Friday, June 13, 2014

ພະຍາດ, ແມງໄມ້ ແລະ ການປ້ອງກັນກຳຈັດ


6.5.1. ພະຍາດ ແລະ ການປ້ອງກັນກຳຈັດ
ພະຍາດ​ແຫ່ວ​ເນົ່າ​ແດງ
- ສາ​ເຫດ​ພະ​ຍາດ  ​ເກີດ​ຈາກ​ເຊື້ອລາ 2 ຊະນິດ​ຄື: FuSarium moniliforme​ ແລະ Collectorichum Falcatum
- ການລະບາດ ​ໂດຍ​ທາງ​ທ່ອນ​ພັນ, ​ເຊື້ອ Fusarium moniliforme ຢູ່​ໃນ​ດິນ​ສາມາດ​ທຳລາຍ​ໄດ້​ທາງ​ຮາກ ​ແລະ ​ເຫງົ້າອ້ອຍ, ເຊືື້ອ  Collectorichum Falcatum  ສາມາດ​ເຂົ້າ​ທຳ ລາຍ​ໄດ້​ຕາ​ມບາດ​ແຜ​ທີ່​ເກີດ​ຈາກ​ດ້ວງ ​ຫລື ຮອຍ​ແຕກ​ຂອງ​ລຳ  ​ລະບາດ​ຮຸນ​ແຮງ​ໃນ​ພື້ນທີ່ມີ​ຄວາມ​ຊຸ່ມ​ຊື່​ນສູງ​
- ລັກສະນະ​ອາການ ​ໄລຍະ​ທຳ​ອິດ​ອາຍຸ 4 - 5 ​ເດືອນ​ ອ້ອຍ​ໃບ​ເຫຼືອງ, ຂອບ​​ໃບແຫ້ງ, ອ້ອຍ​ຈະ​ແຫ້ງ​ຕາຍຢືນ​ຕົ້ນ​ເປັນ​ຫລາຍ​ກໍ ຈົນ​ເຖິງ​ໄລຍະ​ເກັບ​ກ່ຽວ, ຜ່າ​ເບິ່ງ​ລຳ​ຈະ​ເຫັນ​ເນື້ອອ້ອຍ​ເນົ່າ​ຊ້ຳ​ ເປັນ​ສີ​ແດງ​ ເປັນ​ຈ້ຳ​ ຫຼື​ ເນື້ອອ້ອຍ​ເນົ່າ​ເປັນ​ສີນ້ຳ ຕານ​ປະສົມສີມ່ວງ.

- ການ​ປ້ອງ​ກັນກຳຈັດ ເມື່ອ​ເກີດ​ການລະບາດ​ກ່ອນ​ການ​ເກັບ​ກ່ຽວ​ຄວນ​ປະຕິບັດ​ຄື: ຮີບ​ລະ ບາຍ​ນ້ຳ​ອອກ​ຈາກ​ແປງ​ທີ່​ມີ​ນ້ຳ​ຂັງ, ຢຸດ​ການ​ໃຊ້​ປຸຍ ​ແລະ ນ້ຳ ແລະ ຮີບ​ຕັດ​ອ້ອຍ. ການ​ຈັດການ​ແກ້​ ໄຂ​ຫລັງ​ຈາກ​​ເກັບ​ກ່ຽວ ທຳລາຍ​ຕໍອ້ອຍ​ເກົ່າ​ດ້ວຍ​ການ​ຄາດ​ອອກ ​ແລະ ​ເຜົາຖິ້ມ, ໄຖ​ດິນ​ຕາກ​ແດດ​ປະມານ 3 ຄັ້ງ, ປູກ​ພືດ​ສະຫລັບ​ເຊັ່ນ:  ​ເຂົ້າ ຫລື ກ້ວຍ ກ່ອນ​ປູກ​ອ້ອຍ​ຄັ້ງ​ໃໝ່; ໃຊ້​ພັນທີ່​ຕ້ານທານ​ປູກ​ເຊັ່ນ: ຄິວ 100, ​ເຄ 76-4, ​ເຄ 84 - 200,​ ເຄ 88-92,​ເຄ 88-93,​ ເຄ90-77, ແລະ ພັນອູ່ ທອງ 4. ຄັດ​ເລືອ​ກພັນ​ທີ່​ສົມບູນ​ຈາກ​ແຫລ່ງ​ທີ່​ບໍ່​ເປັນ​ພະຍາດ ຫລື ກຽມ​​ແປງ​ພັນ​ດ້ວຍ​ຕົນ​ເອງ. ຖ້າ​ບໍ່​ແນ່​ໃຈ​ວ່າ​ພັນຕ້າ​ນທານ ຫລື ​ບໍ່​ນັ້ນ ກ່ອນ​ປູກ​ຄວນ​ແຊ່​ທ່ອນ​ພັນ​ໃນ​ສານ​ເຄມ ີ​ເພື່ອ​ປ້ອງ​ກັນ​ກຳຈັດ​ພະຍາດດ້ວຍຢາ ​ເບ​ນ​ໂນ​ມິລ ( ແບນ​ເລ​ທ 25 % WP) ອັດຕາ​ 25 ກະລາ​ມ ຕໍ່​ນ້ຳ20 ລິດ, ​ໄຣອະ​ເບ​ນດາ​ໂຊນ (ຟຣອນ​ໂຕ 90%) ຕໍ່ນ້ຳ 20​ ລິດ, ​ໄທ​ໂອ​ຟາ​ເນ​​ທ - ເມທທິລ (ທອບ​ຊິນ​ເອັມ 50%)  20 ມີ​ລີ​ລິດ​ ຕໍ່​ນ້ຳ 20 ລິດ, ​ໂປຣພິ​ໂຄ​ນາ​ໂຊນ (ທິນ 250  EC ) 16 ມີ​ລີ​ລິດ ຕໍ່​ນ້ຳ 20 ລິດ.
ພະຍາດ​ລຳຕົ້ນເນົ່າ
- ສາເຫດຂອງພະຍາດ ເກີດຈາກເຊື້ອລາ Fusarium moniliform
- ການລະບາດແມ່ນໄປທາງທ່ອນພັນເຊື້ອລາ​ຢູ່​ໃນ​ດິນ ​ແລະ ​ສິ່ງເສດເຫລືອພືດຕ່າງ ແລະ ຈະເຂົ້າ​ທຳລາຍ​ທ່ອນ​ພັນ​ອ້ອຍ​ທີ່​ປູກ​ໃໝ່ ໂດຍສະເພາະທ່ອນພັນອ່ອນແອ; ເຊື້ອແຜ່ລະບາດ ໄປທາງລົມ ແລະ ຝົນໄດ້.
- ລັກສະນະອາການຂອງ​ພະຍາດ ອ້ອຍເຫລືອງ, ແຫ້ງຕາຍ, ຖ້າເປັນພັນອ່ອນແອ ພາຍ ໃນລຳຕົ້ນມີອາການເນົ່າຊ້ຳ ສີຊົມພູອ່ອນ

- ການ​ປ້ອງ​ກັນ​ກຳຈັດ ລະບາຍນ້ຳອອກຈາກແປງ; ໃຊ້ພັນຕ້ານທານເຊັ່ນ: ເຄ 84 - 200; ສີດພົ່ນເຫງົ້າ ດ້ວຍສານເຄມີ ເບນໂນມິນ (ເບນເລດ 25% WP)  ອັດຕາ 25 ກະລາມ ຕໍ່ນ້ຳ 20 ລິດ.
ພະຍາດໃບຂາວ:
- ສາເຫດຂອງພະຍາດ ເກີດຈາກເຊື້ອ ໄຟໂຕພລາດສະມາ
- ການລະບາດ ໂດຍໄປທາງທ່ອນພັນ ຈາກກໍທີ່ເປັນພະຍາດລະບາດໂດຍມີແມງໄມ້ເປັນ ພາຫະນຳເຊື້ອ ຄືເພັ້ຍຈັກຈັ່ນສີນ້ຳຕານ.
- ລັກສະນະອາການຂອງ​ພະຍາດ ໃບອ້ອຍຈະປ່ຽນເປັນສີຂາວອ່ອນ ຫລື ຂາວຊີດ, ໃບຮຽວ ແຄບ ແລະ ນ້ອຍກວ່າປົກກະຕິ ບາງຄັ້ງຈະເປັນທາງ ຫລື ແຖບຂາວຂະໜາດຕ່າງກັນ ເລີ່ມຈາກ
ກົກ ໃບ​ໄປ​ຕາມ​ລວງ​ຍາວ​ຂອງ​ໃບ ຕໍ່​ມາ​ຈຶ່ງ​ຂະຫຍາຍ​ຈົນ​ເຕັມ​ໃບ​ອ້ອຍ ອ້ອຍ​ຈະ​ບໍ່​ແຂງ​ແຮງ, ລຳ ຕົ້ນ​ສັ້ນ, ປ້ອງ​ຖີ່, ​ແຕກ​ໜໍ່​ຫລາຍ​ຄື​ຫົວສີ​ໄຄ ​ໄລຍະ​ອ້ອຍ​ກໍ​ຈະ​ແຕກ​ເປັນ​ກໍ​ສີຂາວ​ເປັນ​ຝອຍ ​ເຮັດ​ໃຫ້​ຜົນ​ຜະລິດ​ຫລຸດ​ລົງ 50% ​ແລະ ຈົ່ງ​ຕໍ​ໄວ້​ບໍ່​ດີ.
