Thursday, July 30, 2015
Sunday, July 26, 2015
ການປູກກະລ່ຳປີນອກລະດູ
ເຕັກນິກການປູກກະລໍ່າປີນອກລະດູການ ເປັນເຕັກ ນິກໜຶ່ງທີ່ປະຊາຊົນເຮົາສາມາດເຮັດໄດ້ ເພາະມັນບໍ່ແຕກຕ່າງຫຍັງກັບການປູກກະລໍ່າປີໃນລະດູ ແຕ່ການປູກກະລໍ່ານອກລະດູຕ້ອງໄດ້ນຳໃຊ້ເຕັກນິກບາງຢ່າງເຂົ້າຊ່ວຍ. ຖ້າເຮົາສາມາດເຮັດໄດ້ຈະສ້າງລາຍຮັບໃຫ້ແກ່ຊາວກະສິກອນ ເພາະມັນມີລາຄາສູງ ຜັກກະລໍ່າສາມາດປູກໄດ້ໃນດິນເກືອບທຸກຊະນິດ ແຕ່ດິນທີ່ເໝາະສົມແມ່ນດິນຊາຍແກມຕົມ ບ່ອນບໍ່ມີນ້ຳຂັງ ແລະ ນໍ້າຖ້ວມ.
ການເຮັດໜານກ້າເບ້ຍ.
ຖາງຫຍ້າອອກຈາກພື້ນທີ່ ເພື່ອເຮັດໜານກ້າ ຂະໜາດຂອງໜານຄື: ກວ້າງ 1 ແມັດ, ລວງຍາວອີງຕາມເງື່ອນໄຂຂອງພື້ນທີ່ (ຖ້າໃຊ້ເມັດພັນ 100 ກຣາມ, ຄວາມຍາວຂອງໜານທີ່ເໝາະສົມແມ່ນ 40 ແມັດ).
ຊວ້ານດິນຈາກ 2 ຂ້າງຂອງໜານ ໃສ່ໜານໃຫ້ສູງ 40-50 ຊັງຕີແມັດ, ປະສົມດ້ວຍຝຸ່ນຄອກແຫ້ງຈຳນວນ 50 ກິໂລ ຕໍ່ເນື້ອທີ່ 40 ຕາແມັດ.
ການຫວ່ານເມັດພັນ.
ໃຫ້ຫວ່ານປູນຂາວຮອງພື້ນໜານ ຈຳນວນ 3-5 ກິໂລ ຕໍ່ຂະໜາດຂອງໜານ: ກວ້າງ 1 ແມັດ, ຍາວ 40 ແມັດ.
ເອົາເມັດພັນທີ່ກຽມໄວ້ມາຫວ່ານໃຫ້ພໍດີ, ຫົດນໍ້າໃຫ້ຊຸ່ມ ແລ້ວຫວ່ານແກບປົກເທິງ ຈາກນັ້ນຈຶ່ງຫົດນໍ້າອີກເທື່ອໜຶ່ງ.
ເອົາໄມ້ທີ່ຜ່າເປັນດິ້ວ ມາສັກກົ່ງໃສ່ຂອບໜານທັງສອງເບື້ອງ ແລ້ວເອົາຕາໜ່າງມາມຸງເພື່ອປ້ອງກັນໃນເວລາຝົນຕົກ.
ການບົວລະບັດຮັກສາເບ້ຍກະລໍ່າປີໃນໜານ.
ການຫົດນໍ້າ: ຖ້າຝົນບໍ່ຕົກຄວນຫົດນໍ້າມື້ລະເທື່ອໃຫ້ຊຸ່ມພໍດີ ເມື່ອອາຍຸກ້າໄດ້ 20 ວັນ ໃຫ້ເປີດຕາໜ່າງຂຽວປົກໜານກ້າອອກ ເພື່ອໃຫ້ເບ້ຍໄດ້ຖືກແສງແດດ ແລະ ມີຄວາມແຂງແຮງ.
ການກຽມດິນປູກ: ຫຼັງຈາກເບ້ຍຜັກກະລໍ່າປີໄດ້ 23 ວັນ, ຕ້ອງໄດ້ກຽມພື້ນທີ່ເພື່ອປູກ ຊຶ່ງການກຽມດິນຄວນປະຕິບັດດັ່ງນີ້:
ຄວນໄຖໃຫ້ເລິກ 25-30 ຊັງຕີແມັດ, ຕາກແດດໄວ້ປະມານ 5-7 ວັນ ແລ້ວຄາດໃຫ້ລະອຽດ.
