Monday, September 30, 2019

10 ອາຫານ​ ຊ່ວຍຂັບ​ຂອງ​ເສຍ​-ກິນ​ງ່າຍ​ຖ່າຍ​ສະດວກ

10 ອາຫານ​ ຊ່ວຍຂັບ​ຂອງ​ເສຍ​-ກິນ​ງ່າຍ​ຖ່າຍ​ສະດວກ

ເຄີຍ​ໄດ້ຍິນ​ຄໍາວ່າ “ຊ່ວຍຂັບ​ຂອງ​ເສຍ​​” ກັນ​ມາແດ່​ແມ່ນບໍ່​ ຄົນ​ລາວ​ຫຼາຍ​ຄົນ​ມັກ​ຄຳ​ນີ້​ຫລາຍ​ ເພາະ​ເຂົ້າໃຈ​ວ່າ​ເປັນ​ການເຮັດ​ຫຍັງ​ບາງຢ່າງ​ທີ່​ຈະ​ຊ່ວຍ​ຂັບ​ຂອງ​ເສຍ​ອອກຈາກ​ຮ່າງກາຍ​ ບາງ​ຄົນ​ໄປ​ໄກຮອດການ​ຂັບ​ລ້າງ​ສານ​ພິດ​ຕ່າງ​ໆ​ ອອກຈາກ​ຮ່າງກາຍ​ເລີຍ
ພວກເຮົາຂໍ​ແນະ​ນຳ​ວິທີ​ງ່າຍໆ​ ໃນ​ການ​ດີ​ທັອກ​​ຮ່າງກາຍ​ ຂັບ​ຂອງ​ເສຍ​ ເພີ່ມ​ກາກ​ໃຍ​ເພື່ອ​ການ​ຂັບ​ຖ່າຍ​ທີ່ກຄ່ອງໂ​ຕ​ໃຫ້​ໝູ່ເພື່ອນ​​ ລອງ​ເຮັດ​ເບິ່ງ​ກັນ​ດີກວ່າ​

  1. ຫມາກໄມ້

ແນ່ນອນ​ວ່າ​ຖ້າ​ຢາກ​ເພີ່ມ​ກາກ​ໃຍ​ອາຫານ​ໃຫ້​ເຮົາ​ຖ່າຍ​ຄ່ອງ​ຂຶ້ນ​ ກໍ​ຕ້ອງ​ມາ​ຈາກ​ຫມາກໄມ້​ທີ່​ແຫຼະ​ ຫມາກໄມ້​ເປັນ​ອາຫານ​ທີ່​ມີ​ປະລິມານ​ນ້ຳ​ຫລາຍ​ ຍ່ອຍ​ງ່າຍ​ ມີ​ສານ​ຕ້ານ​ອະ​ນຸ​ມູນ​ອິດສະຫລະ​ສູງ​ ແລະ​ມີ​ສານ​ອາຫານ​ທີ່​ເປັນ​ປະໂຫຍດ​ຕໍ່​ຮ່າງກາຍ​ຫລວງ​ຫລາຍ​ອີກ​ດ້ວຍ​ ພຽງ​ແຕ່​ເຄັດ​ລັບ​ຢູ່​ທີ່​ການ​ເລືອກ​ກິນ​ຫມາກໄມ້​ທີ່​ມີ​ປະລິມານ​ນ້ຳ​ຫລາຍ​ ແລະ​ລົດ​ບໍ່​ຫວານ​ຈັດ​ຈົນ​ເກີນ​ໄປ​ ເຊັ່ນ​ ໝາກ​ໂມ​ ຫລື​ ໝາກນັດ​ ເທົ່າ​ນີ້​ກໍ​ຮຽບຮ້ອຍ​

​ຫມາກ​ໄມ້ ຜົນ​ລ​ະ​ໄມ້ ຫມາກ​ກ້ຽງ ຫມາກ​ໂມ

2. ຜັກໃບຂຽວ

ຜັກ​ໃບ​ຂຽວ​ທັງ​ຫຼາຍ​ ໄລ່​ມາ​ເລີຍ​ຕັ້ງ​ແຕ່ຜັກກາດນາ​ ກວາງ​ຕຸ້ງ​ ຄັ້ງາ້າຍ​ ຜັກ​ໂຫມ​ ແລະ​ອື່ນ​ໆ​ ຊ່ວຍ​ລ້າງ​ສານ​ພິດ​ຈາກ​ຕັບ​ໄດ້​ເປັນ​ຢ່າງ​ດີ​ ແຖມ​ຍັງ​ເພີ່ມ​ສານ​ອາຫານ​ດີ​ໆ​ ໃຫ້​ກັບ​ຮ່າງກາຍ​ໄດ້​ໂດຍ​ກົງ​ອີກ​ດ້ວຍ​ ຫາກ​ຈະ​ປັ່ນລວມກັນ​ກໍ​ບໍ່​ຄວນ​ແຍກ​ ດື່ມ​ເຂົ້າໄປ​ເລີຍ​ຈະດີກວ່າ


3. ໝາກນາວເຫຼືອງ ໝາກນາວຂຽວ ແລະ ໝາກກ້ຽງ

ເຄີຍ​ໄດ້ຍິນ​ທີ່​ຝ​ຣັ່ງເອີ້ນ​ “ຊີຕັສ” ຫລື​ບໍ່ ເຂົາ​ໝາຍ​ເຖິງ​ຜັກ​ຫມາກໄມ້​ທີ່​ມີລົດສົ້ມ​ນັ້ນ​ແຫຼະ​ ຄົງຈະ​ເຄີຍ​ໄດ້ຍິນ​ວ່າ​ຜັກ​ຫມາກໄມ້ລົດ​ສົ້ມ​ຊ່ວຍ​ເພີ່ມ​ຄວາມ​ສົດ​ຊື່ນ​ ຊ່ວຍ​ໃນ​ເລື່ອງ​ຂອງ​ການ​ຂັບ​ຖ່າຍ​ ແລະ​ເຕັມ​ໄປ​ດ້ວຍ​ສານ​ຕ້ານ​ອະ​ນຸ​ມູນ​ອິດສະຫລະ​ ດີ​ທັ​ອກ​​ຮ່າງກາຍ​ໄດ້​ງ່າຍໆ​ ແຄ່​ດື່ມ​ນ້ຳ​ອຸ່ນ​ປະສົມ​ໝາກນາວ​ ຫລື​ໝາກກ້ຽງ​ ນອກ​ຈາກ​ນີ້​ຍັງ​ປ້ອງ​ກັນ​ຫວັດ​ຈາກ​ວິຕາມິນຊີໃນ​ຊີຕ​ັສ​ເຫຼົ່າ​ນີ້​ອີກ​ດ້ວຍ​


4. ກະທຽມ

ກະ​ທຽມ​ເປັນ​ໜຶ່ງ​ໃນ​ຜັກ​ທີ່​ດີ​ທັອກ​ຮ່າງກາຍ​ໄດ້​ຢ່າງ​ດີ​ເລີຍ​​ ເພາະ​ກະ​ທຽມ​ຊ່ວຍ​ກະຕຸ້ນ​ຕັບ​ໃຫ້​ຜະລິດ​ເອນ​ໄຊ​​ທີ່​ຈະ​ມາ​ຊ່ວຍຂັບ​ຂອງ​ເສຍ​ໃນຮ່າງກາຍ​ໄດ້​ ໂດຍ​ເອນ​ໄຊ​​ໂຕ​ນີ້​ຈະ​​ເຂົ້າ​ຊ່ວຍ​ກັນ​ພວກ​ສານ​ພິດ​ຕ່າງ​ໆ​ ອອກຈາກ​ລະບົບ​ຍ່ອຍ​ອາຫານ​ ຈະ​ກິນ​ສົດ​ ຫລື​ໃສ່​ລົງ​ໄປ​ໃນ​ອາຫານ​ກໍ​ໄດ້​ເລີຍ​


5. ຕົ້ນອ່ອນັອກໂຄລີ່ (ຜັກ​ກາດດອກ)

