Sunday, September 25, 2016

ປະ​ເພດ​ຂອງສວນກ້າ

ປະ​ເພດ​ຂອງສວນກ້າ

ປະ​ເພດ​ຂອງສວນກ້າ   ສວນກ້າແບບຖາວອນແມ່ນສວນກ້າທີ່ສ້າງຂຶ້ນ.     ເພື່ອທໍາການຜະລິດເບັ້ຍໄມ້ໃນການຕອບສະໜອງໃຫ້ແກ່ການປູກໄມ້ເປັນເວລາຫຼາຍປີ.                 ການກໍ່ສ້າງແມ່ນນໍາໃຊ້ວັດຖຸທີ່ມີຄວາມໝັ້ນຄົງ ແລະ ມີອາຍຸການໃຊ້ງານເປັນເວລາຫຼາຍປີ     ມີການຜລິດເບ້ຍໄມ້ໃນຈໍານວນຫຼາຍນັບແຕ່ 20,000 ເບ້ຍຂື້ນໄປ    ສວນກ້າແບບຊົ່ວຄາວ   ແມ່ນເພື່ອການຜະລິດເບ້ຍໄມ້ໃນການຕອບສະໜອງໃຫ້ແກ່ການປູກໃນສະເພາະເນື້ອທີ່ຢູ່ໃນເຂດນັ້ນໆເມື່ອປູກສໍາເລັດແລ້ວກໍເລີກໄປ.               ສ້າງຂື້ນແບບປະຖົມປະຖານ ແລະ ນໍາໃຊ້ວັດສະດຸກໍສ້າງນໍາໃຊ້ສິ່ງທີ່ມີຢູ່ໃນທ້ອງຖິ່ນ
ປະ​ເພດ​ຂອງສວນກ້າ


ສວນກ້າແບບຖາວອນແມ່ນສວນກ້າທີ່ສ້າງຂຶ້ນ.

  •     ເພື່ອທໍາການຜະລິດເບັ້ຍໄມ້ໃນການຕອບສະໜອງໃຫ້ແກ່ການປູກໄມ້ເປັນເວລາຫຼາຍປີ.
  •                 ການກໍ່ສ້າງແມ່ນນໍາໃຊ້ວັດຖຸທີ່ມີຄວາມໝັ້ນຄົງ ແລະ ມີອາຍຸການໃຊ້ງານເປັນເວລາຫຼາຍປີ
  •     ມີການຜລິດເບ້ຍໄມ້ໃນຈໍານວນຫຼາຍນັບແຕ່ 20,000 ເບ້ຍຂື້ນໄປ
ປະ​ເພດ​ຂອງສວນກ້າ   ສວນກ້າແບບຖາວອນແມ່ນສວນກ້າທີ່ສ້າງຂຶ້ນ.     ເພື່ອທໍາການຜະລິດເບັ້ຍໄມ້ໃນການຕອບສະໜອງໃຫ້ແກ່ການປູກໄມ້ເປັນເວລາຫຼາຍປີ.                 ການກໍ່ສ້າງແມ່ນນໍາໃຊ້ວັດຖຸທີ່ມີຄວາມໝັ້ນຄົງ ແລະ ມີອາຍຸການໃຊ້ງານເປັນເວລາຫຼາຍປີ     ມີການຜລິດເບ້ຍໄມ້ໃນຈໍານວນຫຼາຍນັບແຕ່ 20,000 ເບ້ຍຂື້ນໄປ    ສວນກ້າແບບຊົ່ວຄາວ   ແມ່ນເພື່ອການຜະລິດເບ້ຍໄມ້ໃນການຕອບສະໜອງໃຫ້ແກ່ການປູກໃນສະເພາະເນື້ອທີ່ຢູ່ໃນເຂດນັ້ນໆເມື່ອປູກສໍາເລັດແລ້ວກໍເລີກໄປ.               ສ້າງຂື້ນແບບປະຖົມປະຖານ ແລະ ນໍາໃຊ້ວັດສະດຸກໍສ້າງນໍາໃຊ້ສິ່ງທີ່ມີຢູ່ໃນທ້ອງຖິ່ນ
ສວນກ້າແບບຖາວອນ


ສວນກ້າແບບຊົ່ວຄາວ

  •   ແມ່ນເພື່ອການຜະລິດເບ້ຍໄມ້ໃນການຕອບສະໜອງໃຫ້ແກ່ການປູກໃນສະເພາະເນື້ອທີ່ຢູ່ໃນເຂດນັ້ນໆເມື່ອປູກສໍາເລັດແລ້ວກໍເລີກໄປ.
  •               ສ້າງຂື້ນແບບປະຖົມປະຖານ ແລະ ນໍາໃຊ້ວັດສະດຸກໍສ້າງນໍາໃຊ້ສິ່ງທີ່ມີຢູ່ໃນທ້ອງຖິ່ນ.
  •    ຈໍານວນການຜະລິດຂະໜາດນ້ອຍພຽງພໍຕໍ່ກັບຈໍານວນທີ່ຕ້ອງການປູກໃນເຂດນັ້ນໆ.
ປະ​ເພດ​ຂອງສວນກ້າ   ສວນກ້າແບບຖາວອນແມ່ນສວນກ້າທີ່ສ້າງຂຶ້ນ.     ເພື່ອທໍາການຜະລິດເບັ້ຍໄມ້ໃນການຕອບສະໜອງໃຫ້ແກ່ການປູກໄມ້ເປັນເວລາຫຼາຍປີ.                 ການກໍ່ສ້າງແມ່ນນໍາໃຊ້ວັດຖຸທີ່ມີຄວາມໝັ້ນຄົງ ແລະ ມີອາຍຸການໃຊ້ງານເປັນເວລາຫຼາຍປີ     ມີການຜລິດເບ້ຍໄມ້ໃນຈໍານວນຫຼາຍນັບແຕ່ 20,000 ເບ້ຍຂື້ນໄປ    ສວນກ້າແບບຊົ່ວຄາວ   ແມ່ນເພື່ອການຜະລິດເບ້ຍໄມ້ໃນການຕອບສະໜອງໃຫ້ແກ່ການປູກໃນສະເພາະເນື້ອທີ່ຢູ່ໃນເຂດນັ້ນໆເມື່ອປູກສໍາເລັດແລ້ວກໍເລີກໄປ.               ສ້າງຂື້ນແບບປະຖົມປະຖານ ແລະ ນໍາໃຊ້ວັດສະດຸກໍສ້າງນໍາໃຊ້ສິ່ງທີ່ມີຢູ່ໃນທ້ອງຖິ່ນ
ສວນກ້າແບບຊົ່ວຄາວ

ການນໍາໃຊ້ສະເພາະຊົ່ວຄາວເມື່ອໝົດເນື້ອທີ່ປູກແລ້ວກໍລົບລ້າງ ຫຼື ຍ້າຍໄປສ້າງໄກ້ກັບເນື້ອທີ່ປູກໄມ້ໃໝ່

ຕົ້ນສີສຽດ [Ton Sisiet] Burma mahogany

ลิงก์ถาวร ? http://hukased.blogspot.com/2016/09/ton-sisiet-burma-mahogany.html

ຕົ້ນສີສຽດ [Ton Sisiet]
ຊື່ວິທະຍາສາດ: Pentace burmanica
ຊື່ທົ່ວໄປ ເປັນພາສາອັງກິດ: Burma mahogany, Tannine bark tree

ຕົ້ນສີສຽດ ແມ່ນໄມ້ຢືນຕົ້ນຂະໜາດກາງ ຮ່ວມຕະກຸນດຽວກັນກັບຕົ້ນຄ່ອມ, ຕົ້ນປໍພານ, ກຸ່ມຕົ້ນປໍເຂົ້າຈີ່ ທັງຫຼາຍ ດັ່ງນີ້ເປັນຕົ້ນ. ຄວາມຈິງ ຜູ້ຄົນທົ່ວໄປຮູ້ຈັກພັນໄມ້ຊະນິດນີ້ຍ້ອນສີສຽດ ຫຼື ເປືອກສຽດຫຼາຍກວ່າຊຶ່ງແມ່ນເປືອກຂອງຕົ້ນສີສຽດນີ້ເອງທີ່ຊາວລາວເອົາມາຄ້າຂາຍໃນນາມເຄື່ອງປ່າຂອງດົງຊະນິດໜຶ່ງ. ຕົ້ນສີສຽດ ມີບາງລັກສະ ນະທີ່ພໍຊ່ວຍໃນການຈຳແນກໄດ້ ເຊັ່ນເປັນຕົ້ນຕັ້ງຊື່, ສູງ 20-30 ມ, ລຳຕົ້ນເປັນທໍ່ກົມ ອອກສີນ້ຳຕານແກມສີໝົ່ນມີຮອຍແຕກຕື້ນ, ງ່າຕັ້ງ ແລະ ແຕກ ເປັນງ່າຍ່ອຍຢ່າງແໜ້ນໜາ. ເມື່ອຕົ້ນມີອາຍຸແກ່ ມີປີກຮາກໄຕ່ຕາມພື້ນດິນອອກໄປ. ໃບ ເປັນໃບດ່ຽວ, ຈັບສະຫຼັບກັນ, ແຜ່ນໃບຫຍາບ, ຂອບໃບເປັນແຂ້ວເລື່ອຍ, ຕີນໃບມົນ ແຕ່ປາຍໃບແຫຼມເປັນຫາງຍາວເລັກນ້ອຍ. ຕົ້ນສີສຽດເປັນໄມ້ຜັດປ່ຽນໃບໄລຍະຍາວຕະຫຼອດໝົດລະດູແລ້ງ ເຮັດໃຫ້ເມ່ືອໃບລົ່ນແລ້ວເຫັນແຕ່ງ່າເລັກງ່ານ້ອຍສົນສວ້າກັນຢູ່. ໝາກຂອງ ຕົ້ນສີສຽດເປັນໝາກແຫ້ງ ຈັດເປັນພົ້ວໃຫຍ່, ໝາກໜຶ່ງໆມີ 5 ປີກໂຄ້ງຕາມລວງຍາວຂອງໝາກ, ເວລາແກ່ໝາກອອກສີນ້ຳຕານ. ເມື່ອເຫັນໝາກຂອງຕົ້ນສີສຽດແລ້ວ ເຮັດໃຫ້ນຶກເຖິງໝາກຂອງຕົ້ນເຊືອກທັງໆທີ່ວ່າຢູ່ຕະກຸນຕ່າງກັນ. ຕົ້ນສີສຽດ ມີຖິ່ນກຳເນີດຢູ່ປະເທດມາເລເຊຍ ແລະ ມ່ຽນມ້າ, ຍັງພົບແບບທຳມະຊາດໃນປະເທດຈີນ, ລາວ, ກຳບູເຈຍ, ຫວຽດນາມ ແລະ ໄທ ອີກດ້ວຍ.ພັນໄມ້ຊະນິດນີ້ ເກີດ ໃນປ່າດົງດິບເຄິ່ງແລ້ງ ແລະມີການນຳໃຊ້ເປືອກສຳລັບຂາຍເປັນສິນຄ້າຫຼາຍ. ເປືອກສີສຽດມີທາດສານຕາແນັງສູງ, ເພິ່ນໃຊ້ປະກອບກັບໃບພູ,ໝາກ, ເປືອກຫາດ, ປູນ,…ເປັນເຄື່ອງຄ້ຽວ ເອີ້ນວ່າ ຄ້ຽວໝາກ. ພັນໄມ້ຊະນິດນີ້ເຕີບໃຫຍ່ຊ້າ ກວ່າຈະໄດ້ໃຊ້ເປືອກກໍ່ກິນເວລາ 15-20 ປີຢູ່ໃນປ່າທຳມະຊາດ.ຢູ່ບ້ານເຮົາ ແຫຼ່ງທີ່ມາຂອງເປືອກສີສຽດ ຕົ້ນຕໍແມ່ນມາຈາກທຳມະຊາດ, ແຕ່ຫວ່າງ30-40 ປີມານີ້ ໄດ້ມີການປູກເຄື່ອງປ່າຂອງດົງເພື່ອເປັນລາຍໄດ້ຂອງຊາວບ້ານນອກຈາກເກັບກູ້ຈາກປ່າໂດຍກົງແລ້ວ. ໃນຈຳນວນນັ້ນກໍ່ມີຕົ້ນສີສຽດຊຶ່ງ ຊາວບ້ານໄດ້ປູກອ້ອມເຮືອນຊານ ຫຼື ໃນສວນໃກ້ບ້ານເພື່ອປົກປັກຮັກສາໄດ້ງ່າຍ. ແຕ່ກ່ອນ ການເກັບກູ້ແມ່ນເຮັດແບບດັບສູນເລີຍເພາະມີການຕັດຕົ້ນສີສຽດແລ້ວລອກເອົາເປືອກ, ແຕ່ໄລຍະຫຼັງໆມານີ້ໂດຍສະເພາະໃນສວນປູກ ມີການລອກເປືອກສຽດ ເຄິ່ງໜຶ່ງສຳລັບແຕ່ລະຕົ້ນ ແລ້ວປ່ອຍໃຫ້ເປືອກໄດ້ຟື້ນຕົວແລະປົ່ງຄືນ, ໃນກໍລະນີນີ້ອາດລອກໄດ້ 2 ຫາ 3
ເທື່ອຕໍ່ປີ. ການຂາຍເປືອກສຽດ ບໍ່ແມ່ນແຕ່ຮັບໃຊ້ໃຫ້ແກ່ການຄ້ຽວໝາກ ຂອງຜູ້ເຖົ້າຜູ້ແກ່ຄົນລາວເທົ່ານັ້ນ ຍັງມີຢູ່ທາງພາກຕະວັນອອກສ່ຽງເໜືອຂອງປະເທດໄທອີກ ແລະລາວເຮົາກໍ່ໄດ້ສົ່ງເປືອກສຽດອອກໄປປະເທດໄທອີກ. ຊິ້ນສ່ວນທີ່ສອງຖືກນຳໃຊ້ແມ່ນໄມ້ຊຶ່ງເປັນໄມ້ທີ່ໜຽວ, ເນື້ອໄມ້ລະອຽດອອກສີແດງຊ້ຳໆແກມສີຕັບໝູ, ປະກົດວ່າຢູ່ຫຼາຍປະເທດ ເພິ່ນໃຊ້ໄມ້ນີ້ເຮັດເຟີນີເຈີຫ້ອງການ, ເຮັດພື້ນເຮືອນ, ເຮັດເຮືອ,
ເຮັດໄມ້ອັດ, ເຮັດຫີບ, ໃຊ້ຕົບແຕ່ງພາຍໃນເຮືອນ

ຕົ້ນເກດສະໜາ [Ton Ketsana] gle wood tree

http://hukased.blogspot.com/2016/09/ton-ketsana-gle-wood-tree.html

ຕົ້ນເກດສະໜາ [Ton Ketsana]
ຊື່ວິທະຍາສາດ: Aquilaria crassna
ຊື່ທົ່ວໄປ ເປັນພາສາອັງກິດ: Eagle wood tree, agar wood tree, aloes wood tree


ຕົ້ນເກດສະໜາ ເປັນຕົ້ນໄມ້ທີ່ຜູ້ຄົນທົ່ວໆໄປຮູ້ຈັກດີໃນຊື່ (ໄມ້ເກດ) ຫຼາຍກວ່າ. ຕົ້ນໄມ້ທີ່ມີເຊື້ອສາຍລາຍລ່ອງຮ່ວມຕະກຸນດຽວກັນ ໃນຖານະເປັນຕົ້ນໄມ້ທີ່ຄົນເຮົານຳໃຊ້ແລະ ພໍເປັນທີ່ຮູ້ຈັກບໍ່ຄ່ອຍມີປານໃດ. ຕົ້ນເກດສະໜາເປັນໄມ້ຂະໜາດກາງ ແຕ່ 15ຫາ 30 ມ, ເສັ້ນໜ້າຕ່າງ ກວ້າງເຖິງ 1 ມ. ຕົ້ນເກດສະໜາມີບາງລັກສະນະທີ່ຊ່ວຍໃນການ ຈຳແນກມັນອອກຈາກໝູ່ເພື່ອນໄດ້ ດັ່ງ ລຳຕົ້ນ ຕັ້ງຊື່, ມີເປືອກກ້ຽງ ແລະ ບາງ, ລຳຕົ້ນແບ່ງເປັນສອງງ່າແຕ່ໄລຍະຕົ້ນໆ ແລະ ສືບຕໍ່ແບ່ງເປັນສອງງ່າຫຼຸດໆກັນ ຈົນຮອດງ່າເລັກ ງ່ານ້ອຍ, ງ່າທັງໝົດທີ່ໄດ້ຈາກການ ແບ່ງກໍຢູ່ໃນທ່າຕັ້ງ. ເປືອກ ມີສີຂີ້ເທົ່າ ອົມສີນ້ຳຕານໃໝ້, ເຮືອນຍອດ ຮູບສ້ວຍຈ້ອມເຂົ້າຢູ່ປາຍເທິງ ສ່ວນຢູ່ລຸ່ມເຫວີອອກ. ໃບ
ແມ່ນ ໃບດ່ຽວ, ຈັບສະຫຼັບກັນ, ຮູບຂອບຂະໜານແກມຮູບໄຂ່, ສີຂຽວອ່ອນຫາສີຂຽວເຂັ້ມ,ຜິວໃບດ້ານເທິງເປັນມັນ, ເສັ້ນກ່າງມີຈຳນວນຫຼາຍຈັດກັນຖີ່ໆ. ເວລາໃບແກ່ ເສັ້ນກ່າງຢູ່ກາງດູນຂຶ້ນ ແລະ ອອກສີເຫຼືອງ ສີດຽວກັບຂອບ ຂອງໃບ.ໄມ້ເກດສະໜາເປັນພືດທີ່ເຕີບໂຕໄວ, ເປັນໄມ້ຜັດປ່ຽນໃບຕະຫຼອດລະດູແລ້ງ. ດອກອອກເປັນຈຸ້ມສັ້ນ, ອອກຢູ່ດ້ານຂ້າງຂອງກິ່ງ, ຕີນຂອງກາບດອກຕິດກັນແໜ້ນເປັນຫົ້ງຮູບຈວຍ. ດອກອອກສີໄຂ່, ມີຂົນບົ່ວເຕັມຢູ່ຕາມກີບດອກ, ເຕົ້າໄຂ່, ກ້ານດອກແລະ ຢູ່ກ້ານຊໍ່ດອກ. ໝາກຂອງໄມ້ເກດສະໜາເປັນຮູບກົມຄ້າຍໜ່ວຍໄຂ່, ບາງພັນກໍ່ມີປາຍເປອອກ, ບາງພັນ ກໍ່ມີປາຍຈ້ອມເຂົ້າ ແລະ ເປືອກກໍຍູ່ຍີ່ເລັກນ້ອຍ ຈັດກັນເປັນຈຸ້ມ, 4 ຫາ 6 ໝາກຕໍ່ພົ້ວໜຶ່ງໆ. ພິເສດອີກອັນໜຶ່ງ ແມ່ນເວລາເປັນໝາກແລ້ວກາບດອກຂະຫຍາຍໃຫ່ຍຂຶ້ນ, ມີສີຂຽວ ແລະ ຈັບຢູ່ຕີນໝາກເບິ່ງຄືວ່າກາບດອກຊູໝາກໄວ້ຢູ່. ໄມ້ເກດສະໜາ ມີຖິ່ນກຳເນີດຢູ່ໃນບັນດາປະເທດໃນເຂດເອເຊຍຕາເວັນ
ອອກສ່ຽງໃຕ້, ເກີດໃນປ່າດົງດິບ, ເກີດບໍ່ເລືອກດິນ, ບ່ອນທີ່ມີລຳດັບຄວາມສູງແຕ່ 300ຫາ 1000 ມ. ຄວາມຈິງໃນວົງການຄ້າເພິ່ນເອີ້ນໄມ້ເກດສະໜາ (ໄມ້ເກດ)ແມ່ນແກນຂອງລຳຕົ້ນທີ່ຖືກເຫັດຂັ້ນຕ່ຳໃນກຸ່ມເຊື້ອຣາ ຫຼື ກຸ່ມຈຸນລະ ຊີບເຂົ້າໄປທຳລາຍໂຄງສ້າງເດີມ ຫຼັງຈາກທີ່ຕົ້ນນັ້ນມີບາດແຜໂດຍທຳມະຊາດ ຫຼື ໂດຍເຈດຕະນາກໍ່ແລ້ວແຕ່, ຈາກນັ້ນ ຈຶ່ງໄດ້ແກນໄມ້ທີ່ພຸພັງ, ເບົາ, ເປັນແຊກໆມີສີຊ້ຳກ່ຳ ແລະ ມີກິ່ນຫອມ. ມີພືດຫຼາຍຊະນິດໃກ້ຄຽງກັນໃນຕະກຸນດຽວກັນນີ້ທີ່ສາມາດໃຫ້ໄມ້ເກດສະໜາໃນຮູບແບບດຽວກັນຊຶ່ງລ້ວນແລ້ວ ແຕ່ມີລາຄາສູງຍ້ອນມັນບັນຈຸທາດສານໃຫ້ກິ່ນຊຶ່ງແມ່ນນ້ຳມັນລະເຫີຍນັ້ນເອງ. ໄມ້ເກດສະໜາ ທີ່ນິຍົມກັນຂຸດຄົ້ນໃນປະເທດ ລາວ,ຫວຽດນາມ, ກຳບູເຈຍແລະ ໄທ ແມ່ນຊະນິດດຽວກັນ. ສ່ວນວ່າ ຢູ່ປະເທດອ່ືນໃນເຂດເອເຊຍຕາເວັນອອກສ່ຽງໃຕ້ແມ່ນຊະນິດອື່ນອີກ ທີ່ໃກ້ຄຽງກັນ ແລະ ຊຶ່ງນອນໃນຕະກຸນດຽວກັນ. ຊິ້ນສ່ວນຂອງຕົ້ນເກດສະໜາ ທີ່ເພິ່ນນຳໃຊ້ແມ່ນແກນໄມ້ທີ່ພຸພັງນັ້ນເອງ ທ່ີເພິ່ນເອົາມາກັ່ນ ແລະ ແຍກເອົານຳ້ມັນລະເຫີຍອອກ, ຫຼັງຈາກນັ້ນ ຈຶ່ງສົ່ງອອກຂາຍໃນຮູບນ້ຳມັນລະເຫີຍເຂັ້ມຂຸ້ນ. ນ້ຳມັນນີ້ ເອົາໄປໃຊ້ຫຼາຍຢ່າງ ດັ່ງຢູ່ໃນບັນດາປະເທດໃນເຂດຕາວັນອອກກາງ ແມ່ນໃຊ້ເຮັດທູບ, ເຮັດນ້ຳຫອມ ແລະ ເຮັດເຄື່ອງສຳອາງ, ຢູ່ປະເທດຈີນແລະ ປະເທດໃນເອເຊຍຕະວັນອອກສ່ຽງໃຕ້ເພິ່ນໃຊ້ເປັນສ່ວນປະກອບໃນຕຳລາຢາພື້ນເມືອງລະດັບດີ. ໃນບັນດາປະເທດໃນເຂດເອເຊຍຕະວັນອອກສ່ຽງໃຕ້ການຂຸດ ຄົ້ນໄມ້ເກດສະໜາໄດ້ລະບາດແຮງມາຍາວນານ ແລະ ຍັງສືບຕໍ່ຢູ່. ຍ້ອນແນວນັ້ນ ໃນປະເທດເຫຼ່ົານັ້ນ ພືດຊະ ນິດນີ້ຈຶ່ງຖືກຈັດໃນບັນຊີແດງ ວ່າຈະສູນພັນຕາມສົນທິສັນຍາວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າລະຫວ່າງຊາດ ເອີ້ນຊື່ຫຍໍ້ວ່າໄຊແຕສ (CITES). ທີ່ບ້ານເຮົາກໍ່ໄດ້ເລີ້ມມີການປູກໄມ້ເກດສະໜາ ຢ່າງກວ້າງຂວາງຈາກແນວພັນທີ່ມາຈາກແກ່ນ ແລະ ເບ້ຍນ້ອຍທີ່ຂະຫຍາຍດ້ວຍເນື້ອເຍື່ອ.
.

