Sunday, March 05, 2017

ການ​ຄັດ​ເລືອກ​ແນວ​ພັນ​ເຂົ້າ​ເພື່ອ​ປຸກ​ແຕ່​ລະ​ພື້ນ​ທີ່ Selecting rice varieties to plant each area


ການ​ຄັດ​ເລືອກ​ແນວ​ພັນ​ເຂົ້າ​ເພື່ອ​ປຸກ​ແຕ່​ລະ​ພື້ນ​ທີ່ Selecting rice varieties to plant each area


ການຜະລິດເຂົ້າໃນລາວ ບາງພື້ນທີ່ມັກພົບບັນຫາສະເພາະ ເປັນຕົ້ນ: ອາກາດໜາວ(ເຂດພູດອຍ), ແຫ້ງແລ້ງ, ນໍ້າຖ້ວມ, ດິນເຄັມ, ດິນທີ່ມີບັນຫາທາດເຫຼັກ Fe ເປັນພິດ, ເຂດດິນມີຄວາມອຸດົມສົມບູນຕໍ່າ (ດິນຂີ້ລ້າຍ), ເຂດມີບັນຫາການລະບາດຂອງພະຍາດໄໝ້, ເຂດມີບັນຫາການລະບາດຂອງແມງບົ່ວ ແລະ ເຂດມີບັນຫາການລະບາດຂອງເພັ້ຍຈັກຈັ່ນສີນໍ້າຕານ.ເພື່ອເຮັດໃຫ້ການຜະລິດເເຂົ້າໃນເຂດດັ່ງກ່າວໄດ້ຮັບໝາກຜົນດີ ແລະ ໝັ້ນຄົງຈຶ່ງແນະນຳແນວພັນທີ່ແທດເໝາະ ດັ່ງລຸ່ມນີ້:

ລັກຊະນະຂອງບັນຫາ
ຊື່ແນວພັນ ເຂົ້າ
ເຂດ ອາກາດ ໜາວ
(ນາແລ້ງເຂດສູງ)
ທ່າດອກ ຄຳ5, ທ່າດອກຄຳ6, ທ່າດອກຄຳ7, ທ່າດອກຄຳ11, ນາຊາງ
ເຂດ ນ້ຳ ຖ້ວມ
ທ່າດອກຄຳ 1-ທົນນ້ຳຖ້ວມ
ເຂດ ແຫ້ງ ແລ້ງ (ນາ ໂຄກ)
ທ່າດອກຄຳ9, ທ່າດອກຄຳ11, ທ່າດອກຄຳ12*, ໂພນງາມ1,
ໂພນງາມ3, ທ່າສະໂນ7
ເຂດ ດິນ ເຄັມ
ຫອມມະລິ105
ເຂດດິນ ທີ່ ມີ ບັນຫາທາດ ເຫຼັກ Fe ເປັນ ພິດ
ທ່າດອກຄຳ10*, ທ່າດອກຄຳ11, ເມືອງງາ*, ທ່າດອກຄຳ9*, ດອກຕີ້ວ*,
ທ່າສະໂນ1, ທ່າສະໂນ7, ຫອມສະຫວັນ*, ກຂ10
ເຂດ ດິນມີຄວາມອຸດົມສົມ ບູນຕໍ່າ (ດິນຂີ້ລ້າຍ)
ທ່າດອກຄຳ9*, ທ່າດອກຄຳ11, ທ່າດອກຄຳ12*, ໂພນງາມ1,ທ່າສະໂນ1, ທ່າສະໂນ7, ຫອມມະລິ105*
ເຂດມີ ບັນຫາ ການລະບາດ ຂອງພະຍາດໄໝ້
ທ່າດອກຄຳ4*, ທ່າດອກຄຳ9*, ທ່າດອກຄຳ10*, ທ່າດອກຄຳ11, ທ່າດອກຄຳ49, ທ່າສະໂນ7, ໂພນງາມ6, ຫາງຢີ71*, ເມືອງງາ*, ຕາຂຽດ*
ເຂດມີ ບັນຫາ ການລະບາດ ຂອງແມງ ບົ່ວ
ເມືອງງາ*, ຕາຂຽດ*, ລາຍແກ້ວ*
ເຂດມີ ບັນຫາ ການລະບາດ
ຂອງເພັ້ຍຈັກຈັ່ນສີນໍ້າຕານ
ທ່າດອກຄຳ 1, ທ່າດອກຄຳ4*, ທ່າດອກຄໍາ49, ທ່າສະໂນ3, ໂພນງາມ3


