Saturday, October 22, 2016

ການ​ຈຳ​ແນກ ​ຄວາມ​ຫລາກ​ຫລາຍ ຂອງ​ແນວ​ພັນ​ເຂົ້າ [Sticky Varieties]

 ການ​ຈຳ​ແນກ ​ຄວາມ​ຫລາກ​ຫລາຍ ຂອງ​ແນວ​ພັນ​ເຂົ້າ [Sticky Varieties]

ການຈຳແນກເຊື້ອພັນເຂົ້າ ທີ່ເກັບໄດ້ແຕ່ປີ 1995 ຫາ ປີ 2000

ອີງຕາມຂໍ້ແນະນຳຂອງສູນອະນຸລັກແຫຼ່ງເຊື້ອພັນພືດຂອງອີຣີ,ໃນເວລາລົງເກັບຕົວຢ່າງຈາກຊາວກະສິກອນໄດ້ເກັບກຳຂໍ້ມູນລັກສະນະຕ່າງໆເຖິງ 36 ລັກສະນະ ເພື່ອເປັນຂໍ້ມູນຈຳເພາະຂອງແຕ່ລະຕົວຢ່າງ. ລັກສະນະ, ຂໍ້ມູນຕ່າງໆເຫຼົ່ານີ້ ໄດ້ມີການດັດ ແກ້ ເພື່ອໃຫ້ແທດ ເໝາະກັບເງື່ອນໄຂ ຂອງ ສປປ ລາວ ໂດຍເພີ້ມຊະນິດເນື້ອເຂົ້າສານ, ຄວາມຫອມ ແລະ ລັກສະນະພິເສດ ອື່ນໆ ທີ່ເປັນເອກະ ລັກ ຂອງ ສປປ ລາວເຂົ້າຕື່ມອີກ. ຂໍ້ມູນຈຳເພາະຂອງຕົວຢ່າງທີ່ເກັບກຳໄດ້ນັ້ນ, ສ່ວນໃຫຍ່ ແມ່ນຂໍ້ມູນທີ່ໄດ້ຈາກຊາວກະ ສິກອນນັ້ນເອງ. ອີງໃສ່ຂໍ້ມູນຈຳເພາະທີ່ໄດ້ມາ, ຕົວຢ່າງເມັດພັນເຫຼົ່ານັ້ນ ສາມາດຈຳແນກ ແລະ ຈດແບງ ເປນ ກູ່ມຕາມແຫຼງ ທີ່ມາ (ແຂວງ ແລະ ເມອງ), ລະບບນເວດ (ນາ ຫຼໄຮ)່ , ຊະນດເນື້ອເຂົ້າສານ (ເຂົ້າໜຽວ ຫຼຼ ເຂົ້ ຈາ້ວ) ແລະຕາມອາຍການ (ດ,ໍ ກາງ ຫຼນ ).ຈຳນວນຕົວຢ່າງ ທີ່ເກັບເຕົ້າໂຮມມາຈາກເຂດພາກເໜືອ, ພາກກາງ ແລະ ພາກໃຕ້ ແມ່ນມີ 5,915 (44.8%), 4,625 (35.1%), ແລະ 2,652(20.1%) ຕົວຢ່າງ ຕາມດຳລັບ (ຕາຕະລາງ1). ຕົວຢ່າງແນວພັນ ທີ່ເກັບ ມາຈາກນິເວດເຂົ້າໄຮ່ (55.9%) ຫຼາຍກວ່າ ຕົວຢ່າງແນວພັນທີ່ເກັບຈາກນິເວດເຂົ້ານາ (44.1%). ຕົວຢ່າງສ່ວນໃຫຍ່ (85.5%) ເປັນເຂົ້າໜຽວ. ສັດສ່ວນທີ່ສູງກວາ່ ໝູ່ຂອງຕວຢາງແນວພນເຂົ້າໄຮ ່ (77.5%) ແມ່ນເກັບມາຈາກ ເຂດກະສິ ກຳພາກເໜືອ, ໃນຂະນະທີ່ຈຳນວນຕົວຢ່າງ ທີ່ເກັບມາຈາກເຂດພາກກາງ ແລະ ພາກໃຕ້ ມີພຽງປະມານ 38%ເທົ່ານັ້ນ. ຕົວ ຢ່າງ ທີ່ເກັບມາທັງໝົດ ຈາກສາມເຂດນີ້ ສ່ວນໃຫຍ່ເປັນແນວພັນເຂົ້າໜຽວ ກວມເອົາ 85.5% ຂອງຈຳນວນຕົວຢ່າງ ທັງ ໝົດທີ່ເຕົ້າໂຮມ.ແຂວງທີ່ເກບໄດຫຼາຍກວາໝູ່ແມນ ແຂວງພາກເໜືອ ຄື: ແຂວງຫຼວງພະບາງ ມີ 1,243 ຕົວຢ່າງ (9.4% ຂອງຈຳນວນທັງໝົດ), ຊຶ່ງໃນນັ້ນມີ 875 ຕົວຢ່າງ (70.4%) ແມ່ນເຕົ້າໂຮມມາຈາກນິເວດເຂົ້າໄຮ່ (ຕາຕະລາງ 2). ຮອງ ລົງມາແມ່ນແຂວງອຸດົມໄຊ ທີ່ມີເຂົ້າໄຮ່ຫຼາຍ (675 ຕົວຢ່າງ) ແລະ ແຂວງໄຊຍະບູລີ (632 ຕົວຢ່າງ).ແຂວງທີ່ມີຈຳ ນວນຕົວ ຢ່າງທີ່ເກັບໄດ້ ຈາກນິເວດເຂົ້ານາຫຼາຍກວ່າໝູ່ແມ່ນ ເຂດພາກກາງ ຄ ແຂວງສະຫວັນນະເຂດ (759 ຕົວຢ່າງ) ແລະ ແຂວງຄຳມ່ວນ (671 ຕົວຢ່າງ) ແລະ ໃນເຂດພາກໃຕ້ ແມ່ນແຂວງຈຳປາສັກ (677 ຕົວຢ່າງ).
 http://hukased.blogspot.com/2016/10/sticky-varieties.html
http://hukased.blogspot.com/2016/10/sticky-varieties.html 

ຄວາມຫຼາກຫຼາຍທາງດ້ານແນວພັນພື້ນເມືອງ

ຄວາມ ຫຼາກຫຼາຍຂອງຊື່ແນວພັນແນວພັນເຂົ້າພື້ນເມືອງ ທີ່ໄດ້ເກັບມາແຕ່ປີ 1995 ຫາ 2000 ລວມທັງໝົດ 13,192 ຕົວຢ່າງມີການບັນທຶກຊື່ແນວພັນ ໄດ້ເກືອບທັງໝົດ,ນອກຈາກ 6% (789 ຕົວຢ່າງ) ທີ່ຍັງບໍ່ສາມາດບັນທຶກຊື່ແນວພັນໄດ້. ການທີ່ບໍ່ສາມາດບັນທຶກຊື່ແນວພັນເຫຼົ່ານີ້ໄດ້ນັ້ນ ແມ່ນເນື່ອງຈາກວ່າ ມີຫຼາກຫຼາຍຊົນເຜົ່າສ່ວນນ້ອຍ ໃນພື້ນທີ່ຕ່າງໆທີ່ໄດ້ ເຕົ້າໂຮມເຊື້ອພັນເຂົ້າ (ໃນ ສປປ ລາວ ມີ 48 ຸ່ມ ຊນເຜົ່າທີ່ບຮູ້, ເອ2001) ື່ງເຮດໃຫຄວາມຍຸ້ງຍາກ ໃນການ ແປ ຊື່ແນວພນຂອງບາງຊົນເຜົ່າເປັນພາສາລາວ (ແລ້ວແປເປັນພາສາອັງກິດ).ນອກຈາກນັ້ນຊາວກະສິກອນບາງຄນບໍູ່້ັກກັືຶ່ແນວ​ພັນເຂົ້າຂອງຕນເອງ ໂດຍສະເພາະ ແມນຜູ້​ທີ່​ຍັວ ໜມູ່​ນ້ອຍ. ໃນຈຳນວນ12,403 ຕົວຢ່າງທີ່ໄດ້ບັນທຶກຊື່ ແນວພັນ ນັ້ນ, ມີ 1,414ຕົວຢ່າງ ໄດ້ບັນທຶກເປັນຊື່ຊົນເຜົ່າ ຊຶ່ງຕໍ່ມາໄດ້ແປເປັນພາສາລາວ ແລະ ພາສາອັງກິດ, ໃນນັ້ນມີ 151 ຕົວຢ່າງ ທີ່ໄດ້ບັນທຶກຊື່ແນວພັນເປັນພາສາຊົນເຜົ່າ ແລະ ບໍ່ສາມາດແປໄດ້ເລີຍ.ຈຳນວນຊ່ືແນວພັນທ່ີບັນທຶກໄດ້ຫຼາຍກວາໝູ່(1,120) ແມນຢູ່ເຂດພາກເໜອແລະໜອ້ຍກວາໝູ່ (583) ແມນຢູ່ເຂດພາກໃຕ (ຕາຕະລາງ 3). 
 http://hukased.blogspot.com/2016/10/sticky-varieties.html
ການອະທິບາຍລາຍລະອຽດກ່ຽວກັບການຕັ້ງຊື່ແນວພັນ ໄດ້ສະຫຼຸບໃນບົດລາຍງານຂອງ ທ່ານ ອັບປາ ຣາວ ແລະ ຄະນະ (2002c). ຕາມປົກກະຕິແລ້ວ, ແຂວງໃດທີ່ມີເນື້ອທີ່ປູກເຂົ້າໄຮ່ຫຼາຍ ແມ່ນຍິ່ງມີຄວາມຫຼາກຫຼາຍທາງດ້ານຊື່ແນວພັນ ຊຶ່ງ ມັນ ໄດ້ສະແດງໃຫ້ເຫັນເຖິງຄວາມຫຼາກຫຼາຍ ຂອງຊົນເຜົ່າໃນເຂດພື້ນທີ່ນັ້ນ,ພ້ອມດຽວກັນ, ມັນຍັງເຊື່ອມໂຍງກັບຄວາມ ແຕກຕ່າງທາງດ້ານຄວາມນິຍົມ ຕໍ່ລັກສະນະຕ່າງໆກ່ຽວກັບຄຸນນະພາບທາງອາຫານອີກດ້ວຍ. ໃນແຂວງພາກເໜືອ ເຂດ ແຂວງ ຫຼວງພະບາງ ຊຶ່ງມີເນື້ອທີ່ປູກເຂົ້າ ໄຮ່ ຫຼາຍກ່ວາໝູ່ໃນທົ່ວ ສປປລາວ ແມນມນວນຊື່ແນວພນຫຼາຍກວາໝູ່ (462ື່) . ເຖງແມນວາຢູ່ບາງແຂວງໃນເຂດການຜະລິດກະສິກໍາພາກໃຕ້ ໄດ້ເກັບແນວພັນທີ່ມີຊື່ຈໍາເພາະຈຳນວນໜ້ອຍໜຶ່ງກໍ່ຕາມ, ແຕ່ວ່າແຕ່ລະແຂວງກ່ໍມີແນວພັນທ່ີເປັນເອກະລັກຂອງແຂວງຢຫຼູ່າຍແນວພນ (ກອນທີ່ຈະຈດແນວພນໃດໜຶ່ງ ໃຫ້ເປັນເອກະ ລັກ ຂອງແຂວງໃດແຂວງໜຶ່ງໄດ້ນັ້ນ ກໍ່ຕໍ່ເມື່ອໄດ້ບັນທຶກວ່າ ແນວພັນນັ້ນໄດເ້ກບຢູ່ໃນແຂວງດຽວນັ້ນເອງເທົ່ານັ້ນ ). ດັ່ງທີູ່່ ພາກໃຕ,້ ແຂວງອດຕະປ62.2% ຂອງຕວຢາ່ງທີ່ເກັບໄດ້ ພ້ອມກັບຊື່ແນວພັນນັ້ນ ໄດ້ຈັດໃຫ້ເປັນເອກະລັກຂອງ ແຂວງ ແລ້ວ. ແຂວງອັດຕະປືນີ້ເອງກໍຄືແຂວງອື່ນໆ ທີ່ມີແນວພັນທີ່ເປັນເອກະລັກຫຼາຍນັ້ນເປັນແຂວງທີູ່່າງໄກສອກຫຼີກ ແລະມີ ລະດັບຄວາມຫຼາກຫຼາຍດ້ານຊົນເຜົ່າໃນປະຊາກອນສງູ . ດັ່ງທີ່ຄາດຄະເນໄວາຢູ່ໃນບນດາແຂວງຕ່າງໆ ໃນເຂດເນື້ອທີ່ປູກ ເຂົ້າ ນາຕາມທົ່ງພຽງລ່ອງແມ່ນ້ຳຂອງ ໂດຍທົ່ວໄປແລ້ວ ຈະມີຈຳນວນຊ່ືແນວພັນທ່ີເປັນເອກະລັກໜ້ອຍກວ່າເຂດອື່ນໆ ຢູ່ພາຍໃນ ສປປ ລາວ. ອນນີ້ນສະແດງຄວາມເປັນຈິງໃຫ້ເຫັນວ່າ ໂດຍລວມແລ້ວໃນໂຂງເຂດທົ່ງພຽງເຫຼົ່ານີ້ ມີຄວາມຫຼາກ ຫຼາຍດານຊນເຜົ່າໃນໝູ່ປະຊາກອນໜອຍທີ່​ສູ,ພ້ອມກັນນັ້ນ ຍັງມີໂອກາດສູງກວ່າ ໃນການແລກປ່ຽນແນວພັນ ຕາມເຂດ ຊາຍແດນ ລະຫວ່າງແຂວງ ແລະ ໃນຊ່ວງໄລຍະເວລາ ກ່ອນມີການເກັບເຕົ້າໂຮມແນວພັນ ກໍ່ໄດ້ມີການ ຮັບເອົາແນວພັນ ນຳເຂົ້າ ເຂົ້າມານຳໃຊ້ຢ່າງຫຼວງຫຼາຍແລ້ວ.