ໃສ່ຝຸ່ນຄອກຮອງພື້ນໃນອັດຕາ 0,5 ກິໂລຕໍ່ 1 ຕາແມັດ.
ເຮັດໜານສູງ 40-50 ຊັງຕີແມັດ, ລວງກວ້າງຂອງໜານ 50 ຊັງຕີແມັດ ສ່ວນລວງຍາວແມ່ນອີງຕາມເນື້ອທີ່.
ການບົງເບ້ຍ.
ການປູກກະລໍ່າປີນອກລະດູສາມາດປູກໄດ້ຄື: ເລີ່ມແຕ່ເດືອນພຶດສະພາ ຫາ ເດືອນກັນຍາ.
ເມື່ອເບ້ຍກະລໍ່າປີອາຍຸໄດ້ 25-30 ວັນ (ຫຼັງຈາກກ້າ) ຕ້ອງເອົາໄປປູກ, ການປູກແມ່ນໃຊ້ສຽມຂຸດເປັນຂຸມຕາມໜານທີ່ໄດ້ກຽມໄວ້ຂຸດໃຫ້ເລິກ 10-15 ຊັງຕີແມັດ, ຂຸດເປັນແຖວສະຫຼຽງ, ໄລຍະຫ່າງລະຫວ່າງຕົ້ນ ແລະ ແຖວແມ່ນ 40 ຊັງຕີແມັດ.
ການບົວລະບັດຮັກສາ.
ການໃຫ້ນໍ້າ: ຖ້າຝົນບໍ່ຕົກ ຕ້ອງໄດ້ໃຫ້ນໍ້າ 1 ເທື່ອຕໍ່ ອາທິດ ຈະໃຫ້ຕາມຮ່ອງ ຫຼື ຫົດຕາມຕົ້ນກໍ່ໄດ້, ແລ້ວແຕ່ເງື່ອນໄຂ (ການໃຫ້ນໍ້າຕ້ອງໃຫ້ຢ່າງພຽງພໍ ແຕ່ບໍ່ໃຫ້ປຽກເກີນໄປ).
ການເສຍຫຍ້າພວນດິນ: ການເສຍຫຍ້າແມ່ນ 7 ວັນ ຕ້ອງເສຍເທື່ອໜຶ່ງ, ວິທີເສຍຫຍ້າຄວນເອົາເຂົ້າໄປຖົມໂຄນຕົ້ນຂອງຜັກກະລໍ່າປີ, ຄວນເສຍຫຍ້າ ແລະ ພວນດິນໄປພ້ອມໆກັນ, ເມື່ອຕົ້ນຜັກກະລໍ່າປີມີໃບໃຫຍ່ປົກຄຸມດິນແລ້ວ ບໍ່ຈຳເປັນຕ້ອງເສຍຫຍ້າອີກ.
ການໃສ່ຝຸ່ນ: ການໃສ່ຝຸ່ນຄວນນຳໃຊ້ຝຸ່ນໝັກ ຫຼື ຝຸ່ນຄອກແຫ້ງ ແລະ ລະລາຍຕົວດີແລ້ວ, ຄວນແບ່ງໃສ່ 2 ຄັ້ງ ຕໍ່ລະດູການຄື:
ຄັ້ງທີ 1: ໃສ່ຮອງພື້ນກ່ອນປູກ ໂດຍຫວ່ານໃຫ້ທົ່ວບໍລິເວນພື້ນທີ່ ໃນອັດຕາສ່ວນ 0,5 ກິໂລຕໍ່ຕາແມັດ ແລ້ວຈຶ່ງຍົກໜານ.
ຄັ້ງທີ 2: ຫຼັງຈາກປູກໄດ້ 30 ວັນ ໃຫ້ພວນດິນຫ່າງຈາກຕົ້ນ 10 ຊັງຕີແມັດ, ໂຮຍຝຸ່ນໃສ່ໃນອັດຕາ 100 ກຣາມຕໍ່ຕົ້ນ ຫຼື 0,5 ກິໂລຕໍ່ຕາແມັດ.
ພະຍາດ ແລະ ແມງໄມ້ທີ່ມັກພົບໃນການປູກກະລໍ່າປີ ນອກລະດູການ.
