Sunday, December 22, 2019

ທາດອາຫານທີ່ສຳຄັນ

ທາດອາຫານພືດ ປຸຍເລັ່ງ ປຸຍຢູເລຍ ທາດ ຢູເຣຍ ຟວສຟໍຮັດ ໂປຕາຊຽມ N P K ປຸຍ​ເຄ​ມີ ປູ໋ຍ​ເຄ​ມີ​ທີ່​ມັກ​ໃຊ້ ການ​ໃຫ້​ປຸ໋ຍ​ເຄ​ມີ​ແກ່​ພ​ື​ດ


ທາດອາຫານທີ່ສຳຄັນ

ທາດໄນໂຕຼເຈນ (N)

ທາດໄນໂຕຼເຈນ N ເປັນທາດທີ່ສໍາຄັນຕົ້ນຕໍປະກອບຢູ່ທຸກພາກສ່ວນຂອງລໍາຕົ້ນຂອງພືດ. ພືດຕ້ອງການແຮ່ທາດດັ່ງກ່າວນີ້ແມ່ນໄລຍະການຈະເລີນເຕີບໂຕ. ສາລີນໍາໃຊ້ທາດ N ໃນຮູບ NH+4, NH+3 ເມື່ອພືດໄດ້ຮັບທາດ N ທີ່ເໝາະສົມຈະຊ່ວຍໃຫ້ພືດຕັ້ງໂຕໄດ້ໄວໃນໄລຍະທໍາອິດຂອງການຈະເລີນ ເຕີບໂຕທາດ N ເປັນຕົວກະຕຸ້ນໃຫ້ພືດແຂງແຮງ ແລະ ຈະເລີນເຕີບໂຕໄດ້ດີ, ເຮັດໃຫ້ພືດມີສີຂຽວຂື້ນ, ເພີ່ມປະລິ ມານໂປຼຕິນໃຫ້ພືດ, ຄວບຄຸມການອອກດອກ ແລະ ຕິດໝາກ ເຮັດໃຫ້ຜົນຜະລິດສູງຂື້ນ
ທາດອາຫານພືດ ປຸຍເລັ່ງ ປຸຍຢູເລຍ ທາດ ຢູເຣຍ ຟວສຟໍຮັດ ໂປຕາຊຽມ N P K ປຸຍ​ເຄ​ມີ ປູ໋ຍ​ເຄ​ມີ​ທີ່​ມັກ​ໃຊ້ ການ​ໃຫ້​ປຸ໋ຍ​ເຄ​ມີ​ແກ່​ພ​ື​ດ
  • ຖ້າພືດຂາດທາດ​ໄນ​ໂຕຼ​ເຈນ N ພືດຈະຂະຫຍາຍໂຕຊ້າ ຫຼື ຢຸດເຊົາການຈະເລີນເຕີບໂຕ, ຂອງໃບພືດຈະປ່ຽນສີຈາກສີຂຽວເປັນສີເຫຼືອງໂດຍຈະເລີ່ມຈາກປາຍໃບຂອງ​ໃບ​ແກ່, ໃບພືດຈະແຫ້ງ ແລະ ຫຼົ່ນ, ຜົນຜະລິດລຸດລົງ.
  • ຖ້າພືດໄດ້ຮັບທາດ​ໄນ​ໂຕຼ​ເຈນ N ຫຼາຍລັກສະນະລໍາຕົ້ນ, ໃບຈະມີສີຂຽວເຂັ້ມ ແລະ ຈະມີຂະໜາດໃຫຍ່, ພືດຈະແກ່ຊ້າກ່ວາປົກກະຕິ, ໃບເຟື້ອຍ ແລະ ອວບເຊິ່ງເຮັດໃຫ້ພືດອ່ອນແອ, ລົ້ມງ່າຍ, ບໍ່ທົນ ທານຕໍ່ພະຍາດ ແລະ ແມງໄມ້ (Brood Linkit ​ແລະ ​ເພັງ ​ເຊັ້ງ​ຊື້. 2005).

