ປ່າຫ້ວຍຍາງ ນອກຈາກຈະເປັນປ່າສະຫງວນແລ້ວ ຍັງແມ່ນສະຖານທີ່ທ່ອງທ່ຽວແຫ່ງຫນຶ່ງທີ່ກຳລັງໄດ້ຮັບຄວາມສົນໃຈຈາກບັນດານັກທ່ອງທ່ຽວ ໂດຍສະເພາະກໍ່ແມ່ນຜູ້ທີ່ມັກການ ຍ່າງປ່າເປັນຊີວິດຈິດໃຈ ເນື່ອງຈາກມີຄວາມເພີດເພີນລວມທັງບັນຍາກາດທີ່ງຽບສະຫງົບ ແລະ ເສັ້ນທາງການຍ່າງປ່າກໍ່ບໍ່ສັບສົນ.
ປ່າຫ້ວຍຍາງ ຈັດເປັນປ່າທີ່ເກົ່າແກ່ມີອາຍຸໄດ້ຫລາຍຮ້ອຍປີມາແລ້ວ ແຕ່ຖືກຮັບຮອງຈາກພາກສ່ວນກ່ຽວຂ້ອງໃນການປະກາດເປັນປ່າສະຫງວນໃນປີ 1958, ປ່າສະຫງວນແຫ່ງນີ້ ມີ ເນື້ອທີ່ 800 ເຮັກຕາ, ຕັ້ງຢູ່ແຂວງວຽງຈັນ ເຊິ່ງຫ່າງຈາກ ນະຄອນຫລວງວຽງຈັນປະມານ 20 ກິໂລແມັດ ປ່າສະຫງວນແຫ່ງນີ້ ເປັນທີ່ຮູ້ຈັກກັນດີໃນນາມສະຖານທີ່ຂອງການເບິ່ງນົກຫລາຍຊະນິດ ແລະ ທັງປະກອບມີຫລາຍຮ້ອຍໂຕເຊິ່ງຫາຍາກທີ່ຈະໄດ້ເຫັນຫມູ່ນົກເປັນຈຳນວນຫລາຍແບບນີ້ ໂດຍສະເພາະກໍ່ແມ່ນຫນອງນົກຢູ່ໃກ້ກັບເຂດບ້ານສີວິໄລ, ເມືອງໂພນໂຮງ, ແຂວງວຽງຈັນ ເຊິ່ງຫນອງດັ່ງກ່າວມີເນື້ອທີ່ເຖິງ 60 ກວ່າເຮັກຕາ ມີນົກປ່າອາໄສຢູ່ເປັນຈຳນວນຫລາຍ ພ້ອມກັນນັ້ນ ບັນດານັກທ່ອງທ່ຽວທີ່ມັກການຍ່າງປ່າທັງຕ້ອງການສຶກສາສຳຫລວດ ເພື່ອຄົ້ນຫາປະສົບການໃຫ້ແກ່ຕົນເອງກໍ່ສາມາດສຶກສາໄດ້ ໂດຍອາດຈະອາໄສປຶ້ມນຳທ່ຽວ, ແຜນທີ່ ຫລື ພະນັກງານນຳທ່ຽວຂັ້ນທ້ອງຖິ່ນຍິ່ງເປັນການດີ ເພາະບັນດາພະນັກງານນຳທ່ຽວ ຂັ້ນທ້ອງຖິ່ນເຫລົ່ານີ້ ນອກຈາກຈະສາມາດນຳພາທາງໄປຢ່າງຖືກຕ້ອງແມ່ນຢຳແລ້ວພວກເຂົາ ຍັງສາມາດບັນລະຍາຍຜົນປະໂຫຍດຂອງພືດຫລາຍຊະນິດ ເຊິ່ງບາງທີ່ພວກເຮົາເຫັນເປັນພຽງຕົ້ນຫຍ້າ ຫລື ຕົ້ນໄມ້ທຳມະດາ ແຕ່ສ່ວນເລິກແລ້ວພືດເຫລົ່ານັ້ນ ລ້ວນແຕ່ເປັນຢາດີວິເສດສາມາດປິ່ນປົວພະຍາດໃຫ້ຫາຍຂາດໄດ້ ແລະຍັງບໍ່ມີຜົນກະທົບໃດໆຕໍ່ຮ່າງກາຍຢ່າງທີ່ທ່ານບໍ່ຄາດຄິດວ່າ ມັນຈະເປັນເຊັ່ນນັ້ນ ອີກດ້ານຫນຶ່ງປ່າສະຫງວນແຫ່ງນີ້ກໍ່ມີອາຍຸໄດ້ຫລາຍຮ້ອຍປີ ຈິ່ງເປັນທີ່ສະດວກໃນການສຶກສາຄົ້ນຄວ້າກ່ຽວກັບພືດເປັນຢາ ອັນບໍ່ພຽງແຕ່ເປັນການຍ່າງທ່ຽວປ່າແບບເພີດເພີນໃຈເທົ່ານັ້ນ.
