Friday, January 08, 2016

ຕົ້ນສະບູເລືອດ, ຖ່ອມເລືອດ

ຕົ້ນສະບູເລືອດ, ຖ່ອມເລືອດ

Stephania pierrei Diels
MENISPERMACEAE


ສະບູເລືອດ, ຖ່ອມເລືອດ Stephania pierrei Diels MENISPERMACEAE     ລັກສະນະພືດສາດ: ສະບູເລືອດ, ຖ່ອມເລືອດ ເປັນໄມ້ເຄືອລົ້ມລຸກ, ມີຫົວຢູ່ໃຕ້ດິນ ຫຼື ຢອງຢູ່ເທິງໜ້າດິນ ມີອາຍຸຫຼາຍປີ, ເປືອກຫົວສີນ້ຳຕານ, ຫົວມີນ້ຳຢາງສີແດງຄືເລືອດ ເສັ້ນຜ່າກາງ 10-20 ຊມ. ລຳຕົ້ນແທງອອກຈາກຫົວ,ເລືອໄປຕາມໜ້າດິນ ຫຼື ເກາະກ້ຽວຕາມຕົ້ນໄມ້ອື່ນ, ຍາວໄດ້ເຖິງ 3-5 ມ. ໃບ ເປັນໃບດ່ຽວ, ຈັບແບບຮຽງສະຫຼັບ, ຮູບຂ້ອນຂ້າງກົມ, ກ້ວາງ 7-12 ຊມ, ຍາວ 7-12 ຊມ, ຖານໃບມົນ, ປາຍໃບຮຽວແຫຼມ,ກ້ານໃບຕິດຢູ່ກາງແຜ່ນໃບຍາວ 5-8 ຊມ, ຂອບໃບລຽບ, ແຜ່ນໃບບໍ່ມີຂົນ. ດອກ ອອກເປັນຊໍ່ແບບຄັ່ນຮົ່ມສອງຊັ້ນຕາມຊອກໃບ, ກ້ານດອກຊັ້ນໜຶ່ງຍາວ 10 ຊມ, ກ້ານຊໍ່ດອກຍ່ອຍ 2 ຊມ, ມີໃບປະດັບນ້ອຍໆຕິດຢູ່ກົກກ້ານຊໍ່ດອກ, ດອກແຍກເພດ, ກາບດອກມີ 6 ກາບ, ຮູບໄຂ່ ຍາວປະມານ 2 ມມ, ສີຂຽວ,ກີບດອກສີເຫຼືອງມີ 3 ກີບ, ຮູບໄຂ່ມົນກົມ, ຍອດຮ່ວງຮັບລະອອງມົນ, ສີເຫຼືອງ. ໝາກ ມີລັກສະນະຮູບກົມມີ 1 ແກ່ນ.  ປິ່ນປົວພະຍາດ: ແກ້ຕົກເລືອດ ແລະ ລົງຂາວຂອງຜູ້ຍິງ ສ່ວນທີ່ໃຊ້: ຫົວ ວິທີການນຳໃຊ້: ຊອຍຫົວເປັນແຜ່ນບາງໆປະມານ 2-3 ແຜ່ນ ນຳເອົາມາຕຳໃຫ້ມຸ່ນລະອຽດແລ້ວໃສ່ນ້ຳເຂົ້າ ມ່າ ຫຼື ເຫຼົ້າຂາວແລ້ວຄັ້ນເອົາແຕ່ນ້ຳດື່ມ ເຊົ້າ-ແລງ ຫຼື ກ່ອນນອນ. ການປູກຂະຫຍາຍພັນ: ສະບູເລືອດ, ຖ່ອມເລືອດ ເປັນພືດທີເກີດຂຶ້ນເອງຕາມທຳມະຊາດ ແລະ ມີຄວາມທົນທານຕໍ່ກັບສະພາບຄວາມແຫ້ງແລ້ງໄດ້ດີຈະເລີນເຕີບໂຕໄດ້ດີໃນດິນຜຸຜຸ່ຍ ແລະ ຂະຫຍາຍພັນໂດຍການກ້າແກ່ນ ຫຼື ນຳເອົາເຫງົ້າຈາກທຳມະຊາດມາຢອງໄວ້ກະໂຖປູກ ແລ້ວ ຫົດນໍ້າພຽງເລັກນ້ອຍ ຫຼັງຈາກນັ້ນກໍ່ຈະຄ່ອຍມີຍອດອ່ອນແທງອອກຈາກຫົວ.

