Tuesday, February 09, 2016

ຫວ້ານຈອດ Eleutherine bulbosa

ຫວ້ານຈອດ
Eleutherine bulbosa



ວິທີນໍາໃຊ້ ເພື່ອການປິ່ນປົວ
ສໍາລັບອາການເຈັບທ້ອງ, ຖອກທ້ອງ ແລະ ເຈັບພົກຍ່ຽວ, ເອົາຫົວຫວ້ານແຫ້ງ 3 ກຣາມ ຫຼື ສົດ 25 ກຣາມ ຕົ້ມໃສ່ນໍ້າ 1 ລິດ.ດື່ມຄືຊາສອງເທື່ອຕໍ່ມື້ຕອນເຊົ້າ ແລະ ຕອນແລງ. ສໍາລັບບາດແຜ, ເອົາຫົວຫວ້ານສົດ ມາຝານ ແລະ ທາໃສ່ຜິວໜັງບໍລິເວນບາດແຜ ຈະຊ່ວຍໃຫ້ບາດແຜແຫ້ງ ແລະເຊົາໄວ. ເພື່ອຊ່ວຍໃຫ້ເລືອດລົມໄຫຼວຽນດີ ແລະ ກິນເຂົ້າແຊບ ໃຫ້ເອົາໝົດທຸກສ່ວນຂອງພືດນີ້ ມາດອງໃສ່ເຫຼົ້າກິນ.

ໄລຍະເວລາ
ຫວ້ານຈອດຈະໃຊ້ເວລາ 1 - 4 ເດືອນ ໃນການເຕີບໃຫຍ່. ເມື່ອອາຍຸຄົບ 4 ເດືອນ, ໃບຂອງມັນຈະລົ່ນ ແລະ ບາງລົງ, ພືດກໍຈະກ້າວເຂົ້າສູ່ຊ່ວງເວລາທີ່ຈະຢຸດການຈະເລີນເຕີບໂຕ. ເວລານີ້ເໝາະສົມທີ່ສຸດ ທີ່ຈະເກັບກ່ຽວເອົາຫົວຂອງມັນ.

ວິທີເບິ່ງແຍງຮັກສາ
ຫວ້ານຈອດເປັນພືດທີ່ມັກດິນຜຸຜຸ່ຍປະສົມດິນຊາຍ ທີ່ສາມາດລະບາຍນໍ້າໄດ້ດີ. ຄວນຫົດນໍ້າທຸກໆເຊົ້າ ແລະ ແລງ. ເສຍຫຍ້າ ແລະ ໃສ່ຝຸ່ນ ທຸກໆ 10 -15 ວັນ ເພື່ອສະໜອງທາດອາຫານໃຫ້ພຽງພໍ ແລະ ຊ່ວຍໃຫ້ຫົວຫວ້ານເຕີບໃຫຍ່.

ການເກັບກ່ຽວ
ຫຼັງຈາກປູກໄດ້ 3 ເດືອນ, ທ່ານຈະສັງເກດເຫັນໃບທີ່ແຫ້ງ. ທ່ານສາມາດຫຼົກເອົາຫົວຂຶ້ນຈາກດິນ, ນຳມາລ້າງໃຫ້ສະອາດ ແລະ ຕາກແດດໃຫ້ແຫ້ງ. ທ່ານສາມາດເກັບຮັກສາຫົວຫວ້ານໄວ້ໄດ້ປະມານໜຶ່ງປີໃນບ່ອນທີ່ເຢັນ.


ຂໍ້ແນະນໍາ ສຳລັບການຂະຫຍາຍພັນ
ຫວ້ານຈອດ ສາມາດຂະຫຍາຍພັນດ້ວຍວິທີແຍກຫົວ ແລ້ວເອົາໄປປູກໃໝ່.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