Sunday, February 03, 2013

ການຂະຫຍາຍພັນກ້ວຍໄມ້

ການຂະຫຍາຍພັນກ້ວຍໄມ້
ກ. ການຂະຫຍາຍພັນກ້ວຍໄມ້ປະເພດແຕກກໍ
         1. ການຕັດແຍກ ລຳຫນ້າ ລຳຫລັງ
                 ກ້ວຍໄມ້ທີ່ຈະນຳມາຂະຫຍາຍພັນດ້ວຍວິທີນີ້ກ້ວຍໄມ້ຕ້ອງມີການໃຫ້ລູກມາແລ້ວຢ່າງນ້ອຍ 4 ລຳ
ວິທີການ


      ໃຊມີຕັດ (ກັນໄກຕັດກິ່ງສະນິດໃບບາງ) ຕັດສ່ວນທີ່ເປັນລຳລູກໃຫ້ຂາດແລ້ວໃຊ້ປູນແດງທາແຜໃຫ້ທົ່ວລຳຫລັງທີ່ຖືກຕັດຂາດຈະແຕກກໍເປັນລຳໃຫມ່ມີຮາກອອກມາກໍ່ປູກໄດ້ດັ່ງຮຸບ
      2. ການຕັດຊຳ
            ໃຊ້ກັບກ້ວຍໄມ້ໃນສະກຸນຫວາຍທີ່ຕາຢູ່ສລຳຕົ້ນແຫ້ງຕາຍໄປແລ້ວໂດຍນຳລຳຫລັງຂອງຫວາຍທີ່ຕັດໃບຕັດຮາກອອກມາປັກຊຳໂດຍໃຫ້ໂຄນລຳຕົ້ນຝັງໄປໃນຊາຍຫຍາບ ປະມານ 2-3 ຊມ ຫ່າງກັນ 4-5 ເກັບມ້ຽນໃນບ່ອນທີ່ມີແສງແດດຂ້ອນຂ້າງແຮງ ຫົດນ້ຳໃຫປຽກ ຕາທີ່ຢູ່ໃກ້ປາຍລຳຈະແຕກເປັນລຳໃຫມ່ ເອີ້ນວ່າ ຕະກຽງ ເມື່ອຕະກຽງເລີ່ມເກີດຮາກກ່ອນສາມາດນຳໄປປູກໄດ້


     3. ການແຍກລຳຫນ້າ
           ໃຫ້ສັງເກດເບິ່ງວ່າລຳທີ່ເກີດໃຫມ່ຈະເປັນລຳຫນ້າ ເມື່ອຮູ້ແລ້ວ ໃຫ້ສັງເກດຮາກຂອງລຳຫນ້າພາຍຫລັງເກີດ ຮາກຕ້ອງຍາວປະມານ 1-1.5 ຈຶ່ງຂະສາມາດນຳໄປປູກໄດ້ ວິທີ່ການ ໃຫ້ເລືອກຕັດລຳຫນ້າອອກມາ ທາດ້ວຍປູນແດງ ແລ້ວປູກຕາມປົກກະຕິ


ຂ. ການຂະຫຍາຍພັນກ້ວຍໄມ້ປະເພດແວນດາ Monopodial
  1. ການຕັດຍອດ
       ຖ້າເປັນພວກປ້ອງຖີ່ ເຊັ່ນ ແອດໂຄເຊນດາ, ແວນດາໃບແປ ຍອດທີ່ຕັດຕ້ອງມີຮາກຕິດມານຳຢ່າງນ້ອຍ 1ຮາກ ສ່ວນພວກຂໍ້ຫ່າງ ເຊັ່ນ ແມງຕາໂປແຮນດາ ຄວນໃຫ້ມີຮາກຕິດມາ 2 ຮາກຂື້ນໄປ
2. ການແຍກແຫນ່ງ
     ກ້ວຍໄມ້ປະເພດນີ້ສາມາດແຕກຫນໍ່ຫລືແຫນງທີ່ກາງລຳຕົ້ນໄດ້ ເຮົາຈະສາມາດຕັດໄດ້ກໍ່ຕໍ່ເມື່ອແຫນງມີໃບ 2-3 ຄູ່ ແລະ ມີຮາກ ໂດຍຕັດໃຫ້ຕິດກິບໂຄນແມ່


                                              ໂດຍ: ໂຫນ່ງ ອານຸສອນ
02099945768
email: nong_kvt@yahoo.com           



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