Thursday, January 07, 2016

ເຄືອເຂົາຮໍ Tinospora crispa

ເຄືອເຂົາຮໍ   Tinospora crispa (L.) Hook.  f. & Thomson MENISPERMACEAE      ລັກສະນະພືດສາດ: ເປັນໄມ້ເຄືອຜັດໃບ, ເຄືອບໍ່ມີຂົນ, ປົກກະຕິແລ້ວຈະມີຮາກອາກາດຍາວ. ລຳຕົ້ນແກ່ອວບ, ມີຕຸ່ມປູ້ຈຳນວນຫຼາຍເຫັນຊັດເຈນ. ລຳຕົ້ນອ່ອນອວບເລັກນ້ອຍ, ເປືອກບາງ, ເປັນແຜ່ນບາງຄືເຈ້ຍ,ສີນ້ຳຕານອ່ອນກ້ຽງ. ຊ່ອງອາກາດກ້ວາງ ແລະ ຍື່ນອອກມາສູງກວ່າບໍລິເວນລອບໆ. ໃບດ່ຽວ, ຈັບລຽງສະຫຼັບ,ຮູບຫົວໃຈ, ກ້ວາງ 6-13 ຊມ, ຍາວ 6-13 ຊມ, ຂອບໃບລຽບ, ຖານໃບວ້ຳຮູບຫົວໃຈ, ປາຍໃບຮຽວແຫຼມ. ດອກ ອອກເປັນຊໍ່ກະຈະ, ບໍ່ມີກ້ານ ຫຼື ບາງຄັ້ງມີກ້ານສັ້ນ. ດອກແຍກເພດຢູ່ຄົນລະຊໍ່, ຊໍ່ດອກເພດຜູ້ຮຽວບາງ, ຍາວ 5-10 ຊມ, ດອກຜູ້ ກາບດອກມີ 6 ກາບຢູ່ໃນ 2 ວົງ, ສີຂຽວ, ກ້ຽງ, ວົງນອກ 3 ກາບຮູບໄຂ່, ຂະໜາດ 1 ມມ, ວົງໃນ 3 ກາບຮູບໄຂ່ປີ້ນ, ຂະໜາດ 2.5-3 ມມ, ກີບດອກ 3-6 ກີບ, ສີເຫຼືອງ, ຮູບໄຂ່ປີ່ນເຖິງຮູບບ່ວງ, ຂະໜາດ 1.6-2.5 ມມ. ເກສອນຜູ້ມີ 6 ອັນ, ທຽບເທົ່າກັບກີບດອກ, ຊໍ່ດອກເພດແມ່ຂະໜາດ 2-6 ຊມ, ດອກສ່ວນຫຼາຍອອກ 1 ດອກຕໍ່ຂໍ້. ດອກແມ່ ກາບດອກ ແລະ ກີບດອກຄືກັນກັບໃນດອກຜູ້, ເກສອນຜູ້ເປັນໝັນ 6 ອັນ. ໃບໄຂ່ 3 ໃບ, ຂະໜາດ 2 ມມ, ຮວງຮັບລະອອງເກສອນເປັນແສກສັ້ນຫຼາຍ; ໝາກ ຂ້ອນຂ້າງມົນກົມ, ຂະໜາດປະມານ 2 ຊມ, ສີເຫຼືອງ ຫຼື ແດງ.  ປິ່ນປົວພະຍາດ: ແກ້ໄຂ້ຮ້ອນ  ສ່ວນທີ່ໃຊ້: ລຳຕົ້ນ ວິທີການນຳໃຊ້: ໃຊ້ລໍາຕົ້ນສົດຕັດເປັນທ່ອນຍາວປະມານ 20 ຊມ ເອົາປະມານ 4-5 ທ່ອນມາຕົ້ມກັບນ້ໍາ 2 ລິດຕົ້ມໃຫ້ເຫຼືອປະມານ 1 ລິດແລ້ວດຶ່ມກ່ອນອາຫານເຊົ້າແລງ ຫຼື ເວລາທີ່ມີອາການ. ການປູກຂະຫຍາຍພັນ: ເຄືອເຂົາຮໍເປັນພືດທີ່ເກີດຂຶ້ນເອງຕາມທຳມະຊາດ ເກີດຕາມປ່າດິບແລ້ງ, ປ່າປະສົມ ແລະ ຕາມຜາຫີນ, ເປັນພືດທີ່ສາມາດທົນຕໍ່ຄວາມແຫ້ງແລ້ງໄດ້ດີ ຂະຫຍາຍພັນດ້ວຍແກ່ນ ຫຼື ຕັດຊຳກໍ່ໄດ້ເຊັ່ນດຽວກັນ.

