Sunday, February 21, 2016

ຮູບແບບການປູກພືດ

ຮູບແບບການປູກພືດ

           ການປູກພືດທັນຍາຫານທີ່ຢູ່ໃນຕະກຸນ ຫຼື ສາຍພັນດຽວກັນເລື້ອຍໆ ມັນກໍ່ມັກມີສັດຕູພືດ ແລະ ພະຍາດຂອງພືດອັນ ດຽວກັນເກີດຂຶ້ນ. ຍົກຕົວຢ່າງ: ຖ້າຫາກທ່ານປູກມັນຝຼັ່ງໃສ່ດິນ ຕອນເດີມຕະຫຼອດ ແມງດ້ວງມັນຝຼັ່ງອາດຈະມາອາໄສ ແລະ ແຜ່ພັນໃນດິນຕອນນັ້ນ. ແຕ່ໃນທຸກໆສາມປີ ທ່ານປ່ຽນໄປປູກພືດອື່ນທີ່ບໍ່ແມ່ນຕະກຸນດຽວກັບມັນຝຼັ່ງ, ພວກແມງດ້ວງມັນຝຼັ່ງກໍ່ບໍ່ມີອັນກິນ; ພວກມັນກໍ່ຈະພາກັນໜີ ຫຼື ບໍ່ກໍ່ຕາຍໄປ. ໃນລະດູທີສາມນັ້ນແມ່ນບໍ່ໃຫ້ປູກມັນຝຼັ່ງ ຫຼື ພືດຕະກຸນດຽວກັບມັນເຊັ່ນ: ໝາກເລັ່ນ ຫຼື ພິກໄທ. ຢູ່ໃນດິນຕອນນັ້ນຄວນປູກພືດທີ່ແຕກຕ່າງຈາກມັນຝຼັ່ງຢ່າງສິ້ນເຊີງ ເຊັ່ນ: ພືດປະເພດເຂົ້າສາລີ ເປັນຕົ້ນ. ວິທີການປູກຝັງແບບນີ້ເອີ້ນວ່າ “ການປູກພືດໝູນວຽນ”. ມັນມີ 2 ວິທີການປູກຝັງທີ່ສາມາດປ້ອງກັນພະຍາດພືດ ແລະ ສັດຕູພືດໄດ້ຄື: (1) ປູກພືດໝູນວຽນ ແລະ (2) ປູກພືດຫຼາກຫຼາຍຊະນິດນຳກັນ.

ປູກພືດໝູນວຽນ

ການປູກພືດໝູນວຽນ (ໝາຍເຖິງການປ່ຽນປູກພືດຊະນິດຕ່າງກັນອອກໄປໃນແຕ່ລະໆດູໃນຕອນດິນປູກຕອນດຽວ) ເປັນວິທີການຄວບຄຸມປ້ອງກັນພະຍາດພືດ ແລະ ສັດຕູພືດໄດ້ ດ້ວຍການຈຳກັດອາຫານພວກມັນ. ນອກນີ້ມັນຍັງເປັນການປັບປຸງດິນປູກຝັງ ໂດຍການເພີ່ມທາດບຳລຸງລ້ຽງຊະນິດທີ່ແຕກຕ່າງຈາກພືດອື່ນໃຫ້ກັບດິນ. ຍົກຕົວຢ່າງ: ການປູກພືດຕະກຸນເຂົ້າໃນລະດູນີ້ ແລະ ປູກພືດຕະກຸນຖົ່ວໃນລະດູຕໍ່ໄປ ຈະເປັນການປັບປຸງດິນໃຫ້ອຸດົມສົມບູນຍິ່ງຂຶ້ນ. ນັ້ນກໍ່ເພາະວ່າພືດໃນຕະກຸນເຂົ້າແມ່ນມີລຳຕົ້ນທີ່ສູງ ແລະ ຫຼັງເກັບກ່ຽວແລ້ວກໍ່ຍັງມີລຳຕົ້ນໄວ້ເປັນຝຸ່ນຊີວະພາບໃຫ້ກັບດິນ; ສ່ວນວ່າພືດໃນຕະກຸນຖົ່ວກໍ່ເພີ່ມທາດນີເຕີ
ເຈັນໃຫ້ກັບດິນ.

