Sunday, July 28, 2019
ຕົ້ນສີສຽດ [Ton Sisiet] Burma mahogany
ຕົ້ນສີສຽດ [Ton Sisiet]
ຊື່ວິທະຍາສາດ: Pentace burmanica
ຊື່ທົ່ວໄປ ເປັນພາສາອັງກິດ: Burma mahogany, Tannine bark tree
ຕົ້ນສີສຽດມີຖິ່ນກຳເນີດຢູ່ປະເທດ ມາເລເຊຍ ແລະ ມ່ຽນມ້າ, ຍັງພົບ ແບບທຳມະຊາດໃນປະເທດ ຈີນ, ລາວ, ກຳບູເຈຍ, ຫວຽດນາມ ແລະ ໄທ. ຢູ່ໃນປະເທດເຫຼົ່ານີ້ ລ້ວນແລ້ວແຕ່ມີການໃຊ້ເຂົ້າໃນການຄ້ຽວໝາກທັງນັ້ນ. ໄມ້ສີສຽດໃຊ້ເຮັດເຟີນິເຈີ, ໃຊ້ຕົບແຕ່ງພາຍໃນເຮືອນ.
ຕົ້ນສີສຽດ ແມ່ນໄມ້ຢືນຕົ້ນຂະໜາດກາງ ຮ່ວມຕະກຸນດຽວກັນກັບຕົ້ນຄ່ອມ, ຕົ້ນປໍພານ, ກຸ່ມຕົ້ນປໍເຂົ້າຈີ່ ທັງຫຼາຍ ດັ່ງນີ້ເປັນຕົ້ນ. ຄວາມຈິງ ຜູ້ຄົນທົ່ວໄປຮູ້ຈັກພັນໄມ້ຊະນິດນີ້ຍ້ອນສີສຽດ ຫຼື ເປືອກສຽດຫຼາຍກວ່າຊຶ່ງແມ່ນເປືອກຂອງຕົ້ນສີສຽດນີ້ເອງທີ່ຊາວລາວເອົາມາຄ້າຂາຍໃນນາມເຄື່ອງປ່າຂອງດົງຊະນິດໜຶ່ງ. ຕົ້ນສີສຽດ ມີບາງລັກສະນະທີ່ພໍຊ່ວຍໃນການຈຳແນກໄດ້ ເຊັ່ນເປັນຕົ້ນຕັ້ງຊື່, ສູງ 20-30 ມ, ລຳຕົ້ນເປັນທໍ່ກົມ ອອກສີນ້ຳຕານແກມສີໝົ່ນມີຮອຍແຕກຕື້ນ, ງ່າຕັ້ງ ແລະ ແຕກ ເປັນງ່າຍ່ອຍຢ່າງແໜ້ນໜາ. ເມື່ອຕົ້ນມີອາຍຸແກ່ ມີປີກຮາກໄຕ່ຕາມພື້ນດິນອອກໄປ. ໃບ ເປັນໃບດ່ຽວ, ຈັບສະຫຼັບກັນ, ແຜ່ນໃບຫຍາບ, ຂອບໃບເປັນແຂ້ວເລື່ອຍ, ຕີນໃບມົນ ແຕ່ປາຍໃບແຫຼມເປັນຫາງຍາວເລັກ ນ້ອຍ. ຕົ້ນສີສຽດເປັນໄມ້ຜັດປ່ຽນໃບໄລຍະຍາວຕະຫຼອດໝົດລະດູແລ້ງ ເຮັດໃຫ້ເມ່ືອໃບລົ່ນແລ້ວເຫັນແຕ່ງ່າເລັກງ່ານ້ອຍສົນສວ້າກັນຢູ່. ໝາກຂອງ ຕົ້ນສີສຽດເປັນໝາກແຫ້ງ ຈັດເປັນພົ້ວໃຫຍ່, ໝາກໜຶ່ງໆມີ 5 ປີກໂຄ້ງຕາມລວງຍາວຂອງໝາກ, ເວລາແກ່ໝາກອອກສີນ້ຳຕານ. ເມື່ອເຫັນໝາກຂອງຕົ້ນສີສຽດແລ້ວ ເຮັດໃຫ້ນຶກເຖິງໝາກຂອງຕົ້ນເຊືອກທັງໆທີ່ວ່າຢູ່ຕະກຸນຕ່າງກັນ. ຕົ້ນສີສຽດ ມີຖິ່ນກຳເນີດຢູ່ປະເທດມາເລເຊຍ ແລະ ມ່ຽນມ້າ, ຍັງພົບແບບທຳມະ ຊາດ ໃນປະເທດຈີນ, ລາວ, ກຳບູເຈຍ, ຫວຽດນາມ ແລະ ໄທ ອີກດ້ວຍ.ພັນໄມ້ຊະນິດນີ້ ເກີດໃນປ່າດົງດິບເຄິ່ງແລ້ງ ແລະມີການນຳໃຊ້ເປືອກສຳລັບຂາຍເປັນສິນຄ້າຫຼາຍ. ເປືອກສີສຽດມີທາດສານຕາແນັງສູງ, ເພິ່ນໃຊ້ປະກອບກັບໃບພູ,
ໝາກ, ເປືອກຫາດ, ປູນ,…ເປັນເຄື່ອງຄ້ຽວ ເອີ້ນວ່າ ຄ້ຽວໝາກ. ພັນໄມ້ຊະນິດນີ້ເຕີບໃຫຍ່ຊ້າ ກວ່າຈະໄດ້ໃຊ້ເປືອກກໍ່ກິນເວລາ 15-20 ປີຢູ່ໃນປ່າທຳມະຊາດ.ຢູ່ບ້ານເຮົາ ແຫຼ່ງທີ່ມາຂອງເປືອກສີສຽດ ຕົ້ນຕໍແມ່ນມາຈາກທຳມະຊາດ, ແຕ່ຫວ່າງ 30-40 ປີມານີ້ ໄດ້ມີການປູກເຄື່ອງປ່າຂອງດົງເພື່ອເປັນລາຍໄດ້ຂອງຊາວບ້ານນອກຈາກເກັບກູ້ຈາກປ່າໂດຍກົງແລ້ວ. ໃນຈຳນວນນັ້ນກໍ່ມີຕົ້ນສີສຽດຊຶ່ງ ຊາວບ້ານໄດ້ປູກອ້ອມເຮືອນຊານ ຫຼື ໃນສວນໃກ້ບ້ານເພື່ອປົກປັກຮັກສາໄດ້ງ່າຍ. ແຕ່ກ່ອນ ການເກັບກູ້ແມ່ນເຮັດແບບດັບສູນເລີຍເພາະມີການຕັດຕົ້ນສີສຽດແລ້ວລອກເອົາເປືອກ, ແຕ່ໄລຍະ ຫຼັງໆມານີ້ໂດຍສະເພາະໃນສວນປູກ ມີການລອກເປືອກສຽດເຄິ່ງໜຶ່ງສຳລັບແຕ່ລະຕົ້ນ ແລ້ວປ່ອຍໃຫ້ເປືອກໄດ້ຟື້ນຕົວແລະປົ່ງຄືນ, ໃນກໍລະນີນີ້ອາດລອກໄດ້ 2 ຫາ 3ເທື່ອຕໍ່ປີ. ການຂາຍເປືອກສຽດ ບໍ່ແມ່ນແຕ່ຮັບໃຊ້ໃຫ້ແກ່ການຄ້ຽວໝາກ ຂອງຜູ້ເຖົ້າຜູ້ແກ່ຄົນລາວເທົ່ານັ້ນ ຍັງມີຢູ່ທາງພາກຕະວັນອອກສ່ຽງເໜືອຂອງປະເທດໄທອີກ ແລະລາວເຮົາກໍ່ໄດ້ສົ່ງເປືອກສຽດອອກໄປປະເທດໄທອີກ. ຊິ້ນສ່ວນທີ່ສອງຖືກນຳໃຊ້ແມ່ນໄມ້ຊຶ່ງເປັນໄມ້ທີ່ໜຽວ, ເນື້ອໄມ້ລະອຽດອອກສີແດງຊ້ຳໆແກມສີຕັບໝູ, ປະກົດວ່າຢູ່ຫຼາຍປະເທດ ເພິ່ນໃຊ້ໄມ້ນີ້ເຮັດເຟີນີເຈີຫ້ອງການ, ເຮັດພື້ນເຮືອນ, ເຮັດເຮືອ,
ເຮັດໄມ້ອັດ, ເຮັດຫີບ, ໃຊ້ຕົບແຕ່ງພາຍໃນເຮືອນ.
Thursday, July 25, 2019
ຕົ້ນເກດສະໜາ Ton Ketsana [Eaglewood tree]
ຕົ້ນເກດສະໜາ [Ton Ketsana]
ຊື່ວິທະຍາສາດ: Aquilaria crassna
ຊື່ທົ່ວໄປ ເປັນພາສາອັງກິດ: Eaglewood tree, agarwood tree, aloeswood tree
ໄມ້ເກດສະໜາຖືກຈັດໃນບັນຊີແດງ ຕາມສົນທິສັນຍາວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າລະຫວ່າງຊາດເອີ້ນຊື່ຫຍໍ້ວ່າ ໄຊແຕັສ (CITES).ນຳ້ມັນລະເຫີຍຂອງໄມ້ເກດໃຊ້ ເຮັດທູບ, ເຮັດນ້ຳຫອມ, ເຄື່ອງສຳອາງ ແລະ
ໃຊ້ເປັນສ່ວນປະກອບໃນຕຳລາຢາພື້ນເມືອງ.
ຊື່ວິທະຍາສາດ: Aquilaria crassna
ຊື່ທົ່ວໄປ ເປັນພາສາອັງກິດ: Eaglewood tree, agarwood tree, aloeswood tree
ໄມ້ເກດສະໜາຖືກຈັດໃນບັນຊີແດງ ຕາມສົນທິສັນຍາວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າລະຫວ່າງຊາດເອີ້ນຊື່ຫຍໍ້ວ່າ ໄຊແຕັສ (CITES).ນຳ້ມັນລະເຫີຍຂອງໄມ້ເກດໃຊ້ ເຮັດທູບ, ເຮັດນ້ຳຫອມ, ເຄື່ອງສຳອາງ ແລະ
ໃຊ້ເປັນສ່ວນປະກອບໃນຕຳລາຢາພື້ນເມືອງ.
ຕົ້ນເກດສະໜາ ເປັນຕົ້ນໄມ້ທີ່ຜູ້ຄົນທົ່ວໆໄປຮູ້ຈັກດີໃນຊື່ (ໄມ້ເກດ) ຫຼາຍກວ່າ. ຕົ້ນໄມ້ທີ່ມີເຊື້ອສາຍລາຍລ່ອງຮ່ວມຕະກຸນດຽວກັນ ໃນຖານະເປັນຕົ້ນໄມ້ທີ່ຄົນເຮົານຳໃຊ້ແລະ ພໍເປັນທີ່ຮູ້ຈັກບໍ່ຄ່ອຍມີປານໃດ. ຕົ້ນເກດສະໜາເປັນໄມ້ຂະໜາດກາງ ແຕ່ 15ຫາ 30 ມ, ເສັ້ນໜ້າຕ່າງ ກວ້າງເຖິງ 1 ມ. ຕົ້ນເກດສະໜາມີບາງລັກສະນະທີ່ຊ່ວຍໃນການຈຳແນກມັນອອກຈາກໝູ່ເພື່ອນໄດ້ ດັ່ງ ລຳຕົ້ນ ຕັ້ງຊື່, ມີເປືອກກ້ຽງ ແລະ ບາງ, ລຳຕົ້ນແບ່ງເປັນສອງງ່າແຕ່ໄລຍະຕົ້ນໆ ແລະ ສືບຕໍ່ແບ່ງເປັນສອງງ່າຫຼຸດໆກັນ ຈົນຮອດງ່າເລັກ ງ່ານ້ອຍ, ງ່າທັງໝົດທີ່ໄດ້ຈາກການ ແບ່ງກໍຢູ່ໃນທ່າຕັ້ງ. ເປືອກ ມີສີຂີ້ເທົ່າ ອົມສີນ້ຳຕານໃໝ້, ເຮືອນຍອດ ຮູບສ້ວຍຈ້ອມເຂົ້າຢູ່ປາຍເທິງ ສ່ວນຢູ່ລຸ່ມເຫວີອອກ. ໃບແມ່ນໃບດ່ຽວ, ຈັບສະຫຼັບກັນ, ຮູບຂອບຂະໜານແກມຮູບໄຂ່, ສີຂຽວອ່ອນຫາສີຂຽວເຂັ້ມ,ຜິວໃບດ້ານເທິງເປັນມັນ, ເສັ້ນກ່າງມີຈຳນວນຫຼາຍຈັດກັນຖີ່ໆ. ເວລາໃບແກ່ ເສັ້ນກ່າງຢູ່ກາງດູນຂຶ້ນ ແລະ ອອກສີເຫຼືອງ ສີດຽວກັບຂອບຂອງໃບ.