ຕົ້ນໝາກຈອງ, ໝາກຈອງບານ [Ton Mak Chong, Ton Mak Chongbane] Malva nut tree

ลิงก์ถาวร ? http://hukased.blogspot.com/2016/09/ton-mak-chong-ton-mak-chongbane-malva.html

ຕົ້ນໝາກຈອງ, ໝາກຈອງບານ [Ton Mak Chong, Ton Mak Chongbane]
ຊື່ວິທະຍາສາດ: Scaphium macropodium
ຊື່ທົ່ວໄປ ເປັນພາສາອັງກິດ: Malva nut tree


ຕົ້ນໝາກຈອງ ຫຼື ໝາກຈອງບານ ເປັນໄມ້ຢືນຕົ້ນຂະໜາດໃຫຍ່, ມີເຊື້ອສາຍດຽວກັນກັບບັນດາຕົ້ນປໍຈຳນວນໜຶ່ງ ດັ່ງ ປໍແດງ, ປໍແກ້ວ, ກົກສົ້ມໂຮງ,.. ດັ່ງນີ້ເປັນຕົ້ນ ແຕ່ກໍແມ່ນຊະນິດທີ່ໃຫຍ່ກວ່າໝູ່ໃນຕະກຸນດຽວກັນ. ຕົ້ນໝາກຈອງບານເປັນຕົ້ນຊື່, ຮຽວ,ສູງ 30-45 ມ, ເສັ້ນຜ່າກາງລຳຕົ້ນ 80-100 ຊມ, ແຕກງ່າຢູ່ປາຍຕົ້ນ ອ່າວຫຼາຍກວ່າຢູ່ ສ່ວນລຸ່ມຂອງຕົ້ນ. ໃບຂອງພືດຊະນິດນີ້ ມີຈຸດພິເສດທາງດ້ານຮູບຊົງ ຍ້ອນມີຮູບຊົງ 3 ແບບແຕກຕ່າງກັນຕາມໄວຂອງຕົ້ນ ດັ່ງ ເວລາເປັນຕົ້ນອ່ອນໃບເປັນຮູບ 5 ແຊກເຫວີອອກຄືຝາມືນີ້ລະ, ແຜ່ນໃບໃຫຍ່ ກ້ານໃບກໍ່ຍາວອີກດ້ວຍ ທັງແຜ່ນໃບ ທັງກ້ານສາມາດຍາວຮອດ 1 ມ ພຸ້ນ. ເມື່ອຕົ້ນຫາກເລີ້ມແກ່ ໃບພັດປ່ຽນເປັນຮູບ 3 ແຊກ, ຂະ ໜາດພໍປານໆເກົ່າ, ເມື່ອຕົ້ນແກ່ເຕັມໄວ ໃບບໍ່ເປັນແຊກອີກແລ້ວ ແຕ່ເປັນຮູບສ້ວຍ,ຕີນໃບວຳ້ ຮູບຫົວໃຈ, ປາຍໃບຍາວ ຄືປາຍດາບນີ້ລະ ແຕ່ຂະໜາດຫຼຸດເກົ່າປະມານ4 ຫາ 6 ເທົ່າ. ຕົ້ນໄມ້ຊະນິດນີ້ເປັນຕົ້ນສູງ, ການຕິດຕາມດອກເປັນໄປໄດ້ຍາກ,ດອກນ້ອຍ ຈັດລຽນກັນ ເປັນພົ້ວຖີ່ໆ, ບໍ່ມີກີບດອກ ແຕ່ສິ່ງທີ່ແນມເຫັນເດັ່ນກວ່າໝູ່ແມ່ນ ກາບດອກຊຶ່ງອອກສີຂຽວອ່ອນໆປົນແຊກແດງຢູ່ດ້ານໃນ. ໝາກ ມີປີກເປັນແຜ່ນບາງ ກົ່ງເປັນໂກບຄ້າຍຈ້ອງປົກບັງໝາກໄວ້, ເມື່ອໝາກແກ່ໃກ້ຈະຫລົ່ນປີກນັ້ນ ກໍ່ພັບແປເຂົ້າກັນ, ເປັນຮູບສ້ວຍຮຽວປາຍ, ປີກນີ້ເຮັດໃຫ້ໝາກປິວໄປໄດ້ໄກໝາກ  ມີສີຂຽວ, ບາດເວລາແຫ້ງ ມີສີນຳ້ຕານ. ຕົ້ນໝາກຈອງສາມາດໃຫ້ໝາກໄດ້ເມື່ອອາຍຸຮອດ 10-15 ປີຂຶ້ນໄປເທົ່ານັ້ນ. ຊຳ້ບໍ່ພໍ ມັນບໍ່ໄດ້ອອກດອກທຸກປີອີກ, ມັນຈະຂັ້ນ 3 ຫາ 5 ປີ. ເມື່ອເຮົາແຊ່ໝາກແຫ້ງ ນວນທີ່ເປັນເສັ້ນໄຍສີນ້ຳຕານກໍ່ບານພຸຂຶ້ນ, ດັ່ງນັ້ນ ເພິ່ນຈຶ່ງເອີ້ນພືດຊະນິດນີ້ວ່າໝາກຈອງບານ ເພື່ອຈຳແນກອອກຈາກໝາກຈອງທີ່ເກີດຢູ່ບັນດາປະເທດໃນເຂດອົບອຸ່ນ ແລະ ຖືກນຳມາປູກຢູ່ພາກເໜືອຂອງລາວໂດຍສະເພາະຢູ່ໃນທ້ອງຖິ່ນຊຽງຂວາງ ຊຶ່ງຢູ່ຕະກຸນຕ່າງກັນເລີຍ.ຕົ້ນໝາກຈອງບານ ເກີດຢູ່ປ່າດົງດິບ ແລະ ປ່າປະສົມຕາມເປີ້ນພູ, ຕາມແຄມຫ້ວຍ,ບ່ອນທີ່ມີຄວາມສູງແຕ່ 400 ມ ຂຶ້ນໄປ ແລະໃນດິນສົມບູນ. ຕົ້ນໄມ້ຊະນິດນີ້ພົບ ເປັນກຸ່ມທຳມະຊາດໃນປະ ເທດລາວ, ມ່ຽນມ້າ, ໄທ, ພາກກາງຫວຽດນາມ,ກຳບູເຈຍ, ອິນໂດເນເຊຍ, ມາເລເຊຍ, ສິງກະໂປ ແລະບຼູໄນ. ສະ ເພາະຢູ່ໃນລາວເພິ່ນພົບເຫັນແຕ່ຢູ່ພາກໃຕ້ ດັ່ງໃນແຂວງຈຳປາສັກ,ເຊກອງ, ອັດຕະປື ແລະສາລະວັນເທົ່ານັ້ນ ແລະ ປະເທດລາວກໍ່ເປັນຜູ້ຈຳໜ່າຍ ໝາກຈອງບານລາຍໃຫ່ຍກວ່າໝູ່ຢູ່ໃນໂລກດ້ວຍ. ແຕ່ຜ່ານມາ ການຂຸດຄົ້ນ ໝາກຈອງບານຂອງຊາວບ້ານເກີນຂອບເຂດ ແລະ ແບບດັບສູນ ອັນໄດ້ເຮັດໃຫ້ພັນໄມ້ຊະນິດນີ້ສ່ຽງຕໍ່ການສູນ ພັນ. ໝາກຈອງເຕີບໂຕຊ້າຫຼາຍທີ່ສຸດ ຊຳ້ພັດເປັນຕົ້ນໃຫຍ່ອີກ, ເວລາຈະເກັບເອົາໝາກຊາວບ້ານມັກຈະຕັດຕົ້ນລົງໂລດ. ດີແຕ່ວ່າ ໃນທຳມະຊາດເບ້ຍຂອງພັນໄມ້ຊະນິດນີ້ເກີດຫຼາຍຢູ່ອ້ອມໆຕົ້ນແມ່ ແຕ່ກວ່າເບ້ຍຈະໃຫຍ່ຈົນໃຫ້ໝາກໄດ້ນັ້ນ ມັນໃຊ້ເວລາກວ່າໄມ້ຊະນິດອ່ືນຫຼາຍ. ຊິ້ນສ່ວນທີ່ເພິ່ນນຳໃຊ້ແມ່ນ ໝາກແຫ້ງເອົາມາແຊ່ນຳ້ ແລ້ວ
ແຍກເອົານວນ ຊຶ່ງເປັນເສັ້ນໄຍສີນ້ຳຕານ. ນວນຂອງໝາກຈອງນີ້ບັນຈຸທາດສານເປັນປະໂຫຍດຫຼາຍຢ່າງ ເຊັ່ນໂປຼເຕອີນ, ເກືອແຮ່ຈ່ານຈຳນວນໜຶ່ງ, ວິຕາມິນ B1 ແລະວິຕາມິນ B2. ນວນປະສົມໃນນ້ຳ ໃຊ້ເປັນຢາເຢັນ ແລະ ປົວພະຍາດໄດ້ຫຼາຍຢ່າງ.ສູດຢາພື້ນເມືອງຈີນໄດ້ນຳໃຊ້ໝາກຈອງເປັນຢາມາໄດ້ຫຼາຍສັດຕະວັດແລ້ວແລະ ປະ ເທດຈີນ ກໍ່ເປັນຜູ້ຊື້ລາຍໃຫຍ່ຂອງໂລກແຕ່ນັ້ນມາ. ໃນໄລຍະຫຼັງໆມານີ້ຢູ່ປະເທດໄທ ກໍໄດ້ມີການປຸງແຕ່ງເປັນເຄື່ອງດື່ມສຳເລັດຮູບໃສ່ກະປອ໋ງໃນຊື່ (ນ້ຳສຳຣອງ). ສຳລັບຊາວລາວພາກໃຕ້ ຍັງນຳໃຊ້ນວນທີ່ແຊ່ແລ້ວປຸງແຕ່ງອາຫານແລະ ນ້ຳຫວານຊຶ່ງເປັນສູດເອກກະລັກຂອງຊາວລາວພາກໃຕ້ອີກດ້ວຍ.


Sunday, September 18, 2016

ຕົ້ນໝາກຕູມ [Ton Maktoum] Beal fruit tree Wood apple

http://hukased.blogspot.com/2016/09/ton-maktoum-beal-fruit-tree-wood-apple.html
ຕົ້ນໝາກຕູມ [Ton Maktoum] Beal fruit tree Wood apple

 

ຕົ້ນໝາກຕູມ [Ton Maktoum]

ຊື່ວິທະຍາສາດ: Aegle marmelos

ຊື່ທົ່ວໄປ ເປັນພາສາອັງກິດ: Beal fruit tree, Indian beal, Wood apple

 http://hukased.blogspot.com/2016/09/ton-maktoum-beal-fruit-tree-wood-apple.html

ຕົ້ນໝາກຕູມເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫາຂະໜາດກາງ, ຮ່ວມຕະກຸນດຽວກັນກັບຕົ້ນໝາກນາວ, ໝາກພຸກ ແລະ ຕົ້ນ ໝາກສັງ ດັ່ງນີ້ເປັນຕົ້ນ. ຄືດັ່ງ ເພື່ອນໆທັງຫຼາຍຕົ້ນໝາກຕູມມີລຳຕົ້ນ ແລະ ງ່າເຕັມແຕ່ໝາມ ທັງແຫຼມ ທັງແຂງ ແຕ່ ຕົວຈິງ ຕົ້ນໄມ້ຊະນິດນີ້ບໍ່ເປັນພິດເປັນໄພຫຍັງເລີຍ ຕົງກັນຂ້າມ ມັນຍັງມີຈຸດດີຫຼາຍຢ່າງ. ຕົ້ນໝາກຕູມເປັນຕົ້ນຕັ້ງຊື່, ສູງແຕ່ 10 ຫາ 12 ມ, ເສັ້ນຜ່າກາງລຳຕົ້ນ 20-30 ຊມ. ລຳຕົ້ນເປັນທໍ່ກົມ, ມີໜາມຢາຍທົ່ວໆ ແຕ່ພໍເມື່ອລຳຕົ້ນຫາກແກ່ ໜາມກໍໝົດໄປ ຍັງເຫຼືອຢູ່ຕາມງ່າເທົ່ານັ້ນ, ລຳຕົ້ນແຕກງ່າຢູ່ແຕ່ລຸ່ມຕົ້ນຂຶ້ນໄປ. ໃບ ຂອງຕົ້ນໝາກຕູມ ເປັນປະເພດໃບປະສົມ, ມີໃບຍ່ອຍ 3 ໃບ, ແຜ່ນໃບບາງ, ຂອບເປັນຄື້ນໆເລັກນ້ອຍ, ອອກສີຂຽວອ່ອນໆ. ເວລາຍ່ອງໃບ ມີກິ່ນຫອມອ່ອນໆຍ້ອນ ວ່າແຜ່ນໃບມີ ຕ່ອມຜລິດທາດສານໃຫ້ກິ່ນ ຫຼື ເອີ້ນອີກວ່າຕ່ອມນ້ຳມັນລະເຫີຍຊຶ່ງຢັງຢາຍ ຢູ່ຕາມຜິວຂອງໃບໂດຍສະເພາະຢູ່ພື້ນໃບ. ຕົ້ນ ໝາກ ຕູມເປັນໄມ້ປ່ຽນໃບເຕັມສ່ວນ ໝາຍຄວາມວ່າໃບຫລົ່ນຈົນໝົດ ແລະຕະຫຼອດເວລາດົນນານເຖິງ 3 ເດືອນກ່ອນ ທີ່ໃບ ໃໝ່ຈະປົ່ງ ພ້ອມໆກັບການອອກດອກ.ດອກມີຂະໜາດນ້ອຍ, ອອກສີເຫຼືອງອ່ອນໆ ຫຼື ມີສີຂາວອົມຂຽວ, ຈັດເປັນຊໍ່ສັ້ນໆ. ດອກຂະໜາດນ້ອຍໆ ບາດເວລາກາຍເປັນໝາກ ເສັ້ນຜ່າກາງໝາກ ປະມານ 10 ຊມ, ເປັນຮູບກົມມົນ ຫຼື ກົມຍາວເລັກ ນ້ອຍ, ເປືອກລຽບ ແລະແຂງຫຼາຍຈົນບາງຄັ້ງໄດ້ເອົາສິ່ງຂອງໜັກທັບໃສ່ ຈຶ່ງຜ່າມັນໄດ້. ເວລາຍັງອ່ອນ ໝາກອອກສີຂຽວ ອ່ອນໆ,ເມື່ອສຸກແລ້ວ ມັນອອກສີເຫຼືອງອ່ອນໆ. ຂ້າງໃນຂອງໝາກ ແບ່ງເປັນຫຼາຍໆຫ້ອງ,ມີແກ່ນເປັນຮູບສ້ວຍ ແລະ ແປຈຳ ນວນຫຼາຍ, ແກ່ນຫຸ້ມດ້ວຍເສັ້ນໄຍແລບໆ,ທັງໝົດແກ່ນ ແລະ ເສັ້ນໄຍຝັງຢູ່ໃນແຕ່ລະຫ້ອງຂອງໝາກ ແລະ ມີນ້ຳເມືອກໜຽວ
ສີເຫຼືອງອ່ອນ, ໄສໆ, ມີກິ່ນຫອມອ່ອນໆຫຸ້ມໄວ້. ເດີມ ຕົ້ນໝາກຕູມມີຖິ່ນກຳເນີດຢູ່ປະເທດອິນເດຍ ແລະເນປານ,ແຜ່ກະຈາຍ ໄປ ໃນບາງປະເທດໃນເຂດເອເຊຍຕາເວັນອອກສ່ຽງໃຕ້ ດັ່ງເພິ່ນໄດ້ພົບມັນເກີດແບບທຳມະຊາດຢູ່ປະເທດລາວ, ມ່ຽນມ້າ,
ຫວຽດນາມ, ໄທ, ກຳບູເຈຍ, ປາກິດສະຖານ, ບັງກະລາເທດ ແລະສີລັງກາ. ຕົ້ນໝາກຕູມພົບທົ່ວໄປຕາມປ່າປະ ສົມແຫ້ງ ແລ້ງ, ປ່າໂຄກ, ຢູ່ທີ່ຕ່ຳ ຫຼື ທີ່ສູງ 500-700 ມ, ມີຄວາມທົນທານຕໍ່ຄວາມແຫ້ງແລ້ງໄດ້ດີ. ຍ້ອນໝາກ ບັນຈຸທາດໂປຼເຕອີນ, ເສັ້ນໄຍ,ເກືອແຮ່ຈ່ານ, ວິຕາມິນ B ແລະ ວິຕາມິນ C ໃນອັດຕາສູງ. ໃນປະເທດອິນເດຍແລະປະເທດອ້ອມຂ້າງ ຈຶ່ງມີການນຳ ໃຊ້ເປັນຢາປົວພະຍາດຢ່າງກວ້າງຂວາງ. ສ່ວນ ໃນປະເທດລາວແມ່ນໃຊ້ຍອດອ່ອນເປັນຜັກກັບ, ໃຊ້ໝາກຜານບາງໆຕາກ ແຫ້ງແລ້ວປຸງແຕ່ງ ເປັນນຳ້ດື່ມສະໝູນໄພ ດື່ມໄດ້ທັງຮ້ອນ ແລະ ເຢັນ, ດື່ມແກ້ອາການເຈັບຕົນໂຕ ໃຫ້ຢູ່ສະບາຍຂຶ້ນ.ແຕ່ກ່ອນ ຊາວພື້ນເມືອງ ຍັງເອົານຳ້ເມືອກໜຽວຢູ່ອ້ອມແກ່ນໃຊ້ເປັນຢາງກາວອີກດ້ວຍ.

