ມະເຮັງ ແລະ ກ້ອນເບົ້າ
ມະເຮັງແມ່ນພະຍາດຮ້າຍແຮງອັນໜຶ່ງທີ່ສົ່ງຜົນກະທົບຕໍ່ພາກສ່ວນຕ່າງໆຂອງຮ່າງກາຍ. ຖ້າພົບເຫັນ ແລະ ປິ່ນປົວແຕ່ຫົວທີ ສ່ວນຫຼາຍແມ່ນປິ່ນປົວໄດ້,ແຕ່ຖ້າປະໄວ້ດົນນານ ເກີນໄປກໍ່ເຖິງແກ່ຄວາມຕາຍໄດ້. ຜູ້ທີ່ເສຍຊີວິດຍ້ອນໂລກມະເຮັງສ່ວນຫຼາຍແມ່ນຜູ້ທີ່ ດ້ອຍໂອກາດໃນການຮັບການປິ່ນປົວຮັກສາ.ໂດຍທົ່ວໄປແມ່ຍິງບໍ່ມັກໄປຫາແພດຫາໝໍ ນອກຈາກວ່າຈະເຈັບໜັກອີ່ຫຼີຈິ່ງໄປ.ດັ່ງນັ້ນ ແມ່ຍິງທົ່ວໄປຈິ່ງມັກເຈັບໜັກ ຫຼື ລົ້ມຕາຍຍ້ອນວ່າບໍ່ພົບເຫັນມະເຮັງແຕ່ຫົວທີ. ບາງເທື່ອແມ່ຍິງທີ່ເປັນມະເຮັງຍັງຖືກສາບແຊ່ງ ແລະ ຖືກລັງກຽດຈາກຄອບຄົວ ຫຼືຊາວບ້ານ. ການແບ່ງແຍກນີ້ບໍ່ພຽງແຕ່ເປັນເລື່ອງບໍ່ດີສຳລັບແມ່ຍິງຜູ້ທີ່ລົ້ມປ່ວຍ ຍ້ອນໂລກມະເຮັງ ແຕ່ມັນຍັງເປັນເລື່ອງບໍ່ດີໃຫ້ແກ່ຊາວບ້ານໃນຊຸມຊົນທີ່ກ່ຽວຂ້ອງ ເພາະວ່າມັນເປັນການປົກປິດໃຫ້ທຸກຄົນມືດມົນບໍ່ຮູ້ວ່າສາເຫດຂອງມະເຮັງມາຈາກໃສ ແລະ ປ້ອງກັນແນວໃດ.ມະເຮັງແມ່ນຫຍັງ?
ທຸກສິ່ງທີ່ມີຊີວິດເຊັ່ນຮ່າງກາຍມະນຸດເຮົາລ້ວນແຕ່ປະກອບດ້ວຍຈຸລັງນ້ອຍໆເຊິ່ງສາມາດ ເບິ່ງໄດ້ດ້ວຍກ້ອງຈຸລະທັດເທົ່ານັ້ນ. ບາງເທື່ອຈຸລັງເຫຼົ່ານີ້ມີການປ່ຽນ ແປງແລະເຕີບໂຕແບບຜິດປົກກະຕິ ເຊິ່ງພາໃຫ້ເກີດມີກ້ອນເບົ້າ. ກ້ອນເບົ້າບາງຢ່າງຈະຫາຍໄປເອງໂດຍບໍ່ຕ້ອງປິ່ນປົວ. ແຕ່ບາງຈຳພວກຊໍ້າພັດຂະຫຍາຍຕົວໃຫຍ່ອອກ ແລະ ອາດນຳຜົນຮ້າຍຕໍ່ຮ່າງກາຍ. ກ້ອນເບົ້າສ່ວນຫຼາຍບໍ່ເກີດເປັນມະເຮັງ,ແຕ່ກໍ່ມີຈຳນວນໜຶ່ງພາໃຫ້ເກີດ.ມະເຮັງຈະເກີດເມື່ອຈຸລັງບາງສ່ວນເຕີບໂຕຜິດປົກກະຕິ ແລະ ແຜ່ລາມກວມເອົາສ່ວນອື່ນຂອງຮ່າງກາຍ. ຖ້າພົບເຫັນມະເຮັງແຕ່ຫົວທີ ເພິ່ນສາມາດປົວໄດ້ດດ້ວຍການຜ່າຕັດອອກ, ປິ່ນປົວດ້ວຍຢາ ຫຼື ກຳມັນຕະພາບລັງສີ. ຖ້າປະປ່ອຍມະເຮັງໃຫ້ແຜ່ລາມໃຫຍ່ອອກໄປຈະເຮັດໃຫ້ການປິ່ນປົວພົບຄວາມຫຍຸ້ງຍາກຫຼາຍແລະ ອາດຈະບໍ່ສາມາດປິ່ນປົວໄດ້ເລີຍ.ມະເຮັງປາກມົດລູກ, ມະເຮັງເຕົ້ານົມ ແລະ ມະເຮັງມົດລູກ ແມ່ນມະເຮັງທີ່ມັກເກີດກັບແມ່ຍິງ. ສ່ວນມະເຮັງອື່ນໆ ທີ່ມັກເກີດກັບຜູ້ຊາຍ ແລະ ແມ່ຍິງແມ່ນມະເຮັງທີ່ເປັນໃສ່ປອດ, ຕັບ, ລຳໄສ້ໃຫຍ່, ກະເພາະ, ປາກ ແລະ ຜິວໜັງ.