ພະຍາດເບ້ຍເປື່ອຍ: ວິທີປ້ອງກັນຄື: ໃຊ້ປູນຂາວຫວ່ານໃຫ້ທົ່ວໜານກ້າເພື່ອຂ້າເຊື້ອໂລກ ໃນອັດຕາ 6 ກິໂລຕໍ່40 ຕາແມັດ ຫຼື ຫຼັງຈາກຝົນຕົກເຊົາຕ້ອງເອົານໍ້າທຳມະດາລ້າງນໍ້າຝົນອອກ ພ້ອມທັງເປີດຕາໜ່າງມຸງໜານກ້າອອກ.
ພະຍາດຫົວເນົ່າ: ວິທີປ້ອງກັນຄື: ຖ້າພົບເຫັນຕົ້ນທີ່ເປັນພະຍາດຫົວເນົ່າໃຫ້ຕັດຖິ້ມ ເພື່ອບໍ່ໃຫ້ຂະຫຍາຍໄປຫາຕົ້ນອື່ນ.
ບົ້ງໄຍຜັກ: ວິທີປ້ອງກັນ ແລະ ກຳຈັດຄື: ການປ່ອຍແມງໄມ້ເປັນປະໂຫຍດເຂົ້າກຳຈັດເຊັ່ນ: ແຕນບຽນ.
ບົ້ງເຈາະຫົວກະລໍ່າ: ວິທີປ້ອງກັນ ແລະ ກຳຈັດຄື: ສີດສະໝຸນໄພຈາກຂົມກະເດົາ ທຸກໆ 7 ວັນ.
ການເກັບກ່ຽວ: ອາຍຸແຕ່ເລີ່ມກ້າເບ້ຍ ຈົນຮອດເວລາເກັບກ່ຽວແມ່ນ 90-120 ວັນ, ວິທີການສັງເກດກ່ອນການເກັບກ່ຽວຄື: ໃຊ້ມືບີບເບິ່ງຄວາມແໜ້ນຂອງຫົວຜັກກະລໍ່າ ຖ້າຫົວໃດຫາກແໜ້ນແມ່ນເກັບກ່ຽວໄດ້.
ຜົນໄດ້ຮັບ: ໃນເນື້ອທີ່ 1 ເຮັກຕາ ຈະໃຊ້ແນວພັນ 625 ກຣາມ ແລະ ປູກໄດ້ 62.500 ຕົ້ນ, ຜົນ
ການຜະລິດສະບຽງອາຫານໃນຊຸມປີຜ່ານມາ
ການຜະລິດສະບຽງອາຫານໃນຊຸມປີຜ່ານມາ
ຜ່ານການຈັດຕັ້ງປະຕິບັດ
ແນວທາງປ່ຽນແປງໃໝ່ ເຖິງວ່າພົບຄວາມຫຍຸ້ງຍາກ ແລະ
ສິ່ງທ້າທາຍ ຫຼາຍປະການກໍຕາມ ແຕ່ຍ້ອນການນຳພາຂອງພັກ ແລະ ລັດ, ປະເທດພວກເຮົາຈຶ່ງສາມາດຜະລິດກຸ້ມຕົນເອງທາງດ້ານສະບຽງອາຫານໂດຍພື້ນຖານ ໂດຍສະເພາະ ນັບແຕ່ປີ 2000 ເປັນຕົ້ນມາ ການຜະລິດເຂົ້າ
ໄດ້ເພີ້ມຂຶ້ນ ຢ່າງຕໍ່ເນື່ອງ ມີສ່ວນແຮໄວ້ ແລະ ຂາຍເປັນສິນຄ້າ ສົ່ງອອກ, ຊຶ່ງເປັນເຫດການສຳຄັນອັນໜຶ່ງ ຂອງປະເທດຊາດ.