ຄວາມຫຼາກຫຼາຍພາຍໃນກມຸ່ ປະຊາກອນ

ຕາມລັກສະນະຕ່າງໆ ເຊັ່ນ: ອາຍຸການສຸກແກ່, ລວງສູງ ແລະ ລັກສະນະເມັດ ແລະ ຮວງ,ເຫັນວ່າ ແນວພັນເຂົ້ານາພື້ນເມືອງ ຂ້ອນຂ້າງມີຄວາມສະໝ່ຳສະເໝີດີກວ່າ ແນວພັນເຂົ້າໄຮ່.ຕາມປົກກະຕິ ໃນລະດູການປູກເຂົ້າໄຮ່, ຊາວໄຮ່ ຈະປູກຫຼາຍໆ ແນວພັນ ທີ່ມີລັກສະນະພາຍນອກແຕກຕ່າງກັນ, ມີຄວາມແຕກຕ່າງກັນ ໃນເວລາການອອກດອກ, ລວງສູງຂອງລຳຕົ້ນ ແລະ
ລັກສະນະຕ່າງໆຂອງເມັດ ແລະ ຮວງມາປູກປະສົມກັນ. ຄວາມແຕກຕ່າງລະຫວ່າງ ລັກສະນະພິເສດຂອງແນວພັນເຂົ້າໄຮ່ ແລະ ແນວພັນເຂົ້ານານີ້ ອາດກ່ຽວຂ້ອງກັບຄວາມແຕກຕ່າງ ໃນເງື່ອນໄຂສິ່ງແວດລ້ອມ ທາງດ້ານດິນຟ້າອາກາດ,ດ້ານກະເສດຕະກຳ ແລະ ວິທີການຕ່າງໆໃນການຄັດເລືອກເມັດພັນ ໃນສະພາບແວດລ້ອມການຈະເລີນເຕີບໂຕທີ່ແຕກຕ່າງກັນ. ເຫດຜົນທີ່ເຂົ້າໄຮ່ ມີຄວາມຫຼາກຫຼາຍທາງດ້ານແນວພັນຫຼາຍກວ່າເຂົ້ານານັ້ນ, ສ່ວນໜຶ່ງແມ່ນ ເນື່ອງມາຈາກ ຄວາມເຈດຕະນາປູກປະສົມກັນ ຫຼາຍແນວພັນ ທີ່ມີລັກສະນະພາຍນອກແຕກຕ່າງກັນ ໂດຍຫວັງວ່າ ໃນອະນາຄົດຂ້າງໜ້ານີ້, ອາດຈະມີແນວພັນຊະ ນິດໃດຊະ ນິດໜື່ງ ສະແດງລັກສະນະການຈະເລີນເຕີບໂຕທີ່ດີເດັ່ນອອກມາ ອັນຈະເປັນພາບໂດດເດ່ັນໃນເງ່ືອນໄຂສ່ິງແວດລ້ອມຂອງ ນິເວດເຂົ້າໄຮ່. ຕົວຢ່າງ: ການເກັບເຕົ້າໂຮມແນວພນເຂົ້າໄຮູ່ແຂວງຈຳປາສກພາກໃຕ້ຂອງລາວ, ໄດ້ພົບເຫັນ 11 ຊະນິດ ແນວ ພັນ ທີ່ມີລັກສະນະຮູບຮ່າງ ແລະ ຂະໜາດຂອງຮວງ,ຂອງເມດແຕກຕາງກນປກປະສມກນຢູ່ໃນໄຮ່ຜນດຽວກນ . ຢູ່ແຂວງຫຼວງນ້ຳທາ ພາກເໜອຂອງລາວ, ໃນໄຮ່ຕອນໜຶ່ງ ມີ 8 ແນວພັນ ທີ່ແຕກຕ່າງກັນ ທາງດ້ານລັກສະນະພາຍນອກ ເຊັ່ນ:ຮູບຮ່າງ, ຂະໜາດຂອງຮວງ ແລະ ສີຂອງເມັດ.
 

ການ​ເຕົ້າ​ໂຮມ​ແນວ​ພັນ​ເຂົ້າ ໃນ ​ສ​ປ​ປ​ລາວ

http://hukased.blogspot.com/2016/10/blog-post_22.html 

ການເຕົ້າໂຮມ ແລະ ອະນຸລັກເຊື້ອພັນເຂົ້າ ກ່ອນປີ 1975

ຄວາມຫຼາກຫຼາຍ ແລະ ຄວາມສຳຄັນຂອງແນວພັນເຂົ້າພື້ນເມືອງ ໃນ ສປປ ລາວ ກຳລັງເປັນ​ທີ່​ຮູ້​ຈັກ​ກັນ​ດີ ສະນັ້ນ​ເລີ່ມ​ແຕ່​ປີ 1970 ຫາປີ 1990 ໄດ້ມີທີມງານສຳຫຼວດເຕົ້າໂຮມເຊື້ອພັນເຂົ້າ ຫຼາຍຄະນະ ໄດ້ເຂົ້າມາຈັດຕັ້ງປະຕິ ບັດການສຳຫຼວດ ຢູ່​ໃນ ສປປ ລາວ ໂດຍການສະ​ໜັບ​ສະ​ໜູນ​ຊອງ​ອົງການ USAID, ​ລັດເຊຍ, ​ຢີ່​ປຸ່ນແລະ ອົງການ/ປະເທດອື່ນໆ (Schiller et al 2001, Inthapanya et al 1997). ແຕ່ປີ 1991 ຫາ 11994, ກິດຈະກຳຮ່ວມກັນ ລະຫວ່າງ ກະຊວງກະສິກຳ ແລະປ່າ ໄມ້ ກັບແຜນງານຄົ້ນຄວ້າເຂົ້າແຫ່ງຊາດ ໄດ້ມີການລິເລີ້ມຂຶ້ນໂດຍການສະໜັບສະໜູນ ຂອງປະເທດສະວິສ ແລະ ໄດ້ຈັດຕັ້ງ ປະຕິບັດ ໂດຍຜ່ານ ອີຣີ ກໍ່ໄດ້ເກັບສະສົມຕື່ມອີກ1,000 ກວ່າຕົວຢ່າງຈາກນິເວດເຂົ້າໄຮ່ ໃນຫົກແຂວງຂອງເຂດການ ຜະລິດ ກະສິກຳພາກເໜືອຂອງລາວ (Roder et al 1996). ແຕ່ວ່າ ຂໍ້ມູນຈຳເພາະຂອງຕົວຢ່າງ ສຳລັບການເຕົ້າໂຮມຄັ້ງນີ້, ສ່ວນ ໃຫຍ່ ແມ່ນບໍ່ຄົບຖ້ວນ. ຍິ່ງໄປກວ່ານັ້ນ, ເນື່ອງຈາກວ່າໃນໄລຍະນັ້ນ​ຢູ່​ພາຍໃນປະເທດເຮົາຍັງບໍ່ທັນມີສາງເກັບ ມ້ຽນເມັດພັນ ທີ່ ເໝາະສົມເທື່ອ ຈຶ່ງບໍ່ສາມາດຮັກສາເຊື້ອພັນໄວ້ໄດ້ ໂດຍປາສະຈາການປູກຟື້ນຊີບ. ສະນັ້ນ ແນວພັນທີ່ສະສົມມາຊຸດນີ້ ຈະບໍ່ສາມາດນຳໃຊ້ໄດ້ອີກຕໍ່ໄປ.__