http://hukased.blogspot.com/2017/03/selecting-rice-varieties-to-plant-

ຫມາກ​ຫວດ Lepisanthes rubiginosa ສັບ​ພະ​ຄຸນ​ທາງ​ຢາ

http://hukased.blogspot.com/2017/03/lepisanthes-rubiginosa.html


ຫມາກ​ຫວດ ຊື່​ວິ​ທະ​ຍາ​ສາດ Lepisanthes rubiginosa (Roxb.) Leenh. 
(ຊື່​ຍາດ​ວິ​ທະ​ຍາດ​ສາດ Sapindus rubiginosus Roxb.) ​ຈັດ​ຢູ່​ໃນ​ວົງ​ຂອງ​ເງາະ (SAPINDACEAE)

http://hukased.blogspot.com/2017/03/lepisanthes-rubiginosa.html

ສັບ​ພະ​ຄຸນ:


  1. ຫມາກ​ມີ​ສັບ​ພະ​ຄຸນ​ບຳ​ລຸງ​ຮ່າງ​ກາຍ
  2. ເປືອກ(ເປືອກ​ຕົ້ນ) ຊ່ວຍ​ບຳ​ລຸງ​ທາດ​ໃນ​ຮ່າງ​ກາຍ
  3. ຮາກ: ຊ່ວຍ​ແກ້​ວັນ​ນະ​ໂລກ
  4. ຮາກ: ໃຊ້​ຕົ້ມ​ກັບ​ນ້ຳ​ດື່ມ​ແກ້​ເບື່ອ​ເມົາ
  5. ຮາກ: ໃຊ້​ຕຳ​ພອກ​ຫົວ ແກ້​ອາ​ການ​ປວດ​ຫົວ​ໄດ້ ຫລື​ໃຊ້​ຮາກ​ຝົນ​ກັບ​ເຫລົ້າ​ຂາວ​ແລ້ວ​ນຳ​ມາ​ພອກ​ກໍ່​ໄດ້
  6. ຮາກ ແລະ ໃບ: ຊ່ວຍ​ຮັກ​ສາ​ອາ​ການ​ໄຂ່, ແກ້​ພິດ​ຮ້ອນ
  7. ຮາກ ແລະ​ໃບ ຂອບ​ຫມາກ​ຫວດ ໃຊ້​ປະ​ສົມ​ກັບ​ສະ​ຫມຸນ​ໄພ​ອື່ນໆ ຕົ້ນ​ກັບ​ນ້ຳ​ດື່ມ​ເປັນ​ຢາ​ແກ້​ຊາງ (ໂລກ​ໃນ​ເດັກ​ນ້ອຍ​ມີ​ອາ​ການ​ເບື່ອ​ອາ​ຫານ ຊືມ​ລືມ ເປັນ​ຝ່າ ມີ​ເມັດ​ຂື້ນ​ໃນ​ປາກ​ຄໍ
  8. ແກ່ນ: ນຳ​ມາ​ຕົ້ມ​ກັບ​ນ້ຳ​ໃຫ້​ເດັກ​ນ້ອຍ​ກິນ​ເປັນ​ຢາ​ແກ້​ຊາງ ແກ້​ໄອ, ໄອ​ຫອບ​ໃນ​ເດັກ, ຊ່ວຍ​ແກ້​ໄອ​ຊຳ​ເຮື້ອ
  9. ຮາກ: ນຳ​ມາ​ຕົ້ນ​ຊ່ວຍ​ເປັນ​ຢາ​ແກ້​ອາ​ການ​ເຈັບ​ທ້ອງ, ເປັນ​ຢາ​ຂັບ​ຖ່າຍ​ພະ​ຍາດ, ຊ່ວຍ​ແກ້​ພິດ​ຝີ​ພາຍ​ໃນ, ຕຳ​ພອກ​ຮັກ​ສາ​ໂລກ​ຜິວ​ຫນັງ ຜິວ​ຫນັງ​ເປັນ​ຜື່ນ​ຄັນ, ຊ່ວຍ​ແກ່​ກະ​ໃສ​ເສັ້ນ
  10. ຫມາກ​ສຸກ: ໃຊ້​ກິນ​ແກ້​ອາ​ການ​ຖອກ​ທ້ອງ, ແກ່ນ​ມີ​ລົດ​ຝາດ ຊ່ວຍ​ບຳ​ລຸງ​ເສັ້ນ​ເອັນ
  11. ເປືອກຕົ້ນ​: ຊ່ວຍ​ແກ້​ອາ​ການ​ບິດ, ຊ່ວຍ​ສະ​ຫມານ​ແຜ