ສາເຫດຂອງມະເຮັງ
ສາເຫດໂດຍກົງຂອງມະເຮັງແມ່ນບໍ່ຮູ້ຢ່າງຈະແຈ້ງ. ແຕ່ບາງສິ່ງຕໍ່ໄປນີ້ອາດເປັນຕົ້ນເຫດໄດ້:- ສູບຢາພາໃຫ້ເກີດມະເຮັງປອດ ແລະ ມີຄວາມສ່ຽງເປັນມະເຮັງຊະນິດອື່ນນຳອີກ.
- ການຊຶມເຊື້ອຈຸລະໂລກບາງຊະນິດ ເຊັ່ນ: heptatitis B ຫຼືໂລກຫອນໄກ່ຢູ່ລະບົບສືບພັນ.
- ກິນອາຫານມັນເກີນໄປ ຫຼື ມີສານເຄມີທີ່ອັນຕະລາຍຫຼາຍແນວ.
- ກິນຢາຮໍໂມນແອດສະໂຕຼແຊນລ໌ ຕິດຕໍ່ເປັນເວລາດົນນານຫຼັງການໝົດປະຈຳເດືອນ.
- ເຮັດວຽກ ຫຼື ດຳລົງຊີວິດໃນສະຖານທີ່ໆມີທາດເຄມີ (ຢາປາບສັດຕູພືດ, ສີຍ້ອມຜ້າ, ນໍ້າສີ ແລະ ສານລະລາຍຕ່າງໆ).
ຖ້າສະມາຊິກໃນຄອບຄົວຂອງແມ່ຍິງຫາກມີມະເຮັງປະເພດໃດໜຶ່ງແມ່ຍິງຜູ້ນັ້ນອາດຈະເປັນມະເຮັງຊະນິດນັ້ນກໍ່ໄດ້. ເພິ່ນເອີ້ນວ່າການຖ່າຍທອດທາງກຳມະພັນ.ການຮັກສາສຸຂະພາບຊ່ວຍປ້ອງກັນມະເຮັງໄດ້. ສິ່ງນີ້ໝາຍຄວາມວ່າທ່ານຄວນກິນອາຫານທີ່ມີທາດບຳລຸງ ແລະ ຫຼີກເວັ້ນສິ່ງທີ່ອາດພາໃຫ້ເກີດມະເຮັງໄດ້ ເຊັ່ນ:
- ບໍ່ສູບຢາ ແລະ ບໍ່ສີຢາເສັ້ນ.
- ພະຍາຍາມຫຼີກເວັ້ນສິ່ງທີ່ເປັນສານເຄມີທີ່ເປັນພິດຢູ່ໃນບ້ານເຮືອນ ຫຼື ສະຖານທີ່ເຮັດວຽກ ລວມທັງພືດຜັກທີ່ປູກ ຫຼື ເກັບຮັກສາອາຫານເຫຼົ່ານັ້ນໂດຍໃຊ້ ສານເຄມີຕ່າງໆ.
- ປ້ອງກັນຕົວເອງບໍ່ໃຫ້ມີພະຍາດທາງເພດສຳພັນມາຄຸກຄາມ.