Sunday, September 11, 2016

ຕົ້ນໝາກມີ້ີ້ [Ton Makmi] Jack fruit tree

http://hukased.blogspot.com/2016/09/ton-makmi-jack-fruit-tree.html
ຕົ້ນໝາກມີ້ີ້ [Ton Makmi] Jack fruit tree

ຕົ້ນໝາກມີ້ີ້ [Ton Makmi]
ຊື່ວິທະຍາສາດ: Artocarpus heterophyllus
ຊື່ທົ່ວໄປ ເປັນພາສາອັງກິດ: Jack fruit tree

http://hukased.blogspot.com/2016/09/ton-makmi-jack-fruit-tree.html
ຕົ້ນໝາກມີ້ີ້ [Ton Makmi] Jack fruit tree

ຕົ້ນໝາກມີ້ ມີເຊື້ອສາຍລາຍລ່ອງດຽວກັນກັບຕົ້ນຫາດ, ຕົ້ນໝາກເດື່ອທຸກຊະນິດ, ຕົ້ນໄຮທຸກປະເພດ, ຕົ້ນໜ້ອງ, ຕົ້ນປໍສາ, ດັ່ງນີ້ ເປັນຕົ້ນແຕ່ ຕົ້ນໝາກມີ້ເປັນຕົ້ນໄມ້ທີ່ຢູ່ໃກ້ກັບຮົ້ວສວນເຮືອນຊານຂອງຄົນກວ່າເພື່ອນໆໃນຕະກຸນດຽວກັນ. ແມ່ນ ຕົ້ນໄມ້ຂະໜາດນ້ອຍຫາຂະໜາດກາງ, ສູງແຕ່ 8 ຫາ 25 ມ, ມີຫນ້າຕັດກວ້າງແຕ່ 30-50 ຊມ. ຕົ້ນໝາກມີ້ຈຳແນກ ອອກ ຈາກເພື່ອນໆໄດ້ງ່າຍ ຍ້ອນມີບາງລັກສະນະເດັ່ນ ຈຳນວນໜຶ່ງ,ເຊັ່ນ: ເປັນຕົ້ນຕັ້ງຂຶ້ນຊື່, ງ່າຕາກອອກ ແລະ ຕັ້ງຊັນຂຶ້ນພໍສົມ ຄວນ, ທຸກພາກສ່ວນມີນ້ຳຢາງຂາວຂຸ້ນ ຈະເຫັນໄດ້ເມື່ອເຮົາເອົາປາຍມີດຂີດ ຫຼື ເດັດຍອດອ່ອນ, ລຳຕົ້ນມີເປືອກບາງ, ສີ ຂຽວອອກໝົ່ນເວລາຍັງອ່ອນ, ບາດເປັນຕົ້ນແກ່ເປືອກມີສີໝົ່ນ ອອກຂຽວຫາໝົ່ນ, ໃບດົກໜາ ແລະ ຫລົ່ນເປັນເວລາສັ້ນໆ ແລະ ບໍ່ພ້ອມກັນຊຶ່ງເຮັດໃຫ້ຕົ້ນມີ້ມີໃບຂຽວເກືອບຕະຫຼອດປີ. ແມ່ນໃບດ່ຽວຈັບສະຫຼັບກັນ, ແຜ່ນໃບຫຍາບ ແລະ ຊາໃນມື
ເວລາຈັບ, ມີສີຂຽວເຂັ້ມ ແລະ ເຫື້ຼອມ, ດ້ານລຸ່ມຂອງໃບມີສີຂຽວອ່ອນ, ກ້ານໃບມີຮ່ອງເລິກ. ຮູບຊົງຂອງແຜ່ນໃບມີ ສອງ ແບບ ເຊັ່ນເວລາເປັນຕົ້ນນ້ອຍ ຫຼື ຢູ່ຕາມງ່າປົ່ງໃໝ່ແຜ່ນໃບແກວກເລິກ ເຫັນເປັນສາມບິ້ງຕິດກັນຢູ່ຕີນໃບ, ຂອບໃບເປັນ ແຂ້ວເລ່ືອຍຖີ່ໆ,ເມື່ອເວລາເປັນຕົ້ນແກ່ ແຜ່ນໃບເປັນແຜ່ນດຽວ ສ້ວຍຮູບໄຂ່, ໜາ ແລະ ຫຍາບກວ່າຫຼາຍ. ງ່າອ່ອນ ອວບນ້ຳ, ໃຄ່ຢູ່ຕາມຂໍ້ ບ່ອນທີ່ໃບຈັບຢູ່,ຍອດອ່ອນມີຫູໃບສີເຫຼືອງອ່ອນຫຸ້ມເອົາໄວ້. ຕົ້ນໝາກມີ້ ມີເພດແຍກຢູ່ພາຍໃນຕົ້ນດຽວກັນ, ຊໍ່ດອກຜູ້ທີ່ເອີ້ນກັນວ່າຫຳໝາກມີ້ ມີດອກນ້ອຍໆຈຳນວນຫຼາຍຈັບກັນຖີ່ໆ ສີຂຽວຈືດໆ ເວລາແກ່ດອກຊ້ຳດຳເຂົ້າ. ດອກແມ່ ມີຂະໜາດໃຫຍ່ກວ່າ, ຈັບກັນຖີ່ໆເປັນຊໍ່ໃຫຍ່ກວ່າຊໍ່ຂອງດອກຜູ້. ຊໍ່ດອກແມ່ອອກ ຢູ່ຕາມແໜງໃໜ່ຊຶ່ງມີ ຕາມລຳຕົ້ນ ຫຼື ງ່າແກ່. ເມື່ອກາຍເປັນໝາກໆກໍຈັບຢູ່ຕາມລຳຕົ້ນ ຫຼື ງ່າແກ່ບ່ອນທີ່ຊໍ່ດອກແມ່ເຄີຍຈັບຢູ່. ຄວາມຈິງ ໝາກແມ່ນໝາກລວມ ຊຶ່ງວິວັດມາຈາກຊໍ່ດອກຊໍ່ໜຶ່ງ, ເວລາຍັງອ່ອນໝາກຈະແຂງ, ມີສີຂຽວແກມສີນ້ຳຕານ,ໜັງໝາກເປັນຕາ ຈັດກັນຖ່ີໆ, ເມື່ອ ໝາກສຸກແລ້ວ ຕາຈະຫ່າງໆອອກ(ຊາວບ້ານເອີ້ນວ່າຕາໝາກມີ້ຕີ່) ແລ້ວໜັງຂອງໝາກມີ້ ກໍ່ຄ່ອຍອ່ອນນຸ້ມຂຶ້ນ, ມີສີນ້ຳຕານ ແກມສີເຫຼືອງແລະ ມີກິ່ນຫອມ. ໝາກມີຂະໜາດໃຫຍ່ກວ່າຊໍ່ດອກຫຼາຍສິບເທົ່າ ແລະ ມີນ້ຳໜັກແຕ່3 ຫາ 30 ກິໂລ. ໝາກ ມີ້ ມີສອງພັນ ດັ່ງ ພັນໝາກມີ້ໜັງ ແລະ ພັນໝາກມີ້ຝ້າຍ ຊຶ່ງຈະຈຳແນກ ຄວາມແຕກຕ່າງໄດ້ນຳລົດຊາດ ແລະ ຈຸດພິເສດ ຂອງໝາກເທົ່ານັ້ນ,ສ່ວນວ່າຊິ້ນສ່ວນອື່ນຄືກັນໝົດ. ເມື່ອຜ່າໝາກຈະເຫັນແກນຂອງໝາກ, ຈັບຢູ່ອ້ອມແກນ ມີບົວຫຼາຍໆ ອັນ, ແຕ່ລະບົວແມ່ນໝາກໜຶ່ງໜ່ວຍ.ເດີມ ຕົ້ນໝາກມີ້ມີຖິ່ນກຳເນີດຢູ່ໃນປ່າຕຶບຂອງປະເທດມາເລເຊຍ ແລະປະເທດອິນ
ເດຍໂດຍສະເພາະຢູ່ຕາມສາຍພູກັດ ເອີ້ນອີກວ່າສາຍພູຊາຢາດີ ຊຶ່ງຕັ້ງຢູ່ຝັ່ງຕາວັນຕົກຂອງປະເທດອິນເດຍ. ຕໍ່ມາ ໄດ້ມີການ ນຳພັນໄມ້ ຊະນິດນີ້ອອກໄປປູກຢ່າງກວ້າງຂວາງ ທົ່ວເອເຊຍຕະວັນອອກສ່ຽງໃຕ້ ແລະ ເອເຊຍພາກໃຕ້ລາມໄປເຖິງພາກໃຕ້
ຂອງປະເທດຈີນ, ປູກຢູ່ໃນບັນດາເກາະທີ່ມະຫາສະມຸດປາຊີຟິກໃນໄລຍະທີ່ມີການສ້າງຕັ້ງ ປະເທດຫົວເມືອງຂຶ້ນຂອງບາງ ປະ ເທດ ໃນຢູໂຣບ, ປູກຢູ່ທະວີບອາຟິຼກກາ ແລະອະເມຣິກາກາງ. ການນຳໄປປູກ ຕົ້ນຕໍກໍແມ່ນເພື່ອບໍລິໂພກໝາກ, ຕໍ່ມາ ກໍແມ່ນ ເພື່ອປະດັບສວນແລະເດີ່ນຫຍ້າ ຊຶ່ງເຮັດໃຫ້ມີຮົ່ມ ແລະ ມີໃບສວຍງາມ ຂຽວເກືອບຕະຫຼອດປີ. ການນຳໄປປູກຕ່າງຖິ່ນ ກຳ ເນີດໄດ້ມີມາຫຼາຍເຊັ່ນຄົນແລ້ວ ອັນເຮັດໃຫ້ພັນໄມ້ຊະນິດນີ້ປັບຕົວຕາມແວດລ້ອມເຂດຮ້ອນຕ່າງໆທີ່ກ່າວມາໄດ້ຢ່າງສົມ ດູນ ທີ່ສຸດ.ຕົ້ນໝາກມີ້ເກີດງ່າຍ, ເຕີບໂຕໄວໃນດິນຫຼາຍປະເພດທີ່ມີການລະບາຍນ້ຳໄດ້ດີ, ມັກແສງແດດ, ຈະຂະຫຍາຍໄດ້ດີຢູ່  ເຂດ ຕ່ຳກວ່າຢູ່ໃນເຂດສູງ. ຊິ້ນສ່ວນທີ່ເພິ່ນໃຊ້ຫຼາຍກວ່າໝູ່ ແມ່ນໝາກ ຊຶ່ງບໍລິໂພກເປັນເຄື່ອງຫວານ, ມີແຕ່ພັນໝາກມີ້ ຝ້າຍ ຈຶ່ງໃຊ້ປຸງແຕ່ງອາຫານ ເຊັ່ນ: ເຮັດແກງ, ເຮັດຊຸບໝາກມີ້ ເປັນອາຫານທີ່ຊາວລາວພາກກາງ ແລະ ພາກໃຕ້ນິຍົມເປັນພິ ເສດ. ສ່ວນວ່າ ປະເທດໃນແຖບເອເຊຍຕະວັນອອກສ່ຽງໃຕ້ ກໍໄດ້ມີການບໍລິໂພກແບບໃກ້ຄຽງກັນ. ນອກນັ້ນ ແກ່ນມີສານບຳ ລຸງຫຼາຍຢ່າງ ໃຊ້ກິນໄດ້,ໄມ້ມຸ່ນຫຼື ເສດໄມ້ກໍ່ໃຊ້ຍ້ອມຜ້າ ອອກສີສົ້ມຊ້ຳ ຫຼື ສີເຂ (ສີແສດຊ້ຳ) ທີ່ເພິ່ນເອົາຍ້ອມຜ້າສະບົງ, ເນື້ອ ໄມ້ ໃຊ້ເຮັດເຟີນິເຈີ, ເຮັດຫີບ ແລະໃຊ້ໃນການປຸກສ້າງເບົາ.

http://hukased.blogspot.com/2016/09/ton-makmi-jack-fruit-tree.html
ຕົ້ນໝາກມີ້ີ້ [Ton Makmi] Jack fruit tree

ຕົ້ນປໍສາ [Ton Posa] Paper mulberry tree

http://hukased.blogspot.com/2016/09/ton-posa-paper-mulberry-tree.html

 

ຕົ້ນປໍສາ [Ton Posa]

ຊື່ວິທະຍາສາດ: Broussonetia papyrifera

ຊື່ທົ່ວໄປ ເປັນພາສາອັງກິດ: Paper mulberry tree

 http://hukased.blogspot.com/2016/09/ton-posa-paper-mulberry-tree.html

ຕົ້ນປໍສາເປັນໄມ້ຢືນຕົ້ນທີ່ມີເຊື້ອສາຍລາຍລ່ອງດຽວກັນກັບຕົ້ນໝາກມີ້, ຕົ້ນສົ້ມພໍ່,ຕົ້ນຫາດ, .. ດັ່ງນີ້ເປັນຕົ້ນ. ຄົນເຮົາຮູ້ນຳ ໃຊ້ປໍ ທີ່ໄດ້ຈາກເປືອກຂອງລຳຕົ້ນປໍສາ ເພື່ອມາດັດແປງເປັນວັດຖຸໃຊ້ປະຈຳວັນໄດ້ຫຼາຍສັດຕະວັດມາແລ້ວ. ຕົ້ນປໍສາ ເປັນຕົ້ນ ໄມ້ຂະໜາດນ້ອຍຫາຂະໜາດກາງ, ສູງແຕ່ 6 ຫາ 15 ມ, ມີໝ້າຕັດກວ້າງແຕ່ 10-30 ຊມ.ຕົ້ນປໍສາຈຳແນກອອກຈາກ ເພື່ອນໆໄດ້ງ່າຍ ຍ້ອນມີບາງລັກສະນະເດັ່ນ ຈຳນວນໜຶ່ງເຊັ່ນ ເປັນຕົ້ນຕັ້ງຂຶ້ນຊື່, ມີງ່າແຕກອອກແຕ່ລຸ່ມໆຕົ້ນ, ງ່າຕັ້ງຊັນຂຶ້ນພໍ ສົມຄວນ, ລຳຕົ້ນມີເປືອກບາງ, ສີນ້ຳຕານອ່ອນ ລອກອອກໄດ້ງ່າຍແລະເປັນເສັ້ນຍາວ. ຕົ້ນປໍສາເປັນໄມ້ຜັດປ່ຽນໃບໄລຍະສັ້ນ ໆ, ໃບແມ່ນໃບດ່ຽວ ຈັບສະຫຼັບກັນ, ຮູບໄຂ່ກວ້າງ, ອວບນ້ຳເລັກນ້ອຍ, ຕີນໃບມົນ ແຕ່ປາຍໃບແຫຼມ, ແຜ່ນໃບຫຍາບ, ມີ ຂົນຂາວທົ່ວໆແລະຄາຍມື,ແຄມໃບເປັນວັກແຂ້ວເລື່ອຍແນມເຫັນງ່າຍພໍຄວນ.ໂດຍທົ່ວໄປໃບມີສອງແບບຊຶ່ງອາດພົບໃນງ່າດຽວ
ກໍ່ເປັນໄດ້ເຊັ່ນ:ໃບອ່ອນຫຼືໃບທີ່ມີຢູ່ຕາມຕົ້ນທີ່ມີການເຕີບໂຕໄວຈະແກວກເລິກຂາດອອກເປັນຮູບໂຕMປີ້ນຢູ່ທັງສອງຂ້າງຂອງແຜ່ນ ໃບ ເລີຍ ຫຼື ມີຂ້າງດຽວເຮັດໃຫ້ສ່ວນທີ່ຍັງເຫຼືອເປັນແຜ່ນ ຍ່ອຍ 2 ຫາ 3 ແຜ່ນ ແລະແບບທີສອງເຫັນທົ່ວໄປແມ່ນໃບມີແຜ່ນ ດຽວ, ສ່ວນສີຂອງໃບສ່ວນຫຼາຍແມ່ນໃບມີສີຂຽວອ່ອນນອກຈາກບ່ອນທີ່ຕົ້ນປໍສາຂະຫຍາຍງາມເປັນພິ ເສດ ສີຈະອອກຂຽວ ເຂັ້ມກວ່າ. ຕົ້ນປໍສາ ມີເພດແຍກຢູ່ຕ່າງຕົ້ນ ໝ.ຄ. ວ່າ ມີຕົ້ນຜູ້ ແລະ ຕົ້ນແມ່. ຕົ້ນຜູ້ມີແຕ່ດອກຜູ້ ຊຶ່ງມີຂະໜາດນ້ອຍ,ສີຂາວ, ຈັດ ລຽນກັນແໜ້ນໜາເປັນຊໍ່ ຮູບຫຼອດ, ຊໍ່ຍາວ 4 ຫາ 8 ຊມ, ໃນຊໍ່ໜຶ່ງໆມີດອກຫຼາຍຮ້ອຍດອກ ແລະ ຊໍ່ດອກຢ່ອນລົງ, ອອກ ເປັນຈຸ້ມໆ. ສ່ວນຕົ້ນແມ່ກໍ່ມີແຕ່ດອກແມ່ ຊຶ່ງ ມີຂະໜາດໃຫຍ່ກວ່າດອກຜູ້ນ້ອຍໜຶ່ງ, ດອກແມ່ ມີສີແດງແກມສີເຫຼືອງ , ຈັດກັນແໜ້ນໜາເປັນຊໍ່ດອກ ຮູບປຸ້ມມົນ ມີເສັ້ນຜ່າກາງ ປຸ້ມດອກ 2 ຫາ 4ຊມ. ເມື່ອເປັນໝາກໆກໍ່ຈັດລຽນກັນເປັນປຸ້ມ ຄ້າຍຊໍ່ດອກ, ໝາກນ້ອຍໆ ໄສໆສີແດງແກມສີສົ້ມ ຣົດຫວານ, ກິນໄດ້. ແຕ່ໂດຍທົ່ວໄປ ຄົນຈະບໍລິໂພກເວລາຜ່ານໄປພໍ້ເທົ່າ ນັ້ນ ມັກຈະປະໄວ້ໃຫ້ສັດ ແລະ ອີກຢ່າງໜຶ່ງ ໝາກກໍ່ນ້ອຍຫຼາຍໂພດຈະເກັບ ຫຼືພົກພາກໍ່ຊ້ຳໄປໝົດເລີຍ. ສ່ວນຫຼາຍໝາກເປັນ ຈຸດທີ່ຄົນທົ່ວໄປສາມາດເອົາເປັນສິ່ງບົ່ງບອກວ່າຕົ້ນນັ້ນແມ່ນຕົ້ນປໍສາໄດ້ເພາະມັນແນມເຫັນງ່າຍກວ່າຊໍ່ດອກຜູ້ຫຼືຊໍ່ດອກແມ່ອີກ. ເດີມ ຕົ້ນປໍສາມີຖິ່ນກຳເນີດຢູ່ເຂດ ເອເຊຍພາກຕະວັນອອກ ແລະໄດ້ມີການນຳໄປປູກ ຢູ່ໃນໝູ່ເກາະທີ່ ມະຫາສະມຸດປາຊີຟິກ ໄລຍະທີ່ມີການເຄື່ອນຍ້າຍ ຂອງຊຸມຊົນຈາກແຜ່ນດິນໃຫຍ່ໄປຢູ່ຕາມໝູ່ເກາະໃນມະຫາສະມຸດປາຊີຟິກ.ສ່ວນຢູ່ລາວ ເພິ່ນພົບ ຕົ້ນປໍສາຢູ່ໃນເຂດອາກາດເຢັນພໍສົມຄວນ, ແຕ່ພາກກາງໄປຫາພາກເໜືອເທົ່ານັ້ນ. ຕົ້ນໄມ້ຊະນິດນີ້ ມັກເກີດ ຕາມແຄມນ້ຳ, ດິນວ່າງເປົ່າ,ເກີດໃນປ່າເຫຼົ່າ, ມັກດິນຊຸ່ມ ແຕ່ລະບາຍນ້ຳໄດ້ດີ. ຊິ້ນສ່ວນ ທີ່ນຳໃຊ້ແມ່ນເປືອກຂອງລຳຕົ້ນທີ່ເພິ່ນເອົາ ມາຕົ້ມ ເພື່ອແຍກເອົາເສັ້ນໄຍແລ້ວຜະລິດເປັນແຜ່ນເຈ້ຍ, ເຮັດດ້ວຍມືແລະຕາກແດດແບບທຳມະຊາດ ຫຼື ເຮັດດ້ວຍເຄື່ອງຈັກ. ເຈ້ຍທີ່ ໄດ້ຮັບແມ່ນມີຄຸນນະພາບດີ, ຈາກນັ້ນຈຶ່ງນຳ ໃຊ້ເຈ້ຍໄດ້ໂດຍກົງ ຫຼື ເອົາໄປປຸງແຕ່ງ ເຄື່ອງໃຊ້ອື່ນອີກເຊັ່ນ ເຮັດເຄື່ອງຫຸ້ມດອກ ໄຟ, ວີ, ຖົງໃສ່ຂອງຂວັນ, ບັດອວຍພອນ, ບັດເຊີນ, …ດັ່ງນີ້ເປັນຕົ້ນ.
http://hukased.blogspot.com/2016/09/ton-posa-paper-mulberry-tree.html

Saturday, September 10, 2016

ຕົ້ນດອກຈານ [Ton Chane] Flame of the forest, Bastard teak, Parrot tree

 http://hukased.blogspot.com/2016/09/ton-chane-flame-of-forest-bastard-teak.html

ຕົ້ນດອກຈານ [Ton Chane]

ຊື່ວິທະຍາສາດ: Butea monosperma

ຊື່ທົ່ວໄປ ເປັນພາສາອັງກິດ: Flame of the forest, Bastard teak, Parrot tree

http://hukased.blogspot.com/2016/09/ton-chane-flame-of-forest-bastard-teak.html
ຕົ້ນດອກຈານ [Ton Chane] Flame of the forest, Bastard teak, Parrot tree

