Thursday, June 19, 2014

ໃບພືດ Leaf



1. ຄວາມໝາຍຂອງໃບ
         ໃບ (Leaf) ເປັນພາກສ່ວນໜຶ່ງທີ່ຈະເລີນອອກມາຈາກກິ່ງງ່າ ແລະ ລຳຕົ້ນທາງດ້ານຂ້າງໂດຍທົວໄປໃບ ຂອງພືດຈະມີສີຂຽວ ຊຶ່ງມີໜ້າທີ່ໃນການຜະລິດອາຫານໂດຍແມ່ນຄລໍໂຣຟິລລ໌chlorophyllເປັນຕົວຈັບພະລັງ ງານແສງສະຫວ່າງ​ປ່ຽນ​ມາ​ເປັນ​ພະລັງ​ງານ​ເຄມີການ​ຂະຫຍາຍ​ຕົວ​ຂອງ​ໃບ​ພືດ​ເມື່ອ​ມີ​ການ​ຂະຫຍາຍ​ຕົວ​ຢ່າງ​ເຕັມທີ່​ແລ້ວ​ມັນ​ຈະ​ຢຸດ​ການຈະ​ເລີນ​ເຕີບ​ໂຕ​ເຊິ່ງຕ່າງ​ຈາກ​ການ​ຂະຫຍາຍ​ຕົວ​ຂອງ​ຮາກ ​ແລະ ລຳ​ຕົ້ນ, ​ໃບ​ພືດ​ຍບາງ​ຊະນິດ​ພໍ​ເຖິງ​ລະດູ​ການ ຫລົ່ນກໍ່​ຈະ​ລົງໄປ ໝົດ​ແຕ່​ບາງ​ຊະນິດ​ກໍ່​ຄົງ​ຕົວ​ຢູ່​ໄດ້​ຫລາຍ​ລະດູ​ເຊັ່ນ: ​ໃບ​ພ້າວ, ​ໃບ​ກ້ວຍ​, ​ໃບ​ແປກ​ເປັນ ຕົ້ນ.

2. ລັກສະນະ ​ແລະ ຊະນິດ​ຂອງ​ໃບ

ລັກສະນະ​ຂອງ​ໃບ​ສ່ວນ​ໃຫຍ່​ຈະ​ກ້ວາງ ​ແລະ ​ເປັນ​ແຜ່ນ​ບາງ​ມີ​ສີ​ຂຽວ​ເພາະ​ຄລໍ​ໂຣຟິລລ໌ບັນຈຸ​ຢູ່​ໃບ​ພືດ​ມີ​ທັງ​ໃບ​ທີ່​ຄົບ​ຖ້ວນ ແລະ ບໍ່​ຄົບ​ຖ້ວນ, ​ໃບ​ພືດ​ທີ່​ຄົບ​ຖ້ວນ​ຕ້ອງ​ປະກອບ​ດ້ວຍ​ສາມ​ສ່ວນ​ຕົ້ນ​ຕໍ​ຄື: ກ້ານ​ໃບ petiole ຫລື stalk, ​ແຜ່ນ​ໃບ blade ຫລື lamina ແລະ ຫູ​ໃບ

2.1 ໂຄງ​ສ້າງ​ພາຍ​ນອກ​ຂອງ​ໃບ

​ໃບ​ພືດ​ໂດຍ​ທົ່ວໆ​ໄປ​ປະກອບ​ດ້ວຍ​ແຜ່ນ​ໃບ ​ແລະ ຫູ​ໃບ ຫລື ກ້ານ​ໃບ, ​ແຕ່​ໃບ​ພືດ​ບາງ​ຊະນິດ​ອາດ​ຈະ​ມີ​ສ່ວນ​ຕ່າງໆເຫລົ່າ​ນີ້​ບໍ່​ຄົບ​ຖ້ວນ​ເຊັ່ນ: ບໍ່​ມີ​ຫູ​ໃບ ຫລື ບໍ່​ມີ​ກ້ານ​ໃບ


