Friday, February 19, 2016

ບາງຄວາມຫມາຍທາງສັບ ໃນວຽກງານການ ກະເສດ ຫລື ກະສິກຳ




ຄວາມຫມາຍທາງສັບ  ໃນວຽກງານການ ກະເສດ ຫລື ກະສິກຳ

ການປູກສາລີພຽງຢ່າງດຽວ ໂດຍການນຳໃຊ້ເຕັກນິກ DMC: 
ໝາຍເຖິງການປູກສາລີພຽງຊະນິດດຽວທີ່ນຳໃຊ້ເຕັກນິກແບບບໍ່ໄຖພື້ນທີ່ພ້ອມທັງມີການຈັດການກ່ຽວກັບສິ່ງເສດເຫຼືອຕ່າງໆຈາກພືດກ່ອນການປູກ ແລະ ບໍ່ໄດ້ປູກຮ່ວມ ຫຼື ປູກໝູນວຽນກັບພືດຊະນິດອື່ນ. ຊື່ງການນຳໃຊເ້ຕັກນິກ ຮູບແບບນີ້ກໍ່ບໍ່ແມ່ນການຜະລິດ ໃນຄວາມໝາຍຂອງກະສິກຳແບບຍືນຍົງ ໃນປະຈຸບັນໄດ້ເຕັມຮ້ອຍ ແຕ່ມັນເປັນການສົ່ງເສີມຂອງອົງການອາຫານ ແລະ ການກະເສດ FAO (Food and Agriculture Organization) ປີ 2007

ການປູກໝູນວຽນກັນລະຫວ່າງ “ເຂົ້າໄຮ່ ແລະ ພືດອາຫານສັດ”:
 ລະບົບການຜະລິດແບບນີ້ໝາຍເຖິງ ການປູກພືດໝູນວຽນກັນ ໃນພື້ນທີ່ດຽວກັນລະຫວ່າງເຂົ້າໄຮ່ ແລະ ພືດອາ ຫານສັດ, ເຊິ່ງຫັລງຈາກການເກັບກູ້ພືດອາຫານສັດແລ້ວກໍ່ປູກເຂົ້າໄຮ່ລົງໃສ່ ໂດຍຮັກສາເສດພືດອາຫານສັດທີ່ຕາຍແລ້ວນັ້ນໄວ້ປົກຄຸມດິນ ເພື່ອເປັນຝຸ່ນ (ເຂົ້າໄຮ່+ຫຍ້າລຸຍຊີ ແລະ ອື່ນໆ). ຊຶ່ງລະບົບການປູກພືດແບບບໍ່ໄຖດິນນີ້ມີຜົນດີຫຼາຍຢ່າງ, ນອກຈາກຊ່ວຍເພີ່ມຊ່ອງທາງໃນການສ້າງລາຍຮັບທາງດ້ານເສດຖະກິດ ແລ້ວຍັງຊ່ວຍເພີ່ມອາຫານສະໜອງໃຫ້ແກ່ສັດລ້ຽງ, ຊ່ວຍປັບປຸງຄວາມອຸດົມສົມບູນຂອງດິນ ແລະ ຊີວະວິທະຍາກະສິກຳ, ຊ່ວຍດູດຊັບທາດຄາບອນ ແລະ ຫຼຸດຜ່ອນປະລິມານຂອງວັດສະພືດ ໂດຍການຄວບຄຸມດ້ວຍວິທີການທາງຊີວະວິທະຍາ.

ການປູກຫຍ້າລ້ຽງສັດ: 
ໝາຍເຖິງການລິເລີ່ມ ຫຼື ການນຳໃຊ້ວິທີການໃໝ່ເພື່ອປັບປຸງທົ່ງຫຍ້າທຳມະຊາດ ໂດຍການປັບປຸງແນວພັນແລະ ຜົນຜະລິດຂອງຫຍ້າໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບສະໜອງອາຫານໃຫ້ແກ່ສັດລ້ຽງໄດ້ຢ່າງພຽງພໍ. ເຊິ່ງຫຼັງຈາກປູກຫຍ້າລ້ຽງສັດໄດ້ 3 ປີ ເຮົາກໍ່ສາມາດປູກພືດໝູນວຽນຊະນິດອື່ນໆ ເພື່ອສ້າງລາຍຮັບໄດ້ນຳອີກ (ເຂົ້າໄຮ່,ຖົ່ວເຫຼືອງ ແລະ ອື່ນໆ) ໂດຍການນຳໃຊ້ເຕັກນິກແບບບໍ່ໄຖດິນ ແລະ ລະບົບການຈັດການເສດພືດຕ່າງໆໃຫ້ເປັນປະໂຫຍດ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