ໄມ້ເກດສະໜາເປັນພືດທີ່ເຕີບໂຕໄວ, ເປັນໄມ້ຜັດປ່ຽນໃບຕະຫຼອດລະດູແລ້ງ. ດອກອອກເປັນຈຸ້ມສັ້ນ, ອອກຢູ່ດ້ານຂ້າງຂອງກິ່ງ, ຕີນຂອງກາບດອກຕິດກັນແໜ້ນເປັນຫົ້ງຮູບຈວຍ. ດອກອອກສີໄຂ່, ມີຂົນບົ່ວເຕັມຢູ່ຕາມກີບດອກ, ເຕົ້າໄຂ່, ກ້ານດອກແລະ ຢູ່ກ້ານຊໍ່ດອກ. ໝາກຂອງໄມ້ເກດສະໜາເປັນຮູບກົມຄ້າຍໜ່ວຍໄຂ່, ບາງພັນກໍ່ມີປາຍເປອອກ, ບາງພັນ ກໍ່ມີປາຍຈ້ອມເຂົ້າ ແລະ ເປືອກກໍຍູ່ຍີ່ເລັກນ້ອຍ ຈັດກັນເປັນຈຸ້ມ, 4 ຫາ 6 ໝາກຕໍ່ພົ້ວໜຶ່ງໆ. ພິເສດອີກອັນໜຶ່ງ ແມ່ນເວລາເປັນໝາກແລ້ວກາບດອກຂະຫຍາຍໃຫ່ຍຂຶ້ນ, ມີສີຂຽວ ແລະ ຈັບຢູ່ຕີນໝາກເບິ່ງຄືວ່າກາບດອກຊູໝາກໄວ້ຢູ່. ໄມ້ເກດສະໜາ ມີຖິ່ນກຳເນີດຢູ່ໃນບັນດາປະເທດໃນເຂດເອເຊຍຕາເວັນອອກສ່ຽງໃຕ້, ເກີດໃນປ່າດົງດິບ, ເກີດບໍ່ເລືອກດິນ, ບ່ອນທີ່ມີລຳດັບຄວາມສູງແຕ່ 300ຫາ 1000 ມ. ຄວາມຈິງໃນວົງການຄ້າເພິ່ນເອີ້ນໄມ້ເກດສະໜາ (ໄມ້ເກດ)ແມ່ນແກນຂອງລຳຕົ້ນທີ່ຖືກເຫັດຂັ້ນຕ່ຳໃນກຸ່ມເຊື້ອຣາ ຫຼື ກຸ່ມຈຸນລະຊີບເຂົ້າໄປທຳລາຍໂຄງສ້າງເດີມ ຫຼັງຈາກທີ່ຕົ້ນນັ້ນມີບາດແຜໂດຍທຳມະຊາດ ຫຼື ໂດຍເຈດຕະນາກໍ່ແລ້ວແຕ່, ຈາກນັ້ນ ຈຶ່ງໄດ້ແກນໄມ້ທີ່ພຸພັງ, ເບົາ, ເປັນແຊກໆມີສີຊ້ຳກ່ຳ ແລະ ມີກິ່ນຫອມ. ມີພືດຫຼາຍຊະນິດໃກ້ຄຽງກັນໃນຕະກຸນດຽວກັນນີ້ທີ່ສາມາດໃຫ້ໄມ້ເກດສະໜາໃນຮູບແບບດຽວກັນຊຶ່ງລ້ວນແລ້ວ ແຕ່ມີລາຄາສູງຍ້ອນມັນບັນຈຸທາດສານໃຫ້ກິ່ນຊຶ່ງແມ່ນນ້ຳມັນລະເຫີຍນັ້ນເອງ. ໄມ້ເກດສະໜາ ທີ່ນິຍົມກັນຂຸດຄົ້ນໃນປະເທດ ລາວ, ຫວຽດນາມ, ກຳບູເຈຍແລະ ໄທ ແມ່ນຊະນິດດຽວກັນ. ສ່ວນວ່າ ຢູ່ປະເທດອ່ືນໃນເຂດເອເຊຍຕາເວັນອອກສ່ຽງໃຕ້ແມ່ນຊະນິດອື່ນອີກ ທີ່ໃກ້ຄຽງກັນ ແລະ ຊຶ່ງນອນໃນຕະກຸນດຽວກັນ. ຊິ້ນສ່ວນຂອງຕົ້ນເກດສະໜາ ທີ່ເພິ່ນນຳໃຊ້ແມ່ນແກນໄມ້ທີ່ພຸພັງນັ້ນເອງ ທ່ີເພິ່ນເອົາມາກັ່ນ ແລະ ແຍກເອົານຳ້ມັນລະເຫີຍອອກ, ຫຼັງຈາກນັ້ນ ຈຶ່ງສົ່ງອອກຂາຍໃນຮູບນ້ຳມັນລະເຫີຍເຂັ້ມຂຸ້ນ. ນ້ຳມັນນີ້ ເອົາໄປໃຊ້ຫຼາຍຢ່າງ ດັ່ງຢູ່ໃນບັນດາປະເທດໃນເຂດຕາວັນອອກກາງ ແມ່ນໃຊ້ເຮັດທູບ, ເຮັດນ້ຳຫອມ ແລະ ເຮັດເຄື່ອງສຳອາງ, ຢູ່ປະເທດຈີນ ແລະ ປະເທດໃນເອເຊຍຕະວັນອອກສ່ຽງໃຕ້ເພິ່ນໃຊ້ເປັນສ່ວນປະກອບໃນຕຳລາຢາພື້ນເມືອງລະດັບດີ. ໃນບັນດາປະເທດໃນເຂດເອເຊຍຕະວັນອອກສ່ຽງໃຕ້ການຂຸດຄົ້ນໄມ້ເກດສະໜາໄດ້ລະບາດແຮງມາຍາວນານ ແລະ ຍັງສືບຕໍ່ຢູ່. ຍ້ອນແນວນັ້ນ ໃນປະເທດເຫຼ່ົານັ້ນ ພືດຊະນິດນີ້ຈຶ່ງຖືກຈັດໃນບັນຊີແດງ ວ່າຈະສູນພັນຕາມສົນທິສັນຍາວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າລະຫວ່າງຊາດ ເອີ້ນຊື່ຫຍໍ້ວ່າໄຊແຕສ (CITES). ທີ່ບ້ານເຮົາກໍ່ໄດ້ເລີ້ມມີການປູກໄມ້ເກດສະໜາ ຢ່າງກວ້າງຂວາງຈາກແນວພັນທີ່ມາຈາກແກ່ນ ແລະ ເບ້ຍນ້ອຍທີ່ຂະຫຍາຍດ້ວຍເນື້ອເຍື່ອ.
ຕົ້ນໝາກຈອງ, ໝາກຈອງບານ [Ton Mak Chong, Ton Mak Chongbane]
ຕົ້ນໝາກຈອງ, ໝາກຈອງບານ [Ton Mak Chong, Ton Mak Chongbane]
ຊື່ວິທະຍາສາດ: Scaphium macropodium
ຊື່ທົ່ວໄປ ເປັນພາສາອັງກິດ: Malva nut tree
ຕົ້ນໝາກຈອງບານຖືກຈັດໃນບັນຊີແດງ ເພາະເປັນພືດທີ່ມີຄວາມສ່ຽງຕໍ່ການສູນພັນຕາມສົນທິສັນຍາ ວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າ ລະຫວ່າງຊາດ ເອີ້ນຊື່ຫຍໍ້ວ່າ <ໄຊແຕສ> (CITES).
ຊື່ວິທະຍາສາດ: Scaphium macropodium
ຊື່ທົ່ວໄປ ເປັນພາສາອັງກິດ: Malva nut tree
ຕົ້ນໝາກຈອງບານຖືກຈັດໃນບັນຊີແດງ ເພາະເປັນພືດທີ່ມີຄວາມສ່ຽງຕໍ່ການສູນພັນຕາມສົນທິສັນຍາ ວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າ ລະຫວ່າງຊາດ ເອີ້ນຊື່ຫຍໍ້ວ່າ <ໄຊແຕສ> (CITES).
ຕົ້ນໝາກຈອງ ຫຼື ໝາກຈອງບານ ເປັນໄມ້ຢືນຕົ້ນຂະໜາດໃຫຍ່, ມີເຊື້ອສາຍດຽວກັນກັບບັນດາຕົ້ນປໍຈຳນວນໜຶ່ງ ດັ່ງ ປໍແດງ, ປໍແກ້ວ, ກົກສົ້ມໂຮງ,.. ດັ່ງນີ້ເປັນຕົ້ນ ແຕ່ກໍແມ່ນຊະນິດທີ່ໃຫຍ່ກວ່າໝູ່ໃນຕະກຸນດຽວກັນ. ຕົ້ນໝາກຈອງບານເປັນຕົ້ນຊື່, ຮຽວ,ສູງ 30-45 ມ, ເສັ້ນຜ່າກາງລຳຕົ້ນ 80-100 ຊມ, ແຕກງ່າຢູ່ປາຍຕົ້ນ ອ່າວຫຼາຍກວ່າຢູ່ສ່ວນລຸ່ມຂອງຕົ້ນ. ໃບຂອງພືດຊະນິດນີ້ ມີຈຸດພິເສດທາງດ້ານຮູບຊົງ ຍ້ອນມີຮູບຊົງ3 ແບບແຕກຕ່າງກັນຕາມໄວຂອງຕົ້ນ ດັ່ງ ເວລາເປັນຕົ້ນອ່ອນໃບເປັນຮູບ 5 ແຊກເຫວີອອກຄືຝາມືນີ້ລະ, ແຜ່ນໃບໃຫຍ່ ກ້ານໃບກໍ່ຍາວອີກດ້ວຍ, ທັງແຜ່ນໃບ ທັງກ້ານສາມາດຍາວຮອດ 1 ມ ພຸ້ນ. ເມື່ອຕົ້ນຫາກເລີ້ມແກ່ ໃບພັດປ່ຽນເປັນຮູບ 3 ແຊກ, ຂະໜາດພໍປານໆເກົ່າ, ເມື່ອຕົ້ນແກ່ເຕັມໄວ ໃບບໍ່ເປັນແຊກອີກແລ້ວ ແຕ່ເປັນຮູບສ້ວຍ,ຕີນໃບວຳ້ ຮູບຫົວໃຈ, ປາຍໃບຍາວ ຄືປາຍດາບນີ້ລະ ແຕ່ຂະໜາດຫຼຸດເກົ່າປະມານ 4 ຫາ 6 ເທົ່າ. ຕົ້ນໄມ້ຊະນິດນີ້ເປັນຕົ້ນສູງ, ການຕິດຕາມດອກເປັນໄປໄດ້ຍາກ,ດອກນ້ອຍ ຈັດລຽນກັນ ເປັນພົ້ວຖີ່ໆ, ບໍ່ມີກີບດອກ ແຕ່ສິ່ງທີ່ແນມເຫັນເດັ່ນກວ່າໝູ່ແມ່ນ ກາບດອກຊຶ່ງອອກສີຂຽວອ່ອນໆປົນແຊກແດງຢູ່ດ້ານໃນ. ໝາກ ມີປີກເປັນແຜ່ນບາງ ກົ່ງເປັນໂກບຄ້າຍຈ້ອງປົກບັງໝາກໄວ້, ເມື່ອໝາກແກ່ໃກ້ຈະຫລົ່ນປີກນັ້ນ ກໍ່ພັບແປເຂົ້າກັນ, ເປັນຮູບສ້ວຍຮຽວປາຍ, ປີກນີ້ເຮັດໃຫ້ໝາກປິວໄປໄດ້ໄກ. ໝາກ ມີສີຂຽວ, ບາດເວລາແຫ້ງ ມີສີນຳ້ຕານ. ຕົ້ນໝາກຈອງສາມາດໃຫ້ໝາກໄດ້ເມື່ອອາຍຸຮອດ 10-15 ປີຂຶ້ນໄປເທົ່ານັ້ນ. ຊຳ້ບໍ່ພໍ ມັນບໍ່ໄດ້ອອກດອກທຸກປີອີກ, ມັນຈະຂັ້ນ 3 ຫາ 5 ປີ. ເມື່ອເຮົາແຊ່ໝາກແຫ້ງ ນວນທີ່ເປັນເສັ້ນໄຍສີນ້ຳຕານກໍ່ບານພຸຂຶ້ນ, ດັ່ງນັ້ນ ເພິ່ນຈຶ່ງເອີ້ນພືດຊະນິດນີ້ວ່າໝາກຈອງບານ ເພື່ອຈຳແນກອອກຈາກໝາກຈອງທີ່ເກີດຢູ່ບັນດາປະເທດໃນເຂດອົບອຸ່ນ ແລະ ຖືກນຳມາປູກຢູ່ພາກເໜືອຂອງລາວໂດຍສະເພາະຢູ່ໃນທ້ອງຖິ່ນຊຽງຂວາງ ຊຶ່ງຢູ່ຕະກຸນຕ່າງກັນເລີຍ. ຕົ້ນໝາກຈອງບານ ເກີດຢູ່ປ່າດົງດິບ ແລະ ປ່າປະສົມຕາມເປີ້ນພູ, ຕາມແຄມຫ້ວຍ,ບ່ອນທີ່ມີຄວາມສູງແຕ່ 400 ມ ຂຶ້ນໄປ ແລະໃນດິນສົມບູນ. ຕົ້ນໄມ້ຊະນິດນີ້ພົບ ເປັນກຸ່ມທຳມະຊາດໃນປະເທດລາວ, ມ່ຽນມ້າ, ໄທ, ພາກກາງຫວຽດນາມ,ກຳບູເຈຍ, ອິນໂດເນເຊຍ, ມາເລເຊຍ, ສິງກະໂປ ແລະບຼູໄນ. ສະເພາະຢູ່ໃນລາວເພິ່ນພົບເຫັນແຕ່ຢູ່ພາກໃຕ້ ດັ່ງໃນແຂວງຈຳປາສັກ,ເຊກອງ, ອັດຕະປື ແລະສາລະວັນເທົ່ານັ້ນ ແລະ ປະເທດລາວກໍ່ເປັນຜູ້ຈຳໜ່າຍໝາກ ຈອງບານລາຍໃຫ່ຍກວ່າໝູ່ຢູ່ໃນໂລກດ້ວຍ. ແຕ່ຜ່ານມາ ການຂຸດຄົ້ນ ໝາກຈອງບານຂອງຊາວບ້ານເກີນຂອບເຂດ ແລະ ແບບດັບສູນ ອັນໄດ້ເຮັດໃຫ້ພັນໄມ້ຊະນິດນີ້ສ່ຽງຕໍ່ການສູນພັນ.ຕົ້ນໝາກຈອງເຕີບໂຕຊ້າຫຼາຍທີ່ສຸດ ຊຳ້ພັດເປັນຕົ້ນໃຫຍ່ອີກ, ເວລາຈະເກັບເອົາໝາກຊາວບ້ານມັກຈະຕັດຕົ້ນລົງໂລດ. ດີແຕ່ວ່າ ໃນທຳມະຊາດເບ້ຍຂອງພັນໄມ້ຊະນິດນີ້ເກີດຫຼາຍຢູ່ອ້ອມໆຕົ້ນແມ່ ແຕ່ກວ່າເບ້ຍຈະໃຫຍ່ຈົນໃຫ້ໝາກໄດ້ນັ້ນ ມັນໃຊ້ເວລາກວ່າໄມ້ຊະນິດອ່ືນຫຼາຍ. ຊິ້ນສ່ວນທີ່ເພິ່ນນຳໃຊ້ແມ່ນ ໝາກແຫ້ງເອົາມາແຊ່ນຳ້ ແລ້ວແຍກເອົານວນ ຊຶ່ງເປັນເສັ້ນໄຍສີນ້ຳຕານ. ນວນຂອງໝາກຈອງນີ້ບັນຈຸທາດສານເປັນປະໂຫຍດຫຼາຍຢ່າງ ເຊັ່ນໂປຼເຕອີນ, ເກືອແຮ່ຈ່ານຈຳນວນໜຶ່ງ, ວິຕາມິນ B1 ແລະວິຕາມິນ B2. ນວນປະສົມໃນນ້ຳ ໃຊ້ເປັນຢາເຢັນ ແລະ ປົວພະຍາດໄດ້ຫຼາຍຢ່າງ.ສູດຢາພື້ນເມືອງຈີນໄດ້ນຳໃຊ້ໝາກຈອງເປັນຢາມາໄດ້ຫຼາຍສັດຕະວັດແລ້ວ ແລະ ປະເທດຈີນ ກໍ່ເປັນຜູ້ຊື້ລາຍໃຫຍ່ຂອງໂລກແຕ່ນັ້ນມາ. ໃນໄລຍະຫຼັງໆມານີ້ຢູ່ປະເທດໄທ ກໍໄດ້ມີການປຸງແຕ່ງເປັນເຄື່ອງດື່ມສຳເລັດຮູບໃສ່ກະປອ໋ງໃນຊື່ (ນ້ຳສຳຣອງ). ສຳລັບຊາວລາວພາກໃຕ້ ຍັງນຳໃຊ້ນວນທີ່ແຊ່ແລ້ວປຸງແຕ່ງອາຫານ ແລະ ນ້ຳຫວານຊຶ່ງເປັນສູດເອກກະລັກຂອງຊາວລາວພາກໃຕ້ອີກດ້ວຍ.