ໃນຊຸມປີທີ່ຜ່ານມາ, ການຜະລິດກະສິກຳ ແລະ ປ່າໄມ້ ແມ່ນໄດ້ປະກອບສ່ວນສຳຄັນ ໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ນັບມື້ນັບຫຼຸດລົງ ໂດຍສະ ເພາະ
ມາຮອດປີ 2012 ໄດ້ປະກອບສ່ວນໃນໂຄງປະກອບ ເສດຖະກິດແຫ່ງຊາດ ໃນອັດຕາສ່ວນ 26%
ດ້ວຍລະດັບການຂະຫຍາຍຕົວ 3,3% ຕໍ່ປີ. ການຜະລິດແຕ່ລະດ້ານ ສາມາດສັງລວມໄດ້ ຄືດັ່ງລຸ່ມນີ້:
1) ດ້ານການຜະລິດເຂົ້າ
ມາຮອດປີ
2012 ສາມາດຜະລິດເຂົ້າລວມ ໄດ້ທັງໝົດ 3,5 ລ້ານໂຕນ, ໃນນັ້ນ ອັດຕາສ່ວນ ຂອງ ຜົນຜະລິດ ເຂົ້ານາປີ ກວມເອົາປະມານ 80%, ຜົນຜະລິດເຂົ້ານາແຊງກວມປະມານ 15% ແລະ ຜົນຜະລິດ ເຂົ້າເນີນສູງກວມພຽງແຕ່ປະມານ 5%. ຖ້າຄິດໄລ່ຜົນຜະລິດເຂົ້າເປືອກ ຕໍ່ຄົນແມ່ນຢູ່ໃນລະຫວ່າງ 520-540 ກລ/ຄົນ ເຫັນວ່າ ສາມາດຕອບສະໜອງ ໃຫ້ແກ່ສັງຄົມໄດ້ຢ່າງພຽງພໍ, ທັງມີສ່ວນແຮໄວ້ ແລະ ເປັນສິນຄ້າ.
2)
ດ້ານການປູກພືດສະບຽງ (ສາລີຫວານ, ປະເພດຖົ່ວ, ຜັກ, ເຜືອກມັນ... )
ການຜະລິດພືດຜັກຕ່າງໆ ສາມາດສະໜອງໃຫ້ ແກ່ການບໍລິໂພກພາຍໃນ ໄດ້ໂດຍພື້ນຖານ ໃນລະ ດັບສະເລ່ຍ 600.000-700.000 ໂຕນຕໍ່ປີ ທຽບໃສ່ຄາດໝາຍ ທີ່ໄດ້ວາງໄວ້ ເຫັນວ່າ ບັນລຸເກີນຄາດ ໝາຍ ໂດຍສະເລ່ຍ 2,1% ຕໍ່ປີ, ໃນນີ້ ພົ້ນເດັ່ນແມ່ນ: ໃນປີ 2012 ຜົນຜະລິດສາລີຫວານ ບັນລຸໄດ້ 199.000 ໂຕນ, ຜົນຜະລິດເຜືອກມັນຕ່າງໆ (ບໍ່ນັບມັນຕົ້ນ) ໄດ້ເພີ້ມຂຶ້ນ ເປັນ 255.000 ໂຕນ ຈາກ 181.000 ໂຕນ ໃນປີ 2005, ໄມ້ໃຫ້ໝາກປະເພດຕ່າງໆ ບັນລຸໄດ້
647.000 ໂຕນ; ໃນນີ້ ພົ້ນເດັ່ນ ແມ່ນ: ໝາກກ້ວຍ, ໝາກໂມ, ໝາກນັດ, ໝາກຫຸ່ງ.
ສ່ວນຜົນຜະລິດ ຜັກປະເພດຕ່າງໆ ສາມາດບັນລຸໄດ້ 910.100 ໂຕນ; ໃນນີ້ ພົ້ນເດັ່ນ
ທີ່ສຸດແມ່ນ ຂະບວນການ ປູກຜັກອິນຊີ ຊຶ່ງເປັນທ່າອ່ຽງຄວາມຕ້ອງການຂອງສັງຄົມ ນັບມື້
ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕັ້ງໜ້າ.