ຕົ້ນດອກຈານ ຫຼື ກົກຈານ ເປັນໄມ້ຢືນຕົ້ນທີ່ມີເຊື້ອສາຍລາຍລ່ອງດຽວກັນກັບ ຕົ້ນດູ່,ຕົ້ນຄຳພີ, ຕົ້ນຖົ່ວທັງຫຼາຍ, ເຄືອຕຸ່ມແຍ ແລະ ເຄືອໄຫຼ ດັ່ງນີ້ເປັນຕົ້ນ, … ບາງຄັ້ງຢູ່ບາງທ້ອງຖິ່ນເພິ່ນຍັງເອີ້ນຊື່ຕົ້ນນີ້ວ່າ ຈານຕົ້ນເພື່ອແຍກອອກຈາກພືດຊະນິດໜຶ່ງທີ່ ຄ້າຍຄືກັນຫຼາຍແຕ່ເປັນເຄືອ ຊຶ່ງເພິ່ນເອີ້ນວ່າຈານເຄືອ. ທາງດ້ານຊື່ ເປັນພາສາສາກົນ (Flame of the Forest) ຊຶ່ງ ແມ່ນ ຊື່ທີ່ເພິ່ນເຄີຍໄດ້ຕັ້ງໃຫ້ຕົ້ນຜາງ ດັ່ງທີ່ໄດ້ກ່າວມາແລ້ວໃນປຶ້ມຫົວນີ້ກໍ່ອາດແມ່ນຍ້ອນສີສັນຂອງດອກສີສົ້ມຈືດ ຫຼື ສີສົ້ມ ແກມ ສີແດງທີ່ເບັ່ງບານຊອນໆກັນ ຫຼັງຈາກໃບໄດ້ຫຼຸດຫລົ່ນອອກ ເກືອບໝົດແລ້ວ ອັນເຮັດໃຫ້ກົກຈານ ຮຸ່ງຈາດອອກສູ່ສາ ລະທິດ ເຊັ່ນ ດຽວກັບຕົ້ນ ດອກຜາງ, ແຕ່ຂອບເຂດແຜ່ກະຈາຍຂອງຕົ້ນດອກຈານນີ້ພັດມີຄວາມຈຳກັດ ກວ່າຕົ້ນດອກຜາງ ຫຼາຍ.ກົກ ຈານມີລັກສະນະບາງຢ່າງທີ່ຊ່ວຍໃນການແຍກອອກ ຈາກເພື່ອນໆໄດ້ ດັ່ງເປັນໄມ້ຂະໜາດກາງ, ສູງປະມານ 15 ມ, ໜ້າຕັດ ກວ້າງ 20-40 ຊມ, ລຳຕົ້ນເປັນທໍ່ກົມ ມີຕູດມີໂກນຢົງຢາຍຢູ່ຕາມລຳຕົ້ນ, ເປືອກສີຂີ້ເທົ່າຊ້ຳ, ມີຮອຍແຕກຕື້ນຢາຍທົ່ວໆ ຕາມລວງຍາວ, ງ່າຕັ້ງຊັນ, ໝົດທັງຕົ້ນບໍ່ເປັນຮູບ ເປັນຊົງ ຈະແຈ້ງ. ໃບ ແມ່ນໃບປະສົມ ມີສາມໃບຍ່ອຍ, ໃບຍ່ອຍໃບກາງ ໃຫຍ່ກວ່າໝູ່, ຮູບ ເກືອບສີ່ລ່ຽມຈ້ວຍ, ກ້ານໃບຍາວ, ຕີນ ແລະ ປາຍໃບອ່າວມົນ,ມີຂົນອ່ອນໆປູຕາມ ທ້ອງໃບ. ກົກຈານ ເປັນໄມ້ຜັດປ່ຽນໃບ ໄລຍະສັ້ນໆ, ໂດຍທົ່ວໄປດອກອອກກ່ອນ ໃບປົ່ງໃນທ້າຍລະດູແລ້ງ, ແຕ່ບາງຄັ້ງຄາວ ກໍ່ເຫັນວ່າເວລາ ດອກເລີ້ມບານ ຍັງເຫັນມີໃບຢູ່ນຳເລັກໆນ້ອຍໆ. ດອກອອກເປັນຊໍ່ໃຫຍ່, ມີດອກຈຳນວນຫຼາຍຈໍ່ຈີມກັນ ອອກມາ,ມີຂົນ ຕາມກ້ານຊໍ່ດອກ,ຕາມກ້ານດອກ,ຕາມກາບແລະກີບດອກອີກດ້ວຍເບິ່ງຢ່າງໜຶ່ງລັກສະນະຂອງກີບດອກຄ້າຍຄືສົບນົກແກ້ວອີກ ຊຶ່ງສຽບຢູ່ ຫົ້ງກາບດອກ ສີນ້ຳຕານຊ້ຳ ຕັດກັບສີແສດຂອງກີບດອກ. ໝາກເປັນຝັກແປ ຍາວ 15-20ຊມ,ມີຂົນເຕັມຕາມ ເປືອກອອກ ສີຂາວໂໝກ. ແກ່ນມີ 1 ເມັດ ຈັບຢູ່ເບື້ອງປາຍໝາກ.ເວລາໝາກຫ້າວ ມັນຈະແຕກອອກຢູ່ປາຍບ່ອນທີ່ ມີແກ່ນ ຈັບຢູ່ເທົ່ານັ້ນ ສ່ວນດ້ານລຸ່ມຂອງໝາກບໍ່ແຕກເລີຍ. ກົກຈານມີຖິ່ນກຳເນີດຢູ່ເຂດເອເຊຍຮ້ອນ ແລະ ຊຸ່ມ,ແຕ່ປະເທດປະ ກິດ ສະຖານ ຮອດປະເທດອິນເດຍ, ບັງກະລາເທດ, ເນປານ, ສີລັງກາ, ອິນໂດເນເຊຍ, ມ່ຽນມ້າ, ໄທ, ກຳບູເຈຍ, ຫວຽດນາມ ແລະ ລາວ. ເປັນພັນໄມ້ປ່າ, ມີການເຕີບໂຕຊ້າ, ເພິ່ນພົບໄມ້ພັນນີ້ໃນເຂດທົ່ງພຽງ, ໃນປ່າໂຄກ, ປ່າຄັງ, ບ່ອນດິນເປົ່າ ວ່າງ.ສິ່ງ ທີ່ນຳໃຊ້ຈາກ ຕົ້ນນີ້ ກໍ່ແມ່ນດອກເພື່ອໃຊ້ປະດັບ, ໃຊ້ບູຊາພຼະ ຍາມບຸນເຂົ້າຈີ່ໃນເດືອນສາມເພັງ ຊຶ່ງບ່າວສາວຊາວຊົນ ນະບົດ ໃນສະໄໝກ່ອນໄດ້ອອກໄປເກັບດອກໄມ້ປ່າ ເຊັ່ນດອກຂະຍອມ, ດອກຈານ ດັ່ງນີ້ເປັນຕົ້ນ ແລ້ວນຳມາຖະຫວາຍພຼະເພື່ອຂໍ ພອນໃຫ້ສິ່ງທີ່ປາດຖະໜາຢູ່ໃນໃຈຂອງແຕ່ລະຄົນໄດ້ສົມຫວັງດ້ວຍ. ໃນໄລຍະຫຼັງໆມານີ້ ຜູ້ຄົນກໍເລີ້ມນຳເອົາພັນໄມ້ ຊະນິດ ນີ້ເຂົ້າມາປູກເປັນພືດປະດັບໃນຕົວເມືອງຫຼາຍຂຶ້ນ ເຊັ່ນ ປະດັບລຽບແຄມທາງ, ເດີ່ນຕ່າງໆ ຍ້ອນຄວາມງົດງາມ ແລະສົດໄສ ຂອງດອກນັ້ນເອງ, ນອກຈາກເວລາອອກດອກ ຕົ້ນຈານກໍ່ຍັງຄົງຄວາມສວຍງາມບໍ່ໜ້ອຍ ຍ້ອນໃບມີສີຂຽວ ທົນນານ. ໄດ້ມີ ການເກັບກຳວ່າ ຢູ່ປະເທດອິນເດຍຕົ້ນຈານຍັງເປັນຕົ້ນໄມ້ສັກສິດ ເພາະມັນຕິດພັນກັບຮີດຄອງທາງສາດສະໜາຂອງຜູ້ຄົນໃນ ປະເທດນັ້ນ, ພ້ອມດຽວກັນ ບາງຊິ້ນສ່ວນຂອງ ຕົ້ນຈານຍັງໃຊ້ເປັນຢາປົວພະຍາດ ດັ່ງໃບ ແລະ ແກ່ນ, ດອກເອົາໃຊ້ຍ້ອມຜ້າ. ສ່ວນວ່າຢູ່ບ້ານເຮົາກໍ່ປະກົດວ່າມີການໃຊ້ດອກແຫ້ງຊົງນຳ້ຮ້ອນ ຜ່ອນຄາຍຄວາມອິດເມື່ອຍ ແລະ ບຳລຸງຮ່າງກາຍ.
http://hukased.blogspot.com/2016/09/ton-chane-flame-of-forest-bastard-teak.html
ຕົ້ນດອກຈານ [Ton Chane] Flame of the forest, Bastard teak, Parrot tree

ຕົ້ນຜາງ, ຕົ້ນດອກຫາງຍຸງ ສະ​ຝາງ, ຈົ້ນ​ຝາງ​ແດງ [Ton Fangdaeng, Ton Hangnjoung] Famboyant, Flame of the forest, Flame tree,Peacock flower tree, Royal poinciana

 http://hukased.blogspot.com/2016/09/ton-fangdaeng-ton-hangnjoung-famboyant.html

ຕົ້ນຜາງ, ຕົ້ນດອກຫາງຍຸງ ສະ​ຝາງ, ຕົ້ນ​ຝາງ​ແດງ [Ton Fangdaeng, Ton Hangnjoung]

ຊື່ວິທະຍາສາດ: Delonix regia

ຊື່ທົ່ວໄປ ເປັນພາສາອັງກິດ: Famboyant, Flame of the forest, Flame tree,Peacock flower tree, Royal poinciana

ຕົ້ນຜາງ, ຕົ້ນດອກຫາງຍຸງ ສະ​ຝາງ, ຕົ້ນ​ຝາງ​ແດງ [Ton Fangdaeng, Ton Hangnjoung]

 

ຕົ້ນຜາງ ຫຼື ຕົ້ນດອກຫາງຍຸງ ເປັນໄມ້ທີ່ຮ່ວມຕະກຸນດຽວກັບຕົ້ນໝາກຂາມ, ຕົ້ນຂີ້ເຫຼັກ, ຕົ້ນແຕ້ຄ່າ, ແຕ້ຫນາມດັ່ງນີ້ເປັນຕົ້ນ … ແຕ່ ຕົ້ນດອກຫາງຍຸງເປັນ ຕົ້ນທີ່ຜູ້ຄົນຄຸ້ນເຄີຍ ແລະ ຊື່ນຊົມຫຼາຍກວ່າເພື່ອນໆທັງຫຼາຍ ຍ້ອນຄວາມສະງ່າງາມ ຂອງດອກ ຊຶ່ງ ອອກໃນຖ້າມກາງລະດູຮ້ອນເຜົາໃໝ້ ແຕ່ເມື່ອເຖິງກາລະເວລາ ດອກສີແດງສົດໄສກໍ່ຈີ່ຈູມ ແລະ ໂຜ່ອອກມາ ພ້ອມໆກັນ ແລະ ຈັບຢູ່ງ່າໂລ້ນເປືອຍ ບໍ່ມີ ໃບໃນຍາມລະດູແລ້ງ ປຽບເໝືອນວ່າຊີວິດໄດ້ກັບຄືນມາສູ່ຕົ້ນຜາງອີກເທື່ອໜຶ່ງ ຫຼັງຈາກທີ່ຍຸບ ເຍົາມາໃນລະດູຮ້ອນແລ້ວ. ອັນໄດ້ເຮັດໃຫ້ ບໍລິເວນທີ່ ຕົ້ນນັ້ນຢູ່ ຮຸ່ງໄປທົ່ວສາລະທິດເອົາໂລດ ດັ່ງທີ່ບົ່ງບອກຈາກຊື່ ເປັນພາ ສາ ສາກົນນັ້ນເອງ. ໄມ້ຜາງ ເປັນໄມ້ຢືນຕົ້ນຂະໜາດນ້ອຍຫາຂະໜາດກາງ, ສູງ 10-15 ມ, ໜ້າຕັດ ລຳຕົ້ນ ສາມາດຮອດ 1.50 ມ. ຕົ້ນແກ່ ມີປີກຮາກ ບາງຄັ້ງກໍເປັນລ່ຽມສົມຄວນ ຫຼື ໂຄ້ງໂງບໍ່ໜ້ອຍ. ເປືອກລຳຕົ້ນ ສີນ້ຳຕານແກມສີໝົ່ນ, ເປືອກ ກ້ຽງ ຫຼື ມີຮອຍແຕກເຫີບຕື້ນໆ, ງ່າ ຕັ້ງຊັນ ແລະ ຕາກອອກພໍຄວນ, ບາງຄັ້ງ ງ່າແອນລົງເລິກ ເກືອບເຖິງໜ້າດິນ ເຮັດໃຫ້ ເຮືອນຍອດເປັນຮູບຄັນຮົ່ມເປີດ. ໃບຂອງຕົ້ນຜາງແມ່ນ ໃບປະສົມສອງຂັ້ນຄ້າຍໃບຜັກກູດ, ຈັບສະຫຼັບກັນ, ໃບຍ່ອຍເປັນ
ແຜ່ນ ນ້ອຍໆ ມີຈຳນວນຫຼາຍ ຈັບພາບກັນ. ຕົ້ນດອກຫາງຍຸງ ເປັນໄມ້ຜັດປ່ຽນໃບຕະຫຼອດລະດູແລ້ງ. ດອກອອກເປັນຊໍ່ໃຫຍ່ ພ້ອມທັງດອກເອງກໍ່ມີຂະໜາດໃຫຍ່, ກາບດອກໜາ, ດ້ານໃນອອກສີແດງ, ດ້ານນອກສີເຫຼືອງອ່ອນແກມສີຂຽວອ່ອນ, ກີບ ດອກສີແດງຮຸ່ງ, ກິ່ວຢູ່ຕີນ. ນອກນັ້ນ ມີກີບໜຶ່ງຕ່າງໝູ່ ອອກສີບົວອ່ອນພ້ອມມີຈຸດໆສີແດງເຮັດໃຫ້ຄຶດເຖິງຫາງຂອງນົກຍຸງ ດັ່ງນັ້ນ ຊື່ຕາມທ້ອງຖິ່ນແບບເດີມໆຈຶ່ງວ່າ ດອກຫາງຍຸງ ຍ້ອນດອກມີຮູບຊົງຄ້າຍຄືຫາງຂອງນົກຍຸງນັ້ນເອງ. ໝາກ ແມ່ນປະ ເພດຝັກ, ແປ,ຍາວ 15-25 ຊມ, ເມື່ອຍັງອ່ອນ ໝາກມີສີຂຽວ, ບາດແກ່ ອອກສີດຳ. ແກ່ນ ຮູບກົມຍາວລຽນກັນເປັນແຖວ ຕັດຕາມລວງຍາວຂອງໝາກ. ແກ່ນຂອງໝາກ ເມື່ອຕົ້ມແລ້ວແກະກິນກີບລ້ຽງໄດ້. ຖ້າໝາກຫາກຫ້າວແລ້ວ ບໍ່ຖືກເກັບຈະ ເຫັນມັນແຕກອ້າຕາມລວງຍາວ ແລະ ຈັບແຂວນຢູ່ນຳງ່າ ອັນເຮັດໃຫ້ແກ່ນຂອງມັນຕົກລົ່ນອອກແບບທຳມະຊາດ. ເດີມ ຕົ້ນ ຜາງເປັນຕົ້ນໄມ້ເກີດສະເພາະຖິ່ນຂອງປະເທດມາດາກັດສະກາ, ເກີດຢູ່ໃນປ່າໂຄກແຫ້ງແລ້ງ. ຕົ້ນນີ້ ຖືກນຳໄປປູກຢ່າງກວ້າງ ຂວາງ ຢູ່ໃນປະເທດອື່ນໃນເຂດຮ້ອນທົ່ວໂລກ. ອັນເຮັດໃຫ້ຢູ່ຖິ່ນເດີມເກືອບບໍ່ມີພັນໄມ້ຊະນິດນີ້ແລ້ວ ໃນປະຈຸບັນ ແລະ ຖືກ ຈັດວ່າເປັນພັນໄມ້ທີ່ມີຄວາມສ່ຽງຈະສູນພັນແລ້ວແຕ່ຕົງກັນຂ້າມໃນປະເທດທີ່ປູກໃໝ່ ພັນໄມ້ຊະນິດນີ້ຂະຫຍາຍຫຼາຍ ແລະ ໄດ້ຮັບຄວາມເອົາໃຈໃສ່ສູງ, ບາງປະເທດ ຍັງປູກແບບຕົ້ນໄມ້ແຈ້ໃສ່ເຕົ້າ (ແບບບັນຊາຍ)ເປັນສິນຄ້າລາຄາສູງອີກດ້ວຍ. ລວມ ຄວາມວ່າ ຕົ້ນໄມ້ພັນນີ້ຖືກນຳອອກຈາກຖິ່ນເດີມຍ້ອນຄວາມສວຍງາມຂອງດອກ ບວກເຂົ້າກັບການແຜ່ພັນງ່າຍດາຍ.ການ ປູກ ໃນປະເທດເຫຼົ່ານັ້ນກໍແມ່ນ ສະເພາະການປະດັບເທົ່ານັ້ນ, ປູກຕາມເດີ່ນ ຫຼືປູກປະດັບລຽບຕາມແຄມທາງຍ້ອນມັນມີລະ ບົບ ຮາກແຂງແກ່ນຫຼາຍບວກກັບຮົ່ມທີ່ໄດ້ຈາກໃບ. ສຳລັບປະເທດເຮົາ ກໍ່ປະກົດວ່າຖືກນຳເຂົ້າມາປູກໃນສະໄໝຝລັ່ງມາປົກ
ຄອງພຸ້ນ ຈົນພັນໄມ້ນີ້ປັບຕົວເຂົ້າກັບສະພາບດິນຟ້າອາກາດຂອງບ້ານເຮົາໄດ້ເປັນຢ່າງດີແລ້ວ. ນອກຈາກ ຈະໃຊ້ປະດັບທັງຕົ້ນ ແລ້ວ ຊາວລາວຍັງເອົາພົ້ວດອກຜາງມາປະດັບໃນງານປະເພນີຈຳນວນໜຶ່ງ ຢູ່ຕົວເມືອງກໍ່ດີ ຢູ່ຊົນນະບົດ ກໍ່ມີຈົນເທົ່າທຸກວັນນີ້.

ຕົ້ນຜາງ, ຕົ້ນດອກຫາງຍຸງ ສະ​ຝາງ, ຕົ້ນ​ຝາງ​ແດງ [Ton Fangdaeng, Ton Hangnjoung]


ຕົ້ນກຸງ [Ton Koung] Dipterocarpus tuberculatus

 http://hukased.blogspot.com/2016/09/ton-koung-dipterocarpus-tuberculatus.html

ຕົ້ນກຸງ [Ton Koung]

ຊື່ວິທະຍາສາດ: Dipterocarpus tuberculatus

ຕົ້ນກຸງ ແມ່ນພັນໄມ້ທີ່ມີເຊື້ອສາຍລາຍລ່ອງດຽວກັບຕົ້ນຍາງ, ຕົ້ນຈິກ, ຕົ້ນຮັງ, ຕົ້ນຕະແບງ, ຕົ້ນຊີ,…ດັ່ງນີ້ເປັນຕົ້ນ. ຕົ້ນກຸງ ເປັນຕົ້ນໄມ້ທີ່ຕິດພັນກັບຊີວິດປະຈຳວັນຂອງຄົນລາວທົ່ວໄປຫຼາຍສົມຄວນໃນສະໄໝກ່ອນ ແຕ່ໃນປະຈຸບັນນີ້ ຄົນລຸ້ນ ໃໝ່ ສ່ວນຫຼາຍ ບໍ່ຮູ້ຈັກເສຍແລ້ວ ນອກຈາກວ່າແມ່ນຄົນລຸ້ນໃໝ່ ທີ່ຍັງຕິດພັນກັບຊົນນະບົດແດ່.ຕົ້ນກຸງມີບາງລັກສະນະທີ່ ຊ່ວຍ ໃນການຈຳແນກອອກຈາກເພື່ອນໆຮ່ວມຕະກຸນດຽວໄດ້ເປັນບາງຈຸດ ດັ່ງໄມ້ກຸງເປັນໄມ້ຢືນຕົ້ນຂະໜາດກາງ ຫາຂະ ໜາດ ໃຫຍ່, ສູງແຕ່ 20 ຫາ30 ມ, ລຳຕົ້ນຕັ້ງຊື່, ເປັນທໍ່ກົມ, ສີໝົ່ນ ຫຼື ສີໝົ່ນອອກດຳ, ມີຮອຍແຕກເຫີບເປັນຮ່ອງເລິກ ຕາມ ລວງ ຍາວ, ງ່າຊັນຂຶ້ນແຕ່ເປັນງ່າເລັກງ່ານ້ອຍ ຄົດໆໂງໆ. ໃບ ເປັນໃບດ່ຽວ,ຂະໜາດໃຫຍ່, ລວງກວ້າງຮອດ 30 ຊມ, ລວງ ຍາວ 35-40 ຊມ, ແຜ່ນໃບຫຍາບ,ກ້ຽງ ຫຼື ມີຂົນຫ່າງໆ, ຕີນໃບວຳ້ເປັນຮູບຫົວໃຈ, ໃບອອ່ນ ອອກສີນຳ້ຕານ ແກມສີແດງ, ໃບແກ່ສີຂຽວອ່ອນແກມສີເຫຼືອງອ່ອນໆ. ຕົ້ນໄມ້ກຸງ ເປັນໄມ້ຜັດປ່ຽນໃບ, ໃບລົ່ນໄລຍະສັ້ນໆ, ຍອດອ່ອນປົ່ງ ໃໝ່ ມີກາບສີ ເທົາຫຸ້ມໄວ້, ກາບມີຂົນສັ້ນໆ. ດອກອອກເປັນຊໍ່ສັ້ນ ອອກຕາມຫຼືບໃບ ຫຼື ປາຍກິ່ງ, ດອກມີ ສີມ່ວງອົມສີແດງ ຫາສີບົວແກມ ສີມ່ວງ,ແຄມຂອງກີບດອກເປັນສີຂາວໄຂ່, ທັງໝົດກີບດອກ ຈັບວຽນກັນ ເຮັດໃຫ້ມີຄວາມສວຍງາມ ພິເສດ. ເມື່ອເປັນ ໝາກໆ ມີປີກ, ປີກຍາວ 2 ປີກ, ປີກສັ້ນພໍເຫັນເປັນຕິ່ງ3ປີກ,ປີກຍາວສີບົວອ່ອນແກມສີແດງອ່ອນ, ມີກ່າງກາງ 1 ກ່າງ ແລະ ກ່າງຂ້າງ2ກ່າງ.ຕົ້ນກຸງເກີດໃນປ່າໂຄກມີໄມ້ຜັດປ່ຽນໃບທີ່ມີພືດພັນຕະກຸນຕົ້ນຍາງເປັນຈຳນວນເດັ່ນ,ພົບປະປົນກັບພັນໄມ້ອື່ນ ຫຼື ບາງຄັ້ງກໍ່ພົບແຕ່ໄມ້ພັນນີ້ລ້ວນໆ, ພົບຢູ່ເຂດຕ່ຳຈົນເຖິງບ່ອນທີ່ມີລະດັບຄວາມສູງ 1300 ມ ໃນ ປະເທດ ບັງກະລາເທດ, ມ່ຽນມ້າ, ໄທ, ຫວຽດນາມ, ກຳປູເຈຍ ແລະ ລາວ. ຊິ້ນສ່ວນທີ່ຖືກນຳໃຊ້ ແມ່ນໃບຊຶ່ງເພິ່ນເອົາ ໃຊ້ຫໍ່ເຄື່ອງໄດ້ທຸກຢ່າງນັບທັງ ອາ ຫານການກິນໃນສະໃໝກ່ອນ ແຕ່ໃນປະຈຸບັນໄດ້ເຊົາໃຊ້ແລ້ວແລະ ທົດແທນດ້ວຍແຜ່ນເຈ້ຍ ຫຼື ຖົງເຈ້ຍ ຫຼື ຖົງຢາງປລັດ ສະຕິກ,…. ດັ່ງນີ້ເປັນຕົ້ນ.ນອກນັ້ນ ການສານໃບຕອງກຸງ ເປັນແຜ່ນເພື່ອມຸງເຮືອນ ແລະ ເຮັດຝາຂັ້ນຫ້ອງ ກໍຍັງມີຢູ່ໃນຊົນນະ ບົດຢູ່. ສ່ວນວ່າໄມ້ ຊຶ່ງເປັນໄມ້ເນື້ອແຂງທົນທານ ຕໍ່ມອດແມງສົມຄວນເພິ່ນນຳໃຊ້ເຂົ້າໃນການກໍ່ສ້າງບ້ານເຮືອນ, ເຮັດໄມ້ອັດ ທີ່ມີ ລວດລາຍງາມພໍສົມຄວນສຳລັບໃຊ້ໃນການຕົບແຕ່ງພາຍໃນ. ສຸດທ້າຍ ຂີ້ຕົກທີ່ມາຈາກນ້ຳມັນຂອງພັນໄມ້ ຊະນິດນີ້ ຊຶ່ງ ຕົກຫລົ່ນຈາກຕົ້ນໄມ້ກຸງເອງ ເພິ່ນເອົາມາໃຊ້ຢາເຮືອ ແລະ ປະສົມກັບ ນຳ້ມັນຢາງແລະ ເສດໄມ້ໂດກ ເຮັດໃຫ້ມຸ່ນ ເພື່ອເຮັດ ກະບອງສຳລັບໄຕ້ຈົນຮອດເທົ່າທຸກວັນນີ້.
http://hukased.blogspot.com/2016/09/ton-koung-dipterocarpus-tuberculatus.html
ຕົ້ນກຸງ [Ton Koung] Dipterocarpus tuberculatus

