຳເອົາໃບມາຊອຍຕຳໃຫ້ມຸ່ນແລ້ວນຳໄປໂພະໃສ່ບ່ອນທີ່ເຈັບປວດ, ປົວປະດົງຂໍ່ແມ່ນ ໃຊ້ຮາກແຫ້ງ 30-60 ກຼາມຕົ້ມນໍ້າດື່ມ. ແກ້ອາການບວມແມ່ນ ເອົາໝົດຕົ້ນ 15-25 ກຼາມ ຕົ້ມນໍ້າດື່ມ. ໃນປະເທດຈີນ: ເຂົາເຈົ້າໃຊ້ເປັນຢາ ປົວຕັບ, ທ້ອງຖອກ ແລະ ປົວບາດແຜຕ່າງໆໃນອິນໂດເນເຊັຍ ໃຊ້ແກ້ອາການຜ່ອນຄາຍ ແລະ ຫລຸດຜ່ອນອາການເຈັບປວດຕາມຂໍ່ກະດູກ, ປົວຂີ້ໝາກເຫຼືອງ ແລະ ປະດົງຂໍ່. ບໍ່ມີເອກະສານໃດອ້າງອີງວ່າຕົ້ນໄມ້ຊະນິດນີ້ເບື່ອ.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