ອາດຈະ​ບໍ່​ຄ່ອຍ​ຄຸ້ນ​ຫູ​ ແຕ່​ຫາກ​ຮູ້​ສັບ​ພະຄຸນ​ແລ້ວ​ອາດຈະ​ຢາກ​ຫາ​ມາ​ກິນ​ຂຶ້ນ​ມາ​ທັນ​ທີ​ ເພາະ​ຕົ້ນ​ອ່ອນ​ບັອກ​ໂຄ​ລີ່​ເຕັມ​ໄປ​ດ້ວຍ​ສານ​ຕ້ານ​ອ​ະນຸ​ມູນ​ອິດສະຫລະ​ ກະຕຸ້ນ​ການສ້າງ​ເອນ​ໄຊ​​ທີ່​ຈະ​ຊ່ວຍ​ກຳຈັດ​ສານ​ພິດ​ອອກຈາກ​ຮ່າງກາຍ​ ແຖມ​ຍັງ​ຊ່ວຍຂັບ​ຂອງ​ເສຍໃນ​ຮ່າງກາຍ​ໄດ້​ດີກວ່າ​ບ​ັອກ​ໂຄ​ລີ່​ທີ່​ໃຫຍ່​ເຕັມ​ທີ່​ເສຍ​ອີກ​


6. ຊາຂຽວ

ໜ້າ​ຈະ​ຮູ້​ກັນ​ມາ​ດົນ​ແລ້ວ​ລ່ະ​ວ່າ​ຊາ​ຊຽວ​ຊ່ວຍ​ດີ​ທັອກ​​ຮ່າງກາຍ​ໄດ້​ ນອກ​ຈາກ​ນີ້​ຍັງມີ​ສານ​ຕ້ານ​ອະ​ນຸ​ມູນ​ອິດສະຫລະ​ທີ່​ຊື່​ “ແຄ​ທີ​ຊິນ​” ທີ່​ຊ່ວຍ​ໃນ​ການ​ເຮັດ​ວຽກງານ​ຂອງ​ຕັບ​ອີກ​ດ້ວຍ​


7. ຖົ່ວຂຽວ

ຖົ່ວ​ຂຽວ​ຊ່ວຍ​ເພີ່ມ​ການ​ເຮັດ​ວຽກງານ​ຂອງ​ລະບົບ​ຂັບ​ຖ່າຍ​ ດູດ​ຊັບ​ສານ​ພິດ​ຈາກ​ຝາ​ລຳ​ໄສ້​ ແລະ​ຂັບ​ອອກ​ໄປ​ພ້ອມ​ກັບ​ອາຈົມ​ ດີ​ແບບ​ນີ້​ກິນ​ຕົ້ມ​ຖົ່ວ​ຂຽວ​ (ຫວານ​ນ້ອຍ​” ກັນ​ຫລາຍໆ​ເລີຍ​)


8. ຜັກສົດ

ຮູ້​ກັນ​ແມ່ນບໍ່​ວ່າ​ບາງເທື່ອ​ຄຸນຄ່າ​ທາງ​ສານ​ອາຫານ​ໃນ​ຜັກ​ຈະ​ຫລຸດລົງ​ ຫາກ​ນຳ​ໄປ​ປະກອບ​ອາຫານ​ໂດຍ​ໃຊ້​ຄວາມ​ຮ້ອນ​ຫລາຍ​ເກີນ​ໄປ​ (ຍົກ​ເວັ້ນ​ຜັກ​ບາງ​ຊະນິດ​ ເຊັ່ນ​ ໝາກເລັ່ນ​) ແຕ່​ຜັກ​ຢ່າງ​ເຊັ່ນ​ ຫົວ​ຫອມ​ ກະລົດ​ ໝໍ່​ໄມ້​ຝ​ຣັ່ງ​ ບັອກ​ໂຄ​ລີ່​ ຜັກ​ກາດ​ ດອກ​ກະ​ຫຼ່ຳ​ ກະ​ທຽມ​ ກິນ​ສົດ​ຈະ​ມີ​ຄຸນຄ່າ​ທາງ​ສານ​ອາຫານ​ຫລາຍກວ່າ​ ຊ່ວຍ​ດີ​ທັອກ​​ສານ​ພິດ​ຈາກ​ຕັບ​ໄດ້​ດີ​ເລີຍ


9. ຖົ່ວ ແລະ ແກ່ນພືດ

ໄລ່​ມາ​ເລີຍ​ຕັ້ງ​ແຕ່​​ ເແກ່ນໝາກອຶ​ ແອວ​ມອນ​​ ແກ່ນອິຕູ່​ ແກ່ນ​​ຕະເວັນ​ ແລະ ​ອື່ນ​ໆ​ ມີ​ສານ​ຕ້ານ​ອະ​ນຸ​ມູນ​ອິດສະຫລະ​ ເຕັມ​ໄປ​ດ້ວຍ​ຄຸນຄ່າ​ທາງ​ອາຫານ​ ແລະ​ຊ່ວຍ​ໃນ​ເລື່ອງ​ຂອງ​ການ​ຂັບ​ຖ່າຍ​ໄດ້​ດີ​ ໂດຍ​ສະເພາະ​ໃຜ​ທີ່​ຢາກ​ຄວບ​ຄຸມ​ນ້ຳ​ໜັກ​ ກິນ​ໄດ້​ເລີຍ​


10. ນ້ຳມັນໂອເມກ້າ 3


ນອກ​ຈາກ​ຫາ​ກິນ​ໄດ້​ຈາກ​ແຫຼ່ງ​ອາຫານ​ທຳມະຊາດ​ຢ່າງ​ປາ​ທະ​ເລ​ນ້ຳ​ເລິກ ແລ້ວ​ຍັງ​ຫາ​ໄດ້​ຈາກ​ທັນຍາ​ພືດ​ຕ່າງ​ໆ​ ຢ່າງ​ອ​ໂວ​ຄາ​ໂດ​ ແລະ​ ໝາກ​ກອກ​ອີກ​ດ້ວຍ​ ຊ່ວຍ​ດີ​ທັອກ​ ແລ້ວ​ຍັງ​ບຳ​ລຸງ​ສະຫມອງ​ໄດ້​ດີ​ພ້ອມ

ຫາ​ກິນ​ອາຫານ​ຊະນິດ​ໃດ​ໄດ້​ງ່າຍ​ ກໍ​ເລືອກ​ກິນ​ອັນນັ້ນ​ ແຕ່ລອງ​ສັບ​ປ່ຽນ​ໝຸນ​ວຽນ​ກັນ​ກໍ​ຈະ​ເຮັດໃຫ້​ຮ່າງກາຍ​ໄດ້ຮັບ​ສານ​ອາຫານ​ທີ່​ຫຼາກ​ຫຼາຍ​ຫລາຍ​ຂຶ້ນ​ໄປ​ດ້ວຍ​ ແລະ​ສິ່ງ​ທີ່​ສຳຄັນ​ທີ່ສຸດ​ຄື​ ດື່ມ​ນ້ຳ​ໃຫ້​ພຽງ​ພໍ​​ ນ້ຳ​ດື່ມທໍາມະດານີ້​ແຫຼະ​ທີ່​ຈະ​ຊ່ວຍຂັບ​ຂອງ​ເສຍໃນ​​​ຮ່າງກາຍ​ໄດ້​ ບໍ່​ຕ້ອງ​ເສຍ​ເງິນ​ຫລາຍ​ພ້ອມ

ທີ່​ມາ​ຂໍ້​ມູນ:  Sanook! , https://muan.sanook.com/32795/



Sunday, September 29, 2019

ບັນຫາມົນລະພິດໃນສິ່ງແວດລ້ອມ [ Pollution problems in the environment]

ຄວາມໝາຍຂອງມົນລະພິດສິ່ງແວດລ້ອມ: ມົນລະພິດສິ່ງແວດລ້ອມໝາຍເຖິງສິ່ງແວດລ້ອມ ທີ່ມີມວນສານ (Pollutants) ທີ່ເປັນພິດປົນເປື້ອນຢູ່ຫຼາຍເກີນຂີດຈໍາກັດ ທີ່ທໍາມະຊາດ ແລະ ສິ່ງແວດລ້ອມຈະຮັບໄດ້ ຈົນມີຜົນກະທົບຕໍ່ຄຸນນະພາບຊີວິດ

ຄວາມໝາຍຂອງມົນລະພິດສິ່ງແວດລ້ອມ: ມົນລະພິດສິ່ງແວດລ້ອມໝາຍເຖິງສິ່ງແວດລ້ອມ ທີ່ມີມວນສານ (Pollutants) ທີ່ເປັນພິດປົນເປື້ອນຢູ່ຫຼາຍເກີນຂີດຈໍາກັດ ທີ່ທໍາມະຊາດ ແລະ ສິ່ງແວດລ້ອມຈະຮັບໄດ້ ຈົນມີຜົນກະທົບຕໍ່ຄຸນນະພາບຊີວິດຂອງມະນຸດ, ພືດ, ສັດ ແລະ ຄຸນນະພາບສິ່ງແວດລ້ອມ.