- ການ​ປ້ອງ​ກັນ​ກຳຈັດ ເມື່ອ​ພົບ​ການລະບາດ​ຄວນ​ທຳລາຍ​ຕົ້ນ​ທີ່​ເປັນ​ພະຍາດ ​ໂດຍ​ການ​ຂຸດ​ອອກ ​ແລ້ວ​ເຜົາ​ຖີ້ມ ຫລື ສີດ​ດ້ວຍ​ຢາຂ້າ​ຫຍ້າ (ໄກ​ໂຟ​ເສດ 1%); ຄັດ​ເລືອກ​ພັນ​ທີ່​ທົນ​ທານ​ຕໍ່​ພະ ຍາດ​​ໃນ​ພື້ນທີ່ ​ເຊິ່ງມີ​ອັດຕາ​ການ​ເປັນ​ພະຍາດ​ໜ້ອຍ​ກວ່າ​ພັນ​ອື່ນ; ແຊ່​ທ່ອນ​ພັນ​ໃນ​ນ້ຳ​ຮ້ອນ 50 ອົງ ສາ​ເຊ 2 ຊົ່ວ​ໂມງ ຫລື ​ແຊ່​ນ້ຳ​ຮ້ອນ 52 ອົງສາເຊ ​ເຄິ່ງ​ຊົ່ວ​ໂມງກ່ອນ​ປູກເມື່ອ​ເກັບ​ກ່ຽວ​ແລ້ວຄວນ​ທຳ​ຄວາມ​ສະອາດ​ແປງ​​ເກົ່າ​ຖີ້ມ ​ເພື່ອ​ປູກ​ໃໝ່
 ນອກຈາກພະຍາດທີ່ກ່າວມາຂ້າງເທິງແລ້ວ ຍັງມີພະຍາດຕ່າງໆອີກເຊັ່ນ: ພະຍາດແສ້ດຳ, ພະຍາດ​ໃບ​ຂີດແດງ ​ແລະ ຍອດ​ເນົ່າ,ພະຍາດຮາກເຫງົ້າເນົ່າຈາກເຫັດ, ພະຍາດເນົ່າຄໍອ້ອຍ, ພະ ຍາດກິ່ນໝາກນັດ, ພະ ຍາດກໍຫົວສີໄຄ, ພະຍາດໃບຈຸດເຫລືອງ, ພະຍາດລາສະນິມ...

6.5.2. ແມງໄມ້ ແລະ ການປ້ອງກັນກຳຈັດ
  ດ້ວງ​ກໍ​ລາຍ​ຈຸດ​ໃຫຍ່
​- ເປັນ​ແມງ​ໄມ້​ສັດຕູ​ອ້ອຍ​ທີ່​ສຳຄັນ​ຊະນິດ​ໜຶ່ງ​ ເຊິ່ງທຳ​ຄວາມ​​ເສຍ​ຫາຍ​ແກ່​ອ້ອຍ​ໃນ​ໄລຍະ ອ້ອຍ​ເປັນ​ລ​ຳ ສາ​ເຫດການ​ລະບາດ​ແມ່ນ​ຄວາມ​ຊຸ່ມ​ຊື່ນ​ສູງ ປະມານ 70 ຫາ 80% ຄື​ມີ​ຝົນຕົກ​ຫຼາຍ​ແລະ​ ຕົກ​ຕະຫຼອດ ​ອ້ອຍ​ອາຍຸ​ປະມານ 5 ຫາ 6​ ເດືອນ​ ຢູ່​ໃນ​ໄລຍະ​ເປັນ​ປ້ອງ​ແມງກະ​ເບື້ອວາງ​ໄຂ່​ທີ່​ໃບ​ເມື່ອ​ຟັກ​ອອກ​ເປັນ​ໂຕ​ແລ້ວ​ເຂົ້າ​ເຈາະ​ທີ່​ຍອດ​ອ້ອຍ​ແລ້ວ​ເຈາະ​ເຂົ້າ​ໄປ​ຢູ່​ຂ້າງ​ໃນ​ລຳຕົ້ນປະມານ 300​ ຫາ 400​ ໂຕ​ໂດຍ​ເຈາະ​ຮູ​ເຂົ້າ​ໄປ​ຮູ​ດຽວ ​ແລະ ​ກັດ​ທຳລາຍ​ເຮັດ​ໃຫ້​ອ້ອຍ​ເສຍ​ຫາຍ
