ຕົ້ນໄມ້ມີ: ຕົ້ນພວງແສດ, ພຸດທະຮັກສາ, ທຳມະຮັກສາ ແລະ ເຢີບີລາທີ່ມີດອກສີສົ້ມ
ສ່ວນດອກໄມ້ມີ: ກຸຫລາບສີສົ້ມ ຈະຖຶກສະໂຫລກກັບຄົນວັນອາທິດ ຄົນວັນນີ້ມີນິໃສທະເຍີທະຍານກະຕືລືລົ້ນ ແລະ ອີກດອກຫນຶ່ງຄື ດອກຕາເວັນ ເຊິ່ງບົ່ງບອກເຖິງການຖືຕົວ ຍິ່ງໃນສັກສີ
ສ່ວນດອກໄມ້ມີ: ກຸຫລາບສີສົ້ມ ຈະຖຶກສະໂຫລກກັບຄົນວັນອາທິດ ຄົນວັນນີ້ມີນິໃສທະເຍີທະຍານກະຕືລືລົ້ນ ແລະ ອີກດອກຫນຶ່ງຄື ດອກຕາເວັນ ເຊິ່ງບົ່ງບອກເຖິງການຖືຕົວ ຍິ່ງໃນສັກສີ
ເກີດວັນຈັນ
ດອກໄມ້: ດອກມະລິຂາວສະອາດ ຫມາຍເຖິງຕົວຄົນທີ່ນຸ່ມນວນອ່ອນໂຍນ ຮຽນຮ້ອຍ ສ່ວນອີກດອກຫນຶ່ງຄືດອກກຸຫລາບສີຂາວ ໝາຍເຖິງຄວາມຮັກທີ່ອ່ອນໂນ ແລະ ບໍ່ຕ້ອງການສິ່ງຕອບແທນເພາະຄົນວັນຈັນມັກອ່ອນໂຍນອ່ອນໄຫວ ໂລແມນຕິກ ແລະຊ່າງຝັນ
ເກີດວັນຄານ
ຕົ້ນໄມ້: ຕົ້ນໄຊຍະພຶກ, ຊົມພູພັນທິບ, ຕົ້ນຍີ່ໂຖ, ເຂັມດອກສີບົວ ຖ້າຕົ້ນໄມ້ອອກດອກຫລາຍໝາຍຄວາມວ່າເຈົ້າຈະມີຄວາມສຸກ
ດອກໄມ້ປະຈຳວັນເກີດ: ກວ້ຍໄມ້ ໂດຍສະເພາະດອກທີ່ມີສີຊົມພູ ເພາະໝາຍເຖິງຄວາມຮັກທີ່ຮ້ອນຮົນ ຫລື ວາບວູບຕາມອາລົມຂອງຄົນວັນນີ້
ວັນພຸດ
ຕົ້ນໄມ້ຂອງຄົນວັນນີ້ຈະແມ່ນ: ຕົ້ນໄມ້ທີ່ມີໃບສີຂຽວ ໂດຍສະເພາະຕົ້ນກະດັງງາ, ສົນສັດ ດັ່ງນັ້ນຄວນປູກໄມ້ໃຫ້ຫລາຍໆຈຶ່າງຈະໂຊກດີຕົ້ນໄມ້ເຫລົ່ານີ້ຈະປົກປ້ອງທ່ານໄດ້ຄື: ດອກບົວ ໝາຍເຖິງຈິດໃຈອັນສະຫງົບ ເພາະຄົນວັນພຸດມັກຈະເປັນນັກການທູດ
ດອກໄມ້ປະຈຳວັນເກີດມີ: ດອກບົວ ຊຶ່ງຄົນວັນພຸດມັກຈະເປັນນັກຄຳນວນ(ເງິນ)ດອກໄມ້ຊະນິດນີ້ຫມາຍເຖິງຄວາມຮັກທີ່ມາພ້ອມເງິນ
ວັນພະຫັດ
ຕົ້ນໄມ້ປະຈຳຕົວ: ຕົ້ນໂສນ, ລາດສະພຶກ, ບານບຸລີ ຫາກມີຕົ້ນໄມ້ພວກນີ້ຢູ່ເຮື່ອນຈະເຮັດໃຫ້ໂຊກດີ
ດອກໄມ້ມີ: ດອກກຸຫລາບສີເຫລືອງໝາຍເຖິງການປ່ຽນແປງດ້ານຄວາມຮັກ ເພາະຄົນວັນພະຫັດຈະເປັນຄົນຮັກງ່າຍນ່າຍໄວ ແລະ ເປັນຄົນເຈົ້າຊູ້
ເກີດວັນສຸກ
ຕົນໄມ້ມີ: ພະຍັກໝອກ ຕົ້ນແສ ຕົ້ນອັນຊັນ
ສ່ວນດອກໄມ້ມີ ກຸຫລາບທຸກສີ
ເກີດວັນເສົາ
ຕົ້ນໄມ້ມີ: ກັນລະປັງຫາ ພວງຄາມຕົ້ນອິນທະນິນເປັນຕົ້ນໄມ້ປະຈຳວັນເກີດ
ດອກໄມ້ຈະມີ: ດອກລິນລີ່
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