ຊື່ວິທະຍາສາດ: Orchid
ຊື່ວົງ: ORCHIDACEAE
ຊື່ສາມັນ: Orchid
ຊື່ພື້ນເມືອງ: ເອື້ອງ
ລັກສະນະທົວໄປ:
ລຳຕົ້ນ ລຳຕົ້ນຂອງກ້ວຍໄມ້ບໍ່ມີແກນ ແລະ ເປືອກ ເນື້ອດ້ານໃນສະເໝີກັນ ລຳຕົນມີສອງລັກສະນະຄື: ລຳຕົ້ນແທ້ ແລະ ລຳຕົ້ນທຽມ ມີຂໍ້ ແລະ ປ້ອງຄືກັບພືດໃບລ້ຽງດ່ຽວທົ່ວໄປ ມີການຈະເລີນເຕີບໂຕທາງຍອດ ລຳຕົ້ນທຽມຫລື ລຳລູກກ້ວຍມີໄວ້ສະສົມອາຫານ ມີລຳຕົ້ນເປັນເຫງົ້າ ມີຂໍ້ ແລະ ປ້ອງຖີ່ ຈະເລີນຕາມແນວນອນໄປຕາມຜິວຂອງເຄື່ອງປູກ ຮາກກົມອອບເປັນເສັ້ນນ້ອຍແຂງຫລືແປຮາບ ມີທັງຮາກດິນ, ຮາກເຄິ່ງອາກາດ, ຮາກອາກາດ ແລະຮາກອື່ນໆ
ໃບ ເປັນໃບລ້ຽງດ່ຽວມີລັກສະນະຕ່າງກັນອອກໄປ ເຊັ່ນ: ຮູບແຖບ, ຮູບກົມຍາວ ຫລື ລົດຮູບເປັນພຽງເກັດ ແຜ່ນໃບບາງຄ້າຍໃບຫມາກ ຫນາ ອວບ ຫລື ເປັນແທ່ງກົມ ສ່ວນຫລາຍແລ້ວຈະບໍ່ມີສ່ວນທີ່ເປັນກ້ານໃບຊັດເຈນ ສີໃບຈະຂຽວສົດ ບາງຊະນິດກໍ່ມີສີມ່ວງຄ້ຳ, ບາງຊະນິດກໍ່ມີສີສັນ ແລະລວດລາຍ
ດອກ ຈະອອກທີ່ປາຍລຳຕົ້ນ ຊອກໃບ ຫລື ຂ້າງຕົ້ນ ເປັນດອກດ່ຽວ ແລະ ດອກຊໍ່ ແຕ່ລະດອກມີກີບລ້ຽງ 3 ດອກສະຫລັບກັນກີບດອກ 3 ກີບ ກີບດອກອັນລຸ່ມມີລັກສະນະຕ່າງອອກໄປເອີ້ນວ່າ ກີບປາກ ຫລື ກີບກະເປົາ ໄວ້ສຳລັບລໍ້ແມງໄມ້ ກ້ານເກສອນຕົວແມ່ ແລະ ຍອດເກສອນຕົວເມຍ ເຊື່ອມຕິດກັບເກສອນຕົວຜູ້ເປັນເສົາ ເກສອນຢູ່ລຸ່ມດອກ ເກສອນຜູ້ຈະຢູ່ຮ່ວມກັນເປັນກ້ອນ ແຕ່ລະອັນມີຝາປິດ 2,4 ຫລື 8 ກ້ອນ ແລ້ວແຕ່ຊະນິດຂອງກ້ວຍໄມ້ ຍອດເກສອນແມ່ຈະເປັນເມືອກໜຽວ ຮັງໄຂ່ຈະຢູ່ສ່ວນກ້ານດອກ ເມື່ອໄດ້ຮັບການປະສົມພັນຈະກາຍເປັນດອກອີກຕໍ່ໄປ
ໝາກ/ຝັກ ກ້ວຍໄມ້ທີ່ມີອາຍຸແຕ່ປະສົມພັນຈົນເຖິງມີຝັກຈະແຕກຕ່າງກັນຕາມຊະນິດຂອງກ້ວຍໄມ້ ກ້ວຍໄມ້ບາງຊະນິດອາດຈະຝັກແກ່ໃນໄລຍະເວລາພຽງເດືອນກ່ວາໆ ແຕ່ບາງຊະນິດກໍ່ຈະມີອາຍຸເຖິງ ປີເຄິ່ງຈຶ່ງຈະແກ່ຝັກຂອງກ້ວຍໄມ້ປະເພດບໍ່ແຕກກໍ່ຈະຕິດຢູ່ກັບກ້ານລັກສະນະຕັ້ງເອົາປາຍຊີ້ຂຶ້ນ ສ່ວນພວກແຕກກໍຈະຫ້ອຍລົງເປັນສ່ວນໃຫຍ່ເຊັ່ນຝັກຂອງກ້ວຍໄມ້ສະກຸນຫວາຍເປັນຕົ້ນ ແຕ່ລະຝັກຈະມີແກ່ນຕັ້ງແຕ່ 1,600 – 4,000,000 ເມັດ
ເມັດ ມີລັກສະນະຮຽວຍາວໂຄ່ງກາງຄ້າຍລູກຮັກບີ່ ມີສີສັນທີ່ແຕກຕ່າງກັນໄປເຊັ່ນ: ສີນ້ຳຕານ, ສີເທົາ, ສີເຫລືອງ, ສີຂາວ
ລະດູການອອກດອກ: ຈະຂື້ນຢູ່ກັບສາຍພັນ
ການຂະຫຍາຍພັນ: ແຍກລຳ,ແຍກຫນໍ່,ຊຳຕົ້ນ ແລະ ຍອດ,ລ້ຽງເນື້ອເຍື່ອ
ສ່ວນທີ່ມີກິ່ນຫອມ: ດອກ ຂື້ນຢູ່ກັບສາຍພັນ
ຖິ່ນກຳເນີດ: ລາຕິນອາເມລິກາ, ອາຊີປາຊີຟິກ