Wednesday, February 27, 2013

iDolz feat Genii - Ido


Touly new MV


ຄາໃຈ Babie Piyamarth


ຄາໃຈ Babie Piyamarth


last love_pull-t club


IMPERFECT "ລົມສາວ


facebook (ເຟສບຸກ)


Sunday, February 17, 2013

ການຂະຫຍາຍພັນພືດ

ການຂະຫຍາຍພັນພືດ ການຕອນ ຫລື ການໂທມງ່າ ການຕິດຕາ ການສຽບກິ່ງ ຫລື ຕໍ່ກິ່ງ ການທາບ ຫລື ທາມງ່າ ການປັກຊຳ ການເພາະແກ່ນ ການເພາະເນື້ອເຍື່ອ


ການຂະຫຍາຍພັນພືດ

ປະກອບມີ:
ການຂະຫຍາຍພັນພືດ ການຕອນ ຫລື ການໂທມງ່າ ການຕິດຕາ ການສຽບກິ່ງ ຫລື ຕໍ່ກິ່ງ ການທາບ ຫລື ທາມງ່າ ການປັກຊຳ ການເພາະແກ່ນ ການເພາະເນື້ອເຍື່ອ

  • ການຕອນ ຫລື ການໂທມງ່າ

ການຂະຫຍາຍພັນພືດ ການຕອນ ຫລື ການໂທມງ່າ ການຕິດຕາ ການສຽບກິ່ງ ຫລື ຕໍ່ກິ່ງ ການທາບ ຫລື ທາມງ່າ ການປັກຊຳ ການເພາະແກ່ນ ການເພາະເນື້ອເຍື່ອ

  • ການຕິດຕາ

ການຂະຫຍາຍພັນພືດ ການຕອນ ຫລື ການໂທມງ່າ ການຕິດຕາ ການສຽບກິ່ງ ຫລື ຕໍ່ກິ່ງ ການທາບ ຫລື ທາມງ່າ ການປັກຊຳ ການເພາະແກ່ນ ການເພາະເນື້ອເຍື່ອ

  • ການສຽບກິ່ງ ຫລື ຕໍ່ກິ່ງ

ການຂະຫຍາຍພັນພືດ ການຕອນ ຫລື ການໂທມງ່າ ການຕິດຕາ ການສຽບກິ່ງ ຫລື ຕໍ່ກິ່ງ ການທາບ ຫລື ທາມງ່າ ການປັກຊຳ ການເພາະແກ່ນ ການເພາະເນື້ອເຍື່ອ

  • ການທາບ ຫລື ທາມງ່າ


ການຂະຫຍາຍພັນພືດ ການຕອນ ຫລື ການໂທມງ່າ ການຕິດຕາ ການສຽບກິ່ງ ຫລື ຕໍ່ກິ່ງ ການທາບ ຫລື ທາມງ່າ ການປັກຊຳ ການເພາະແກ່ນ ການເພາະເນື້ອເຍື່ອ

  • ການປັກຊຳ

ການຂະຫຍາຍພັນພືດ ການຕອນ ຫລື ການໂທມງ່າ ການຕິດຕາ ການສຽບກິ່ງ ຫລື ຕໍ່ກິ່ງ ການທາບ ຫລື ທາມງ່າ ການປັກຊຳ ການເພາະແກ່ນ ການເພາະເນື້ອເຍື່ອ

  • ການເພາະແກ່ນ
ການຂະຫຍາຍພັນພືດ ການຕອນ ຫລື ການໂທມງ່າ ການຕິດຕາ ການສຽບກິ່ງ ຫລື ຕໍ່ກິ່ງ ການທາບ ຫລື ທາມງ່າ ການປັກຊຳ ການເພາະແກ່ນ ການເພາະເນື້ອເຍື່ອ

  • ການເພາະເນື້ອເຍື່ອ

ແມງ​ໄມ້ສັດ​ຕູ​ກ້ວຍ​ໄມ້

1. ເພ້ຍ ຕ່າງໆ: ເພ້ຍ​ໄຟ (Thrip palmi, Dichromotrip corbetti)
    ເພ້ຍ​ແປ້ງ (Mealy buy), ເພ້ຍ​ຫອຍ (Scale insect), ເພ້ຍ​ອ່ອນ (Aphid) ລັກ​ສະ​ນະ​ອາ​ການ​ເພ້ຍ​ໄຟ​ຫລື​ຕົວ​ກິນ​ສີ ຈະ​ວາງ​ໄ​ຂ່​ໃນ​ເຍື່ອ​ຂອງ​ກີບ​ກ້ວຍ​ໄມ້ ໄລ​ຍະ​ໄຂ່ 2-6 ວັນ​ເບິ່ງ​ດ້ວຍ​ຕ່​ເປົ່າ​ບໍ່​ເຫັນ ໂຕ​ມີ​ປີກ​ບິນ​ໄດ້​ຂະ​ນາດ 1-2 ມມ ມັກ​ລະ​ບາດ​ໃນ​ຊ່ວງ​ອາ​ກາດຮ້ອນ ແລະ ແຫ້ງ​ແລ້ງ​ໃນ​ລະ​ດູ​ຮ້ອນ​ແລະ​ຫ​ນາວ(ບໍ່​ຫ​ນາວ​ຫລາຍ) ລະ​ດູ​ຝົນ​ລະ​ບາດ​ຫ​ນ້ອຍ ສັງ​ເກດດອກ​ຕູມ​ຈະ​ເປັນ​ສີ​ນ້ຳ​ຕານ​ເອີ້ນ​ວ່າ​ດອກ​ໃຫມ້​ໃບ​ເພ້ຍ​ໄຟ​ມັກ​ຫລີ້​ຢູ່​ໃນ​ກີບ​ໃບ ສ່ວນ​ເພ້ຍ​ແປ້ງ​ເຫມືອນ​ແປ້ງ​ໂຮຍ ໂດຍ​ສະ​ເພາະ​ເຄື່ອງ​ປູກ​​ແມ່ນ​ຖ່ານ ມດ​ດຳ​ເປັນ​ພາ​ຫະ​ນະ​ນຳ​ເພ້ຍ​ແປ້ງ​ມາ​ເພີ້ຍ​ຫອຍ​ມັກ​ຈະ​ພົບ​ຕາມ​ຮ່ອງ​ໃບ​ຂອງ​ລຳ​ລູກ​ກ້ວຍ
2. ໄຮ​ແດງ (Dolivotetranychus Vandergooti)
3. ຫນອນ​ແມງວັນ (Aqromy zidae)
4. ຫນອນ​ກະ​ທູ້ຫ້ອຍ (Spodoptera exiqua)
5. ​ຫນອນ​ກະ​ທູ້​ຜັກ (Spodoptera litura)
6.ດ້ວງ​ເຕົ່າ (Spodoptera litura)
7. ດ້ວງ​ກຸ​ຫລາບ (Adoretus compressus)
8. ຫນອນ​ປອກ
9. ປວກ
10. ຫ​ນູ



ໂລກ​ກ້ວຍ​ໄມ້ (Orchid diseases)