- ຮູບ​ຮ່າງ​ລັກສະນະ ໄຂ່  ຄ້າຍຄື​ກັບ​ເກັດ​ປາ, ມີ​ໄຂ່​ຫຸ້ມ​, ​ໄຂ່​ແຕ່​ລະ​ກຸ່ມ​ມີ​ປະມານ 27 ຫາ 370 ໜ່ວຍ​ໄລຍະ​ໄຂ່ 9 ວັນອັດຕາ​ການ​​ແຕກ​ຂອງ​ໄຂ່​ແມ່ນ 96,96%
ໂຕດ້ວງ ລ​ຳ​ໂຕ​ມີ​ສີ​ຂາວ​ ລອກ​ຄາບ 4 ຄັ້ງ ​ໄລຍະ​ດ້ວງແມ່ນ 25 ຫາ30 ວັນ.
ດັກ​​ແດ້ ສີ​ນ້ຳຕານ​ແດງ​ ລັກສະນະ​ຄື​ກັນ​ກັບ​ດັກ​ແດ້ ຂອງ​ແມງກະ​ເບື້ອທົ່ວໆ​ໄປ ມີ​ຂະໜາດ​
ກ້ວາງ 3,25 ຫາ 3,92 ມີ​ລີ​ແມັດ, ຍາວ 10,98 ຫາ14,93 ມີ​ລີ​ແມັດ ​ໄລຍະ​ດັກ​ແດ້ 7 ຫາ 10 ວັນ.
ແມງກະ​ເບື້ອ ​ເປັນ​ແມງກະ​ເບື້ອກາງ​ຄືນ​ສີ​ນຳ​້ຕານ​ເຂັ້ມ ​​ໂຕ​ແມ່​ຂະໜາດ​ໃຫຍ່​ກ່ວາ​ໂຕ​ຜູ້​ແລະ ​ປີກ​ກ້ວາງ 26,21 ຫາ 28,24 ມີ​ລີ​ແມັດ ລຳ​​ໂຕ​ຍາວ14,53 ຫາ 18,24 ມີ​ລີ​ແມັດ​ໄລຍະ​ຕົວ​ເຕັມ​ໄວ 3 ຫາ 5 ວັນ
- ການ​ແພ່​ລະບາດ ມັກ​ພົບ​ໃນ​ພື້ນ​ທີ່​ມີ​ການ​ປູກ​ອ້ອຍ​ຫຼາຍ
- ພືດ​ອາຫານ  ອ້ອຍ
- ສັດຕູ​ທຳ​ມະ​ຊາດ ​ແຕນ​ປ່ຽນ​ໄຂ່ Trichogramma sp ​ແລະ Telenomus sp , ຕົວ​ຫ້ຳ​​ກິນ​ໄຂ່ 2 ຊະ​ນິດ​ຄື: ມົດ Anticus ruficollis saund  ​ແລະ  Formicomus braminus la la Ferte - senectere, ແຕນບຽນໜອນຄື: Colesia sp 
- ການ​ປ້ອງ​ກັນ​ກຳຈັດ ໄລຍະ​ຕັດ​ອ້ອຍ ຖ້າ​ພົບ​ເຫັນ​ທຳລາຍ​ຫຼາຍ​ກ່ວາ10% ​ໃຫ້​ໃຊ້​ສານ​ເຄມີ​ຂ້າ​ແມງ​ໄມ້ deltamethrin (Decis 3 %) ອັດຕາ 20 ມີ​ລີ​ລິດ ຕໍ່ນ້ຳ 20 ລີດ ຫຼື​ Cypermethrin (Ripcord  15 %) ອັດຕາ15 ມີ​ລີ​ລິດ​ຕໍ່ນ້ຳ 20 ລິດ ຖ້າ​ພົບ​ໜ້ອຍ​ກ່ວາ 10% ​ໃຫ້​ປ່ອຍ​ແຕນ​ບຽນດ້ວງ​ທຳ​ລາຍ​ໃນ​ອັດຕາ 500 ​ໂຕ​ຕໍ່​ໄລ່