  • ສາເຫດຂອງມົນລະພິດໃນສິ່ງແວດລ້ອມ: ມົນລະພິດສິ່ງແວດລ້ອມເປັນຜົນສືບເນື່ອງມາຈາກຄວາມສະຫຼຽວສະຫຼາດຂອງມະນຸດ ທີ່ມີການພັດທະນາໃນທຸກໆດ້ານ ໂດຍບໍ່ໄດ້ຫາທາງປ້ອງກັນປັນຫາສິ່ງແວດລ້ອມທີ່ອາດຈະເກີດຂຶ້ນຕາມມາເຮັດໃຫ້ມະນຸດເອງຕ້ອງໄດ້ຮັບຜົນກະທົບຕໍ່ສຸຂະນາໄມຂອງມະນຸດທັ້ງດ້ານຮ່າງກາຍ ແລະ ຈິດໃຈ. ສາເຫດຫຼັກທີ່ເຮັດໃຫ້ເກີດມົນລະພິດສິ່ງແວດລ້ອມແມ່ນມາຈາກ ການເພີ່ມຂຶ້ນຂອງປະຊາກອນມະນຸດ ເພາະເປັນສິ່ງມີຊີວິດ ທີ່ມີບົດບາດຕໍ່ລະບົບນິເວດຫຼາຍທີ່ສຸດ ໂດຍສະເພາະບົດບາດໃນຖານະຜູ້ບໍລິໂພກລະດັບສູງສຸດຂອງຕ່ອງໂສ້ອາຫານ, ເປັນຜູ້ໃຊ້ພະລັງງານ ແລະແຮ່ທາດສານອາຫານ ຫຼື ຊັບພະຍາກອນທໍາມະຊາດຫຼາຍທີ່ສຸດໃນບັນດາສິ່ງມີຊີວິດທີ່ມີໃນໂລກ. ດັ່ງນັ້ນ ເມື່ອປະຊາກອນມະນຸດເພີ່ມສູງຂຶ້ນ ຈິ່ງເຮັດໃຫ້ຊັບພະຍາກອນທໍາມະຊາດໃນໂລກ ຖືກໃຊ້ໄປເພື່ອການດໍາລົງຊີວິດຂອງມະນຸດຈົນຊັບພະຍາກອນຫຼາຍປະເພດໄດ້ສູນຫາຍໄປໂດຍບໍ່ສາມາດທົດແທນໄດ້ເຊັ່ນ: ເຊື້ອເພີງທໍາມະຊາດ ແລະ ຊັບພະຍາກອນສິ່ງມີຊີວິດທີ່ສູນພັນໄປ. ນອກຈາກນີ້ການໃຊ້ຊັບພະຍາກອນດັ່ງກ່າວຂອງມະນຸດຍັງກໍ່ໃຫ້ເກີດສິ່ງເສດເຫຼືອ (Waste) ແລະ ກໍ່ໃຫ້ເກີດບັນຫາມົນລະພິດຕ່າງໆນໍາອີກ
  • ບັນຫາສິ່ງແວດລ້ອມປາຍເຫດ ທີ່ສົ່ງຜົນກະທົບເຖິງທຸກມຸມໂລກ ເປັນຕົ້ນ ແມ່ນການກະທົບຕໍ່ລະບົບນິເວດທຳມະຊາດຂອງໂລກ ກໍ່ຄືຄວາມບໍ່ມີສະເຖຍລະພາບຂອງໂລກໂດຍສະເພາະແມ່ນສິ່ງທີ່ມີຊີວິດ, ວົງຈອນອາຫານ, ແຫຼ່ງນ້ຳ, ອາກາດ, ພະລັງງານຄວາມຮ້ອນ. ການປ່ຽນແປງຂອງດິນຟ້າອາກາດພາໃຫ້ເກີດຝົນຕົກຜິດລະດູການ ອາກາດຮ້ອນ ຫຼື ເຢັນຜິດປົກກະຕິ ແລະ ເກີດໄພພິບັດທາງທຳມະຊາດ ທີ່ບໍ່ເຄີຍມີມາກ່ອນ. ສິ່ງເຫຼົ່ານີ້ໄດ້ສົ່ງຜົນກະທົບອັນຮຸນແຮງຕໍ່ລະບົບເສດຖະກິດ - ສັງຄົມ ໂດຍສະເພາະການຜະລິດກະສິກຳຕົກຕໍ່າ, ພະຍາດຊະນິດໃໝ່ໆ ເກີດຂຶ້ນທົ່ວໄປ ແລະ ອື່ນໆ. ເພື່ອຢາກແກ້ໄຂບັນຫາດັ່ງກ່າວນັ້ນ ຕ້ອງໄດ້ແກ້ໄຂບັນຫາທີ່ຕົ້ນເຫດໃນລະດັບຊາດ, ພາກພື້ນ ແລະ ລະດັບໂລກດ້ວຍກ້ອນທຶນອັນມະຫາສານ ເຂົ້າໃນການຄົ້ນຄ້ວາຫາສາເຫດ, ວິທີປ້ອງກັນ, ແກ້ໄຂ ແລະ ອອກລະບຽບການ ດ້ານກົດໝາຍສາກົນ.
ຄວາມໝາຍຂອງມົນລະພິດສິ່ງແວດລ້ອມ: ມົນລະພິດສິ່ງແວດລ້ອມໝາຍເຖິງສິ່ງແວດລ້ອມ ທີ່ມີມວນສານ (Pollutants) ທີ່ເປັນພິດປົນເປື້ອນຢູ່ຫຼາຍເກີນຂີດຈໍາກັດ ທີ່ທໍາມະຊາດ ແລະ ສິ່ງແວດລ້ອມຈະຮັບໄດ້ ຈົນມີຜົນກະທົບຕໍ່ຄຸນນະພາບຊີວິດ

ພາວະເຮືອນແກ້ວ (Greenhouse effect)

ພາວະເຮືອນແກ້ວແມ່ນຫຍັງ ແລະ ເກີດຂຶ້ນໄດ້ແນວໃດ?