1. ໂລກ​ຮາກ​ເນົ່າ (Phytophthora palmivora Butt)
    ລັກ​ສະ​ນະ​ອາ​ການ ໃບ​ຈະ​ມີ​ຈຸດ​ສີ​ນ້ຳ​ຕານ ແລະ ຈະ​ປ່ຽນ​ເປັນ​ສີ​ດຳ​ໃນ​ທີ່​ສຸດ ໂຄນ​ຕົ້ນ​ຈະ​ເນົ່າ ດອກ​ເນົ່າ ເກີດ​ຈາກ​ສະ​ພາບ​ຄວາມ​ຊື້ນ​ສູງ​ເກີນ​ໄປ ຝົນ​ຕົກ​ຫ​ນັກ ຫລື ອາ​ກາດ​ປ່ຽນ​ລະ​ດູ
2. ໂລກ​​ຈຸດຂີ້​ຫມ້ຽງ (Curvalaria eraqostidis)
    ລັກ​ສະ​ນະ​ອາ​ການ ກີບ​ໃບ ກີບດອກ ຈະ​ເປັນ​ຈຸດ​ສີ​ນ້ຳ​ຕານ​ຄື​ກັບ​ຂີ້​ຫມ້ຽງ
3. ໂລກ​ເນົ່າ​ແຫ້ງ ລາ​ເມັດ​ຜັດ​ກາດ (Sclerotium rotist Sacc.)
     ລັກ​ສະ​ນະ ຈະ​ທຳ​ລາຍ​ບໍ​ລິ​ເວນ​ຮາກ ໂຄນ​ຕົ້ນ ແລະ ຍອດ ເປັນ​ເມັດ​ຄ້າຍ​ເມັດ​ຜັກ​ກາດ​ລັກ​ສະ​ນະ​ຕົ້ນ​ເຫມືອນ​ມີ​ແປ້ງ​ໂຮຍ​ໃຍ​ສີ​ຂາວ​ຂຸ້ນ​ເປັນ​ເສັ້ນ​ຫ​ຍາບ ຈາກ​ການ​ສັງ​ເກດ​ຈະ​ເກີດ​ຈາກ ເຄື່ອງ​ປູກ​ເຊື່ອມ​ຄຸນ​ນະ​ພາບ ອາ​ກາດ​ຮ້ອນ ຄວາມ​ຊື້ນ​ສູງ ຖ້າ​ພົບ​ເຫັນ​ໃຫ້​ທຳ​ລາຍ​ຖິ້ມ​ທັງ​ຫມົດ​ໃນ​ຕົ້ນ​ເລີຍ ເພາະ​ໂລກ​ນີ້​ຈະ​ແພ່​ກະ​ຈາຍ​ຢ່າງກວ້າງ​ຂວາງ ແລະ ໄວ​ວາ
4. ໂລກ​ໃບ​ຜື່ນ​ເຫລືອງ (Pseudocercos poro dendrobil)
     ​ອາ​ການ ໃບ​ແກ່​ໃບ​ທີ່​ໂຄນ​ຕົ້ນ​ຈະ​ເຫລືອງ​ເປັນ​ຜື່ນ ມີ​ຜົງ​ສີ​ດຳ​ຄ້າຍ​ກັບ​ຂີ້​ສໍດຳ ກະ​ຈາຍ​ຢູ່​ຖ້າ​ປ່ອຍ​ໄວ້​ໃບ​ຈະ​ເຫລືອງ​ດຳ​ທັງ​ໃບ​ແລະ ຫລຸດ​ຫລົ່ນ​ຈາກ​ຕົ້ນ ເຊິ່ງ​ມັກ​ຈະ​ລະ​ບາດ​ໃນ​ຊ່ວງ​ຢ່າງ​ເຂົ້າ​ລະ​ດູ​ຫ​ນາວ ຄວນ​ນຳ​ໃບ​ທີ່​ຫລົ່ນ​ນິ້ນ​ໄປ​ເຜົາ​ໄຟ​ຖີ້ມ
5. ໂລກ​ຂີ້​ລາກ (Phyllosticta sp.)
     ເລີມ​ເກີດ​ຂື້ນ​ຈາກ​ປະ​ເທດ​ໄທ ຈິງ​ຫວັດ​ລາດ​ຊະ​ບູ​ລີ ລັກ​ສະ​ນະ​ເປັນ​ຈຸດ​ແຜ​ສີ​ນ້ຳ​ຕານ​ດຳ​ຄື​ເມັດ​ເຂົ້າ ກະ​ແຈກ​ກະ​ຈາຍ​ເທິງ​ໃບ​ຈົນ​ກາຍ​ເປັນ​ຜື່ນ​ສີ​ນ້ຳ​ຕານ
6. ໂລກ​ແອນ​ແທກ​ໂນ​ສ (Colletotrichum sp.)
     ປາຍ​ໃບ​ແຫ້ງ​ບາດ​ເປັນ​ວົງ​ໆ ສີ​ນ້ຳ​ຕານ ຊ້ອນ​ກັນ​ຫລາຍໆ​ຊັ້ນ ເຊິ່ງ​ຈະ​ລາມ​ລາມ​ຈາກ​ປາຍ​ໃບ​ເຖິງ​ໂຄນ​ໃບ
7. ໂລກ​ໃບ​ຈຸດ (Alternaria sp.)
     ອາ​ການ ໃບ​ຈຸດ​ດຳ​ທົ່ວ​ທັ້ງ​ໃບ ແລະ ຈະ​ດຳ​ແບບນວມໆ
8. ໂລກ​ລາ​ດຳ (Cladosporium sp.)
    ລັກ​ສະ​ນະ​ເປັນ​ປື້ນ​ສີ​ດຳ ເປັນ​ແຖວ ເປື້ອນ​ຕາມ​ກາບ​ໃບ​ລະ​ຫວ່າງ​ລຳ​ຕົ້ນ ຈະ​ເກີດ​ໃນ​ຊ່ວງ​ປາຍ​ລະ​ດູ​ຝົນ ເຂົ້າ​ລະ​ດູ​ຫ​ນາວ
9. ໂລກ​ໂຄນ​ເນົ່າ​ດຳ (Fusarium sp.)
    ໂຄນ​ຕົ້​ນ​ຈະ​ເນົ່າ​ດຳ ສາ​ເຫດ​ເກີດ​ຈາກ​ເຄື່ອງ​ປູກ​ເຊື່ອມ​ຄຸນ​ນະ​ພາບ​ໂຫມກ​ຈັບ​ຫ​ນ້າ ເຊື່ອ​ລາ​ເຂົ້າ​ທາງ​ຮາກ​ເຮັດ​ໃຫ້​ໂຄນ​ເນົ່າ ແລະ ໃບ​ແຫ່ວ ຄວນ​ປ່ຽນ​ເຄື່ອງ​ປູກ​ໃຫມ່
10. ໂລກ​ລາ​ຂາວ (Rhizoctonia sp.)
       ອາ​ການ​ເລີ່ມ​ຕົ້ນ​ຈະ​ເນົ່າ​ທີ່​ປາຍ​ຮາກ​ມາ​ຫາ​ໂຄນ​ຕົ້ນ​ຄື​ກິບ​ວ່າ​ມີ​ແປ້ງ​ມາ​ໂຮຍ​ໃບ​ຈືດ​ເຫລືອງ​ເກີດ​ຈາກ​ເຄື່ອງ​ປູກ​ບໍ່​ໄດ້​ຄຸນ​ນະ​ພາບ​ໂດຍ​ສະ​ເພາະ​ແມ່ນ ກາບ​ຫມາກ​ພ້າວ​ຍັງ​ບໍ້​ແກ້​ພໍ
11. ໂລກ​ເນົ່າ​ເລະ (Pseudomonas gladioli)
       ເກີດ​ຈາກ​ເຊື້ອ​ແບດ​ທີ​ເລຍ ໃບ​ເນົ່າ​ບວມ​ນ້ຳ ລຳ​ລູກ​ເນົ່າ​ໃບ​ຫລູດ​ຫລົ່ນ ໂດຍ​ສະ​ເພາະ ຊ່ວງ​ລະ​ດູ​ຝົນ ຫລື ອາ​ກາດ​ມີ​ຄວາມ​ຮ້ອນ​ຂື້ນ​ສູງ ອົບ​ເອົ້າ
12. ໂລກ​ໄວ​ຣັດ (Cymbidium Mosaic virus, Tobacco Mosaic virus, Bacilliform
 ດອກ​ຈະ​ດ່າງ ແລະ ມີ​ອາ​ການ​ບິດ​ບ້ຽວ​ສີ​ເຂັ້ມ​ສະ​ຫລັບ​ສີ​ອ່ອນ ໃບ​ຍອດ​ບິດ ໃບ​ດ່າງ​ເປັນ​ຈ້ຳໆ ຂຽວ​ອ່ອນ​ສະ​ຫ​ລັບ​ຂຽວ​ເຂັ້​ມ




