Thursday, June 21, 2018

​ຜັກ​ຕິ້ວ​ສົ້ມ

ຕົ້ນ ຜັກຕິ້ວສົ້ມ [Ton Phak Tew Som] Cratoxylum formosum
ຕົ້ນ ຜັກຕິ້ວສົ້ມ [Ton Phak Tew Som] Cratoxylum formosum

ຕົ້ນ ຜັກຕິ້ວສົ້ມ [Ton Phak Tew Som]

ຊື່ວິທະຍາສາດ: Cratoxylum formosum

ຂ້ອຍແມ່ນ ຕົ້ນຜັກຕິ້ວສົ້ມ, ເປັນໄມ້ຢືນຕົ້ນທີ່ມີອາຫຼາຍປີ, ມີເນື້ອໄມ້ແຂງແກ່ນ, ເປືອກລຳຕົ້ນມີໝາມແຂງ ແລະ ມີຢາງສີແດງ. ໃບອອ່ນ ອອກສີນ້ຳຕານແດງ ມີລົດສົ້ມສະນັ້ນຈິ່ງເອີ້ນວ່າຕິ້ວສົ້ມເພື່ອຈຳແນກ ອອກຈາກ ຊະນິດໜຶ່ງອີກ ຊຶ່ງເອີ້ນວ່າຕົ້ນຕິ້ວຂົນ. ຂ້ອຍມີການກະຈາຍພັນຢູ່ຫຼາຍປະເທດຄື: ລາວ, ກຳບູເຈຍ, ມາເລເຊຍ, ໄທ,ອິນໂດເນ ເຊຍ,ຈີນ, ຫວຽດນາມ, ບຼູໄນ, ຟີລິບປິນ, ສິງກະໂປ ແລະ ມ່ຽນມ້າ. ສະພາບແວດລ້ອມທີ່ຂ້ອຍມັກເກີດ ແມ່ນຢູ່ໃນປ່າປະສົມ, ປ່າດົງດິບແລ້ງ ແລະ ບາງຄັ້ງພົບຕາມປ່າໂຄກ.ລໍາຕົ້ນຂອງຂ້ອຍສູງ 10-15 ມ, ເສັ້ນຜ່າກາງ 40-50 ຊມ. ໃບ ແມ່ນໃບດ່ຽວ ຈັບພາບກັນ, ໃບ ມີຮູບສ້ວຍ, ໃບໜາ ແລະ ໜຽວ, ຜິວໃບກ້ຽງ, ຂອບໃບລຽບ, ປາຍໃບແຫຼມ.
ຂະໜາດໃບຍາວ 9-16.5 ຊມ, ກ້ວາງ 4-4.7 ຊມ. ດອກ ອອກເປັນຊໍ່ ເກີດຕາມຫຼືບໃບ, ຕາມກິ່ງ, ດອກ ສີຂາວແກມສີບົວ. ໝາກ ມີຮູບສ້ວຍ, ຍາວ 1-1.6 ຊມ, ເສັ້ນຜ່າກາງ 0.4-0.6 ຊມ. ກາບດອກຕິດຢູ່ນຳໝາກເລີຍຈົນກ່ວາໝາກຈະແກ່ ແລະ ແຫ້ງຄາຕົ້ນເລີຍ. ດອກ ອອກໃນເດືອນມີນາເຖິງເດືອນມິຖຸນາ. ໝາກ ອອກໃນເດືອນກໍລະກົດເຖິງເດືອນຕຸລາ. ໃບອ່ອນ ແລະ ຍອດອ່ອນຂອງຂ້ອຍກິນເປັນຜັກກັບລາບກັບກ້ອຍ,ພັນເຂົ້າປຸ້ນ ແລະ ປຸງໃສ່ແກງເພື່ອເອົາລົດສົ້ມ. ນອກຈາກໃຊ້ເປັນຜັກແລ້ວ ຮາກ ແລະໃບ ຍັງໃຊ້ຕົ້ມກິນ ເປັນຢາຊ່ວຍຍ່ອຍອາຫານ, ຢາກິນເຂົ້າແຊບ, ແກ້ອາການອິດເມື່ອຍຫຼັງຄອດລູກ. ໃບ ຕຳປະສົມນ້ຳມັນໝາກພ້າວ ໃຊ້ທາແກ້ໂລກຜິວໜັງ. ສ່ວນ ຢາງຈາກເປືອກລຳຕົ້ນ ໃຊ້ທາແກ້ຕຸ່ມຄັນຄາຍ ແລະ ໃຊ້ເປັນສີຍ້ອມຜ້ານຳອີກ.
ຕົ້ນ ຜັກຕິ້ວສົ້ມ [Ton Phak Tew Som] Cratoxylum formosum
ຕົ້ນ ຜັກຕິ້ວສົ້ມ [Ton Phak Tew Som] Cratoxylum formosum