![ການປູກເບ້ຍໄມ້ [plant] ການປູກເບ້ຍໄມ້ ການປູກໄວ້ ວິທີການປູກ ປູກໄມ້ ປູກພືດ ຂັ້ນຕອນປູກໄມ້](https://blogger.googleusercontent.com/img/b/R29vZ2xl/AVvXsEirtWkdrzhzxcyWF_smr49_6Q8C3iiepFI42USF2PhWdoYJh8Z8IVbMXKYMdg1AN8gI_gf4C1gWVM8dMVtXS8pUIgqct9-YBSFHToIRI1wAi6qvTicx2TEFuLAFgDkeZXbBNZA4Hza2OIck/s280/%25E0%25BA%2581%25E0%25BA%25B2%25E0%25BA%2599%25E0%25BA%259B%25E0%25BA%25B9%25E0%25BA%2581%25E0%25BB%2580%25E0%25BA%259A%25E0%25BB%2589%25E0%25BA%258D%25E0%25BB%2584%25E0%25BA%25A1%25E0%25BB%2589+%255Bplant%255D.jpg)








![ການປັກຊໍາ [Cuttings] http://hukased.blogspot.com/2017/02/cuttings.html](https://blogger.googleusercontent.com/img/b/R29vZ2xl/AVvXsEhi02tMf1NZ472xdGmidLYMbMLdzvobJ4sj7MN02OzH1wKjSejuG3LV_iw9gKPrJtbi3O0x50zKRyPM7iR_sGBXieyWs575X1jw3y6ZmcJSFiEdVNeoTtvfHk0ivis5-7i6I-7fgGNDBl6H/s280/%25E0%25BA%2581%25E0%25BA%25B2%25E0%25BA%2599%25E2%2580%258B%25E0%25BA%259B%25E0%25BA%25B1%25E0%25BA%2581%25E2%2580%258B%25E0%25BA%258A%25E0%25BA%25B3.jpg)



![ເຕັກນິກການປູກມັນຕົ້ນ [cassava] ເຕັກນິກການປູກມັນຕົ້ນ [cassava] ມັນຕັ້ນ ການປູກມັນຕົ້ນ ວິທີການປູກມັນຕົ້ນ ເຕັກນິກມັນຕົ້ນ ຂະຫຍາຍພັນມັນຕົ້ນ ການປູກມັນຕົ້ນ](https://blogger.googleusercontent.com/img/b/R29vZ2xl/AVvXsEgQZwxwrLbBQOrEyglJfxL_ps2Zhpbro8guEBit32YaNuO9wlWoQz4Bb5h4t8v5A-UV7Be5uyWB8WV4z9qCYCCW1tvatVYKCaq9ToGSlrUekMaFe2GKTGImDz9LIHLiAuBtu8oILmUzTWYa/s280/%25E0%25BB%2580%25E0%25BA%2595%25E0%25BA%25B1%25E0%25BA%2581%25E2%2580%258B%25E0%25BA%2599%25E0%25BA%25B4%25E0%25BA%2581%25E2%2580%258B%25E0%25BA%2581%25E0%25BA%25B2%25E0%25BA%2599%25E2%2580%258B%25E0%25BA%259B%25E0%25BA%25B9%25E0%25BA%2581%25E2%2580%258B%25E0%25BA%25A1%25E0%25BA%25B1%25E0%25BA%2599%25E2%2580%258B%25E0%25BA%2595%25E0%25BA%25BB%25E0%25BB%2589%25E0%25BA%2599.jpg)
![ເຕັກນິກການປູກມັນຕົ້ນ [cassava] http://hukased.blogspot.com/2017/02/cassava.html](https://blogger.googleusercontent.com/img/b/R29vZ2xl/AVvXsEixlWns5F-M3HqY9dSASFFYJEipZ3CgGxVdkhVbDJc8vrZmgNNZS5Iw15cDXEYtMHGj6TyaNpcA6y_SYSRzX7Mi72wN8JLs6C6jUgLkmCpBvbvf9Xzt8ddCxfKc2RQ2VoL2m9fX54l0Bx-E/s1600/%25E0%25BA%25AA%25E0%25BA%25A7%25E0%25BA%2599%25E2%2580%258B%25E0%25BA%25A1%25E0%25BA%25B1%25E0%25BA%2599%25E2%2580%258B%25E0%25BA%2595%25E0%25BA%25BB%25E0%25BB%2589%25E0%25BA%2599.jpg)