Saturday, March 04, 2017

ຄູ່​ມື​ການ​ຜະ​ລິດ​ຝຸ່ຍ​ຊີ​ວະ​ພາບ

ຄູ່​ມື​ການ​ຜະ​ລິດ​ຝຸ່ຍ​ຊີ​ວະ​ພາບ




ຄູ່​ມື

ການ​ປູກ​ພືດ​ຜັກ​ສວນ​ຄົວ​ຍາມ​ຝົນ



ການ​ຜະ​ລິດ​ແລະ​ນຳ​ໃຊ້​ນ້ຳ​ສະ​ກັດ​ຊີ​ວະ​ພາບ



ການ​ລ້ຽງ​ປາ​ຮ່ວມ​ກັບ​ການ​ລ້ຽງ​ໄກ່​ພັນ



ການ​ເພີ່ມ​ຄຸນ​ຄ່າ​ອາ​ຫານ​ຫມູ​ດ້ວຍ​ແຫລ່ງວັດ​ຖຸ​ດິບ​ທຳ​ມະ​ຊາດ




ຄູ່​ມື​ການ​ສ້າງ​ສວນ​ກ້າ ແລະ ການ​ປູກ​ຫວາຍ



ນ້ຳ​ສະ​ກັດ​ຊີ​ວະ​ພາບ​ເພື່ອ​ການ​ປູກ​ຝັງ​ລ້ຽງ​ສັດ



ບາງ​ເຕັກ​ນິກ​ພື້ນ​ຖານ​ປູກ​ເຂົ້​າ










ຫ້ອງ​ແລກ​ປ່ຽນ​ຄວາມ​ຮູ້


  1. ​ລະ​ບຸ​ຄຳ​ຖາມ​ທີ່​ຢາກ​ຮູ້
  2. ຝາກ​ຮູບ ຫລື​ທີ່​ຢູ່ ສາ​ມາດ​ຕິດ​ຕໍ່​ກັບ​ໄດ້

Friday, March 03, 2017

ລັກ​ສະ​ນະ​ທົ່ວ​ໄປ​ຂອງ​ພືດ [General characteristics of plants]

ຮາກ​ພືດ ລັກ​ສະ​ນາ​ຂອງ​ຮາກ​ພືດ ຮາກ​ພືດ ຮາກ​ແກ້ວ ຮາກ​ຝອຍ ລັກ​ສະ​ນະ​ຮາກ​ແກ້​ວ ລັກ​ສະ​ນະ​ຂອງ​ຮາກ​ຝອຍ ລັກ​ສະ​ນະ​ທົ່ວ​ໄປ​ຂອງ​ຮາກ​ພືດ


ລັກສະນະສັນຖານທົ່ວໄປ ພືດຕົ້ນຫນື່ງ​ປະກອບດ້ວຍພາກສ່ວນທີ່ຢູ່ເທິງໜ້າດິນ ແລະ ພາກສ່ວນທີ່ຢູ່ຊັ້ນໃຕ້ດິນ.

