Tuesday, February 19, 2019
ເຂື່ອນໄຟຟ້ານ້ຳຊໍ້ Namsor Weir
ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຊໍ້ມີຈຸດປະສົ່ງ ເພື່ອຂະຫຍາຍຕານ່າງໄຟຟ້າ ແລະ ຜະລິດໄຟຟ້າຂາຍໃຫ້ໄຟຟ້າລາວໂດຍກົງ ໂດຍການເຫັນດີເປັນເອກະພາບທັງຜູ້ພັດທະນາໂຄງການ ແລະ ຊຸມຊົນລວມເຖິງພາກລັດຖະບານ ມີຄວາມຈຳເປັນທີ່ສຸດ ທີ່ຈະໃຫ້ເລ່ງລັດການກໍ່ສ້າງເພື່ອໃຫ້ສຳເລັດຕາມແຜນ ເພື່ອຄວາມຕ້ອງການຊົມໃຊ້ໃນະນທີ່ຂໍ້ມູນໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຊໍ້ (ເມືອງວຽງທອງ ແຂວງບໍລິຄຳໄຊ) ຕາມສັນຍາຮັບເຫມົາກໍ່ສ້າງ EPC ລະຫວ່າງບໍລິສັດນ້ຳຊໍ້ໄຮໂດຼພາວເວີຈຳກັດ ແລະ ບໍລິສັດ ວຽງຈັນເຕັກໂນ່ກໍ່ສ້າງຈຳກັດ ມີຂໍ້ມູນສຳຄັ້ນດັ່ງລຸ່ມນີ້:
ລ/ດ
|
ລາຍການ
|
ຂໍມູນດ້ານເຕັກນິກ
|
1
|
ອ່າງເກັບນ້ຳ
è ເນື້ອທີ່ອ່າງໂຕ່ງນ້ຳຝົນ
è ເນື້ອອ່າງເກັບນ້ຳ
è ບໍລິມາດນ້ຳຊົມໃຊ້
|
-
85 ກມ2
-
0.395 ກມ2
-
2.5 x 106ມ3
|
2
|
ຂໍ້ມູນດ້ານອຸທົກກະສາດ
è ປະລິມານນ້ຳຝົນສະເລ່ຍ
è ບໍລິມາດນ້ຳໄຫລເຂົ້າອ່າງ
è ປະລິມານນ້ຳໄຫລຫນ້າດິນ
è ປະລິມານນ້ຳໄຫລສູງສຸດ
100ປີ
|
- 2400
ມມ
- 113.5
x 106ມ3
- 3.6ມ3/ວນທ
- 515
ມ3/ວນທ
|
3
|
ຫົວງານ
è ປະເພດເຂື່ອນ
è ຄວາມສູງຂອງເຂື່ອນ
è ຄວາມຍາວເຂື່ອນ
è ຄວາມກວ້າງເຂື່ອນ
è ລະດັບນ້ຳເຕັມອ່າງ
(ລະດັບກັກເກັບນ້ຳ)
è ລະດັບນ້ຳຕ່ຳສຸດ
è ລະດັບສັນເຂື່ອນ
è ບໍລິມາດເຂື່ອນ
|
- ຝາຍນ້ຳລົ້ນ
- 17 ມ
- 100
ມ
- 44 ມ
- 530ມ
- 518
ມ
- 535
ມ
- 10,000
ມ3
|
4
|
ຄອງສົ່ງນ້ຳ
è ກວ້າງ
è ສູງ
è ຄວາມຍາວ
|
- 2 ມ
- 1.85
ມ
- 1,230.7
ມ
|
5
|
ອ່າງພັກນ້ຳ
è ຄວາມກວ້າງ
è ຄວາມຍາວ
è ຄວາມສູງ
|
- 8 ມ
- 20 ມ
- 3 ມ
|
6
|
ທໍ່ສົ່ງແຮງດັນ
è ຄວາມຍາວທໍຫລັກ
è ຄວາມຍາວທໍແຍກ
è ເສັ້ນຜ່າສູນກາງທໍ່
è ຄວາມຫນາທໍ
è ເສັ້ນຜ່າສຸນກາງທໍ່ແຍກ
|
- 700
ມ
- 2x
12ມ
- 1.30
ມ
- 12 ມມ
- 0.85
ມ
|
7
|
ເຮືອນຈັກ
è ຂະຫນາດອາຄານ
è ຄວາມສູງອາຄານ