3)
ດ້ານການລ້ຽງສັດ ແລະ ການປະມົງ
ການລ້ຽງສັດ ແລະ ການປະມົງ ກໍໄດ້ມີການປັບປຸງໃຫ້ດີຂຶ້ນເປັນລຳດັບ ໂດຍສະເພາະແມ່ນ
ໄດ້ມີ ການຫັນປ່ຽນລະບົບ, ຮູບແບບ ແລະ ວິທີການລ້ຽງ, ຈາກການລ້ຽງແບບທຳມະຊາດ ຫັນໄປສູ່ການລ້ຽງ ແບບ ວິທະຍາສາດ ແລະ ຫັນເປັນອຸດສາຫະກຳ. ໃນລະຫວ່າງປີ 2006 ຫາ ປີ 2012 ສັດ ແລະ ປາ ມີການ ຂະຫຍາຍຕົວ ສະເລ່ຍ 5-6% ຕໍ່ປີ, ໃນນີ້, ທຽບໃສ່ປີ 2006 ມາຮອດປີ 2012 ມີ ຄວາຍ 1.185.580 ເພີ່ມຂຶ້ນ 7%, ມີງົວ 1.691.800 ໂຕ ເພີ່ມຂຶ້ນ 30%, ມີໝູ 2.793.680 ໂຕ ເພີ່ມຂຶ້ນ 37%, ມີແບ້ 443.800 ໂຕ ເພີ່ມຂຶ້ນ 105%, ມີສັດປີກ 28.778.700 ໂຕເພີ່ມຂຶ້ນ 41%. ການສະໜອງຊີ້ນ, ໄຂ່ ແລະ ປາ ເພື່ອບໍລິໂພກ ໄດ້ມີການເພີ້ມຂຶ້ນ 38% ຈາກ 227.000 ໂຕນ ໃນປີ 2006 ເປັນ 314.690 ໂຕນ ໃນປີ 2012, ໃນນີ້ ເປັນຊີ້ນ ແລະ ໄຂ່ 178.690 ໂຕນ. ສໍາລັບປາແມ່ນ ເພີ່ມຈາກ 87.390
ໂຕນ ໃນປີ 2006 ເປັນ 136.560 ໂຕນໃນປີ 2012. ສັງລວມແລ້ວ ມາຮອດປີ 2012 ອັດຕາການບໍລິໂພກ ຊີ້ນ, ໄຂ່ ແລະ ປາ ສະເລ່ຍໃສ່ປະຊາກອນແມ່ນເພີ່ມຂຶ້ນ ຈາກ 39,62 ກິໂລ/ຄົນ/ປີ ໃນປີ 2006 ມາເປັນ 48,2 ກິໂລ/ຄົນ/ປີ ໃນປີ 2012.
4)
ທາງດ້ານໂພສະນາການ
ໃນໄລຍະ 20 ປີທີ່ຜ່ານມາ, ພົນລະເມືອງຂອງປະເທດໂດຍສະເລ່ຍທີ່ດໍາລົງຊີວິດ ຢູ່ໃນຄວາທຸກຍາກ ໄດ້ຫຼຸດລົງຈາກ 46% ໃນປີ 1992 ມາເປັນ 26% ໃນປີ 2009-2010 (GOL/UN 2010). ລວມຍອດ ຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ
ໃນໄລຍະຫຼາຍປີຜ່ານມາ ເນື່ອງ ຈາກມີການສະໜອງອາຫານທີ່ພາໃຫ້ເກີດພະລັງງານ (Dietary Energy Supply/DES) ຕໍ່ຫົວຄົນເພີ່ມຂຶ້ນ.
ເຖິງຢ່າງໃດກໍຕາມ ເຖິງວ່າຄວາມທຸກຍາກໄດ້ມີການແກ້ໄຂ ແຕ່ບັນຫາດ້ານໂພຊະນາການ
ກໍ່ຍັງເປັນສິ່ງທ້າ ທາຍ; ຕົວຊີ້ວັດດ້ານການຂາດສານອາຫານ ກໍຍັງບໍ່ໄດ້ຮັບການແກ້ໄຂເທົ່າທີ່ຄວນ.
ດັ່ງນັ້ນ, ສປປລາວ ແມ່ນກໍາລັງປະເຊີນໜ້າ ກັບອັດຕາການຂາດສານອາຫານຊໍ້າເຮື້ອ
ທີ່ມີຜົນກະທົບຕໍ່ການຈະເລີນເຕີບໂຕ ຂອງ ຄົນລາວ ເຊັ່ນ: ລວງສູງ, ນໍ້າໜັກ, ການຂາດວິຕາມິນ A ແລະ ພະຍາດເລືອດຈາງ ໃນອັດຕາສ່ວນທີ່ສູງ ສົມຄວນ
ໂດຍສະເພາະ ໃນເຂດຊົນນະບົດ (FAO, 2013).
ໃນປີ 2012 ລັດຖະບານ ໄດ້ດຳເນີນການສຳຫຼວດຄວາມສ່ຽງ
ແລະ ກຸ່ມສ່ຽງ (Risk and Vulnerability Survey-RVS) ໄດ້ຊີ້ໃຫ້ເຫັນເຖິງການບໍລິໂພກອາຫານຈໍາພວກຄາໂບຮາຍເດຼດ
ຫຼື ອາຫານ ທີ່ພາໃຫ້ເກີດພະລັງງານໃນຄອບຄົວ (ເຊັ່ນ: ປະລິມານຂອງກາລໍຣີ)
ໂດຍທົ່ວໄປແລ້ວຢູ່ໃນປະລິມານ ທີ່ເໝາະ ສົມ, ເຖິງວ່າຍັງມີປະມານ 12 ເປີເຊັນ ຂອງຄອບຄົວທີ່ຍັງມີການບໍລິໂພກທີ່ຕ່ຳ ແລະ ຢູ່ໃນຂີດໝາຍຂອງ ເສັ້ນສະແດງ.
