Friday, December 23, 2016

ພັນກົບທີ່ນິຍົມລ້ຽງ

ກົບ ການ​ລ້ຽງ​ກົບ ວິ​ທີ​ລ້ຽງ​ກົບ ເຕັກ​ນິດ​ການ​ລ້ຽງ​ກົບ ແນວ​ພັນ​ກົບ ກົບ​ຜູ້​ກົບ​ແມ່ ການ​ຂະ​ຫຍາຍ​ພັນ​ກົບ
​ກົບ​ນາ

ກົບທີ່ເໝາະສົມທີ່ຈະນຳມາປະສົມພັນ ແລະ ລ້ຽງໄດ້ແກ່: ກົບນາ ຖ້າລ້ຽງຕາມວິທີການແລ້ວຈະໃຊ້ເວລາ 4 - 5 ເດືອນ ຈະ ໄດ້ກົບທີ່ມີຂະ ໜາດ 4 - 5 ໂຕ/ກິໂລກຣາມ. ກົບພັນນີ້ມີການຈະເລີນເຕີບໂຕໄວ ໂດຍມີອັດຕາການແລກປ່ຽນອາຫານ ມາ ເປັນຊີ້ນ ປະມານ 3,4 ກິໂລກຣາມໝາຍຄວາມວ່າ: ໃຊ້ອາຫານຢູ່ 3,4 ກິໂລກຣາມຈະໄດ້ກົບຢູ່ 1 ກິໂລກຣາມ ທັງເປັນກົບ ທີ່ປະຊາຊົນນິຍົມກິນຫຼາຍກວ່າກົບສາຍພັນອື່ນລັກຊະນະຂອງກົບນານັ້ນໂຕຜູ້ຈະມີຂະໜາດນ້ອຍກວ່າໂຕແມ່ ແລະສ່ວນທີ່ເຮັດ ໃຫ້ໄຈ້ ແຍກໂຕຜູ້ ແລະ ໂຕແມ່ ໄດ້ຢ່າງຊັດເຈນແມ່ນເວລາທີ່ເຮົາປີ້ນກົບທັງ 2 ເພດຂື້ນຈະເຫັນວ່າໂຕຜູ້ຈະມີກ່ອງສຽງເປັນ ຈຸດ ສີດຳຢູ່ກ້ອງຄາງ 2 ຈຸດ, ໃນຊ່ວງຂອງລະດູການປະສົມພັນກົບໂຕຜູ້ຈະຮ້ອງ ແລະ ໃນຂະນະທີ່ຮ້ອງນັ້ນ ສ່ວນຂອງກ່ອງສຽງ ບາງ ແລະ ໃຫຍ່ຂື້ນສ່ວນໂຕແມ່ຈະເບິ່ງບໍ່ເຫັນກ່ອງ ສຽງດັ່ງກ່າວກົບໂຕແມ່ຈະຮ້ອງເຊັ່ນກັນ ແຕ່ສຽງຈະຄ່ອຍຖ້າຢູ່ໃນຊ່ວງລະ ດູປະສົມພັນ ກົບໂຕແມ່ ທີ່ມີໄຂ່ແກ່ຈະສັງເກດເຫັນສ່ວນຂອງ ທ້ອງບວມ ແລະໃຫຍ່ກ່ວາປົກກະຕິ ກົບໂຕຜູ້ຈະສົ່ງສຽງຮ້ອງຖີ່ ເຂົ້າ ແລະ ສີຂອງລຳໂຕຈະອອກເປັນສີເຫຼືອງອ່ອນຫຼື ມີສີເຫຼືອງຢູ່ທີ່ກ້ອງຂາທີ່ສາມາດເຫັນໄດ້ຊັດເຈນກ່ວາໂຕແມ່ ແຕ່ເຖິງຢ່າງ ໃດກໍ່ຕາມສີຂອງກົບຈະປ່ຽນແປງໄປຕາມ ສະພາບແວດລ້ອມ ແລະ ທີ່ຢູ່ອາໃສ.
           ສຳລັບກົບທີ່ນິຍົມກັນລ້ຽງອີກຊະນິດຫນື່ງແມ່ນກົບບຣູຟັອກຊື່ງກົບຊະນິດນີ້ຈະແຕກຕ່າງກັບກົບນາຢ່າງຊັດເຈນ ຜິວ ໜັງສ່ວນໃຫຍ່ຈະລຽບແຕ່ຈະມີບາງສ່ວນຫຼຸບ ແລະ ເປັນສີນ້ຳຕານປົນຂຽວ ມີຈຸດສີນ້ຳຕານ ລັກສະນະເດັ່ນທີ່ເຫັນໄດ້ຊັດເຈນ ຄື: ສ່ວນຫົວເປັນສີຂຽວເຄືອບສີນ້ຳຕານ ແລະ ຢູ່ທາງຂ້າງທ້ອງມີ ລາຍສີນ້ຳຕານ ກ້ອງທ້ອງເປັນສີຂາວ ຂາທັງ 4 ເປັນລາຍນ້ຳ ຕານດຳໂຕຕຸ້ຍໂດຍສະເພາະແມ່ນທ້ອງຈະໃຫຍ່ກວ່າກົບນາ ກົບທີ່ໃຫຍ່ເຕັມທີ່ຈະມີລັກສະນະຄ້າຍຄືກັນກັບອື່ງດ້ວຍລັກສະນະ ປະ ຈຳໂຕແບບນີ້ ຈື່ງເຮັດໃຫ້ບໍ່ມີກົບຊະນິດນີ້ອອກຈຳໜ່າຍຢູ່ຕາມຕະຫຼາດລົດຊາດຂອງຊີ້ນກໍ່ສຼ້ ຊີ້ນກົບນາ ບໍ່ໄດ້ສ່ວນລັກສະ ນະ ໂຕຜູ້ນັ້ນຈະມີວົງແກ້ວຫູໃຫຍ່ຢູ່ທາງຫຼັງຕາ ແລະ ໃຫຍ່ກວ່າຕາກົບ ບຣູຟັອກ ໂຕຜູ້ທຸກໂຕຈະມີສີເຫຼືອງຢູ່ກ້ອງຄາງສ່ວນ ກົບ ໂຕແມ່ຈະເຫັນວົງແກ້ວຫູນ້ອຍກວ່າຕາ.