ຕົ້ນໝາກຕູມ [Ton Maktoum]
ຕົ້ນໝາກຕູມ [Ton Maktoum]
ຊື່ວິທະຍາສາດ: Aegle marmelos
ຊື່ທົ່ວໄປ ເປັນພາສາອັງກິດ: Beal fruit tree, Indian beal, Wood apple
ຄວາມສູງ: 10 ເຖິງ 12 ແມັດ,
ຖິ່ນກຳເນີດ: ປະເທດ ອິນເດຍ ແລະ ເນປານ. ການນຳໃຊ້:ໃບໃຊ້ເປັນອາຫານ ແລະ ໃຊ້ໝາກແຫ້ງ ປຸງແຕ່ງເປັນນຳ້ດື່ມ ສະໝູນໄພ ແລະ ໃຊ້ເປັນຢາປົວພະຍາດໄດ້ຫຼາຍຢ່າງ ຍ້ອນໝາກບັນຈຸທາດໂປຼເຕອີນ,ເສັ້ນໄຍ, ເກືອແຮ່ຈ່ານ, ວິຕາມິນ B ແລະ ວິຕາມິນ C ໃນອັດຕາສູງ.
ຊື່ວິທະຍາສາດ: Aegle marmelos
ຊື່ທົ່ວໄປ ເປັນພາສາອັງກິດ: Beal fruit tree, Indian beal, Wood apple
ຄວາມສູງ: 10 ເຖິງ 12 ແມັດ,
ຖິ່ນກຳເນີດ: ປະເທດ ອິນເດຍ ແລະ ເນປານ. ການນຳໃຊ້:ໃບໃຊ້ເປັນອາຫານ ແລະ ໃຊ້ໝາກແຫ້ງ ປຸງແຕ່ງເປັນນຳ້ດື່ມ ສະໝູນໄພ ແລະ ໃຊ້ເປັນຢາປົວພະຍາດໄດ້ຫຼາຍຢ່າງ ຍ້ອນໝາກບັນຈຸທາດໂປຼເຕອີນ,ເສັ້ນໄຍ, ເກືອແຮ່ຈ່ານ, ວິຕາມິນ B ແລະ ວິຕາມິນ C ໃນອັດຕາສູງ.
ຕົ້ນໝາກຕູມເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫາຂະໜາດກາງ, ຮ່ວມຕະກຸນດຽວກັນກັບຕົ້ນໝາກນາວ, ໝາກພຸກ ແລະ ຕົ້ນໝາກສັງ ດັ່ງນີ້ເປັນຕົ້ນ. ຄືດັ່ງ ເພື່ອນໆທັງຫຼາຍຕົ້ນໝາກຕູມມີລຳຕົ້ນ ແລະ ງ່າເຕັມແຕ່ໝາມ ທັງແຫຼມ ທັງແຂງ ແຕ່ ຕົວຈິງຕົ້ນໄມ້ຊະນິດນີ້ບໍ່ເປັນພິດເປັນໄພຫຍັງເລີຍ ຕົງກັນຂ້າມ ມັນຍັງມີຈຸດດີຫຼາຍຢ່າງ. ຕົ້ນໝາກຕູມເປັນ ຕົ້ນຕັ້ງຊື່, ສູງແຕ່ 10 ຫາ 12 ມ, ເສັ້ນຜ່າກາງລຳຕົ້ນ 20-30 ຊມ. ລຳຕົ້ນເປັນທໍ່ກົມ, ມີໜາມຢາຍທົ່ວໆ ແຕ່ພໍເມື່ອລຳຕົ້ນຫາກແກ່ ໜາມກໍໝົດໄປ ຍັງເຫຼືອຢູ່ຕາມງ່າເທົ່ານັ້ນ, ລຳຕົ້ນແຕກງ່າຢູ່ແຕ່ລຸ່ມຕົ້ນຂຶ້ນໄປ. ໃບ ຂອງຕົ້ນໝາກຕູມ ເປັນປະເພດໃບປະສົມ, ມີໃບຍ່ອຍ 3 ໃບ, ແຜ່ນໃບບາງ, ຂອບເປັນຄື້ນໆເລັກນ້ອຍ, ອອກສີຂຽວອ່ອນໆ. ເວລາຍ່ອງໃບ ມີກິ່ນຫອມອ່ອນໆຍ້ອນ ວ່າແຜ່ນໃບມີຕ່ອມຜລິດທາດສານໃຫ້ກິ່ນ ຫຼື ເອີ້ນອີກວ່າຕ່ອມນ້ຳມັນລະເຫີຍຊຶ່ງຢັງຢາຍ ຢູ່ຕາມຜິວຂອງໃບໂດຍສະເພາະຢູ່ພື້ນໃບ. ຕົ້ນໝາກຕູມເປັນໄມ້ປ່ຽນໃບເຕັມສ່ວນ ໝາຍຄວາມວ່າໃບຫລົ່ນຈົນໝົດ ແລະຕະຫຼອດເວລາດົນນານເຖິງ 3 ເດືອນກ່ອນ ທີ່ໃບໃໝ່ຈະປົ່ງ ພ້ອມໆກັບການອອກດອກ.ດອກມີຂະໜາດນ້ອຍ, ອອກສີເຫຼືອງອ່ອນໆ ຫຼື ມີສີຂາວອົມຂຽວ, ຈັດເປັນຊໍ່ສັ້ນໆ.ດອກຂະໜາດນ້ອຍໆ ບາດເວລາກາຍເປັນໝາກ ເສັ້ນຜ່າກາງໝາກ ປະມານ 10ຊມ, ເປັນຮູບກົມມົນ ຫຼື ກົມຍາວເລັກນ້ອຍ, ເປືອກລຽບ ແລະແຂງຫຼາຍຈົນບາງຄັ້ງໄດ້ເອົາສິ່ງຂອງໜັກທັບໃສ່ ຈຶ່ງຜ່າມັນໄດ້. ເວລາຍັງອ່ອນ ໝາກອອກສີຂຽວອ່ອນໆ,ເມື່ອສຸກແລ້ວ ມັນອອກສີເຫຼືອງອ່ອນໆ. ຂ້າງໃນຂອງໝາກ ແບ່ງເປັນຫຼາຍໆຫ້ອງ,ມີແກ່ນເປັນຮູບສ້ວຍ ແລະ ແປຈຳນວນຫຼາຍ, ແກ່ນຫຸ້ມດ້ວຍເສັ້ນໄຍແລບໆ, ທັງໝົດແກ່ນ ແລະ ເສັ້ນໄຍຝັງຢູ່ໃນແຕ່ລະຫ້ອງຂອງໝາກ ແລະ ມີນ້ຳເມືອກໜຽວສີເຫຼືອງອ່ອນ, ໄສໆ, ມີກິ່ນຫອມອ່ອນໆຫຸ້ມໄວ້. ເດີມ ຕົ້ນໝາກຕູມມີຖິ່ນກຳເນີດຢູ່ປະເທດອິນເດຍ ແລະ ເນປານ, ແຜ່ກະຈາຍໄປ ໃນບາງປະເທດໃນເຂດເອເຊຍຕາເວັນອອກສ່ຽງໃຕ້ ດັ່ງເພິ່ນໄດ້ພົບມັນເກີດແບບທຳມະຊາດຢູ່ປະເທດລາວ, ມ່ຽນມ້າ,ຫວຽດນາມ, ໄທ, ກຳບູເຈຍ, ປາກິດສະຖານ, ບັງກະລາເທດ ແລະສີລັງກາ. ຕົ້ນໝາກຕູມພົບທົ່ວໄປຕາມປ່າປະສົມແຫ້ງແລ້ງ, ປ່າໂຄກ, ຢູ່ທີ່ຕ່ຳ ຫຼື ທີ່ສູງ 500-700 ມ, ມີຄວາມທົນທານຕໍ່ຄວາມແຫ້ງແລ້ງໄດ້ດີ. ຍ້ອນໝາກ ບັນຈຸທາດໂປຼເຕອີນ, ເສັ້ນໄຍ,ເກືອແຮ່ຈ່ານ, ວິຕາມິນ B ແລະ ວິຕາມິນ C ໃນອັດຕາສູງ. ໃນປະເທດອິນເດຍ ແລະ ປະເທດອ້ອມຂ້າງຈຶ່ງມີການນຳໃຊ້ເປັນຢາປົວພະຍາດຢ່າງກວ້າງຂວາງ. ສ່ວນ ໃນປະເທດລາວແມ່ນໃຊ້ຍອດອ່ອນເປັນຜັກກັບ, ໃຊ້ໝາກຜານບາງໆຕາກແຫ້ງແລ້ວປຸງແຕ່ງ ເປັນນຳ້ດື່ມສະໝູນໄພ ດື່ມໄດ້ທັງຮ້ອນ ແລະ ເຢັນ, ດື່ມແກ້ອາ ການເຈັບຕົນໂຕ ໃຫ້ຢູ່ສະບາຍຂຶ້ນ. ແຕ່ກ່ອນ ຊາວພື້ນເມືອງ ຍັງເອົານຳ້ເມືອກໜຽວຢູ່ອ້ອມແກ່ນໃຊ້ເປັນຢາງກາວອີກດ້ວຍ.
ຕົ້ນໝາກມີ້ີ້ [Ton Makmi] Jack fruit tree
ຕົ້ນໝາກມີ້ີ້ [Ton Makmi]
ຊື່ວິທະຍາສາດ: Artocarpus heterophyllus
ຊື່ທົ່ວໄປ ເປັນພາສາອັງກິດ: Jack fruit tree
ຕົ້ນໝາກມີ້ ມີຖິ່ນກຳເນີດຢູ່ ປະເທດມາເລເຊຍ ແລະ ປະເທດອິນເດຍ, ແຜ່ຂະຫຍາຍໄດ້ດີ ຢູ່ເຂດຮ້ອນໃນທົ່ວໂລກ. ຕົ້ນສູງເຖິງ 25 ມ, ມີປະໂຫຍດທາງດ້ານອາຫານ ແລະ ໃຊ້ເປັນໄມ້ປະດັບ.
ຊື່ວິທະຍາສາດ: Artocarpus heterophyllus
ຊື່ທົ່ວໄປ ເປັນພາສາອັງກິດ: Jack fruit tree
ຕົ້ນໝາກມີ້ ມີຖິ່ນກຳເນີດຢູ່ ປະເທດມາເລເຊຍ ແລະ ປະເທດອິນເດຍ, ແຜ່ຂະຫຍາຍໄດ້ດີ ຢູ່ເຂດຮ້ອນໃນທົ່ວໂລກ. ຕົ້ນສູງເຖິງ 25 ມ, ມີປະໂຫຍດທາງດ້ານອາຫານ ແລະ ໃຊ້ເປັນໄມ້ປະດັບ.
ຕົ້ນໝາກມີ້ ມີເຊື້ອສາຍລາຍລ່ອງດຽວກັນກັບຕົ້ນຫາດ, ຕົ້ນໝາກເດື່ອທຸກຊະນິດ, ຕົ້ນໄຮທຸກປະເພດ, ຕົ້ນໜ້ອງ, ຕົ້ນປໍສາ, ດັ່ງນີ້ ເປັນຕົ້ນແຕ່ ຕົ້ນໝາກມີ້ເປັນຕົ້ນໄມ້ທີ່ຢູ່ໃກ້ກັບຮົ້ວສວນເຮືອນຊານຂອງຄົນກວ່າເພື່ອນໆໃນຕະກຸນດຽວກັນ.