2.1.1 ກ້ານ​ໃບ: ​ເປັນ​ສ່ວນ​ຂອງ​ໃບ​ພືດ​ທີ່​ຕິດ​ກັບ​ລຳ​ຕົ້ນ, ກິ່ງ​ງ່າ​ເພື່ອ​ຊູ​ແຜ່ນ​ໃບ​ອອກ​ໄປ​ໃບ​ພືດ​ບາງ​ຊະນິດ​ບໍ່​ມີ​ກ້ານ​ໃບ, ກ້ານ​ໃບ​ຂອງ​ພືດ​ໃບ​ລ້ຽງ​ຄູ່​ມັນ​ຈະ​ກົມ​ສ່ວນ​ກ້ານ​ໃບ​ຂອງ​ພືດ​ໃບ​ລ້ຽງ​ດ່ຽວ​ມັນ​ຈະ​​ແຜ່ເປັນ​ກາບ ຫຸ້ມຣອບລຳ​ຕົ້ນ​ກາບ​ທີ່​ຫຸ້ມ​ຫໍ້​ຂອງ​ລຳ​ຕົ້ນ​ເອີ້ນ​ວ່າ: ​ລິ​ກຸລ ligules ທີ່​ບໍລິ​ເວນ​ຖານ​ຂອງ​ກ້ານ​ໃບ ​ແລະ ກ້າ​ນໃບຍ່ອຍ petiolules ຂອງ​ໃບ​ປະກອບ​ຂອງ​ພືດ​ບາງ​ຊະນິດ​ຈະ​ຕຸ້ຍໜາຄ້າຍ​ເປັນຂໍ້​ຕໍ່​ເອີ້ນວ່າ: ​ພັລວີ​ນັສ pulvinus ຊຶ່ງ​ມີ​ຄວາມ​ກ່ຽວຂ້ອງ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ໃບ, ​ໃບ​ຂາມ​ເມື່ອ​ໄດ້ຮັບ​ແສງ​ສະຫວ່າງ​ໃບ​ຈະ​ກາງ​ອອກ​ເມື່ອ​ບໍ່​ມີ​ແສງ​ສະຫວ່າງ​ໃບ​ຈະ​ຫຸບ​ເຂົ້າ, ສ່ວນ​ໃບ​ຍ່ອຍ​ຂອງ​ຫຍ້າ​ຍຸບ mimosa Lucida ນອກ​ຈາກ​ຈະ​ຫຸບ​ ​ແລະ ກາງ​ອອກ​ຍ້ອນ​ແສງ​ສະຫວ່າງ​ແລ້ວ​ຍັງ​ຫຸບ​ເຂົ້າ​ຍ້ອນ​ການ​ສຳ​ຜັດ​ອີກ​ດ້ວຍ contact movement ແລະ ຈະ​ກາງ​ອອກ​ເມື່ອ​ເວລາ​ຜ່ານ​ໄປ 10 ນາທີ.



2.1.2 ແຜ່ນ​ໃບ: ສ່ວນ​ຫລາຍ​ມີ​ລັກສະນະ​ເປັນ​ແຜ່ນ​ບາງ​ຜິວໜ້າຂອງ​ໃບ​ມີ​ສີ​ຂຽວ, ມີ​ເສັ້ນກາງ​ໃບ midrib ແລະ ​ເສັ້ນ​ໃບ venation ທີ່​ແຕກ​ຕ່າງ​ກັນ​ຕາມ​ແຕ່​ລະ​ຊະນິດ​ພືດ​ນອກ​ຈາກ​ນີ້​ຮູບ​ຮ່າງ​ຂອງ​ແຜ່ນ​ໃບ Leaf shape ຂອບ​ໃບ  leaf margin ປາຍ​ໃບ leaf apex ຖານ​ໃບ leaf base ແລະ ລັກສະນຂອງ​ຜິວ​ໃບກໍ່​ມີ​ຄວາມ​ແຕກ​ຕ່າງ​ກັນ
ການ​ຈັດ​ລະບຽບ​ຂອງ​ເຊັນ​ໃບ

          ​ແບບ​ຂະໜານ: ພົບ​ໃນ​ພືດ​ໃບ​ລ້ຽງ​ດ່ຽວ​ໂດຍ​ເຊັນ​ໃນ​ຈະ​ລຽນ​ກັນ​ໄປ​ຕະຫລອດ​ເຊິ່ງ​ແບ່ງ​ເປັນ 2 ແບບ​ຄື:

1.  ແບບຂະໜານຈາກຖານໃບເຖິງປາຍໃບເຖິງເຊັ່ນ: ໃບເຂົ້າ, ໃບຫຍ່າ, ໃບອ້ອຍ ແລະ ໃບໝາກນັດ


2. ແບບຂະໜານຈາກເຊັນກາງໃບເຖິງຂອບໃບເຊັ່ນ: ໃບກ້ວຍ, ໃບຂີງ, ໃບຄ່າ...
          ແບບດາງແຫ netted venation: ​ເຊັນ​ໃບ​ຈະ​ປະສານ​ກັນ​ເປັນ​ດາງ​ແຫ​ຈະ​ພົບ​ໃນ​ພືດ​ໃບ​ລ້ຽງ​ຄູ່​ທົ່ວໆ​ໄປ​ແບ່ງ​ເປັນ 2 ແບບ​ຄື:
1.        ແບບ​ດາງ​ແຫ​ຮູບ​ປີກ​ນົກ​ເຊັ່ນ: ​ໃບ​ມ່ວງ, ​ໃບ​ສີດາ, ​ໃບ​ມີ້


2.       ແບບ​ດາງ​ແຫ​ຮູບ​ຝາ​ມື​ເຊັ່ນ ໃບ​ຝ້າຍ, ​ໃບໝາກຫຸ່ງ, ​ໃບ​ມອນ


          ​ແບບ​ປາຍ​ສອງ​ແຊກ​ໂດຍ​ໃບ​ຍ່ອຍ​ມີ​ສ່ວນ​ປາຍ​ແຕກ​ແໜງ​ເປັນ​ແຊກ​ຈາກໜຶ່ງ​ເປັນ​ສອງ​ໄປ​ເລື້ອຍໆ​ເຊັ່ນ​ໃບ​
ເຟີ​ນ

2.1.3 ຫູ​ໃບ stipule ເປັນ​ສ່ວນ​ກົກ​ຂອງ​ກ້ານ​ໃບມີ​ລັກສະນະ​ໃຫຍ່ ຫລື ກວ້າງ​ກວ່າ​ກ້ານ​ໃບ


2.2 ໂຄງ​ສ້າງ​ພາຍ​ໃນ​ຂອງ​ໃບ
          ໂຄງ​ສ້າງ​ພາຍ​ໃນ​ຂອງ​ໃບ​ພືດ​ປະກອບ​ດ້ວຍ 3 ຊັ້ນຄື:
1. ເອພີ​ເດີ​ມີ​ສ: ​ເປືອກ​ຫຸ້ມ​ເບື້ອງ​ເທິງ ​ແລະ ​ເບື້ອງ​ລຸ່ມ​, ເປັນ​ເນື້ອ​ເຍື່ອທີ່ຢູ່​ນອກ​ສຸດ​ປົກ​ຄຸມ ​ແລະ ປ້ອງ​ກັນ​ໂຄງ​ສ້າງ​ອື່ນໆ​ຂ້າງ​ໃນ​ປະກອບ​ດ້ວຍ​ຈຸ​ລັງ​ທີ່​ມີ​ຄວາມໜາ​ເພື່ອ​ປ້ອງ​ກັນ​ການ​ລະ​ເຫີຍ​ອາຍ​ຂອງ​ນ້ຳ​ໂດຍ​ປົກະຕິ​ບໍ່​ມີ​ສານ
​ສີ​ຂຽວ, ມີ​ຈຸ​ລັງ​ທີ່​ມີ​ການ​ປະກອບ​ສ້າງ​ຄື​ກີບ​ຖົ່ວ​ເອີ້ນ​ວ່າ​ຮູ​ໃບ​ທີ່​ມີ​ຄວາມ​ສຳຄັນ​ໃນ​ການ​ຄວບ​ຄຸມ​ການ​ລະ​ເຫີ​ຍອາຍ​ຂອງ​ນ້ຳ ແລ​ະ ​ແລກ​ປ່ຽນ​ແກ໊ສ CO2, O2 ແລະ ອາຍ​ນ້ຳ H2O, ຮູ​ໃບ​ຈະ​ເປີດ ຫລື ປິດຂື້ນກັບ​ແສງ​ສະຫວ່າງທີ​່ສ່ອງ​ໃສ່​ໃບ
2. ພາ​ລິ​ເສດ​ມີ​ໂຊ​ຟິລ palisade mesophyll ເປັນ​ເນື້ອ​ເຍື່ອທີ່​ຢູ່​ຖັດຈາກ​ເອພີ​ເດີ​ມີ​ສ​ເຂົ້າ​ໄປປະກອບ​ດວ້ຍຄລໍ​ໂລພລາສຢູ່​ຫລວງ​ຫລາຍ​ເຣັດ​ໃຫ້​ໃບ​ເປັນ​ສີ​ຂຽວ​ເຊິ່ງຊ່ວຍ​ໃນ​ການ​ສັງ​ເຄາະ​ແສງ ​ແລະ ຍັງ​ເປັນ​ແພ​ສະ​ສົມ​ຂອງ​ໃບ​ອີກ​ດ້ວຍ
3. ກຸ​ມ່ທໍ່​ລຳລຽງ Vascular tissue ຫລື ເຊັນ​ໃບ vein ເປັນ​ເນື້ອ​ເຍື່ອທີ່​ປະກອບ​ດ້ວຍ ​ໄຊ​ເລັມ​ຢູ່​ຫລັງໃບ ​ແລະ ​ໂຟລມ​ເອມຢູ່ຢູ່​ທ້ອງ​ໃບ​ມັນ​ມີໜ້າທີ່​ເປັນ​ທໍ່​ທາງ​ເດີນ​ນ້ຳ ແລະ ອາຫານ