![ແນວພັນມັນຕົ້ນ ເຕັກນິກການປູກມັນຕົ້ນ [cassava] ມັນຕັ້ນ ການປູກມັນຕົ້ນ ວິທີການປູກມັນຕົ້ນ ເຕັກນິກມັນຕົ້ນ ຂະຫຍາຍພັນມັນຕົ້ນ ການປູກມັນຕົ້ນ](https://blogger.googleusercontent.com/img/b/R29vZ2xl/AVvXsEjKy-zcjwINj2iOoOuqGuCM04sEOuwRGshi-ROtjLXD3aHY8zpNd5O2YAeNZtqFeyBpiU3M98fp0ge9KuL55QXSOiFDuipcRZrDOj9jYnN5finI_y40-BEOeH6gmKBRgWtNhJRtt5Lh7Yu6/s1600/%25E0%25BA%25A5%25E0%25BA%25B3%25E2%2580%258B%25E0%25BA%2595%25E0%25BA%25BB%25E0%25BB%2589%25E0%25BA%2599.jpg)
![ມັນຕົ້ນ ເຕັກນິກການປູກມັນຕົ້ນ [cassava] ມັນຕັ້ນ ການປູກມັນຕົ້ນ ວິທີການປູກມັນຕົ້ນ ເຕັກນິກມັນຕົ້ນ ຂະຫຍາຍພັນມັນຕົ້ນ ການປູກມັນຕົ້ນ](https://blogger.googleusercontent.com/img/b/R29vZ2xl/AVvXsEhiSBRNEu7RZeoXVS3njKV_BJQRzFnRTgQqaqbjjtwThITguXYyHUB_rTS6W0wcvYl11PgRjnzwmZfLJxeQ8uSpsd8QQ2pO1XVmTALw1R3WwHtzRg9lvuf334apmi_gSYAhiYdKi79Dfo2x/s1600/Screenshot_14.jpg)
![ລະດູການປູກມັນຕົ້ນ ເຕັກນິກການປູກມັນຕົ້ນ [cassava] ມັນຕັ້ນ ການປູກມັນຕົ້ນ ວິທີການປູກມັນຕົ້ນ ເຕັກນິກມັນຕົ້ນ ຂະຫຍາຍພັນມັນຕົ້ນ ການປູກມັນຕົ້ນ](https://blogger.googleusercontent.com/img/b/R29vZ2xl/AVvXsEg41_BrAm68meapcF4KgtbeKCc3oXp3ZIiYrLrz30hc16QW7hW8wasO_6cQu8ijdr2e5rDYWpy0BskJlimCJQc-XjeFZ27azBh7MWiCZx6KmsQLCFCQ1Qnbs2A0JiBvUd2ghnHaJiVW_FR7/s1600/%25E0%25BA%259F.jpg)

![ພັນມັນຕົ້ນ ເຕັກນິກການປູກມັນຕົ້ນ [cassava] ມັນຕັ້ນ ການປູກມັນຕົ້ນ ວິທີການປູກມັນຕົ້ນ ເຕັກນິກມັນຕົ້ນ ຂະຫຍາຍພັນມັນຕົ້ນ ການປູກມັນຕົ້ນ](https://blogger.googleusercontent.com/img/b/R29vZ2xl/AVvXsEg29cPLtBBeM3hlmHEdTdmlUYw2UXWX0pMe3Ml_YcHd-tCZ8H8EJgkNkoM0PWrNzBkG2UnU5QgxxCQtX8hjuobjbFitBv-Bil6kfaF18BEJzjEP9gEXFSVBWmW4bukw4F4-vm0Q_Iq-FCNR/s1600/1.jpg)
![ມັນຕົ້ນ ເຕັກນິກການປູກມັນຕົ້ນ [cassava] ມັນຕັ້ນ ການປູກມັນຕົ້ນ ວິທີການປູກມັນຕົ້ນ ເຕັກນິກມັນຕົ້ນ ຂະຫຍາຍພັນມັນຕົ້ນ ການປູກມັນຕົ້ນ](https://blogger.googleusercontent.com/img/b/R29vZ2xl/AVvXsEgHq3Xh8YKPU9guMYGTEPyi83IghkaW6bwkDOmhUPutt5HykadWhkqXVsJCJW9g-A7MDQpqjD_Pxrltfwag-tMASfFRpiuG8RPwgYdBo8gFxyi81XeVLR9MdR0OvZV5AZ6H6ixyVG4j_5a-/s1600/2.jpg)