ທາດຟົສຟໍຣັດ (P)

ທາດຟົສຟໍຣັດ P ເປັນຊັບພະຍາກອນໃນດິນທີ່ຈະໝົດໄປຕະຫຼອດເວລາ, ມັນຈະຢູ່ໃນຮູບຂອງ ສານປະກອບອິນຊີ ແລະ ໃນດິນເຖິງຈະມີໜ້ອຍກ່ວາ 0.1% ການຕົກຄ້າງຢູ່ໃນດິນ ແລະ ເມື່ອພືດດູດນໍາໄປໃຊ້ກໍ່ຈະເຮັດໃຫ້ທາດອາຫານເຫຼົ່ານີ້ຫຼຸດລົງ, ເຊິ່ງແກ້ໄຂໄດ້ດ້ວຍການໃສ່ຝຸ່ນຟົສຟໍຣັດ, ອາດຈະໃຊ້ຫີນຟົສເຟດ, ການໄຖປູກເສດເຫຼືອຂອງພືດລົງໃສ່ດິນກໍ່ເປັນການເພີ່ມຟົສຟໍຣັດໃຫ້ແກ່ດິນ (Brood Linkit ແລະ ເພັງ ເຊັ້ງຊື້. 2005).

ທາດອາຫານພືດ ປຸຍເລັ່ງ ປຸຍຢູເລຍ ທາດ ຢູເຣຍ ຟວສຟໍຮັດ ໂປຕາຊຽມ N P K ປຸຍ​ເຄ​ມີ ປູ໋ຍ​ເຄ​ມີ​ທີ່​ມັກ​ໃຊ້ ການ​ໃຫ້​ປຸ໋ຍ​ເຄ​ມີ​ແກ່​ພ​ື​ດ
  • ເມື່ອພືດໄດ້ຮັບຟົສຟໍຣັດ (P) ພຽງພໍຈະຊ່ວຍໃນການສັງເຄາະແສງ, ສ້າງແປ້ງ ແລະ ນໍ້າຕານ ສົ່ງເສີມໃນການຈະເລີນເຕີບໂຕຂອງຮາກຝ່ອຍ ແລະ ຮາກແໜງໃນໄລຍະການຈະເລີນເຕີບໂຕຂອງພືດ, ຊ່ວຍ ໃຫ້ພືດດູດເອົາທາດອາສົດ, ທາດໂປຼຕາຊຽມ ແລະ ທາດໂມດິບດັສ (Mo) ໄດ້ດີຂື້ນ, ພືດຈະແກ່ໄວ ຊ່ວຍໃນ ການອອກດອກ ແລະ ສ້າງເມັດເຮັດໃຫ້ລໍາຕົ້ນແຂງແຮງ (Brood Linkit ແລະ ເພັງ ເຊັ້ງຊື້. 2005).
  • ເມື່ອພືດຂາດຟົສຟໍຣັດ (P) ພືດຈະຢຸດການຈະເລີນເຕີບໂຕ, ລໍາຕົ້ນອ່ອນແອ, ລົ້ມງ່າຍ, ໃບພືດປ່ຽນສີ, ລໍາຕົ້ນບິດບ້ຽວ, ຮາກຈະຢຸດການຂະຫຍາຍຕົວ, ອອກດອກຊ້າກວ່າປົກກະຕິ, ດອກນ້ອຍ, ເປີເຊັນການອອກດອກຕໍ່າ (Brood Linkit ແລະ ເພັງ ເຊັ້ງຊື້. 2005).

ທາດໂປຕາຊຽມ (K)