ສົນ​ໃຈ​ສອບ​ຖາມ​ຂໍ້​ມູນ



nong_kvt@yahoo.com   https://www.facebook.com/#!/nong1111

ການ​ໃຫ້​ປຸຍ​ກ້ວຍ​ໄມ້ (N.P.K)


  • ທາດ​ໃນ​ໂຕ​ຣ​ເຈນ Nitrogen: ເປັນ​ທາດ​ອາ​ຫານ​ທີ່​ຊ່ວຍ​ຈະ​ເລິນ​ເຕິບ​ໂຕ​ທາງ​ໃບ ເຮັດ​ໃຫ້​ຕົ້ນ​ກ້ວຍ​ໄມ້​ຈະ​ເລີນງອກ​ງາມ​ມີ​ໃບ​ສີ​ຂຽວ​ ແລະ ໃຫ​ຍ່ ແຕ່​ຖ້າ​ໃສ່​ຫລາຍ​ຕົ້ນ​ກ້ວຍ​ໄມ້​ຈະ​ອ່ອນ​ແອ ຂາດ​ພູມ​ຕ້ານ​ທານ​ໂລກ​ເນົ່າ​ງ່າຍ ລຳ​ຕົ້ນ​ໂນ້ມ​ງໍ ຕ້ອງ​ໃສ່​ປຸຍ​ສູດ ຟົ​ສ​ຟໍ​ຣັ​ສ P ຄື​ຕົວ​ກາງສູງ​ແກ້​ລຳ​ຕົ້ນ​ກ້ວຍ​ໄມ້​ທີ່​ຂາດ​ໃນ​ໂຕ​ຣ​ເຈນ ໃບ​ນ້ອຍ ສີ​ບໍ່​ຂຽວ​ເທົ່າ​ທີ່​ຄວນ ​ຕົ້ນ​ເຕ້ຍ
  • ທາດ​ຟອ​ສ​ຟໍ​ຣັສ (Phosphorus)  ຊ່ວຍ​ໃຫ້​ລຳ​ຕົ້ນ​ຂອງ​ກ້ວຍ​ໄມ້​ແຂງ​ແຮງ ອອກ​ຮາກ​ອອກ​ດອກ​ໄວ ຊ່ວຍ​ໃຫ້​ຫມາກ​ຂອງ​ກ້ວຍ​ໄມ້​ມີແກ່ນ​ທີ່​ແຂງ​ແຮງ ແລະ ງອກ​ດີ ແຕ່​ຖ້າ​ໃສ່​ຫລາຍ​ຈະ​ເຮັດ​ໃຫ້​ກ້ວຍ​ໄມ້​ແກ່​ໄວ ແລະ ອອກດອກ​ໄວ​ໄປ ໃບ​ນ້ອຍ ແລະ ແຂງ ສັ້ນ ແຕ່​ຖ້າ​ຂາດ ລຳ​ຕົ້​ນ​ຈະ​ເຕ້ນ​ແກ່ນ ໃບ​ຈະ​ຂຽວ​ອົມ​ມ່ວງ​ອອກດອກ​ຊ້າ ຝັກ​ລົ່ນ​ງ່າຍ
  • ທາດ​ໂປ​ຣ​ຕິ​ສ​ຊ່ຽມ K : ຊ່ວຍ​ໃນ​ການ​ຈະ​ເລີນ​ເຕີບ​ໂຕ​ຂອງ​ຫມາກ ແລະ ໃບ​ອ່ອນ​ຊ່ວຍ​ໃນ​ລະ​ບົບ​ການ​ເຄື່ອນ​ໄຫວ​ອາ​ຫານ ແລະ​ນ້ຳ​ຂອງ​ຕົ້ນ​ກ້ວຍ​ໄມ້​ຊ່ວຍ​ໃຫ້​ດອກ​ໃຫ​ຍ່​ແລະ ມີ​ສີ​ສັນ​ສວຍ​ງາມ ຊ່ວຍ​ສະ​ສົມ​ອາ​ຫານ​ຈຳ​ພ​ວກ​ແປ້ງໄວ້​ໃນ​ຍາມ​ຕົ້ນ​ກ້ວຍ​ໄມ້​ພັກ​ຕັວ ຖ້າ​ຂາດ​ທາ​ດ​ນີ້​ຫລາຍ​ເກີນ​ໄປ​ຕົ້ນ ແລະ ໃບ​ຈະ​ແຄະ ແຂງ​ຜຶດ​ປົກະ​ຕິ ໃບ​ອ່ອນ​ຈະ​ແຫ່ວ​ໃບ​ແກ່ ປຍ​ຈະ​ໃຫມ້ ການ​ຈະ​ເລີນ​ເຕີບ​ໂຕ​ຢຸດ​ສະ​ງັກ​ລຳ​ຕົ້ນ​ລີບ ແລະ ແຫ້ງ​ຕາຍ ລຳ​ຂໍ້​ປ້ອງ​ຖີ່​ຜຶດ​ປົກະ​ຕິ