2.3 ຊະນິດ​ຂອງ​ໃບ
​ໃບ​ພືດ​ແຕ່​ລະ​ຊະນິດ​ມີ​ຄວາມ​ແຕກ​ຕ່າງ​ກັນ​ໃນ​ດ້ານ​ຮູບ​ຮ່າງ​ລັກສະນະ​ພາຍ​ນອກ​ເຊິ່ງອາດ​ຈຳ​ແນກ​ຊະ​ນິດຂອງ​ໃບ​ພືດ​ໄດ້​ຕາມ​ລັກສະນະ​ເຫລົ່າ​ນີ້:
2.3.1 ແບ່ງ​ຕາມ​ລັກສະນະ​ຂອງ​ໃບ​ໂດຍ​ຄວາມ​ແຕກ​ຕ່າງ​ທາງ​ດ້ານ​ພາຍ​ນອກ
1. ຮູບຮ່າງຂອງ​ຕົວ​ໃບ
2. ຮູບ​ຮ່າງ​ຂອງ​ປາຍ​ໃບ
3. ຮູບ​ຮ່າງ​ຂອງ​ຂອບ​ໃບ
4. ຮູບ​ຮ່າງຂອງ​ຖານ​ໃບ
5. ຮູບ​ຮ່າງ​ຂອງ​ເຊັນ​ໃບ

2.3.2 ແບ່ງ​ຕາມ​ລັກສະນະ​ການ​ປະກອບ​ຂອງ​ໃບ​ໄດ້​ແກ່:
1. ໃບ​ດ່ຽວ Simple leaf ເປັນ​ໃບ​ທີ່​ມີ​ຕົວ​ໃບ​ພຽງ​ໃບ​ດຽວ​ຕິດ​ກັບ​ກ້ານ​ໃບ​ທີ່​ແຕກ​ອອກ​ມາ​ຈາກ​ກິ່ງ​ງ່າ​ໄດ້​ແກ່​ໃບ​ມ່ວງ, ​ໃບ​ກ້ວຍ ​ໃບ​ຂາມ...


2​ ໃບ​ລວມຫຼຶ​ໃບ​ປະກອບ ( Compound Leaf )​ເປັນ​ປະ​ເພດ​ໃບ​ທີ່​ປະກອບ​ດ້ວຍ​ໃບ​ຍ່ອຍ​ຫຼາຍ​ໃບໆ​ທີ່​ຕິດ​ຢູ່​ກັບ​ກ້ານ​ໃບ​ອັນ​ດຽວ​ກັນ​ໄດ້​ແກ່​ໃບ​ຂາມ ​ໃບ​ພ້າວ ​ໃບ​ກຸລາ​ບ.....


2.3. ເພີ່​ນ​ແບ່ງ​ໃບ​ຂອງ​ພືດ​ໂດຍ​ອີ​ງ​ໃສ່ໜ້າທີ່​ຂອງ​ມັນ​ແລ້ວ​ມີ​ດ້ວຍ​ກັນ​ຄື: 
2.3.1. ໃບ​ແທ້ ( Foliage leaf )ໝາຍ​ເຖີງ​ໃບ​ທົ່ວໆ​ໄປ​ທີ່​ມີ​ສີ​ຂຽວ​ເຊີ່ງ​ອາດ​ຈະ​ເປັນ​ແຜ່ນ​ແປໆ​ຫຼືມີ​ຮູບ​ລັກສານະຄ້າຍ​ເຂັມ​ມັນ​ເຮັດໜ້າທີ່​ໃນ​ການ​ຜະລິດ​ອາຫານ, ລະ​ເຫີ​ຍນ້ຳ ແລະ ​ແລກ​ປ່ຽນ​ທາດ​ອາຍ.


