Thursday, January 07, 2016

ຜັກກູດອ້ອມ ຄຸນປະໂຫຍດທາງຢາ

ຜັກກູດອ້ອມ
Aglaomorpha coronans (Wall. ex Mett.) Copel.

POLYPODIACEAE
ລັກສະນະພືດສາດ: ເປັນຜັກກູດອີງອາໃສຂະໜາດໃຫຍ່, ລຳຕົ້ນເປັນເຫງົ້າໜາເກາະເລືອຕາມຕົ້ນໄມ້ອື່ນ. ມີເກັດປົກຄຸມຢ່າງໜາແໜ້ນທົ່ວເຫງົ້າ, ເກັດໜາຕິດທົນເພື່ອປ້ອງກັນການສູນເສຍນໍ້າ, ຮູບໃບຫອກ, ສີນ້ຳຕານ,ຍາວປະມານ 1.5 ຊມ; ເຫງົ້າຍັງມີຂົນສີນ້ຳຕານອົມແດງປົກຄຸມຢູ່ຢ່າງໜາແໜ້ນ. ໃບດ່ຽວ, ກ້ານໃບສັ້ນໆຫຼື ບໍ່ມີກ້ານ, ແຜ່ນໃບຮູບຮີແກມຮູບຂອບຂະໜານ, ຍາວປະມານ 1 ມ, ກ້ວາງ 60 ຊມ, ຖານໃບກົມ ຫຼືວ້ຳເປັນຮູບຫົວໃຈ, ຂອບໃບຫຍັກເລີກແບບຂົນນົກເກືອບເຖິງເສັ້ນກ່າງກາງໃບ, ເສັ້ນໃບນູນຂຶ້ນທັງສອງດ້ານຂອງແຜ່ນໃບ, ຜິວໃບໜາຄ້າຍໜັງ, ບໍ່ມີຂົນ, ກົກໃບເປັນແຜ່ນຂະຫຍາຍອອກປົກຄຸ້ມບໍລິເວນລຳຕົ້ນເອົາໄວ້.ກຸ່ມອັບສະປໍກົມສີນໍ້າຕານ, ລຽງກັນເປັນແຖວດ່ຽວ ຫຼື ຄູ່ໃນແຕ່ລະຂ້າງຂອງເສັ້ນກ່າງໃບຍ່ອຍ.   ປິ່ນປົວພະຍາດ: ຕານເຕັ້ນ ຫຼື ແຕນວຽນ   ສ່ວນທີ່ໃຊ້: ເຫງົ້າ ວິທີການນຳໃຊ້: ນຳເອົາເຫງົ້າກູດອ້ອມມາລ້າງນ້ຳໃຫ້ສະອາດແລ້ວຝົນທາບໍລິເວນທີ່ເປັນຕຸ່ມຕານເຕັ້ນ ຫຼື ແຕນວຽນ. ການປູກຂະຫຍາຍພັນ: ກູດອ້ອມສາມາດນຳມາປູກຕິດໃສ່ຕົ້ນໄມ້ ຫຼື ປູກໃສ່ກະໂຖໂດຍໃຊ້ເປືອກໄມ້ ແລະ ເສດໃບໄມ້, ກູດອ້ອມສາມາດຂະຫຍາຍພັນດ້ວຍສະປໍ ຫຼື ແຍກເຫງົ້າ.ລັກສະນະພືດສາດ: ເປັນຜັກກູດອີງອາໃສຂະໜາດໃຫຍ່, ລຳຕົ້ນເປັນເຫງົ້າໜາເກາະເລືອຕາມຕົ້ນໄມ້ອື່ນ. ມີເກັດປົກຄຸມຢ່າງໜາແໜ້ນທົ່ວເຫງົ້າ, ເກັດໜາຕິດທົນເພື່ອປ້ອງກັນການສູນເສຍນໍ້າ, ຮູບໃບຫອກ, ສີນ້ຳຕານ,ຍາວປະມານ 1.5 ຊມ; ເຫງົ້າຍັງມີຂົນສີນ້ຳຕານອົມແດງປົກຄຸມຢູ່ຢ່າງໜາແໜ້ນ. ໃບດ່ຽວ, ກ້ານໃບສັ້ນໆຫຼື ບໍ່ມີກ້ານ, ແຜ່ນໃບຮູບຮີແກມຮູບຂອບຂະໜານ, ຍາວປະມານ 1 ມ, ກ້ວາງ 60 ຊມ, ຖານໃບກົມ ຫຼືວ້ຳເປັນຮູບຫົວໃຈ, ຂອບໃບຫຍັກເລີກແບບຂົນນົກເກືອບເຖິງເສັ້ນກ່າງກາງໃບ, ເສັ້ນໃບນູນຂຶ້ນທັງສອງດ້ານຂອງແຜ່ນໃບ, ຜິວໃບໜາຄ້າຍໜັງ, ບໍ່ມີຂົນ, ກົກໃບເປັນແຜ່ນຂະຫຍາຍອອກປົກຄຸ້ມບໍລິເວນລຳຕົ້ນເອົາໄວ້.ກຸ່ມອັບສະປໍກົມສີນໍ້າຕານ, ລຽງກັນເປັນແຖວດ່ຽວ ຫຼື ຄູ່ໃນແຕ່ລະຂ້າງຂອງເສັ້ນກ່າງໃບຍ່ອຍ.   ປິ່ນປົວພະຍາດ: ຕານເຕັ້ນ ຫຼື ແຕນວຽນ   ສ່ວນທີ່ໃຊ້: ເຫງົ້າ ວິທີການນຳໃຊ້: ນຳເອົາເຫງົ້າກູດອ້ອມມາລ້າງນ້ຳໃຫ້ສະອາດແລ້ວຝົນທາບໍລິເວນທີ່ເປັນຕຸ່ມຕານເຕັ້ນ ຫຼື ແຕນວຽນ. ການປູກຂະຫຍາຍພັນ: ກູດອ້ອມສາມາດນຳມາປູກຕິດໃສ່ຕົ້ນໄມ້ ຫຼື ປູກໃສ່ກະໂຖໂດຍໃຊ້ເປືອກໄມ້ ແລະ ເສດໃບໄມ້, ກູດອ້ອມສາມາດຂະຫຍາຍພັນດ້ວຍສະປໍ ຫຼື ແຍກເຫງົ້າ. 