ເຊື້ອພັນເຂົ້າ ທີ່ເຕົ້າໂຮມໄດ້ ແຕ່ປີ 1995 ຫາປີ 2000

ການເຕົ້າໂຮມແນວພັນ ທີ່ເປັນລະບົບໄດ້ເລີ້ມປະຕິບັດມາ ແຕ່ປີ 1995 ຫາປີ 2000, ແລະ ອະນຸລັກຊີວະນາໆພັນເຂົ້າ ໃນ 22 ປະເທດໃນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ຊາຮາຣາ ອາຟລຶ​ກາໃຕ ້ ແລະ ອາເມລິ​ກາກາງ (IRRI 1994). ໂຄງການດັ່ງກ່າວ ໄດ້ປະຕິບັດໂດຍການສະໜັບສະໜູນທາງດ້ານການເງິນຈາກອົງການເພື່ອການພັດທະນາ ແລະ ການຮ່ວມມື ຂອງ ປະເທດສະວິດເຊີແລນ (SDC).ໃນຊ່ວງປີ 1995 ຫາ 2000 ສາມາດເຕົ້າໂຮມໄດ້ທັງໝົດ 13,192 ຕົວຢ່າງ ແລະ ເຂົ້າປ່າ6 ຊະນິດ ທີ່ເປັນຕະກຸນ Oryza ຈໍານວນ 237 ຕົວຢ່າງ.

ເຊື້ອພັນເຂົ້າ ທີ່ເຕົ້າໂຮມໄດ້ ຫຼັງປີ 2000 ເຖີງປະຈຸບັນ

ອີງຕາມເປົ້າໝາຍຂອງການຄົ້ນຄວ້າ ແຕ່ລະໄລຍະ ດັ່ງນັ້ນ ຫຼັງການເຕົ້າໂຮມແນວພັນແຕ່ປີ 2000 ແມ່ນໄດ້ມີໂຄງການຄົ້ນ ຄວ້າ ແລະ ສຶກສາຫຼາຍດານກຽ່ວກັບເຊື້ອັນເຂົ້າເຊັ່ນ: ເລື້ອງດາ້ນຄວາມຮູ້ມປນຍາຊາວບາ້ນ ກຽ່ວກບການອະນຸລັກ ແລະ ນຳໃຊ້ເຊື້ອພັນເຂົ້າພື້ນເມືອງ ເຂົ້າໃນການບໍລິໂພກ, ດ້ານວັດທະນະທຳ, ດ້ານສາດສະໜາ, ດ້ານສາທາລະນະສຸກ ແລະ ອື່ນໆ ຂອງຊາວກະສິກອນລາວ ແລະ ສຶກສາຄົ້ນຫາແນວພັນທີ່ມີເອກກະລັກສະເພາະນັ້ນ, ແຕ່ປີ 2001-2013 ທາງສະຖາບັນ ຄົ້ນຄວ້າ ກະສິກຳ ແລະປ່າໄມ້ ແຫ່ງຊາດ ກໍ່ຄື ສູນຄົ້ນຄວ້າ ກະສິກໍາ ນາພອກ ໄດ້ຮ່ວມມືກັບອົງການສາກົນອື່ນໆ ເກັບເຕົ້າໂ ຮມເຊື້ອພັນເຂົ້າ ໄດ້ຕື່ມອີກ 510 ກວ່າຕົວຢ່າງ ຈາກເຂດທີ່ຫ່າງໄກ ຊື່ງເປັນເຂົ້ານາ 279ຕົວຢ່າງ (ໜຽວ 246 ແລະ ຈ້າວ 33 ຕົວຢ່າງ),ເຂົ້າໄຮ່ 231 ຕົວຢ່າງ (ໜຽວ 191 ຕົວຢ່າງ ແລະຈ້າວ 40 ຕົວຢ່າງ). ປະຈຸບັນ ລວມທັງໝົດເຕົ້າໂຮມໄດ້ 13,702 ກວ່າຕົວຢ່າງແລ້ວ ທີ່ໄດ້ອະນຸລັກໃນທະນາຄານເຊື້ອພັນເຂົ້າ ຂອງ ສປປ ລາວທີ່ສູນຄົ້ນຄວ້າ ກະສິກຳ ນາພອກ ກໍ່ຄື ສະຖາບັນຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ແຫ່ງຊາດ.
 