![ການປູກມັນຕົ້ນ ເຕັກນິກການປູກມັນຕົ້ນ [cassava] ມັນຕັ້ນ ການປູກມັນຕົ້ນ ວິທີການປູກມັນຕົ້ນ ເຕັກນິກມັນຕົ້ນ ຂະຫຍາຍພັນມັນຕົ້ນ ການປູກມັນຕົ້ນ](https://blogger.googleusercontent.com/img/b/R29vZ2xl/AVvXsEjyry6X4w1mXzCjyLEKY_MpiMSNLmjwOviBueK9bvbXqWHCLxmABzre6JXtpKPEvpPSGb7LPszaE5n_iPbEVTjDsiaGuIY6BQU3ksb4QvWUfcNFjN3pQFnQO_3HbvOvzbjroKPnPUuOh9Eq/s1600/2.jpg)
![ໃບມັນຕົ້ນ ເຕັກນິກການປູກມັນຕົ້ນ [cassava] ມັນຕັ້ນ ການປູກມັນຕົ້ນ ວິທີການປູກມັນຕົ້ນ ເຕັກນິກມັນຕົ້ນ ຂະຫຍາຍພັນມັນຕົ້ນ ການປູກມັນຕົ້ນ](https://blogger.googleusercontent.com/img/b/R29vZ2xl/AVvXsEjaCP-83VOkGwSW4405j_nEIw8KvatxyytrF5Gk9cqlB-Mdg58s1m1UHsMA_9E9Sv7C8sMNVsbmcAN0tf5YP1OQJGHjvik8MYTTfDZpVpcj1tf6JeCA_WLFBVWh6Q8I7Kz29rRPAXZ0nm_7/s1600/3.jpg)
![ສວນມັນຕົ້ນ ເຕັກນິກການປູກມັນຕົ້ນ [cassava] ມັນຕັ້ນ ການປູກມັນຕົ້ນ ວິທີການປູກມັນຕົ້ນ ເຕັກນິກມັນຕົ້ນ ຂະຫຍາຍພັນມັນຕົ້ນ ການປູກມັນຕົ້ນ](https://blogger.googleusercontent.com/img/b/R29vZ2xl/AVvXsEhZT0MrSMq5l9oJbr0PBHla2uL83hY_f10qG_G38MWbDHJ1K9kYr9jKe-1DQK9TzW0ChhH-nYYDyxHDUFyK4xzf5giAWnFDYQbEX5oC9jI27-bFetaFzSuIRfJvoWFxdKhEWw6ygTREVikj/s1600/4.jpg)
![ກູ້ມັນຕົ້ນ ເຕັກນິກການປູກມັນຕົ້ນ [cassava] ມັນຕັ້ນ ການປູກມັນຕົ້ນ ວິທີການປູກມັນຕົ້ນ ເຕັກນິກມັນຕົ້ນ ຂະຫຍາຍພັນມັນຕົ້ນ ການປູກມັນຕົ້ນ](https://blogger.googleusercontent.com/img/b/R29vZ2xl/AVvXsEhmZdRMILuhCf6j7cEuuPuqJDhQfqMEDEuSkgiagwXIyjsJIYguv7v4cyjWXom_ItgiGn2YEUeA-ZnVibGfPyNHv1ahkbWIbwEHctwV6u3xB8VZkbFp9n-eSuLIfzvVpRDacewXJSUCurlA/s1600/%25E0%25BA%2597%25E0%25BB%2588%25E0%25BA%25AD%25E0%25BA%2599%25E2%2580%258B%25E0%25BA%259E%25E0%25BA%25B1%25E0%25BA%2599.jpg)
![ຫົວມັນຕົ້ນ ເຕັກນິກການປູກມັນຕົ້ນ [cassava] ມັນຕັ້ນ ການປູກມັນຕົ້ນ ວິທີການປູກມັນຕົ້ນ ເຕັກນິກມັນຕົ້ນ ຂະຫຍາຍພັນມັນຕົ້ນ ການປູກມັນຕົ້ນ](https://blogger.googleusercontent.com/img/b/R29vZ2xl/AVvXsEislba2-S8uoMLisDB0975La5HLHO60T_Fb0WytJpKn-dNLror5lkD707oTkDOIZZZmofTFmL4GbqGfLfch9RA0Mc3RLePrgacl7jeeM3JFQIr99O-wvGgv9P7_F0fXZOwrtvdACDArIfUI/s1600/%25E0%25BA%25AB%25E0%25BA%25BB%25E0%25BA%25A7%25E2%2580%258B%25E0%25BA%25A1%25E0%25BA%25B1%25E0%25BA%2599%25E2%2580%258B%25E0%25BA%2595%25E0%25BA%25BB%25E0%25BB%2589%25E0%25BA%2599.jpg)