ຮາກ​ພືດ ລັກ​ສະ​ນາ​ຂອງ​ຮາກ​ພືດ ຮາກ​ພືດ ຮາກ​ແກ້ວ ຮາກ​ຝອຍ ລັກ​ສະ​ນະ​ຮາກ​ແກ້​ວ ລັກ​ສະ​ນະ​ຂອງ​ຮາກ​ຝອຍ ລັກ​ສະ​ນະ​ທົ່ວ​ໄປ​ຂອງ​ຮາກ​ພືດ

ຮາກ​ພືດ ລັກ​ສະ​ນາ​ຂອງ​ຮາກ​ພືດ ຮາກ​ພືດ ຮາກ​ແກ້ວ ຮາກ​ຝອຍ ລັກ​ສະ​ນະ​ຮາກ​ແກ້​ວ ລັກ​ສະ​ນະ​ຂອງ​ຮາກ​ຝອຍ ລັກ​ສະ​ນະ​ທົ່ວ​ໄປ​ຂອງ​ຮາກ​ພືດ

ສ່ວນທີ່ຢູ່ເທິງໜ້າດິນຂອງພືດແມ່ນລໍາຕົ້ນ, ເຊິ່ງມັນເຮັດໜ້າທີ່ປະຄັບປະຄອງລໍາຕົ້ນ, ດອກໄມ້, ໃບ ແລະ ສ່ວນອື່ນໆຢູ່ໃນໃບຂອງພືດມີສານສີຂຽວ ທີ່ເຮັດໜ້າທີ່ດູດເອົາພະລັງງານແສງຕາເວັນ, ຖ້າບໍ່ມີສິ່ງດັ່ງກ່າວຕົ້ນພືດກໍ່ບໍ່ສາມາດຈະເລີນເຕີບໂຕໄດ້. ໃນຂະນະທີ່ພືດຍັງມີຊີວິດຢູ່ມັນຈະປ່ອຍກາສອອກມາເຊິ່ງເປັນກາສອົກຊີແຊນທີ່ພວກເຮົາຫາຍໃຈເອົາ ແລະ ດູດເອົາກາສຊະ ນິດອື່ນເຂົ້າໄປແທນ. ການສັບປ່ຽນນີ້ເກີດຂື້ນຢູ່ໃນໃບຂອງພືດ. ດອກໄມ້ແມ່ນອະໄວຍະວະສືບພັນຂອງພືດເຊິ່ງມັນຈະມີທັງອະໄວຍະວະເພດຜູ້ ແລະ ເພດແມ່. ບາງທີດອກໄມ້ກໍ່ປ່ຽນຮູບເປັນໝາກໄມ້ທ ີ່ມີແກ່ນ. ສໍາລັບສ່ວນທີ່ຢູ່ຊັ້ນໃຕ້ດິນ, ຮາກເຮັດໃຫ້ພືດຄົງທີ່ຢູ່ໃນດິນ ແລະ ໜ້າທີ່ໂດຍພື້ນຖານຂອງມັນແມ່ນຮັບເອົານໍ້າ ແລະ ສານອາຫານທີ່ຈໍາເປັນຈາກດິນ ເພື່ອໃຫ້ຕົ້ນ ໄມ້ຈະເລີນເຕີບໂຕ. ຮາກປະກອບດ້ວຍສອງໂຄງສ້າງຄື:

ກ. ຮາກແກ້ວແມ່ນມີຢູ່

ຫນື່ງ ຫຼື ສອງຮາກຫຼັກ ເຊິ່ງຈະມີສະເພາະພືດໃບລ້ຽງຄູ່ເທົ່ານັ້ນ. ຮາກຊະນິດນີ້ຈະຊ່ວຍໃຫ້ພືດໄດ້ຮັບນໍ້າຈາກຊັ້ນດິນທີ່ເລິກລົງໄປ.