ວິທີການເຕົ້າໂຮມເຊື້ອພັນເຂົ້າ

ກະຊວງ ກະສິກຳ ແລະ ປ່າໄມ້ ແລະ ອີຣີໄດ້ຮ່ວມກັນເກັບເຕົ້າໂຮມ ເຊື້ອພັນເຂົ້າ ໃນຂົງເຂດທົ່ວປະເທດ ສປປ ລາວ. ໂດຍ ພາຍ ໃຕ້ການປະຊຸມປຶກສາຫາລືກັບບັນດາ ຫ້ອງການກະສິກຳແລະ ປ່າໄມ້ແຂວງ ຂອງທຸກແຂວງ ພາຍໃນປະເທດ ຈຶ່ງໄດ້ ກະກຽມ ແລະ ຕົກລົງເຫັນດີປະຕິບັດຕາມແຜນການເຕົ້າໂຮມເຊື້ອພັນເຂົ້າ ໃນໄລຍະ5 ປີ. ໂດຍອີງໃສ່ລະດັບຂອງການສູນ ເສຍດ້ານເຊື້ອພັນເຂົ້າ (ອັນເປັນຜົນສະທ້ອນ ຈາກອັດຕາ ການນຳໃຊ້ແນວພັນເຂົ້າປັບປຸງ), ດ້ານການສະໜັບສະ ໜູນເບື້ອງ ທ້ອງຖິ່ນ, ການພິຈາລະນາດ້ານຄວາມປອດໄພ ແລະ ຄວາມສາມາດເຂົ້າເຖີງພື້ນທີ່ເປົ້າໝາຍ ເປັນພື້ນຖານຫຼັກ ສຳລັບການ ຄັດເລືອກເຂດບຸລິມາສິດ ໃນການເກັບເຕົ້າໂຮມເຊື້ອພັນເຂົ້າ. ນັບແຕ່ເດືອນຕຸລາ ປີ 1995ເຖິງ ເດືອນເມສາ ປີ 2000, ໄດ້ສຳຫຼວດທັງໝົດ136 ຕົວເມືອງ ໃນ 17 ແຂວງ ແລະ ເຂດເສດຖະກິດພິເສດໄຊສົມບູນ (ຮູບ 1).