ຂໍ້ມູນເກັບກໍາທີ່ສູງທີ່ສຸດ ກ່ຽວກັບ ລະດັບການບໍລິໂພກທີ່ຕ່ຳ ຫຼື
ຢູ່ໃນຂີດໝາຍເສັ້ນສະແດງ ແມ່ນພົບເຫັນ ໃນເຂດບໍລິເວນທີ່ຮາບສູງ ທາງພາກກາງ-ພາກເໜືອ, ຊຶ່ງມີຜົນກະທົບປະມານ
25 ເປີເຊັນ ຂອງຄອບຄົວ. ການສັງເກດອີກມຸມໜຶ່ງຂອງການບໍລິໂພກອາຫານ, ອັດຕາສະເລ່ຍການບໍລິໂພກ ໂປຼຕີນ ຕໍ່ຄົວເຮືອນ ພຽງແຕ່ 1,8 ມື້ ຕໍ່ ອາທິດ ໃນຮູບແບບທີ່ເປັນປາ
ແລະ ຊີ້ນ. ໃນບັນດາແຫຼ່ງອາຫານ ຫຼື ແຫຼ່ງໂປຕີນທັງໝົດ ເຫັນວ່າ ປາ ແມ່ນໄດ້ຮັບການບໍລິໂພກຢ່າງຕໍ່ເນື່ອງ
ຖ້າທຽບກັບບັນດາອາຫານອື່ນໆ ໃນຄົວເຮືອນ ແລະ ມັນກໍແມ່ນ ແຫຼ່ງໂປຼຕີນທີ່ສຳຄັນ ທີ່ຫາໄດ້ງ່າຍໃນຄອບຄົວທີ່ມີລະດັບ
ຫຼື ເກນການ ບໍລິໂພກອາຫານທີ່ຕໍ່າທີ່ສຸດ (Food
Consumption Scores-FCS). ການບໍລິໂພກໄຂ່ ແມ່ນຖືວ່າສູງຂຶ້ນ ໃນປະຈຸບັນ ແຕ່ທາດຊີ້ນ ແລະ ນົມ ແມ່ນເກືອບວ່າບໍ່ມີເລີຍຢູ່ໃນອາຫານລາວ.
ພ້ອມດຽວກັນນັ້ນ ການບໍລິ ໂພກ ທາດໄຂມັນ/ນໍ້າມັນ ແມ່ນຖືວ່າຍັງ ຕໍ່າຫຼາຍ ສໍາລັບຄອບຄົວທີ່ມີລະດັບ
ຫຼື ເກນການບໍລິໂພກ ອາຫານ ທີ່ຕໍ່າທີ່ສຸດ ແລະ ມີພຽງແຕ່ 1,3 ມື້ ຕໍ່ ໜຶ່ງອາທິດ. ໃນທາງກົງກັນຂ້າມ, ການຂາດສານອາຫານ ກໍຖືວ່າ ຍັງສູງຢູ່
ຊຶ່ງເຫັນວ່າມີຫຼາຍກວ່າ 40% ແມ່ນເດັກອາຍຸຕໍ່າກວ່າ 5 ປີ ທີ່ບໍ່ມີການຈະເລີນເຕີບໂຕເຕັມທີ່ ແລະ 25% ມີນໍ້າໜັກຕໍ່າກວ່າເກນມາດຖານ.
ຕົວເລກກ່ຽວກັບຂໍ້ຈໍາກັດ ໃນການຈະເລີນເຕີບໂຕ ຂອງເດັກຢູ່ໃນເຂດ ທົ່ງພຽງແມ່ນປະມານ 50% ແລະ ຢູ່ເຂດພູສູງພາກເໜືອ 58%.