ຕົ້ນງິ້ວ [Ton Ngiou] Kapok tree, Silk Cotton tree, Ceiba

ຕົ້ນງິ້ວ [Ton Ngiou] ຊື່ວິທະຍາສາດ: Ceiba pentandra ຊື່ທົ່ວໄປ ເປັນພາສາອັງກິດ: Kapok tree, Silk Cotton tree, Ceiba
ຕົ້ນງິ້ວ [Ton Ngiou] Kapok tree, Silk Cotton tree, Ceiba

 

ຕົ້ນງິ້ວ [Ton Ngiou]

ຊື່ວິທະຍາສາດ: Ceiba pentandra

ຊື່ທົ່ວໄປ ເປັນພາສາອັງກິດ: Kapok tree, Silk Cotton tree, Ceiba

ຕົ້ນງິ້ວ ເປັນໄມ້ທີ່ມີສາຍຍາດດຽວກັນກັບ ຕົ້ນຖົ່ວລຽນ, ຕົ້ນງິ້ວປ່າ ຫຼື ງິ້ວຜາ, ຕົ້ນງິ້ວດອກແດງ ແລະ ຕົ້ນບາວບັບທີ່ເກີດຢູ່ ປ່າຄັງ ທະວີບອາຟຼິກກາ. ຖ້າປ່ອຍໃຫ້ພັນໄມ້ຊະນິດນີ້ ເກີດຕາມທຳມະຊາດ ມັນເປັນຕົ້ນໃຫຍ່ຫຼາຍ, ສູງເຖິງ 30 ຫາ 40 ມ ພຸ້ນໃດ໋ແຕ່ ຢູ່ບ້ານເຮົາມັກຮານໄມ້ຊະນິດນີ້ຫຼາຍ ອາດແມ່ນຍ້ອນເປັນໄມ້ທີ່ເຕີບໃຫຍ່ໄວຫຼາຍກໍ່ເປັນໄດ້ຊຶ່ງເຮັດໃຫ້ກວມເອົາ ໝູ່ ຫຼາຍໂພດ. ໝ້າຕັດຂອງລຳຕົ້ນໃຫຍ່ໆນີ້ສາມາດກວ້າງ ເຖິງ 2 ມ. ຕົ້ນງິ້ຈຳແນກ ອອກໄດ້ງ່າຍຍ້ອນມີບາງລັກ ສະນະເດັ່ນ ຈຳ ນວນໜຶ່ງເຊັ່ນ ເປັນຕົ້ນຕັ້ງຂຶ້ນຊື່, ເວລາຍັງອ່ອນ ຕົ້ນມີເປືອກບາງ, ກ້ຽງ, ອອກສີຂຽວ. ງ່າ ແຕກອອກເປັນສອງ ຫາສາມ ງ່າຍ່ອຍຢູ່ລະດັບໃກ້ຄຽງກັນ. ເມື່ອຂະຫຍາຍໄປໄດ້ໄລຍະໜຶ່ງຈະມີໜາມແຂງ ແລະ ແຫຼມຢັງຢາຍຢູ່ຕາມລຳຕົ້ນ, ເປືອກສີຂຽວ ກໍກ່ຳລົງ, ເມື່ອ ເປັນຕົ້ນແກ່ແລ້ວ ໝາມກໍ່ຄ່ອຍໆໝົດໄປ, ສີຂອງລຳຕົ້ນກໍ່ອ່າວເປັນສີນ້ຳຕານແກມສີໝົ່ນໄປຊັກໃຊ້, ເຮືອນ ຍອດເຫວີອອກ ບໍ່ພຽງກັນປານໃດ, ງ່າ ມັກມີຢູ່ປາຍໆຂອງຕົ້ນ. ຕົ້ນງິ້ວ ແມ່ນໄມ້ຜັດປ່ຽນໃບຕະຫຼອດລະດູແລ້ງ ກ່ອນທີ່ຈະ ອອກດອກ. ໃບ ແມ່ນໃບປະສົມແບບນິ້ວມື, ມີໃບຍ່ອຍ 5 ຫາ 9ໃບ,ຂະໜາດຫຼຸດລື່ນກັນ.ໃບຍ່ອຍໃບກາງໃຫຍ່ກວ່າໝູ່ສຸດ. ດອກອອກເປັນຈຸ້ມສັ້ນໆ,ມີ3ຫາ6ດອກຕໍ່ຈຸ້ມດອກສີຂາວໄຂ່ຫຼືສີຂາວອົມສີບົວອ່ອນໆກາບດອກສີຂຽວຕິດກັນເປັນຮູບຈອກ, ພົ້ນລື່ນກີບດອກຂຶ້ນມາແມ່ນເກສອນຊ່ຶງອອກສີສົ້ມ ຕັດກັບສີຂອງກີບດອກເຮັດໃຫ້ເຮົາແນມເຫັນແຕ່ໄກ.ໝາກ ເປັນຮູບທໍ່ ກົມ ສ້ວຍກົກ ສ້ວຍປາຍ, ສີຂຽວເຫຼື້ອມ, ບາດເວລາແກ່ ຈະອອກສີນຳ້ຕານ. ເມື່ອຫາກແກ່ເຕັມທີ່ ແລະແຫ້ງ ໝາກຈະແຕກ ເຮັດໃຫ້ນວນງິ້ວທີ່ຖືກຈັດແໜ້ນຢູ່ພາຍໃນຢ່າງເປັນລະບຽບແຕກຊະອອກ. ອັນເຮັດໃຫ້ແກ່ນຊຶ່ງຝັງໃນນວນງິ້ວປິວໄປໄດ້ໄກ ຊຶ່ງເປັນການຊ່ວຍໃຫ້ການແຜ່ພັນຂອງໄມ້ຊະນິດນີ້ກວ້າງອອກໄປ.ເດີມ ຕົ້ນງິ້ວມີຖິ່ນກຳເນີດຢູ່ໃນເຂດອາເມຣິກາກາງ (ປະ ເທດ ເມັກຊິກໂກ ແລະປະເທດໃນແຖບໝູ່ເກາະກາຣາອິບ) ກວມມາຮອດພາກເໜືອ ຂອງອາເມຣິກາໃຕ້ແລະ ເຂດຕາເວັນ ຕົກ ຂອງທະວີບອາຟຼິກກາ. ມັນຖືກນຳມາປູກໃນເຂດເອເຊຍຍ້ອນການແຜ່ພັນແບບທຳມະຊາດ ງ່າຍດາຍ ຫຼື ຜ່ານ ການ ປູກ ຈຶ່ງເຮັດໃຫ້ໄມ້ຊະນິດນີ້ແຜ່ຫຼາຍ ແລະ ເປັນທີ່ຮູ້ຈັກດີ. ໃນຖິ່ນເດີມຕົ້ນງິ້ວເກີດໃນປ່າຕຶບ, ສາມາດສູງເຖິງ70 ມ ພຸ້ນ. ຍິ່ງ ຕົ້ນໄດ້ຫຼາຍປີເທົ່າໄດ້ ຍິ່ງມັກມີປີກຮາກຊຶ່ງຄວາມສູງອາດເທົ່າກັບສອງເທື່ອຄົນພຸ້ນ, ປີກຮາກໄຕ່ຕາມໜ້າດິນຢູ່ບໍລິເວນຕີນຕົ້ນ ອັນເຮັດໃຫ້ຕົ້ນມີຄວາມ
 ຕົ້ນງິ້ວ [Ton Ngiou] ຊື່ວິທະຍາສາດ: Ceiba pentandra ຊື່ທົ່ວໄປ ເປັນພາສາອັງກິດ: Kapok tree, Silk Cotton tree, Ceiba

ສວຍງາມ ແລະ ເພີ້ມຄວາມມະຫັດສະຈັນຂຶ້ນ. ທຸກຊິ້ນສ່ວນຂອງຕົ້ນງິ້ວລ້ວນແຕ່ມີປະໂຫຍດໃນຊີວິດປະຈຳວັນທັງນັ້ນ ແລະ ຊິ້ນສ່ວນທີ່ຖືກນຳໃຊ້ຫຼາຍກວ່າໝູ່ ກໍ່ແມ່ນນວນງິ້ວ. ຢູ່ປະເທດເຮົາ ແຕ່ກ່ອນມີການໃຊ້ງິ້ວເຮັດເສື່ອ, ໝອນ, ເຄື່ອງນອນ ແລະເຄື່ອງໃຊ້ອື່ນຫຼາກຫຼາຍຢ່າງ ແຕ່ປະຈຸບັນ ຖືກທົດແທນດ້ວຍເຄື່ອງທຽມຫຼາຍກວ່າ ເຖິງວ່າຄຸນຄ່າຈະທຽບກັນບໍ່ໄດ້ກໍຕາມ. ຫຼາຍປະເທດໄດ້ປູກຕົ້ນງິ້ວ ເປັນສິນຄ້າ ດັ່ງ ປະເທດອິນໂດເນເຊຍ, ມາເລເຊຍ,ຟີລິບປິນແລະບັນດາປະເທດໃນເຂດພາກເໜືອ ຂອງອາເມຣິກາໃຕ້. ໃນເວລາ ທີ່ບັນຫາພາວະໂລກຮ້ອນກຳລັງຄຸກຄາມໂລກຂອງເຮົາ ການທີ່ຈະນຳໃຊ້ງິ້ວທົດແທນເຄື່ອງ ທຽມ ຂ້າງເທິງນີ້ເປັນສິ່ງເໝາະສົມທ່ີສຸດ. ສ່ວນ ດອກງິ້ວຊາວລາວຍັງໃຊ້ເປັນຜັກ, ນອກນັ້ນ ດອກຍັງເປັນແຫຼ່ງນ້ຳຫວານ ທຳ ມະຊາດ ອັນຫຼວງຫຼາຍໃຫ້ແກ່ແມ່ເຜິ້ງອີກດ້ວຍ, ແກ່ນທີ່ເຫຼືອຈາກການແຍກເອົາງິ້ວແລ້ວກໍຍັງນຳມາເຮັດສະບູ, ເປັນສ່ວນປະ ກອບ ຂອງອາຫານສັດ ແລະ ໃຊ້ເປັນສ່ວນປະກອບຂອງພູມປູກສະປໍຂອງເຫັດ. ສຸດທ້າຍໃບ ແລະ ຮາກໃຊ້ເຮັດຢາພື້ນເມືອງ ອີກດ້ວຍ.

ຕົ້ນໄມ້ ປຽບເໝືອນປອດຂອງພວກເຮົາ tree is life

http://hukased.blogspot.com/2016/09/tree-is-life.html

ຕົ້ນໄມ້ ປຽບເໝືອນປອດຂອງພວກເຮົາ

ຕົ້ນໄມ້ ແລະ ພັນພືດທົ່ວໄປ ໃຫ້ຫຍັງແດ່ແກ່ພວກເຮົາ ? ໃນຍຸກເທັກໂນໂລຊີໃໝ່ການຜະລິດເຄື່ອງທຽມທົດແທນໄມ້ມີຫຼາຍຢ່າງ, ປະໂຫຍດທີ່ໄດ້ຈາກຕົ້ນໄມ້ຕໍ່ກັບຊີວິດຂອງຄົນເຮົາ ກໍ່ຍັງຈະມີຫຼາຍຄືເກົ່າຢູ່ບໍ ?ຕົ້ນໄມ້ ແລະ ພັນພືດທົ່ວໄປ ມີຄວາມແຕກຕ່າງກັນໃນຫຼາຍດ້ານ, ຜູ້ເປັນຕົ້ນໃຫຍ່ກໍ່ມີຫຼວງຫຼາຍ, ຜູ້ເປັນພືດຫຍ້າ ກໍ່ມີພໍໄດ້ນັບ, ຜູ້ເປັນເຄືອນ້ອຍ ໄຕ່ຕາມໜ້າດິນແລະ ທາວໄຕ່ໃສ່ຕົ້ນໃກ້ຄຽງ ຫຼື ແຄມຮົ້ວ ກໍ່ມີນັບບໍ່ຖ້ວນ, ຜູ້ເປັນເຄືອໃຫຍ່ແຂງພໍ
ປານລຳໄມ້ ພາດອີງໃສ່ຕົ້ນອື່ນ ຫຼື ໃສ່ຄ້າງອັນແຂງແກ່ນ ກໍ່ມີມາກເຫຼືອຫຼາຍ, ຜູ້ເປັນກາຝາກ ອາໄສກິນນຳພືດອື່ນກໍຫາກມີພໍໄດ້ພົບ, ຜູ້ກິນມົດກິນແມງພໍປານໂຕສັດ ກໍຫາກມີ, ຜູ້ຢູ່ນ້ຳຢູ່ໜອງຄອງບຶງ ຕົນໂຕປຽກຊື້ນ ກໍພໍມີ ບໍ່ຫຼາຍ ,.....ພືດພັນໄມ້ເຫຼົ່ົ່ານັ້ນກໍ່ມີຈັງຫວະການເຕີບໃຫ່ຍບໍ່ຄືກັນ ແລະ ອາຍຸຍາວນານຕ່າງກັນ, ຊ້ຳບໍ່ພໍ ປະໂຫຍດທີ່ໃຫ້ກໍ່ແຕກຕ່າງກັນ ດັ່ງຜູ້ໃຊ້ບໍລິໂພກໄດ້, ຜູ້ໃຊ້ເປັນຢາ, ຜູ້ໃຊ້ໃນການກໍ່ສ້າງເຮືອນຊານ ສະຖານທີ່, ແຕ່ປະໂຫຍດອັນ ໜຶ່ງ ທີ່ຄືກັນແມ່ນ ການດູດຊັບເອົາອາຍກາກໂບນິກຫຼື ເອີ້ນອີກວ່າ ອາຍຄາກໂບໄດອົກຊາຍ ທີ່ເປັນທາດເບື່ອແກ່ສິ່ງ ມີຊີວິດທຸກໆປະເພດແລະ ສະໜອງອົກຊີເຈນສູ່ບັນຍາກາດ ອັນເຮັດໃຫ້ອາກາດປອດໄສ ເພື່ອໃຫ້ພວກເຮົາ
ແລະ ຝູງສິ່ງມີຊີວິດທັງຫຼາຍ ສາມາດຫາຍໃຈເອົາໄດ້.ປະເທດລາວ ເປັນປະເທດທີ່ຍັງມີຄວາມອຸດົມສົມບູນທັງດ້ານຊັບພະຍາກອນທຳມະຊາດດ້ານຊີວະນານາພັນຫຼາຍຢູ່ ທຽບໃສ່ປະເທດອອ້ມຂ້າງ ຊຶ່ງພວກເຮົາທັງໝົດ ຕ້ອງ
ໄດ້ປົກປັກຮັກສາເພື່ອໄວ້ເປັນມໍລະດົກອັນລ້ຳຄ່າແກ່ຄົນລຸ້ນຫຼັງ. ລັດຖະບານລາວ ກໍ່ມີຄວາມເປັນຫ່ວງເປັນໄຍຕໍ່ມໍລະດົກອັນລ້ຳຄ່ານີ້ສະເໝີມາ ແລະເພື່ອຊ່ວຍໃນການປົກປັກຮັກສານີ້ ເພິ່ນຈຶ່ງໄດ້ສ້າງຕັ້ງປ່າສະຫງວນແຫ່ງຊາດແຕ່ປີ 1993 ເປັນຕົ້ນມາ ແລະມາຮອດທຸກວັນນີ້ ປ່າສະຫງວນແຫ່ງຊາດມີຈຳນວນ 21 ແຫ່ງແລ້ວ. ນອກນັ້ນ ແຕ່ ລະ ທ້ອງຖິ່ນຍັງມີປ່າສະຫງວນຂອງຊຸມຊົນຂັ້ນຕ່າງໆ ເຊັ່ນຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ. ລວມທັງໝົດ ເຂດອະນຸລັກໄດ້ກວມເອົາເຖິງ 21 % ຂອງເນື້ອທີ່ຂອງປະເທດ.ວິຖີຊີວິດຂອງຄົນລາວ ຕິດພັນກັບປ່າໄມ້ ແລະ ຕົ້ນໄມ້ມາແຕ່ຊ້ານານ ບໍ່ວ່າ ທາງດ້ານອາຫານ, ທາງດ້ານຮີດຄອງປະເພນີ, ທາງດ້ານສາດສະໜາ ແລະ ສ່ວນໜ່ຶງຂອງຫວ້ານຢາທານັງ ເຖິງແມ່ນວ່າ ຢາຫຼວງຈະເຂົ້າມາມີບົດບາດຫຼາຍຢູ່ກໍ່ຕາມ ຈົນເຮັດໃຫ້ການດຳລົງຊີວິດແບບບໍ່ມີສ່ວນຂອງຕົ້ນໄມ້ຈະເປັນໄປໄດ້ຍາກ.

http://hukased.blogspot.com/2016/09/tree-is-life.html

ໃນປຶ້ມຫົວນີ້ ຜູ້ອ່ານຈະໄດ້ຮັບຮູ້ຂໍ້ມູນກ່ຽວກັບລັກສະນະຂອງຕົ້ນໄມ້ຈຳນວນໜ່ຶງ ໂດຍຜ່ານການສັງເກດແບບງ່າຍ ດາຍ. ຕົ້ນໄມ້ທີ່ບັນລະຍາຍມາໃນທີ່ນີ້ ອາດມີຖິ່ນກຳເນີດໃນເຂດເອເຊຍຕະວັນອອກສ່ຽງໃຕ້ ຫຼື ໃນປະເທດເຮົາເອງ ຫຼື ແມ່ນ ຕົ້ນໄມ້ທີ່ມາຈາກຖິ່ນອ່ືນແດນໄກ ແຕ່ຫາກຕິດພັນ ແລະ ໃກ້ຊິດກັບການດຳລົງຊີວິດຂອງຊາວລາວ ມາໄດ້ຫຼາຍເຊັ່ນຄົນ ຈົນຕົ້ນນັ້ນໆໄດ້ປັບຕົວຈາກສະພາບແວດລ້ອມເດີມຂອງມັນມາເຂົ້າກັບດິນຟ້າອາກາດຂອງບ້ານເຮົາ ແລະ ຄົນເຮົາກໍ່ໄດ້ປັບຕົວເຂົ້າກັບຕົ້ນພວກນັ້ນໆໄດ້ຢ່າງກົມກຽວ. ຜູ້ອ່ານຍັງຈະໄດ້ຮູ້ອີກວ່າ ຕົ້ນນັ້ນໆໃຫ້ປະໂຫຍດຫຍັງແດ່ແກ່ພວກເຮົາ, ບາງຊະນິດກໍ່ໄດ້ມີການຂຸດຄົ້ນຫຼາຍ ຈົນຕົກຢູ່ໃນສະພາບໄພຂົ່ມຂູ່ວ່າຈະດັບສູນ .ເມື່ອໄດ້ອ່ານແລ້ວ ຜູ້ອ່ານຈະມີຄວາມຄິດຄວາມເຫັນແນວໃດ ຕໍ່ກັບການຊົມໃຊ້ພັນໄມ້ທີ່ກ່າວມາໃນປຶ້ມນີ້ ຫຼື ບໍ່ໄດ້ກ່າວມາໃນທີ່ນີ້ ເພື່ອຈະໃຫ້ມີການໃຊ້ແບບປະຢັດ, ຍືນຍົງແລະກຸ້ມຄ່າເຖິງທີ່ສຸດ ພ້ອມດຽວກັນ ຈະເຮັດແນວໃດ ເມື່ອເວລາຖ່າຍພາບ ຈາກອາວະກາດຈຶ່ງຈະເຫັນພື້ນທີ່ສີຂຽວ ເພີ້ມຂຶ້ນ ທັງໃນເຂດອະນຸລັກ ແລະນອກເຂດ ອະນຸ ລັກຂອງປະເທດລາວ. ທີ່ນັ້ນ ຈະແມ່ນພື້ນທີ່ໆສັດສາວາສິ່ງຢູ່ກັນຢ່າງມີຄວາມສຸກ ຮ່ວມກັບຜູ້ຄົນໂດຍປັດສະຈາກໄພອັນຕະລາຍ ທັງຫຼາຍທັງປວງ.
http://hukased.blogspot.com/2016/09/tree-is-life.html