 http://hukased.blogspot.com/2016/10/blog-post_22.html

ເຕັກນິກການເຕົ້າໂຮມເຊື້ອພັນເຂົ້າ

ຈຸດປະສົງແມ່ນເພ່ືອທ້ອນໂຮມເອົາຕົວຢ່າງແນວພັນເຂົ້າພ້ອມດ້ວຍຂໍ້ມູນທີ່ກ່ຽວຂ້ອງໃຫ້ພຽງພໍທ່ີຈະສາມາດເປັນຕົວແທນໃຫ້ແກ່ຄວາມຫຼາກຫຼາຍໃຫ້ໄດ້ສູງສຸດ ດ້ວຍຈຳນວນຕົວຢ່າງທີ່ໜ້ອຍທີ່ສຸດ. ເພື່ອບັນລຸຈຸດປະສົງອັນນີ້,ຄາດໝາຍແມ່ນຕ້ອງເກັບໃຫ້ໄດ້ ຢ່າງໜ້ອຍໜຶ່ງຕົວຢ່າງ ຂອງ ແຕ່ລະແນວພັນ ຈາກທຸກຕົວເມືອງ.ໃນຂະນະທ່ີພວກເຮົາຮັບຮູ້ນຳກັນມາແຕ່ເບ້ືອງຕົ້ນແລ້ວວ່າ ບາງເທື່ອແນວພັນທີ່ຕ່າງກັນ ຊາວນາພັດເອີ້ນຊື່ຄືກັນ, ແຕ່ແນວພັນອັນດຽວກັນອາດມີຊື່ແຕກຕ່າງກັນໄປ ຕາມແຕ່ລະທ້ອງຖິ່ນ. ການເຕົ້າໂຮມແນວພັນ ໄດ້ ເລີ່ມປະຕິບັດຂຶ້ນ ໃນຊ້ວງໄລຍະທີ່ເຂົ້າກຳລັງສຸກແກ່ ຈົນຮອດໄລຍະຟາດເຂົ້າ. ເຖິງແມ່ນວ່າ ຄາດໝາຍສ່ວນໃຫຍ່ ສາມາດ ບັນລຸໄດ້ໂດຍການເກັບຕົວຢ່າງແນວພັນໂດຍກົງ ຈາກທົ່ງນາຂອງຊາວກະສິກອນ ກ່ອນການເກັບກ່ຽວ (ເດືອນກັນຍາ - ເດືອນທັນວາ), ແຕ່ສ່ວນພື້ນທີ່ ທີ່ບໍ່ສາມາດເຂົ້າເຖິງໄດ້ ໃນຊ່ວງລະດູຝົນນັ້ນ, ກໍ່ໄດ້ເກັບຕົວຢ່າງແນວພັນ ພາຍຫຼັງເກັບກ່ຽວ ຈາກລານຟາດເຂົ້າ ຫຼື ເລົ້າສາງ ແຕ່ເດືອນມັງ ກອນ ຫາ ເດືອນເມສາ. ໂດຍລວມແລ້ວ, ແນວພັນເຂົ້າໄຮ່ສ່ວນໃຫຍ່ ແມ່ນ ໄດ້ເກັບເຕົ້າໂຮມພາຍຫຼັງເກັບກ່ຽວ, ເນື່ອງຈາກມີຄວາມຫຍງຸ້ ຍາກໃນການເຂາົ້ ໄປເຖງິ ໃນຊວ່ ງໄລຍະການເພາະປູກ. ການ ເຕ້ົາໂຮມແນວພັນເຂ້ົາໄດປະຕິບັດໂດຍມີການຕິດຕໍ່ພົວພັນ ແລະ ຮ່ວມມືຊ່ວຍເຫຼືອຂອງບັນດາຫ້ອງການກະສິກຳ -ປ່າໄມ້ ເມືອງ, ແຂວງ, ພະນັກງານຂອງ ກະ ຊວງ ກະສິກຳ ແລະປ່າໄມ້ ແລະ ຊ່ຽວຊານດ້ານເຊື້ອພັນພືດຂອງ ອີຣີ.ຕາມປົກກະຕິແລ້ວ ພະນັກງານວິຊາການຂັ້ນເມອງ ຈະມຄວາມຮູ້ຽວກບວການປະຕດຕ່າງໆ ແລະ ສາມາດສື່ສານກັບຊາວກະ ສິກອນໄດ້ຢ່າງ ມີປະສິດທິຜົນດີ. ຕົວຢ່າງ ແນວພັນທີ່ເກັບມາໄດ້ ລວມມີແນວພັນພື້ນເມືອງ, ແນວພັນທີ່ມີລັກສະນະປັບປຸງເຫຼັກໜ້ອຍ,ແນວ ພັນລູກປະສົມທ່ີມີການປະສົມພັນເກີດຂ້ຶນໂດຍທຳມະຊາດລະຫວ່າງ ເຂົ້າປ່າກັບເຂົ້າປູກ ແລະ ເຂົ້າປ່າຊະນິດຕ່າງໆ ຂອງຕະກຸນ ເຂົ້າ Oryza. ການເຕົ້າໂຮມແນວພັນ ແມ່ນໄດ້ປະຕິບັດແຕ່ໃນພື້ນທີ່ປູກເຂົ້າລະດູຝົນ, ໃນລະບົບນິເວດເຂົ້ານາຊົນລະປະທານ ລະດູແລ້ງ ແມ່ນມີແຕ່ແນວພັນປັບປຸງເທົ່ານັ້ນ ທີ່ປູກ.

