ວ່າກັນວ່າສີ ແລະ ຮູບຊົງຂອງດອກໄມ້ກ່ຽວພັນກັບການເຄື່ອນຍ້ານຂອງດວງດາວບໍ່ເວ່າຈະເປັນສີ, ຊວດຊົງ, ລວມເຖິງລັກສະນະຂອງກີບດອກ ກໍ່ສາມາດບົ່ງບອກເຖິງລັກສະນະຂອງຄົນເກີດໃນເດືອນນັ້ນໆ
1, ເດືອນມັງກອນ ( ດອກເບັນຈະມາດ)
ວ່າກັນວ່າເປັນດອກແຫ່ງຄວາມສູງສົ່ງ ບາງບ່ອນຈະໃຊ້ດອກໄມ້ນີ້ ແທນລັກສະນະຂອງກະສັດ ຫລືລາຊາ,ດອກເບັນຈະມານເປັນດອກໄມ້ທີ່ບານດົນ ກ່ອນຈະແຫ້ງຕາຍໄປ ເຊິ່ງແອບແຝງຄວາມໃນວ່າ ມີຫລັກແຫລມແຝງຢູ່ໃນໂຕເປັນພິເສດ ຜູ້ທີ່ເກີດໃນເດືອນນີ້ຈຶ່ງມີຄວາມສະຫລາດຫລັກແຫລມ ປະສົບຄວາມສຳເລັດໃນຊີວິດ ແລະ ມີເພື່ອພ້ອງຄອຍໃຫ້ຄວາມຊ່ວຍເຫລືອເຫມືອນດັ່ງກີບທີ່ຊ້ອນກັນ ຄືມີຜູ້ມາອູ້ມຊູຕະຫລອດເວລາເຖິງແມ້ນຈະຫົວໂບລານໄປກໍ່ຕາມ
2, ເດືອນກຸມພາ (ດອກກວ້ຍໄມ້)
ເປັນດອກໄມ້ທີ່ຕ້ອງການເອົາໃຈໃສ່ດູແລ່ເປັນຢ່າງດີ ປຽບສະເຫມືອນກັບຄົນ
3, ເດືອນ ມີນາ (ດອກຄາເນຊັນ)
ເປັນດອກໄມ້ຕົວພິເສດຂອງຫລາຍໆສິນລະປິນເພາະເປັນດອກໄມ້ແຫ່ງຄວາມຝັນອັນເລິກລັບ ແລະຄົນເດືອນນີ້ຈະມີສຳຜັດພິເສດທີ່ສາມາດຕິດຕໍ່ກັບວິນຍາຍໄດ້ ແລະມີຈິດໃຈຮັກສິນທຳເປັນສ່ວນຕົວ
4, ເດືອນ ເມສາ (ດອກລິນລີ່)
ເປັນດອກໄມ້ທີ່ມີຄວາມເປັນຜູ້ນຳຕັ້ງແຕ່ຢູ່ໃນປ່າແລ້ວ ຜູ້ທີ່ເກີດເດືອນນີ້ຈະເປັນຄົນທີ່ມີຄວາມຮັກໃນການຂຽນພາບ ສິນລະປະ ແລະ ຈິດຕະ
5, ພຶດສະພາ (ດອກລີລາວະດີ ຫລື ດອກຈຳປາ)
ເປັນດອກໄມ້ທີ່ບົ່ງບອກເຖິງຄວາມມະຫັດສະຈັນຂອງທຳມະຊາດ ຄົນທີ່ເກີດເດືອນນີ້ສ່ວນໃຫຍ່ຈະເປັນຄົນທີ່ສຸຂຸມ ຮອບຄອບ ເບິ່ງການໄກ
6, ມີຖຸນາ( ດອກເລັບມືນາງ)
ເປັນດອກໄມ້ທີ່ບານງ່າຍ ມີສະເນ່ ຄົນທີ່ເກີດເດືອນນີ້ເປັນຄນົທີ່ມີຄວາມເປີດກວ້າງ ຢືດຢຸ່ນ ອາລົມແປປວນງ່ານໂດຍສະເພາະໃນເລື້ອງຂອງຄວາມຮັກ
7, ເດືອນກໍລະກົດ (ດອກບົວ)
