Saturday, February 18, 2012

ດອກພະຍາເສືອໂຄ່ງ ຫລື ດອກຊົມພູວຽງພິງ


ດອກພະຍາເສືອໂຄ່ງ ຫລື ດອກຊົມພູວຽງພິງ

ລັກສະນະທົ່ວໄປ

ເປັນໄມ້ຢືນຕົ້ນທີ່ມັກໃບລົ່ນຂະໜາດນ້ອຍ ມີຄວາມສູງ 10-15 ແມັດພະຍາເສືອໂຄງ ຫລື ເອີ້ນກັນວ່າ ຊາກຸລະເມືອງລາວອອກດອກຊ່ວງເດືອນກຸມພາ ພົບຫລາຍໃນເຂດ ກາສີ ວັງວຽງ ຊຽງຂວາງ

ໃບ 

ຈະເປັນໃບດ່ຽວ ລັກສະນະຮູບປີ່ກາງອອກ ອອກສະຫລັບກັນ ກວ້າງ 3-5 ຊມ ຍາວ5-12 ຊມ ປາຍໃບຮຽວແຫລມໂຄນໃບກົມຫລື ສອບແຄບ ຫູໃບແຕກແຫນງຄ້າຍເຂົາກວາງໃບຫລົ່ນງາ່າຍ

ດອກ

ສີຂາວຊົມພູ ອອກເປັນຊໍ່ຈຸກ ໃກ້ກັບປາຍກິ່ງກ້ານດອກຍາວ 0,6-1 ຊມ ຂອບຮຽວປະດັບຈັກບໍ່ເປັນລະບຽບກີບລ້ຽງຕິດກັນກີບດອກມີ 5 ກີບເມື່ອບານເຕັມທີ່ດອກມີຂະໜາດ1-2 ຊມ  
ດອກພະຍາເສືອໂຄ່ງ ຫລື ດອກຊົມພູວຽງພິງ

ດອກພະຍາເສືອໂຄ່ງ ຫລື ດອກຊົມພູວຽງພິງ



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