è ສະນິດເຄື່ອງຈັກປັ່ນໄຟຟ້າ
è ຈຳນວນເຄື່ອງຈັກ
è ກຳລັງຕິດຕັ້ງ
è ກຳລັງການຜະລິດໄຟຟ້າ
ສະເລ່ຍ/ປີ
|
- 14.8
x 24.8
- 6.6
ມ
- Francis
turbine
- 2 ເຄື່ອງ
- 5 ເມັກະວັດ
- 23.87
Gwh
|
8
|
ລະບົບສາຍສົ່ງ
è ແຮງດັນ
(Voltage)
è ຄວາມຍາວ
(Length)
è ຈຳນວນວົງຈອນໄຟຟ້າ
No of Circuit
|
- 22 ກວ
- 10 ກມ
- 1
|
ຄວາມເປັນມາຂອງໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຊໍ້ Namsor Hydro power
ໂຄງການເຂື່ອນໄຟຟ້ານ້ຳຊໍ້ ບ້ານມີໄຊ ເມືອງວຽງທອງ ແຂວງ ບໍລິຄຳໄຊ ມີທີ່ໄປທີ່ມາແຕ່ຕົ້ນຈົນເຖິງກໍ່ສ້າງສຳເລັດມີທີ່ມາດັ່ງນີ້:
ສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ
(Desk study) ໂດຍບໍລິສັດວຽງຈັນເຕັກໂນ່ກໍ່ສ້າງຈຳກັດ ມີສຳນັກງານຕັ້ງຢູ່ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ແຕ່ ຕົ້ນເດືອນ ມັງກອນ 2012
ພາຍຫລັງລົງມາສຶກສາເບິ່ງພາກສະຫນາມຕົວຈິງເຫັນໄດ້ວ່າໂຄງການມີຄວາມເປັນໄປໄດ້ສູງ ຈຶ່ງໄດ້ສິນໃຈ ເຂົ້າໄປເຊັນບົດບັນທຶກຄວາມເຂົ້າໃຈກັບອຳນາດການປົກຄອງແຂວງບໍລິຄຳໄຊໂດຍຕາງຫນ້າແມ່ນພະແນກແຜນການ ແລະ ການລົງທຶນແຂວງ ໃນຄັ້ນວັນທີ 15 ສິງຫາ
2012, ພາຍຫລັງໄດ້ເຊັນບົດບັນທຶກ ທາງບໍລິສັດວຽງຈັນເຕັກໂນກໍ່ສ້າງຈຳກັດ ກໍ່ໄດ້ລົງມື້ສຳຫລວດ ເພື່ອອອກແບບຢ່າງເຕັມລະບົບໂດຍໄດ້ມີການວ່າຈ້າງບໍລິສັດເຂົ້າມາຮ່ວມສຶກສາໂຄງການຄື: ວ່າຈ້າງບໍລິສັດ ລາວ-ເຈແປນໄຮໂດຼຄອນຊາວຕິງ ສຶກສາ ແລະ ສຳຫລວດທາງດ້ານອຸທົກກະສາດຂອງໂຄງການ, ວ່າຈ້າງໃຫ້ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ສຶກສາ ແລະ ສຳຫລວດທາງດ້ານຜົນກະທົບສິງແວວລ້ອມ ແລະ ສັງຄົມ, ສຳລວດພູມສາດ ແລະ ສ້າງແຜນທີ່ ໂດຍ ກອງສຳຫລວດອອກແບບກົມຊົນລະປະທານ ແລະ ສຳຫລວດທໍລະນີສາດ ໂດຍບໍລິສັດ DML ຈຳກັດ, ພາຍຫລັງໄດ້ຂໍ້ມູນມາກໍ່ສ້າວ່າຈ້າງໃຫ້ ບໍລິສັດ DCS