ໄລຍະ​ແຕກ​ໜໍ່ ຖ້າ​ພົບ​ການ​ທຳລາຍ​ຫຼາຍ​ກ່ວາ 10% ​ໃຊ້​ສານ​ເຄມີ​ຂ້າ​​ແມງ​ໄມ້​ສີດ​ຖ້າ​ທຳ ລາຍ​ໜ້ອຍ​ກ່ວາ 10% ​ໃຊ້​ແຕນ​ບຽນອັດຕາ 12.000 ​ໂຕ ​ຕໍ່​ໄລ່
ໄລຍະ​ອ້ອຍ​ເປັນ​ລຳ ຖ້າພົບ​ທຳລາຍ​ຫຼາຍ​ກ່ວາ 20% ລຳປ້ອງ​ກັນ​ກຳຈັດ​ດ້ວຍ​ສານ​ເຄມີ​ຂ້າ​ແມງ​ໄມ້​ສີດ​ສະຫ​ລັບ​ກັບ​ເຊື້​ອ​ແບັກ​ທີ​ເລຍ​​ໂດ​ຍໃຊ້ສານ​ຂ້າ​ແມງ​ໄມ້ ອັດຕາ 20 ມີ​ລີ​ລິດ ຕໍ່​ນ້ຳ 20 ລິດ,​​ແບັກ​ທີ​​ເຣຍ​ໃຊ້ 100 ມີ​ລີ​ລິດ​ ຕໍ່ນ້ຳ 20 ລິດ​ໂດຍໃຊ້​​ແຮງ​ດັນ​ສູງ​ສີດ​ພົ່ນ
ດ້ວງ​ກໍ​ສີຂາວ
​- ເປັນ​ແມງ​ໄມ້​ທີ່​ສຳຄັນ​ອັນ​ດັບ​ທີ່ 2 ​ໃນ​ບັນດາ​ແມງ​ໄມ້​ສັດ​ຕູອ້ອຍ ດ້ວງ​ເຂົ້າ​ທຳລາຍ​ໄລຍະ​ໜໍ່​ອ້ອຍ​ ​ເມື່ອ​ອ້ອຍ​ໃຫຍ່​ມີ​ລຳ​ແລ້ວ​ພົບ​ເຂົ້າ​ທຳລາຍຍອດ​ອ້ອຍ, ໜໍ່​ອ້ອຍ​ທີ່​ຍັງ​ນ້ອຍ​ຢູ່​ເມື່ອ​ຖືກ​ທຳ ລາຍ​ມັກ​ຕາຍ​ ເມື່ອ​ເຂົ້າ​ທຳລາຍ​ອ້ອຍ​ໃຫຍ່​ມີ​ລຳ​ແລ້ວ ຈະ​ເຮັດ​ໃຫ​້ອ້ອຍ​ຕາຍ​ ຫຼື​ ຢຸດ​ການຈະ​ເລີ​ນ​ເຕີບ ​ໂຕ​ບໍ່​ສາມາດ​ສ້າງ​ລຳ​ອ້ອຍ​ເພີ່ມ​ຂຶ້ນ​ໄດ້, ​ໄລຍະ​ອ້ອຍ​ຍັງ​ເປັນ​ໜໍໍ່ ດ້ວງ​ເຈາະ​ຈາກ​ຍອດ​ເຂົ້າ​ໄປ​ກັດ​ກິ​ນສ່ວນ​ກົກ​ຍອດ​ທີ່​ກຳລັງ​ຈະ​ເລີ​ນ​ເຕີບ​ໂຕ​ເຮັດ​ໃຫ້​ຍອດ​ແຫ້ງ​ຕາຍ​ໂດຍ​ມີ​ໃບ​ມ້ວນ​ຢູ່​ສ່ວນ​ໃບ​ຍອດ​ໃບ​ອື່ນ ໆ ທີ່​ຖືກ​ດ້ວງ​ເຂົ້າ​ທຳລາຍ ຈະ​ມີ​ລັກສະນະ​ງິກງໍ ​ແລະ ​ມີ​ຮູ​ຟຸຍໆ ​ເຊິ່ງ​ເປັນ​ລັກສະນະ​ເດັ່ນ​ຂອງ​ດ້ວງ​ຊະນິດ​ນີ້ . ​ເມື່ອ​ອ້ອຍ​ມີ​ລຳ​ແລ້ວ ດ້ວງ​ເຂົ້າ​ທຳລາຍ ສິ່ງ​ທີ່​ກຳລັງ​ຈະ​ເລີ​ນ​ເຕີບ​ໂຕ​ໃຫ້​ໝົດ​ໄປ ຈຶ່ງ​ບໍ່​ສາມາດ​ເຮັດ​ໃຫ້​ສາມາດ​ສ້າງ​ປ້ອງ​ອ້ອຍ​ໃຫ້​ສູງ​ຂຶ້ນ​ໄປ​ອີກໄດ້ ​ມີ​ຜົນ​ເຮັດ​ໃຫ້​ຕາ​ອ້ອຍ​ຢູ່​ຕ່ຳ​ກວ່າ​ສ່ວນ​ທີ່​ຖືກ​ທຳລາຍ​ ແຕກ​ໜໍໍ່ຂຶ້ນມາ​ຢູ່​ດ້ານ​ຂ້າງ​ ອາດ​ເປັນ​ໜໍ່​ດຽວ ​ຫລື ຫລາຍ​ໜໍ່​ ອ້ອຍ​ຈຶ່ງ​ເກີດ​ອາການ​ຍອດ​ເປັນ​ຟຸ່ມ


- ຮູບ​ຮ່າງ​ລັກ​ນະ​ສະ ​ເປັນ​ແມງກະ​ເບື້ອກາງ​ຄືນ ຂະໜາດ​ກາງ​ສີຂາວກ້ຽງ ວາງ​ໄຂ່ ​ເປັນ​ກຸ່ມ,​ ໄຂ່ ​ແຕ່ລະ​ໜ່ວຍ​ເປັນ​​ເມັດກົມ​ສີນ້ຳຕານ ​ແລະ ກຸ່ມ​ໄຂ່​ປົກ​ຄຸມ​ດ້ວຍ​ຂົນ​ສີນ້ຳຕານ ອີກ​ຊັ້ນໜຶ່ງ ​ໄຂ່​ແຕ່​ລະ​ກຸ່ມ​ມີ 6 - 20 ໜ່ວຍ ​ໄລ​ຍະ​ໄຂ 4-6 ວັນ, ດ້ວງລຳ​ໂຕ​ມີ​ສີຂາວ​ປົນ​ເຫຼືອງ​ໜ້ອຍ​ໜຶ່ງ​ ລັກ​ສະ​ນະ​ຍາວ​ຮຽວ​ໄປ​ທາງ​ສ່ວນ​ຫົວ ​ໄລຍະ​ດ້ວງ​ໃຊ້​ເວລາ 35 - 40 ວັນ, ການເຂົ້າ​ດັກ​ແດ້​ໃໝ່ ໆ ມີສີ ຂາວ​ປົນ​ເຫລືອງ ໜ້ອຍ​ໜຶ່ງ​ ຕໍ່​ມາ​ເປັນ​ສີນ້ຳຕານ​ອ່ອນ​ ໄລຍະ​ເຂົ້າ​ດັກ​ແດ້​ໃຊ້​ເວລາ 9-10 ວັນ.
- ການປ້ອງກັນກຳຈັດ ໃຊ້ຢາຂ້າແມງໄມ້ Cypermethrin (Ripcord  15 %) ອັດຕາ15 ມີ​ລີ​ລິດ​ຕໍ່ນ້ຳ 20 ລິດ, deltamethrin (Decis 3 %) ອັດຕາ 10 ມີ​ລີ​ລິດ ຕໍ່ນ້ຳ 20 ລີດ
ນອກຈາກແມງໄມ້ຂ້າງເທິງນີ້ແລ້ວ ຍັງມີ​​ແມງ​ໄມ້​ສັດຕູ​ຂອງ​ອ້ອ ຫລາຍ​ຊະນິດ ​ເຊິ່ງທຳ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຊາວ​ກະສິກອນເຊັ່ນ​: ເພັ້ຍຫອຍອ້ອຍ, ​ແມງ​ໝີ່​ຂາວອ້ອຍ, ​ເພັ້ຍ​ແປ້ງ​ສີ​ຊົມ​ພູ, ​ເພັ້ຍກະ​ໂດດດຳ, ແມງແຄງ​ອ້ອຍ, ດ້ວງ​ໜວດ​ຍາວ, ດ້ວງ​ງວງ​ອ້ອຍ, ແມງ​ກີ່​ນູນ, ຕັກ​ກະ​ແຕນ, ປວກ...

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