Friday, January 22, 2016

ຫຍ້າໜວດແມວ Orthosiphon aristatus (Blume) Miq. LAMIACEAE

ຫຍ້າໜວດແມວ
Orthosiphon aristatus (Blume) Miq.
LAMIACEAE



ລັກສະນະພືດສາດ:  ຫຍ້າໜວດແມວ ເປັນພືດລົ້ມລຸກ, ສູງ 50-100 ຊມ. ກິ່ງກ້ານເປັນຫ່ຽມ, ສີມ່ວງ. ໃບດ່ຽວ, ຈັບກົງກັນຂ້າມ, ໃບຮູບໄຂ່ ຫຼື ຮູບດອກຈັນ, ກ້ວາງ 2-5 ຊມ, ຍາວ 4-9 ຊມ, ຖານໃບຮຽວແຫຼມຄືຫຼີ້ມ, ປາຍໃບຮຽວແຫຼມ, ຂອບໃບແສກແຂ້ວເລື່ອຍ, ກ້ານໃບຍາວ 1.5-2 ຊມ. ດອກ ຫຍ້າໜວດແມວ  ອອກເປັນຊໍ່ແບບກະຈະທີ່ປາຍຍອດ, ຍາວ 7-29 ຊມ, ມີກ້ານດອກຍ່ອຍ, ວົງກາບດອກ ຍາວ 2.5-4.5 ມມ, ປາກເປີດສອງແຄມ,ວົງກີບດອກ ຍາວ 10-20 ມມ, ເປັນຫຼອດ, ປາກແຍກເປັນສອງແຄມ, ສີຂາວ ຫຼື ສີມ່ວງຈາງ, ເກສອນຜູ້ມີ4 ອັນ, ຍາວຍື່ນອອກມາຈາກຫຼອດກີບດອກ. ໝາກ ຫຍ້າໜວດແມວ  ເປັນໝາກແຫ້ງບໍ່ແຕກ, ຮູບໄຂ່, ຂະໜາດ 1.5-2 ມມ, ສີນ້ຳຕານ.

ປິ່ນປົວພະຍາດ: ຂັບປັດສະວະ ແລະ ແກ້ເຈັບແອວ
ສ່ວນທີ່ໃຊ້: ທັງຕົ້ນ



ວິທີການນຳໃຊ້: ຂັບປັດສະວະແມ່ນໃຊ້ກິ່ງກັບໃບຫຍ້າໜວດແມວມາລ້າງນ້ຳໃຫ້ສະອາດແລ້ວນຳໄປຕາກໃຫ້
ແຫ້ງແລ້ວຊົງກັບນ້ຳຮ້ອນດື່ມຕາງນ້ຳ ແລະ ສຳລັບແກ້ເຈັບແອວແມ່ນໃຊ້ທັງຕົ້ນຕົ້ມນ້ຳດື່ມຈະເຮັດໃຫ້ອາການ
ເຈັບຫຼັງເຈັບແອວຫາຍໄປ.
ການປູກຂະຫຍາຍພັນ: ຫຍ້າໜວດແມວເປັນພືດທີ່ມັກດິນຜຸຜຸ່ຍ, ປູກງ່າຍ ເຕີບໂຕໄວ
ຂະຫຍາຍພັນດ້ວຍແກ່ນ ແລະ ຕັດຊຳ; ປູກເຮັດເປັນແປງ ຫຼື ປູກໃສ່ກະໂຖກໍ່ໄດ້ເຊັ່ນດຽວກັນ.

1 comment:

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