ເປັນດອກໄມ້ທີ່ອ່ອນຫວານໃນນ້ຳເລິກ ຄົນທີ່ເກີດໃນເດືອນນີ້ມັນຈະຕ້ອງການຄວາມອົບອຸ່ນສວຍງາມຮຽບຮ້ອຍ ແລະ ມີລະບຽບ ຄົນເກີດເດືອນນີ້ມັກຈະຄາດຫວັງກັບຊີວິດໄວ້ສູງ
8, ເດືອນສິງຫາ (ດອກຕາເວັນ)
ບົງບອກເຖິງຄວາມເປັນມິດ ແລະ ລ່າເລີງ ຫມັນໃຈ ແລະ ບໍ່ເລື້ອງຫລາຍກັບຄວາມຮັກ ເຖິງຈະເດັ່ນກໍ່ບໍ່ຮຽກຮ້ອງອັນໄດເປັນພິເສດ ມັກຢູ່ສັນໂດນຫາຄວາມສຸກໃສ່ຕົວຢ່າງດຽວ
9, ເດືອນກັນຍາ (ດອກທີວຫລິບ)
ບົ່ງບອກເຖິງຄວາມນຸ່ມນວນ ແລະ ຂັກຫລອມມາຢ່າງດີ ຄົນທີ່ເກີດເດືອນນີ້ ຈຶ່ງມັກແຄຄວາມຄິດຂອງຄົນອື່ນເປັນພິເສດ ມີຄວາມເຫັນອົກເຫັນໃຈ ແຕ່ກໍ່ເປັນຄົນເຈົ້າລະບຽບຕົງຕໍ່ເວລາ ແຕ່ມີຄວາມວິຕົກກັງວົນກັບເລື້ອງຕ່າງໆໄດ້ງ່າຍ
10, ເດືອນຕຸລາ(ດອກກຸຫລາບ)
ເປັນດອກໄມ້ທີ່ມີຄວາມໂດນເດັ່ນ ແລະ ອ່ອນຫວານເຂົ້າກັບທຸກສະພາບແວດລ້ອມ ດັ່ງນັ້ນຄົນເກີດເດືອນນີ້ຈຶ່ງມັກຫລົງໄຫລໃນສະພາບແວດລ້ອມອອ້ມຂ້າງໄດ້ງ່າຍ ເນື່ອງຈາກດອກກຸຫລາບມີກິ່ນທີ່ຫອມຈຶ່ງເຮັດໃຫ້ຊາວເດືອນນີ້ມີສະເນໃນແວດວົງສົນທະນາ
11 ເດືອນພະຈິກ(ດອກຕະບອງເພັດ)
ເປັນດອກໄມ້ທີ່ແຝງຄວາມເລິກລັບມາແຕ່ເກີດ ດັ່ງນັ້ນຄົນທີ່ເກີດເດືອນນີ້ມັກຈະມີຄວາມລັບນັບລ້ອຍ ນັບພັນ ຢູ່ໃນການດຳເນີນຊີວິດຂອງເຂົາ ຍ້ອນເຫດນີ້ຈຶ່ງເຮັດໃຫ້ເປັນສິ່ງດຶງດູດຈາກເພດກົງກັນຂ້າມ ເນື່ອງຈາກເປັນທີ່ຫນ້າສົນໃຈ ແລະ ຫນ້າຄົ້ນຫາ
12, ເດືອນທັນວາ (ດອກພຸດທະຮັກສາ)
ເປັນດອກໄມ້ແຫ່ງຄວາມສະນຸກສະຫນານ ຄວາມໂຊກດີຂອງຊີວິດດັ່ງນັ້ນຄົນທີ່ເກີດເດືອນນີ້ ຈິ່ງມີຄວາມປະພຶດທີ່ດີມີລະບຽບວິໃນຜ່ອນຄາຍໄດ້ທຸກເວລາ ແລະມັກເປັນກຳລັງໃຈໃຫ້ເພື່ອນໃນເວລາຕົກຕ່ຳ ມັກນຳຄົນຮອບຂ້າງໄປສູ້ການຕັດສິນໃຈທີ່ຖຶກຕ້ອງ
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