Friday, April 24, 2015

ວິທີປ້ອງກັນອາຫານເປັນພິດເບື້ອງຕົ້ນ


ผลการค้นหารูปภาพสำหรับ ล้างผัก

ເມື່ອກິນອາຫານເຂົ້າໄປ ແລ້ວເປັນພິດ ຫຼື ເກີດອາການຖອກ ທ້ອງຫຼາຍຈົນເກີນໄປຄວນດື່ມນໍ້າ ເກືອແຮ່ເພື່ອທົດແທນການສູນ ເສຍນໍ້າໃນຮ່າງກາຍ ແຕ່ຖ້າມີອາ ການທາງລະບົບປະສາດເຊັ່ນ: ຊັກ, ໝົດສະຕິ ຫຼື ສົງໄສວ່າຈະເກີດ ຈາກຢາຂ້າແມງໄມ້ ຫຼື ພິດອື່ນໆ ຄວນຟ້າວນຳສົ່ງໂຮງໝໍໂດຍ ດ່ວນ ແລະຖ້າຖອກທ້ອງຢ່າກິນຢາ ຢຸດຖ່າຍ ເພາະອາການຖອກທ້ອງ ສ່ວນໃຫຍ່ມັກຈະຫາຍເຊົາໄດ້ ເອງເພາະເປັນກົນໄກທຳມະຊາດ ຂອງຮ່າງກາຍທີ່ຈະຕ້ອງຂັບຖ່າຍ ຂອງເສຍອອກຈາກຮ່າງກາຍ.
    ວິທີງ່າຍໆທີ່ຈະປ້ອງກັນບໍ່ ໃຫ້ອາຫານນັ້ນເປັນພິດກໍຄື: ລ້າງ ມື ແລະຂຽງທັນທີທີ່ຈັບບາຍ ແລະ ຊອຍຊີ້ນ ງົວ, ຊີ້ນໝູ, ຊີ້ນເປັດ ແລະໄກ່ດິບໆ, ຄວນລ້າງບ່ອນ ແຕ່ງກິນທັງທີເປັນຕົ້ນແມ່ນເຄົາ  ເຕີທີ່ໃຊ້ເປັນບ່ອນແຕ່ງກິນດ້ວຍ ກະດາດທິບຊູ້ຢ່າໃຊ້ຟອງນໍ້າ ຫຼື ຜ້າແພເພາະຈະເກັບ ເຊື້ອໂລກເອົາໄວ້ ໄດ້, ອາຫານທີ່ແຊ່ຕູ້ເຢັນຄວນກິນ ໃຫ້ ໝົດພາຍໃນ 3 ມື້, ຊີ້ນສັດດິບໆທີ່ແຊ່ ໃນຕູ້ເຢັນກໍບໍ່ຄວນ ແຊ່ດົນເກີນ 3 ມື້ຄວນນຈະກິນໃຫ້ ໝົດ, ຊີ້ນໄກ່, ເປັດຄວນຈະປຸງແຕ່ງໃຫ້ ສຸກຈົນທາງໃນບໍ່ ເປັນສີບົວ ແລະເຮັດໃຫ້ຊີ້ນນັ້ນ ແຫ້ງດີເວລາຕັດຕ້ອງບໍ່ເປັນນໍ້າ ຍ້ອຍອອກມາ, ອາຫານທະເລທີ່ ແຊ່ໃນຕູ້ເຢັນຄວນຈະປຸງແຕ່ງໃຫ້ ໝົດພາຍໃນ 2 ມື້ ສ່ວນຜັກ  ແລະ ໝາກໄມ້ກໍຄວນລ້າງ ໂດຍເປີດ ນໍ້າໃຫ້ໄຫຼຜ່ານ 10-15 ວິນາທີ ເດັດໃບທີ່ບໍ່ຂຽວອອກແລ້ວນຳໄປແຊ່ ໄວ້ໃນຕູ້ເຢັນ.

 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