 ຂ. ຮາກຝອຍ

ແມ່ນຖືກສ້າງຂື້ນຈາກຮາກບາງໆປະລິມານຫຼາຍທີ່ເກີດຂື້ນຢູ່ເທິງໜ້າດິນ. ໂດຍປົກກະຕິແລ້ວສ່ວນລໍາຕົ້ນຈະຢູ່ເທິງໜ້າດິນ, ແຕ່ວ່າມັນຍັງມີສ່ວນເສີມຕໍ່ກັນຢູ່ຊັ້ນໃຕ້ດິນ ເຊັ່ນ: ສ່ວນເຫງົ້າ (ແນວນອນ) ຫຼື ສ່ວນຫົວ (ແນວຕັ້ງ), ເຊິ່ງສ່ວນດັ່ງກ່າວເຮັດໃຫ້ລໍາຕົ້ນທີ່ຢູ່ເທິງໜ້າດິນຈະເລີນເຕີບໂຕຂື້ນ.

ຮາກ​ພືດ ລັກ​ສະ​ນາ​ຂອງ​ຮາກ​ພືດ ຮາກ​ພືດ ຮາກ​ແກ້ວ ຮາກ​ຝອຍ ລັກ​ສະ​ນະ​ຮາກ​ແກ້​ວ ລັກ​ສະ​ນະ​ຂອງ​ຮາກ​ຝອຍ ລັກ​ສະ​ນະ​ທົ່ວ​ໄປ​ຂອງ​ຮາກ​ພືດ


ພືດສາມາດເກັບສະສົມສານອາຫານສໍາຮອງໄວ້ຢູ່ໃນຮາກຂອງພວກມັນ. ຫົວກາລົດສາມາດເກັບສະສົມສານອາຫານສໍາຮອງໄວ້ຢູ່ໃນຮາກແກ້ວຂອງມັນ ໃນຂະນະທີ່ຕົ້ນມັນຝຣັ່ງເກັບສະສົມໄວ້ຢູ່ໃນອະໄວຍະວະສະເພາະທີ່ເອີ້ນວ່າ: ຫົວຂອງພືດທີ່ຢູ່ໃຕ້ດິນ, ສານອາຫານສໍາຮອງເຫຼົ່ານີ້ຊ່ວຍໃຫ້ຕົ້ນພືດຍັງຄົງມີຊີວິດຢູ່ໃນຊ່ວງທີ່ປະເຊີນກັບລະດູການບໍ່ດີ (ລະດູແລ້ງ ຫຼື ລະດູໜາວ).

ເນື່ອງຈາກວ່າຮາກຝອຍບໍ່ໄດ້ຂະຫຍາຍຕົວເລິກລົງໄປໃນພື້ນດິນ ແຕ່ວ່າມັນກະຈາຍຢ່າງໜາແໜ້ນຢູ່ໃກ້ໜ້າດິນ,ພືດທີ່ມີຮາກຝອຍແມ່ນເປັນສິ່ງທີ່ດີໃນການປົກຄຸມເອົາພື້ນທີ່ທີ່ກວ້າງຂວາງ ແລະ ປ້ອງກັນດິນຈາກການເຊາະເຈື່ອນ.ເຖິງຢ່າງໃດກໍຕາມ, ພືດທີ່ມີຮາກຝອຍມີຄວາມອ່ອນໄຫວຕໍ່ການຂາດປະລິມານນໍ້າຝົນຫຼາຍ ເນື່ອງຈາກວ່າຮາກດັ່ງກ່າວບໍ່ສາມາດຮັບນໍ້າຈາກຊັ້ນດິນທີ່ເລິກໄດ້.

ພືດບາງຊະນິດສາມາດຈະເລີນເຕີບໂຕໄດ້ທັງຮາກຝອຍ ແລະ ຮາກແກ້ວ. ເຊິ່ງມັນຈະເກີດມີຮາກແກ້ວຖ້າວ່າຊັ້ນເທິງສຸດຂອງດິນແຫ້ງ, ເພື່ອໃຫ້ໄດ້ຮັບນໍ້າຈາກຊັ້ນດິນທີ່ເລິກກວ່າໄດ້. ຮາກຝອຍຈະມີການຈະເລີນເຕີບໂຕໄດ້ດີຖ້າຊັ້ນເທິງຂອງດິນມີນໍ້າ ແລະ ສານອາຫານໃຫ້ພຽງພໍກັບພືດ.