ໃນສະພາບປົກກະຕິ ຊັ້ນບັນຍາກາດຂອງໂລກຈະປະກອບດ້ວຍ ໂອໂຊນ, ອາຍນໍ້າ ແລະກາສຊະນິດອື່ນໆ ຈໍານວນໜຶ່ງໃນບັນດາກາສດັ່ງກ່າວນີ້ ໂອໂຊນຊຶ່ງເຮັດໜ້າທີ່ກັ່ນຕອງລັງສີຄື້ນສັ້ນ ແລະ ຄື້ນຍາວທີ່ສ່ອງລົງມາສູ່ພື້ນຜິວໂລກ ໝາຍຄວາມວ່າຄວາມຮ້ອນທີ່ຜ່ານລົງມາຫາພື້ນຜິວໂລກ ໄດ້ຖືກເກັບໄວ້ບາງສ່ວນ. ສິ່ງເຫຼົ່ານີ້ເຮັດໃຫ້ໂລກມີອຸນຫະພູມເໝາະສົມຕໍ່ການດໍາລົງຊີວິດຂອງສິ່ງທີ່ມີຊີວິດທັງຫຼາຍ. ແຕ່ໃນປັດຈຸບັນ ມະນຸດກໍາລັງປ່ຽນແປງ ອຸນຫະພູມຂອງໂລກຢ່າງຮ້າຍແຮງໂດຍການສ້າງ ແລະ ນໍາໃຊ້ສານເຄມີບາງຊະນິດໃນກິດຈະກໍາຕ່າງໆ ທີ່ສາມາດທໍາລາຍເກາະປ້ອງກັນຂອງໂລກ ຊຶ່ງເປັນເຫດເຮັດໃຫ້ເກາະປ້ອງກັນນີ້ບໍ່ສາມາດລະບາຍຄວາມຮ້ອນອອກໄດ້ດີ, ເຮັດໃຫ້ພື້ນຜິວໂລກ ແລະຊັ້ນບັນຍາກາດມີອຸນຫະພູມສູງຂຶ້ນ. ໃນປັດຈຸບັນຊັ້ນບັນຍາກາດຂອງໂລກມີປະລິມານກາສບາງຊະນິດຫຼາຍ ເກີນຄວາມສົມດຸນທາງທໍາມະຊາດອັນເນື່ອງມາຈາກການກະທໍາຂອງມະນຸດເຊັ່ນ: ການປ່ອຍກາສ ຄາບອນໄດອອກໄຊດ໌ (CO2), ກາສມີເທນ (CH4),ກາສ ໄນຕຣັສອອກໄຊມ໌ (N2O) ແລະ ຄຼໍໂຣຟຼູໂຣຄາບອນ (CFC), ດັ່ງນີ້ເປັນຕົ້ນ. ກາສເຫຼົ່ານີ້ ມີຄຸນສົມບັດພິເສດຄື ສາມາດດູດກືນລັງສີຄື້ນຍາວອິນຟຣາເຣດໄດ້ດີຫຼາຍ ດັ່ງນັ້ນເມື່ອພື້ນຜິວໂລກປ່ອຍລັງສີອິນຟຣາເຣດຂຶ້ນສູ່ຊັ້ນບັນຍາກາດ ກາສເຫຼົ່ານີ້ຈິ່ງດູດກືນລັງສີອິນຟຣາເຣດເອົາໄວ້ ຊຶ່ງເຮັດໃຫ້ຄວາມຮ້ອນຖືກສະສົມຢູ່ບໍລິເວນພື້ນຜິວໂລກ ແລະຊັ້ນບັນຍາກາດເພີ່ມຫຼາຍຂຶ້ນ ພື້ນຜິວໂລກຈິ່ງມີອຸນຫະພູມເພີ່ມສູງຂຶ້ນ ເຮົາເອີ້ນກາສທີ່ເຮັດໃຫ້ເກີດສະພາວະແບບນີ້ວ່າ: ”ກາສເຮືອນແກ້ວ (Greenhouse gases)”

ແຫຼ່ງທີ່ມາຂອງກາສພິດເຮືອນແກ້ວແຕ່ລະປະເພດ:

  • ກາສຄາບອນໄດອອກໄຊດ໌ ສ່ວນໃຫຍ່ເກີດມາຈາກການເຜົາໄໝ້ສິ່ງເສດເຫຼືອ,ນໍ້າມັນເຊື້ອເພີງຕ່າງໆ.
  • ອາຍນໍ້າ ເກີດຂຶ້ນຢູ່ໃນຊັ້ນບັນຍາກາດໂດຍທໍາມະຊາດ
  • ໂອໂຊນ (Ozone ຫຼື O3) ເກີດຂຶ້ນຢູ່ໃນຊັ້ນບັນຍາກາດໂດຍທໍາມະຊາດ
  • ກາສມີເທນ ເກີດຈາກການເໜົ່າເປື່ອຍຂອງສິ່ງມີຊີວິດ ແລະ ບ່ອນມີນ້ຳຖ້ວມຂັງເປັນເວລາດົນເຊັ່ນ:ໃນນາເຂົ້າຕ່າງໆ.
  • ກາສໄນຕຣັສອອກໄຊດ໌ ເກີດຈາກການເນົ່າເປື່ອຍຂອງພືດ, ການນຳໃຊ້ປຸຍເຄມີ, ກາສຊະນິດນີ້ມີຄວາມສາມາດຄົງຕົວຢູ່ໃນຊັ້ນບັນຍາກາດໄດ້ຫຼາຍກວ່າ 100 ປີ
  • ກາສຄຼໍໂຣຟຼູໂຣຄາບອນ ເກີດຈາກການຜະລິດໃນອຸດສະຫະກຳເພື່ອນຳໃຊ້ເຂົ້າໃນການຜະລິດເຄື່ອງເຮັດໃຫ້ເກີດຄວາມເຢັນເຊັ່ນ: ແອເຢັນ, ຕູ້ເຢັນ, ເຄື່ອງເຮັດໃຫ້ເກີດຄວາມດັນ ເຊັ່ນ: ສະເປ ແລະ ຜະລິດເຮັດໂຟມ.
ຄວາມໝາຍຂອງມົນລະພິດສິ່ງແວດລ້ອມ: ມົນລະພິດສິ່ງແວດລ້ອມໝາຍເຖິງສິ່ງແວດລ້ອມ ທີ່ມີມວນສານ (Pollutants) ທີ່ເປັນພິດປົນເປື້ອນຢູ່ຫຼາຍເກີນຂີດຈໍາກັດ ທີ່ທໍາມະຊາດ ແລະ ສິ່ງແວດລ້ອມຈະຮັບໄດ້ ຈົນມີຜົນກະທົບຕໍ່ຄຸນນະພາບຊີວິດ

ວິທີແກ້ໄຂ: ການແກ້ໄຂ ຕ້ອງອາໄສສ່ວນຮ່ວມຈາກຫຼາຍພາກສ່ວນຈິ່ງຈະມີປະສິດທິພາບດັ່ງ: ຕ້ອງເລີ່ມຈາກໝົດທຸກຄົນຮ່ວມກັນອະນຸລັກຊັບພະຍາກອນທໍາມະຊາດ ແລະ ໃຊ້ຊັບພະຍາກອນທໍາມະຊາດໃຫ້ເກີດປະໂຫຍດສູງສຸດ ແລະ ຍືນຍົງ, ຢຸດຕິການຕັດໄມ້ທໍາລາຍປ່າ, ສົ່ງເສີມໃຫ້ມີການປູກປ່າໃຫ້ຫຼາຍຂຶ້ນ, ສົ່ງເສີມການນໍາໃຊ້ພະລັງງານທົດແທນ, ຫຼຸດຜ່ອນການນໍາໃຊ້ປຸຍເຄມີ ເພື່ອເປັນການຫຼຸດຜ່ອນຜົນກະທົບທາງລົບຕໍ່ການນຳໃຊ້ດິນ, ຄຸນນະພາບຂອງແຫຼ່ງນ້ຳ ແລະ ພ້ອມດຽວກັນນັ້ນກໍ່ເປັນການຫຼຸດຜ່ອນຕໍ່ສາເຫດການເກີດສະພາບການປ່ຽນແປງຂອງດິນຟ້າອາກາດ ແລະ ໂລກຮ້ອນອີກດ້ວຍ.ຄວນປະຕິບັດລະບຽບກົດໝາຍຢ່າງເຄັ່ງຄັດ ແລະ ຄວນປັບໄໝໃສ່ໂທດຕໍ່ຜູ້ກະທໍາຜິດຢ່າງຈິງຈັງ.
ຊັ້ນໂອໂຊນ: ໂອໂຊນເປັນກາສຊະນິດໜຶ່ງ ເປັນຮູບແບບໜຶ່ງຂອງກາສອັອກຊີເຈນທີ່ບໍ່ມີຄວາມໝັ້ນຄົງ, ມີຄວາມໄວຕໍ່ການເກີດປະຕິກິລິຍາສູງ. ໂອໂຊນໃນບັນຍາກາດມີປະລິມານໜ້ອຍ ສະເລ່ຍປະມານ 3 ໃນ 10 ລ້ານ ໂມເລກຸນອາກາດ. ໂອໂຊນ ໃນບັນຍາກາດພົບຫຼາຍຢູ່ໃນສອງບໍລິເວນ ຄື: 90% ພົບຢູ່ບໍລິເວນຊັ້ນບັນຍາກາດ ສະຕຣາໂຕສະແຟຣ໌ (Stratosphere) ທີ່ມີຄວາມສູງລະຫວ່າງ 10-50 ກິໂລແມັດ ໃນບໍລິເວນຊັ້ນນີ້ພົບໂອໂຊນມີຄວາມໜາແໜ້ນທີ່ຄວາມສູງປະມານ 15-35 ກິໂລແມັດ ເອີ້ນວ່າ: ຊັ້ນໂອໂຊນ.ສ່ວນອີກ 10 % ທີ່ເຫຼືອແມ່ນພົບຢູ່ບໍລິເວນຊັ້ນລຸ່ມລົງມາ ຄື: ຊັ້ນໂຕຣໂຟສແຟຣ໌(Troposphere) ຊັ້ນນີ້ມີຄວາມສູງປະມານ 10 ກິໂລແມັດ. ໂອໂຊນເຖິງຈະມີປະລິມານພຽງເລັກນ້ອຍແຕ່ມີບົດບາດສໍາຄັນໃນບັນຍາກາດຫຼາຍ ແລະ ມີປະໂຫຍດຕໍ່ສິ່ງມີຊີວິດເທິງໜ້າໂລກ ຄື: ມັນເຮັດໜ້າທີ່ປ້ອງກັນລັງສີ Ultraviolet (UV) ຈາກແສງຕາເວັນທີ່ຊ່ອງລົງມາໂລກຂອງເຮົາ ລັງສີນີ້ເປັນລັງສີຄື້ນສັ້ນບໍ່ສາມາດເບິ່ງເຫັນໄດ້ ແລະ ເປັນອັນຕະລາຍຕໍ່ສິ່ງມີຊີວິດ ເພາະເປັນສາເຫດກໍ່ໃຫ້ເກີດມະເລັງຜິວໜັງ. ນອກຈາກຜົນເສຍດັງທີ່ໄດ້ກ່າວມາຂ້ອງເທິງນີ້ແລ້ວ ໂອໂຊນ ກໍ່ຍັງມີຄຸນປະໂຫຍດໃນການນໍາມາຂ້າເຊື້ອໂຣກໄດ້ທຸກຊະນິດ ແລະ ນໍາມາລ້າງສານພິດທີ່ຕົກຄ້າງຕ່າງໆເຊັ່ນ: ນໍາມາແກ້ໄຂບັນຫານໍ້າເສຍ ແລະ ນໍາມາຂ້າເຊື້ອໃນຂະບວນການຜະລິດນໍ້າດື່ມບໍລິສຸດເປັນຕົ້ນ.