ກົບ ການ​ລ້ຽງ​ກົບ ວິ​ທີ​ລ້ຽງ​ກົບ ເຕັກ​ນິດ​ການ​ລ້ຽງ​ກົບ ແນວ​ພັນ​ກົບ ກົບ​ຜູ້​ກົບ​ແມ່ ການ​ຂະ​ຫຍາຍ​ພັນ​ກົບ
ກົບ​ບ​ຮຼ​ຟອກ (ກົບ​ສາຍ​ພັນ​ຈາກ​ອາ​ຟ​ຮິກ​ກາ)

Thursday, December 22, 2016

ການເລືອກສະຖານທີ່ ສ້າງຄອກກົບ ຫລື ສ້າງອ່າງລ້ຽງກົບ

ສະ​ຖານ​ທີ່​ລ້ຽງ​ກົບ ການ​ຄັດ​ເລືອກ​ສະ​ຖານ​ທີ່​ເພື່ອ​ລ້ຽງ​ກົບ ບ່ອນ​ລ້ຽງ​ກົບ ຄອກ​ກົບ ອ່າງ​ລ້ຽງ​ກົບ ເຮືອນ​ກົບ ບ່ອນ​ພັກ​ກົບ ກົບ​ລ້ຽງ ຫນອງ​ລ້ຽງ​ກົບ ກົບ​ລ້ຽງ ກົບ​ອ່າງ ກົບ​ຫນອງ

ການເລືອກສະຖານທີ່ ສ້າງຄອກກົບ ຫລື ສ້າງອ່າງລ້ຽງກົບ

  1. ຄວນເປັນບ່ອນທີ່ ຢູ່ໄກ້ກັບບ້ານ, ເຮືອນມີຄວາມສະດວກໃນການດູແລຮັກສາ ແລະ ປ້ອງກັນສັດ ຕູໄດ້.
  2. ເປັນບ່ອນທີ່ ຢູ່ສູງ ເພື່ ອປ້ອງກັນນ້ຳ ຖ້ວມ
  3. ເປັນພື້ນທີ່ ຮາບພຽງສະເໝີ ສະດວກຕໍ່ ການສ້າງອ່າງ ຫຼ ືຄອກກົບ
  4. ໄກ້ກັບແຫຼ ່ງນ້ຳ ມີຄວາມສະດວກຕໍ່ ການຖ່າຍເທນ້ຳ
  5. ຕ້ອງຫ່າງຈາກຖະໜົນຫົນທາງ ເພື່ອປ້ອງກັນສຽງລົບກວນ(ໃຫ້ກົບໄດ້ພັກຜ່ອນຢ່າງເຕັມທີ່ ແລະ ມີ ການຈະເລີນໂຕໄວ )

ໜອງ ແລະ ອ່າງລ້ຽງກົບ

ສະຖານທີ່ໆຈະໃຊ້ເຮັດອ່າງລ້ຽງກົບ ບໍ່ ວ່າຈະເປັນອ່າງດິນ ຫຼື ອ່າງຊີ ເມັນ ຈະຕ້ອງບໍ່ ຢູ່ໄກຈາກທີ່ ຢູ່ອາໃສ ເພາະສັດຕູຂອງ ກົບ ມີຫຼາຍປະເພດ, ຫຼ າຍຊະນິດ ກົບເປັນສັດ ທີ່ ມັກຕົກໃຈງ່າຍ ແລະ ເວລາທີ່ ກົບມີ ໄພອັນຕະລາຍ ກົບຈະບໍ່ ສົ່ງ ສຽງຄື ກັນກັບສັດປະເພດອື່ນໆ ສັດຕູຂອງກົບສ່ວນຫຼາຍແມ່ນ: ງູ, ນົກ, ໜູ, ໝາ, ແມວ ແລະສິ່ ງທີ່ ສຳຄັນແມ່ນຄົນຂີ້ລັກດັ່ງນັ້ນ, ຖ້າໜອງຫຼ ືອ່າງລ້ຽງກົບຢູ່ຫ່າງຈາກທີ່ ຢູ່ອາໃສຫຼາຍກົບກໍ່ ຈະມີຄວາມເສຍຫາຍ ອີກຢ່າງຫນື່ ງ ແມວກໍ່ ມີສ່ວນທຳລາຍກົບ ຫຼາຍເຖິງແມ່ນວ່າມັນຈະຈັບກົບກິນພຽງ 1 ໂຕ ແລ້ວອີ່ມກໍ່ ຕາມແຕ່ເມື່ອອີ່ມແລ້ວແມວຍັງມັກຈັບກົບໂຕອື່ນໆ ມາຢອກ ຫຼີ້ນ ແລະ ໃນທີ່ສຸດກໍ່ເຮັດກົບຕາຍໄດ້.

ສະ​ຖານ​ທີ່​ລ້ຽງ​ກົບ ການ​ຄັດ​ເລືອກ​ສະ​ຖານ​ທີ່​ເພື່ອ​ລ້ຽງ​ກົບ ບ່ອນ​ລ້ຽງ​ກົບ ຄອກ​ກົບ ອ່າງ​ລ້ຽງ​ກົບ ເຮືອນ​ກົບ ບ່ອນ​ພັກ​ກົບ ກົບ​ລ້ຽງ ຫນອງ​ລ້ຽງ​ກົບ ກົບ​ລ້ຽງ ກົບ​ອ່າງ ກົບ​ຫນອງ

Sunday, December 18, 2016

ການ​ປູກ​ຫວາຍ [Rattan planting]

1. ຄວາມສໍາຄັນຂອງການປູກຫວາຍ

ຫວາຍເປັນພືດເສດຖະກິດຢ່າງໜ່ຶງທີ່ສາມາດສ້າງລາຍໄດ້ໃຫ້ແກ່ຄອບຄົວ ການລົງທຶນບໍ່ສູງລົງທຶນພຽງຄັ້ງດຽວແຕ່ເກັບຜົນຜະ ລິດໄດ້ຍາວນານ ການປູກຫວາຍມີຈຸດປະສົງເພື່ອ:
  • ການນໍາໃຊ້ເສັ້ນຫວາຍເຂົ້າໃນການຈັກສານ ແລະ ເຟີນີເຈີ.
  • ເພື່ອນໍາໃຊ້ຍອດບໍລິໂພກ, ຂາຍຍ່ອຍ ຫຼື ປຸງແຕ່ງເປັນຫວາຍແຫ້ງ ແລະ ສົ່ງຂາຍ.

2. ລັກສະນະທົ່ວໄປຂອງຫວາຍ

ຫວາຍເປັນພືດຊະນິດໜຶ່ງທີ່ຈັດໃນໝວດເຄື່ອງປ່າຂອງດົງທີ່ມີລາຄາສູງນອກນັ້ນຄົນເຮົາຍັງນິຍົມເອົາຍອດຫວາຍມາປຸງແຕ່ງເປັນ ອາຫານປະຈໍາວັນ, ຫວາຍມີໜາມ ມີລໍາຕົ້ນເລືອປ່າຍໄປຕາມຕົ້ນໄມ້ເພື່ອຢືດລໍາຕົ້ນຂຶ້ນ ໂດຍທົ່ວໄປມີການແຕກໜໍ່ ຫຼັງຈາກ ປູກໄດ້ສອງປີອີງໃສ່ສະພາບຄວາມອຸດົມສົມບູນຂອງດິນ.