         ສະ​ນັ້​ນການ​ໃຫ້​ອາ​ຫານ​ກ້ວຍ​ໄມ້​ຈະ​ຕ້ອງ​ມີ​ປະ​ສົບ​ການ​ວ່າ​ໃຫ້​ປຸດ​ສູດ​ໃດ​ດີ​ເມື່ອ​ໃດ ແລະ ຫລາຍ​ຫ​ນ້ອຍ​ຊ່ຳ​ໃດ ຊ່ວຍ​ຄວາມ​ຈຳ​ງ່າຍໆ​ແບບ​ຄົນ ຍັງ​ນ້ອຍ​ຢູ່​ຈະ​ໃຫ້​ມີ​ລູກ​ກໍ່​ຄົງ​ຍາກ ຕົ້ນ​ນ້ອຍ​ໃຫ້ N ສູງ ສ່ວນ​ຕົ້ນ ສາວ​ໃຫ້ P ສູງ​ເມື່ອ​ທ້ອງ ລູກ​ແລະ ແມ່​ກໍ່​ແຂງ​ແຮງ

- N .ໃນ​ໂຕ​ເຈນ​ລ້ຽງ​ໄມ້​ນ້ອຍ ໃບ​ງາມ  ຖ້າ​ຫລາຍ​ເກີນ ຮາກ​ຈະ​ລົດ​ລົງ
- P ຟອ​ສ​ຟໍ​ຣ​ສ ເລັ່ງ​ຮາກ ເລັ່ງ​ດອກ ອອກ​ຮາກ​ສວຍ​ງາມ
- K ດອກ​ໃຫ​ຍ່ ສີງາມ ກ້ານດອກ​ແລະ​ຕົ້ນ​ແຂງ​ແຮງ

           ປຸຍ​ທີ່​ຊື່​ມາ​ຈາກ​ຮ້ານ​ຂາຍ​ປຸຍ ຫລື ຂອງ​ທີ່​ບໍ​ລິ​ສັດ​ຜະ​ລິດ​ມາ ຈະ​ກຳ​ນົດ​ທາດ​ອາ​ຫານ​ບໍ່​ຄື​ກັນ ແລະ​ສ່ວນ ໃຫ​ຍ່​ຜູ້​ປູກ​ລ້ຽງ​ກ້ວຍ​ໄມ້​ຈະ​ໃຊ້​ສູດ​ປູຍ​ຕາມ​ປະ​ສົບ​ການ​ທີ່​ປູກ​ມາ​ແລ້ວ​ໄດ້​ຜົນ​ດີ ດັ່ງ​ນັ້ນ​ຈື່ງ​ບໍ່​ມີ​ຫລັກ​ການ​ໃຫ້​ປຸຍ​ທີ່​ຕາຍ​ຕົວ



ສອບ​ຖາມ​ຂໍ້​ມູນ ທີ່

ໂຫ​ນ່ງ ອາ​ນຸ​ສອນ  

ການ​ໃຫ້​ນ້ຳ​ກ້ວຍ​ໄມ້

ການ​ໃຫ້​ນ້ຳ​ກ້ວຍ​ໄມ້

​ການ​ໃຫ້​ນ້ຳ​ກ້ວຍ​ໄມ້ ຕ້ອງ​ຄຳ​ນຶງ​ເຖິງ​ປິດ​ໃຈ​ຫລາຍ​ຢ່າງ​ເປັນ​ຕົ້ນ​ແມ່ນ: ນ້ຳ​ຕ້ອງ​ໃສ​ສະ​ອາດ ມີ​ຄວາມ​ເປັນ​ຫົດ​ເປັນ​ດ່າງ Ph 5.5-7 ຫມາຍ​ຄວາມ​ວ່າ ຄ່າ​ຕ່ຳ​ກວ່າ 7 ມີ​ຄວາມ​ເປັນ​ກົດ ແລະ ສູງກວ່າ​ມີ​ຄວາມ​ເປັນ​ດ່າງ ໃນ​ກໍ​ລະ​ນີ​ນ້ຳ​ມີ​ຄ່າ​ຕ່ຳ​ກວ່າ​ທີ່​ເວົ້າ​ມາ​ນັ້ນ ໃນ​ໃຊ້​ກົດ ໃນ​ຕ​ຣິກ​ລົດ​ຄ່າ ph ລົງ​ແຕ່​ສຳ​ຄັນ​ ຄຸນ​ສົມ​ບັດ​ຂອງ​ນ້ຳ​ຈ້ອງ​ຮູ້​ຈັ​ຄ່າປະ​ຈູ​ໄຟ​ຟ້າ (EC Electrical Conductivity) ຢູ່​ປະ​ມານ 200 ຖ້າ​ເກີນ 600 ຈະ​ເຮັດ​ໃກ້​ກ້ວຍ​ໄມ້​ແຂງ​ຕາຍ​ຫມົດ​ເຊິ່ງ​ເຮົາ​ສາ​ມາດ​ນຳ​ນ້ຳ​ໄປ​ວິ​ໃຈ​ໄກ້​ທີ່ ກູ່ມ​ວິ​ໃຈ ກະ​ເສດ​ເຄ​ມີ​ທີ່​ຕ່າງໆ​ໄດ້ ສຳ​ລິບ​ນ້ຳ​ບາ​ດານ​ສ່ວນ​ໃຫ​ຍ່​ແລ້ວ​ຈະ​ມີ​ຄ່າ ph ສູງ​ເຖິງ 8 ແລະ​ຄ່າ EC 600 ເພາະ​ສະ​ນັ້ນ​ຄວ​ນ​ໃຊ້​ຈາກ​ແມ່​ນ້ຳ ຫວ່ຍ​ຮ່ອງ ຫລື ຄອງ​ຊົນ​ລະ​ປະ​ທານ​ຈະ​ດີ ນ້ຳ​ຕົກ​ຕາມ​ຮ່ອມ​ພູ ນ້ຳ​ໃສ​ແຕ່​ຄ່າ ph ສູງ​ຖ້າ​ນ້ຳ​ທີ່​ຄອງ​ຂຸ່ນ ກໍ່​ຕ້ອ​ງ​ຜ່ານ​ລະ​ບົບ​ກອງ​ນ້ຳ​ກ່ອນ​ ການ​ໃຫ້​ນ້ຳ​ຄວນ​ໃຫ້​ຈອນ​ເຊົ້າ​ກ່ອນ​ແດດ​ຈະ​ແຮງ​ເພາະ ແສງ​ຈະ​ຊ່ວຍ​ປູງ ອາ​ຫານ​ໄດ້​ດີ