ແມ່ນຕົ້ນໄມ້ຂະໜາດນ້ອຍຫາຂະໜາດກາງ, ສູງແຕ່ 8 ຫາ 25 ມ, ມີຫນ້າຕັດກວ້າງແຕ່ 30-50 ຊມ. ຕົ້ນໝາກມີ້ຈຳແນກອອກຈາກເພື່ອນໆໄດ້ງ່າຍ ຍ້ອນມີບາງລັກສະນະເດັ່ນ ຈຳນວນໜຶ່ງ,ເຊັ່ນ: ເປັນຕົ້ນຕັ້ງຂຶ້ນຊື່, ງ່າຕາກອອກ ແລະ ຕັ້ງຊັນຂຶ້ນພໍສົມຄວນ, ທຸກພາກສ່ວນມີນ້ຳຢາງຂາວຂຸ້ນ ຈະເຫັນໄດ້ເມື່ອເຮົາເອົາປາຍມີດຂີດ ຫຼື ເດັດຍອດອ່ອນ, ລຳຕົ້ນມີເປືອກບາງ, ສີຂຽວອອກໝົ່ນເວລາຍັງອ່ອນ, ບາດເປັນຕົ້ນແກ່ເປືອກມີສີໝົ່ນ ອອກຂຽວຫາໝົ່ນ, ໃບດົກໜາ ແລະ ຫລົ່ນເປັນເວລາສັ້ນໆ ແລະ ບໍ່ພ້ອມກັນຊຶ່ງເຮັດໃຫ້ຕົ້ນມີ້ມີໃບຂຽວເກືອບຕະຫຼອດປີ. ແມ່ນໃບດ່ຽວຈັບສະຫຼັບກັນ, ແຜ່ນໃບຫຍາບ ແລະ ຊາໃນມືເວລາຈັບ, ມີສີຂຽວເຂັ້ມ ແລະ ເຫື້ຼອມ, ດ້ານລຸ່ມຂອງໃບມີສີຂຽວອ່ອນ, ກ້ານໃບມີຮ່ອງເລິກ. ຮູບຊົງຂອງແຜ່ນໃບມີສອງແບບ ເຊັ່ນເວລາເປັນຕົ້ນນ້ອຍ ຫຼື ຢູ່ຕາມງ່າປົ່ງໃໝ່ແຜ່ນໃບແກວກເລິກ ເຫັນເປັນສາມບິ້ງຕິດກັນຢູ່ຕີນໃບ, ຂອບໃບເປັນແຂ້ວເລ່ືອຍຖີ່ໆ,ເມື່ອເວລາເປັນຕົ້ນແກ່ ແຜ່ນໃບເປັນແຜ່ນດຽວ ສ້ວຍຮູບໄຂ່, ໜາ ແລະ ຫຍາບກວ່າຫຼາຍ. ງ່າອ່ອນ ອວບນ້ຳ, ໃຄ່ຢູ່ຕາມຂໍ້ ບ່ອນທີ່ໃບຈັບຢູ່,ຍອດອ່ອນມີຫູໃບສີເຫຼືອງອ່ອນຫຸ້ມເອົາໄວ້. ຕົ້ນໝາກມີ້ ມີເພດແຍກຢູ່ພາຍໃນຕົ້ນດຽວກັນ, ຊໍ່ດອກຜູ້ທີ່ເອີ້ນກັນວ່າຫຳໝາກມີ້ ມີດອກນ້ອຍໆຈຳນວນຫຼາຍຈັບກັນຖີ່ໆ ສີຂຽວຈືດໆ ເວລາແກ່ດອກຊ້ຳດຳເຂົ້າ. ດອກແມ່ມີຂະໜາດໃຫຍ່ກວ່າ, ຈັບກັນຖີ່ໆເປັນຊໍ່ໃຫຍ່ກວ່າຊໍ່ຂອງດອກຜູ້. ຊໍ່ດອກແມ່ອອກ ຢູ່ຕາມແໜງໃໜ່ຊຶ່ງມີຕາມລຳຕົ້ນ ຫຼື ງ່າແກ່. ເມື່ອກາຍເປັນໝາກໆກໍຈັບຢູ່ຕາມລຳຕົ້ນ ຫຼື ງ່າແກ່ບ່ອນທີ່ຊໍ່ດອກແມ່ເຄີຍຈັບຢູ່. ຄວາມຈິງ ໝາກແມ່ນໝາກລວມ ຊຶ່ງວິວັດມາຈາກຊໍ່ດອກຊໍ່ໜຶ່ງ, ເວລາຍັງອ່ອນໝາກຈະແຂງ, ມີສີຂຽວແກມສີນ້ຳຕານ,ໜັງໝາກເປັນຕາ ຈັດກັນຖ່ີໆ, ເມື່ອໝາກສຸກແລ້ວ ຕາຈະຫ່າງໆອອກ(ຊາວບ້ານເອີ້ນວ່າຕາໝາກມີ້ຕີ່) ແລ້ວໜັງຂອງໝາກມີ້ ກໍ່ຄ່ອຍອ່ອນນຸ້ມຂຶ້ນ, ມີສີນ້ຳຕານແກມສີເຫຼືອງແລະ ມີກິ່ນຫອມ. ໝາກມີຂະໜາດໃຫຍ່ກວ່າຊໍ່ດອກຫຼາຍສິບເທົ່າ ແລະ ມີນ້ຳໜັກແຕ່3 ຫາ 30 ກິໂລ. ໝາກມີ້ ມີສອງພັນ ດັ່ງ ພັນໝາກມີ້ໜັງ ແລະ ພັນໝາກມີ້ຝ້າຍ ຊຶ່ງຈະຈຳແນກ ຄວາມແຕກຕ່າງໄດ້ນຳລົດຊາດ ແລະ ຈຸດພິເສດຂອງໝາກເທົ່ານັ້ນ, ສ່ວນວ່າຊິ້ນສ່ວນອື່ນຄືກັນໝົດ.
ເມື່ອຜ່າໝາກຈະເຫັນແກນຂອງໝາກ, ຈັບຢູ່ອ້ອມແກນ ມີບົວຫຼາຍໆອັນ, ແຕ່ລະບົວແມ່ນໝາກໜຶ່ງໜ່ວຍ. ເດີມ ຕົ້ນໝາກມີ້ມີຖິ່ນກຳເນີດຢູ່ໃນປ່າຕຶບຂອງປະເທດມາເລເຊຍ ແລະປະເທດອິນເດຍໂດຍສະເພາະຢູ່ຕາມສາຍພູກັດ ເອີ້ນອີກວ່າສາຍພູຊາຢາດີ ຊຶ່ງຕັ້ງຢູ່ຝັ່ງຕາວັນຕົກຂອງປະເທດອິນເດຍ. ຕໍ່ມາ ໄດ້ມີການນຳພັນໄມ້ ຊະນິດນີ້ອອກໄປປູກຢ່າງກວ້າງຂວາງ ທົ່ວເອເຊຍຕະວັນອອກສ່ຽງໃຕ້ ແລະ ເອເຊຍພາກໃຕ້ລາມໄປເຖິງພາກໃຕ້ຂອງປະເທດຈີນ, ປູກຢູ່ໃນບັນດາເກາະທີ່ມະຫາສະມຸດປາຊີຟິກໃນໄລຍະທີ່ມີການສ້າງຕັ້ງ ປະເທດຫົວເມືອງຂຶ້ນຂອງບາງປະເທດ ໃນຢູໂຣບ, ປູກຢູ່ທະວີບອາຟິຼກກາ ແລະອະເມຣິກາກາງ.
ການນຳໄປປູກ ຕົ້ນຕໍກໍແມ່ນເພື່ອບໍລິໂພກໝາກ, ຕໍ່ມາ ກໍແມ່ນເພື່ອປະດັບສວນ ແລະ ເດີ່ນຫຍ້າ ຊຶ່ງເຮັດໃຫ້ມີຮົ່ມ ແລະ ມີໃບສວຍງາມ ຂຽວເກືອບຕະຫຼອດປີ. ການນຳໄປປູກຕ່າງຖິ່ນກຳເນີດໄດ້ມີມາຫຼາຍເຊັ່ນຄົນແລ້ວ ອັນເຮັດໃຫ້ພັນໄມ້ຊະນິດນີ້ ປັບຕົວຕາມແວດລ້ອມເຂດຮ້ອນຕ່າງໆທີ່ກ່າວມາໄດ້ຢ່າງສົມດູນທີ່ສຸດ.ຕົ້ນໝາກມີ້ເກີດງ່າຍ, ເຕີບໂຕໄວໃນດິນຫຼາຍປະເພດທີ່ມີການລະບາຍນ້ຳໄດ້ດີ, ມັກແສງແດດ, ຈະຂະຫຍາຍໄດ້ດີຢູ່ເຂດຕ່ຳ ກວ່າຢູ່ໃນເຂດສູງ. ຊິ້ນສ່ວນທີ່ເພິ່ນໃຊ້ຫຼາຍກວ່າໝູ່ ແມ່ນໝາກ ຊຶ່ງບໍລິໂພກເປັນເຄື່ອງຫວານ, ມີແຕ່ພັນໝາກມີ້ຝ້າຍຈຶ່ງໃຊ້ປຸງແຕ່ງອາຫານ ເຊັ່ນ: ເຮັດແກງ, ເຮັດຊຸບໝາກມີ້ ເປັນອາຫານທີ່ຊາວລາວພາກກາງ ແລະ ພາກໃຕ້ນິຍົມເປັນພິເສດ. ສ່ວນວ່າ ປະເທດໃນແຖບເອເຊຍຕະວັນອອກສ່ຽງໃຕ້ ກໍໄດ້ມີການບໍລິໂພກແບບໃກ້ຄຽງກັນ. ນອກນັ້ນ ແກ່ນມີສານບຳລຸງຫຼາຍຢ່າງ ໃຊ້ກິນໄດ້,ໄມ້ມຸ່ນຫຼື ເສດໄມ້ກໍ່ໃຊ້ຍ້ອມຜ້າ ອອກສີສົ້ມຊ້ຳ ຫຼື ສີເຂ (ສີແສດຊ້ຳ) ທີ່ເພິ່ນເອົາຍ້ອມຜ້າສະບົງ, ເນື້ອໄມ້ ໃຊ້ເຮັດເຟີນິເຈີ, ເຮັດຫີບ ແລະໃຊ້ໃນການປຸກສ້າງເບົາ.
ຕົ້ນປໍສາ [Ton Posa]
ຕົ້ນປໍສາ [Ton Posa]
ຊື່ວິທະຍາສາດ: Broussonetia papyrifera
ຊື່ທົ່ວໄປ ເປັນພາສາອັງກິດ: Paper mulberry tree
ຕົ້ນປໍສາມີຖິ່ນກຳເນີດຢູ່ເຂດເອເຊຍພາກຕະວັນອອກ ແລ້ວ ຖືກນຳໄປປູກຢູ່ປະເທດອື່ນໄດ້ຫຼາຍສັດຕະວັດແລ້ວ ຈົນພັນໄມ້ ນີ້ປັບຕົວເຂົ້າກັບທຳມະຊາດໃໝ່ໄດ້ຢ່າງກົມກຽວທີ່ສຸດ ທັງນີ້ ເພື່ອການນຳໃຊ້ເປືອກສຳລັບເຮັດເຈ້ຍ ແລະ ເຄື່ອງໃຊ້ ອື່ນໆທີ່ປຸງແຕ່ງມາຈາກເຈ້ຍປໍສານັ້ນເອງ.