ຄວາມໝາຍຂອງມົນລະພິດສິ່ງແວດລ້ອມ: ມົນລະພິດສິ່ງແວດລ້ອມໝາຍເຖິງສິ່ງແວດລ້ອມ ທີ່ມີມວນສານ (Pollutants) ທີ່ເປັນພິດປົນເປື້ອນຢູ່ຫຼາຍເກີນຂີດຈໍາກັດ ທີ່ທໍາມະຊາດ ແລະ ສິ່ງແວດລ້ອມຈະຮັບໄດ້ ຈົນມີຜົນກະທົບຕໍ່ຄຸນນະພາບຊີວິດ


ປະກົດການທີ່ຊັ້ນໂອໂຊນຖືກທໍາລາຍ: ການເກີດຊ່ອງໂວ່ຂອງຊັ້ນໂອໂຊນພົບຄັ້ງທໍາອິດໃນປີ 1985 ແລະ ໄດ້ຂະຫຍາຍວົງກວ້າງອອກທຸກປີໃນຄະນະທີ່ອຸນຫະພູມໂລກເພີ່ມສູງຂຶ້ນທີ່ຊັ້ນລຸ່ມຂອງບັນຍາກາດຊັ້ນໂຕຣໂປສແຟຣ໌ ຊຶ່ງເກີດຈາກປະກົດການເຮືອນແກ້ວ, ແຕ່ກົງກັນຂ້າມການສູນເສຍໂອໂຊນ ພັດເກີດຂຶ້ນຢູ່ຊັ້ນເທິງຂອງບັນຍາກາດສະຕຣາໂຕສແຟຣ໌ ຊຶ່ງເປັນຊັ້ນທີ່ປ້ອງກັນລັງສີ UV ທີ່ເປັນອັນຕະລາຍຕໍ່ພືດ, ສັດ ແລະ ມະນຸດ. ການສູນເສຍໂອໂຊນ ແມ່ນມີສາເຫດມາຈາກກາສຊະນິດໜຶ່ງທີ່ມະນຸດສ້າງຂຶ້ນມີຊື່ວ່າ ຄຼໍໂຣຟຼູໂຣຄາບອນ (Chlorofluorocarbon) ຫຼື CFC ກາສນີ້ບໍ່ເກີດຂຶ້ນເອງໂດຍທຳມະຊາດ, ແຕ່ມະນຸດເຮົາເປັນຜູ້ຜະລິດຂຶ້ນມາເພື່ອນຳໃຊ້ເຂົ້າໃນອຸດສະຫະກຳການຜະລິດເຄື່ອງ ເຮັດໃຫ້ເກີດຄວາມເຢັນເຊັ່ນ: ແອເຢັນ, ຕູ້ເຢັນ. ນອກນີ້ຍັງໃຊ້ເປັນສ່ວນປະສົມຂອງສະເປເກືອບທຸກຊະນິດ ລວມທັງໃຊ້ໃນການຜະລິດພຣາສຕິກ, ໂຟມ ເປັນຕົ້ນ. ທາດອາຍດັ່ງກ່າວ ມີປະໂຫຍດທີ່ສຸດເມື່ອມີການນຳໃຊ້ຖືກຕ້ອງ, ແຕ່ກົງກັນຂ້າມ ມັນຈະເປັນພິດໄພທີ່ຮ້າຍແຮງ ເມື່ອມັນຖືກປ່ອຍສູ່ຊັ້ນບັນຍາກາດ ເພາະທາດດັ່ງກ່າວເປັນຕົວການໃນການທຳລາຍຊັ້ນໂອໂຊນ. ກາສ CFC ທີ່ປ່ອຍຂຶ້ນສູ່ບັນຍາກາດ ເມື່ອໄປກະທົບກັບລັງສີ UV ມັນຈະເກີດປະຕິກິລິຍາທາງເຄມີແລ້ວປົດປ່ອຍອາຕອມ Cl ເສລີອອກໄປອາຕອມ Cl ທີ່ປົດປ່ອຍອອກຈະໄປເຮັດປະຕິກິລິຍາກັບໂມເລກຸນໂອໂຊນ ເພື່ອກາຍເປັນໂມເລກຸນອອກຊີເຈນ. ໜຶ່ງອາຕອມຂອງ Cl ສາມາດທຳລາຍໂມເລກຸນຂອງໂອໂຊນເປັນພັນໆຄັ້ງ ດັ່ງສະແດງໃນຮູບທີ 16. ສະນັ້ນການນຳໃຊ້ CFC ຈິ່ງຖືວ່າເປັນການທຳລາຍຊັ້ນໂອໂຊນໃນບັນຍາກາດໃຫ້ນັບມື້ບາງລົງ ອັນຈະເຮັດໃຫ້ມວນມະນຸດ ແລະ ສິ່ງທີ່ມີຊີວິດທັງຫຼາຍ ແລະ ມີຄວາມສ່ຽງຕໍ່ການເປັນມະເຮັງຜິວໜັງຫຼາຍຂຶ້ນ ແລະ ພະຍາດອື່ນໆເພີ່ມຂຶ້ນ.


    Saturday, September 28, 2019

    ປ່າສະຫງວນຂອງລາວ Protected forests of Lao

    ເກືອບ 68 % ຂອງເນື້ອທີ່ປະເທດລາວຖືກປົກຄຸມດ້ວຍປ່າດົງດິບມາແຕ່ເດີມ, 23%ເປັນປ່າປະສົມ ແລະ 7% ເປັນປ່າ ໂຄກ (ບົດລາຍງານແຫ່ງຊາດຂອງ ສປປ ລາວ ກ່ຽວກັບປ່າສະຫງວນ ແລະ ການພັດທະນາເສດຖະກິດ, 2003. ອ້າງຈາກ Mackinnon.1986). ຕົວ