3. ປັດໃຈສິ່ງແວດລ້ອມ

ສະພາບແວດລ້ອມເປັນປັດໃຈທີ່ສໍາຄັນຢ່າງໜຶ່ງຕໍ່ການຂະຫຍາຍພັນ ແລະປະລິມານຂອງຫວາຍເພາະວ່າຫວາຍສ່ວນໃຫ່ຍ ຈະ ຕ້ອງ ການປັດໃຈສິ່ງແວດລ້ອມຫຼາຍຢ່າງ ເປັນຕົ້ນວ່າຄວາມຊຸ່ມຊື່ນ, ຄວາມສູງຂອງລະດັບພື້ນດິນ, ປະລິມານແສງ ແລະ ຊະນິດຂອງດິນ, ຄວາມຊຸ່ມຊື່ນເປັນປັດໃຈໜຶ່ງທີ່ມີຜົນຕໍ່ການກະຫຍາຍພັນຂອງຫວາຍເນື່ອງຈາກວ່າຫວາຍມັກເກີດຢູ່ໃນ ເຂດ ຮ້ອນຊຸ່ມຊື່ນທີ່ມີຝົນຕົກຕະຫຼອດປີຕາມປ່າດົງດິບ. ແຕ່ຍັງມີຫວາຍບາງຊະນິດທີ່ມັກເກີດໄດ້ສະເພາະທ້ອງຖິ່ນ ແລະພູມ ສັນຖານທີ່ເໝາະສົມເທົ່ານັ້ນ.

4. ການຂະຫຍາຍພັນຫວາຍ

ການຂະຫຍາຍພັນຂອງຫວາຍມີ 2 ວິທີ ຄື: ຂະຫຍາຍພັນໂດຍທໍາມະຊາດ ແລະ ຂະຫຍາຍພັນໂດຍການປູກ.
4.1 ການຂະຫຍາຍພັນໂດຍທຳມະຊາດ
ຫວາຍສາມາດຂະຫຍາຍພັນດ້ວຍເມັດ ແລະ ໜໍ່ອ່ອນຕາມທຳມະຊາດການຂະຫຍາຍພັນດ້ວຍເມັດຕ້ອງອາໃສຄົນ ແລະ ສັດ ຫຼັງ ຈາກຄົນ ແລະ ສັດກິນໝາກຫວາຍແລ້ວຖິ້ມໄວ້ຕາມປ່າທໍາມະຊາດທີ່ເໝາະສົມເມັດຫວາຍຈະງອກຂຶ້ນ ແຕ່ໄດ້ຜົນຜະລິດ ຕໍ່າ ນອກຈາກນີ້ການຈະເລີນເຕີບໂຕໃນຂັ້ນຕົ້ນຈະຊັກຊ້າ ສໍາລັບການຂະຫຍາຍພັນດ້ວຍການແຕກໜໍ່ ແມ່ນຈະເລີນເຕີບໂຕ ຈະໄວກວ່າ.
4.2 ການຂະຫຍາຍພັນໂດຍການປູກ
ການປູກຫວາຍໃນປະເທດລາວເຮົາມີການປູກບໍ່ຫຼາຍ ຫຼື ປູກກໍໃນເນື້ອທີ່ຈໍາກັດບາງທ້ອງຖິ່ນກໍປູກເປັນສວນຫວາຍ ເປັນເສດ ຖະກິດ ໃນພື້ນທີ່ດຽວ ແຕ່ບາງທ້ອງຖິ່ນປູກສະຫຼັບສັບວ່າງກັບພືດຊະນິດອື່ນ ຫຼື ປູກຕາມຮົ້ວເທົ່ານັ້ນ.

5. ການສ້າງເຮືອນກ້າເບ້ຍຫວາຍ

ການສ້າງເຮືອນກ້າເບ້ຍຫວາຍມີຫຼາຍແບບ ຖ້າສ້າງແບບງ່າຍດາຍ ແມ່ນລົງທຶນຕໍ່າ ແຕ່ການໃຊ້ງານຈະບໍ່ກຸ້ມດົນສ່ວນການສ້າງ ສວນກ້າທີ່ໄດ້ມາດຖານ ຈະມີການລົງທຶນສູງ ແຕ່ອາຍຸການໃຊ້ງານດົນ.ອຸປະກອນທີ່ຈໍາເປັນໃນການກໍ່ສ້າງສວນກ້າເບ້ຍຫວາຍ ທີ່ໄດ້ມາດຖານ ຂະໜາດ 6 x 10 ແມັດມີ:
  1. ຊີເມັນ ເທພື້ນ ຈໍານວນ 10 ເປົ໋າ
  2. ຕາໜ່າງເຫຼັ້ກຂະໜາດ ສູງ 180 ຊັງຕີແມັດ, ຍາວ 4 ແມັດ ຈໍານວນ 8 ກໍ້
  3. ຜ້າກັນແສງສີດໍາຂະໜາດຄວາມກ້ວາງ 3 ແມັດ, ຍາວ 50 ແມັດ
  4. ເສົາຊີເມັນ 6 ຕົ້ນ ຄວາມຍາວ 2.5 ແມັດ
  5. ໄມ້ຈິງ ຄວາມຍາວ 2.5 ແມັດ 50 ລໍາ
ໃນການກໍ່ສ້າງສວນກ້າເບ້ຍແບບມາດຕະຖານນີ້ມີຂະໜາດ 6 x 10 ແມັດ ຄວາມສູງ 2.5 ແມັດເພາະວ່າຖ້າມຸງຕໍ່າໂພດຈະ ເຮັດ ໃຫ້ເບ້ຍຫວາຍທີ່ກ້າໄດ້ຮັບຄວາມຮ້ອນຫລາຍ,ພາຍຫຼັງທີ່ສໍາເລັດການຕັ້ງໂຄງຮ່າງເຮືອນກ້າແລ້ວໃຫ້ເອົາຜ້າກັນ ແສງ ມຸງຫຼັງຄາ ແລະ ເອົາຕາໜ່າງເຫຼັກອ້ອມ ສ່ວນພາຍໃນແມ່ນໃຫ້ເອົາໄມ້ຂັ້ນເປັນສອງແຖວ ແລະ ມີທາງຍ່າງທາງກາງ, ໜານແຕ່ ລະໜານກ້ວາງ 1.5 ແມັດ ເຮືອນກ້າເບ້ຍແບບນີ້ສາມາດບັນຈຸໄດ້ 10,000 ເບ້ຍ.



