ຜັກບົ່ວ ແລະ ຜັກທຽມ
Allium spp.
ຄຸນຄ່າທາງໂພຊະນາການ
ຜັກບົ່ວ ແລະ ຜັກທຽມ ປະກອບດ້ວຍວິຕາມິນເອ ແລະ ວິຕາມິນຊີ ໃນປະລິມານສູງ, ແລະ ພວກມັນຍັງມີຄຸນນະສົມບັດ ໃນການຕ້ານການອັກເສບ ໃນລະບົບທາງເດີນອາຫານນໍາອີກ.
ວິທີການກິນ ຜັກບົ່ວ ແລະ ຜັກທຽມ
ຊອຍໃບຜັກບົ່ວດິບ ໃສ່ຍຳສະຫຼັດ, ແກງ ຫຼື ອາຫານປະເພດເສັ້ນ. ເອົາຫົວຜັກບົ່ວ ຫຼື ຫົວຜັກທຽມມາປຸງໃສ່ອາຫານ ເຊັ່ນ: ຕົ້ມ, ລາບ, ແກງກະລີ່ ແລະ ຂົ້ວ ເພື່ອກິນກັບເຂົ້າ.
ຄໍາແນະນໍາ ສຳລັບການຂະຫຍາຍພັນ
ແກ່ນຜັກບົ່ວ ສາມາດຫວ່ານແບບທາງກົງ ໃສ່ໜານໄດ້ເລີຍ. ຫວ່ານປະມານ 50 ແກ່ນ ຕໍ່ໜຶ່ງຕາແມັດຂອງໜານ. ເອົາດິນຈາກຄອກຝຸ່ນບົ່ມມາ ປົກແກ່ນໄວ້ພໍບາງໆ ແລະ ຫົດນໍ້າໜານດ້ວຍຄວາມລະມັດລະວັງ ຫຼັງຈາກຫວ່ານແກ່ນແລ້ວ. ຖ້າຈໍາເປັນ, ທ່ານສາມາດຂັດຈ້ອນເບ້ຍອອກເພື່ອໃຫ້ມັນບາງລົງ ຫຼັງຈາກທີ່ມັນອອກຈາວແລ້ວ, ແຍກມັນອອກຫ່າງກັນປະມານ 7 ຊັງຕີແມັດ. ເພື່ອຂະຫຍາຍພັນຜັກທຽມ, ແກະຫົວກະທຽມອອກເປັນກີບ ຫຼື ງີມ ເອົາໄປປູກໃສ່ໜານເລີຍ, ປູກຫ່າງກັນປະມານ 10 ຊັງຕີແມັດ. ແຕ່ລະງີມທີ່ປູກຈະຂຶ້ນເປັນຫົວໃໝ່.
ວິທີເບິ່ງແຍງຮັກສາ
ຜັກບົ່ວ ແລະ ຜັກທຽມ ເປັນພືດທີ່ຕ້ອງການ ການບົວລະບັດຮັກສາໃນລະດັບຕໍ່າ. ໃຫ້ຫົດນໍ້າທຸກໆ 2 - 3 ວັນ ແລະ ເສຍຫຍ້າເປັນບາງຄັ້ງຄາວ.
ບັນຫາທີ່ອາດຈະເກີດຂຶ້ນ
ຜັກບົ່ວ ແລະ ຜັກທຽມ ບໍ່ມີສັັດຕູພືດ ແລະ ພະຍາດ. ຖ້າວ່າມັນຖືກຝົນຫຼາຍ ຫຼື ຖືກຫົດນໍ້າຫຼາຍໂພດຈົນດິນປຽກ, ຮາກ, ກ້ານ ແລະ ຫົວ ອາດຈະເນົ່າ.ສະນັ້ນ ບໍ່ຄວນເອົາເຍື່ອຝຸ່ນບົ່ມປົກຫຸ້ມຜັກບົ່ວໜາເກີນໄປ.
ການເກັບກ່ຽວ
ໃບຜັກບົ່ວສາມາດຖືກເກັບໄດ້ພາຍຫຼັງປູກໄດ້ 6 ອາທິດ. ລໍຖ້າປະມານ 8 - 12 ອາທິດ ທ່ານຈະໄດ້ຫົວທີ່ໃຫຍ່ຂຶ້ນ. ເດັດໃບທີ່ຢູ່ຂ້າງລຸ່ມອອກ ແລະ ປະໃບສ່ວນເທິງໄວ້ສອງສາມໃບ ເພື່ອຮັກສາໃຫ້ຕົ້ນສືບຕໍ່ໃຫຍ່ຂຶ້ນ. ຜັກທຽມ ຕ້ອງການໄລຍະປູກທີ່ດົນກ່ວາຜັກບົ່ວຫຼາຍ. ຜັກທຽມພ້ອມທີ່ຈະຖືກເກັບກ່ຽວ ພາຍຫຼັງທີ່ປູກໄດ້ 4 - 6 ເດືອນຫຼັງຈາກທີ່ປູກຜັກທຽມໄດ້ 3 ອາທິດ, ຄວນເຊົາຫົດນໍ້າ ເພື່ອໃຫ້ໃບຂອງມັນເປັນສີເຫຼືອງ ແລະ ຫົວກໍ່ຈະເລີ່ມອອກ. ກ່ອນທີ່ຈະເກັບກ່ຽວ, ຄວນເຮັດໃຫ້ດິນຜ່ອຍເລັກນ້ອຍ ແລ້ວກໍ່ດຶງຫົວຜັກທຽມຂື້ນ, ແຕ່ຕ້ອງລະມັດລະວັງບໍ່ໃຫ້ມັນຂາດຫັກ. ຫຼັງຈາກເກັບກ່ຽວຫົວຜັກແລ້ວ, ເອົາໄປຕາກແດດໃຫ້ແຫ້ງ.
ໄລຍະເວລາ ແລະ ການອອກຜົນຜະລິດ
ຜັກບົ່ວທີ່ເກັບກ່ອນ ຈະໃຫ້ຜົນຜະລິດປະມານ 800 ກຣາມ ຕໍ່ໜຶ່ງຕາແມັດ, ສ່ວນຜັກບົ່ວທີ່ເກັບຊ່ວງຫຼັງ ຈະໃຫ້ຜົນຜະລິດເຖິງ 1200 ກຣາມ ຕໍ່ຕາແມັດ. ສ່ວນຜັກທຽມຈະໃຫ້ຜົນຜະລິດປະມານ 1000 ຫົວ ຕໍ່ຕາແມັດ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