ການຂະຫຍາຍພັນພືດຕາມວິທີການຂະຫຍາຍພັນພືດຕາມວິທີແບບດັ້ງເດີມ ສິ່ງທີ່ມີຊີວິດປະກອບມີສ່ວນໜ້ອຍໆທີ່ເອີ້ນວ່າ ພັນທຸກຳ “Genes”. ພັນທຸກຳແມ່ນເປັນສິ່ງທີ່ສາມາດຕັດສິນວ່


ປູກພືດຫຼາກຫຼາຍຊະນິດນຳກັນ
ການປູກພືດຫຼາກຫຼາຍຊະນິດນຳກັນເປັນການໃຫ້ທີ່ຢູ່ແກ່ແມງໄມ້ທີ່ມີປະໂຫຍດໄດ້ມາອາໃສ ແລະ ຍັງເປັນການເຮັດໃຫ້ສັດຕູພືດຊອກຫາພືດທີ່ພວກມັນມັກກິນເປັນອາຫານໄດ້ຍາກຂຶ້ນ. ການປູກພືດຫຼາກຫຼາຍຊະນິດນຳກັນຍັງເປັນການປັບປຸງສົ່ງເສີມໃຫ້ມີສະບຽງອາຫານການກິນຢ່າງພຽງພໍ, ນັ້ນກໍ່ເພາະວ່າຖ້າພືດຊະນິດໜຶ່ງບໍ່ໄດ້ຜົນ ມັນກໍ່ຍັງມີພືດອື່ນທີ່ໃຫ້ຜົນຜະລິດໄດ້. ການປູກພືດຫຼາຍຊະນິດຢູ່ໃກ້ຄຽງກັນນັ້ນສາມາດປ້ອງກັນສັດຕູພືດໄດ້ດັ່ງນີ້:
  • ພືດສະໝູນໄພ ແລະ ຜັກບາງຊະນິດທີ່ມີກິ່ນແຮງ ເຮັດໃຫ້ສັດຕູພືດບໍ່ເຂົ້າມາໃກ້.
  • ດອກໄມ້ບາງຊະນິດດຶງດູດເອົາແມງໄມ້ທີ່ເປັນນັກລ່າທີ່ກິນສັດຕູພືດເປັນອາຫານມາ.
  • ພືດບາງຊະນິດ ອ່ອຍລໍ້ເອົາສັດຕູພືດໄວ້. ອັນນີ້ແມ່ນກົງກັນຂ້າມກັບແນວຄວາມຄິດທີ່ໃຊ້ພືດທີ່ເຮັດໃຫ້ສັດຕູພືດຢູ່ຫ່າງໆ. ຖ້າທ່ານປູກພືດບາງຊະນິດທີ່ສັດຕູພືດມັກຫຼາຍກວ່າພືດທັນຍາຫານຂອງທ່ານ, ພວກສັດຕູພືດກໍ່ຈະຢູ່ນຳພືດອ່ອຍນັ້ນ ແລະ ບໍ່ມາທຳລາຍພືດຂອງທ່ານເລີຍ.
ບັນດາຊາວກະສິກອນແມ່ນໃຊ້ວິທີແບບປະສົມປະສານລະຫວ່າງຕົ້ນໄມ້, ສັດ ແລະ ພືດທັນຍາຫານຕ່າງໆ ເພື່ອປ້ອງກັນສັດຕູພືດ ໂດຍໃຊ້ຈຸດດີຂອງແຕ່ລະຢ່າງໃຫ້ເກີດປະໂຫຍດ








No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