ເຄືອເຂົາຮໍ

Tinospora crispa (L.) Hook.  f. & Thomson
MENISPERMACEAE


ເຄືອເຂົາຮໍ Tinospora crispa (L.) Hook.  f. & Thomson  MENISPERMACEAE


ລັກສະນະພືດສາດ: ເປັນໄມ້ເຄືອຜັດໃບ, ເຄືອບໍ່ມີຂົນ, ປົກກະຕິແລ້ວຈະມີຮາກອາກາດຍາວ. ລຳຕົ້ນແກ່ອວບ, ມີຕຸ່ມປູ້ຈຳນວນຫຼາຍເຫັນຊັດເຈນ. ລຳຕົ້ນອ່ອນອວບເລັກນ້ອຍ, ເປືອກບາງ, ເປັນແຜ່ນບາງຄືເຈ້ຍ,ສີນ້ຳຕານອ່ອນກ້ຽງ. ຊ່ອງອາກາດກ້ວາງ ແລະ ຍື່ນອອກມາສູງກວ່າບໍລິເວນລອບໆ. ໃບດ່ຽວ, ຈັບລຽງສະຫຼັບ,ຮູບຫົວໃຈ, ກ້ວາງ 6-13 ຊມ, ຍາວ 6-13 ຊມ, ຂອບໃບລຽບ, ຖານໃບວ້ຳຮູບຫົວໃຈ, ປາຍໃບຮຽວແຫຼມ. ດອກ ອອກເປັນຊໍ່ກະຈະ, ບໍ່ມີກ້ານ ຫຼື ບາງຄັ້ງມີກ້ານສັ້ນ. ດອກແຍກເພດຢູ່ຄົນລະຊໍ່, ຊໍ່ດອກເພດຜູ້ຮຽວບາງ, ຍາວ 5-10 ຊມ, ດອກຜູ້ ກາບດອກມີ 6 ກາບຢູ່ໃນ 2 ວົງ, ສີຂຽວ, ກ້ຽງ, ວົງນອກ 3 ກາບຮູບໄຂ່, ຂະໜາດ 1 ມມ, ວົງໃນ 3 ກາບຮູບໄຂ່ປີ້ນ, ຂະໜາດ 2.5-3 ມມ, ກີບດອກ 3-6 ກີບ, ສີເຫຼືອງ, ຮູບໄຂ່ປີ່ນເຖິງຮູບບ່ວງ, ຂະໜາດ 1.6-2.5 ມມ. ເກສອນຜູ້ມີ 6 ອັນ, ທຽບເທົ່າກັບກີບດອກ, ຊໍ່ດອກເພດແມ່ຂະໜາດ 2-6 ຊມ, ດອກສ່ວນຫຼາຍອອກ 1 ດອກຕໍ່ຂໍ້. ດອກແມ່ ກາບດອກ ແລະ ກີບດອກຄືກັນກັບໃນດອກຜູ້, ເກສອນຜູ້ເປັນໝັນ 6 ອັນ. ໃບໄຂ່ 3 ໃບ, ຂະໜາດ 2 ມມ, ຮວງຮັບລະອອງເກສອນເປັນແສກສັ້ນຫຼາຍ; ໝາກ ຂ້ອນຂ້າງມົນກົມ, ຂະໜາດປະມານ 2 ຊມ, ສີເຫຼືອງ ຫຼື ແດງ.