ການ​ໃຫ້​ນ້ຳ​ກ້ວຍ​ໄມ້

ດອກ​ກ້ວຍ​ໄມ້

ອົງ​ປະ​ກອບ​ທີ່​ສຳ​ຄັນ​ໃນ​ການ​ປູກ​ກ້ວຍ​ໄມ້​


ອົງປະກອບ ທີ່ສຳຄັນ ໃນການ ປູກກ້ວຍໄມ້
1. ແສງ​ສະ​ຫວ່າງ : ແມ່ນ​ຂື້ນ​ກັບ​ແຈ່​ລະ​ສາຍ​ພັນ​ຂອງ​ກ້ວຍ​ໄມ້ ແຈ່​ສ່ວນ​ໃຫ​ຍາ​ແລ້ວ​ຈະ​ຢູ່​ລະ​ຫວ່າງ 50-70 % ຂອງ​ປະ​ລິ​ມານ​ແສງ​ຊ່ວງ 11-13 ໂມງ
2. ອູນ​ນະ​ພູມ: ຕ້ອງ​ອີງ​ຕາມແຕ່​ລະ​ສະ​ກູນ ເຊິ່ງ​ຈະ​ມີ​ຜົນ​ໃນ​ເວ​ລາ​ສ້າງ​ໂຮງ​ເຮືອນ ສ່ວນ​ໃຫ​ຍ່​ແລ້ວ ຖ້າ​ເປັນ​ກ້ວຍ​ໄມ້​ລວມ(ມີ​ທູກ​ສາຍ​ພັນ) ຈະ​ໃຊ້​ຜ້າ​ພາງ​ແສງ 70-85% ມູງ​ແລະ ແອ້ມ
3. ຄວາມ​ຊຸ່ມ​ຊື້ນ: ເປັນ​ສ່ວນ​ສຳ​ຄັນ​ສຸດ​ຂອງ​ການ​ປູ​ກລ້ຽງ ຕ້ອງ​ໃຫ້​ຄວາມ​ຊຸ່ມ​ຢູ່​ໃນ​ລະ​ດັບ​ທີ່​ເຫມາະ​ສົມ​ກັບ​ແຕ່​ລະ​ສາຍ​ພັນ​ຫ້າມ​ໃຫ້​ຄວາມ​ຊຸ່ມ​ຂາດ ເພາະ​ຈະ​ເຮັດ​ໃຫ້​ການ​ຈະ​ເລີນ​ເຕີບ​ໂຕ​ຢຸດ​ສະ​ງັກ ແລະ ຕວາມ​ຊຸ່ມ​ສູງ ຈະ​ເປັນ​ພາ​ຫາ​ນະ​ນຳ​ໂລກ​ມາ​ສູ່​ກ້ວຍ​ໄມ້
4. ສິ່ງ​ແວດ​ລ້ອມ: ຫມາຍ​ເຖິງສະ​ພາບ​ແວດ​ລ້ອມ​ອ້ອມ​ຂ້າງ ລວມ​ເຖິງ​ຄົນ​ເອງ ພາ​ສະ​ນະ​ປູກ ຮ້ານ​ວາງ​ຮາວ​ແຂນ ແລະ​ອື່ນໆ
5. ຜູ້​ປູກ​ລ້ຽງ: ເປັນ​ປັດ​ໃຈ​ສຳ​ຄັນ ຖ້າ​ຂາດ​ການ​ເອົາ​ໃຈ​ໃສ່ ຂາດ​ປະ​ສົບ​ການ ຂາດ​ເຕັກ​ນິວິ​ທີ່​ການ​ທີ່​ຖືກ​ຕ້ອງ ຂາ​ການ​ແນະ​ນຳ ເຮັດ​ຕາມ​ລຳ​ພັງ​ໃຈ ກໍ່​ຈະ​ມີ​ບັນ​ຫາ​ຕາມ​ມາ​ເຊັ່ນ​ກັນ




ສອບ​ຖາມ​ຂໍ້​ມູນ ຫ​ລື ຕິດ​ຕໍ່​ຝຶກ​ອົບ​ຮົມ ສຳ​ມະ​ນາ​ທີ່

02099945768 ໂຫ​ນ່ງ ອ​ນຸ​ສອນ
 nong_kvt@yahoo.com

ຊະ​ນິດ​ຂອງກ້ວຍ​ໄມ້

  1. ກ້ວຍ​ໄມ້​ຮາກ​ອາ​ກາດ (Epiphytic Orchid)

ເປັນ​ກ້ວນ​ໄມ້​ທີ່​ມີ​ຮາກ​ຂ້ອນ​ຂ້າງ​ໃຫ​ຍ່ ບໍ່​ຈຳ​ເປັນທີ່​ຂະ​ຈ້ອງ​ໃຊ້​ເຄື່ອງ​ປູກ​ກໍ່​ໄດ້​ເຊັ່​ນ

  • ສະ​ກູນ ແວນ​ດາ (Vanda) ສະ​ກຸນ​ເດີມ​ເຊັ່ນ ແວນ​ດ່າ ຟ້າ​ມູ່ຍ (V. Coerulea)
  • ສະ​ກຸນ​ແອ​ສ​ໂຄ​ເຊນ​ດາ (Ascocenda) ລູກ​ປະ​ສົມ​ລະ​ຫວ່າງ​ແວນ​ດາ ກັບ​ສະ​ກູນ​ແອ​ສ​ໂດ​ເຊນ​ຕ່ຳ(Ascocentrum)
  • ສະ​ກຸນມອກ​ຄາ​ຣາ (Mokara) ລກ​ປະ​ສົມ​ລະ​ຫວ່າງ ສະ​ກຸນ​ອະ​ແຣກ​ນີ​ສ (Arachnis) ກັບ​ສະ​ກຸນ ແອ​ສ​ໂຄ​ເຊນ​ດາ (Ascocenda)
  • ສະ​ກູນ​ຄາ​ກາ​ວາ​ຣາ (Kagawara) ລູກ​ປະ​ສົມ​ລະ​ຫວ່າງ ສະ​ກຸນ ຣີ​ແນນ​ເທີ​ຣາ (Renanthera) ປະ​ສົມ​ກັບ ສະ​ກຸນ ແອ​ສ​ໂຄ​ເຊນ​ດາ (Ascocenda)
  • ສະ​ກຸນ​ອະ​ແ​ຣນ​ດາ (Aranda) ລູກ​ປະ​ສົມ​ລະ​ຫວ່າງ ອະ​ແຣ​ຄ​ນີ​ສ ກັບ ສະ​ກຸນ ແວນ​ດາ
  • ສະ​ກຸນ​ຊ້າງ (Rhynchostylis) ຊ້າງ​ກະ (Rhinchostylis gigantean) ຊ້າງ​ແດງ (Rhynchostylid gigantean var. Devara junii) ຊ້າງ​ເຜືອກ (Rhynchostylid gigantean var. petoriana)

ສະ​ກູນ ແວນ​ດາ (Vanda) ສະ​ກຸນ​ເດີມ​ເຊັ່ນ ແວນ​ດ່າ ຟ້າ​ມູ່ຍ (V. Coerulea) ສະ​ກຸນ​ແອ​ສ​ໂຄ​ເຊນ​ດາ (Ascocenda) ລູກ​ປະ​ສົມ​ລະ​ຫວ່າງ​ແວນ​ດາ ກັບ​ສະ​ກູນ​ແອ​ສ​ໂດ​ເຊນ​ຕ່ຳ(Ascocentrum) ສະ​ກຸນມອກ​ຄາ​ຣາ (Mokara) ລກ​ປະ​ສົມ​ລະ​ຫວ່າງ ສະ​ກຸນ​ອະ​ແຣກ​ນີ​ສ (Arachnis) ກັບ​ສະ​ກຸນ ແອ​ສ​ໂຄ​ເຊນ​ດາ (Ascocenda) ສະ​ກູນ​ຄາ​ກາ​ວາ​ຣາ (Kagawara) ລູກ​ປະ​ສົມ​ລະ​ຫວ່າງ ສະ​ກຸນ ຣີ​ແນນ​ເທີ​ຣາ (Renanthera) ປະ​ສົມ​ກັບ ສະ​ກຸນ ແອ​ສ​ໂຄ​ເຊນ​ດາ (Ascocenda) ສະ​ກຸນ​ອະ​ແ​ຣນ​ດາ (Aranda) ລູກ​ປະ​ສົມ​ລະ​ຫວ່າງ ອະ​ແຣ​ຄ​ນີ​ສ ກັບ ສະ​ກຸນ ແວນ​ດາ ສະ​ກຸນ​ຊ້າງ (Rhynchostylis) ຊ້າງ​ກະ (Rhinchostylis gigantean) ຊ້າງ​ແດງ (Rhynchostylid gigantean var. Devara junii) ຊ້າງ​ເຜືອກ (Rhynchostylid gigantean var. petoriana)