6. ການກ້າແກ່ນຫວາຍ

ການກ້າຫວາຍແມ່ນມີຫລາຍວິທີ ເພື່ອນໍາໄປປະຕິບັດໃນການກ້າເບ້ຍ ໃຫ້ໄດ້ປະລິມານ, ຄຸນນະພາບ, ປະຢັດເວລາ, ຄ່າໃຊ້ ຈ່າຍໃນການລົງທຶນໜ້ອຍ. ຊຶ່ງມີວິທີການທີ່ນັກວິຊາການ ແລະ ປະຊາຊົນໄດ້ນໍາໃຊ້ມີ 2 ວິທີຄື: ການກະຕຸ້ນແກ່ນ ດ້ວຍນໍ້າ ແລະ ການກ້າແກ່ນດ້ວຍການແກະຕາຫວາຍ.
6.1 ວິທີກ້າເບ້ຍດ້ວຍການກະຕຸ້ນແກ່ນດ້ວຍນໍ້າ
6.1.1 ຂັ້ນຕອນການເກັບແກ່ນ

ແກ່ນຫວາຍຈະເລີ່ມສຸກຕັ້ງແຕ່ເດືອນ 12 ຫາ ເດືອນ 3 ໂດຍສັງເກດເບິ່ງສີຂອງໝາກຫວາຍປ່ຽນຈາກສີຂຽວ ອ່ອນຂອງ ເປືອກ ມາເປັນສີຂາວມົ່ນ ຈຶ່ງສາມາດເກັບໝາກຫວາຍໄດ້.



6.1.2 ການກະກຽມແກ່ນຫວາຍ
ເມື່ອເກັບໝາກຫວາຍມາແລ້ວປະຕິບັດຕາມຂັ້ນຕອນລຸ່ມນີ້:
  • ເກັບໄວ້ໃນຮົ່ມ ຫລື ໃນຫ້ອງທີ່ມີລົມລ່ວງດີ, ບໍ່ໃຫ້ເກັບໄວ້ເກີນ 1 ເດືອນ ເພາະຈະເຮັດໃຫ້ອັດຕາການແຕກງອກຕໍ່າ.
  • ນໍາເອົາໝາກຫວາຍທີ່ສຸກມາແກະເປືອກ ແລະ ນວນຫຸ້ມແກ່ນອອກໃຫ້ໝົດໂດຍຕໍາແກ່ນຫວາຍ ປະສົມຂີ້ຊາຍ, ລ້າງແກ່ນໃນນໍ້າໃຫ້ເປືອກ ແລະ ນວນອອກໃຫ້ໝົດ
6.1.3 ຂັ້ນຕອນການກ້າແກ່ນໃສ່ໜານດິນ
  • ນໍາແກ່ນທີ່ປອກເປືອກ ແລະແກະນວນອອກແລ້ວໄປແຊ່ນໍ້າ ໄວ້ປະມານ 10-15ວັນ
  • ກະກຽມໜານໃສ່ໜ້າດິນດ້ວຍການຂຸດ ແລະຍົງດິນໃຫ້ລະອຽດແລ້ວປະຕາກແດດໄວ້ 7ວັນເຮັດໜານໃຫ້ສູງ 10-20 ຊຕມ ນໍາແກ່ນທີ່ແຊ່ແລ້ວໄປຫວ່ານໃສ່ໜານໃຫ້ສະເໝີກັນໜານກວ້າງ ແລະຍາວຂະໜາດ 1 x 4 ແມັດ ໃຊ້ແກ່ນຫວາຍ ຈໍານວນ 10 ກິໂລ.
  • ເອົາດິນຫຼືຂີ້ຊາຍປົກດ້ານເທິງຂອງໜານຫຼັງຈາກຫວ່ານແກ່ນແລ້ວເພື່ອບໍ່ໃຫ້ແກ່ນຢູ່ໃນໜານຟູຂຶ້ນເທິງໜ້າດິນເວລາຫົດນໍ້າ ຫຼື ເວລາຝົນຕົກໃສ່ໜານແຮງ ຫົດນໍ້າເຊົ້າ ແລະ ແລງຈົນກ່ວາຫວາຍຈະເກີດຫຼືແຕກງອກ.