ປ່າສະຫງວນ ປ່າຫ້ວຍຍາງ
ປ່າຫ້ວຍຍາງ ນອກຈາກຈະເປັນປ່າສະຫງວນແລ້ວ ຍັງແມ່ນສະຖານທີ່ທ່ອງທ່ຽວແຫ່ງຫນຶ່ງທີ່ກຳລັງໄດ້ຮັບຄວາມສົນໃຈຈາກບັນດານັກທ່ອງທ່ຽວ ໂດຍສະເພາະກໍ່ແມ່ນຜູ້ທີ່ມັກການ ຍ່າງປ່າເປັນຊີວິດຈິດໃຈ ເນື່ອງຈາກມີຄວາມເພີດເພີນລວມທັງບັນຍາກາດທີ່ງຽບສະຫງົບ ແລະ ເສັ້ນທາງການຍ່າງປ່າກໍ່ບໍ່ສັບສົນ.
ປ່າຫ້ວຍຍາງ ຈັດເປັນປ່າທີ່ເກົ່າແກ່ມີອາຍຸໄດ້ຫລາຍຮ້ອຍປີມາແລ້ວ ແຕ່ຖືກຮັບຮອງຈາກພາກສ່ວນກ່ຽວຂ້ອງໃນການປະກາດເປັນປ່າສະຫງວນໃນປີ 1958, ປ່າສະຫງວນແຫ່ງນີ້ ມີ ເນື້ອທີ່ 800 ເຮັກຕາ, ຕັ້ງຢູ່ແຂວງວຽງຈັນ ເຊິ່ງຫ່າງຈາກ ນະຄອນຫລວງວຽງຈັນປະມານ 20 ກິໂລແມັດ ປ່າສະຫງວນແຫ່ງນີ້ ເປັນທີ່ຮູ້ຈັກກັນດີໃນນາມສະຖານທີ່ຂອງການເບິ່ງນົກຫລາຍຊະນິດ ແລະ ທັງປະກອບມີຫລາຍຮ້ອຍໂຕເຊິ່ງຫາຍາກທີ່ຈະໄດ້ເຫັນຫມູ່ນົກເປັນຈຳນວນຫລາຍແບບນີ້ ໂດຍສະເພາະກໍ່ແມ່ນຫນອງນົກຢູ່ໃກ້ກັບເຂດບ້ານສີວິໄລ, ເມືອງໂພນໂຮງ, ແຂວງວຽງຈັນ ເຊິ່ງຫນອງດັ່ງກ່າວມີເນື້ອທີ່ເຖິງ 60 ກວ່າເຮັກຕາ ມີນົກປ່າອາໄສຢູ່ເປັນຈຳນວນຫລາຍ ພ້ອມກັນນັ້ນ ບັນດານັກທ່ອງທ່ຽວທີ່ມັກການຍ່າງປ່າທັງຕ້ອງການສຶກສາສຳຫລວດ ເພື່ອຄົ້ນຫາປະສົບການໃຫ້ແກ່ຕົນເອງກໍ່ສາມາດສຶກສາໄດ້ ໂດຍອາດຈະອາໄສປຶ້ມນຳທ່ຽວ, ແຜນທີ່ ຫລື ພະນັກງານນຳທ່ຽວຂັ້ນທ້ອງຖິ່ນຍິ່ງເປັນການດີ ເພາະບັນດາພະນັກງານນຳທ່ຽວ ຂັ້ນທ້ອງຖິ່ນເຫລົ່ານີ້ ນອກຈາກຈະສາມາດນຳພາທາງໄປຢ່າງຖືກຕ້ອງແມ່ນຢຳແລ້ວພວກເຂົາ ຍັງສາມາດບັນລະຍາຍຜົນປະໂຫຍດຂອງພືດຫລາຍຊະນິດ ເຊິ່ງບາງທີ່ພວກເຮົາເຫັນເປັນພຽງຕົ້ນຫຍ້າ ຫລື ຕົ້ນໄມ້ທຳມະດາ ແຕ່ສ່ວນເລິກແລ້ວພືດເຫລົ່ານັ້ນ ລ້ວນແຕ່ເປັນຢາດີວິເສດສາມາດປິ່ນປົວພະຍາດໃຫ້ຫາຍຂາດໄດ້ ແລະຍັງບໍ່ມີຜົນກະທົບໃດໆຕໍ່ຮ່າງກາຍຢ່າງທີ່ທ່ານບໍ່ຄາດຄິດວ່າ ມັນຈະເປັນເຊັ່ນນັ້ນ ອີກດ້ານຫນຶ່ງປ່າສະຫງວນແຫ່ງນີ້ກໍ່ມີອາຍຸໄດ້ຫລາຍຮ້ອຍປີ ຈິ່ງເປັນທີ່ສະດວກໃນການສຶກສາຄົ້ນຄວ້າກ່ຽວກັບພືດເປັນຢາ ອັນບໍ່ພຽງແຕ່ເປັນການຍ່າງທ່ຽວປ່າແບບເພີດເພີນໃຈເທົ່ານັ້ນ.