ລັກສະນະພືດສາດຂອງ ສະບູເລືອດ

ສະບູເລືອດ, ຖ່ອມເລືອດ ເປັນໄມ້ເຄືອລົ້ມລຸກ, ມີຫົວຢູ່ໃຕ້ດິນ ຫຼື ຢອງຢູ່ເທິງໜ້າດິນ ມີອາຍຸຫຼາຍປີ, ເປືອກຫົວສີນ້ຳຕານ, ຫົວມີນ້ຳຢາງສີແດງຄືເລືອດ ເສັ້ນຜ່າກາງ 10-20 ຊມ. ລຳຕົ້ນແທງອອກຈາກຫົວ,ເລືອໄປຕາມໜ້າດິນ ຫຼື ເກາະກ້ຽວຕາມຕົ້ນໄມ້ອື່ນ, ຍາວໄດ້ເຖິງ 3-5 ມ. ໃບ ເປັນໃບດ່ຽວ, ຈັບແບບຮຽງສະຫຼັບ, ຮູບຂ້ອນຂ້າງກົມ, ກ້ວາງ 7-12 ຊມ, ຍາວ 7-12 ຊມ, ຖານໃບມົນ, ປາຍໃບຮຽວແຫຼມ,ກ້ານໃບຕິດຢູ່ກາງແຜ່ນໃບຍາວ 5-8 ຊມ, ຂອບໃບລຽບ, ແຜ່ນໃບບໍ່ມີຂົນ. ດອກ ອອກເປັນຊໍ່ແບບຄັ່ນຮົ່ມສອງຊັ້ນຕາມຊອກໃບ, ກ້ານດອກຊັ້ນໜຶ່ງຍາວ 10 ຊມ, ກ້ານຊໍ່ດອກຍ່ອຍ 2 ຊມ, ມີໃບປະດັບນ້ອຍໆຕິດຢູ່ກົກກ້ານຊໍ່ດອກ, ດອກແຍກເພດ, ກາບດອກມີ 6 ກາບ, ຮູບໄຂ່ ຍາວປະມານ 2 ມມ, ສີຂຽວ,ກີບດອກສີເຫຼືອງມີ 3 ກີບ, ຮູບໄຂ່ມົນກົມ, ຍອດຮ່ວງຮັບລະອອງມົນ, ສີເຫຼືອງ. ໝາກ ມີລັກສະນະຮູບກົມມີ 1 ແກ່ນ.

ປິ່ນປົວພະຍາດ: ແກ້ຕົກເລືອດ ແລະ ລົງຂາວຂອງຜູ້ຍິງ
ສ່ວນທີ່ໃຊ້: ຫົວ

ວິທີການນຳໃຊ້

ຊອຍຫົວເປັນແຜ່ນບາງໆປະມານ 2-3 ແຜ່ນ ນຳເອົາມາຕຳໃຫ້ມຸ່ນລະອຽດແລ້ວໃສ່ນ້ຳເຂົ້າ
ມ່າ ຫຼື ເຫຼົ້າຂາວແລ້ວຄັ້ນເອົາແຕ່ນ້ຳດື່ມ ເຊົ້າ-ແລງ ຫຼື ກ່ອນນອນ.

ການປູກຂະຫຍາຍພັນ

ສະບູເລືອດ, ຖ່ອມເລືອດ ເປັນພືດທີເກີດຂຶ້ນເອງຕາມທຳມະຊາດ ແລະ ມີຄວາມທົນທານຕໍ່ກັບສະພາບຄວາມແຫ້ງແລ້ງໄດ້ດີຈະເລີນເຕີບໂຕໄດ້ດີໃນດິນຜຸຜຸ່ຍ ແລະ ຂະຫຍາຍພັນໂດຍການກ້າແກ່ນ ຫຼື ນຳເອົາເຫງົ້າຈາກທຳມະຊາດມາຢອງໄວ້ກະໂຖປູກ ແລ້ວ ຫົດນໍ້າພຽງເລັກນ້ອຍ ຫຼັງຈາກນັ້ນກໍ່ຈະຄ່ອຍມີຍອດອ່ອນແທງອອກຈາກຫົວ.