http://hukased.blogspot.com/2016/10/blog-post_22.html
ການ​ເຕົ້າ​ໂຮມ​ແນວ​ພັນ​ເຂົ້າ ໃນ ​ສ​ປ​ປ​ລາວ

​ຕົ້ນ​ກຳ​ເນີດ ຂອງ ເຂົາ​ອາ​ຊ​ຮ ຕະ​ກຸນ Oryza



 http://hukased.blogspot.com/2016/10/oryza.html

ຢູ່​ໃນ​ຕະ​ກຸນ​ເຂົ້າ Oryza ​ທີ່​ປູກ​ຂື້ນນັ້ນ ,ມີເຂົ້າປ່າ 20 ຊະນິດ ແລະ ເຂົ້າປູກ 2 ຊະນິດ.ູ່​ໃນເຂົ້າ ປາ່ 20 ຊະນິດຂອງ ຕະກນຸ Oryza ນັ້ນ ມີຫົກຊະນິດທີ່ພົບເຫັນ ໃນ ສປປ ລາວ (ອັບປາ ຣາວ ແລະ ຄະນະ 1998, ກູໂຣດະ ແລະ ຄະນະ ,ບົດທີ 15). ໃນຈຳນວນນີ້ ເຂົ້າຕະກຸນ O.rufipogon ຊຶ່ງເປັນບັນພະບຸລຸດຂອງເຂົ້າອາຊີ, ຕະກຸນ O. sativa ສາ ມາດພົບເຫັນໄດ້ໃນ ຂອບເຂດທວົ່ ປະເທດ ແລະ ​ມີ​ຫລາຍກວ່າ​ຫມູ່​ແມ່ນ​ຢູ່​ເຂດ ູເຂດການຜະລິດກະສິກຳ ທາງພາກກາງ ແລະພາກໃຕ້. ນອກຈາກ ນັ້ນ, ຍັງສັງເກດເຫັນເຂົ້າລູກປະສົມ, ຊຶ່ງເກີດຈາກການປະສົມພັນ ໂດຍທຳມະຊາດ ລະຫວ່າງ ເຂົ້າປ່າ ແລະ ເຂົ້າປູກ ແລະ ມີ ການປ່ຽນແປງຢ່າງຕໍ່ເນື່ອງ ຈາກຮູບແບບເຂົ້າປ່າກາຍມາເປັນເຂົ້າປູກ (ອັບປາ ຣາວ ແລະ ຄະນະ1997a, 1998, 2000d).ເສດເຄື່ອງປັ້ນດິນເຜົາ ທີ່ມີຄວາມກ່ຽວຂ້ອງກັບຮ່ອງຮອຍຂອງເມັດເຂົ້າ ແລະ ເປືອກເຂົ້າ O. sativa ທີ່ຖືກ ທັບ ຖົມ ໃນຍຸກ ນັ້ນ ຢ່າງໜ້ອຍ 2,000 ປີ ກ່ອນ .. ຮ່ອງຮອຍດັ່ງກ່າວໄດ້​ຖືກ​ບັນ​ທຶກ​ລົງໃນສະຖານບ​ບູ​ຮານ​ະ​ຄະ​ດີຂອງພາກຕາເວັນ ອອກສ່ຽງເໜືອ ຂອງລາຊາອານາຈັກໄທ, ຊຶ່ງເປັນເຂດເຊື່ອມຕໍ່ທາງດ້ານພູມສາດແລະ ປະຫວັດສາດ ກັບ ສປປ ລາວ ໃນຍຸກ ປະຈຸບັນ (Solheim 1972, White 1997). ເປັນທີ່ຮັບຮູ້​ກັນ ໂດຍ​ທົ່ວ ໄປວາ ສປປ ລາວ ຕັ້ງ​ຢູ່​ໃນ​ຂົງ​ເຂດທີ່ເປັນຕົ້ນ ກໍາເນີດຂອງເຂົ້າ O. sativa ຂອງອາຊີ(Chang 1976, Oka 1988, Khush 1997).