2.3.2. ໃບ​ລ້ຽງ ( Coty led on )​ເປັນ​ໃບ​ທີ່​ຢູ່​ໃນ​ແກ່ນ​ພືດ​ຊື່​ງ​ເປັນ​ໃບ​ທຳ​ອິດ​ທີ່​ງອກ​ອອກ​ມາ​ຈາກ​ແກ່ນ​ມັນ​ມີໜ້າທີ່​ໃນ​ການ​ສະ​ສົມ​ອາຫານ​ເພື່ອ​ການຈະ​ເລີນ​ເຕີບ​ໂຕ​ຂອງ​ຕົ້ນ​ອ່ອນ​ໃນ​ໄລ​ຍະ​ເລີ້ມງອກ​ແຕ່​ໃນ​ພືດ​ໃບ​ລ້ຽງ​ດ່ຽວ​ແມ່ນ​ຊ່ວຍ​ໃນ​ການ​ດູດ ​ແລະ ຍ່ອຍ​ອາຫານ​ທີ່​ໄດ້​ມາ​ຈາ​ກາກ​ນສະ​ສົມ​ອາຫານ


2.3.3. ໃບດອກ floral leaf ເປັນໃບທີ່ປ່ຽນແປງໄປເປັນສ່ວນຂອງດອກເພື່ອເຮັດໜ້າທີ່ໃນການຊ່ວຍລໍ້ແມງໄມ້ ມາຊ່ວຍໃນການປະສົມພັນ


2.3.4 ໃບເກັດ Scale leaf ເປັນໃບທີ່ເຮັດໜ້າທີ່ໃນການປ້ອງກັນຕາ ແລະ ໃບອ່ອນອາດຈະມີສີຂຽວ ຫລື ບໍ່ມີສີ ຂຽວບາງຊະນິດມີຂະໜາດໃຫຍ່ ເຊິ່ງເຮັດໜ້າທີ່ໃນການສະສົມອາຫານເຊັ່ນ: ໃບເກັດຫົວຫອມ


2.5 ການຈັດລະບຽບຂອງໃບ
          ແບບສະຫລັບ Alternate


          ແບບເປັນກຽວ Spillage


          ແບບກົງກັນຂ້າມ Opposite


          ແບບກົງກັນຂ້າມຕັ້ງສາກກັນ Decussate


          ແບບເປັນວົງ Whorled or Vermiculate


          ແບບເປັນຈຸກ Fascicled or Tufted


3. ການສັງເຄາະແສງ photosynthesis
       ເປັນຂະບວນການທີ່ພືດສີຂຽວນຳພະລັງງານແສງປ໋ຽນໄປເປັນພະລັງງານເຄມີເພື່ອໃຊ້ໃຫ້ເກີດປະໂຫຍດໃນການສ້າງອາ ຫານຈາກໂມເລກຸນຂອງຄາບອນໄດອອກໄຊ co2 ແລະ ນ້ຳມາເປັນຄາໂບຮາຍເດຣດ carbohydrate ຄື: ນ້ຳຕານ ແລະ ແປ້ງແລ້ວປ່ອຍອົກຊີເຈນອອກເພື່ອໃຫ້ສິ່ທີ່ມີຊີວິດໄດ້ນຳໄປໃຊ້

3.1 ປັດໃຈທີ່ຈຳເປັນ ແລະ ສຳຄັນສຳລັບການສັງເຄາະແສງ
1. ປັດໃຈກ່ຽວກັບພືດ
  •  ຊະນິດພືດ
  •  ສະພາບແວດລ້ອມທາງສະລິລະສາດຂອງພືດ
  •  ສະພາບແວດລ້ອມທາງກຳມະພັນ(ພັນທຸກຳ)ເຊັ່ນ: ອາຍຸຂອງໃບພືດ (ອ່ອນ/ແກ່)

