Tuesday, February 02, 2016

ການປູກພືດ ແຊມກັນ




ການປູກພືດແຊມກັນ
ການປູກພືດ ແຊມກັນ ແມ່ນທ່ານເອົາພືດທີ່ຕ່າງຊະນິດກັນມາປູກໃກ້ກັນ ເພື່ອເປັນການນໍາໃຊ້ພື້ນທີ່ດິນໃຫ້ເກີດ
ປະໂຫຍດສູງສຸດ ແລະ ເປັນການປ້ອງກັນໂຄງສ້າງຂອງດິນ ແລະ ຕົ້ນພືດ. ຕົວຢ່າງໃນກໍລະນີປູກພືດແຊມ
ກັນກໍ່ຄື ການປູກຕົ້ນໝາກຫຸ່ງໃກ້ກັບຕົ້ນຜັກກະເພົາ ແລະ ປູກຕົ້ນດອກດາວເຮືອງ ອ້ອມບໍລິເວນສວນຈະຊ່ວຍ
ໃນການຂັບໄລ່ບົ້ງຝອຍອອກຈາກດິນສວນ. ການທີ່ນໍາເອົາພືດທີ່ມີຄວາມຕ້ອງການແຕກຕ່າງກັນມາປູກລວມກັນ ຈະຊ່ວຍຫຼຸດຜ່ອນການຍາດແຍ່ງກັນລະຫວ່າງພືດ. ຂ້າງລຸ່ມນີ້ຄືບາງຂໍ້ແນະນໍາ ຫຼື ແນວຄິດໃນການເອົາພືດທີ່ມີຄວາມຕ້ອງການແຕກຕ່າງກັນມາປູກລວມກັນ:

  • ປູກພືດຕົ້ນສູງໃກ້ກັບພືດເຕ້ຍ (ເຊັ່ນ: ປູກສາລີປົນກັບກະລໍ່າປີ, ປູກຜັກຄະນາ (ບຼັອກຄໍລີ) ປົນກັບ ຜັກຫົມ /
  • ຜັກສະຫຼັດ, ປູກຕົ້ນໄມ້ກິນໝາກໃກ້ກັບຜັກ)
  • ປູກພືດປະເພດຮາກຍາວໃກ້ກັບພືດປະເພດຮາກສັ້ນ (ເຊັ່ນ: ປູກຕົ້ນໝາກຫຸ່ງປົນກັບຜັກກະເພົາ)
  • ປູກພືດປະເພດເຄືອໃກ້ກັບພືດຊະນິດຢັ່ງຜົນລົງດິນ (ເຊັ່ນ: ປູກຖົ່ວຍາວ ຫຼື ສາລີໃກ້ກັບຜັກສະຫຼັດ ຫຼື ຜັກບົ່ວ)
  • ປູກພືດໃບກ້ວາງໃກ້ກັບພືດໃບແຄບ (ເຊັ່ນ: ປູກກະຫຼໍ່າປີໃກ້ກັບກະຣົດ (ແຄຣອັທ)

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