ຕົ້ນປໍສາເປັນໄມ້ຢືນຕົ້ນທີ່ມີເຊື້ອສາຍລາຍລ່ອງດຽວກັນກັບຕົ້ນໝາກມີ້, ຕົ້ນສົ້ມພໍ່,ຕົ້ນຫາດ, .. ດັ່ງນີ້ເປັນຕົ້ນ. ຄົນເຮົາຮູ້ນຳໃຊ້ປໍ ທີ່ໄດ້ຈາກເປືອກຂອງລຳຕົ້ນປໍສາ ເພື່ອມາດັດແປງເປັນວັດຖຸໃຊ້ປະຈຳວັນໄດ້ຫຼາຍສັດຕະວັດມາແລ້ວ. ຕົ້ນປໍສາ ເປັນຕົ້ນໄມ້ຂະໜາດນ້ອຍຫາຂະໜາດກາງ, ສູງແຕ່ 6 ຫາ 15 ມ, ມີໝ້າຕັດກວ້າງແຕ່ 10-30 ຊມ. ຕົ້ນປໍສາຈຳແນກອອກຈາກເພື່ອນໆໄດ້ງ່າຍ ຍ້ອນມີບາງລັກສະນະເດັ່ນ ຈຳນວນໜຶ່ງເຊັ່ນ ເປັນຕົ້ນຕັ້ງຂຶ້ນຊື່, ມີງ່າແຕກອອກແຕ່ລຸ່ມໆຕົ້ນ, ງ່າຕັ້ງຊັນຂຶ້ນພໍສົມຄວນ, ລຳຕົ້ນມີເປືອກບາງ, ສີນ້ຳຕານອ່ອນ ລອກອອກໄດ້ງ່າຍແລະເປັນເສັ້ນຍາວ. ຕົ້ນປໍສາເປັນໄມ້ຜັດປ່ຽນໃບ ໄລຍະສັ້ນໆ, ໃບແມ່ນໃບດ່ຽວ ຈັບສະຫຼັບກັນ, ຮູບໄຂ່ກວ້າງ, ອວບນ້ຳເລັກນ້ອຍ, ຕີນໃບມົນ ແຕ່ປາຍໃບແຫຼມ, ແຜ່ນໃບຫຍາບ, ມີຂົນຂາວທົ່ວໆ ແລະ ຄາຍມື, ແຄມໃບເປັນວັກແຂ້ວເລື່ອຍແນມເຫັນງ່າຍພໍຄວນ. ໂດຍທົ່ວໄປ ໃບມີສອງແບບຊຶ່ງອາດພົບໃນງ່າດຽວກໍ່ເປັນໄດ້ເຊັ່ນ: ໃບອ່ອນ ຫຼື ໃບທີ່ມີຢູ່ຕາມຕົ້ນທີ່ ມີການເຕີບໂຕໄວຈະແກວກເລິກຂາດອອກເປັນຮູບໂຕ M ປີ້ນຢູ່ທັງສອງຂ້າງຂອງແຜ່ນໃບເລີຍ ຫຼື ມີຂ້າງດຽວເຮັດໃຫ້ສ່ວນທີ່ຍັງເຫຼືອເປັນແຜ່ນ ຍ່ອຍ 2 ຫາ 3 ແຜ່ນ ແລະ ແບບທີສອງເຫັນທົ່ວໄປແມ່ນ ໃບມີແຜ່ນດຽວ, ສ່ວນສີຂອງໃບສ່ວນຫຼາຍແມ່ນໃບມີສີຂຽວອ່ອນນອກຈາກບ່ອນທີ່ຕົ້ນປໍສາຂະຫຍາຍງາມເປັນພິເສດ ສີຈະອອກຂຽວເຂັ້ມກວ່າ. ຕົ້ນປໍສາ ມີເພດແຍກຢູ່ຕ່າງຕົ້ນ ໝ.ຄ. ວ່າ ມີຕົ້ນຜູ້ ແລະ ຕົ້ນແມ່. ຕົ້ນຜູ້ມີແຕ່ດອກຜູ້ ຊຶ່ງມີຂະໜາດນ້ອຍ, ສີຂາວ, ຈັດລຽນກັນແໜ້ນໜາເປັນຊໍ່ ຮູບຫຼອດ, ຊໍ່ຍາວ 4 ຫາ 8 ຊມ, ໃນຊໍ່ໜຶ່ງໆມີດອກຫຼາຍຮ້ອຍດອກ ແລະ ຊໍ່ດອກຢ່ອນລົງ, ອອກເປັນຈຸ້ມໆ. ສ່ວນຕົ້ນແມ່ກໍ່ມີແຕ່ດອກແມ່ ຊຶ່ງ ມີຂະໜາດໃຫຍ່ກວ່າດອກຜູ້ນ້ອຍໜຶ່ງ, ດອກແມ່ ມີສີແດງແກມ
ສີເຫຼືອງ, ຈັດກັນແໜ້ນໜາເປັນຊໍ່ດອກ ຮູບປຸ້ມມົນ ມີເສັ້ນຜ່າກາງ ປຸ້ມດອກ 2 ຫາ 4ຊມ. ເມື່ອເປັນໝາກໆກໍ່ຈັດລຽນກັນເປັນປຸ້ມ ຄ້າຍຊໍ່ດອກ, ໝາກນ້ອຍໆ ໄສໆສີແດງແກມສີສົ້ມ ຣົດຫວານ, ກິນໄດ້. ແຕ່ໂດຍທົ່ວໄປ ຄົນຈະບໍລິໂພກເວລາຜ່ານໄປພໍ້ເທົ່ານັ້ນ ມັກຈະປະໄວ້ໃຫ້ສັດ ແລະ ອີກຢ່າງໜຶ່ງ ໝາກກໍ່ນ້ອຍຫຼາຍໂພດຈະເກັບ ຫຼືພົກພາກໍ່ຊ້ຳໄປໝົດເລີຍ. ສ່ວນຫຼາຍ ໝາກເປັນຈຸດທີ່ຄົນທົ່ວໄປສາມາດເອົາເປັນສິ່ງບົ່ງບອກວ່າຕົ້ນນັ້ນແມ່ນຕົ້ນປໍສາໄດ້ ເພາະມັນແນມເຫັນງ່າຍກວ່າຊໍ່ດອກຜູ້ ຫຼື ຊໍ່ດອກແມ່ອີກ. ເດີມ ຕົ້ນປໍສາມີຖິ່ນກຳເນີດຢູ່ເຂດ ເອເຊຍພາກຕະວັນອອກ ແລະ
ໄດ້ມີການນຳໄປປູກ ຢູ່ໃນໝູ່ເກາະທີ່ ມະຫາສະມຸດປາຊີຟິກໄລຍະທີ່ມີການເຄື່ອນ
ຍ້າຍ ຂອງຊຸມຊົນຈາກແຜ່ນດິນໃຫຍ່ໄປຢູ່ຕາມໝູ່ເກາະໃນມະຫາສະມຸດປາຊີຟິກ.ສ່ວນຢູ່ລາວ ເພິ່ນພົບຕົ້ນປໍສາຢູ່ໃນເຂດອາກາດເຢັນພໍສົມຄວນ, ແຕ່ພາກກາງໄປຫາພາກເໜືອເທົ່ານັ້ນ. ຕົ້ນໄມ້ຊະນິດນີ້ ມັກເກີດ ຕາມແຄມນ້ຳ, ດິນວ່າງເປົ່າ,ເກີດໃນປ່າເຫຼົ່າ, ມັກດິນຊຸ່ມ ແຕ່ລະບາຍນ້ຳໄດ້ດີ. ຊິ້ນສ່ວນ ທີ່ນຳໃຊ້ແມ່ນເປືອກຂອງລຳຕົ້ນທີ່ເພິ່ນເອົາມາຕົ້ມເພື່ອແຍກເອົາເສັ້ນໄຍແລ້ວຜະລິດເປັນແຜ່ນເຈ້ຍ, ເຮັດດ້ວຍມືແລະຕາກແດດແບບທຳມະຊາດ ຫຼື ເຮັດດ້ວຍເຄື່ອງ ຈັກ. ເຈ້ຍທີ່ໄດ້ຮັບແມ່ນມີຄຸນນະພາບດີ, ຈາກນັ້ນຈຶ່ງນຳ ໃຊ້ເຈ້ຍໄດ້ໂດຍກົງ ຫຼື ເອົາໄປປຸງແຕ່ງ ເຄື່ອງໃຊ້ອື່ນອີກ
ເຊັ່ນ ເຮັດເຄື່ອງຫຸ້ມດອກໄຟ, ວີ, ຖົງໃສ່ຂອງຂວັນ, ບັດອວຍພອນ, ບັດເຊີນ, …ດັ່ງນີ້ເປັນຕົ້ນ.Monday, July 22, 2019
ຕົ້ນດອກຈານ [Ton Chane]
ຕົ້ນດອກຈານ [Ton Chane]
ຊື່ວິທະຍາສາດ: Butea monosperma
ຊື່ທົ່ວໄປ ເປັນພາສາອັງກິດ: Flame of the forest, Bastard teak, Parrot tree
ຕົ້ນຈານມີຖິ່ນກຳເນີດຢູ່ປະເທດປະກິດສະຖານຮອດປະເທດ ອິນເດຍ, ບັງກະລາເທດ,ເນປານ, ສີລັງກາ, ອິນໂດເນເຊຍ, ມ່ຽນມ້າ, ໄທ, ກຳປູເຈຍ, ຫວຽດນາມ ແລະ ລາວ.ເປັນຕົ້ນສູງ ປະມານ 15 ມ ໃຊ້ເປັນພືດປະດັບຍ້ອນ ດອກ ແລະ ໃບ, ທັງໃຊ້ເປັນຢາພື້ນເມືອງອີກດ້ວຍ.
ຕົ້ນດອກຈານ ຫຼື ກົກຈານ ເປັນໄມ້ຢືນຕົ້ນທີ່ມີເຊື້ອສາຍລາຍລ່ອງດຽວກັນກັບ ຕົ້ນດູ່,ຕົ້ນຄຳພີ, ຕົ້ນຖົ່ວທັງຫຼາຍ, ເຄືອຕຸ່ມແຍ ແລະ ເຄືອໄຫຼ ດັ່ງນີ້ເປັນຕົ້ນ, … ບາງຄັ້ງຢູ່ບາງທ້ອງຖິ່ນເພິ່ນຍັງເອີ້ນຊື່ຕົ້ນນີ້ວ່າ ຈານຕົ້ນເພື່ອແຍກອອກຈາກພືດຊະນິດໜຶ່ງທີ່ຄ້າຍຄືກັນຫຼາຍແຕ່ເປັນເຄືອ ຊຶ່ງເພິ່ນເອີ້ນວ່າຈານເຄືອ. ທາງດ້ານຊື່ ເປັນພາສາສາກົນ (Flame of the Forest) ຊຶ່ງແມ່ນຊື່ທີ່ເພິ່ນເຄີຍໄດ້ຕັ້ງ ໃຫ້ຕົ້ນຜາງ ດັ່ງທີ່ໄດ້ກ່າວມາແລ້ວໃນປຶ້ມຫົວນີ້ກໍ່ອາດ ແມ່ນຍ້ອນສີສັນຂອງດອກສີສົ້ມຈືດ ຫຼື ສີສົ້ມແກມສີແດງທີ່ເບັ່ງບານຊອນໆກັນ ຫຼັງຈາກໃບໄດ້ຫຼຸດຫລົ່ນອອກ ເກືອບໝົດແລ້ວ ອັນເຮັດໃຫ້ກົກຈານ ຮຸ່ງຈາດອອກສູ່ສາລະທິດເຊັ່ນ ດຽວກັບຕົ້ນ ດອກຜາງ, ແຕ່ຂອບເຂດແຜ່ກະຈາຍຂອງຕົ້ນດອກຈານນີ້ພັດມີຄວາມຈຳກັດ ກວ່າຕົ້ນດອກຜາງຫຼາຍ. ກົກຈານມີລັກສະນະບາງຢ່າງທີ່ຊ່ວຍໃນການແຍກອອກ ຈາກເພື່ອນໆໄດ້ ດັ່ງເປັນໄມ້ຂະໜາດກາງ, ສູງປະມານ 15 ມ, ໜ້າຕັດ ກວ້າງ 20-40 ຊມ, ລຳຕົ້ນເປັນທໍ່ກົມ ມີຕູດມີໂກນຢົງຢາຍຢູ່ຕາມລຳຕົ້ນ, ເປືອກສີຂີ້ເທົ່າຊ້ຳ, ມີຮອຍແຕກຕື້ນຢາຍທົ່ວໆຕາມລວງຍາວ, ງ່າຕັ້ງຊັນ, ໝົດທັງຕົ້ນບໍ່ເປັນຮູບ ເປັນຊົງ ຈະແຈ້ງ. ໃບ ແມ່ນໃບປະສົມ ມີສາມໃບຍ່ອຍ, ໃບຍ່ອຍໃບກາງໃຫຍ່ກວ່າໝູ່, ຮູບ ເກືອບສີ່ລ່ຽມຈ້ວຍ, ກ້ານໃບຍາວ, ຕີນ ແລະ ປາຍໃບອ່າວມົນ,ມີຂົນອ່ອນໆປູຕາມ ທ້ອງໃບ. ກົກຈານເປັນໄມ້ຜັດປ່ຽນໃບ ໄລຍະສັ້ນໆ, ໂດຍທົ່ວໄປດອກອອກກ່ອນ ໃບປົ່ງໃນທ້າຍລະດູແລ້ງ, ແຕ່ບາງຄັ້ງຄາວ ກໍ່ເຫັນວ່າເວລາດອກເລີ້ມບານ ຍັງເຫັນມີໃບຢູ່ນຳເລັກໆນ້ອຍໆ. ດອກອອກເປັນຊໍ່ໃຫຍ່, ມີດອກຈຳນວນຫຼາຍຈໍ່ຈີມກັນ ອອກມາ, ມີຂົນຕາມກ້ານຊໍ່ດອກ, ຕາມກ້ານດອກ, ຕາມກາບ ແລະ ກີບດອກອີກດ້ວຍ. ເບິ່ງຢ່າງໜຶ່ງລັກສະນະຂອງກີບດອກຄ້າຍຄືສົບນົກແກ້ວອີກ ຊຶ່ງສຽບຢູ່ ຫົ້ງ
ກາບດອກ ສີນ້ຳຕານຊ້ຳ ຕັດກັບສີແສດຂອງກີບດອກ. ໝາກເປັນຝັກແປ ຍາວ 15-20ຊມ, ມີຂົນເຕັມຕາມເປືອກອອກ ສີຂາວໂໝກ. ແກ່ນມີ 1 ເມັດ ຈັບຢູ່ເບື້ອງປາຍໝາກ.ເວລາໝາກຫ້າວ ມັນຈະແຕກອອກຢູ່ປາຍບ່ອນທີ່ມີແກ່ນຈັບຢູ່ເທົ່ານັ້ນ ສ່ວນດ້ານລຸ່ມຂອງໝາກບໍ່ແຕກເລີຍ. ກົກຈານມີຖິ່ນກຳເນີດຢູ່ເຂດເອເຊຍຮ້ອນ ແລະ ຊຸ່ມ,ແຕ່ປະເທດປະກິດສະຖານ ຮອດປະເທດອິນເດຍ, ບັງກະລາເທດ, ເນປານ, ສີລັງກາ, ອິນໂດເນເຊຍ, ມ່ຽນມ້າ, ໄທ, ກຳບູເຈຍ, ຫວຽດນາມ ແລະ ລາວ. ເປັນພັນໄມ້ປ່າ, ມີການເຕີບໂຕຊ້າ, ເພິ່ນພົບໄມ້ພັນນີ້ໃນເຂດທົ່ງພຽງ, ໃນປ່າໂຄກ, ປ່າຄັງ, ບ່ອນດິນເປົ່າວ່າງ.