(ປະເທດໄທ) ຕ່າງຫນ້າແມ່ນ ດຣ ພິບູນ ບຸນສົ່ງ ເປັນຫົວຫນ້າທີມໃນການຄິດໄລ່ ແລະ ອອກແບບໂຄງການ, ສຳລັບການປະກອບ ແລະ ຂຽນບົດລາຍງານ FS ແມ່ນບໍລິສັດວຽງຈັນເຕັກໂນ
Consulting sole ຈຳກັດ ແລະ ໄດ້ຮັບການຢັ້ງຢືນບົດວິພາກເສດຖະກິດ-ເຕັກນິກຂອງໂຄງການ ຄັ້ງວັນທີ 29 ມັງກອນ 2014,
ທີ່ 24 ມັງກອນ 2014
ໄດ້ຮັບການຢັ້ງຢືນບົດສຶກສາທາງດ້ານຜົນກະທົບ ແລະ ສິ່ງແວດລ້ອມຂອງໂຄງການ, ທີ່ 27 ກຸມພາ 2014
ໄດ້ທຳກ່ນເປີດເປັນບໍລິສັດນ້ຳຊໍ້ໄຮໂດຼພາວເວີຈຳກັດ ເພື່ອເປັນບໍລິສັດໄປຕໍ່ລອງ ແລະ ເຊັນສັນຍາຊື້-ຂາຍໄຟຟ້າກັບໄຟຟ້າລາວ ເຊິ່ງສຳເລັດການເຈລະຈາ ແລະ ເຊັນສັນຍາກັນໃນຄັ້ງວັນທີ 20 ມີນາ 2014
ພາຍຫລັງໄດ້ປະກອບເອກະສານຄົບຕາມຂັ້ນຕອນແລ້ວ ບໍລິສັດໄດ້ສຶບຕໍ່ເຂົ້ນໄປສຳຫລວດ ເພື່ອກໍ່ສ້າງ ແລະ ໃນຊ່ວງນີ້ກໍ່ໄດ້ປະກາດຊອກຫາແຫລ່ງທືນ ເພື່ອມາສົມທົບສ້າງໄປພ້ອມໆກັນ, ບໍລິສັດໄດ້ລົງສຳຫລວດລະອຽດວຽກພູມສາດ, ວຽກທໍລະນີສາດ ຊີເຈາະລະອຽດ ແລະຖີເຂົ້າກວ່າເກົ່າ ຈົນສຳເລັດ ຮອດຕົ້ນປີ 2017
ທາງບໍລິສັດໄດ້ມີແຫລ່ງທືນຈາກປະເທດໄທເຂົ້າມາສົມທົບ ເພື່ອເຂົ້າມາຮັບໃຊ້ໃນການກໍ່ສ້າງ ເຊິ່ງປະກອບດ້ວຍ ບໍລິສັດ ວຽງຈັນເຕັກໂນ່ກໍ່ສ້າງຈຳກັດ (ປະເທດລາວ8 ຖືຫຸ້ນ 40%,
ບໍລິສັດ CSS
(ປະເທດໄທ) ຖືຫຸ້ນ 28% ບໍລິສັດ ພຣີໄຊ (ປະເທດໄທ) 28%
ແລະ ບໍລິສັດ
V-Hydro (ປະເທດໄທ) ຖືຫຸ້ນ 4%
ການກໍ່ສ້າງໄດ້ເລີ່ມລົງມື້ນັບແຕ່ບຸກເບີກພື້ນທີ່ເລີ່ມທີ່ 9 ມີນາ 2017
ກະກຽມ ແລະບຸກເບີກພື້ນທີ່ ລວມທັງລົງວຽກດິນສຳເລັດ 26 ພະຈິກ 2017
ວັນທີ 28 ມີນາ ເປັນມື້ເລີມເທຄອນກີດເຂື່ອນເທື່ອທຳອິດ ແລະ ເລີ່ມກໍ່ສ້າງທຸກຫນ້າວຽກມາຈົນເຖິງທີ 22 ມີຖຸນາ 2018
ຈຶ່ງໄດ້ໂຈະການກໍ່ສ້າງໄລຍະທີ່ ຫນຶ່ງ (ລະດູຝົນ) ຕົ້ນເດືອນ ສິງຫາ ທາງໂຄງການໄດ້ເລີ່ມສຶບຕໍ່ການກໍ່ສ້າງ ຈົນມາເຖິງວັນທີ 3 ເດືອນທັນວາ 2018
ວຽກງານກໍ່ສ້າງຕາມສັນຍາໄດ້ສຳເລັດລົງ ພ້ອມທັງທົດລອງຈັກ ແລະ ເດີນໄຟຟ້າເຂົ້າລະບົບ ຮອດ ວັນທີ 27 ທັນວາ 2018
ຈຶ່ງໄດ້ຮັບເອກະສານຮັບຮອງສຳເລັດການກໍ່ສ້າງຢ່າງເປັນທາງການ