Sunday, June 14, 2015

ຄຸນປະໂຫຍດຂອງນ້ຳຖ່ານ woodvinegar ທາງດ້ານການປູກຝັງ

ຄຸນປະໂຫຍດຂອງນ້ຳຖ່ານ woodvinegar ທາງດ້ານການປູກຝັງ

ດ້ານການປູກຝັງ


ຄຸນປະໂຫຍດຂອງນ້ຳຖ່ານ woodvinegar ທາງດ້ານການປູກຝັງ

ນ້ຳຖ່ານເປັນນ້ຳທີ່ມີຄຸນປະໂຫຍດສູງທາງດ້ານການປູກຝັງເຊິງຈະຊ່ວຍໃຫ້ພືດມີຄວາມແຂງແຮງ ແລະທົນທານຕໍ່ໂຣກ-ພະຍາດ, ພືດຈະໃຫຍ່ໄວກ່ວາປົກກະຕິສ້າງລາຍຮັບໃຫ້ແກ່ຊາວກະສິກອນໄດ້ເປັນຢ່າງດີບໍ່ວ່າຈະເປັນພືດລົ້ມລຸກ, ພືດຢືນຕົ້ນ, ພືດໃຫ້ຫົວ, ພືດໃຫ້ດອກ, ພືດໃຫ້ໃບ ແລະ ພືດໃຫ້ຫມາກ
o   ຊ່ວຍປັບປຸງດິນ: ໂດຍການສ້າງຈຸລິນຊີທີ່ມີປະໂຫຍດຂື້ນຈຸລິນຊີດັ່ງກ່າວຈະໄປຍ່ອຍສະຫລາຍເສດພືດ-ສັດທີ່ມີຢູ່ໃນດິນໃຫ້ມີລັກສະນະນ້ອຍລົງຈົນຢູ່ໃນສະພາບເປັນທາດອາ ຫານ, ຕົວຈຸລິນຊີເອງເມື່ອຕາຍໄປກໍ່ຈະເປັນທາດອາຫານເຊັ່ນດຽວ.
o   ຮັກສາການລະເຫີຍອາຍຂອງນ້ຳໃນດິນໄດ້ໃນພາວະການປະຕິກິລິຍາລະຫວ່າງນ້ຳຖ່ານ ແລະ ນ້ຳທີ່ມີຢູ່ໃນພື້ນດິນ.
o   ຊ່ວຍໃຫ້ຮາກຝອຍຂອງພືດທີ່ຕາຍໄປມີການເກີດທົດແທນ ແລະ ເພີ່ມຈຳນວນຮາກໃຫ້ມີຫລາຍກ່ວາເກົ່າ, ເສີມຄວາມແຂງແຮງຂອງຮາກແກ້ວໂດຍສະເພາະແມ່ນຮາກຝອຍ.
o    ຊ່ວຍໃນການຂະຫຍາຍຕົວຂອງເນື້ອເຍື່ອໃນລຳຕົ້ນ: ເມື່ອພືດໄດ້ຮັບເອົານ້ຳຖ່ານຂື້ນໄປປຸງແຕ່ງຢູ່ສ່ວນໃບແລ້ວພືດຈະສົ່ງທາດອາຫານເຫລົ່ານັ້ນໄປທົວທຸກສ່ວນຂອງຕົ້ນພືດ, ລຳຕົ້ນກໍ່ແມ່ນສ່ວນຫນຶ່ງທີ່ໄດ້ຮັບທາດອາຫານທີ່ມີສ່ວນປະກອບຄືນ້ຳຖ່ານຈຶ່ງເຮັດໃຫ້ເນື້ອເຍື່ອສ່ວນທີ່ຈະຈະເລີນໄປເປັນລຳຕົ້ນທາງດ້ານຂ້າງ(ຄວາມໃຫຍ່ຂອງລຳຕົ້ນ)ຂະຫຍາຍອອກຢ່າງສະ ຫມ່ຳສະເຫມີລຳຕົ້ນຈື່ງຈະກົມງາມດີ, ສ່ວນທາງດ້ານຄວາມສູງກໍ່ເຊັ່ນດຽວຈະສະເຫມີກັນໄປເຮັດໃຫ້ຕົ້ນໄມ້ບໍ່ມີສ່ວນທີ່ຫລຸບ ຫລື ສວດອອກເຊິ່ງເຂົາມັກເອີ້ນກັນວ່າປີກຂອງຕົ້ນໄມ້.
o  ເຮັດໃຫ້ພືດສັງເຄາະແສງໄດ້ດີຂື້ນ: ຫມາຍຄວາມວ່ານ້ຳຖ່ານຈະເຮັດໃຫ້ແຜ່ນຮັບແສງໃນໃບພືດມີຄວາມໃຫຍ່ ແລະ ກ້ວາງອອກ, ຮູ້ສຳລັບຄາຍອາຍນ້ຳທີ່ມີຢູ່ກ້ອງໃບກໍ່ສາມາດເຮັດຫນ້າທີ່ໄດ້ດີຂື້ນກ່ວາປົກະຕິ.
o  ຊ່ວຍໃຫ້ດອກ ແລະ ຫມາກຂອງຕົ້ນພືດຈັບດີ, ຫມາກກໍ່ມີລົດຊາດຫວານກ່ວາປົກກະຕິ ແລະ ຫນ່ວຍໃຫຍ່ເປັນພິເສດ.
o   ຂັບໄລ່ແມງໄມ້ສັດຕູພືດ: ເນື່ອງຈາກວ່ານ້ຳຖ່ານມີກີ່ນຂິວຄັວນໄຟຈຶ່ງເຮັດໃຫ້ແມ້ງໄມ້ບໍ່ກ້າເຂົ້າມາໃກ້ຕົ້ນພືດທີ່ມີການສີດພົ່ນນ້ຳຖ່ານ.

o   ອັດຕາການຕາຍຂອງພືດທີ່ໄດ້ຜ່ານການສີດພົ່ນນ້ຳຖ່ານກໍ່ມີຈຳນວນຫນ້ອຍລົງເຮັດໃຫ້ຊາວກະສິ ກອນມີລາຍຮັບເພີ່ມຂື້ນໄດ້.
ຄຸນປະໂຫຍດຂອງນ້ຳຖ່ານ woodvinegar ທາງດ້ານການປູກຝັງ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