Namsor hydropower project on 15-5-2018



ເຂື່ອນໄຟຟ້ານ້ຳຊໍ້ ເປັນເຂື່ອນຂະຫນາດນ້ອຍ ອີກແຫ່ງຫນຶ່ງ ເຊິ່ງມີທີ່ຕັ້ງຢູ່ ບ້ານມີໄຊ ເມືອງວຽງທອງ ແຂວງ ບໍລິຄຳໄຊ ເຂື່ອນດັ່ງກ່າວ ໄດ້ຮັບການພັດທະນາຂື້ນໂດຍການຮ່ວມມືລະຫວ່າງ ນັກທຸລະກິດ ຈາກປະເທດລາວ ແລະ ນັກທຸລະກິດຈາກ ປະເທດໄທ ໃນນີ້ການຮ່ວມມືປະກອບຫູ້ນ ມີ 4 ຫຸ້ນສ່ວນດັ່ງນີ້:

  1. ບໍລິສັດ ວຽງຈັກເຕັກໂນກໍ່ສ້າງຈຳກັດ (ປະເທດລາວ) ຖືຫຸ້ນ 40%
  2. ບໍລິສັດ ຣີໄຊ ພາວເວີ ໂພດັກເຊິນ company ຖືຫຸ້ນ      28%
  3. ບໍລິສັດ CSS Communication Solution System Company ຖືຫຸ້ນ      28%
  4. ບໍລິສັດ ວີໄຮໂດ ຖືຫຸ້ນ 4%


ເຂື່ອນໄຟຟ້ານ້ຳຊໍ້ເປັນເຂື້ອນໄຟຟ້າລະບົບ Hight head ຫລື ຝາຍນ້ຳລົ້ນ ແບບມີອ່າງເກັບນ້ຳ ປະກອບດ້ວຍ
1.   ຝາຍຕັນນ້ຳ ທີ່ມີຄວາມຍາວ 66 ແລະ ກວ້າງ 44 ສູງ 19ມ ນຳນອງອອກແບບ ຸ5683/s ບໍລິມາດນ້ຳໃນອ່າງທີ່ມີປະສິດທິຜົນ 2.265 ລ້ານຕາແມັດ

2.   ຄອງສົ່ງນ້ຳ ຮູບສີຫລ່ຽມ ມີຝາປິດ ຂະຫນາດ ກວ້າງ 2 ສູງ 1.85 ແລະ ຍາວ1228


3.   ອ່າງພັກນ້ຳ ຂະນາດບັນຈຸ 4803



4.   ທໍ່ສົ່ງແຮງດັນ ຂະຫນາດຫນ້າຕັດ 1.30 ຫນາ 12ມມ ແລະ ຍາວ 741


5.   ຈັກປັ່ນໄຟ ເປັນຈັກປະເພດ Francis ​ແກນນອນ ຈຳນວນ 2 ເຄື່ອງ ກຳລັງານຕິດຕັ້ງ 
ເຄື່ອງລະ 3 ເມັກະວັດ ຄາດຄະເນຄວາມອາດສາມາດດ້ານພະລັງງານແມ່ນ 23 GWh/ປີ





6.   ລະບົບໄຟຟ້າສົ່ງອອກ ເປັນໄຟ 22ກວ ເຊື່ອມເຂົ້າລະບົບຕາຂ່າຍ 22ກວ ຂອງໄຟຟ້າ
7.   ການຈຳຫນ່າຍໄຟ ແມ່ນຂາຍໃຫ້ໄຟຟ້າລາວໂດຍກົງ ເພື່ອນຳໃຊ້ພາຍໃນປະເທດ