ລັກສະນະພືດສາດ: ເປັນຜັກກູດອີງອາໃສຂະໜາດໃຫຍ່, ລຳຕົ້ນເປັນເຫງົ້າໜາເກາະເລືອຕາມຕົ້ນໄມ້ອື່ນ. ມີເກັດປົກຄຸມຢ່າງໜາແໜ້ນທົ່ວເຫງົ້າ, ເກັດໜາຕິດທົນເພື່ອປ້ອງກັນການສູນເສຍນໍ້າ, ຮູບໃບຫອກ, ສີນ້ຳຕານ,ຍາວປະມານ 1.5 ຊມ; ເຫງົ້າຍັງມີຂົນສີນ້ຳຕານອົມແດງປົກຄຸມຢູ່ຢ່າງໜາແໜ້ນ. ໃບດ່ຽວ, ກ້ານໃບສັ້ນໆຫຼື ບໍ່ມີກ້ານ, ແຜ່ນໃບຮູບຮີແກມຮູບຂອບຂະໜານ, ຍາວປະມານ 1, ກ້ວາງ 60 ຊມ, ຖານໃບກົມ ຫຼືວ້ຳເປັນຮູບຫົວໃຈ, ຂອບໃບຫຍັກເລີກແບບຂົນນົກເກືອບເຖິງເສັ້ນກ່າງກາງໃບ, ເສັ້ນໃບນູນຂຶ້ນທັງສອງດ້ານຂອງແຜ່ນໃບ, ຜິວໃບໜາຄ້າຍໜັງ, ບໍ່ມີຂົນ, ກົກໃບເປັນແຜ່ນຂະຫຍາຍອອກປົກຄຸ້ມບໍລິເວນລຳຕົ້ນເອົາໄວ້.ກຸ່ມອັບສະປໍກົມສີນໍ້າຕານ, ລຽງກັນເປັນແຖວດ່ຽວ ຫຼື ຄູ່ໃນແຕ່ລະຂ້າງຂອງເສັ້ນກ່າງໃບຍ່ອຍ.

ປິ່ນປົວພະຍາດ: ຕານເຕັ້ນ ຫຼື ແຕນວຽນ

ສ່ວນທີ່ໃຊ້: ເຫງົ້າ
ວິທີການນຳໃຊ້: ນຳເອົາເຫງົ້າກູດອ້ອມມາລ້າງນ້ຳໃຫ້ສະອາດແລ້ວຝົນທາບໍລິເວນທີ່ເປັນຕຸ່ມຕານເຕັ້ນ ຫຼື
ແຕນວຽນ.
ການປູກຂະຫຍາຍພັນ: ກູດອ້ອມສາມາດນຳມາປູກຕິດໃສ່ຕົ້ນໄມ້ ຫຼື ປູກໃສ່ກະໂຖໂດຍໃຊ້ເປືອກໄມ້ ແລະ
ເສດໃບໄມ້, ກູດອ້ອມສາມາດຂະຫຍາຍພັນດ້ວຍສະປໍ ຫຼື ແຍກເຫງົ້າ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