ສວນວັດ wat temple graden

http://hukased.blogspot.com/2016/09/wat-temple-graden.html

ສວນວັດ temple graden

ນັບແຕ່ບູຮານນະການມາ ຢູ່ໃນວັດຕ່າງໆ ເພ່ິນມັກປູກຕົ້ນໄມ້ ແລະ ດອກໄມ້ນານາຊະນິດ ເຊ່ິງເປັນກິດຈະກຳຂອງພະ ຫຼື ແມ່ຂາວ ທ່ີປະຈຳຢູ່ໃນວັດ. ຕົ້ນໄມ້ ທ່ີພວກເຮົາມັກເຫັນຢູ່ຕາມວັດ ໂດຍສະເພາະ ແມ່ນ ວັດທ່ີເກ່ົາແກ່ຕາມຊົນນະບົດ ຈະເປັນຕົ້ນໄມ້ ທ່ີມີຂະໜາດຂ້ອນຂ້າງໃຫຍ່ ເຊ່ັນ ກ່ອນໝູ່ໝົດ ແມ່ນຕົ້ນໂພ, ຕໍ່ມາ ແມ່ນຕົ້ນຕານ. ຕົ້ນໂພ ເໝືອນວ່າຈະເປັນເອກກະລັກຂອງວັດໂດຍລວມ.ຊາວພຸດທັງຫຼາຍ ຖືວ່າ ຕົ້ນໂພ ເປັນຕົ້ນໄມ້ ທ່ີສັກສິດ ມີອາຍຸຍືນ ແລະ ເຊ່ືອວ່າພົວພັນກັບຊີວິດຂອງພະພຸດທະເຈົ້າ; ສະນັ້ນ ເພິ່ນມັກຈະມາໃສ່ເຂົ້າບູຊາ ຫຼືຢາດນ້ຳອະທິດຖານ
ຂໍພອນຢ່າງໃດຢ່າງໜ່ຶງ ຫຼັງຈາກຕັກບາດ ຫຼື ໃຫ້ທານແລ້ວ ຫຼື ນ່ັງສະມາທິຢູ່ກ້ອງຕົ້ນໂພ.ນອກຈາກນັ້ນ ໃນວັດເກົ່າແກ່ ກໍມັກເຫັນເພິ່ນປູກຕົ້ນລານ ເຊ່ິງໃນສະໄໝກ່ອນ ເພ່ິນນຳໃຊ້ໃບລານ ແທນເຈ້ຍ ເພ່ືອຂຽນໜັງສື, ໃຊ້ເຮັດໝາກກະໂພກ ຈູດບູຊາໃນຍາມບນຸ ອອກພັນສາ; ຮາກຂອງມັນ ຍັງຝົນດ່ືມ ແກ້ຮ້ອນໃນໄດ້,ເຮັດໃຫ້ນ້ຳເຫ່ືອລະບາຍອອກດີ ແລະ ແກ້ໄຂ້ຫວັດ. ຢູ່ໃນວັດບາງແຫ່ງ ກໍຍັງມີຕົ້ນໄມ້ ຫຼາຍຊະນິດຕື່ມອີກ,ບາງຊະນິດກິນໝາກໄດ້ກໍ່ມີ, ມີດອກສວຍງາມກໍ່ໄດ້ ແລະ ທັງນຳໃຊ້ເປັນຢາພື້ນເມືອງຮັກສາໂລກໄດ້ອີກດ້ວຍ ດັ່ງ ຕົ້ນມູກ, ຕົ້ນໄຮ, ຕົ້ນພ້າວ, ຕົ້ນໝາກ, ຕົ້ນຝາງ ຫຼືຕົ້ນຫາງຍຸງ, ຕົ້ນໝາກເຟືອງ, ຕົ້ນໝາກຂາມ; ຫຼຸດຂະໜາລົງມາ ແມ່ນ ຕົ້ນດອກຈຳປາ,
ຕົ້ນໃບໜາດ, ຕົ້ນໝາກເຍົາ, ຕົ້ນໝາກຍໍ, ຕົ້ນກະຖິນ, ຕົ້ນຂີ້ຫູດ, ຕົ້ນຂີ້ເຫຼັກໃຫຍ່,ຫຍ້າໜວດແມວ, ຕົ້ນກ້າງປາ, ຕົ້ນໝາກສົ້ມພໍດີ, ຕົ້ນໝາກຫຸ່ງສາ, ຫວ້ານຫາງແຂ້,ຫຍ້າໝາກກອ້ງໃບ, ຕນ້ົ ກະເພາົ ຂາວ ແລະ ກະເພາົ ແດງ,… ດັ່ງນີ້ເປັນຕົ້ນເຊງ່ິ ເພນິ່ ນຳໃຊ້ທັງໃບທັງຮາກ ຕົ້ມເປັນຢາ ຫຼາກຫຼາຍສັບພະຄຸນ ປະສົມກັບພືດອ່ືນຫຼາຍຊະນິດອີກ
ແຕ່ທັງໝົດນີ້ ລ້ວນແຕ່ແມ່ນ ກຸ່ມພືດທ່ີມີສັບພະຄຸນ ທາງດ້ານຢາຫຼາຍກວ່າດ້ານອື່ນ,ມີກຸ່ມພືດຫນື່ງຖືກນຳໃຊ້ ນວດເສັ້ນ ນວດເອັນ ບໍ່ໃຫ້ປວດເມ່ືອຍ ໂດຍໃຊ້ອາບ, ໃຊ້ຄັ້ນທາທາງນອກ ຫຼື ປິ່ນປົວລະບົບທາງດ້ານໃນ ທັງໃຊ້ເປັນຢາບຳລຸງນຳອີກ.ນອກຈາກນີ້ ເພິ່ນຍັງປູກຕົ້ນດອກໄມ້ໄວ້ມຸມໜຶ່ງຂອງວັດອີກ ເພ່ືອຄວາມສວຍງາມແລະ ບາງຊະນິດ ກໍ່ເພື່ອນຳໃຊ້ດອກ ບູຊາພະ ປະດັບໝາກເບັງ, ເຮັດຂັນຫ້າ ຂັນແປດດັ່ງ ຕົ້ນດອກພຸດ, ດອກດາວເຮືອງ, ດອກອິນທະຫວາ, ດອກຊ້ອນ, ຕົ້ນໃບເງິນ ໃບເງິນໃບຄຳ ແລະ ອື່ນໆ.
http://hukased.blogspot.com/2016/09/wat-temple-graden.html
ພືດຕ່າງໆ ທີ່ເພິ່ນປູກຢູ່ໃນວັດ ແມ່ນນອກຈາກຈະເຮັດໃຫ້ວັດ ເປັນສະຖານທ່ີໆຮ່ົມເຢັນໃຫ້ແກ່ຜູ້ທ່ີມາເພ່ິງພາ ແລ້ວຍັງເໝາະແກ່ການນ່ັງສຳມາທິຂອງປວງຊົນທັງຫຼາຍທ່ີຕ້ອງການປະຕິບັດທຳ ຈຳສິນ ແລະ ພະອາຈານໃຫຍ່ໃນວັດກໍຍັງນຳໃຊ້ເປັນຢາຮັກສາປົວພະຍາດ ໃຫ້ແກ່ອອກຕົນຍາດໂຍມ ທ່ີມາເພ່ິງພາ ເພາະວ່າສະໄໝກ່ອນ ຄົນທັງຫຼາຍ ຈະເພ່ິງພາຢາພື້ນເມືອງ ເປັນຕົ້ນຕໍ. ດັ່ງນັ້ນ ພາບທີ່ເຫັນໃນສວນວັດ ແມ່ນປ່າໄມ້ຕຶບຫນາພໍສົມຄວນ; ຢູ່ຮົ່ມຂອງໄມ້ໃຫຍ່ ກໍຍັງມີ ໄມ້ນ້ອຍ ໄມ້ພຸ່ມ ຊອນກັນຂຶ້ນມາແລະ ມີໄມ້ເຄືອນ້ອຍຫ້ອຍປົນເຄືອໃຫຍ່ ປະປົນສົນສວ້າກັນ. ການ ມີຕົ້ນໄມ້ໃຫຍ່ນ້ອຍຫຼາກຫຼາຍຊະນິດປະປົນກັນນີ້ອາດເປັນເພາະວ່າ ພະອາຈານໃຫຍ່ ຫຼື ແມ່ຂາວ ແມ່ຊີທີ່ ຮັບ ຜິດຊອບໜ້າວຽກນີ້ ໄດ້ນຳເອົາແນວພັນມາ ກໍແມ່ນປູກເອົາແນວໄວ້ໂລດ ເພ່ືອໃຫ້ອອກຕົນຍາດໂຍມໄດ້ນຳໃຊ້ຕາມຈຸດປະສົງ ໝົດທຸກຢ່າງເລີຍ.
http://hukased.blogspot.com/2016/09/wat-temple-graden.html

Wednesday, September 07, 2016

ພິທີງານສົບ

ພິທີງານສົບ

ຊື່​ເອີ້ນ​ແບບ​ອື່ນໆ: ງານ​ສົບ, ເຮືອນ​ດີ, ເຮືອນ​ຄົນ​ຕາຍ, ງານ​ເອົາ​ຂອນ​ໄມ້​ອອກ​ເຮືອນ ງານ​ຄົນ​ຕາຍ... ແມ່ນພິທີການຢ່າງໜ່ຶງທາງສາສະໜາ ທ່ີຈັດຂຶ້ນເພ່ືອລະນຶກເຖິງ ແລະ ໃຫ້ກຽດແກ່ຜູ້ທ່ີເສຍຊີວິດ ຫຼື ຕາຍຈາກໄປ. ໂດຍອີງຕາມຄວາມເຊ່ືອ ແລະ ຮີດຄອງປະເພນີ ທ່ີໄດ້ເຄີຍປະຕິບັດຜ່ານມາແຕ່ບູຮານນະການ ການນັບຖື ແລະ ໃຫ້ກຽດແກ່ຜູ້ທ່ີເສຍຊີວິດໄປແລ້ວ ແມ່ນຕ້ອງໄດ້ຄຳນຶງເຖິງເລ່ືອງ ລະດັບຂອງການຈັດງານ, ສິ່ງທ່ີຈະເກັບໄວ້ ເປັນທ່ີລະລຶກ ເຊ່ັນ ທາດທ່ີຈະມາບັນຈຸກະດູກ, ການສູດສົບ ແລະ ອ່ືນໆ, ແຕ່ອີກດ້ານໜ່ຶງ ກໍແມ່ນຂຶ້ນກັບເສດຖະກິດຂອງຄອບຄົວດ່ັງກ່າວ. ຮີດຄອງປະເພນີ ເຫຼ່ົານີ້ ອາດແຕກຕ່າງກັນໄປລະຫວ່າງ ສາສະໜາ, ຮີດຄອງປະເພນີ ແລະ ວັດທະນະທຳທ່ີແຕກຕ່າງກັນ.ອິງຕາມທາງສາສະໜາພຸດ ໂດຍສະເພາະຊາວລາວສ່ວນໃຫຍ່ ແມ່ນຈັດງານສົບຢູ່ທ່ີບ້ານຂອງຜູ້ເສຍຊີວິດເອງ ເອີ້ນເຮືອນນັ້ນ ວ່າ “ເຮືອນດີ“. ຂັ້ນຕອນ ທ່ີປະຕິບັດກັບຜູ້ເສຍຊີວິດ ກໍແມ່ນເລ່ີມຕົ້ນ ດ້ວຍການເອົາຂອງມີຄ່າ ເຊ່ັນ ແກ້ວ ແຫວນ ເງິນ ຄຳ ມາໃສ່ປາກໃຫ້ ເພາະເຊ່ືອວ່າ ຜູ້ກ່ຽວຈະໄດ້ຖືເອົາຕິດໂຕໄປນຳໃຊ້ຢູ່ໃນໂລກຂອງຜູ້ກ່ຽວ, ຈະບໍ່ໄດ້ທຸກຍາກ ຂາດເຂີນທາງດ້ານຊັບສິນ. ຫຼັງຈາກນັ້ນ ກໍທຳຄວາມສະອາດສົບ, ນຸ່ງເຄ່ືອງໃໝ່ໃຫ້ ແລະ ມັດມືເຂົ້າກັນ ພ້ອມດອກໄມ້ທູບທຽນ ແລ້ວຈ່ຶງນຳສົບວາງນອນລົງໃນຫີບໄມ້ ຫຼື ເອີ້ນວ່າ “ຫີບສົບ” ທີ່ມີຢາດູດປູພື້ນ ເພື່ອດູດຊັບເອົາກິ່ນທັງມວນ ແລະ ເສື່ອໝອນທີ່ນອນ ພ້ອມທັງເຄ່ືອງໃຊ້ສອຍເລັກນ້ອຍປະຈຳໂຕເພິ່ນທີ່ເພິ່ນມີຄວາມຜູກພັນເປັນພິເສດ. ສຸດທ້າຍຈຶ່ງເອົາໂລງສົບມາປົກຫຸ້ມໄວ້.ໂລງສົບຈະຖືກປະດັບປະດາດ້ວຍກະດາດ ສີເຫ້ືຼອມ ເຊ່ິງແກະສະລັກ ໃຫ້ເປັນລວດລາຍໃນຮູບແບບຕ່າງໆ ຢ່າງສວຍງາມ. ຈາກນັ້ນ ໃນແຕ່ລະມື້ ການປະດັບໂລງສົບກໍເປັນກິດຈະກຳປະຈຳວັນ ຂອງຍາດຜູ້ໃກ້ຊິດ ດັ່ງມີໝາກເບັງແຊມດ້ວຍດອກໄມ້,ແລະແຈກັນດອກໄມ້ ຕັ້ງໄວ້ ອ້ອມຣອບ ໂລງສົບ ແລະ 4 ມຸມ. ຍາດຕິພ່ ີນ້ອງ, ເພ່ ືອນມິດສະຫາຍຂອງຜູ້ເສຍຊີວິດ ກໍຈະສ້າງ “ກັນເງິນ” ຕາມແຕ່ສັດທາ ຂອງແຕ່ລະຄົນ ແລະ ຍັງມີຜ້າໄກ (ຜ້າໄຕຈີວອນ) ເພ່ືອຖວາຍທານ ອຸທິດສ່ວນບຸນກຸສົນໃຫ້ແກ່ຜູ້ທ່ີເສຍຊີວິດອີກ. ຕາມປົກກະຕິ ເພ່ິນຈະຈັດພິທີຄົບງັນສົບໄວ້ປະມານ 2-8 ວັນ ແລ້ວແຕ່ຄວາມສະດວກຂອງຄອບຄົວ. ໃນລະຫວ່າງນີ້ ກໍຈະມີການນິມົນຄູບາມາສູດ ຕະຫຼອດໄລຍະສົບ
http://hukased.blogspot.com/2016/09/blog-post_34.html
 ພິທີສູດສົບ


ຍັງຢູ່ເຮືອນ. ໃນແຕ່ລະວັນ ກໍຈະມີການແຕ່ງບ້າງ, ໃນແຕ່ລະບ້າງ ມີດອກໄມ້ 1ຄູ່, ທຽນ 1 ຄູ່ ແລະ ເງິນ, ແລະ ຂັນໝາກ ເພ່ືອຖວາຍທານ. ການໃສ່ເງິນໃນບ້າງແຕ່ລະວັນ ແມ່ນ ໃສ່ເພ່ິມຂຶ້ນເລື້ອຍໆ ເພື່ອເປັນສີລິມົງຄຸນ. ແຕ່ລະວັນ ກໍຕ້ອງມີພາເຂົ້າມາຕັ້ງໄວ້ເບື້ອງ ຫົວໂລງ ໃຫ້ແກ່ຜູ້ເສຍຊີວິດ. ຊາວພຸດ ເຊ່ືອວ່າ ຖ້າຍັງບໍ່ທັນມີການປົງສົບ ແລະ ແຈກທານ ວິນຍານຂອງຜູ້ທ່ີເສຍຊີວິດ ກໍຍັງບໍ່ທັນໜີໄປໃສ ຍັງວົນວຽນຢູ່ທ່ີເດີມ, ດັ່ງນັ້ນ ຈຶ່ງມີການແຕ່ງພາເຂົ້າໃຫ້ຜູ້ເສຍ ຄືດັ່ງຜູ້ເສຍຮ່ວມກິນນຳຍາດຕິພີ່ນ້ອງປົກກະຕິຢູ່.ເມ່ືອຄົບກຳໜົດ ທ່ີໄດ້ຄາດໄວ້ ກໍຈະມີພິທີການອີກຢ່າງໜ່ຶງ ຄືພິທີການປົງສົບເຊ່ິງໝາຍເຖິງການແຫ່ສົບໄປເຜົາ ຫືຼ ຝັງ ເພ່ືອສົ່ງດວງວິນຍານ ຂອງ ຜູ້ຕາຍ ໄປສູ່ອີກໂລກໜ່ຶງ ເຊ່ິງເຊ່ືອກັນວ່າ ເປັນໂລກທີ່ມີແຕ່ຄວາມສຸກ. ໃນຂະບວນແຫ່ສົບນີ້ ຜູ້ທ່ີເປັນລູກຫຼານ ຍາດຕິພ່ີນ້ອງ ກໍຈະບວດຈູງ. ຜູ້ຊາຍກໍບວດ ເປັນຈົວ ຫຼື ບວດຂາວ; ສຳຫຼັບຜູ້ຍິງ ກໍບວດຊີ ຫຼື ບວດຂາວ, ເຊ່ິງເປັນຄວາມເຊ່ືອວ່າ ນັກບວດ ສາມາດຈູງນຳທາງ ຫຼື ສົ່ງຜູ້ເສຍຂຶ້ນສູ່ສະຫວັນ ຊັ້ນຟ້າໄດ້, ຍິ່ງມີລູກຫຼານບວດຈູງຫຼາຍເທົ່າໃດ ການໄປສູ່ສະຫວັນຊັ້ນຟ້າ ກໍຍິ່ ງສະດວກ. ຢູ່ ໃນຂະບວນແຫ່ ຈະມີ ພະ ຫຼື ຄູບາ ນຳໜ້າຂະບວນ ແລະ ຕາມມາດ້ວຍຈົວ, ແມ່ຊີ ທີ່ບວດໃໝ່ ແລະ ຍາດຕິພ່ີນ້ອງ ເພ່ືອນມິດສະຫາຍ. ທຸກໆຄົນທ່ີໄປຮ່ວມຂະບວນແຫ່ສົບໄປປ່າຊ້າ (ຍົກເວັ້ນຜູ້ເປັນພະ) ຕ້ອງໄດ້ຖືຊວຍດອກຢີ່ໂຖ ຫຼື ໃບຂອງມັນ ຕິດໂຕໄປນຳ ເພ່ືອເປັນສັນຍາລັກວ່າ ບໍ່ແມ່ນພວກດຽວກັນກັບກຸ່ມຄົນຜູ້ທີ່ເສຍຊີວິດໄປແລ້ວ ແລະ ແຕ່ລະຄົນ ກໍຖືຂອງແຂງຕິດຕົວໄປນຳ, ຢູ່ຊົນນະບົດ ຊາວບ້ານ ຖ້າແມ່ນຜູ້ຍິງ ມັກເອົາມີດນ້ອຍ ທີ່ຕົນເອງເອົາໄປແຕ່ເຮືອນເພື່ອຊ່ວຍວຽກຢູ່ເຮືອນດີ ເໜັບໃສ່ເກົ້າຜົມໄປເລີຍ ປະຕິບັດກັນມາແບບນີ້ ເພາະມີການເຊື່ອວ່າ ກຸ່ມຜູ້ຕາຍກ່ອນຈະມາຮັບຕ້ອນວິນຍານ ຂອງຜູ້ເສຍໃໝ່ຈະບໍ່ຫຼົງ. ຊວຍດອກຢີ່ໂຖ ຫມາຍຄວາມວ່າບໍ່ເປັນພວກດຽວກັນກັບຜູ້ ເສຍຊີວິດໄປແລ້ວ. ກ່ອນການເຜົາກໍຕ້ອງມີພິທີທາງສາສະໜາກ່ອນຈ່ຶງເຜົາສົບໄດ້. ຫຼັງຈາກປົງສົບແລ້ວ ມື້ທີສອງ ແມ່ນມື້ຫ້າງຫາກະກຽມ ເພື່ອແຈກທານຫາຜູ້ຕາຍ ແລະ ເກັບກະດູກຂອງຜູ້ຕາຍພ້ອມໃນວັນນັ້ນ. ໃນມື້ຫ້າງຫາກະກຽມນີ້ ພ່ີນ້ອງທັງຫຼາຍກໍພາກັນມາຫໍ່ເຂົ້າຕົ້ມ ຫ້າງຫາເຄ່ືອງຂອງຕ່າງໆ ເພ່ືອຖວາຍທານ. ສ່ວນກະດູກ ທ່ີເກັບແລ້ວນັ້ນ ກໍເຮັດພິທີນຳເຂົ້າບັນຈຸໄວ້ໃນທາດ ເພ່ືອໃຫ້ລູກຫຼານ ສາ ມາດໄດ້ກາບໄຫ້ວ.ມື້ທ່ີສາມ ເພິ່ນເອີ້ນວ່າ “ມື້ແຈກ”, ໃນມື້ນີ້ ເປັນມື້ຖວາຍຂອງທານ ເພ່ືອອຸທິດສ່ວນບຸນກຸສົນ ໄປໃຫ້ແກ່ຜູ້ຕາຍ, ພ້ອມກັນນັ້ນ ກໍຈັດຕຽມພາເຂົ້າ ເພ່ືອອຸທິດໃຫ້ດວງວິນຍານຂອງຜູ້ຕາຍ ເຊ່ິງຈະນຳໄປໄວ້ໃຕ້ຕົ້ນໄມ້. ຫຼັງຈາກພິທີຖວາຍຂອງທານສຳເລັດແລ້ວ
http://hukased.blogspot.com/2016/09/blog-post_34.html
ການກະກຽມເຜົາສົບ