6.2 ຂັ້ນຕອນກ້າແກ່ນໃສ່ຊາມ
  • ນໍາຍຸ້ງໝາກພ້າວລົງແຊ່ນໍ້າໃຫ້ປຽກປະມານ 20 ນາທີ ປັ້ນນໍ້າຍຸ້ງໝາກພ້າວອອກໃຫ້ແຫ້ງ ສະໝັງ (ຊຸ່ມພໍດີ) ແລ້ວນໍາເອົາຍຸ້ງໝາກພ້າວລົງໂຮຍໃສ່ຊາມຢາງທີ່ກຽມໄວ້ໜາປະມານ 5-10 ຊມ
  • ນໍາແກ່ນຫວາຍທີ່ແກະຕາແລ້ວຢາຍໃສ່ດ້ານເທິງຂອງ ຍຸ້ງໝາກພ້າວ ແລະ ເອົາຍຸ້ງໝາກພ້າວ ທີ່ປັ້ນໃຫ້ສະໝັງ ແລ້ວລົງປົກດ້ານເທິງຂອງແກ່ນໃຫ້ໜາປະມານ 5-10 ຊມ
  • ປົກຊາມດ້ວຍຜ້າຢາງໃສ, ມັດດ້ວຍເຊືອກໃຫ້ແໜ້ນເພື່ອຮັກສາຄວາມຊຸ່ມຊື່ນ ແລະ ອຸນຫະພູມ
  • ນໍາຊາມແກ່ນຫວາຍທີ່ເຮັດສໍາເລັດແລ້ວເກັບໄວ້ບ່ອນຮົ່ມ ທີ່ມີລົມລ່ວງດີ
  • ໜໍ່ຫວາຍຈະແຕກງອກພາຍໃນ 45 ຫາ 60 ວັນ
6.3 ການກຽມໜານ ແລະ ການບົງເບ້ຍຫວາຍໃສ່ເບົ້າ
ໜານທີ່ຈະອະນຸບານເບ້ຍຫວາຍທີ່ບົງໃໝ່ຕ້ອງຢູ່ໃນຮົ່ມ ຫລື ມຸງດ້ວຍຕານ່າງກັນແສງ50% ເພື່ອການຈະເລີນເຕີບໂຕຂອງ ເບ້ຍທີ່ຍັງນ້ອຍ.
6.3.1 ຂັ້ນຕອນການບົງເບ້ຍຫວາຍໃສ່ເບົ້າ
  • ຫລັງຈາກເມັດແຕກງອກໄດ້ 1 ເດືອນກໍນໍາໄປບົງໄດ້
  • ກ່ອນບົງເບັ້ຍຫວາຍໃສ່ເບົ້າຕ້ອງຫົດນໍ້າໃສ່ເບົ້າດິນທີ່ກຽມໄວ້ໃຫ້ຊຸ່ມພຽງພໍ
  • ໃຊ້ໄມ້ຊີດິນເປັນຮູຢູ່ເຄິ່ງກາງຂອງຖົງເບົ້າ
  • ຖອນເບ້ຍຫວາຍທີ່ຢູ່ຍຸ້ງໝາກພ້າວ ຫລື ໜານກ້າມາບົງໃສ່ເບົ້າ
  • ຖ້າຮາກຂອງເບ້ຍຫວາຍຍາວເກີນໄປຕັດຮາກອອກໃຫ້ເໝາະສົມກັບເບົ້າທີ່ຕຽມໄວ້
  • ບົງເບ້ຍຫວາຍແລ້ວໃຊ້ນີ້ວມືບີບອ້ອມຂ້າງເບ້ຍໃຫ້ແໜ້ນ
  • ເມື່ອສໍາເລັດການບົງເບ້ຍຫວາຍແລ້ວໃຫ້ຫົດນໍ້າໃສ່ໃຫ້ຊຸ່ມພໍດີ
6.3.2 ຂໍ້ຄວນລະວັງ
  • ເມື່ອເວລາຈີ້ມຫລືຖອນເບ້ຍອອກຈາກຊາມຢ່າໃຫ້ແກ່ນທີ່ຕິດຢູ່ກັບເບ້ຍລົ່ນອອກເດັດຂາດ ເພາະວ່າ ເບ້ຍຫວາຍນ້ອຍແຕ່ລະຕົ້ນຕ້ອງການອາຫານຈາກແກ່ນທີ່ຕິດຢູ່ນັ້ນໄປລ້ຽງລໍາຕົ້ນ.
6.3.3 ການບົວລະບັດຮັກສາ
  • ເມື່ອເບ້ຍຫວາຍມີອາຍຸ 45 ວັນ ຂຶ້ນໄປຄວນໃສ່ຝຸ່ນບົ່ມໃຫ້ໂຮຍໃສ່ດ້ານເທິງຂອງເບົ້າ ໃນປະລິມານພໍສົມຄວນ ຫລື ຝຸ່ນວິທະຍາສາດ(ປຸ໋ຍເຄມີ)ສູດ 15-15-15 ໃສ່ປະມານ 1 ບ່ວງແກງ /ນໍ້າ 20 ລິດ, ຫົດໃຫ້ທົ່ວ. ຫຼັງຈາກນັ້ນ 2 ເດືອນ ໃຫ້ໃສ່ຝຸ່ນບົ່ມ ຫລື ຝຸ່ນວິທະຍາສາດ (ປຸ໋ຍເຄມີ) ອີກ, ກ່ອນຈະໃສ່ຝຸ່ນ ຫລື ປຸ໋ຍໃຫ້ຢຸດຫົດນໍ້າກ່ອນ 1 ວັນ.
  • ເມື່ອເບ້ຍຫວາຍມີອາຍຸໄດ້ປະມານ 8 -10 ເດືອນ ຈຶ່ງນໍາໄປປູກໄດ້

7. ການຄັດເລືອກພື້ນທີ່ ແລະ ການປູກຫວາຍ

ປັດໃຈທີ່ຄວນເລືອກໃນການປູກຫວາຍ
  • ເນື້ອທີ່ຈະຕ້ອງເປັນທີ່ແຈ້ງສໍາລັບປູກຫວາຍເອົາຍອດ
  • ເນື້ອທີ່ຕ້ອງຢູ່ກ້ອງຕົ້ນໄມ້ສໍາລັບປູກຫວາຍເອົາເສັ້ນ
  • ລັກສະນະຂອງດິນທີ່ປູກຕ້ອງມີຄວາມອຸດົມສົມບູນ
  • ນໍ້າບໍ່ຖ້ວມ ຢູ່ທີ່ສູງຍິ່ງເປັນການດີ ແຕ່ປົກກະຕິແລ້ວຖ້າຫວາຍທີ່ປູກຫາກຕິດດີແລ້ວກໍຈະມີຄວາມທົນທານຕໍ່ນໍ້າຖ້ວມໄດ້
7.1 ລະດູການປູກ
  • ອາຍຸຂອງເບ້ຍຫວາຍຄວນຢູ່ໃນລະຫວ່າງ 8-10 ເດືອນ. ລະດູການທີ່ເໝາະສົມແມ່ນຊ່ວງເດືອນ 5 (ພຶດສະພາ)
 7.2 ການຂຸດຂຸມ ແລະ ການປູກ
  • ຂຸດຂຸມຂະໜາດ 30X30X30ຊຕມ (ກວ້າງ, ຍາວ, ເລິກ) ໃສ່ຝຸ່ນບົ່ມຮອງພື້ນຂຸມ 0.5 ກລ/ຕາແມັດ.


7.3 ໄລຍະຫ່າງການປູກ
  • ໄລຍະຫ່າງການປູກ 2 x 3 ແມັດ ຫຼັງຈາກປູກແລ້ວຢຽບດິນໃຫ້ແໜ້ນແລ້ວຫົດນໍ້າ 1-2 ຄັ້ງຕໍ່ອາທິດ(ຖ້າຝົນບໍ່ຕົກ)

7.4 ການບົວລະບັດຮັກສາ
ຫຼັງຈາກປູກໄດ້ 3 ເດືອນ ໃຫ້ເອົາຝຸ່ນບົ່ມໃສ່ໃນອັດຕາ 1 ກລ/ຕົ້ນ ຫຼື ຝຸ່ນວິທະຍາສາດ (ສູດ 15:15:15)ໃສ່ໃນອັດຕາ 20 ກຣາມ/ຕົ້ນ ຝັງໃຫ້ຫ່າງຈາກຕົ້ນ 15 ຊຕມ ພ້ອມທັງເສັຍຫຍ້າ, ຫຼັງຈາກ ປູກໄດ້ 2 ປີ ຈິ່ງສາມາດຕັດຍອດໄດ້.