  • ເມື່ອພືດ​ໄດ້​ຮັບທາດໂປຕາຊຽມ (K) ​ໃນ​ປະລິມານທີ່​ເໝາະ​ສົມ​ແລ້ວ​ຈະ​ຊ່ວຍ​​ການ​ສ້າງ ​ແລະ ​ເຄື່ອນ​ທາດຍ້າຍ​ແປ້ງ ​ແລະ ນໍ້າຕານ​ໃນ​ພືດ, ຄວບ​ຄຸມ​ລະດັບ​ຄວາມ​ເປັນ​ກົດ​ເປັນ​ດ່າງ​ໃນ​ຕົ້ນ​ພືດ, ​ເພື່ອ​ຄວບ​ຄຸ​ມຄຸນ​ນະພາບ​ຂອງ​ຝັກ, ​ເພີ່ມ​ສີສັນ​ຄວາມ​ຫວານ ​ແລະ ຄວາມ​ສາມາດ​ເກັບ​ໄວ້​ໄດ້​ດົນ, ຊ່ວຍ​ໃນ​ການ​ຕ້າ​ນກັບ​ເຊື້ອ​ພະຍາດ​ຕ່າງໆ​ ໂດຍ​ສະ​ເພາະ​ເຮັດ​ໃຫ້​ຕົ້ນ​ແຂງ​ແຮງ, ຕ້ານທານ​ຕໍ່​ການ​ລົ້ມ.
  • ເມື່ອພືດ​ຂາດທາດໂປຕາຊຽມ (K) ພືດ​ຈະ​ຢຸດ​ການຈະ​ເລີ​ນ​ເຕີບ​ໂຕ, ລໍາ​ຕົ້ນ​ອ່ອນ​ແອ, ​ລົ້ມ​ງ່າຍ, ​ໃບ​ພືດ​ມີ​ສີ​ອິດ​ຈຸດ​ສີ​ນໍ້າຕານ​ແຫ້ງ​ຢູ່​ລະ​ຫ່ວາງ​ເສັ້ນ ​ແລະ ຂະຫຍາຍ​ເຂົ້າ​ໄປ​ໃນ​ກ້ານ​ໃບ, ອາການ​ນີ້​ເກີດ​ທີ່​ໃບ​ແກ່​ກ່ອນ. ​ເມັດ, ຝັກ​ຈະ​ຫ່ຽວ ​ແລະ ລີບ (Brood Linkit ​ແລະ ​ເພັງ ​ເຊັ້ງ​ຊື້. 2005).         
ທາດອາຫານພືດ ປຸຍເລັ່ງ ປຸຍຢູເລຍ ທາດ ຢູເຣຍ ຟວສຟໍຮັດ ໂປຕາຊຽມ N P K ປຸຍ​ເຄ​ມີ ປູ໋ຍ​ເຄ​ມີ​ທີ່​ມັກ​ໃຊ້ ການ​ໃຫ້​ປຸ໋ຍ​ເຄ​ມີ​ແກ່​ພ​ື​ດ


ປະສິດທິພາບການນຳໃຊ້ທາດໄນໂຕຼເຈນ N ຕໍ່ສາລີ

ປະສິດທິ​ພາບການນຳໃຊ້ທາດ​ໄນ​ໂຕຼ​ເຈນ N ຕໍ່​​ສາລີ ປຸ່ຍ​ເລ່ງ​ກັບ​ສາ​ລີ ໃສ່​ປຸຍ​ເລ່ງ​ກັບ​ສາ​ລີ ໃສ່​ປຸຍ​ຢູ​ເລຍ​ກັບ​ສາ​ລີ ທົດ​ລອງ​ການ​ໃສ່​ປຸຍ​ກັບ​ສາ​ລີ


ປະສິດທິພາບການນຳໃຊ້ທາດໄນໂຕຼເຈນ N ຕໍ່​​ສາລີ

ການນຳໃຊ້ທາດ N ສຳລັບການປູສາລີແມ່ນມີຄວາມຈຳເປັນ​ໃນ​ການ​ຍົກ​ປະສິດທິພາບຜົນຜະລິດ​ ​ແລະ ຄຸນນະພາຂອງດີ, ​ໃນການທົດລອງຄັ້ງນີ້ແມ່ນໃຊ້ເວລາ 5 ປີ. ຈຸດປະສົງຂອງການທົດສອບ Nແລະ ຜົນຜະລິດເມັດພືດຕໍ່ກັບສອງອັດຕາ N ຄື: 100 ແລະ 200 ກິໂລກະລາມ​/​ເຮັກຕາ. ຜົນຂອງການສຶກສາໃນການນຳໃຊ້ສອງ​ອັດຕາ​ຂອງ​ການ​ທົດ​ສອບ​​ເມື່ອ​ປຽບທຽບ​ກັນ​ທາງ​ດ້ານ​ຜົນ​ຜະລິດ​ແມ່ນ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຢ່າ​ງຊັດເຈນ​ຄື: 6% ​ແລະ 13% ຂອງ​ການ​ເພີ່ມ​ຂື້ນ​ຂອງ​ຜົນ​ຜະລິດ (ບຸກ​ເບີກ, 1996).