http://hukased.blogspot.com/2016/10/oryza.html
http://hukased.blogspot.com/2016/10/oryza.html

 
ການເຕົ້າໂຄວາມຫຼາກຫຼາຍ ແລະ ຄວາມສຳຄັນຂອງແນວພັນເຂົ້າພື້ນເມືອງ ໃນ ສປປ ລາວ ກຳລັງເປັນ​ທີ່​ຮູ້​ຈັກ​ກັນ​ດີ ສະນັ້ນ​ເລີ່ມ​ແຕ່​ປີ 1970 ຫາປີ 1990 ໄດ້ມີທີມງານສຳຫຼວດເຕົ້າໂຮມເຊື້ອພັນເຂົ້າ ຫຼາຍຄະນະ ໄດ້ເຂົ້າມາຈັດຕັ້ງປະຕິ ບັດການສຳ ຫຼວດ ຢູ່​ໃນ ສປປ ລາວ ໂດຍການສະ​ໜັບ​ສະ​ໜູນ​ຊອງ​ອົງການ USAID, ​ລັດເຊຍ, ​ຢີ່​ປຸ່ນແລະ ອົງການ/ປະເທດອື່ນໆ (Schiller et al2001, Inthapanya et al 1997). ແຕ່ປີ 1991 ຫາ 11994, ກິດຈະກຳຮ່ວມກັນ ລະຫວ່າງກະຊວງ ກະສິກຳ ແລະ ປ່າໄມ້ ກັບແຜນງານຄົ້ນຄວ້າເຂົ້າແຫ່ງຊາດ ໄດ້ມີການລິເລີ້ມຂຶ້ນໂດຍການສະໜັບສະໜູນ ຂອງປະເທດສະວິສ ແລະ ໄດ້ຈັດຕັ້ງປະຕິບັດ ໂດຍຜ່ານ ອີຣີ ກໍ່ໄດ້ເກັບສະສົມຕື່ມອີກ1,000 ກວ່າຕົວຢ່າງຈາກນິເວດເຂົ້າໄຮ່ ໃນຫົກແຂວງຂອງ ເຂດການຜະລິດກະສິກຳ ພາກເໜືອຂອງລາວ (Roder et al 1996). ແຕ່ວ່າ ຂໍ້ມູນຈຳເພາະຂອງຕົວຢ່າງ ສຳລັບການເຕົ້າ ໂຮມຄັ້ງນີ້, ສ່ວນໃຫຍ່ແມ່ນບໍ່ຄົບຖ້ວນ. ຍິ່ງໄປກວ່ານັ້ນ, ເນື່ອງຈາກວ່າໃນໄລຍະນັ້ນ​ຢູ່​ພາຍໃນປະເທດເຮົາຍັງບໍ່ທັນມີສາງເກັບ ມ້ຽນເມັດພັນທີ່ເໝາະສົມເທື່ອ ຈຶ່ງບໍ່ສາມາດຮັກສາເຊື້ອພັນໄວ້ໄດ້ ໂດຍປາສະຈາການປູກຟື້ນຊີບ. ສະນັ້ນ ແນວພັນທີ່ສະສົມ ມາຊຸດນີ້ ຈະບໍ່ສາມາດນຳໃຊ້ໄດ້ອີກຕໍ່ໄປ.__

http://hukased.blogspot.com/2016/10/oryza.html
​ຕົ້ນ​ກຳ​ເນີດ ຊອງ ເຂົາ​ອາ​ຊ​ຮ ຕະ​ກຸນ Oryza