 

7.5 ສະພາບສວນປູກຫວາຍ
ສວນປູກຫວາຍສາມາດຈັດຕັ້ງປະຕິບັດໄດ້ເອງໃນລະດັບຄອບຄົວຫຼືເປັນພື້ນທີ່ກ້ວາງໃນທາງທຸລະກິດ ໂດຍບໍ່ຕ້ອງໃຊ້ແຮງງານ ຫຼາຍ,ເປັນການລົງທຶນໜ້ອຍສາມາດເກັບກູ້ຜົນຜະລິດໄດ້ຫຼາຍ ລາຄາແພງ,ສາມາດປູກດ່ຽວຫຼືປູກປະສົມກັບພືດຊະນິດອື່ນ. ໃນເນື້ອທີ່ 1ໄລ່ສາມາດປູກຫວາຍໄດ້ 260ເບ້ຍໄລຍະຫ່າງທີ່ເໝາະສົມ 2x3ແມັດ, ປູກຫວາຍໄວ້ບໍລິໂພກ ຫຼື ເພື່ອຂາຍ ເສັ້ນຫວາຍ
7.6 ວິທີການຕັດຍອດ
ກ່ອນຕັດຄວນສັງເກດເຫັນວ່າມີ 2-4 ຍອດຄວນເລືອກຕັດລໍາເດີມທີ່ນໍາມາປູກເສຍກ່ອນຍ້ອນວ່າມັນຈະເປັນລໍາອາຍຸແກ່ ກ່ອນ ໝູ່ຖ້າເຫັນວ່າລໍາຕົ້ນ ເດີມນັ້ນເກີດໜໍ່ແລ້ວເລືອກຕັດລໍາທ່ີມີໃບຍ່ອຍກໍາລັງຈູມຍາວປະມານ 20 ຊຕມຄວນເລືອກຕັດ ຍອດທີ່ໃກ້ຄຽງກັບໜໍ່ໃໝ່ທີ່ກໍາລັງເກີດຂຶ້ນ ແລະ ສູງຈາກໜ້າດິນປະມານ 5 ຊຕມຕັດຍອດໃນລະດູຝົນຈະໄດ້ໜໍ່ໃຫ່ຍ ແລະ ໄດ້ປະລິມານຍອດອ່ອນຫຼາຍ

​ການ​ປະ​ສົມ​ພັນ​ປາ​ດຸກ [Breeding fish]

ຂໍ້ດີຂອງການລ້ຽງປາດຸກ

ປາດຸກເປັນປານໍ້າຈືດຊະນິດຫນື່ງ, ເຊິ່ງມີຫຼາຍສາຍພັນ. ສ່ວນຫຼາຍຊາວກະສິກອນນິຍົມລ້ຽງປາດຸກພັນ ແລະ ປາດຸກອຸຍ.ປາດຸກ ເປັນປາທີ່ລ້ຽງງ່າຍ, ໃຫຍ່ໄວ, ເປັນປາທີ່ທົນທານ ແລະ ກິນແຊບ. ປາດຸກສາມາດລ້ຽງໃນອັດຕາໜາແໜ້ນເຊນ: ໜອງຂະ ໜາດນ້ອຍ, ກະຊັງ, ອ່າງຊີເມັນ.ປາດຸກເປັນປາກິນທາດຊີ້ນ ແລະ ຈະກິນກັນເອງ. ອາຫານທີ່ນໍາມາລ້ຽງແມ່ນອາຫານສໍາ ເລັດ ຮູບ ເຊິ່ງມີທາດຊີ້ນປະມານ 35-45%. ນອກຈາກນັ້ນຊາວກະສິກອນຍັງສາມາດນໍາອາຫານຈາກທໍາມະຊາດຈໍາພວກປວກ ຫຼື ແມງໄມ້ ມາເປັນອາຫານປາກໍໄດ້.

ການສັງເກດຊະນິດປາ ແລະ ແຍກເພດ

ຄວາມແຕກຕ່າງລະຫວ່າງປາດຸກພັນ ແລະ ປາດຸກອຸຍ
 

ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ
ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ 

ທ່າແຮງຂອງການຜະລິດລູກປາດຸກ

  • ການຜະລິດລູກປາດຸກຄວນມີໜອງດິນຂະໜາດ (10 X 15 ແມັດ)ຈໍານວນ 1 ໜອງຂື້ນໄປ
  • ຄວນມີອ່າງຊີເມັນ ຂະໜາດ (2 X 3 ແມັດ) ຈໍານວນ 2 ອ່າງ ຫື ຼ ອ່າງຜ້າຢາງ.
  • ສະຖານທີ່ຜະລິດລູກປາຄວນມີນໍ້າໃຊ້ຕະລອດປີ
  • ຄວນມີແຮງງານພຽງພໍ (1 ຫຼື 2 ຄົນ)
  • ສະຖານທີ່ຜະລິດລູກປາຄວນຢ່ ູໃກ້ບ້ານ ຫຼື ເສັ້ນທາງໃຫຍ່ເພື່ອຄວາມສະດວກໃນການຈໍາໜ່າຍລູກປາ

ກະກຽມໜອງລ້ຽງປາພໍ່ແມ່ພັນ ແລະ ໜອງອະນຸບານລູກປາ

ການຜະລິດລູກປາດຸກຄວນມີໜອງດິນຈໍານວນ 1 ໜອງຂື້ນໄປ, ເພື່ອເປັນບ່ອນລ້ຽງປາພໍ່ແມ່ພັນ ແລະ ເປັນບ່ອນອະນຸບານ ລູກປາ. ໜອງປາຄວນມີຂະໜາດ (10 X 15ແມັດ), ໜອງປາຕ້ອງເປັນໜອງທີ່ມີນໍ້າຕະລອດປີ.ຖ້າໜອງຢູ່ ໃກ້ແຫຼ່ງນໍ້າຊົນ ລະປະທານແມ່ນເໝາະສົມທີ່ສຸດ.

ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ 

ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ
ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ

ການກະກຽມອ່າງປະສົມພັນ ແລະ ອ່າງອະນຸບານລູກປາ

ອ່າງປະສົມພັນ ຫື ຼ ອ່າງອະນຸບານລູກປາແມ່ນມີຄວາມຈໍາເປັນຫຼາຍໃນການຜະລິດລູກປາດຸກ, ການຜະລິດລູກປາຄວນ ມີອ່າງ ຊີເມັນ ຫື ຼ ອ່າງຜ້າຢາງຈໍານວນ 2 ອ່າງ ຂື້ນໄປແລະ ມີອ່າງເກັບນໍ້າຈໍານວນ 1 ອ່າງ.ການສ້າງອ່າງຜ້າຢາງໃນການປະສົມພັນ ປາດຸກສາມາດນໍາໃຊ້ໄດ້ປະມານ 2 ປີ,ອ່າງຜ້າຢາງ ຈະມີຂໍ້ເສຍກ່ຽວກັບນໍ້າຈະເນົ່າໄວ້, ເພາະວ່າອ່າງຜ້າຢາງບໍ່ສາມາດດູດຊືມ
ອາຫານ ທີ່ເນົ່າເສຍໄດ້ຄືອ່າງຊີເມັນ. ດັ່ງນັ້ນການອະນຸບານລູກປາດຸກໃນອ່າງຜ້າຢາງຄວນເອົາໃຈໃສ່ ກ່ຽວກັບການອານະໄມ ແລະ ການປ່ຽນຖ່າຍນໍ້າຫຼາຍຄັ້ງ.ຖ້າມີທືນຫຼາຍຄວນສ້າງລະບົບອ່າງປະສົມພັນປາຂະໜາດນ້ອຍ, ລະບົບອ່າງດັ່ງກ່າວສາ ມາດຜະລິດລູກປາໄດ້ຫຼາຍຊະນິດ ເຊ່ນ: ປາປາກ, ປາໄນ ແລະ ປາດຸກ.

ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ

ການກະກຽມກະຊັງປະສົມພັນ ແລະ ກະຊັງອະນຸບານລູກປາ

ການປະສົມພັນປາດຸກຕ້ອງມີກະຊັງປະສົມພັນຂະໜາດ (2X3 ແມັດ) ຈໍານວນ1 ຫຼື 2 ດາງ, ເວລາປະສົມພັນຈະກາງກະຊັງ ໃສ່ອ່າງປະສົມພັນເພື່ອໃຫ້ປາປະສົມພັນກັນເອງໃນກະຊັງ ແລະ ເພື່ອປ້ອງກັນບໍ່ໃຫ້ປາພໍ່ແມ່ພັນອອກຈາກອ່າງ.

ການລ້ຽງປາພໍ່ແມ່ພັນ

ການລ້ຽງປາພໍ່ແມ່ພັນຄວນລ້ຽງໃນໜອງດິນ, ທີ່ມີຂະໜາດໜອງແຕ່ 100 ມ2 ຂື້ນໄປ, ຈະໄດ້ປ່ອຍປາພໍ່ແມ່ພັນໃນອັດຕາ 20-30 ໂຕ/ມ2. ໜອງປາພໍ່ແມ່ພັນຄວນມີຄວາມເລິກຂອງນໍ້າປະມານ 1.0 -1.5ແມັດ. ການລ້ຽງປາພໍ່ແມ່ ພັນຄວນມີການ ປ່ຽນ ນໍ້າຕະຫຼອດເພື່ອຈະເຮັດໃຫ້ປາກິນອາຫານໄດ້ດີ ແລະ ຈະເຮັດໃຫ້ໄຂ່ ແລະ ນໍ້າເຊື້ອມີການພັດທະນາດີຂື້ນ. ຖ້າເປັນ ໜອງປາຂະໜາດໃຫຍ່ໃຫ້ລ້ຽງໃສ່ກະຊັງ, ການລ້ຽງປາພໍ່ແມ່ພັນໃສ່ກະຊັງຈະມີຂໍ້ດີໃນການດູແລຮັກສາ ແລະ ສະດວກໃນ ການຄັດພໍ່ແມ່ພັນປາຂື້ນມາປະສົມພັນ,ການໃຫ້ອາຫານຄວນ ໃຫ້ໃນອັດຕາ 3-5 %/ນ້າໍ ໜັກປາ, ອາຫານທໃີ່ ຫ້ປາພ່ໍແມ່ພນັ ຕ້ອງເປັນອາຫານສໍາເລັດຮູບທີ່ມີທາດຊີ້ນຢູ່35%.

ອຸປະກອນທີ່ໃຊ້ໃນການປະສົມພັນ

  1. ຮໍໂມນສັງເຄາະຊູບປະລີເຝັກ (Suprefact)
  2. ຢາໂມຕິລຽມ (Motilium)
  3. ນໍ້າກັ່ນ
  4. ເຂັມສັກຢາເບີ 20-24
  5. ຊິງຊັ່ງນໍ້າໜັກ
  6. ຄົກບົດຢາ, ຄຸ, ຊາມ, ຈອກແກ້ວ ແລະ ກະຕ໋ອງຈັບປາພໍ່ແມ່ພັນ
  7. ກະຊັງຂຽວ (ປະສົມພັນປາ)
  8. ກະຊັງຂຽວ ແລະ ຜ້າລອນແກ້ວ (ອະນຸບານລູກປາ)
ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ

ການຄິດໄລ່ຮໍໂມນ ແລະ ສັກຢາປາພໍ່ແມ່ພັນ

ການຄິດໄລ່ຮໍໂມນມີຢ່ ູ 2 ຂັ້ນຕອນຄື:
ຂັ້ນຕອນທີ່ 1: ການເຈືອຈາງ
  • ກວດຮໍໂມນສັງເຄາະຊູບປະລີເຝັກສົດຈະມີກວດປະລິມານ 5.5 ຊີຊີ ຫຼື ກວດ10 ຊີຊີ
  • ດູດເອົາຮໍໂມນສັງເຄາະຊູບປະລີເຝັກ 1 ຊີຊີ ໃສ່ໃນກວດແກ້ວໄວ້
  • ດູດເອົານໍ້າກັ່ນ 9 ຊີຊີ ປະສົມລົງໃສ່ໃນກວດແກ້ວທີ່ມີຮໍໂມນ 1 ຊີຊີ, ລວມທັງໝົດເປັນ 10 ຊີຊີ
  • ນໍາກວດຮໍໂມນທີ່ເຈືອຈາງແລ້ວເກັບຮັກສາໃສ່ຕ້ ູເຢັນໄວ້ (ຊ່ອງບ່ອນໃສ່ຜັກ)
ຂັ້ນຕອນທີ່ 2: ການນໍາຮໍໂມນທີ່ເຈືອຈາງໄປສັກປາ
ຕົວຢາງ: ການສັກຮໍໂມນປາແມ່ພັນທີ່ມີນໍ້າໜັກ 1 ກິໂລກຼາມ
  • ເອົາຢາໂມຕິລຽມ 1 ເມັດ ບົດໃສ່ຄົກໃຫ້ລະອຽດແລ້ວ
  • ດູດເອົາຮໍໂມນທີ່ເຈືອຈາງແລ້ວ 0.2 ຊີຊີ, ລົງປະສົມໃສ່ຄົກບົດຍາ
  • ດູດເອົານໍ້າກັ່ນ 0.9 ຊີຊີ, ລົງປະສົມໃສ່ຄົກໃຫ້ເຂົ້າກັນແລ້ວ ນໍາໄປສັກປາການສັກຢາປາພໍ່ແມ່ພັນແມ່ນສັກຢ່ ູດ້ານຫຼັງຂອງໂຕປາ (ຕາມຮູບພາບ)
 ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ

 ການປ່ອຍປາປະສົມພັນກັນເອງ ແລະ ການຟັກໄຂ່

ການສັກຢາປາພໍ່ແມ່ພັນໃນເວລາ 5 ໂມງແລງ, ຫຼັງຈາກນັ້ນຈະປ່ອຍປາພໍ່ແມ່ພັນປະສົມພັນກັນເອງໃສ່ກະຊັງທີ່ກະກຽມໃສ່ ໃນ ອ່າງໄວ້ກ່ອນ. ປາພໍ່ແມ່ພັນ ໃຊ້ເວລາໃນການປະສົມພັນປະມານ 12-14 ຊົ່ວໂມງ. ຈາກນັ້ນຈິ່ງເອົາປາພໍ່ແມ່ພັນອອກ ຈາກອ່າງ, ໄຂ່ປາຈະຕິດຕາມກະຊັງ ແລ້ວນໍາໄປຟັກໃສ່ອ່າງໃໝ່.

 ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ
ໄຂ່ປາດຸກຈະຟັກແຕກເປັນໂຕແມ່ນໃຊ້ເວລາປະມານ 20-24ຊົ່ວໂມງ, ການຟັກແຕກຂອງໄຂ່ປາຈະໄວ ຫຼື ຊ້າ
ແມ່ນຂຶ້ນກັບອຸນຫະພູມຂອງນໍ້າ ແລະ ອາກາດ,ຫຼັງຈາກປາຟັກແຕກໝົດແລ້ວໃຫ້ນໍາເອົາກະຊັງຟັກໄຂ່ອອກຈາກອ່າງ.
 ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ

ການອະນຸບານ ແລະ ການໃຫ້ອາຫານ

ປາດຸກນ້ອຍແຕກອອກມາໃໝ່ຈະບໍ່ກິນອາຫານ ເພາະວ່າປານ້ອຍຍັງມີຖົງອາຫານຢ່ ູໃນທ້ອງ, ຖົງອາຫານຈະໝົດໃນເວລາປະ ມານ 2 ມື້ ຂື້ນຢ່ ູກັບການນໍາໃຊ້ອາຫານຂອງປານ້ອຍ, ຖ້າອາກາດຮ້ອນປາຈະໃຊ້ອາຫານໝົດໄວກ່ວາອາກາດເຢັນ. ຫຼັງຈາກ 2 ມື້ຈິ່ງໃຫ້ອາຫານປານ້ອຍໂດຍໃຫ້ໄຂ່ແດງທີ່ຕົ້ມສຸກແລ້ວໃນມື້ 3 ແລະ 4.
          ວິທີການໃຫ້ແມ່ນແບ່ງໄຂ່ແດງຫນື່ງຟອກອອກເປັນ 2 ສ່ວນ, 1 ສ່ວນແມ່ນສາມາດໃຫ້ໄດ້ 1 ມື້ ຕໍ່ ລູກປາຫນື່ງແມ່, ການໃຫ້ແມ່ນນໍາໄຂ່ແດງໄປລະລາຍໃສ່ນໍ້າສະອາດແລ້ວເຮັດໃຫ້ແຕກລະອຽດຈິ່ງໃຫ້ທົ່ວອ່າງ. ການໃຫ້ອາຫານປາໃນໄລ ຍະນີ້ແມ່ນໃຫ້ທຸກໆ 2 ຫຼື 3 ຊົ່ວໂມງ.
        ຫຼັງຈາກນັ້ນແມ່ນໃຫ້ອາຫານຝຸ່ນໃນການອະນຸບານວິທີການໃຫ້ແມ່ນເອົາອາຫານຝຸ່ນປະສົມກັບນໍ້າສະອາດແລ້ວ ເຮັດເປັນກ້ອນ ຂະໜາດນ້ອຍ, ວິທີໃຫ້ແມ່ນໃຫ້ເປັນຈຸດ ແລະ ໃຫ້ທົ່ວອ່າງ.
ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ 



ການອະນຸບານລູກປາສິ່ງສໍາຄັນແມ່ນການໃຫ້ອາຫານ, ການລ້າງອ່າງ,ການປ່ຽນຖ່າຍນໍ້າໃນອ່າງທີ່ເນົ່າເສຍຈາກການໃຫ້ ອາ ຫານ ແລະ ການຄັດຂະໜາດລູກປາ, ເພາະວ່າລູກປາດຸກຂະໜາດໃຫຍ່ຈະກິນລູກປາຂະໜາດນ້ອຍ.
 ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ

 ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ
 ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ

ທີ່ຕັ້ງ, ຂອບເຂດ ເຂື່ອນ​ໄຟ​ຟ້າ​ນ້ຳ​ແສ້ [Namsea hydro power]

 

ນ້ຳແສ້ ເປັນແມ່ນ້ຳຂະຫນາດກາງແຫ່ງຫນື່ງຂອງລາວ ຕັ້ງຢູ່ເມືອງ ນາຫມໍ້ ແຂວງ ອຸດົມໃຊ ຈາກການສຶກສາເບື້ອງຕົ້ນເຫັນໄດ້ ວ່າ ສາຍນ້ຳດັ່ງກວ່າສາມາດກໍ່ສ້າງເຂື່ອນໄຟຟ້າໄດ້ ໃນເບື້ອງຕົ້ນສຳຫລວດມາມີ 3ຈຸດຫລັກທີ່ມີຄວາມເປັນໄປ ໄດ້ສຸດ ອີງຕາມແຜນທີ່ 1/100,000 ສະບັບເລກທີ່ F-48-108, 119, 120 ຂອງກົມແຜນທີ່ແຫ່ງຊາດ ໂຄງການດັ່ງກ່າວ ມີ ຈຸດທີ່ຕັ້ງ ເຊິ່ງມີດັ່ງຕໍ່ໄປນີ້:

Location
E
N
ELV
Remark
Dam 1
101027’35’’
20045’07’’
740-765
Select head
Dam 2
101039’00’’
20047’08’’
800

Dam 3
101044’50’’
20049’30’’
920

 


 ໂຄງການດັ່ງກ່າວຕັ້ງໃກ້ຊາຍແດນລະຫວ່າງເມືອງນາຫມໍ່ ແລະ ເມືອງຫລວງນ້ຳທາໄປທາງທິດຕາເວັນອອກ ເຊິ່ງທິດຕາເວັນຕົກ ຕິດກັບສາຍນ້ຳທາ ທິດເຫນືອ ຕິດກັບ ຊາຍແດນ ລະຫວ່າງແຂວງອຸດົມໄຊ ແລະ ແຂວງຫລວງນ້ຳທາ ທິດຕາເວັນອອກ ຕິດກັບທາງເລກ 13