ຂໍ້​ຄວນ​ລະ​ວັງ​ຂອງ​ກ້ວຍ​ໄມ້​ຮາກ​ອາດ ຫ້າມ​ຈັບ​ທີ່​ປາຍ​ຮາກ​ເດັດ​ຂາດ

   2. ກ້ວຍ​ໄມ້​ຮາກ​ເຄິ່ງ​ອາ​ກາດ (Semi - Epiphytic Orchid)

                 
ເປັນ​ກ້ວຍ​ໄມ້​ທີ່​ຄວນ​ມີ​ວັດ​ສະ​ດຸ​ປູກ​ຊ່ວຍ​ເຊັ່ນ: ຖ່ານ, ກາບ​ຫມາກ​ພ້າວ, ດິນ​ຈີ່​ດິນບ​ລ໊ອກ​ແຕກ, ກະ​ໂຖ ຫ​ລື ໄຫ​ແຕກ​ເປັນ​ຕົ້ນ​ເຊັ່ນ

  • ສະ​ກຸນ​ຫວາຍ (Dendrobium)
  • ສະ​ກຸນ​ແຄດ​ທ​ຣີ​ຢ່າ (Cattaleya)
  • ສະ​ກຸນ​ອອນ​ຊີ​ດ່ຽມ (Oncidium)
  • ສະ​ກຸນ​ລອງ​ເທົ້າ​ນາ​ລີ (Paphiopedilum)
  • ສະ​ກຸ​ນ​ຟາ​ແລນອ​ພ​ຊີ​ສ (Phalaenopsis)
  • ສະ​ກູນ​ແກ​ລມ​ມາ​ໂຕ​ຟີ​ລ່ຳ (Grammatophyllum)

ສະ​ກຸນ​ຫວາຍ (Dendrobium) ສະ​ກຸນ​ແຄດ​ທ​ຣີ​ຢ່າ (Cattaleya) ສະ​ກຸນ​ອອນ​ຊີ​ດ່ຽມ (Oncidium) ສະ​ກຸນ​ລອງ​ເທົ້າ​ນາ​ລີ (Paphiopedilum) ສະ​ກຸ​ນ​ຟາ​ແລນອ​ພ​ຊີ​ສ (Phalaenopsis) ສະ​ກູນ​ແກ​ລມ​ມາ​ໂຕ​ຟີ​ລ່ຳ (Grammatophyllum)

  3. ກ້ວຍ​ໄມ້​ດິນ (Grammatophyllum)

ກ້ວຍ​ໄມ້​ດິນ​ສ່ວນ​ຫລາຍ​ແລ້ວ​ຈະ​ເປັນ​ຫົວ​ຝັງ​ຢູ່​ດິນ​ໂປ່ງ​ເຊັ່ນ: ນາງ​ອົ້ວ​ສາ​ຄິກ(Pacteillis sagarikii), ລີ້ນ​ມັງກອນ(Habenaria), ຫວ່ານ​ຮ່ອນ​ທອງ(Ludisia discolor), ເຫລືອງ​ພິດມອນ(Spathoglottis lobbii)

ກ້ວຍ​ໄມ້​ດິນ​ສ່ວນ​ຫລາຍ​ແລ້ວ​ຈະ​ເປັນ​ຫົວ​ຝັງ​ຢູ່​ດິນ​ໂປ່ງ​ເຊັ່ນ: ນາງ​ອົ້ວ​ສາ​ຄິກ(Pacteillis sagarikii), ລີ້ນ​ມັງກອນ(Habenaria), ຫວ່ານ​ຮ່ອນ​ທອງ(Ludisia discolor), ເຫລືອງ​ພິດມອນ(Spathoglottis lobbii)


Sunday, February 03, 2013

ການຂະຫຍາຍພັນດ້ວຍວິທີແຍກລຳຫນ້າ

1 ພາບລວມ



2. ເລືອກຕັດສ່ວນທີ່ຈະນຳໄປຂະຫຍາຍ ໂດຍຕ້ອງໃຫ້ມີ 2-3 ລຳ





3. ຂ້າເຊື້ອດ້ວຍປູນແດງ



4.​ ນຳໄປປູກຕາມປົກກະຕິ





ຕິດຕໍ່ ຝຶກອົບຮົມ ຫລື ສຳມະນາໄດ້ທີ່
02099945768
email nong_kvt@yahoo.com

ການເພາະລ້ຽງເນື້ອເຍື່ອ ການຂະຫຍາຍພັນດ້ວຍເນື້ອເຍື່ອ

             ການເພາະເນື້ອເຍື່ອກ້ວຍໄມ້ຫລືທີ່ເອີ້ນກັນວ່າ ການປັ່ນຕາ  ເປັນການຂະຫຍາຍພັນທີ່ເຮັດໃຫ້ໄດ້ຕົ້ນທີ່ມີລັກສະນະພັນເຫມືອນເດີມເປັນປະລິມານລາຍໃນເວລາອັນວ່ອງໄວ ໂດຍການນຳເນື້ອເຍື່ອຈາກສ່ວນຕ່າງໆຂອງກ້ວຍໄມ້ ເຊັ່ນ ຕາຍອດ, ຕາຂ້າງ ປາຍໃບອ່ອນ ມາລ້ຽງດ້ວຍອາຫານສັງເຄາະໃນສະພາບເຊື້ອ ໂດຍມີກນຄວບຄຸມສະພາບແວດລ້ອມ ແສງ ອຸນຫະພູມໃຫ້ເຫມາະສົມກັບການຈະເລີນເຕີບໂຕ ການຂະຫຍາຍພັນແບບນີ້ຈະໃຊ້ເວລາປະມານ 10 ເດືອນ ຫລື ຫລາຍກວ່ານັ້ນເຊີ່ງຈະຂື້ນກັບຊະນິດຂອງກ້ວຍໄມ້ ຄວາມສົມບູນຂອງຫນໍ່ ເທັກນິກໃນການເພາະລ້ຽງ ສູດອາຫານສັງເຄາະ ແລະ ສະພາບແວດລ້ອມ ດັ່ງນັ້ນຈຶ່ງສາມາດສະຫລູບຂັ້ນຕອນຂອງການເພາະລ້ຽງໄດ້ດັ່ງນນີ້:


1. ເລືອກຊີ້ນສ່ວນຂອງກ້ວນໄມ້ທີ່ເນີ້ອເຍີ່ອມີຈະເລີນເຕີບໂຕທີ່ສາມາດພັດທະນາເປັນຕົ້ນອ່ອນໄດ້ເຊັ່ນ ກ້ວຍໄມ້ສະກຸນຫວາຍ ໃຊ້ ຕາຂ້າງ ຕາຍອດ ດອກອ່ອນ ກ້ວຍໄມ້ແຄດທຮີຢ່າ ໃຊ້ຫນໍ່ອ່ອນ ຕາຂ້າງ ຕາດອກ ປາຍໃບອ່ອນ
2. ຟອກຂ້າເຊື້ອທີ່ຜິວຊີ້ນສ່ວນກ້ວຍໄມ້ໃຫ້ປອດເຊື້ຈຸລິນຊີກ່ອນຕັດຊີ້ນສ່ວນ


3. ການຕັດຊີ້ນສ່ວນ

 

      ໃນໄລຍະແລກໃຊ້ມີດເຈາະຕາຂະຫນາດນ້ອຍບໍ່ເກີນ 0.5 ຊມ ນຳໄປລ້ຽງໃນອາຫານແຫລວ ຫລື ແຂງສູດທີ່ເຫມາະ ຕາຈະຕ້ອງມີໂປໂຕຄອບມprotocorm ສີຂຽວແຕກອອກມາຮອບໆໄລຍະນີ້ຕ້ອງປ່ຽນອາຫານທຸກໆ 2 ອາທິດ

3. ເພີ່ມຈຳນວນໂປໂຕຄອມ ແລະ ຄວນສັງເກດຖ້າ ໂປໂຕຄອມປົ່ງຍອດຍາວໃຫ້ຕັດຖີ້ມເພື່ອໃຫ້ເກີດໂປໂຕຄອມ

5. ການລ້ຽງໂປໂຕຄອມໃຫ້ເປັນຕົ້ນ ເມື່ອໄດ້ຈຳນວນຕາມຕ້ອງການແລ້ວ ໃຫ້ຍ້າຍໄປລ້ຽງໃນອາຫານວຸ້ນສູດເຫມາະສົມ ໃຫ້ໂປໂຕຄອມ ແຕ່ລະຫນ່ວຍ ຈະເລິນເຕິບໂຕເປັນຕົ້ນກ້າ ມີໃບຍອດແລະຮາກ ເມື່ອຕົ້ນສູງ 2-3 ຊມ ກໍ່ຄັດແຍກ ໄປລ້ຽງໃນອາຫານວຸ້ນສູດປ່ຽນແກ້ວ ປະມານ 50 ຕົ້ນຕໍ່ ແກ້ວ ເພື່ອໃຫ້ຈະເລີນເຕິບໂຕແຂງແຮງດີ ພ້ອມອອກປູກໄດ້














                                                      ຕິດຕໍ່ສອບຖາມ ຫລື ຕ້ອງການສຳມະນາ ສອນວິທີຕົວຈິງ

ໂຫນ່ງ ອານຸສອນ
020 99945768  email: nong_kvt@yahoo.com

ການຂະຫຍາຍພັນກ້ວຍໄມ້

ການຂະຫຍາຍພັນກ້ວຍໄມ້
ກ. ການຂະຫຍາຍພັນກ້ວຍໄມ້ປະເພດແຕກກໍ
         1. ການຕັດແຍກ ລຳຫນ້າ ລຳຫລັງ
                 ກ້ວຍໄມ້ທີ່ຈະນຳມາຂະຫຍາຍພັນດ້ວຍວິທີນີ້ກ້ວຍໄມ້ຕ້ອງມີການໃຫ້ລູກມາແລ້ວຢ່າງນ້ອຍ 4 ລຳ
ວິທີການ


      ໃຊມີຕັດ (ກັນໄກຕັດກິ່ງສະນິດໃບບາງ) ຕັດສ່ວນທີ່ເປັນລຳລູກໃຫ້ຂາດແລ້ວໃຊ້ປູນແດງທາແຜໃຫ້ທົ່ວລຳຫລັງທີ່ຖືກຕັດຂາດຈະແຕກກໍເປັນລຳໃຫມ່ມີຮາກອອກມາກໍ່ປູກໄດ້ດັ່ງຮຸບ
      2. ການຕັດຊຳ
            ໃຊ້ກັບກ້ວຍໄມ້ໃນສະກຸນຫວາຍທີ່ຕາຢູ່ສລຳຕົ້ນແຫ້ງຕາຍໄປແລ້ວໂດຍນຳລຳຫລັງຂອງຫວາຍທີ່ຕັດໃບຕັດຮາກອອກມາປັກຊຳໂດຍໃຫ້ໂຄນລຳຕົ້ນຝັງໄປໃນຊາຍຫຍາບ ປະມານ 2-3 ຊມ ຫ່າງກັນ 4-5 ເກັບມ້ຽນໃນບ່ອນທີ່ມີແສງແດດຂ້ອນຂ້າງແຮງ ຫົດນ້ຳໃຫປຽກ ຕາທີ່ຢູ່ໃກ້ປາຍລຳຈະແຕກເປັນລຳໃຫມ່ ເອີ້ນວ່າ ຕະກຽງ ເມື່ອຕະກຽງເລີ່ມເກີດຮາກກ່ອນສາມາດນຳໄປປູກໄດ້


     3. ການແຍກລຳຫນ້າ
           ໃຫ້ສັງເກດເບິ່ງວ່າລຳທີ່ເກີດໃຫມ່ຈະເປັນລຳຫນ້າ ເມື່ອຮູ້ແລ້ວ ໃຫ້ສັງເກດຮາກຂອງລຳຫນ້າພາຍຫລັງເກີດ ຮາກຕ້ອງຍາວປະມານ 1-1.5 ຈຶ່ງຂະສາມາດນຳໄປປູກໄດ້ ວິທີ່ການ ໃຫ້ເລືອກຕັດລຳຫນ້າອອກມາ ທາດ້ວຍປູນແດງ ແລ້ວປູກຕາມປົກກະຕິ


ຂ. ການຂະຫຍາຍພັນກ້ວຍໄມ້ປະເພດແວນດາ Monopodial
  1. ການຕັດຍອດ
       ຖ້າເປັນພວກປ້ອງຖີ່ ເຊັ່ນ ແອດໂຄເຊນດາ, ແວນດາໃບແປ ຍອດທີ່ຕັດຕ້ອງມີຮາກຕິດມານຳຢ່າງນ້ອຍ 1ຮາກ ສ່ວນພວກຂໍ້ຫ່າງ ເຊັ່ນ ແມງຕາໂປແຮນດາ ຄວນໃຫ້ມີຮາກຕິດມາ 2 ຮາກຂື້ນໄປ
2. ການແຍກແຫນ່ງ
     ກ້ວຍໄມ້ປະເພດນີ້ສາມາດແຕກຫນໍ່ຫລືແຫນງທີ່ກາງລຳຕົ້ນໄດ້ ເຮົາຈະສາມາດຕັດໄດ້ກໍ່ຕໍ່ເມື່ອແຫນງມີໃບ 2-3 ຄູ່ ແລະ ມີຮາກ ໂດຍຕັດໃຫ້ຕິດກິບໂຄນແມ່