ກໍມີການບາສີ ໃຫ້ແກ່ຄອບຄົວຂອງຜູ້ທ່ີເສຍຊີວິດ ເພ່ືອປັດເປົ່າສິ່ງທີ່ເຄາຮ້າຍ ທັງຫຼາຍທັງປວງ ແລະ ໃຫ້ມີແຕ່ໂຊກ ລາບ ແລະ ສຸຂະພາບແຂງແຮງໃນຕໍ່ໄປ. ຫຼັງຈາກນີ້ ພິທີງານສົບກໍເປັນອັນສິ້ນສຸດລົງ. ດອກໄມ້ ທີ່ໃຊ້ປະດັບປະດາໃນງານສົບເພິ່ນຈະເນັ້ນດອກສີຂາວ ເປັນສ່ວນຫຼາຍດັ່ງ ດອກພຸດ ສຳລັບເອ້ໝາກເບັງ, ໃສ່ບ້າງ ໃສ່ຊວຍ,
ດອກລີລາ ສຳລັບໃສ່ແຈກັນເອ້ຢູ່ 4ແຈຂອງໂລງສົບ. ແຕ່ໃນປັດຈຸບັນການເອ້ກໍມີຫຼາຍຂຶ້ນຈຳເປັນຈຶ່ງນຳໃຊ້ດອກໄມ້ ຫຼາກຫຼາຍສີ ຕື່ມໃສ່ດອກສີຂາວຂ້າງເທິງ, ໄດ້ແກ່ ພວກດອກດາວເຮືອງ, ດອກເບັນຈະມາດ, ດອກຫຼັກເລ້, ດອກເຂັມ, ດອກສາມປີ,… ດັງນີ້ເປັນຕົ້ນ
http://hukased.blogspot.com/2016/09/blog-post_34.html

ບຸນອອກພັນສາ Festival of Buddhist Lent

ບຸນອອກພັນສາ

ບຸນອອກພັນສາ Festival of Buddhist Lent
ບຸນອອກພັນສາ Festival of Buddhist Lent

ຄຳວ່າ ອອກພັນສານັ້ນ ໄດ້ແກ່ການອະນຸຍາດ ໃຫ້ພະພິກຂຸສົງອອກຈາກເຂດຈຳກັດ ຫຼັງຈາກການເຂົ້າຈຳພັນສາ ຄົບ 3 ເດືອນ ເພື່ອອອກໄປປະຕິບັດໜ້າທ່ີ ຢູ່ບ່ອນອ່ືນໄດ້ ເອີ້ນອີກຢ່າງໜິ່ງວ່າ ການອອກຈາກລະດູຝົນ. ເມ່ືອເຖິງມື້ຂຶ້ນ14 ຄ່ຳຂອງເດືອນ11 ຊາວພຸດ ທັງຫຼາຍພາກັນຈັດຫາວັດຖຸທານຕ່າງໆມາໄວ້ຖວາຍທານຕາມກຳລັງສັດທາຂອງຕົນ. ເມ່ືອເຖິງມື້ເພັງ 15 ຄ່ຳ ເດືອນ 11 ເວລາ 7 ໂມງເຊົ້່າ ຊາວພຸດທັງຫຼາຍກໍມາເຕົ້າໂຮມກັນຖວາຍຂອງທານ ທ່ີໄດ້ກະກຽມໄວ້ ດ້ວຍການຕັກບາດຢູ່ໃນວັດ ພ້ອມທັງຖວາຍຜ້າຈີວອນ ຫຼື ຜ້າຈຳນຳພັນສາໃຫ້ແກ່ພະພິກຂຸສົງ. ດ່ັງນັ້ນ ວັນນີ້, ມື້ເພັງ 15 ຄ່ຳຂອງເດືອນ 11 ຖືວ່າ ແມ່ນມື້ສະເຫຼີມສະຫຼອງ ການອອກຈາກການຈຳພັນສາຄົບ 3 ເດືອນ ຂອງພະພິກຂຸສົງ. ຕາມປະເພນີລາວແຕ່ເກ່ົາແລ້ວ ເວລາໄກ້ຈະຮອດວັນບຸນອອກພັນສາ ຊາວບ້ານ ໄດ້ກະກຽມເຮັດໝາກກະໂພກ ແລະ ບັ້ງໄຟດອກ ໂດຍນຳໃຊ້ຂີ້ໝື້ ຂີ້ເຈຍ ມາຕຳປະສົມກັນ ໃຫ້ເປັນເຊື້ອເພີງ ແລະນຳ ມາຫໍ່ດ້ວຍໃບລານແຫ້ງ.ພໍຕົກຄ່ຳມາຂອງມື້ເພັງ ຊາວບ້ານກໍພາກັນມາເຕົ້າໂຮມກັນຢູ່ວັດອີກ ເພ່ືອພ້ອມກັນ ສ້າງເຮືອໄຟໂຄກ, ວຽນທຽນ, ຈູດໝາກກະໂພກ, ຈູດບັ້ງໄຟດອກ ແລະ ໄຕ້ໄຟບູຊາຄຸນ ພະພຸດ ພະທຳ ແລະ ພະ ສົງ. ນອກຈາກນັ້ນ ແຕ່ລະຄອບຄົວ ຍັງໄດ້ສ້າງເຮືອໄຟໂຄກຢູ່ທ່ີບ້ານເຮືອນຂອງໃຜລາວເພ່ືອບູຊາ ຄຸນ ພະພຸດ ພະທຳ ແລະ ພະສົງ. ອີກຢ່າງໜຶ່ງທີ່ຊາວບ້ານໄດ້ກະກຽມ ແມ່ນເຮືອໄຟນ້ຳ ເຊິ່ງປົກກະຕິແມ່ນສ້າງຂຶ້ນໃນຕອນ ບ່າຍຂອງມື້ເພັງເອງ. ບາງບ້ານກໍ ເຮັດແບບງ່າຍດາຍ ຈາກທ່ອນກວ້ຍເປັນຕົ້ນຕໍ ເສີມດ້ວຍແຜ່ນໄມ້ນ້ອຍໆ ເປັນຮູບຍາວ ຄ້າຍຮູບເຮືອ ເຊິ່ງເພິ່ນເອົາມັດຢອງໃສ່ແພທ່ອນກວ້ຍ.ຈາກນັ້ນ ເພິ່ນເອົາຕົ້ນກາລະພຶກຕັ້ງໄວ້ ຢູ່ເທິງກາງຂອງແຜ່ນໄມ້ ແລ້ວຈຶ່ງໄຕ້ກະບອງ ລຽນໃສ່ເຮືອໄຟ ເພ່ືອໃຫ້ແນມເຫັນແສງໄຟໃນຄືນວັນເພັງ ແລະ ແລ້ວຊາວບ້ານກໍ່ພ້ອມກັນອະທິດຖານຕ່າງໆນາໆ ເຊ່ັນວ່າ ຂໍໃຫ້ຊີວິດມີຄວາມສຸກ ປັດສະຈາກໂລກໄພໄຂ້ເຈັບ, ປະສົບຜົນສຳເລັດໃນໜ້າທ່ີການງານ, ແລະ ອື່ນໆ ແລ້ວກໍປ່ອຍເຮືອໄຟອອກສູ່ແລວນ້ຳ, ເພິ່ນເອີ້ນຂະບວນການນີ້ວ່າ “ການໄຫຼເຮືອໄຟ”. ອີກບາງບ້ານ ກໍເຮັດດ້ວຍໄມ້ໃຜ່ ມັດເຂົ້າກັນເປັນຮູບຊົງເຮືອໃຫຍ່ ມີການກະກຽມຫຼາຍວັນ. ຢູ່ຕາມລຳນ້ຳ ຖ້າວ່າ ຜູ້ໃດຫາກ ລັດເອົາເຮືອໄຟດັ່ງກ່າວໄດ້ ຕົ້ນກາລະພຶກ ກໍຈະເປັນຂອງຜູ້ນັ້ນ ເຊິ່ງເປັນຜູ້ມີໂຊກໄຊ ເຫຼືອຫຼາຍ, ມີຄວາມເຊື່ອວ່າ ຄອບຄົວຂອງ ຜູ້ນັ້ນ ຈະມີຊີວິດ ທີ່ປັດສະຈາກໂລກໄພ ໄຂ້ເຈັບທັງຫຼາຍ ທັງປວງໃນປີນັ້ນ. ແຕ່ ຢູ່ ໃນຕົວເມືອງໃນປັດຈຸບັນ ໂດຍສະເພາະ ຊາວໜຸ່ມໄດ້ນຳເອົາກະໂທງ ເຮັດດ້ວຍທ່ອນກວ້ຍ ປະດັບປະດາດ້ວຍ ທູບທຽນ ແລະ ດອກໄມ້ ເຊິ່ ງແມ່ ນຮູບແບບປະຍຸກໃໝ່ ໄປລອຍນ້ຳ ຫັຼງຈາກທີ່ໃຫ້ພະສູດ ແລະ ວຽນທຽນຢູ່ໃນວັດແລ້ວ ພ້ອມທັງ ອະທິຖານຕ່າງໆນາໆ, ເອີ້ນຂະບວນການນີ້ວ່າ “ການລອຍກະໂທງ”. ພໍຮອດມື້ຕໍ່ມາ ມື້ແຮມ 1 ຄ່ຳ ກໍມີການຈັດຊ່ວງເຮືອລະຫວ່າງ ຊຸມຊົນຕ່າງໆ ແລະ ຄົບງັນກັນຕາມປະເພນີ ຕະຫຼອດທັງຄືນ. ຈຸດປະສົງ ຂອງການ ຊ່ວງເຮືອ ແລະ ການໄຫຼເຮືອໄຟ ແມ່ນເພ່ືອສົມມາຄາລະວະ ພ້ອມທັງບວງສວງຂໍໂຊກຂໍລາບຈາກ ພະຍາ ນາກ ແລະ ເທວະດາ ອົງທີ່ໄດ້ປົກປັກຮັກສາ ແມ່ນ້ຳ ລຳເຊຕະຫຼອດຮອດຫ້ວຍຮ່ອງຄອງບຶງ ບ່ອນທີ່ຊາວພຸດທັງ ຫຼາຍໄດ້ທຳມາຫາກິນຢ່າງສະຫງົບສຸກແຕ່ ບູຮານນະການມາ. ການທີ່ພວກຊາວພຸດທັງຫຼາຍ ແຫ່ ວຽນທຽນ, ເຮັດເຮືອໄຟໂຄກ ແລະ ໄຕ້ທູບ ໄຕ້ທຽນ… ແມ່ນຖືເອົາຕາມແບບຢ່າງຂອງເທບພະບຸດ ແລະ ເທບພະທິດາທັງຫຼາຍ ທີ່ແຫ່ພະສຳມາສຳພຸດທະເຈົ້າ ເມ່ືອຄັ້ງພະອົງສະເດັດຈາກຊັ້ນດາວະດິງ ຄືໝາຍເຖິງເມືອງສະຫວັນຊັ້ນຟ້າ ລົງມາສູ່ເມືອງມະນຸດ ໃນມື້ແຮມ 1 ຄ່ຳ ເດືອນ 11, ລົງມາຕາມຂັ້ນໄດແກ້ວ, ຂັ້ນໄດຄຳ ແລະ ຂັ້ນໄດເງິນ. ພະອົງສະເດັດ ລົງຕາມຂັ້ນໄດຄຳ, ສ່ວນ ເທບພະບຸດ ເທບພະທິດາ ແລະ ສາວົກທັງຫຼາຍ ແມ່ນ ລົງຕາມຂັ້ນໄດເງິນ ແລະ ຂັ້ນໄດແກ້ວ ທີ່ຕັ້ງຢູ່ສອງຟາກຂ້າງຂອງຂັ້ນໄດຄຳ. ການແຫ່ພະອົງໃນຄັ້ງນັ້ນ ເປັນຂະບວນການແຫ່ ທ່ີຍິ່ງໃຫຍ່ ແລະ ຕະ ຫຼອດເສັ້ນທາງ ພະອົງມີລັດສະໝີເປັ່ງປະກາຍສະຫວ່າງ ສະໄຫວໄປທ່ົວໂລກເຮັດໃຫ້ເທບພະບຸດ ເທບທິດາ ທ່ີຢູ່ເມືອງສະຫວັນຊັ້ນຟ້າ, ມະນຸດ ທ່ີຢູ່ໃນໂລກຂອງມະນຸດ ແລະ ສັດນະຮົກທຸກປະເພດ ທ່ີຢູ່ຊັ້ນຕ່ຳສຸດ ໄດ້ເຫັນແຈ້ງສະພາບຂອງກັນ ແລະ ກັນໝົດ. ດ່ັງນັ້ນ ພວກເຮົາຊາວພຸດທັງຫຼາຍ ໂດຍຖືເອົາຕາມຄວາມເຊ່ືອ ທ່ີມີມາແຕ່ກ່ອນນັ້ນ ມາປະຕິບັດກັນ ຈົນເປັນປະເພນີ ສືບຕໍ່ກັນມາເທ່ົາທຸກວັນນີ້ແລ. ດອກໄມ້ທີ່ເພິ່ນມັກນຳໃຊ້ ເຂົ້າໃນພິທີບຸນອອກພັນສາ ແມ່ນດອກໄມ້ທີ່ມີສີຂາວ ເປັນສ່ວນຫຼາຍ ດັ່ງ ດອກພຸດ, ດອກອິນທະຫວາ, ດອກຊ້ອນ ແລະ ສີອື່ນເຊັ່ນ: ດອກດາວເຮືອງ …. ດັ່ງນີ້ເປັນຕົ້ນ ສຳລັບໃສ່ຂັນຫ້າ ຂັນແປດ, ໃສ່ບ້າງ ໃສ່ຊວຍ, ເອ້ໝາກເບັງ, ເອ້ກະໂທງ, ສ່ວນວ່າ ດອກບົວຫຼວງ ແມ່ນເພິ່ນນຳໃຊ້ ບູຊາພະ ແລະ ໃສ່ໃນບາດສະຫວັນເທົ່ານັ້ນ
ກະ​ທົງ
​ກະ​ທົງ
​ເຮືອ​ໄຟ

Sunday, September 04, 2016

ບຸນຫໍ່ເຂົ້າສະຫຼາກ ฺBoun-Hor-kao-sa-lark

http://hukased.blogspot.com/2016/09/boun-hor-kao-sa-lark.html
ບຸນຫໍ່ເຂົ້າສະຫຼາກ ฺBoun-Hor-kao-sa-lark

ບຸນຫໍ່ເຂົ້າສະຫຼາກ

ຊາວພຸດທັງຫຼາຍ ຈັດບຸນຫໍ່ເຂົ້າສະຫຼາກ ຫຼັງບຸນຫໍ່ເຂົ້າປະດັບດິນ ໃນມື້ເພັງ 15 ຄ່ຳເດືອນ 10 (ເດືອນ10 ເພັງ). ວິທີເຮັດບຸນຫໍ່ເຂົ້າສະຫຼາກກໍມີອັນຄ້າຍໆກັບການເຮັດບຸນອື່ນ : ເມື່ອເຖິງ ວັນຂຶ້ນ 14 ຄ່ຳ ຂອງເດືອນ 10 ຜູ້ຄົນທັງຫຼາຍ ເຊ່ິງໃນທາງສາສະໜາພຸດ ມັກເອີ້ນກັນວ່າ “ອອກຕົນ ຍາດໂຍມ” ກໍ່ພາກັນຫ້າງຫາກະກຽມເຄ່ືອງຂອງທ່ີຈະນຳໄປທານ ເຊັ່ນວ່າ ຫໍ່ເຂົ້າຕົ້ມ ໄສ້ເປັນໝາກກ້ວຍ ຫຼື ໄສ້ຖົ່ວຂຽວ ຫຼື ອ່ືນໆ,ນອກຈາກນັ້ນ ກໍຍັງ ມີອາຫານຄາວ ອາຫານຫວານຕ່າງໆ ຕາມກຳລັງ ສັດທາຂອງຕົນ, ແຕ່ສ່ວນຫຼວງຫຼາຍ ໃນໂອກາດນີ້ ຜູ້ຄົນມັກກຽມເປັນພາເຂົ້າທິບ ຊຶ່ງປະກອບດ້ວຍ ທັງອາຫານຄາວ ທັງອາຫານຫວານ ໂດຍສະເພາະ ແມ່ນສິ່ງທີ່ ຜູ້ເພິ່ນກຳລັງເຮັດທານຫາ ມັກເປັນພິເສດໃນຍາມເພິ່ນໄດ້ມີຊີວິດຢູ່.ສ່ິງຂອງຕ່າງໆ ນອກຈາກພາເຂົ້າ ຫຼື ເອີ້ນວ່າ “ວັດຖຸທານ” ເພ່ິນມັກ ຈະຕົບແຕ່ງເຂົ້າໃນກວາຍໄມ້, ແຕ່ໃນປັດຈຸບັນ ໃນຕົວເມືອງເພິ່ນມີທ່າອ່ຽງ ນຳໃຊ້ຂຸຢາງແທນກວາຍໄມ້.ໃນກວາຍ ເພ່ິນຈະຂຽນສະຫຼາກຕິດໃສ່ ວ່າຂອງທານເຫຼ່ົານີ້ ຈະທານ ຫຼື ອຸທິດໄປໃຫ້ຍາດໂຍມຄົນໃດແດ່ ທ່ີລ່ວງລັບ ໄປແລ້ວ. ນອກ ຈາກນັ້ນ ເພ່ິນກໍຍັງອຸທິດຫາ ສ່ິງມີຊີວິດອ່ືນໆ ທ່ີເພ່ິນອາດຈະ ໄດ້ຂ້າ ຫຼື ໄດ້ທຳລາຍແຕ່ເກົ່າຄືນຫຼັງມາ ເພ່ືອໃຫ້ສ່ິງມີຊີວິດເຫຼ່ົານັ້ນ ໄດ້ຢູ່ດີມີສຸກ ແລະ ບໍ່ໃຫ້ມີຄວາມແຄ້ນເຄືອງ ຫຼື ມີກຳມີເວນຕໍ່ກັນ. ພໍຕ່ືນເຊົ້າຂຶ້ນມາ ເປັນມື້ເພັງ 15ຄ່ຳ ເດືອນ 10 (ເປັນວັນພະຈັນເຕັມດວງ) ອອກຕົນຍາດໂຍມທັງຫຼາຍກໍນຳເອົາວັດຖຸທານຕ່າງໆທ່ີໄດ້ຫ້າງຫາກະກຽມໄວ້ນັ້ນໄປສູ່ວັດ ແລະ ຖວາຍໃຫ້ແກ່ ພະພິກຂຸສົງ ແລ້ວກໍມີການໄຫ້ວພະ ຮັບສິນ ແລະ ໃສ່ບາດ. ເມື່ອພິທີຕັກບາດ
ສຳເລັດແລ້ວ ສາລະວັດກໍ່ຮິບໂຮມເອົາໃບສະຫຼາກ ທີ່ພວກເພິ່ນໄດ້ຂຽນໄສ່ໃນກວາຍນັ້ນໄວ້ ເພື່ອໃຫ້ພະພິກຂຸສົງ ໄດ້ຈົກສະຫຼາກ. ຖ້າຖືກສະຫຼາກຂອງເຈົ້າ ສັດທາຄົນໃດກໍຮັບຂອງທານ ຂອງເຈົ້າສັດທາຄົນນັ້ນໄປ ແລ້ວຈຶ່ງອຸທິດບຸນກຸສົນໄປໃຫ້ຍາດຕິພີ່ນ້ອງ ທີ່ໄດ້ລະບຸຊື່ໄວ້ໃນສະຫຼາກ. ຄຳຖາມ ມີຢູ່ວ່າ: ເປັນຫຍັງຊາວພຸດຕ້ອງເຮັດບຸນຫໍ່ ເຂົ້າ ສະຫຼາກ ຈົນເປັນປະເພນີສືບຕໍ່ກັນມາແຕ່ບູຮານນະການຈົນເຖິງປັດຈຸບັນ.ມີ ນິທານເລ່ືອງໜ່ຶງ ທ່ີກ່າວເຖິງທ່ີມາຂອງບຸນເຂົ້າສະຫຼາກວ່າ: ໃນອະດີດຕະການຄັ້ງໜ່ຶງ ຄັ້ງເມ່ືອພະສຳມາສຳພຸດທະເຈົ້າ ຊົງປະທັບຢູ່ໃນວັດປ່າ ເຊຕະວັນ, ແມ່ເຖົ້າຄົນໜຶ່ງໄດ້ຫາເມຍໃຫ້ ລູກຊາຍຂອງລາວ. ສອງຜົວເມຍຢູ່ກິນ ຮ່ວມກັນເປັນເວລາ