ນ້ຳປົນເປື້ອນ Water contamination

http://hukased.blogspot.com/2017/03/blog-post.html

ນ້ຳປົນເປື້ອນ

ການຂຸດຄົ້ນບໍ່ແຮ່ແມ່ນໃຊ້ນ້ຳຈຳນວນມະຫາສານ ແລະ ເຮັດໃຫ້ນ້ຳທີ່ໃຊ້ແລ້ວກາຍເປັນນ້ຳປົນເປື້ອນ, ແຫຼ່ງນ້ຳທີ່ຄົນອາໄສໄດ້ກາຍເປັນນ້ຳເປື້ອນ. ການຂຸດຄົ້ນແຮ່ທັງໝົດລ້ວນແລ້ວແຕ່ເຮັດໃຫ້ນ້ຳກາຍເປັນມົນລະພິດ ໂດຍສະເພາະແມ່ນບໍລິສັດໃຫຍ່ແມ່ນເປັນສາເຫດກໍ່ໃຫ້ເກີດບັນຫາໃຫຍ່. ໜ້ານ້ຳ ແລະ ບໍ່ນ້ຳບໍລິເວນຂຸດແຮ່ ອາດຈະເຮັດໃຫ້ນ້ຳປົນເປັນເວລາຫຼາຍປີ. ການສູນ ເສຍນ້ຳເຮັດໃຫ້ດິນແຫ້ງແລ້ງ ແລະ ບໍ່ສາມາດໃຊ້ໃນການປູກຝັງ ແລະ ລ້ຽງສັດ. ການສົ່ງຜົນກະທົບຂອງນ້ຳປົນເປື້ອນໄລ ຍະຍາວຈະດຳເນີນໄປດົນກວ່າການສ້າງເສດຖະກິດໄລຍະສັ້ນຈາກການຂຸດແຮ່.


ວິທີປ້ອງກັນ ແລະ ຫຼຸດຜ່ອນນ້ຳທີ່ເປັນມົນລະພິດ

ການຮົ່ວຊຶມຂອງໜອງນ້ຳປົນເປື້ອນເປັນສາເຫດຕົ້ນຕໍຂອງນ້ຳທີ່ເປັນມົນລະພິດຈາກການຂຸດແຮ່. ວິທີປ້ອງກັນໃຫ້ປະຕິບັດດັ່ງນີ້:

  • ຄວນຈະສ້າງໜອງເກັບນ້ຳປົນເປື້ອນໃຫ້ຫ່າງໄກຈາກແຫຼ່ງນ້ຳ ຫຼື ບໍລິເວນລະບາຍນ້ຳ.
  • ຄວນຈະເຮັດເປັນແຖວເພື່ອປ້ອງກັນການຮົ່ວຊຶມລົງບໍ່ນ້ຳ.
  • ຄວນຈະສ້າງຕາມແບບມາດຕະຖານສາກົນ.
  • ຄວນຈະສຳຫຼວດກວດກາເພື່ອປ້ອງກັນການຮົ່ວຊຶມ ຫຼື ລົ້ນ.
  • ເອົານ້ຳປົນເປື້ອນໄປຖີ້ມ ຫຼື ອັດຢ່າງປອດໄພເມື່ອການຂຸດແຮ່ຖືກປິດລົງ.

ການບໍາບັດນ້ຳປົນເປື້ອນທີ່ເກີດຈາກການຂຸດແຮ່ໃຫ້ສະອາດແມ່ນຫຍຸ້ງຍາກ, ສີ້ນເປືອງ ແລະ ບໍ່ປະສົບຜົນສຳເລັດຕະຫຼອດ.