                                              ໂດຍ: ໂຫນ່ງ ອານຸສອນ
02099945768
email: nong_kvt@yahoo.com           



ປະຫວັດ ແລະ ຄວາມເປັນມາຂອງກ້ວຍໄມ້

ກວ້ຍໄມ້ເປັນພືດໃບລ້ຽງດ່ຽວໃນວົງ Orchidaceae ເປັນ​ໄມ້​ຕັດ​ດອກຍອດ​ນີ​ຍົມ ເນື່ອງ​ຈາກ​ມີ​ລັກ​ສະ​ນະ​ດອກ ແລະ ສີ​ສັນ​ສວຍ​ສົດ​ງົດ​ງາມ ແລະ ຍັງ​ເປັນ​ໄມ້​ຕັດ​ດອກ​ທີ່​ມີ​ອາ​ຍຸ​ການ​ໃຊ້ງານ​ດົນ ກ້ວຍ​ໄມ້​ດ​ປັນ​ພືດ​ເສດ​ຖະ​ກິດ ອີກ​ຊະ​ນິດ​ພືດ​ຂອງ​ລາວ​ເພາະ​ເປັນ​ໄມ້​ດອກ​ທີ່​ສົ່ງ​ອອກນອກ(ຂາຍ​ຕ່າງ​ປະ​ເທດ​ເຊັ່ນ: ໄທ, ກຳ​ປູ​ເຈ່ຍ ແລະ ຫວຽດ​ນາມ) ເຊີ່ງ​ມີ​ລະ​ບົບ​ການ​ປູກ​ລ້ຽງ​ຄົບ​ວົງ​ຈອນ ເລີມ​ຈາກ​ການ​ປະ​ສົມ​ພັນ​ດ້ວຍ​ເກ​ສອນ ຈົນ​ໄປ​ເຖິງ​ການ​ເພາະ​ລ້ຽງ​ດ້ວຍ​ເນື້ອ​ເຍື່ອ ການ​ລ້ຽງ​ລູກ​ກ້ວຍ​ໄມ້ ລ້ຽງ​ຕົ້ນ​ກ້ວຍ​ໄມ້​ຈົນ​ກະ​ທັງ​ໃຫ້​ດອກ ແລະ ສົ່ງ​ຈຳ​ນ່າຍ
                
ແຫລ່ງ​ກຳ​ເນີດ​ກ້ວຍ​ໄມ້​ປ່າ​ທີ່​ສຳ​ຕັນ​ຂອງ​ໂລກ​ປະ​ກອບ​ມີ 2 ແຫ່ງ​ໃຫ​ຍ່​ດ້ວຍ​ກັນ​ຄື: ອາ​ເມ​ລິ​ການ​ລາ​ຕິ່ນ​ກັບ ອາ​ຊີ​ປາ​ຊິ​ຟິກ ສຳ​ຫລິບ​ໃນ​ອາ​ເມ​ລິ​ກາ​ລາ​ຕິ່ນ ເປັນ​ບໍ​ລິ​ເວນ​ຂອງ​ອາ​ເມ​ລິ​ກາ​ກາງ ຕິດ​ຕໍ່​ກັບ​ເຂດ​ອາ​ເມ​ລິ​ກາ​ໃຕ້

ສ່ວນ​ແຫລ່ງ​ກຳ​ເນີດ​ກ້ວຍ​ໄມ້​ແຖບ​ອາ​ຊີ​ເຮົາ ແລະ ປາ​ຊີ​ຟິກ ມີ​ປະ​ເທດ ໄທ ລາວ ... ເປັນ​ສູນ​ກາງ ຈາກ​ການ​ຄົ້ນ​ພົບ​ວ່າ​ມີ​ຈຳ​ນວນ​ກ້ວຍ​ໄມ້​ປ່າ​ທີ່​ມີ​ຈຳ​ນວນ​ຫລາຍ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ​ເປັນ ປະ​ເທດ​ທີ່​ມີ​ສະ​ພາບ​ແວດ​ລ້ອ​ມ​ທີ່​ເອື້ອ​ອຳ​ນວຍ​ຕໍ່​ການ​ຈ​ະ​ເລີນ​ເຕີບ​ໂຕງອກ​ງາມ​ຂອງ​ກ້ວຍ​ໄມ້ ແລະ​ກ້ວຍ​ໄມ້​ທີ່​ພົບ​ສ່ວນ​ໃຫ​ຍ່ ມີ​ລັກ​ສະ​ນະ​ເດັ່ນ​ເປັນ​ເອ​ກະ​ລັກ​ຂອງ​ຕົນ ເຊິ່ງ​ຈະ​ແຕກ​ຕ່າງ​ກ້ວຍ​ໄມ້​ໃນ​ພູ​ມິ​ພາກ​ອາ​ເມ​ລິ​ກາ​ລາ​ຕິນ


ປະ​ຫວັດ​ຂອງ​ກ້ວຍ​ໄມ້, ປະ​ຫວັດ​ກ້ວຍ​ໄມ້, ກ້ວຍ​ໄມ້ ດອກ​ກ້ວຍ​ໄມ້ ທີ່​ມາ​ຂອງ​ກ້ວຍ​ໄມ້ ຖີ່ນ​ກຳ​ເນີດ​ຂອງ​ກ້ວຍ​ໄມ້

ປະ​ຫວັດ​ຂອງ​ກ້ວຍ​ໄມ້, ປະ​ຫວັດ​ກ້ວຍ​ໄມ້, ກ້ວຍ​ໄມ້ ດອກ​ກ້ວຍ​ໄມ້ ທີ່​ມາ​ຂອງ​ກ້ວຍ​ໄມ້ ຖີ່ນ​ກຳ​ເນີດ​ຂອງ​ກ້ວຍ​ໄມ້

ປະ​ຫວັດ​ຂອງ​ກ້ວຍ​ໄມ້, ປະ​ຫວັດ​ກ້ວຍ​ໄມ້, ກ້ວຍ​ໄມ້ ດອກ​ກ້ວຍ​ໄມ້ ທີ່​ມາ​ຂອງ​ກ້ວຍ​ໄມ້ ຖີ່ນ​ກຳ​ເນີດ​ຂອງ​ກ້ວຍ​ໄມ້

ປະ​ຫວັດ​ຂອງ​ກ້ວຍ​ໄມ້, ປະ​ຫວັດ​ກ້ວຍ​ໄມ້, ກ້ວຍ​ໄມ້ ດອກ​ກ້ວຍ​ໄມ້ ທີ່​ມາ​ຂອງ​ກ້ວຍ​ໄມ້ ຖີ່ນ​ກຳ​ເນີດ​ຂອງ​ກ້ວຍ​ໄມ້

ປະ​ຫວັດ​ຂອງ​ກ້ວຍ​ໄມ້, ປະ​ຫວັດ​ກ້ວຍ​ໄມ້, ກ້ວຍ​ໄມ້ ດອກ​ກ້ວຍ​ໄມ້ ທີ່​ມາ​ຂອງ​ກ້ວຍ​ໄມ້ ຖີ່ນ​ກຳ​ເນີດ​ຂອງ​ກ້ວຍ​ໄມ້