    ເກືອບ 68 % ຂອງເນື້ອທີ່ປະເທດລາວຖືກປົກຄຸມດ້ວຍປ່າດົງດິບມາແຕ່ເດີມ, 23%ເປັນປ່າປະສົມ ແລະ 7% ເປັນປ່າ ໂຄກ (ບົດລາຍງານແຫ່ງຊາດຂອງ ສປປ ລາວ ກ່ຽວກັບປ່າສະຫງວນ ແລະ ການພັດທະນາເສດຖະກິດ, 2003. ອ້າງຈາກ Mackinnon.1986). ຕົວເລກດ້ານການປົກຄຸມຂອງປ່າໄມ້ຂອງລັດຖະບານແມ່ນ 47% ໃນປີ 1998
    (ອ້າງຈາກ ອວຕສ 2001). ທະນາຄານໂລກໄດ້ຄາດຄະເນວ່າ 80% ຂອງເນື້ອທີ່ປະເທດລາວທີ່ປົກຄຸມດ້ວຍປ່າໄມ້ນັ້ນ ຫຼາຍກວ່າເຄິ່ງໜຶ່ງຂອງປ່າໄມ້ນັ້ນແມ່ນເຊື່ອມໂຊມທີ່ສຸດ ແລະ ບໍ່ໄດ້ປະກອບເປັນເນື້ອທີ່ປົກຄຸມຂອງປ່າ (ບົດລາຍ ງານແຫ່ງຊາດຂອງສປປ ລາວ ກ່ຽວກັບປ່າສະຫງວນ ແລະ ການພັດທະນາເສດຖະກິດ, 2003. ອ້າງຈາກ World bank. 2001). ແນວໃດກໍ່ຕາມຕົວເລກດັ່ງກ່າວຍັງບໍ່ທັນແນ່ນອນ, ລັດຖະບານກຳລັງດຳເນີນການ ເລື່ອງຕົວເລກເປີເຊັນການປົກຄຸມຂອງປ່ານີ້ຢູ່, ເຖິງວ່າຂໍ້ມູນການປະເມີນຂອງ DTZMRC ໄດ້ລາຍງານວ່າ ລາວຍັງມີປ່າພຽງ 39,7% ແຕ່ຕົວເລກນີ້ລາວກໍ່ຍັງບໍ່ທັນຮັບຮອງເທື່ອ. ສິ່ງທີ່ແນ່ນອນທີ່ສຸດແລ້ວກໍ່ຄື: ໃນປີ 1993 ລັດຖະບານລາວໄດ້ສ້າງຕັ້ງລະບົບປ່າສະຫງວນລະດັບຊາດ ທີ່ໄດ້ຮັບການປົກປ້ອງຕາມກົດໝາຍ 20ແຫ່ງ ກວມເອົາ 12,5%, ລະດັບແຂວງທຸກແຂວງ 8,5% ລວມທັງໝົດປະມານ 21%ຂອງເນື້ອທີ່ທົ່ວປະເທດຕາມລຳດັບ, ຊຶ່ງເປັນໜຶ່ງໃນອັດຕາສ່ວນສູງທີ່ສຸດໃນໂລກ (IUCN ປະຈຳ ສປປ ລາວ 1999) ແລະ ມາຮອດປັດຈຸບັນປ່າສະຫງວນແຫ່ງຊາດມີ
    ຈໍານວນ 24 ແຫ່ງໄດ້ກະຈາຍຢູ່ທຸກພາກຂອງປະເທດ ດັ່ງສະແດງໃນຕາຕະລາງລຸ່ມນີ້:

    ເກືອບ 68 % ຂອງເນື້ອທີ່ປະເທດລາວຖືກປົກຄຸມດ້ວຍປ່າດົງດິບມາແຕ່ເດີມ, 23%ເປັນປ່າປະສົມ ແລະ 7% ເປັນປ່າ ໂຄກ (ບົດລາຍງານແຫ່ງຊາດຂອງ ສປປ ລາວ ກ່ຽວກັບປ່າສະຫງວນ ແລະ ການພັດທະນາເສດຖະກິດ, 2003. ອ້າງຈາກ Mackinnon.1986). ຕົວ
    ເກືອບ 68 % ຂອງເນື້ອທີ່ປະເທດລາວຖືກປົກຄຸມດ້ວຍປ່າດົງດິບມາແຕ່ເດີມ, 23%ເປັນປ່າປະສົມ ແລະ 7% ເປັນປ່າ ໂຄກ (ບົດລາຍງານແຫ່ງຊາດຂອງ ສປປ ລາວ ກ່ຽວກັບປ່າສະຫງວນ ແລະ ການພັດທະນາເສດຖະກິດ, 2003. ອ້າງຈາກ Mackinnon.1986). ຕົວ

    ເກືອບ 68 % ຂອງເນື້ອທີ່ປະເທດລາວຖືກປົກຄຸມດ້ວຍປ່າດົງດິບມາແຕ່ເດີມ, 23%ເປັນປ່າປະສົມ ແລະ 7% ເປັນປ່າ ໂຄກ (ບົດລາຍງານແຫ່ງຊາດຂອງ ສປປ ລາວ ກ່ຽວກັບປ່າສະຫງວນ ແລະ ການພັດທະນາເສດຖະກິດ, 2003. ອ້າງຈາກ Mackinnon.1986). ຕົວ


    • ພູແດນດິນ
    • ນໍ້າຮ້າ
    • ນໍ້າກ່ານ
    • ນໍ້າແອດ
    • ພູເລີຍ
    • ນໍ້າຊໍາ
    • ນໍ້າປຸຍ
    • ພູພະນັງ
    • ພູເຂົາຄວາຍ
    • ນໍ້າກະດິງ
    • ພູຫີນປູນ
    • ນາກາຍ-ນໍ້າເທີນ
    • ຫີນໜາມ-ໜໍ່
    • ພູຊ້າງແຫ່
    • ດົງພູວຽງ
    • ເຊຊັບ
    • ເຊບັ້ງນວນ
    • ດົງຫົວສາວ
    • ພູຊຽງທອງ
    • ເຊປຽນ
    • ດົງອໍາພາມ
    • ພູສະບົດ-ປຸ່ງຈອງ
    • ພູຫີຜີ
    • ລະວິງ ລະເວີນ
    ເກືອບ 68 % ຂອງເນື້ອທີ່ປະເທດລາວຖືກປົກຄຸມດ້ວຍປ່າດົງດິບມາແຕ່ເດີມ, 23%ເປັນປ່າປະສົມ ແລະ 7% ເປັນປ່າ ໂຄກ (ບົດລາຍງານແຫ່ງຊາດຂອງ ສປປ ລາວ ກ່ຽວກັບປ່າສະຫງວນ ແລະ ການພັດທະນາເສດຖະກິດ, 2003. ອ້າງຈາກ Mackinnon.1986). ຕົວ

    ປະເພດປ່າໃນລາວ [Types of forest in Laos]

    ຊຸມຊົນພືດໃນປະເທດເຂດເອເຊຍຕາເວັນອອກສ່ຽງໃຕ້ເວົ້າລວມເວົ້າສະເພາະໃນປະເທດລາວ ໄດ້ແບ່ງອອກເປັນ 2 ປະເພດໃຫ່ຍຄື: ປ່າດົງດິບ ແລະ ປ່າປ່ຽນໃບ. ປ່າດົງດິບຍັງແບ່ງຍ່ອຍອອກເປັນຫຼາຍປະເພດເຊັ່ນ: ປ່າດົງດິບຊຸ່ມ, ປ່າດິບແລ້ງ, ປ່າຈອມພູສູງເປັນຕົ້ນ. ສ່ວນປ່າປ່ຽນໃບກໍ່ໄດ້ແບ່ງຍອ່ຍເປັນຫຼາຍປະເພດເຊັ່ນ: ປ່າປະສົມປ່ຽນໃບ, ປ່າໂຄກ (ປ່າຈິກ-ຮັງ) ເປັນຕົ້ນ, ນອກຈາກນີ້ຍັງມີປ່າແປກ, ປ່າທົ່ງ, ປ່າບຶງອີກດ້ວຍ.ອີງຕາມການປະເມີນຂອງຫ້ອງການສຳຫຼວດ ແລະ ວາງແຜນປ່າໄມ້, ກົມປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້ໃນປີ 1992 ໄດ້ຈັດປະເພດປ່າ ແລະ ປະເມີນເນື້ອທີ່ປົກຄຸມຂອງປ່າໄມ້ປະເພດຕ່າງໆໃນລາວ ດັ່ງທີ່ໄດ້ສະແດງໃນຕາຕະລາງລຸ່ມນີ້:

    ປະເພດປ່າໃນລາວ [Types of forest in Laos]

    ປະເພດປ່າໃນລາວ [Types of forest in Laos]



    ຕົ້ນຫມາກ ທີ່ພ້ອມໃຫ້ຫມາກ











    ຕົ້ນຫມາກ, ຫາງກະລອກ ລັກສະນະຫາງກະລອກ



    Friday, September 27, 2019

    ປະຫວັດຄວາມເປັນມາໂດຍຫຍໍ້ການຂະຫຍາຍຕົວຂອງການກະສິກໍາ



    ກະສິກໍາເປັນຂະແຫນງການຜະລິດຫນຶ່ງສະບຽງທີູ່ເກົູ່າແກູ່ທີ່ສຸດ, ມີປະຫວັດຄວາມເປັນມາຫູ່າງຈາກນີ້ 10.000 ປີ ຊຶ່ງເປັນເວລາທີ່ເລິ່ມມີການຄົມມະນາຄົມທາງນໍ້າຢູ່ໃນຍຸກຕົ້ນຂອງສະໄໝຫີນໃຫມູ່. ປະຊາກອນຫາກໍ່ມີປະມານ 1 ລ້ານຄົນຢາຍກະແຈກກະຈາຍຢູ່ຕາມທະວີບຕ່າງໆເທົ່ານັ້ນ.
    ຜູູ້ຂຽນທັງຫຼາຍຕ່າງກໍ່ແບ່ງການຂະຫຍາຍຕົວທາງກະສິກໍາຕາມໄລຍະຂອງການຂະຫຍາຍຕົວຕ່າງໆແຕກຕ່າງກັນ.