ເຖິງແມ່ນວ່າປ່າຫ້ວຍຍາງຈະມີເນື້ອທີ່ນ້ອຍ ແຕ່ກໍ່ເຫມາະສົມສຳລັບການຍ່າງປ່າເນື່ອງຈາກເສັ້ນທາງທີ່ບໍ່ສັບສົນ ພ້ອມທັງພາບບັນຍາກາດອັນງຽບສະຫງົບ ທ່ານສາມາດໃຊ້ເວລາໃນ ການຍ່າງທ່ຽວປ່າແຫ່ງນີ້ພາຍໃນເວລາຫນຶ່ງວັນ ແລະ ກໍ່ກິນເຂົ້າປ່າຢູ່ທີ່ນັ້ນເລີຍກໍ່ໄດ້ ແຕ່ກໍ່ຢ່າລືມພົກພາອາຫານ ແລະ ນ້ຳດື່ມຕິດຕົວໄປນຳເພາະການດື່ມນ້ຳດິບຈາກທຳມະຊາດອາດພາ ໃຫ້ເກີດບັນຫາບາງຢ່າງຕາມມາ.
ພາຍຫລັງມີການຈັດແບ່ງເນື້ອທີ່ດິນປ່າສະຫງວນຫ້ວຍຍາງ ເມືອງໄຊທານີ ນະຄອນ ຫລວງວຽງຈັນ ໃຫ້ກັບບັນດາສຳນັກ ງານ, ອົງການຂອງລັດຈຳນວນໜຶ່ງ ເພື່ອກະກຽມປຸກສ້າງອາຄານຫລັງໃໝ່ ແລະ ມີບາງອົງການແມ່ນໄດ້ມີການຕັດໄມ້ບຸກເບີກເນື້ອທີ່ແລ້ວ, ແຕ່ປາ ກົດວ່າໄດ້ມີກຸ່ມຄົນບໍ່ດີຈຳນວນໜຶ່ງໄດ້ລັກລອບເຂົ້າມາລັກຂຸດເອົາເຫງົ້າໄມ້ໃນເຂດປ່າສະ ຫງວນດັ່ງກ່າວຢ່າງລຽນຕິດຈົນເຈົ້າໜ້າທີ່ກ່ຽວຂ້ອງຕ້ອງໄດ້ເພີ່ມມາດຕະການກວດກາເວນຍາມໃນໄລຍະນີ້.
ນັກຂ່າວພວກເຮົາໄດ້ສອບຖາມພະນັກງານຫ້ອງການຄຸ້ມຄອງຂະແໜງຊັບພະຍາກອນປ່າໄມ້ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປ່າສະຫງວນຫ້ວຍຍາງມີເນື້ອທີ່ປະມານ 800 ກວ່າເຮັກ ຕາ. ສຳລັບສະພາບການລັກຕັດໄມ້ໃນປ່າສະຫງວນແຫ່ງນີ້ແມ່ນມີມາດົນ ແລະ ປັດຈຸບັນນີ້ແມ່ນມີການເຂົ້າມາລັກຂຸດເຫງົ້າໄມ້ນຳອີກ ໂດຍສະເພາະແມ່ນໄມ້ດູ່, ໄມ້ແຕ້ ແລະ ອື່ນໆ ເຊິ່ງ ຜ່ານມາກໍພົບຮ່ອງຮອຍຂອງກຸ່ມຄົນທີ່ເຂົ້າ ມາລັກຕັດໄມ້ ແລະ ຂຸດເຫງົ້າໄມ້ຫລາຍຄັ້ງແຕ່ກໍບໍ່ສາມາດຈັບຕົວໄດ້ ເຊິ່ງຄາດວ່າ ແມ່ນປະຊາຊົນອາໄສຢູ່ເຂດໃກ້ຄຽງປ່າສະ ຫງວນແຫ່ງນີ້ ເພາະວ່າມີຄວາມຊຳນານຮູ້ພື້ນທີ່ປ່າເປັນຢ່າງດີ ຈຶ່ງສາມາດຫລົບໜີການຈັບກຸມຂອງເຈົ້າໜ້າທີ່ໄປໄດ້ຫລາຍຄັ້ງ