Amusan, Adetunji, Azeez, Bodunde (2011) ລາຍ​ງານ​ວ່າການ​ຫຼຸດ​ລົງ​ຂອງ​ອຸ​ດົມ​ສົມ​ບູນ​ຂອງ​ດິນ​ແມ່ນ​ມີ​ຄວາມສໍາ​ຄັນ​ທີ​ສຸດ​ຕໍ່​ການ​ປູກ​ພືດ​ຂອງ​ຊາວ​ກະ​ສິ​ກອນ​​ຂະ​ຫນາດ​ນ້ອຍ​ໃນ​ອາ​ຟຣິກ​ກາ​ຈຸດປະ​ສົງ​ຂອງ​ການການ​ສຶກສາ​ຄັ້ງ​ນີ້ແມ່ນເພື່ອ​ປະ​ເມີນ​ຜົນ​ກະ​ທົບ ​ແລະ ການ​ຄຸ້ມ​ຄອງ​ຂອງ​ທາດ​ອາ​ຫານ, ຍຸດ​ທະ​ສາດ ​ແລະ​ ຄວາມເປັນ​ໄປ​ໄດ້​ໃນ​ທ້ອງ​ຖິ່ນ​ຂອງ​ເຂົາ​ເຈົ້າ​ກ່ຽວ​ກັບ​ການ​ຜະ​ລິດ​ກະ​ສິ​ກໍາ​, ສະ​ຖາ​ນະ​ພາບ​ຄວາມອຸ​ດົມ​ສົມ​ບູນ​ຂອງ​ດິນ. ​ໃນ​ການ​ສຶກ​ສາ​ມີ​: ອັດຕາ​ຂອງການ​ນຳ​ໃຊ້ຝຸ່ນ​​ແມ່ນ 100 ກິ​ໂລກຼາ​ມ N​​, 100 ກິ​ໂລກຼາມ N + ປູນ​ຂາວ​, ສາມ​ອັດ​ຕາ​ສ່ວນ​ການ​ນໍາ​ໃຊ້​ຝຸ່ນ (5​, 15 ແລະ 25 ​ກິ​ໂລກຼາມ​/ເຮັກຕາ), ປະ​ສົມ​ 100 ກິ​ໂລກຼາ​ມ, ແລະ​ ສາມ​ອັດ​ຕາ​ຂອງ​ຝຸ່ນ P (10​, 30 ແລະ 50 ກິ​ໂລກຼາ​ມ/​ເຮັກຕາ​).ໃນນັ້ນ​ປະກອບ​ມີ 100 ກິ​ໂລກຼາ​ມຂອງ N​, 20 ກິ​ໂລ​ກຼາ​ມຂອງ Ca​, 5 ກິ​ໂລກຼາ​ມ Zn ແລະ 10 ກິ​ໂລກຼາ​ມ Mn/ເຮັກຕາ​. ຜົນ​ຜະ​ລິດ​ສາ​ລີ​​ໃນ​ພື້ນ​ທີ່​ດິນ​ຊາຍ​ບໍ່​ໄດ້​ຕອບ​ສະ​ຫນອງ​ຕໍ່​ກັບ​ອັດຕາ​ຝຸ່ນທີ່​ໃສ່. ດິນ​ປະ​ສົມ​ປະ​ສານ​ຂອງຝຸ່ນ​ 100 ກິໂລກຼາມ N ໃຫ້​ຜົນ​ຜະ​ລິດ​​ແມ່ນ 9.3 ​ໂຕນ​/​ເຮັກຕາ, ໃນດິນ​ດາກ​​, 6.1 ​ໂຕນ​/​ເຮັກຕາ, ດິນ​ເຜົາ​ໄໝ້​ໄດ້​ 7.6 ​ໂຕນ​/ເຮັກຕາ. ​ເມື່ອ​ທຽບ​ກັບ​ຜົນ​ຜະ​ລິດ​ທີ່​ມີ 100 ກິ​ໂລກຼາມ N ໃນ​ປະ​ສົມ​ປະ​ສານ​ກັບ 30 ກິ​ໂລກຼາ​ມ P​, 20 ກິ​ໂລກຼາ​ມ, Ca​, 5 ກິ​ໂລກຼາ​ມ ​ແລະ Zn 10 ກິ​ໂລກຼາ​ມ. ການ​ແນະ​ນໍາຈໍາ​ເປັນ​ຕ້ອງ​ໃສ່​ທາດ​ອາ​ຫານ​ທີ່​ແຕກ​ຕ່າງ​ກັບ​ພື້ນ​ທີ່ ຫຼື ດີ​ນ​ທີ່ມີ​ຄວາມ​ອຸດົມສົມບູນ​ແຕກ​ຕ່າງ​ກັນ​.