ເຂື່ອນໄຟຟ້ານ້ຳຊໍ້ ເລີ່ມລົງມືສຳຫລວດໃນປີ 2012 ພາຍຫລັງເຊັນສັນຍາ MOU ກັບພາກລັດ ໄດ້ທຳການສຶກສາ-ສຳຫລວດແລະ ອອກແບບມາ ຈົນເຖິງປີ 2015 ເຂືອນໄຟຟ້ານ້ຳຊໍ້ ໄດ້ເລີ່ມລົງມືກໍ່ສ້າງເບື້ອງຕົ້ນຈົນສຳເລັດ ເຊິ່ງມີວຽກງານ ແລະທີ່ມາດັ່ງນີ້:
      ການກໍ່ສ້າງເຂື່ອນໄຟຟ້ານ້ຳຊໍ້ແບ່ງເປັນ 3 ຫນ້າວຽກໃຫຍ່ດັ່ງນີ້:
1.   ວຽກກໍ່ສ້າງຫລັກຂອງໂຄງການ ໄດ້ຮັບເຫມົາກໍ່ສ້າງ EPC ໂດຍບໍລິສັດວຽງຈັນເຕັກໂນກໍ່ສ້າງຈຳກັດຜູ້ດຽວ
2.   ວຽກຕິດຕັ້ງປະຕູຕ່າງໆ ແລະ ທໍ່ສົ່ງແຮງດັນ ແມ່ນ ບໍລິສັດ VAE ຈາກປະເທດຫວຽດນາມ
3.   ວຽກຕິດຕັ້ງເຄື່ອງຈັກປັ່ນໄຟ ແລະ ອື່ນໆ ທັງຫມົດພາຍໃນເຮືອນຈັກແມ່ນ ທີມງານຈາກໄຟຟ້າລາວ
ສວນວັດສະດຸຫລັກໃນການກໍ່ສ້າງແມ່ນນຳໃຊ້ວັດສະດຸພາຍໃນ ແລະ ຕ່າງປະເທດດັ່ງນີ້:
      ເຫລັກ ແລະ ຊີມັງ ໄດ້ນຳເຂົ້າຈາກ ປະເທດຫວຽດນາມ
      ລະບົບປະຕູ ແລະ ທໍ່ສົ່ງແຮງດັນ ນຳເຂົ້າຈາກປະເທດຫວຽດນາມ
      ສ່ວນ ເຄື່ອງຈັກປັ່ນໄຟຟ້າ ແລະເຄື່ອງປະກອບອື່ນ ແມ່ນໄດ້ນຳເຂົ້າຈາກປະເທດ ອໍຣິດ (ທາງຢູໂຣບ)
ແຮງງານທີ່ນຳໃຊ້ຊ່ວງກໍ່ສ້າງ ແມ່ນແຮງງານຄົນລາວທັງຫມົດ ປະກອບດ້ວຍ: ຫົວຫນ້າໂຄງການ, ວິສະວະກອນ, ຜູ້ຄຸມງານ ແລະ ກຳມະກອນ ທີ່ປຶກສາໂຄງການກໍ່ນຳໃຊ້ ບໍລິສັດ​ ​ຈາກປະເທດລາວ ເຊິ່ງໄດ້ວ່າຈ້າງ ບໍລິສັດວຽງຈັນເຕັກໂນ ຄອນຊາວຕິ່ງໂຊຈຳກັດ
1.   ວຽກກໍ່ສ້າງສິ່ງອຳນວຍຄວາມສະດວກ: ປະກອບມີ ທະລຸເສັ້ນທາງເຂົ້າຫາໂຄງການ, ກໍ່ສ້າງທີ່ພັກອາໃສຂອງພະນັກງານ, ກຳມະກອນ ແລະ ທີພັກແຂກທີ່ເຂົ້າມາຢ້ຽມຢາມ, ຕິດຕັ້ງໄຟຟ້າເພື່ອການກໍ່ສ້າງ ແລະ ໄຟຟ້າຊົມໃຊ້ພາຍໃນໂຄງການ, ຕິດຕັ້ງລະບົບສື່ສານ ໂທລະຄົມ ແລະ ອິນເຕເນັດ, ຕິດຕັ້ງລະບົບນ້ຳກິນ ແລະ ນ້ຳໃຊ້ພ້ອທັ້ງນ້ຳເພື່ອການກໍ່ສ້າງ ອື່ນໆ
2.   ວຽກງານການກໍ່ສ້າງຫົວງານ ຫລື ຝາຍນ້ຳລົ້ນ: ເລີມລົງມືວຽກດິນໃນເດືອນ 7 ປີ 2017​ຈົນມາເຖິງທີ່28 ເດືອນ 11 ປີ 2017 ຈຶ່ງໄດ້ເລີ່ມລົງມືວຽກກໍ່ສ້າງຫລັກ ແລະດຳເນີນການກໍ່ສ້າງມາເລື່ອຍໆ ຕາມມາດຖານເຕັກນິກຂອງວຽກງານ ແລະ ສະເລັດສົມບູນໃນຄັ້ງວັນທີ………
3.   ວຽກກໍ່ສ້າງຄອງສົ່ງນ້ຳ: ໄດ້ເລີ່ມລົງມືວຽກດິນພ້ອມໆກັບຫົວງານຄຶ ຕົ້ນເດືອນ 7 ປີ 2017 ແລະ ລົງມືວຽກກໍ່ສ້າງໃນເດືອນ 12 ປີ 2017 ໃຊ້ເວລາໃນການກໍ່ສ້າງຢູ່ 7ເດືອນ ແລະ ສຳເລັດໃນເດືອນ 7ປີ 2018
4.   ວຽກງານກໍ່ສ້າງ ອ່າງພັກນ້ຳ ເລີມລົງມືວຽກດິນ ຕົ້ນເດືອນ 12 ປີ 2017 ແລະ ສຳເລັດການກໍ່ສ້າງໃນທ້າຍເດືອນ 6 ປີ 2018
5.   ວຽກກໍ່ສ້າງ ແລະ ຕິດຕັ້ງທໍ່ສົ່ງແຮງດັນສູງ: ເລີມຕົ້ນໃນເດືອນ7 ປີ 2017 ແລະ ສຳເລັດ ເດືອນທ້າຍໃນ6 ປີ 2018
6.   ວຽກກໍ່ສ້າງເຮືອນຈັກ ແລະ ຕິດຕັ້ງ: ເລີມລົງມື ຕົ້ນເດືອນ 12 ປີ 2017 ແລະ ສຳເລັດທ້າຍເດືອນ6 ປີ 2018
7.   ວຽກຕິດຕັ້ງ ແລະ ້ອມແປງສາຍສົ່ງ22ກວ ເລີມລົງມື ຕົ້ນເດືອນ 6 ປີ 2018 ແລະ ສຳເລັດ ກາງເດືອນ 6 ປີ 2018