ເຖິງແມ່ນວ່າປ່າຫ້ວຍຍາງຈະມີເນື້ອທີ່ນ້ອຍ ແຕ່ກໍ່ເຫມາະສົມສຳລັບການຍ່າງປ່າເນື່ອງຈາກເສັ້ນທາງທີ່ບໍ່ສັບສົນ ພ້ອມທັງພາບບັນຍາກາດອັນງຽບສະຫງົບ ທ່ານສາມາດໃຊ້ເວລາໃນ ການຍ່າງທ່ຽວປ່າແຫ່ງນີ້ພາຍໃນເວລາຫນຶ່ງວັນ ແລະ ກໍ່ກິນເຂົ້າປ່າຢູ່ທີ່ນັ້ນເລີຍກໍ່ໄດ້ ແຕ່ກໍ່ຢ່າລືມພົກພາອາຫານ ແລະ ນ້ຳດື່ມຕິດຕົວໄປນຳເພາະການດື່ມນ້ຳດິບຈາກທຳມະຊາດອາດພາ ໃຫ້ເກີດບັນຫາບາງຢ່າງຕາມມາ.
ພາຍຫລັງມີການຈັດແບ່ງເນື້ອທີ່ດິນປ່າສະຫງວນຫ້ວຍຍາງ ເມືອງໄຊທານີ ນະຄອນ ຫລວງວຽງຈັນ ໃຫ້ກັບບັນດາສຳນັກ ງານ, ອົງການຂອງລັດຈຳນວນໜຶ່ງ ເພື່ອກະກຽມປຸກສ້າງອາຄານຫລັງໃໝ່ ແລະ ມີບາງອົງການແມ່ນໄດ້ມີການຕັດໄມ້ບຸກເບີກເນື້ອທີ່ແລ້ວ, ແຕ່ປາ ກົດວ່າໄດ້ມີກຸ່ມຄົນບໍ່ດີຈຳນວນໜຶ່ງໄດ້ລັກລອບເຂົ້າມາລັກຂຸດເອົາເຫງົ້າໄມ້ໃນເຂດປ່າສະ ຫງວນດັ່ງກ່າວຢ່າງລຽນຕິດຈົນເຈົ້າໜ້າທີ່ກ່ຽວຂ້ອງຕ້ອງໄດ້ເພີ່ມມາດຕະການກວດກາເວນຍາມໃນໄລຍະນີ້.
ນັກຂ່າວພວກເຮົາໄດ້ສອບຖາມພະນັກງານຫ້ອງການຄຸ້ມຄອງຂະແໜງຊັບພະຍາກອນປ່າໄມ້ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປ່າສະຫງວນຫ້ວຍຍາງມີເນື້ອທີ່ປະມານ 800 ກວ່າເຮັກ ຕາ. ສຳລັບສະພາບການລັກຕັດໄມ້ໃນປ່າສະຫງວນແຫ່ງນີ້ແມ່ນມີມາດົນ ແລະ ປັດຈຸບັນນີ້ແມ່ນມີການເຂົ້າມາລັກຂຸດເຫງົ້າໄມ້ນຳອີກ ໂດຍສະເພາະແມ່ນໄມ້ດູ່, ໄມ້ແຕ້ ແລະ ອື່ນໆ ເຊິ່ງ ຜ່ານມາກໍພົບຮ່ອງຮອຍຂອງກຸ່ມຄົນທີ່ເຂົ້າ ມາລັກຕັດໄມ້ ແລະ ຂຸດເຫງົ້າໄມ້ຫລາຍຄັ້ງແຕ່ກໍບໍ່ສາມາດຈັບຕົວໄດ້ ເຊິ່ງຄາດວ່າ ແມ່ນປະຊາຊົນອາໄສຢູ່ເຂດໃກ້ຄຽງປ່າສະ ຫງວນແຫ່ງນີ້ ເພາະວ່າມີຄວາມຊຳນານຮູ້ພື້ນທີ່ປ່າເປັນຢ່າງດີ ຈຶ່ງສາມາດຫລົບໜີການຈັບກຸມຂອງເຈົ້າໜ້າທີ່ໄປໄດ້ຫລາຍຄັ້ງ
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