2. ປັດໃຈສິ່ງແວດລ້ອມ
          ແສງແດດ: ປະມານ 3% ແລະ ຈຳແນະໄດ້ 3 ລັກສະນະຄື:
     - ຄວາມເຂັ້ມຂອງແສງ
     - ຄວາມຍາວຂອງແສງ
     - ຄຸນນະພາບຂອງແສງ: ຊ່ວງຄື້ນຍາວ 400-760NM ນາມໍມິເຕີ
          ປະລິມານແກ໊ສໃນບັນຍາກາດ co2 0,03-0,04% ແລະ o2ອຸນະພູມປະມານ 5- 25 ອົງສາ
          ທາດອາຫານ
     - ແມກນີຊຽມ Mg ໄນໂຕລເຈນ N ເປັນທາດທີ່ສຳຄັນທີ່ເປັຍອົງປະກອບຂອງຄໍໂລຟີລລ໌
     - ເຫລັກ Fe ມີຄວາມຈຳເປັນຕໍ່ການສ້າງສານຄໍໂລຟີລລ໌
     - ມັງການນິດ Mn ແລະ ຄລໍລິນ Cl ຈຳເປັນຕໍ່ການແຍກຕົວຂອງໂມເລກຸນນ້ຳໃນການປະຕິກິລິຍາສັງເຄາະ ແສງ
          ນ້ຳ: ປະມານ1% : ຖ້າໜ້ອຍປາກໃບຈະປິດເຮັດໃຫ້ການແລກປ່ຽນທາດອາຍເປັນໄປໄດ້ຍາກ, ຖ້າຫລາຍ(ນ້ຳຖ້ວມ)ຈະເຮັດໃຫ້ຮາກຂາດ o2 ທີ່ໃຊ້ໃນການຫາຍໃຈກໍ່ເປັນຜົນກະທົບຕໍ່ການສັງເຄາະ ແສງເຊັ່ນກັນ

4. ຫນ້າທີ່ສຳຄັນຂອງໃບພືດ
  •  ຜະລິດທາດອາຫານໂດຍການສັງເຄາະແສງ Photosynthesis
  •  ແລກປ່ຽນທາດອາຍ Gas exchange
  •  ລະເຫີຍອາຍນ້ຳ Transpiration
  •  ຫາຍໃຈ
  •  ແຜ່ພັນ

          ນອກຈາກນີ້ຍັງມີໜ້າທີ່ອື່ນໆອີກເຊັ່ນ: ປ່ຽນແປງໄປເຮັດໜ້າທີ່ນັ້ນຕາມສະພາບແວດລ້ອມ ແລະ ຄວາມ ເໝາະສົມເຊັ່ນ: ດັດແປງໄປເປັນໜາມ spines ຕົ້ນຕະບອງເພັດ, ປ່ຽນໄປເປັນມືເກາະ ຕຳນິນປ່ຽນແປງສີສັນ ໃຫ້ຄືກັບກີບດອກເຊັ່ນ: ດອກເຈ້ຍ

5. ຄວາມແຕກຕ່າງລະຫວ່າງການສັງເຄາະແສງ ແລະ ການຫາຍໃຈ
     ການສັງເຄາະແສງ                                                  ການຫາຍໃຈ
    - ນຳເອົາອາຍ co2 ເຂົ້າໄປ                                           - ປ່ອຍ co2 ອອກ
    - ປົດປ່ອຍ o2                                                         - ນຳໃຊ້ ແລະ ປ່ຽນຮູບ o2
    - ປຸງແຕ່ງທາດນ້ຳຕານ ແລະ ທາດປະສົມເຄມີອື່ນໆ               - ແຕກແຍກທາດນ້ຳຕານ ແລະ ທາດປະສົເຄມີອື່ນໆ
    - ຈະເກີດສະເພາະບ່ອນທີ່ມີສີຂຽວເທົ່ານັ້ນ                         - ເກີດຂື້ນໄດ້ທຸກໆຈຸລັງທີ່ຍັງມີຊີວິດ
    - ສະສົມພະລັງງານ                                                    - ນຳໃຊ້ພະລັງງານ
    - ເກີດຂື້ນສະເພາະໃນເມື່ອມີພະລັງງານແສງແດດ                 - ເກີດຂື້ນທຸກໆໄລຍະເມື່ອຈຸລັງມີຊີວິດຢູ່ພຽງພໍ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