ສະບູເລືອດ, ຖ່ອມເລືອດ Stephania pierrei Diels MENISPERMACEAE     ລັກສະນະພືດສາດ: ສະບູເລືອດ, ຖ່ອມເລືອດ ເປັນໄມ້ເຄືອລົ້ມລຸກ, ມີຫົວຢູ່ໃຕ້ດິນ ຫຼື ຢອງຢູ່ເທິງໜ້າດິນ ມີອາຍຸຫຼາຍປີ, ເປືອກຫົວສີນ້ຳຕານ, ຫົວມີນ້ຳຢາງສີແດງຄືເລືອດ ເສັ້ນຜ່າກາງ 10-20 ຊມ. ລຳຕົ້ນແທງອອກຈາກຫົວ,ເລືອໄປຕາມໜ້າດິນ ຫຼື ເກາະກ້ຽວຕາມຕົ້ນໄມ້ອື່ນ, ຍາວໄດ້ເຖິງ 3-5 ມ. ໃບ ເປັນໃບດ່ຽວ, ຈັບແບບຮຽງສະຫຼັບ, ຮູບຂ້ອນຂ້າງກົມ, ກ້ວາງ 7-12 ຊມ, ຍາວ 7-12 ຊມ, ຖານໃບມົນ, ປາຍໃບຮຽວແຫຼມ,ກ້ານໃບຕິດຢູ່ກາງແຜ່ນໃບຍາວ 5-8 ຊມ, ຂອບໃບລຽບ, ແຜ່ນໃບບໍ່ມີຂົນ. ດອກ ອອກເປັນຊໍ່ແບບຄັ່ນຮົ່ມສອງຊັ້ນຕາມຊອກໃບ, ກ້ານດອກຊັ້ນໜຶ່ງຍາວ 10 ຊມ, ກ້ານຊໍ່ດອກຍ່ອຍ 2 ຊມ, ມີໃບປະດັບນ້ອຍໆຕິດຢູ່ກົກກ້ານຊໍ່ດອກ, ດອກແຍກເພດ, ກາບດອກມີ 6 ກາບ, ຮູບໄຂ່ ຍາວປະມານ 2 ມມ, ສີຂຽວ,ກີບດອກສີເຫຼືອງມີ 3 ກີບ, ຮູບໄຂ່ມົນກົມ, ຍອດຮ່ວງຮັບລະອອງມົນ, ສີເຫຼືອງ. ໝາກ ມີລັກສະນະຮູບກົມມີ 1 ແກ່ນ.  ປິ່ນປົວພະຍາດ: ແກ້ຕົກເລືອດ ແລະ ລົງຂາວຂອງຜູ້ຍິງ ສ່ວນທີ່ໃຊ້: ຫົວ ວິທີການນຳໃຊ້: ຊອຍຫົວເປັນແຜ່ນບາງໆປະມານ 2-3 ແຜ່ນ ນຳເອົາມາຕຳໃຫ້ມຸ່ນລະອຽດແລ້ວໃສ່ນ້ຳເຂົ້າ ມ່າ ຫຼື ເຫຼົ້າຂາວແລ້ວຄັ້ນເອົາແຕ່ນ້ຳດື່ມ ເຊົ້າ-ແລງ ຫຼື ກ່ອນນອນ. ການປູກຂະຫຍາຍພັນ: ສະບູເລືອດ, ຖ່ອມເລືອດ ເປັນພືດທີເກີດຂຶ້ນເອງຕາມທຳມະຊາດ ແລະ ມີຄວາມທົນທານຕໍ່ກັບສະພາບຄວາມແຫ້ງແລ້ງໄດ້ດີຈະເລີນເຕີບໂຕໄດ້ດີໃນດິນຜຸຜຸ່ຍ ແລະ ຂະຫຍາຍພັນໂດຍການກ້າແກ່ນ ຫຼື ນຳເອົາເຫງົ້າຈາກທຳມະຊາດມາຢອງໄວ້ກະໂຖປູກ ແລ້ວ ຫົດນໍ້າພຽງເລັກນ້ອຍ ຫຼັງຈາກນັ້ນກໍ່ຈະຄ່ອຍມີຍອດອ່ອນແທງອອກຈາກຫົວ.



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