    ທ່ານ Markov (1972) ເວົ້າວ່າ: ປັດໄຈຕັດສິນການຂະຫຍາຍຕົວຂອງກະສິກໍາແມ່ນອຸປະກອນການຜະລິດ, ກ່ອນອື່ນໝົດແມ່ນອຸປະກອນການກຽມດິນ. ອີງຕາມຄວາມກ້າວຫນ້າຂອງອຸປະກອນການກຽມດິນ, ເພິ່ນໄດ້ແບ່ງປະຫວັດຄວາມເປັນມາການຂະຫຍາຍຕົວດ້ານກະສິກໍາອອກເປັນ 5 ສະໄໝຄື:

    • ສະໄໝໃຊ້ອຸປະກອນຂຸດດິນດ້ວຍຫິນ, ທອງແລະເຫຼັກ: ໄດ້ມີການກຽມດິນລະອຽດກວ່າຍຸກທີ່ສັກຫຼຸມປູກເມັດພືດ, ຮາກພືດຖືກທໍາລາຍສ່ວນຫນຶູ່ງ, ທົ່ງຫຍ້າໃນພື້ນທີ່ປູກໄດູ້ຫາຍໄປ, ເລິ່ມປະກົດຂອງພັນພືດປູກ, ມີການຄັດເລືອກແນວພັນປູກ. ເລິ່ມຕົ້ນມີການພົວພັນກັບທົ່ງໄຮ່ທົ່ງນາຂອງພືດປູກ.
    • ສະໄໝໄຖໄມ້: ມີການກຽມດິນໃນຄວາມເລິກຫລາຍກວ່າ, ຮາກຫຍູ້າຖືກທໍາລາຍຂື້ນ, ໄດູ້ມີການປັບປຸງແນວພັນພືດປູກຈໍານວນຫນຶ່ງ, ມີການຄັດເລືອກແນວພັນທີ່ເດັ່ນ, ໄດູ້ຮັບຜົນຜະລິດສູງ ຊຶ່ງມິການພົວພັນກັບທົ່ງນາໂດຍກົງ.
    • ສະໄໝໄຖເຫຼັກ: ເນື່ອງຈາກເຄື່ອງມືດັ່ງກວ່າມີການປະກອນຫມາກສົບໄຖດ້ວຍເຫຼັກ ດັ່ງນັ້ນການກຽມດິນຈຶ່ງມິປະສິດທິພາບສູງກວ່າ, ເທັກນິກການກຽມດິນໄດ້ມີການພັດທະນາຫລາຍຂື້ນ, ວຽກງານການຄັດເລືອກແນວພັນໄດ້ມີການຂະຫຍາຍຕົວຕາມຄວາມຕ້ອງການຂອງແນວພັນແຕ່ລະຊະນິດ ໃຫ້ເໝາະສົມກັບອຸປະກອນກຽມດິນ. ສະໄໝນີ້ມີການພົວພັນກັບທົ່ງນາຢ່າງເປັນປົກກະຕິ.
    • ສະໄໝໄຖດ້ວຍເຄື່ອງຈັກ: ອຸປະກອນການກຽມດິນໄດ້ໃຊ້ເຄື່ອງຈັກ, ປະສິດທິພາບແຮງງານເພິ່ມຂື້ນສູງຢ່າງຈະແຈ້ງ. ການຄັດເລືອກແລະພັດທະນາແນວພັນໄດູ້ມີຄວາມກ້າວຫນ້າ
    • ຕາມຄວາມເຫັນຂອງທ່ານ Harrison (1964), ໄດ້ກ່າວວ່າ: ຄວາມສໍາເລັດເບື້ອງຕົ້ນຂອງກະສິກໍາແມ່ນມາກການລ່າສັດແລະເກັບເຄື່ອງປ່າຂອງດົງ, ຈາກນັ້ນແມ່ນການກະສິກໍາໄດ້ຮັບການຈັດຕັ້ງແຕ່ຕໍ່າຂື້ນຫາສູງພາຍໃຕ້ຄວາມກກົດດັນທາງດ້ານການເພິ່ມຂື້ນຂອງປະຊາກອນ. ຜົນການຄົ້ນຄວ້າຂອງທ່ານໃຫູ້ຮູ້ວ່າ: ຈໍານວນຄົນທີ່ອາໄສຢູ່ໃນເນື້ອທີ່ 1 ມົນທົນ (1 ກມ2 = 0.368 ມົນທົນ) ຂອງບັນດາ 5 ແບບການຜະລິດທີ່ ແຕກຕ່າງກັນດັ່ງນີ້:

                     ກັບເຄ່ືອງປ່າຂອງດົງ   2 ຄົນ / 1 ມົນທົນ
                     ລ່າເນື້ອ                2 ຄົນ / 1 ມົນທົນ
                     ລ່າເນື້ອແລະຕຶກເບັດ  0.5-50 ຄົນ / 1 ມົນທົນ 
                     ປູກຝັງທໍາມະດາ      10-100 ຄົນ / 1 ມົນທົນ
                     ລ້ຽງສັດປ່ອຍ         10-100 ຄົນ / 1 ມົນທົນ
                     ປູກຝັງກ້າວຫນ້າ      10-100 ຄົນ / 1 ມົນທົນ