ສິ່ງທີ່ນຳໃຊ້ຈາກຕົ້ນນີ້ ກໍ່ແມ່ນດອກເພື່ອໃຊ້ປະດັບ, ໃຊ້ບູຊາພຼະ ຍາມບຸນເຂົ້າຈີ່ໃນເດືອນສາມເພັງ ຊຶ່ງບ່າວສາວຊາວຊົນນະບົດໃນສະໄໝກ່ອນໄດ້ອອກໄປເກັບດອກໄມ້ປ່າ ເຊັ່ນດອກຂະຍອມ, ດອກຈານ ດັ່ງນີ້ເປັນຕົ້ນ ແລ້ວນຳມາຖະຫວາຍພຼະເພື່ອຂໍພອນໃຫ້ສິ່ງທີ່ປາດຖະໜາຢູ່ໃນໃຈຂອງແຕ່ລະຄົນໄດ້ສົມຫວັງດ້ວຍ. ໃນໄລຍະຫຼັງໆມານີ້ ຜູ້ຄົນກໍເລີ້ມນຳເອົາພັນໄມ້ຊະນິດນີ້ເຂົ້າມາປູກເປັນພືດປະດັບໃນຕົວເມືອງຫຼາຍຂຶ້ນ ເຊັ່ນ ປະດັບລຽບແຄມທາງ, ເດີ່ນຕ່າງໆ ຍ້ອນຄວາມງົດງາມ ແລະສົດໄສຂອງດອກນັ້ນເອງ, ນອກຈາກເວລາອອກດອກ ຕົ້ນຈານກໍ່ຍັງຄົງຄວາມສວຍງາມບໍ່ໜ້ອຍ ຍ້ອນໃບມີສີຂຽວ ທົນນານ. ໄດ້ມີການເກັບກຳວ່າ ຢູ່ປະເທດອິນເດຍຕົ້ນຈານຍັງເປັນຕົ້ນໄມ້ສັກສິດ ເພາະມັນຕິດພັນກັບຮີດຄອງທາງສາດສະໜາຂອງຜູ້ຄົນໃນປະເທດນັ້ນ, ພ້ອມດຽວກັນ ບາງຊິ້ນສ່ວນຂອງ ຕົ້ນຈານຍັງໃຊ້ເປັນຢາປົວພະຍາດ ດັ່ງໃບ ແລະ ແກ່ນ, ດອກເອົາໃຊ້ຍ້ອມຜ້າ. ສ່ວນວ່າຢູ່ບ້ານເຮົາກໍ່ປະກົດວ່າມີການໃຊ້ດອກແຫ້ງຊົງນຳ້ຮ້ອນ ຜ່ອນຄາຍຄວາມອິດເມື່ອຍ ແລະ ບຳລຸງຮ່າງກາຍ
ຕົ້ນຝາງ, ຕົ້ນດອກຫາງຍຸງ [Ton Fangdaeng, Ton Hangnjoung]
ຕົ້ນຜາງ, ຝາງແດງ, ສະຝາງ, ຕົ້ນດອກຫາງຍຸງ [Ton Fangdaeng, Ton Hangnjoung]
ຊື່ວິທະຍາສາດ: Delonix regia
ຊື່ທົ່ວໄປ ເປັນພາສາອັງກິດ: Famboyant, Flame of the forest, Flame tree, Peacock flower tree, Royal poinciana
ຕົ້ນຜາງມີຖິ່ນກຳເນີດຢູ່ປະເທດ ມາດາກັດສະກາ, ເປັນພັນໄມ້ ທີ່ມີການເຕີບໂຕໄວ. ຄວາມສູງ 10-15 ມ, ໜ້າຕັດລຳຕົ້ນ ປະມານ 1.50 ມ ມີອາຍຸຫຼາຍປີ. ເພິ່ນໃຊ້ເປັນພືດປະດັບ, ຜູ້ຄົນໃນເຂດຮ້ອນໃນທົ່ວໂລກຮູ້ຈັກ ແລະ ນິຍົມປູກຕົ້ນໄມ້ຊະນິດນີ້ເພື່ອປະດັບສວນ, ເດີ່ນ ແລະ ແຄມທາງແຕ່ຫຼາຍທົດສະວັດມາແລ້ວ
ຕົ້ນຜາງ ຫຼື ຕົ້ນດອກຫາງຍຸງ ເປັນໄມ້ທີ່ຮ່ວມຕະກຸນດຽວກັບຕົ້ນໝາກຂາມ, ຕົ້ນຂີ້ເຫຼັກ, ຕົ້ນແຕ້ຄ່າ, ແຕ້ຫນາມ ດັ່ງນີ້ເປັນຕົ້ນ… ແຕ່ ຕົ້ນດອກຫາງຍຸງເປັນ ຕົ້ນທີ່ຜູ້ຄົນຄຸ້ນເຄີຍ ແລະ ຊື່ນຊົມຫຼາຍກວ່າເພື່ອນໆທັງຫຼາຍ ຍ້ອນຄວາມສະງ່າງາມຂອງດອກຊຶ່ງອອກໃນຖ້າມກາງລະດູຮ້ອນເຜົາໃໝ້ ແຕ່ເມື່ອເຖິງກາລະເວລາ ດອກສີແດງສົດໄສກໍ່ຈີ່ຈູມ ແລະ ໂຜ່ອອກມາພ້ອມໆກັນ ແລະ ຈັບຢູ່ງ່າໂລ້ນເປືອຍ ບໍ່ມີ ໃບໃນຍາມລະດູແລ້ງ ປຽບເໝືອນວ່າຊີວິດໄດ້ກັບຄືນມາສູ່ຕົ້ນຜາງອີກເທື່ອໜຶ່ງ ຫຼັງຈາກທີ່ຍຸບເຍົາມາໃນລະດູຮ້ອນແລ້ວ. ອັນໄດ້ເຮັດໃຫ້ ບໍລິເວນທີ່ ຕົ້ນນັ້ນຢູ່ ຮຸ່ງໄປທົ່ວສາລະທິດເອົາໂລດ ດັ່ງທີ່ບົ່ງບອກຈາກຊື່ເປັນພາສາສາກົນນັ້ນເອງ. ໄມ້ຜາງ ເປັນໄມ້ຢືນຕົ້ນຂະໜາດນ້ອຍຫາຂະໜາດກາງ, ສູງ 10-15 ມ, ໜ້າຕັດລຳຕົ້ນ ສາມາດຮອດ 1.50 ມ. ຕົ້ນແກ່ ມີປີກຮາກ ບາງຄັ້ງກໍເປັນລ່ຽມສົມຄວນ ຫຼື ໂຄ້ງໂງບໍ່ໜ້ອຍ. ເປືອກລຳຕົ້ນ ສີນ້ຳຕານແກມສີໝົ່ນ, ເປືອກກ້ຽງ ຫຼື ມີຮອຍແຕກເຫີບຕື້ນໆ, ງ່າ ຕັ້ງຊັນ ແລະ ຕາກອອກພໍຄວນ, ບາງ
ຄັ້ງ ງ່າແອນລົງເລິກ ເກືອບເຖິງໜ້າດິນ ເຮັດໃຫ້ເຮືອນຍອດເປັນຮູບຄັນຮົ່ມເປີດ. ໃບຂອງຕົ້ນຜາງແມ່ນ ໃບປະສົມສອງຂັ້ນຄ້າຍໃບຜັກກູດ, ຈັບສະຫຼັບກັນ, ໃບຍ່ອຍເປັນແຜ່ນນ້ອຍໆ ມີຈຳນວນຫຼາຍ ຈັບພາບກັນ. ຕົ້ນດອກຫາງຍຸງ ເປັນໄມ້ຜັດປ່ຽນໃບຕະຫຼອດລະດູແລ້ງ. ດອກອອກເປັນຊໍ່ໃຫຍ່ ພ້ອມທັງດອກເອງກໍ່ມີຂະໜາດໃຫຍ່, ກາບດອກໜາ, ດ້ານໃນອອກສີແດງ, ດ້ານນອກສີເຫຼືອງອ່ອນແກມສີຂຽວອ່ອນ, ກີບດອກສີແດງຮຸ່ງ, ກິ່ວຢູ່ຕີນ. ນອກນັ້ນ ມີກີບໜຶ່ງຕ່າງໝູ່ ອອກສີບົວອ່ອນພ້ອມມີຈຸດໆສີແດງເຮັດໃຫ້ຄຶດເຖິງຫາງຂອງນົກຍຸງ ດັ່ງນັ້ນ ຊື່ຕາມທ້ອງຖິ່ນແບບເດີມໆຈຶ່ງວ່າ ດອກຫາງຍຸງ ຍ້ອນດອກມີຮູບຊົງຄ້າຍຄືຫາງຂອງນົກຍຸງນັ້ນເອງ. ໝາກ ແມ່ນປະເພດຝັກ, ແປ,ຍາວ 15-25 ຊມ, ເມື່ອຍັງອ່ອນ ໝາກມີສີຂຽວ, ບາດແກ່ ອອກສີດຳ. ແກ່ນ ຮູບກົມຍາວ ລຽນກັນເປັນແຖວຕັດຕາມລວງຍາວຂອງໝາກ. ແກ່ນຂອງໝາກ ເມື່ອຕົ້ມແລ້ວແກະກິນກີບລ້ຽງໄດ້. ຖ້າໝາກຫາກຫ້າວແລ້ວ ບໍ່ຖືກເກັບຈະເຫັນມັນແຕກອ້າຕາມລວງຍາວ ແລະ ຈັບແຂວນຢູ່ນຳງ່າ ອັນເຮັດໃຫ້ແກ່ນຂອງມັນຕົກລົ່ນອອກແບບທຳມະຊາດ. ເດີມ ຕົ້ນຜາງເປັນຕົ້ນໄມ້ເກີດສະເພາະຖິ່ນຂອງປະເທດມາດາກັດສະກາ, ເກີດຢູ່ໃນປ່າໂຄກແຫ້ງແລ້ງ. ຕົ້ນນີ້ ຖືກນຳໄປປູກຢ່າງກວ້າງ ຂວາງ ຢູ່ໃນປະເທດອື່ນໃນເຂດຮ້ອນທົ່ວໂລກ. ອັນເຮັດໃຫ້ຢູ່ຖິ່ນເດີມເກືອບບໍ່ມີພັນໄມ້ຊະນິດ
ນີ້ແລ້ວ ໃນປະຈຸບັນ ແລະ ຖືກຈັດວ່າເປັນພັນໄມ້ທີ່ມີຄວາມສ່ຽງຈະສູນພັນແລ້ວແຕ່ຕົງກັນຂ້າມໃນປະເທດທີ່ປູກໃໝ່ ພັນໄມ້ຊະນິດນີ້ຂະຫຍາຍຫຼາຍ ແລະ ໄດ້ຮັບຄວາມເອົາໃຈໃສ່ສູງ, ບາງປະເທດ ຍັງປູກແບບຕົ້ນໄມ້ແຈ້ໃສ່ເຕົ້າ (ແບບບັນຊາຍ)ເປັນສິນຄ້າລາຄາສູງອີກດ້ວຍ. ລວມຄວາມວ່າ ຕົ້ນໄມ້ພັນນີ້ຖືກນຳອອກຈາກຖິ່ນເດີມຍ້ອນຄວາມສວຍງາມຂອງດອກ ບວກເຂົ້າກັບການແຜ່ພັນງ່າຍດາຍ.ການປູກ ໃນປະເທດເຫຼົ່ານັ້ນກໍແມ່ນ ສະເພາະການປະດັບເທົ່ານັ້ນ, ປູກຕາມເດີ່ນ ຫຼືປູກປະດັບລຽບຕາມແຄມທາງ ຍ້ອນມັນມີລະບົບຮາກແຂງແກ່ນຫຼາຍບວກກັບຮົ່ມທີ່ໄດ້ຈາກໃບ. ສຳລັບປະເທດເຮົາ ກໍ່ປະກົດວ່າຖືກນຳເຂົ້າມາປູກໃນສະໄໝຝລັ່ງມາປົກຄອງພຸ້ນ ຈົນພັນໄມ້ນີ້ປັບຕົວເຂົ້າກັບສະພາບດິນຟ້າອາກາດຂອງບ້ານເຮົາໄດ້ເປັນຢ່າງດີແລ້ວ. ນອກຈາກ ຈະໃຊ້ປະດັບທັງຕົ້ນແລ້ວ ຊາວລາວຍັງເອົາພົ້ວດອກຜາງມາປະດັບໃນງານປະເພນີຈຳນວນໜຶ່ງ ຢູ່ຕົວເມືອງກໍ່ດີ ຢູ່ຊົນນະບົດ ກໍ່ມີຈົນເທົ່າທຸກວັນນີ້.
ຕົ້ນກຸງ [Ton Koung]
ຕົ້ນກຸງ [Ton Koung]
ຊື່ວິທະຍາສາດ: Dipterocarpus tuberculatus
ໄມ້ກຸງ ເກີດຢູ່ປ່າໂຄກໃນປະເທດ ບັງກະລາເທດ, ມ່ຽນມ້າ, ໄທ, ຫວຽດນາມ,ກຳບູເຈຍ ແລະ ລາວ. ແຜ່ນໃບໃຫຍ່, ຫຍາບໃຊ້ຫໍ່ເຄື່ອງ, ມຸງເຮືອນ, ເຮັດຝາຂັ້ນຫ້ອງ.ໄມ້ໃຊ້ກໍ່ສ້າງບ້ານເຮືອນ ແລະ ເຮັດໄມ້ອັດ. ຂີ້ຕົກໃຊ້ເຮັດກະບອງ ຊື່ງເປັນວັດຖຸແປຊະນິດຫນື່ງໃນກຸ່ມເຄື່ອງປ່າຂອງດົງ.