ເຄືອເຂົາຮໍ   Tinospora crispa (L.) Hook.  f. & Thomson MENISPERMACEAE      ລັກສະນະພືດສາດ: ເປັນໄມ້ເຄືອຜັດໃບ, ເຄືອບໍ່ມີຂົນ, ປົກກະຕິແລ້ວຈະມີຮາກອາກາດຍາວ. ລຳຕົ້ນແກ່ອວບ, ມີຕຸ່ມປູ້ຈຳນວນຫຼາຍເຫັນຊັດເຈນ. ລຳຕົ້ນອ່ອນອວບເລັກນ້ອຍ, ເປືອກບາງ, ເປັນແຜ່ນບາງຄືເຈ້ຍ,ສີນ້ຳຕານອ່ອນກ້ຽງ. ຊ່ອງອາກາດກ້ວາງ ແລະ ຍື່ນອອກມາສູງກວ່າບໍລິເວນລອບໆ. ໃບດ່ຽວ, ຈັບລຽງສະຫຼັບ,ຮູບຫົວໃຈ, ກ້ວາງ 6-13 ຊມ, ຍາວ 6-13 ຊມ, ຂອບໃບລຽບ, ຖານໃບວ້ຳຮູບຫົວໃຈ, ປາຍໃບຮຽວແຫຼມ. ດອກ ອອກເປັນຊໍ່ກະຈະ, ບໍ່ມີກ້ານ ຫຼື ບາງຄັ້ງມີກ້ານສັ້ນ. ດອກແຍກເພດຢູ່ຄົນລະຊໍ່, ຊໍ່ດອກເພດຜູ້ຮຽວບາງ, ຍາວ 5-10 ຊມ, ດອກຜູ້ ກາບດອກມີ 6 ກາບຢູ່ໃນ 2 ວົງ, ສີຂຽວ, ກ້ຽງ, ວົງນອກ 3 ກາບຮູບໄຂ່, ຂະໜາດ 1 ມມ, ວົງໃນ 3 ກາບຮູບໄຂ່ປີ້ນ, ຂະໜາດ 2.5-3 ມມ, ກີບດອກ 3-6 ກີບ, ສີເຫຼືອງ, ຮູບໄຂ່ປີ່ນເຖິງຮູບບ່ວງ, ຂະໜາດ 1.6-2.5 ມມ. ເກສອນຜູ້ມີ 6 ອັນ, ທຽບເທົ່າກັບກີບດອກ, ຊໍ່ດອກເພດແມ່ຂະໜາດ 2-6 ຊມ, ດອກສ່ວນຫຼາຍອອກ 1 ດອກຕໍ່ຂໍ້. ດອກແມ່ ກາບດອກ ແລະ ກີບດອກຄືກັນກັບໃນດອກຜູ້, ເກສອນຜູ້ເປັນໝັນ 6 ອັນ. ໃບໄຂ່ 3 ໃບ, ຂະໜາດ 2 ມມ, ຮວງຮັບລະອອງເກສອນເປັນແສກສັ້ນຫຼາຍ; ໝາກ ຂ້ອນຂ້າງມົນກົມ, ຂະໜາດປະມານ 2 ຊມ, ສີເຫຼືອງ ຫຼື ແດງ.  ປິ່ນປົວພະຍາດ: ແກ້ໄຂ້ຮ້ອນ  ສ່ວນທີ່ໃຊ້: ລຳຕົ້ນ ວິທີການນຳໃຊ້: ໃຊ້ລໍາຕົ້ນສົດຕັດເປັນທ່ອນຍາວປະມານ 20 ຊມ ເອົາປະມານ 4-5 ທ່ອນມາຕົ້ມກັບນ້ໍາ 2 ລິດຕົ້ມໃຫ້ເຫຼືອປະມານ 1 ລິດແລ້ວດຶ່ມກ່ອນອາຫານເຊົ້າແລງ ຫຼື ເວລາທີ່ມີອາການ. ການປູກຂະຫຍາຍພັນ: ເຄືອເຂົາຮໍເປັນພືດທີ່ເກີດຂຶ້ນເອງຕາມທຳມະຊາດ ເກີດຕາມປ່າດິບແລ້ງ, ປ່າປະສົມ ແລະ ຕາມຜາຫີນ, ເປັນພືດທີ່ສາມາດທົນຕໍ່ຄວາມແຫ້ງແລ້ງໄດ້ດີ ຂະຫຍາຍພັນດ້ວຍແກ່ນ ຫຼື ຕັດຊຳກໍ່ໄດ້ເຊັ່ນດຽວກັນ.


ປິ່ນປົວພະຍາດ: ແກ້ໄຂ້ຮ້ອນ

ສ່ວນທີ່ໃຊ້: ລຳຕົ້ນ

ວິທີການນຳໃຊ້: ໃຊ້ລໍາຕົ້ນສົດຕັດເປັນທ່ອນຍາວປະມານ 20 ຊມ ເອົາປະມານ 4-5 ທ່ອນມາຕົ້ມກັບນ້ໍາ 2
ລິດຕົ້ມໃຫ້ເຫຼືອປະມານ 1 ລິດແລ້ວດຶ່ມກ່ອນອາຫານເຊົ້າແລງ ຫຼື ເວລາທີ່ມີອາການ.

ການປູກຂະຫຍາຍພັນ: ເຄືອເຂົາຮໍເປັນພືດທີ່ເກີດຂຶ້ນເອງຕາມທຳມະຊາດ ເກີດຕາມປ່າດິບແລ້ງ,
ປ່າປະສົມ ແລະ ຕາມຜາຫີນ, ເປັນພືດທີ່ສາມາດທົນຕໍ່ຄວາມແຫ້ງແລ້ງໄດ້ດີ ຂະຫຍາຍພັນດ້ວຍແກ່ນ ຫຼື
ຕັດຊຳກໍ່ໄດ້ເຊັ່ນດຽວກັນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