ຜົນການທົດສອບ

ຕົວທົດສອບມີຜົນຜະລິດແຕກຕ່າງແຕ່ 4,6-7,3 ໂຕນ. ໃນນັ້ນ​​ຄູ່ປະສົມ NAFRI 66 (ວຽງຈັນ 450) ມີລັກສະນະດີເດັ່ນກວ່າໝູ່ ແລະ ປັບຕົວດີກັບສະພາບແວດລ້ອມ ແລະ ຜົນຜະລິດສູງເຖີງ 7,15 ໂຕນ/ເຮັກຕາ ແລະ ທຽບໃສ່ LVN10 & CP888 ກໍ່ສູງກວ່າ (ຕາຕະລາງ 1). ທ້າຍລະດູຝົນ ປີ 2010, ໄດ້ນຳລົງສາທິດຢູ່ 6 ແຂວງ 9 ຈຸດ, ຄື: ວຽງຈັນ, ອຸດົມໄຊ, ຊຽງຂວາງ, ຫຼວງນ້ຳທາ, ບໍ່ແກ້ວ ແລະ ໄຊຍະບູລີ.
ປະສິດທິ​ພາບການນຳໃຊ້ທາດ​ໄນ​ໂຕຼ​ເຈນ N ຕໍ່​​ສາລີ ປຸ່ຍ​ເລ່ງ​ກັບ​ສາ​ລີ ໃສ່​ປຸຍ​ເລ່ງ​ກັບ​ສາ​ລີ ໃສ່​ປຸຍ​ຢູ​ເລຍ​ກັບ​ສາ​ລີ ທົດ​ລອງ​ການ​ໃສ່​ປຸຍ​ກັບ​ສາ​ລີ

ຜົນຂອງການສາທິດ​​ແນວພັນສາລີລູກປະສົມ ວຽງຈັນ 450 

ໃນ 5 ຈຸດ ສາທິດ​ທີ່​ສາມາດເກັບ​ກ່ຽວ​ຜົນ​ຜະລິດ​ໄດ້​ແລ້ວ ​ເຊັ່ນ: . ດອນ​ແລ, ບ. ປ່າ​ສັກ, ເມືອງ ນ້ຳ​ທາ, ​ແຂວງ ຫຼວງ​ນ້ຳ​ທາ; . ຮົ່ມ​ເຢັນ, ເມືອງ​ຕົ້ນ​ເຜິ້ງ ​ແຂວງ ບໍ່​ແກ້ວ; . ດ່ານ​ຖິ່ນ, ເມືອງ​ຫ້ວຍ​ຊາຍ,​ແຂວງ ບໍ່​ແກ້ວ ​ແລະ ບ. ນາ​ໂຮມ ​ເມືອງ​ຮຸນ ​ແຂວງ ອຸດົມ​ໄຊ, ​ສະ​ແດງ​ໃຫ້ເຫັນ​ວ່າ ​ແນວ​ພັນສາລີລູກ​ປະສົມ ວຽງ​ຈັນ 450 ມີ​ຜົນ​ຜະລິດ​ສູງ​ກວ່າຕົວ​ສົມ​ທຽບ (LVN10 & CP888) ຊື່ງລຽງ​ແຕ່ 7-9 ​ໂຕນ​/​ເຮັກຕາ, ​ແຕ່​​ໃນ​ນັ້ນ​ມີແນວພັນ​ PIONIA 4645 ເປັນ​ແນວ​ພັນທີ່ຊາວ​ກະສິກອນນຳ​ເຂົ້າ​ມາ​ໃໝ່​ ​ແລະ ປູກ​ທຽບ​ກັນ​ທີ່​ບ້ານ​ດ່ານ​ຖີ່​ນ​, ເຫັນວ່າຜົນ​ຜະລິດ​​ເທົ່າໆ​ກັນກັບ ວຽງ​ຈັນ 450 ມີ​ຜົນ​ຜະລິດສູງ​ເຖີງ 9 ​ໂຕນ​/ເຮັກຕາ. ​ ສະ​ແດງຜົນຢູ່​ໃນ​ຕາຕະລາງ 2. ຈາກຜົນ​ໄດ້​ຮັບສາມາດ​ສະຫຼຸບ​ໄດ້​ວ່າ ​ແນວ​ພັນ​ສາລີ​ລູກ​ປະສົມ ວຽງຈັນ 450 ​ແມ່ນ​ປັບ​ຕົວ​ເຂົ້າ​ກັບ​ສະພາບ​ແວດ​ລ້ອມ​ໄດ້ດີ. ໂດຍ​ສະ​ເພາະ​​ເຂດ​ພາກກາງຫາ ພາກ​ເໜືອ​ຂອງ ສປປລາວ, ມີ​ຜົນ​ຜະລິດ​ສູງ, ທົນ​ທານ​ຕໍ່​​ແຫ້ງ​ແລ້ງ ​ແລະ ຕ້ານທານ​ຕໍ່​ພະຍາດ ​ແລະ ​ແມງ​ໄມ້ (​ກົມ​ປູກຝັງ-ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, 2011).