![ມັນຕົ້ນແຫ້ງ ເຕັກນິກການປູກມັນຕົ້ນ [cassava] ມັນຕັ້ນ ການປູກມັນຕົ້ນ ວິທີການປູກມັນຕົ້ນ ເຕັກນິກມັນຕົ້ນ ຂະຫຍາຍພັນມັນຕົ້ນ ການປູກມັນຕົ້ນ](https://blogger.googleusercontent.com/img/b/R29vZ2xl/AVvXsEiiul9TQhQCY7a_OVLCWMIRN2MFj6Bzs3cl9yC00U-f1Qy3ZGQflW61CIPJGjreSoZ-4ta8FJo0C_M8IdiCkahueaXU22ooy0RNLLbJl_AnImqcnBgYYkoxlt2IamEU1OZRibpV0NENengn/s1600/%25E0%25BA%2595%25E0%25BA%25B2%25E0%25BA%2581%25E2%2580%258B%25E0%25BA%25A1%25E0%25BA%25B1%25E0%25BA%2599%25E2%2580%258B%25E0%25BA%2595%25E0%25BA%25BB%25E0%25BB%2589%25E0%25BA%2599.jpg)
![ການຕາກມັນຕົ້ນ ເຕັກນິກການປູກມັນຕົ້ນ [cassava] ມັນຕັ້ນ ການປູກມັນຕົ້ນ ວິທີການປູກມັນຕົ້ນ ເຕັກນິກມັນຕົ້ນ ຂະຫຍາຍພັນມັນຕົ້ນ ການປູກມັນຕົ້ນ](https://blogger.googleusercontent.com/img/b/R29vZ2xl/AVvXsEi6jhW5WZYD3u_im0qBzm-KbMn79Sp3bFmhd3qgMBkLB_UjZONea59RUjvPqU5sj3pxjzRJmXHJwb8iG_za7DrUxI6zrPzRZ48zJy8gkIdpGEjcYssVTIOxkFl443wo4t0IAmi9wLr7vK_C/s1600/%25E0%25BA%25A1%25E0%25BA%25B1%25E0%25BA%2599%25E2%2580%258B%25E0%25BA%2595%25E0%25BA%25BB%25E0%25BB%2589%25E0%25BA%2599%25E2%2580%258B%25E0%25BB%2581%25E0%25BA%25AB%25E0%25BB%2588%25E0%25BA%2587.jpg)
![ມັນຕົ້ນໃຫຍ່ ເຕັກນິກການປູກມັນຕົ້ນ [cassava] ມັນຕັ້ນ ການປູກມັນຕົ້ນ ວິທີການປູກມັນຕົ້ນ ເຕັກນິກມັນຕົ້ນ ຂະຫຍາຍພັນມັນຕົ້ນ ການປູກມັນຕົ້ນ](https://blogger.googleusercontent.com/img/b/R29vZ2xl/AVvXsEhwBWs_R59ku1yRbWJBmdKeoFgf54eUAxBID-Kp4ITh-PO2BVuivIxuDyKLvGixdRGCPp1V4sROV04SjS1IttzvTIKNKJEBhxqNC-o3hcCWAdhGVlG5jDW3pIEnmjsmmuSnA9FNwq6mmytV/s1600/%25E0%25BA%25A1%25E0%25BA%25B1%25E0%25BA%2599%25E2%2580%258B%25E0%25BA%2595%25E0%25BA%25BB%25E0%25BB%2589%25E0%25BA%2599%25E2%2580%258B%25E0%25BB%2583%25E0%25BA%25AB%25E0%25BA%258D%25E0%25BB%2588.jpg)
![ລັກສະນະຂອງມັນຕົ້ນ ເຕັກນິກການປູກມັນຕົ້ນ [cassava] ມັນຕັ້ນ ການປູກມັນຕົ້ນ ວິທີການປູກມັນຕົ້ນ ເຕັກນິກມັນຕົ້ນ ຂະຫຍາຍພັນມັນຕົ້ນ ການປູກມັນຕົ້ນ](https://blogger.googleusercontent.com/img/b/R29vZ2xl/AVvXsEgFArU4x6mAeLoXxQkRpQ3Ay9xgp5qBBIp9rIJGDLwSCi56N5ycM4gARvp9qVfHc76_dxdrXocG5bvrh6wo1XSwnDCg_45nWCipCUXA4ibGj5ZFjfweTZoUorTe1c94sxCaVpfZljpEbZoZ/s280/%25E0%25BA%2581%25E0%25BA%25B2%25E0%25BA%2599%25E2%2580%258B%25E0%25BA%259B%25E0%25BA%25B9%25E0%25BA%2581.jpg)