ກົກປ່ານບ້ານ
ຊື່ວິທະຍາສາດ: Boehmeria nivea (L.) Gaudich.
ກົກປ່ານບ້ານ ເປັນພືດຟຸ່ມ ທີ່ມີຄວາມສວຍງາມ ໃບເປັນຮູບຫົວໃຈ ຊໍ່ດອກອອກຕາມຫວ່າງໃບສີຂຽວອ່ອນ ແຕ່ເວລາແກ່ຈະ ມີສີນ້ຳຕານຕັດກັບສີຂອງໃບ ເປັນຍອຍລົງ. ຖ້າເວົ້າເຖິງ ກົກປ່ານບ້ານ ປະຊາຊົນຊາວທ່າແຂກແມ່ນຮູ້ກັນດີ ເພາະເພິ່ນໄດ້ນຳໃຊ້ໃບປ່ານມາປະກອບໃສ່ເຂົ້າໜົມເຮັດໃຫ້ເປັນສີດຳຊຶ່ງ ເອີ້ນກັນວ່າ “ເຂົ້າໜົມປ່ານ” ເປັນສິນຄ້າທ້ອງຖິ່ນຂອງຊາວເມືອງທ່າແຂກ. ກົກປ່ານຖ້າມານຳໃຊ້ເປັນປະໂຫຍດທາງຢາແມ່ນໃຊ້ຮາກເປັນຢາປົວຝີ ໂດຍໃຊ້ຮາກທີ່ລ້າງສະອາດ ມາຝົນໃສ່ບ່ອນທ່ີເປັນຝີ ເຮັດໃຫ້ຝີຫຍຸບໄວ. ນອກຈາກນັ້ນ ຮາກກົກປ່ານຍັງເປັນຢາລ້ອມລູກ ໝາຍຄວາມວ່າບໍ່ໃຫ້ລຸລູກ ແມ່ນເອົາຮາກປ່ານ5-7 ຮາກ ລ້າງສະອາດທຸບໃຫ້ແຕກ ນຳໄປຕົ້ມນ້ຳດື່ມ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