ຕົ້ນກຸງ ແມ່ນພັນໄມ້ທີ່ມີເຊື້ອສາຍລາຍລ່ອງດຽວກັບຕົ້ນຍາງ, ຕົ້ນຈິກ, ຕົ້ນຮັງ, ຕົ້ນຕະແບງ, ຕົ້ນຊີ,…ດັ່ງນີ້ເປັນຕົ້ນ. ຕົ້ນກຸງ ເປັນຕົ້ນໄມ້ທີ່ຕິດພັນກັບຊີວິດປະຈຳວັນຂອງຄົນລາວທົ່ວໄປຫຼາຍສົມຄວນໃນສະໄໝກ່ອນ ແຕ່ໃນປະຈຸບັນນີ້ ຄົນລຸ້ນໃໝ່ສ່ວນຫຼາຍ ບໍ່ຮູ້ຈັກເສຍແລ້ວ ນອກຈາກວ່າແມ່ນຄົນລຸ້ນໃໝ່ ທີ່ຍັງຕິດພັນກັບຊົນນະບົດແດ່.ຕົ້ນກຸງມີບາງລັກສະນະທີ່ຊ່ວຍໃນການຈຳແນກອອກຈາກເພື່ອນໆຮ່ວມຕະກຸນດຽວໄດ້ເປັນບາງຈຸດ ດັ່ງໄມ້ກຸງເປັນໄມ້ຢືນຕົ້ນຂະໜາດກາງ ຫາຂະໜາດໃຫຍ່, ສູງແຕ່ 20 ຫາ30 ມ, ລຳຕົ້ນຕັ້ງຊື່, ເປັນທໍ່ກົມ, ສີໝົ່ນ ຫຼື ສີໝົ່ນອອກດຳ, ມີຮອຍແຕກເຫີບເປັນຮ່ອງເລິກຕາມລວງຍາວ, ງ່າຊັນຂື້ນແຕ່ເປັນງ່າເລັກງ່ານ້ອຍ ຄົດໆໂງໆ. ໃບ ເປັນໃບດ່ຽວ,ຂະໜາດໃຫຍ່, ລວງກວ້າງຮອດ 30 ຊມ, ລວງຍາວ 35-40 ຊມ, ແຜ່ນໃບຫຍາບ,ກ້ຽງ ຫຼື ມີຂົນຫ່າງໆ, ຕີນໃບວຳ້ເປັນຮູບຫົວໃຈ, ໃບອອ່ນ ອອກສີນຳ້ຕານ ແກມສີແດງ,ໃບແກ່ສີຂຽວອ່ອນແກມສີເຫຼືອງອ່ອນໆ. ຕົ້ນໄມ້ກຸງ ເປັນໄມ້ຜັດປ່ຽນໃບ, ໃບລົ່ນໄລຍະສັ້ນໆ, ຍອດອ່ອນປົ່ງໃໝ່ ມີກາບສີເທົາຫຸ້ມໄວ້, ກາບມີຂົນສັ້ນໆ. ດອກອອກເປັນຊໍ່ສັ້ນ ອອກຕາມຫຼືບໃບ ຫຼື ປາຍກິ່ງ, ດອກມີ ສີມ່ວງອົມສີແດງ ຫາສີບົວແກມສີມ່ວງ,ແຄມຂອງກີບດອກເປັນສີຂາວໄຂ່, ທັງໝົດກີບດອກ ຈັບວຽນກັນ ເຮັດໃຫ້ມີຄວາມສວຍງາມພິເສດ. ເມື່ອເປັນໝາກໆມີປີກ, ປີກຍາວ 2 ປີກ, ປີກສັ້ນພໍເຫັນເປັນຕິ່ງ 3ປີກ, ປີກຍາວສີບົວອ່ອນແກມສີແດງອ່ອນ, ມີກ່າງກາງ 1 ກ່າງ ແລະ ກ່າງຂ້າງ 2 ກ່າງ.ຕົ້ນກຸງ ເກີດໃນປ່າໂຄກມີໄມ້ຜັດປ່ຽນໃບ ທີ່ມີພືດພັນຕະກຸນຕົ້ນຍາງເປັນຈຳນວນເດັ່ນ,ພົບປະປົນກັບພັນໄມ້ອື່ນ ຫຼື ບາງຄັ້ງກໍ່ພົບແຕ່ໄມ້ພັນນີ້ລ້ວນໆ, ພົບຢູ່ເຂດຕ່ຳຈົນເຖິງບ່ອນທີ່ມີລະດັບຄວາມສູງ 1300 ມ ໃນປະເທດ ບັງກະລາເທດ, ມ່ຽນມ້າ, ໄທ, ຫວຽດ
ນາມ, ກຳປູເຈຍ ແລະ ລາວ. ຊິ້ນສ່ວນທີ່ຖືກນຳໃຊ້ ແມ່ນໃບຊື່ງເພິ່ນເອົາໃຊ້ຫໍ່ເຄື່ອງໄດ້ທຸກຢ່າງນັບທັງອາຫານການກິນໃນສະໃໝກ່ອນ ແຕ່ໃນປະຈຸບັນໄດ້ເຊົາໃຊ້ແລ້ວແລະ ທົດແທນດ້ວຍແຜ່ນເຈ້ຍ ຫຼື ຖົງເຈ້ຍ ຫຼື ຖົງຢາງປລັດສະຕິກ,…. ດັ່ງນີ້ເປັນຕົ້ນ.
ນອກນັ້ນ ການສານໃບຕອງກຸງ ເປັນແຜ່ນເພື່ອມຸງເຮືອນ ແລະ ເຮັດຝາຂັ້ນຫ້ອງ ກໍຍັງມີຢູ່ໃນຊົນນະບົດຢູ່. ສ່ວນວ່າໄມ້ ຊື່ງເປັນໄມ້ເນື້ອແຂງທົນທານ ຕໍ່ມອດແມງສົມຄວນເພິ່ນນຳໃຊ້ເຂົ້າໃນການກໍ່ສ້າງບ້ານເຮືອນ, ເຮັດໄມ້ອັດທີ່ມີລວດ ລາຍງາມພໍສົມຄວນສຳລັບໃຊ້ໃນການຕົບແຕ່ງພາຍໃນ. ສຸດທ້າຍ ຂີ້ຕົກທີ່ມາຈາກນ້ຳມັນຂອງພັນໄມ້ຊະນິດນີ້ຊື່ງຕົກຫລົ່ນຈາກຕົ້ນໄມ້ກຸງເອງ ເພິ່ນເອົາມາໃຊ້ຢາເຮືອ ແລະ ປະສົມກັບ ນຳ້ມັນຢາງແລະ ເສດໄມ້ໂດກ ເຮັດໃຫ້ມຸ່ນ ເພື່ອເຮັດກະບອງສຳລັບໄຕ້ຈົນຮອດເທົ່າທຸກວັນນີ້
ຕົ້ນງິ້ວ [Ton Ngiou]
ຕົ້ນງິ້ວ [Ton Ngiou]
ຊື່ວິທະຍາສາດ: Ceiba pentandra
ຊື່ທົ່ວໄປ ເປັນພາສາອັງກິດ: Kapok tree, Silk Cotton tree, Ceiba
ຕົ້ນງິ້ວມີຖິ່ນກຳເນີດຢູ່ເຂດອາເມຣິກາກາງກວມມາຮອດພາກເໜືອຂອງອາເມຣິກາໃຕ້ ແລະ ເຂດຕະເວັນຕົກຂອງທະວີບອາຟຼິກກາ. ໃນຖິ່ນເດີມຕົ້ນງິ້ວສູງເຖິງ 70 ມ, ສ່ວນໃນແຖບເອເຊຍ ມັນສາມາດສູງຮອດ 30-40 ມ ເທົ່ານັ້ນ. ຕົ້ນງິ້ວອ່ອນມີໜາມແຂງຢາຍຕາມລຳຕົ້ນ ແຕ່ບາດເວລາ ເປັນຕົ້ນເກົ່າແລ້ວ ໝາມຈະໝົດໄປແຕ່ ຕົງກັນຂ້າມ ປີກຮາກມີຫຼາຍຂຶ້ນ ແລະ ມີຂະໜາດໃຫຍ່ອີກດ້ວຍ.
ຕົ້ນງິ້ວ ເປັນໄມ້ທີ່ມີສາຍຍາດດຽວກັນກັບ ຕົ້ນຖົ່ວລຽນ, ຕົ້ນງິ້ວປ່າ ຫຼື ງິ້ວຜາ, ຕົ້ນງິ້ວດອກແດງ ແລະ ຕົ້ນບາວບັບ ທີ່ເກີດຢູ່ປ່າຄັງ ທະວີບອາຟຼິກກາ. ຖ້າປ່ອຍໃຫ້ພັນໄມ້ຊະນິດນີ້ ເກີດຕາມທຳມະຊາດ ມັນເປັນຕົ້ນໃຫຍ່ຫຼາຍ, ສູງເຖິງ 30 ຫາ 40 ມ ພຸ້ນໃດ໋ແຕ່ ຢູ່ບ້ານເຮົາມັກຮານໄມ້ຊະນິດນີ້ຫຼາຍ ອາດແມ່ນຍ້ອນເປັນໄມ້ທີ່ເຕີບໃຫຍ່ໄວຫຼາຍກໍ່ເປັນໄດ້ ຊຶ່ງເຮັດໃຫ້ກວມເອົາໝູ່ຫຼາຍໂພດ. ໝ້າຕັດຂອງລຳຕົ້ນໃຫຍ່ໆນີ້ສາມາດກວ້າງ ເຖິງ 2 ມ. ຕົ້ນງິ້ວຈຳແນກອອກໄດ້ງ່າຍ ຍ້ອນມີບາງລັກສະນະເດັ່ນຈຳນວນໜຶ່ງເຊັ່ນ ເປັນຕົ້ນຕັ້ງຂຶ້ນຊື່, ເວລາຍັງອ່ອນ ຕົ້ນມີເປືອກບາງ, ກ້ຽງ, ອອກສີຂຽວ. ງ່າ ແຕກອອກເປັນສອງ ຫາສາມງ່າຍ່ອຍຢູ່ລະດັບໃກ້ຄຽງກັນ. ເມື່ອຂະຫຍາຍໄປໄດ້ໄລຍະໜຶ່ງຈະມີໜາມແຂງ ແລະ ແຫຼມຢັງຢາຍຢູ່ຕາມລຳຕົ້ນ, ເປືອກສີຂຽວ ກໍກ່ຳລົງ, ເມື່ອ ເປັນຕົ້ນແກ່ແລ້ວ ໝາມກໍ່ຄ່ອຍໆໝົດໄປ, ສີຂອງລຳຕົ້ນກໍ່ອ່າວເປັນສີນ້ຳຕານແກມສີໝົ່ນໄປຊັກໃຊ້, ເຮືອນຍອດເຫວີອອກ ບໍ່ພຽງກັນປານໃດ, ງ່າ ມັກມີຢູ່ປາຍໆຂອງຕົ້ນ. ຕົ້ນ
ງິ້ວ ແມ່ນໄມ້ຜັດປ່ຽນໃບຕະຫຼອດລະດູແລ້ງ ກ່ອນທີ່ຈະອອກດອກ. ໃບ ແມ່ນໃບປະສົມແບບນິ້ວມື, ມີໃບຍ່ອຍ 5 ຫາ 9 ໃບ, ຂະໜາດຫຼຸດລື່ນກັນ. ໃບຍ່ອຍໃບກາງໃຫຍ່ກວ່າໝູ່ສຸດ. ດອກອອກເປັນຈຸ້ມສັ້ນໆ, ມີ 3 ຫາ 6 ດອກຕໍ່ຈຸ້ມ. ດອກສີຂາວໄຂ່ ຫຼືສີຂາວອົມສີບົວອ່ອນໆ, ກາບດອກສີຂຽວຕິດກັນເປັນຮູບຈອກ, ພົ້ນລື່ນກີບດອກຂຶ້ນມາແມ່ນເກສອນຊ່ຶງອອກສີສົ້ມ ຕັດກັບສີຂອງກີບດອກ ເຮັດໃຫ້ເຮົາແນມເຫັນແຕ່ໄກ.ໝາກເປັນຮູບທໍ່ກົມ ສ້ວຍກົກ ສ້ວຍປາຍ, ສີຂຽວເຫຼື້ອມ, ບາດເວລາແກ່ ຈະອອກສີນຳ້ຕານ. ເມື່ອຫາກແກ່ເຕັມທີ່ ແລະແຫ້ງ ໝາກຈະແຕກເຮັດໃຫ້ນວນງິ້ວທີ່ຖືກຈັດແໜ້ນຢູ່ພາຍໃນຢ່າງເປັນລະບຽບແຕກຊະອອກ. ອັນເຮັດໃຫ້ແກ່ນຊຶ່ງຝັງໃນນວນງິ້ວປິວໄປໄດ້ໄກ ຊຶ່ງເປັນການຊ່ວຍໃຫ້ການແຜ່ພັນຂອງໄມ້ຊະນິດນີ້ກວ້າງອອກໄປ.ເດີມ ຕົ້ນງິ້ວມີຖິ່ນກຳເນີດຢູ່ໃນເຂດອາເມຣິກາກາງ (ປະເທດເມັກຊິກໂກ ແລະປະເທດໃນແຖບໝູ່ເກາະກາຣາອິບ) ກວມມາຮອດພາກເໜືອ ຂອງອາເມຣິກາໃຕ້ ແລະ ເຂດຕາເວັນຕົກ ຂອງທະວີບອາຟຼິກກາ. ມັນຖືກນຳມາປູກໃນເຂດເອເຊຍຍ້ອນການແຜ່ພັນແບບທຳມະຊາດ ງ່າຍດາຍ ຫຼື ຜ່ານການປູກ ຈຶ່ງເຮັດໃຫ້ໄມ້ຊະນິດນີ້ແຜ່ຫຼາຍ ແລະ ເປັນທີ່ຮູ້ຈັກດີ. ໃນຖິ່ນເດີມຕົ້ນງິ້ວເກີດໃນປ່າຕຶບ, ສາມາດສູງເຖິງ
70 ມ ພຸ້ນ. ຍິ່ງ ຕົ້ນໄດ້ຫຼາຍປີເທົ່າໄດ້ ຍິ່ງມັກມີປີກຮາກຊຶ່ງຄວາມສູງອາດເທົ່າກັບສອງເທື່ອຄົນພຸ້ນ, ປີກຮາກໄຕ່ຕາມໜ້າດິນ ຢູ່ບໍລິເວນຕີນຕົ້ນອັນເຮັດໃຫ້ຕົ້ນມີຄວາມ
ສວຍງາມ ແລະ ເພີ້ມຄວາມມະຫັດສະຈັນຂຶ້ນ. ທຸກຊິ້ນສ່ວນຂອງຕົ້ນງິ້ວລ້ວນແຕ່ມີປະໂຫຍດໃນຊີວິດປະຈຳວັນທັງນັ້ນ ແລະ ຊິ້ນສ່ວນທີ່ຖືກນຳໃຊ້ຫຼາຍກວ່າໝູ່ ກໍ່ແມ່ນນວນງິ້ວ. ຢູ່ປະເທດເຮົາ ແຕ່ກ່ອນມີການໃຊ້ງິ້ວເຮັດເສື່ອ, ໝອນ, ເຄື່ອງນອນ ແລະເຄື່ອງໃຊ້ອື່ນຫຼາກຫຼາຍຢ່າງ ແຕ່ປະຈຸບັນ ຖືກທົດແທນດ້ວຍເຄື່ອງທຽມຫຼາຍກວ່າ ເຖິງວ່າຄຸນຄ່າຈະທຽບກັນບໍ່ໄດ້ກໍຕາມ. ຫຼາຍປະເທດໄດ້ປູກຕົ້ນງິ້ວ ເປັນສິນຄ້າ ດັ່ງ ປະເທດອິນໂດເນເຊຍ, ມາເລເຊຍ, ຟີລິບປິນ ແລະ ບັນດາປະເທດໃນເຂດພາກເໜືອ ຂອງອາເມຣິກາໃຕ້. ໃນເວລາ ທີ່ບັນຫາພາວະໂລກຮ້ອນກຳລັງຄຸກຄາມໂລກຂອງເຮົາ ການທີ່ຈະນຳໃຊ້ງິ້ວທົດແທນເຄື່ອງທຽມຂ້າງເທິງນີ້ເປັນສິ່ງເໝາະສົມທ່ີສຸດ. ສ່ວນ ດອກງິ້ວຊາວລາວຍັງໃຊ້ເປັນຜັກ, ນອກນັ້ນ ດອກຍັງເປັນແຫຼ່ງນ້ຳຫວານທຳມະຊາດ ອັນຫຼວງຫຼາຍໃຫ້ແກ່ແມ່ເຜິ້ງອີກດ້ວຍ, ແກ່ນທີ່ເຫຼືອຈາກການແຍກເອົາງິ້ວແລ້ວກໍຍັງນຳມາເຮັດສະບູ, ເປັນສ່ວນປະກອບຂອງອາຫານສັດ ແລະ ໃຊ້ເປັນສ່ວນປະກອບຂອງພູມປູກສະປໍຂອງເຫັດ. ສຸດທ້າຍໃບ ແລະ ຮາກໃຊ້ເຮັດຢາພື້ນເມືອງອີກດ້ວຍ.