     
          ທ່ານ Grigg (1974) ເວົ້າວ່າ: ປັດໄຈຕັດສິນໃຫ້ບັນດາລະບົບກະສິກໍາແມ່ນການປ່ຽນແປງທາງດ້ານ ເສດຖະ ກິດ, ເທັກນິກ ແລະ ປະຊາກອນ.  ກ່ອນສະຕະວັດທ່ີ 17 ປະຊາກອນເພ່ີມຊ້າ, ຈາກນັ້ນ ປະຊາກອນເລ່ີມເພ່ີມ ຂື້ນໄວຢູ່ ຢູໂຣບ ໄດ້ຊຸກດັນໃຫ້ການກະສິກໍາໃນພາກພື້ນນີ້.  ກ່ອນປີ 1920 ລະດັບການເພ່ີ່ມຂອງປະຊາກອນຢູ່ ຢູ ໂຣບ ແລະ ບັນດາປະເທດທ່ີຄົນຢູໂຣບອົບພະຍົບໄປຢູ່ທະວີບອາເມລິກາເຫນືອ, ອົດສະຕາລີ, ອະຟຣິກກາໃຕ້, ອາເມ ລິກາ ລາຕີນເພ່ີມສູງກວ່າທະວີບອາຊີ ແລະ ທະວີບອະຟຣິກກາ. ພາຍຫລັງປີ 1920 ໃນບັນດາປະເທດທ່ີກໍາລັງພັດທະນາໃໝ່ ເພ່ີມຂື້ນຢ່າງໄວຍ້ອນອັດຕາການຕາຍໄດ້ລຸດລົງ.  ການຂະຫຍາຍຕົວທາງດ້ານການຄ້າຂາຍໃນສະຕະວັດທ່ີ 19 ກ່ໍຊຸກດັນ ແຮງໃຫ້ກະສິກໍາມີການຂະຫຍາຍຕົວຢ່ ູໃນເຂດທ່ີມີການອົບພະຍົບເຂົ້າໄປຢູ່ໃໝ່.  ຂະບວນ ການປະຕິວັດກະສິກໍາເລ່ີມ ຕົ້ນເກີດຂື້ນຢ່ ູປະເທດອັງກິດແລະບັນດາປະເທດໃນທະວີບຢູໂຣບ, ອາເມລິກາ(ມີການເລືອກພືດປູກ, ໃສຝຸ່ນວິທະຍາສາດ, ໃຊ້ຢາປາບສັດຕູພືດ, ເລືອກແນວພັນດ້ວຍພື້ນຖານທາງເທັກນິກ ແລະ ໃຊ້ເຄ່ືອງຈັກເຂົ້າໃນການ ຜະລິດ). 
           ສັງເກດເຫັນໄດ້ຢ່າງແຈມແຈ້ງວ່າ: ແຮງດັນຂອງປະຊາກອນເປັນກໍາລັງແຮງກົດດັນໃຫ້ມີການຂະຫຍາຍຕົວຂອງ ກະສິກໍາ.  ເນ່ືອງຈາກວ່າຕະລອດໄລຍະອັນຍາວນານຂອງປະຫວັດສາດ (ຈົນເຖິງສະຕະວັດທ່ີ 19), ຂະແຫນງກະສິກໍາໃນ ໂລກຂະຫຍາຍຕົວຊ້າທ່ີສຸດ ຫລັງຈາກນັ້ນຍ້ອນການເພ່ີມປະຊາກອນຂອງໂລກ ຈ່ືງເກີດມີຄວາມກ້າວຫນ້າທາງເທັກນິກ ການຜະລິດກະສິກໍາ.
           ບັນດາທ່ານເຊ່ັນເດືອງຫົງເຊີດ (ປີ1980),  ກາວລຽມ ແລະ ເຈີນດຶກວຽນ (ປີ1990) ໄດ້ແບ່ງໄລຍະຂອງ ປະ ຫວັດສາດການຂະຫຍາຍຕົວຂອງກະສິກໍາທັງໝົດອອກເປັນ 3 ໄລຍະ ໂດຍອີງຕາມພື້ນຖານປັດໃຈການດໍາລົງຊີວິດ ເຊ່ັນ: ວັດຖຸ, ອຸປະກອນເຄ່ືອງມື ແລະ ຫົວຄິດປະດິດສ້າງຂອງຄົນກະທົບເຂົ້າກັບທໍາມະຊາດ.
          -  ໄລຍະກະສິກາປະຖົມບູຮານ: ເລ່ີມຕົ້ນເມ່ືອຄົນຮູ້ຈັກເຮັດນາແລະລ້ຽງສັດ.  ໃນສະໄໝເລ່ີມຕົ້ນທ່ີຄົນໃຊ້ ຫີນເປັນເຄ່ືອງມື, ມະນຸດດໍາລົງຊີບດ້ວຍການລ່າເນື້ອ, ເກັບເຄ່ືອງປ່າຂອງດົງເປັນອາຫານ.  ລະບົບນິເວດກະສິກໍາເບື້ອງ ຕົ້ນ ແມ່ນລະບົບນິເວດໄມ້ປ່າ, ຈາກນັ້ນຄ່ອຍໆກາຍມາເປັນຕົ້ນໄມ້ປູກແລະຫຍ້າທ່ີມີຄວາມເໝາະສົມກັບເງ່ືອນໄຂທ່ີໄດ້ ສ້າງຂື້ນໃນພື້ນທ່ີໄຮ່ນາ.  ຫລັງຈາກນັ້ນລະບົບນິເວດກະສິກໍາໄດ້ມີການຂະຫຍາຍຕົວຂື້ນເລື້ອຍໆມາ.  ໃນສະຕະວັດນີ້ ຄົນເຮັດໃຫ້ມີຜົນກະທົບເຂົ້າໃສ່ ທໍາມະຊາດ ໂດຍສະເພາະແມ່ນການທໍາມາຫາກິນເພ່ືອລ້ຽງຊີບ, ການອອກແຮງານ, ສ່ວນດ້ານແນວຄວາມຄິດແມ່ນປະສົບການ, ການປະດິດສ້າງອຸປະກອນເຄ່ືອງມືທ່ີງ່າຍດາຍ ຊ່ືງອາດສະແດງດ່ັງຕ່ໍໄປນີ້: 




    ໄລຍະກະສິກໍາກັບການຂະຫຍາຍຕົວທາງວັດຖຸເທັກນິກ ແລະອຸປະກອນເຄືູ່ອງມືທີູ່ທັນສະໄໝ: ມີການປະກົດຂືູ້ນຂອງເຄືູ່ອງຈັກອາຍນໍູ້າໃນສະຕະວັດທີູ່ 18, ອຸປະກອນເຄືູ່ອງມືເກີດຂືູ້ນໃໝູ່ ແລະເພິູ່ມການລົງທຶນເຂົູ້າໃນການກະສິກໍາ ຊຶູ່ງໄດູ້ເຮັດໃຫູ້ມີຄວາມກູ້າວກະໂດດ, ຄົນໄດູ້ປະຕິບັດວິທະຍາສາດ 5 ຂະແຫນງເຂົູ້າໃນກະສິກໍາເຊັູ່ນ:


    - ວິທະຍາສາດທາງເຄື່ອງຈັກ      - ວິທະຍາສາດທາງນ້ຳຊົນລະປະທານ
    - ວິທະຍາສາດທາງເຄມີ           - ວິທະຍາສາດທາງໄຟຟ້າ
    - ວິທະຍາສາດທາງຊີວະ

    ຍ້ອນແນວນັ້ນປະລິມານຜົນຜະລິດຈ່ືງເພ່ີມຂື້ນຢ່າງໃຫຍ່ຫລວງ.  ດ່ັງນັ້ນຄົນຈ່ຶງນໍາໃຊ້ຜົນຜະລິດເປັນຕົ້ນຕໍ, ໄດ້ນໍາໃຊ້ອຸປະກອນເຄ່ືອງມືທ່ີດີເຂົ້າໃນທໍາມະຊາດ ເຮັດໃຫ້ທໍາມະຊາດໄດ້ຮັບຜົນກະທົບຢ່າງຮ້າຍແຮງ ອັນເຮັດໃຫ້ເກີດຜົນ ຮ້າຍບາງຢ່າງທ່ີມະນຸດບ່ໍສາມາດຄວບຄຸມໄດ້.  ເນ່ືອງຈາກການສະທ້ອນຄືນຂອງທໍາມະຊາດ ຮຽກຮ້ອງໃຫ້ມະນຸດຕ້ອງ ລະມັດລະວັງໃນທຸກການເຄ່ືອນໄຫວ.  ມະນຸດໃນປະຈຸບັນບ່ໍພຽງແຕ່ ຂາດອາຫານການກິນ, ຂາດສ່ີງໃຊ້ສອຍນຸ່ງຖືເທ່ົາ ນັ້ນ, ແຕ່ຍັງຂາດສ່ິງແວດລ້ອມທ່ີເໝາະສົມຕ່ໍການດໍາລົງຊີວິດ.  ໃນໄລຍະນີ້ການພົ້ນເດ່ັນຄືວັດຖຸ ແລະ ອຸປະກອນເຄ່ືອງມື ອອກແຮງງານຄື: 

       -  ໄລຍະທ່ີກະສິກໍາຂະຫຍາຍຕົວບົນພື້ນຖານວິທະຍາສາດ (ຈຸດເດ່ັນຂອງການຜະລິດກະສິກໍາບົນພື້ນຖານ ນິເວດວິທະຍາ): ມະນຸດສືບຕ່ໍການຜະລິດກະສິກໍາບົນພື້ນຖານຄວາມເໝາະສົມກັບບັນດາກົດເກນຂອງທໍາມະຊາດ, ຂອງລະບົບນິເວດກະສິກໍາ.  ອີງຕາມພື້ນຖານຂອງແນວຄວາມຄິດ ເພ່ືອຄວບຄຸມການເຄ່ືອນໄຫວ, ສົມດຸນກັບບັນດາລະ ບົບການຜະລິດກະສິກໍາ ເພ່ືອກ່ໍສ້າງຂະແຫນງກະສິກໍາໃຫ້ເຂັ້ມແຂງ, ມີເທັກນິກວິທະຍາສາດອັນແທ້ຈິງ ກາຍເປັນ ກໍາລັງການຜະລິດ