ຕາຕະລາງ: ສັງລວມຜົນຜະລິດສະເລ່ຍ 3 ຈຸດທົດສອບ ຕົ້ນລະດູຝົນ ປີ 2010
/
ແນວພັນ
ຜົນຜະລິດ (ໂຕນ/ເຮັກຕາ) ຄວາມຊຸ່ມ 14%
ວຽງຈັນ
ອຸດົມໄຊ
ບໍ່ແກ້ວ
ສະເລ່ຍ
1
LNV10 check1
7.04
7.67
5.66
6.79
2
NAFRI 66 (ວຽງ​ຈັນ450)
6.67
8.32
6.48
7.15
3
NAFRI 081
7.76
7.24
6.65
7.21
4
NAFRI 08-7
8.6
6.88
6.65
7.37
5
NAFRI 07-4
6.72
8.13
6.21
7.02
6
NAFRI 37
4.81
6.15
5.63
5.53
7
NAFRI 63
5.43
3.60
4.93
4.65
8
NAFRI 98
5.04
4.50
5.81
5.11
9
NAFRI 68
8.14
5.40
6.08
6.54
10
CP888 check
6.72
5.81
7.64
6.72
ແຫຼ່ງທີ່ມາ: ສະຖາບັນຄົ້ນຄ້ວາກະສິກຳ ແລະ ປ່າໄມ້, 2010.
ຕາຕະລາງ: ສັງລວມຜົນຂອງການສາທິດຈາກ 5 ຈຸດໃນລະດູຝົນ ປີ 2010
ຈຸດສາທິດ
ແນວພັນ
ຜົນຜະລິດ (ໂຕນ/ເຮັກຕາ)
ຄວາມຊຸ່ມ 14%
. ດອນແລ - ເມືອງນ້ຳທາ
ແຂວງ ຫຼວງນ້ຳທາ
VTE 450
7.308
LVN10
6.637
. ປ່າສັກ - ເມືອງນ້ຳທາ
ແຂວງ ຫຼວງນ້ຳທາ
VTE 450
8.05
LVN10
7.58
. ຮົ່ມເຢັນ - ເມືອງຕົ້ນເຜິ້ງ
ແຂວງ ບໍ່ແກ້ວ
VTE 450
9.30
CP888
7.00
. ດ່ານຖິ່ນ - ເມືອງຫ້ວຍຊາຍ
ແຂວງ ບໍ່ແກ້ວ
VTE 450
9.309
PIONIA 99
7.46
PIONIA 4645
9.035
. ນາໂຮມ - ເມືອງຮຸນ
ແຂວງ ອຸດົມໄຊ
VTE 450
8.81
LVN10
5.13
. ຈຸ້ມ-ເມືອງທຸລະຄົມ-ແຂວງ ວຽງຈັນ
VTE 450
8.86
CP888
7.13
ສະເລັ່ຽ 3 ຈຸດສາທິດ ທີ່ໃຊ້ ແນວພັນ LVN10 ເປັນຕົວຢືນ
VTE 450
8.05
LVN10
6.44
ສະເລັ່ຽ 2 ຈຸດສາທິດ ທີ່ໃຊ້ ແນວພັນ  CP888 ເປັນຕົວຢືນ
VTE 450
8.99
CP888
7.15