ນິຍາມຂອງນິເວດວິທະຍາ (definition of ecology)
ຄໍາວ່ານິເວດວິທະຍາ (Ecology) ຊຶ່ງມາຈາກພາສາເກັກທີ່ວ່າ Oikos ຊຶ່ງແປວ່າບ້ານຫລືທີ່ຢູ່ອາໄສ ແລະ ຄໍາວ່າ logos ແປວ່າເຫດຜົນຫຼືຄວາມຄິດ. ດ່ັງນັ້ນ, ນິເວດວິທະຍາຈຶ່ງເປັນວິທະຍາສາດ ວ່າດ້ວຍແຫ່ຼງທີ່ຢູ່ອາໃສ ຊຶ່ງລວມເຖິງຄວາມສໍາພັນຊ່ຶງກັນ ແລະ ກັນລະຫ່ວາງສິ່ງທ່ີມີຊີວິດ ແລະ ສ່ິງເວດລ້ອມ (environment) ທ່ິປະກອບກັນເປັນແຫລ່ງທ່ີຢູ່. ສ່ິງແວດລ້ອມອໝາຍເຖີງທຸກສ່ິງທ່ີຢູ່ອ້ອມສ່ີງທ່ີມີຊີວິດເຊ່ັນ: ສ່ີງແວດລ້ອມໃນໂລກຊ່ຶງ ເປັນແຫ່ຼງທ່ີຢູ່ (habitat) ຂອງຄົນ ປະກອບດ້ວຍພື້ນທ່ີທ່ີເຮົາອາໄສຢ່ ູ. ເຮົາຮຽກພື້ນທ່ີຮອງຮັບຫຼືຢຶດເກາະຂອງ ສ່ີງມີຊີວິດວ່າ: ”substrate” ແລະ ອາກາດທ່ີຫຸ້ມຫ່ໍຕົວຢູ່ ເຮົາຮຽກສ່ິງທ່ີຢູ່ຮອບໆສ່ິງທ່ີມີຊີວິດວ່າ: “medium” ອຸນຫະພູມ ແລະ ຄວາມຊຸມຂອງບັນຍາກາດ, ນົກ, ຕົ້ນໄມ້, ແບກເຕີເຣຍ, ໄວຣັສ ລວມເຖີງມະນຸດເຮົາທຸກໆ ຄົນທ່ີຢ່ ຸຮ່ວມໂລກກັນ. ພວກເຮົາຕ່າງກ່ໍເປັນສ່ິງແວດລ້ອມຂອງເຮົາ ແລະ ໃນທໍານອງດຽວກັນເຮົາກ່ໍເປັນສ່ິງແວດລ້ອມປະກັນໜ່ືງຂອງອົງປະກອບທ່ີມີຊີວິດ ແລະ ບ່ໍມີຊີວິດອ່ຶນໆດ້ວຍ. ອົງປະກອບເຫລົ່ານີ້ມີຄວາມສໍາພັນ ແລະ ມີອິດທິພົນຊ່ຶ່ງກັນ ແລະ ກັນເຮົາຮຽກວ່າ: ລະບົບສ່ິງມີຊີວິດຊ່ືງປະກອບດ້ວຍ ສ່ິງມີຊີວິດ ແລະ ສ່ິງແວດລ້ອມທັງໝົດ ລວມທັງຄວວາມສໍາພັນຊ່ຶງກັນແລະ ກັນນັ້ນວ່າ: ລະບົບນິເວດ (ecosystem). ດ່ັງນັ້ນ, ຈ່ຶງສະຫຸຼບໄດ້ວ່າ:
ນິເວດວິທະຍາເປັນວິຊາສຶກສາກ່ຽວກັບຄວາມສໍາພັນລະຫວ່າງສ່ິງທ່ີມີຊີວິດກັບສ່ິງແວດລ້ອມຂອງມັນ, ຂະນະດຽວກັນກໍ່ສຶກສາກ່ຽວກັບສ່ິງມີຊີວິດກັບສ່ິງມີຊີວິດດ້ວຍກັນ ລວມທັງປັດໄຈສ່ິງແວດລ້ອມຕ່າງໆ.
ໃນການສຶກສານິເວດວິທະຍາເຮົາຕ້ອງການຊາບເຖິງອົງປະກອບ ແລະ ຄວາມສໍາພັນຊ່ືງກັນ ແລະ ກັນ ລະຫວ່າງກຸ່ມຂອງສ່ິງມີຊີວິດ ແລະສ່ິງແວດລ້ອມທັງໝົດ. ອົງປະກອບດ່ັງກ່າວນັ້ນ ໝາຍເຖີງອັງປະກອບທ່ີມີຊີວວິດ (biotic factors) ແລະ ອົງປະກອບທ່ີບ່ໍມີຊີວິດ (abiotic factors) ເຮົາຕ້ອງສຶກສາວ່າອົງປະກອບໃດແດ່ ທ່ີປະກອບກັນຂຶ້ນເປັນໂຄງສ້າງ (structure) ຂອງລະບົບນິເວດແລະອົງປະກອບເຫລົ່ານັ້ນມີບົດບາດ, ມີຄວາມສໍາພັນ (function) ຫຼືປະສານງານແນວໃດ. ດ່ັງນັ້ນ, ເຮົາອາດກ່າວໄດ້ອີກຢ່າງໜຶ່ງວ່ າ: ນິເວດວິທະຍາເປັນວິຊາທ່ີວ່າ ດ້ວຍໂຄງສ້າງ ແລະບົດບາດຂອງອົງປະກອບທ່ີປະກອບຂຶ້ນເປັນໂຄງສ້າງຂອງລະບົບນິເວດ.
ເພ່ືອໃຫ້ຊາບເຖິງຂອບເຂດຂອງນິເວດວິທະຍາ ຈ່ຶງຂໍກ່າວເຖິງລະດັບຕ່າງໆຂອງການປະສານງານຂອງ ລະບົບສ່ິງມິຊີວິດຕັ້ງແຕ່ ລະດັບນ້ອຍຈົນເຖິງລະດັບໃຫຍ່ ຂຶ້ນມາເປັນລໍາດັບດ່ັງນີ້:
ອາຕອມ; ໂມເລກຸນ; ສານປະກອບ; ອໍຣແກນເນນ (organelle); ໂປຣໂຕພລາສ (protoplasm); ແຊນ (cell); ເນື້ອເຍ່ື່ອ; ອະໄວຍະວະ; ລະບົບອະໄວຍະວະ; ສ່ິງມີຊີວິດ; ປະຊາກອນ; ກຸ່ມມີຊີວິດ ຫຼື ກຸ່ມປະຊາກອນ (community); ກຸ່ມມີຊີວິດ ແລະ ສະພາບແວດລ້ອມຫຼືລະບົບນິເວດ (ecosystem).
ລະບົບນິເວດທັງໝົດປະກອບດ້ວຍສ່ວນຕ່າງໆຂອງໂລກ ຊ່ຶງຮຽກວ່າ: ໂລກຂອງສ່ິງມີຊີວິດ ຫຼື ຊີວະພາກ (biosphere), ສ່ວນທີ່ເປັນຂອບເຂດຂອງນິເວດວິທະຍາຢ່ ຸໃນສ່ີອັນດັບສຸດທ້າຍຂອງການປະສານງານສ່ິງມີຊີວິດ ຂອງລະບົບນັ້ນຄື ປະຊາກອນກຸ່ມມີຊີວິດລະບົບນິເວດ ແລະ ໂລກຂອງສ່ິງມີຊີວິດ. ລະບົບສ່ິງມີຊີວິດແຕ່ລະ ລະດັບຕ່າງກ່ໍມີອົງປະກອບຕ່າງໆ ປະກອບກັນຂຶ້ນເປັນໂຄງສ້າງ ແລະ ອົງປະກອບເຫລົ່ານີ້ຕ່າງກໍ່ມີໜ້າທ່ີ ແລະ ທໍາງານປະສານງານກັນຢ່າງມີລະບຽບ ແບບແຜນ ຊຶ່ງມີຜົນເຮັດໃຫ້ລະບົບສ່ິງມີຊີວິດນັ້ນດໍາລົງຢູ່ໄດ້
ແມງໄມ້ສັດຕູຂອງຖົ່ວເຫລືອງ
ແມງໄມສັດຕູຂອງຖົ່ວເຫລືອງ
ມື້ນີ້ທາງຄົນຮັກກະເສດຈະມາແນະດຳວິທີການ ສັງເກດເບິງອາການ ແລະ ວິທີການກຳຈັດສະຕູຖົ່ວເຫລືອງ ເຊິ່ງຈະແບ່ງອອກເປັນຊ່ວງໄວຂອງພືດດັ່ງນີ້:ໄລຍະຕົ້ນອ່ອນ
- ຫນອນແມງວັນ ເຈາະກິນລຳຕົ້ນ ລັກສະນະຄ້າຍແມງວັນ ມີສີເທົາດຳ ຫລື ສີຟ້າດຳ ມັກບິນຈັບໃບພືດ ໃນຊ່ວງເຊົ້າ ແລະ ແລງ ວິທີກວດສອບເບິ່ງແມ່ນ ຕ້ອງຕິດຕາມເບິ່ງໃນຊ່ວງເຊົ້າ ແລະ ຊ່ວງແລງເຊັ່ນດຽວກັນ
- ຫນອນ: ຫນອນຈະມີລັກສະນະ ສີຂາວເຫລືອງ
- ດັກແດ້: ໃຫ້ສັງເກດຕາມເຫງົ້າຕົ້ນທີ່ ລະດັບຫນ້າດິນ ແລະ ພາຍໃນລະຕົ້ນຂອງຖົ່ວ
- ລັກສະນະການທຳລາຍໃນໄລຍະຕົ້ນອ່ອນ: ຖົ່ວເຫຼືອງຖືກໜອນແມງວັນທໍາລາຍອາຍຸຖົ່ວໄດ້7-21ວັນ ຫຼັງງອກ
- ການປ້ອງກັນກໍາຈັດ: ສີດຢາຫຼັງຖົ່ວງອກໄດ້ 7 ວັນ, ສີດຢາຫ່າງຄັ້ງທໍາອິດ 7 ວັນ ໂດຍການນຳໃຊ້ຢາ ຄຣາໂບຊຸນແຟນ 30ຊີຊີ/ນໍ້າ20ລິດ
ໄລຍະອອກດອກ ແລະ ຕິດຝັກ
ປະກອບມີ:
1. ເພ້ຍອ່ອນ ທັງມີປີກ ແລະ ບໍ່ມີປີກ
ລັກສະນະການທຳລາຍ: ເພ້ຍອ່ອນມັກທຳລາຍຕາມຈຸດຕ່າງໆຂອງຕົ້ນຖົ່ວດັ່ງນີ້:
- ຍອດ
- ຊໍ່ດອກ
ການແພກະຈາຍຂອງເພ້ຍ: ແມ່ນຍ້ອນຄວາມແຫ້ງແລ້ງ ຂອງພື້ນທີ່ ຫລືຕາມລະດູການກໍ່ຕາມ, ຝົນຂາດຊ່ວງກໍ່ເຮັດໃຫ້ມີຜົນກະທົບໄດ້ ເຊິ່ສ່ວນໃຫຍ່ແມ່ນຈະມັກເກີດຂື້ນຢູ່ໃນຊ່ວງເດືອນ 6-8
ວິທີປ້ອງກັນ ແລະ ກຳຈັດ: ແມ່ນໃຫ້ສີດຢາ ຄຣາໂບຊຸນແຟນ 20% ໃນອັຕາ30-40ຊີຊີ/ນໍ້າ20ລິດ
2. ບົ້ງເຈາະຝັກ
ລັກສະນະ: ສີຂາວ ຂາວເຫຼືອງ ມີຈຸດສີນໍ້າຕານທຸກປ້ອງ, ບົ້ງເຈາະຝັກລາຍຈຸດ
ລັກສະນະການທໍາລາຍ: ກັດກີນດອກ, ປ່ອຍໄຍໜຽວດືງດອກມາຕິດເປັນກຸ່ມ, ເຈາະທໍາລາຍຝັກ, ກັດກີນແກ່ນພາຍໃນຝັກ
ລັກສະນະການແພກະຈາຍ: ບົ້ງເຈາະຝັກ ຈະແຜ່ຂະຫຍາຍຫຼາຍທີ່ສຸດ ຢູ່ໃນຊ່ວງທ້າຍເດືອນສີງຫາ-ເດືອນຕຸລາ ແລະ ສິ່ງທີ່ ທີມງານຮັກກະເສດຂໍແນະນຳແມ່ນ ຄວນລະວັງຖົ່ວທີ່ປູກທ້າຍລະດູຝົນ, ໃຫ້ສີດດຢາໃນເມື່ອ ພືດເຂົ້າໄລຍະ ອອກດອກ-ຕິດຝັກອ່ອນ ຫລື ພົບເຫັນຫລາຍກວ່າ 1ໂຕ/ຕົ້ນ
ການກຳຈັດ: ການຊີດຢາ ໃຊ້ ຄຣາໂບຊຸນແຟນ1-2 ຄັ້ງ ຫ່າງກັນ 10 ວັນ
3. ບົ້ງຮໍາໃບ
ລັກສະນະ: ໂຕຂຽວ ຫົວສີນໍ້າຕານ
ການສໍາຫລວດ ຊຸ່ມເອົາ 10 ຈຸດ ຈຸດລະ 10ຕົ້ນ