ບຸນຫໍ່ເຂົ້າສະຫຼາກ ฺBoun-Hor-kao-sa-lark
ຮູບກວາຍເຂົ້າສະຫຼາກ ແລະ ເຄື່ອງທານ


ເຂົ້າໄປ ເພາະວ່າຢ້ານອຳນາດ ຂອງຄຸນພະທ່ີກຳລັງສະແດງພະທຳມະເທດສະໜາໃຫ້ແກ່ຜູ້ຄົນທັງຫຼາຍຢູ່. ໃນເມ່ືອ ພະພຸດທະເຈົ້າຮັບຮູ້ເລ່ືອງແລ້ວ ພະອົງກໍໃຫ້ ພະອານົນທ່ີເປັນຜູ້ຕິດຕາມພະອົງ ອອກໄປເອີ້ນນາງຍັກຂີນີເຂົ້າມາຫາ ແລ້ວພະອົງກໍບອກໃຫ້ນາງ ຍັກຂີນີ ແລະ ນາງກຸຣະທິດາ ຮູ້ວ່າທັງສອງ ເປັນຄູ່ກຳຄູ່ເວນກັນມາແຕ່ຊາດປາງຫຼັງ ແລະ ໄດ້ຕັກເຕືອນ ພວກນາງທັງສອງ ບໍ່ໃຫ້ຈ່ອງກຳຈ່ອງເວນແກ່ກັນ ແລະ ກັນຕໍ່ໄປໂດຍພະອົງໄດ້ກ່າວວ່າ “ການຜູກກຳຈ່ອງເວນກັນນີ້ ຍ່ອມບໍ່ແລ້ວກັນເປັນຈັກເທ່ືອເໝືອນ ໜູກັບແມວ, ງູກັບຈອນຟອນ ດ່ັງນີ້;ສ່ວນເວນນັ້ນ ຈະລະງັບລົງດ້ວຍການບໍ່ຜູກເວນຕໍ່ກັນ”. ເມ່ືອ ພະພຸດທະເຈົ້າເທດສະໜາຈົບລົງ ນາງທັງສອງກໍຍິນດີປະຕິບັດຕາມແລະ ທັງຮັກສາສິນ. ພະພຸດທະເຈົ້າໄດ້ ບອກໃຫ້ນາງກຸຣະທິດາ ເອົານາງຍັກຂີນີໄປລ້ຽງໄວ້. ທັງສອງຜົວເມຍກໍຮັບເອົານາງຍັກຂີນີມາລ້ຽງ ໂດຍໄດ້ໄປ ປຸກຫໍໃຫ້ຢູ່ກາງນາທ່ີພວກເຮົາ ເອີ້ນກັນວ່າ “ຜີຕາແຮກ” ນາງຍັກຂີນີ ກໍຍິນດີໄປຢູ່. ນາງຍັກຂີນີນັ້ນ ເປັນຜູ້ຮູ້ດີກ່ຽວກັບດິນຟ້າອາກາດ ປີໃດຝົນຈະຕົກຫຼາຍ ກໍ ບອກໃຫ້ນາງກຸຣະທິດາ ໄປເຮັດນາໂພນ,ປີໃດຝົນຈະແລ້ງ ກໍບອກໃຫ້ ນາງ ກຸຣະທິດາ ໄປເຮັດນາໜອງ. ສະນັ້ນ ນາງກຸຣະທິດາ
ເຮັດນາໄດ້ເຂົ້າ ຫຼາຍທຸກປີ. ເມ່ືອຄົນທັງຫຼາຍເຫັນ ດັ່ງນັ້ນ ກໍເອົາອາຫານຕ່າງໆມາລ້ຽງນາງຍັກຂີນີ ແລ້ວ ນາງຍັກກໍບອກເລ່ືອງດິນຟ້າອາກາດໃຫ້ແກ່ຄົນທັງຫຼາຍ. ເມ່ືອຄົນທັງຫຼາຍເຮັດນາໄດ້ເຂົ້າຫຼາຍທຸກປີ ກໍພາກັນເອົາອາຫານຕ່າງໆມາລ້ຽງນາງຍັກຂີນີຫຼາຍຂຶ້ນເຮັດໃຫ້ນາງ ມີອາຫານການກິນຢ່າງລົ້ນເຫຼືອ. ສະນັ້ນ ນາງຈ່ຶງແບ່ງ ຖວາຍທານ
ໃຫ້ແກ່ພະພິຂຸສົງ ໂດຍເຮັດເປັນສະຫຼາກ ອົງໃດມາຮັບກ່ອນ ກໍໃຫ້ ຫໍ່ທີ 1, ອົງ ມາທີ 2ກໍໃຫ້ຮັບຫໍ່ທີ 2 ເປັນລຳດັບໄປ. ໃນເມື່ອມີພະສົງມາຮັບພ້ອມກັນຫຼາຍໆອົງ ກໍໃຫ້ຈັບສະຫຼາກເອົາ ອົງໃດຖືກເລກໃດ ກໍຖວາຍໃຫ້ຕາມເລກນັ້ນ. ດ້ວຍເຫດນີ້ພວກເຮົາຈ່ຶງໄດ້ເຮັດບຸນຫໍ່ເຂົ້າສະຫຼາກ ໂດຍຖືເອົາຕາມ ການປະຕິບັດການຖວາຍທານຕາມ ນາງຍັກຂີນີສືບຕໍ່ມາຈົນເທົ່າທຸກວັນນີ້ແລ.
            ວັດຖຸທານ” ຢູ່ໃນກວາຍ ມີ ສີໄຄ, ຕົ້ນຂີງ, ຕົ້ນຂ່າ, ໝາກອຶ, ໝາກກ້ຽງ, ໝາກບົກ,ໝາກຂຽບ, ເຂົ້າຕົ້ມ, ເຂົ້າໜົມ, ເຂົ້າຕອກແຕກ, ຄຳໝາກ ຄຳພູ ກອກຢາ,.… ດອກບົວຫຼວງ ທູບທຽນ. ດອກໄມ້ທີ່ເພິ່ນມັກນຳໃຊ້ ເຂົ້າໃນພິທີບຸນເຂົ້າສະຫຼາກ ກໍແມ່ນດອກໄມ້ທີ່ມີສີຂາວ ເປັນສ່ວນຫຼາຍ ດັ່ງ ດອກພຸດ, ດອກອິນທະຫວາ, ດອກຊ້ອນ,ແລະ ສີອື່ນເຊັ່ນວ່າ: ດອກດາວເຮືອງ …. ດັ່ງນີ້ເປັນຕົ້ນ ສຳລັບໃສ່ຂັນຫ້າ ຂັນແປດ,ໃສ່ບ້າງ ໃສ່ຊວຍ, ເອ້ໝາກເບັງ. ພິເສດ ດອກໄມ້ທີ່ຊາວພຸດມັກໃສ່ໃນບາດສະຫວັນໃນໂອກາດບຸນນີ້ ແລະ ບູຊາພະ ແມ່ນ ດອກບົວຫຼວງ.

http://hukased.blogspot.com/2016/09/boun-hor-kao-sa-lark.html
ວັດຖຸທານໃສ່ໃນກວາຍ


  1. ຂ່າ
  2. ຂີງ
  3. ຫົວສີໄຄ
  4. ອ້ອຍ
  5. ຫມາກບົກ
  6. ຖົ່ວດິນ
  7. ປາ
  8. ຊີ້ນແຫ້ງ
  9. ຫມາກນຳ້
  10. ເຜືອກ
  11. ຫມາກອຶ
  12. ມັນດ້າງ
  13. ເຄື່ອງຄຳຫມາກ
  14. ເຂົ້າເປືອກ ແລະເຂົ້າຕອກແຕກ
  15. ຫມາກກ້ວຍ
  16. ຫົວກອຍ
  17. ຫມາກເຄັງ
  18. ຫມາກສີດາ
  19. ຫມາກສົ້ມມໍ
  20. ຫມາກຂ້າມປ້ອມ
  21. ຫມາກຈັບ
  22. ຫມາກຄໍ້ຂຽວ

ບຸນຫໍ່ເຂົ້າປະດັບດິນ [Horkhao] horkhao pha dup din

http://hukased.blogspot.com/2016/09/horkhao-horkhao-pha-dup-din.html

ບຸນຫໍ່ເຂົ້າປະດັບດິນ

ໃນທາງສາສະໜາພຸດ ບຸນຫໍ່ເຂົ້າ ຈັດຂຶ້ນສອງເທ່ືອໃນແຕ່ລະປີ ເຊ່ັນ ບຸນຫໍ່ເຂົ້າສະຫຼາກ,ບຸນຫໍ່ເຂົ້າປະດັບດິນ ກໍ່ເປັນປະເພນີສືບເນ່ືອງກັນມາແຕ່ບູຮານນະການຂອງຊາວລາວ,ຊາວພຸດໄທ ແລະ ກຳປູເຈຍ. ຕາມປະເພນີ ເພິ່ນຈັດ ບຸນຫໍ່ເຂົ້າປະດັບດິນກ່ອນບຸນຫໍ່ເຂົ້າສະລາກ ເຊ່ິງກົງກັບວັນແຮມ 14 ຄ່ຳເດືອນ 9. ເຈົ້າຮູ້ບໍ່ວ່າ ກ່ອນທ່ີຊາວລາວເຮົານີ້ຈະພາກັນເຮັດບຸນຫໍ່ເຂົ້າປະດັບດິນ ເປັນປະເພນີສືບເນ່ືອງກັນມາເທົ່າທຸກວັນນີ້ກໍ່ເພາະວ່າມີຄວາມ ເຊ່ືອອັນພື້ນຖານຢ່າງໜຶ່ງ ດັ່ງຄົນເຮົາ ຫຼື ສັດທັງຫຼາຍ ເມື່ອຍັງມີຊີວິດຢູ່ຖ້າສ້າງ ຄວາມດີໄວ້ ຫຼື ເວົ້າວ່າມີກຳດີ ເມ່ືອຕາຍໄປ ກໍຈະໄດ້ ຂຶ້ນຢູ່ເທິງສະຫວັນຊັ້ນຟ້າບ່ອນທ່ີມີແຕ່ຄວາມສະໜຸກສຸກສະບາຍ; ຖ້າຫາກ ສ້າງແຕ່ກຳຊ່ົວໄວ້ ເມ່ືອຕາຍໄປກໍ່ຈະໄປຕົກຢູ່ໝ້ໍນະຮົກ ເຊ່ິງເປັນບ່ອນທ່ີມີແຕ່ ຄວາມທຸກ ຄວາມຍາກ ຄວາມອຶດຢາກທຸກທໍລະມານ ເພາະຖືກໄຟໝ້ໍນະຮົກລວກ ຫຼື ໃໝ້ເຜົາ ອຶດເຂົ້າ ອຶດນ້ຳ. ກ່ຽວກັບບຸນຫໍ່ເຂົ້າປະດັບດິນນີ້ ມີນິທານເລ່ົາຕໍ່ກັນມາວ່າມີວັນໜ່ຶງ ມີພະອໍລະຫັນອົງໜ່ຶງ (ຜູ້ເຖີງນິບພານ) ທ່ີມີລິດແກ່ກ້າ ສາມາດ ດຳດິນ ບິນບົນ ເຫາະເຫີນເດີນອາກາດໄດ້, ໄດ້ດຳດິນລົງໄປສູ່ຍົມມະໂລກ ກໍຄື ເມືອງນະຮົກນັ້ນເອງ. ພະອົງໄດ້ເຫັນໄຟໝ້ໍນະຮົກລຸກໃໝ້ກຸ້ມໄປໝົດ ແລະ ໄດ້ຍິນສຽງຮ້ອງໄຫ້ຟົດສະໜ່ັນເນ່ືອງນັນ ຂອງພວກສັດນະຮົກ ທັງຫຼາຍ ເຊິ່ງກຳລັງຖືກນ້ຳຮ້ອນລວກ ແລະ ໄຟເຜົາຢູ່, ພະອົງໄດ້ເປ່ົາມົນໃສ່ໝ້ໍນະຮົກໄຟກໍມອດໝົດ, ສ່ວນນ້ຳຮ້ອນໃນໝ້ໍນະຮົກ ກໍເຢັນລົງ ຈ່ຶງເຮັດໃຫ້ພະອົງແນມເຫັນ
ຝູງສັດນະຮົກເຫຼົ່ານັ້ນ ຜູ້ເປັນຍາດ ກໍມີ, ເປັນມິດສະຫາຍ ກໍມີ ແລະ ເປັນຄົນອ່ືນໆທ່ີບໍ່ຮູ້ຈັກ ກໍມີ. ສັດນະຮົກເຫຼົ່ານີ້ ມີຮູບຮ່າງ ໜ້າຕາ ເປັນຕາຢ້ານ ເປັນຕາໜ່າຍຢູ່ກັນແໜ້ນຄັບຄ່ັງ ແລະ ທົນທຸກຢູ່ໃນໝ້ໍນະຮົກ ຢ່າງໜ້າສົມເພດເວດທະນາ ຫຼາຍແທ້ໆ. ເມ່ືອສັດນະຮົກທັງຫຼາຍ ໄດ້ເຫັນພະອໍລະຫັນເຈົ້າ ມີລິດເດດເກ່ັງກ້າ ກໍພາກັນຍົກມືໄຫວ້ ແລະ ອ້ອນວອນວ່າ “ຂໍໃຫ້ພະອົງຊ່ວຍພວກຂະນ້ອຍ ໃຫ້ພົ້ນທຸກແດ່ຖ້ອນພວກຂະນ້ອຍໄດ້ທົນທຸກຢູ່ໃນໝ້ໍນະຮົກນີ້ ບໍ່ຮູ້ວ່າວັນໃດຈະໄດ້ ພົ້ນຈາກທຸກ” ເມ່ືອພະອໍລະຫັນເຈົ້າ ຮັບຮູ້ຄືແນວນັ້ນ ກໍ່ຮັບປາກວ່າຈະຫາວິທີ ຊ່ວຍໃຫ້ພົ້ນທຸກ ແລ້ວກໍ່ລາຈາກພວກສັດນະຮົກທັງຫຼາຍ ເພື່ອໄປພົບກັບ ພະຍາ ຍົມມະລາດ ຫຼື ຈ່າຍົມພະບານນັ້ນເອງ.ພະອົງໄດ້ຖາມຈ່າຍົມພະບານວ່າ ເປັນຫຍັງທ່ານຈ່ຶງໄດ້ລົງໂທດພວກສັດນະຮົກ ໃຫ້ທຸກທໍລະມານຫຼາຍ ແທ້ ໂດຍທ່ີບໍ່ມີຄວາມເມດຕາປານີເລີຍ. ພະຍາຍົມພິບານກໍຕອບວ່າ ບໍ່ແມ່ນ ພວກຂ້ານ້ອຍຢາກລົງໂທດພວກສັດນະຮົກເຫຼົ່ານີ້ ແຕ່ຫາກເປັນຜົນກຳ ຂອງ ພວກເຂົາສ້າງໄວ້ເອງ ຈ່ຶງໄດ້ມາຕົກໝ້ໍນະຮົກເຊ່ັນນີ້ ຈົນກວ່າພວກເຂົາໝົດ
http://hukased.blogspot.com/2016/09/horkhao-horkhao-pha-dup-din.html
ຊາວພຸດທັງຫຼາຍຟັງທຳມະເທດສະຫນາ

ກຳ ພຸ້ນແລ້ວ ຈ່ຶງຈະພົ້ນຈາກທຸກ. ພະອໍລະຫັນ ກໍຖາມວ່າຖ້າເປັນແນວນັ້ນ ຈະມີວິທີຊ່ວຍເຫຼືອເຂົາເຈົ້າແນວໃດ ? ຈ່າຍົມພະບານ ຕອບວ່າ ມີວິທີຢູ່ ຄືໃນເດືອນ 9ດັບ (ວັນດັບ 15 ຄ່ຳ ຂອງເດືອນ 9) ຂອງທຸກໆປີ ພວກສັດ ນະຮົກເຫຼ່ົານີ້ ກໍຈະຖືກປ່ອຍຄັ້ງໜ່ຶງ ຕັ້ງແຕ່ເວລາ 4 ໂມງເຊົ້າ ຈົນຕະຫຼອດວັນ ເພ່ືອໃຫ້ ໄປຫາກິນອາຫານນຳຍາດຕິພີ່ນ້ອງ ທ່ີເຮັດບຸນອຸທິດ ໃຫ້ເຂົາເຈົ້າ, ຜູ້ທ່ີມີກຳເບົາເມ່ືອໄດ້ຮັບບຸນກຸສົນແລ້ວອາດພົ້ນຈາກທຸກໄດ້ ແລະ ໄປເກີດ ເລີຍກໍມີ ແຕ່ສ່ວນຜູ້ທ່ີມີກຳຫຼາຍກໍຈະໄດ້ກັບໄປຢູ່ ໃນໝ້ໍນະຮົກຄືນຄືເກ່ົາ. ເມ່ືອພະອໍລະຫັນຮັບຮູ້ຄວາມເປັນຈິງກໍກັບຂຶ້ນມາເມືອງມະນຸດ ແລະ ເມື່ອພະອໍລະຫັນຈາກໄປແລ້ວໄຟນະຮົກກໍໃໝ້ຄືນເໝືອນເດີມ. ເມ່ືອມາເຖິງເມືອງມະນຸດ ພະອົງກໍໄດ້ປ່າວປະກາດ ແກ່ບັນດາຊາວພຸດທັງຫຼາຍວ່າ “ຖ້າຜູ້ໃດ ມີຈຸດປະສົງຈະສົ່ງບຸນຫາຍາດຕິພີ່ນ້ອງ ທ່ີຕາຍໄປແລ້ວ ເຊ່ິງອາດຈະຍັງ ທົນທຸກທໍລະມານຢູ່ໃນໝ້ໍນະຮົກນັ້ນ ໃຫ້ພາກັນອຸທິດສ່ົງບຸນໃນວັນແຮມ15ຄ່ຳ ເດືອນ 9 (ເດືອນ 9 ດັບ)ເພາະວ່າ ໃນວັນນີ້ ຈ່າຍົມພະບານ ໄດ້ປ່ອຍສັດນະຮົກອອກມາຮັບເອົາສ່ວນບຸນຈາກຍາດພ່ີນ້ອງ ຕະຫຼອດທັງວັນ. ໃນວັນດ່ັງກ່າວນີ້ ຖ້າຜູ້ໃດຫາກບໍ່ເຮັດບຸນຫໍ່ເຂົ້າປະດັບດິນ ເພ່ືອອຸທິດໃຫ້ຍາດແລ້ວ ພວກຍາດທັງຫຼາຍທ່ີຕົກຢູ່ໃນໝ້ໍນະຮົກນັ້ນ ກໍບໍ່ໄດ້ຮັບສ່ວນບຸນກຸສົນ ແລະ ກໍພາກັນຮ້ອງໄຫ້ໄປມາແລ້ວກໍທ່ຽວຫາຂໍກິນນຳຄົນອ່ືນທິ່ມີຍາດພີ່ນ້ອງ ເຮັດບຸນກິນທານອຸທິດໃຫ້ ຫຼື ບໍ່ກໍໄປຫາເລັມໃບຕອງ ເພ່ືອກິນອາຫານເສດເຫຼືອຂອງຜູ້ອ່ືນ ທັງປ້ອຍດ່າ ຕິຕຽນຍາດຕິພ່ີນ້ອງ ທ່ີຢູ່ໃນເມືອງມະນຸດ ໃຫ້ພົບກັບຄວາມທຸກຍາກລຳບາກນານາປະການ. ເມື່ອໝົດເວລາ ຈ່າຍົມພະບານ ກໍມາປ້ອງກັບຄືນໄປຢູ່ໃນໝ້ໍນະຮົກຄືເກ່ົ່າ. ດ້ວຍເຫດນີ້ ພວກເຮົາຊາວພຸດ ຈ່ຶງໄດ້ພາກັນເຮັດບຸນຫໍ່ເຂົ້າປະດັບດິນ ມາຈົນເທ່ົາທຸກວັນນີ້ແລ. ສ່ິງຂອງຕ່າງໆ ທ່ີນຳມາໃສ່ຫໍ່ເຂົ້າກໍມີກ້ວຍ, ອອ້ຍ, ໝາກກ້ຽງ, ໝາກອຶໜຶ້ງ, ໝາກນ້ຳໜຶ້ງ, ໝາກບົກ, ໝາກເຄັງ, ເຜືອກໜຶ້ງ, ມັນໜຶ້ງແລະ ເຂົ້າຕົ້ມ ເຂົ້າໜົມຕ່າງໆ, ສ່ວນອາຫານຄາວ ກໍມີປາປີ້ງ ຫຼື ຊີ້ນປີ້ງ.ນອກຈາກນັ້ນກໍມີຄຳໝ້ຽງ ແລະ ຄຳໝາກ. ເຄ່ືອງທັງໝົດ ເຮັດເປັນຕ່ອນນ້ອຍ ແລ້ວນຳມາຫໍ່ ລວມກັນ ໃນໃບຕອງ. ພໍຕົກ ຕອນເຊົ້າມືດຂອງວັນແຮມ 15 ຄ່ຳ ກໍພາກັນເອົາຫໍ່ເຂົ້າ ໄປຢາຍໄວ້ຕາມແຄມປະຕູບ້ານ, ຮົ້ວບ້ານ, ຄີໄຟ, ງ່າໄມ້ ພາຍໃນເຂດບ້ານຫຼື ໃນວັດ, ຕາມຮົ້ວວັດ ດ່ັງນີ້ເປັນຕົ້ນ. ພໍຮຸ່ງເຊົ້າມາ ກໍພາກັນໄປວັດ ເພ່ືອຕັກບາດຮັບ
http://hukased.blogspot.com/2016/09/blog-post_16.html
ເຄື່ອງປະກອບໃນຫໍ່ເຂົ້າ


ເຄື່ອງປະກອບໃນຫໍ່ເຂົ້າ
  1. ຫມາກກ້ວຍ
  2. ຫມາກກ້ຽງ
  3. ຫມາກອຶຫນຶ້ງ
  4. ຫມາກນ້ຳຫນຶ້ງ
  5. ຫມາກບົກ
  6. ຫມາກເຄັງ
  7. ເຜືອກຫນຶ້ງ
  8. ມັນຫນຶ້ງ
  9. ເຂົ້າຕົ້ມເຂົ້າຫນົມຕ່າງໆ
  10. ປາປີ້ງ
  11. ຊີ້ນປີ້ງ
ສິນ ແລ້ວຢາດນ້ຳອຸທິດສ່ວນບຸນກຸສົນໃຫ້ ແກ່ຍາດພີ່ນ້ອງ ທ່ີຕາຍໄປແລ້ວນັ້ນໃຫ້ພົ້ນຈາກທຸກ ແລະ ທັງເປັນບຸນກຸສົນໃຫ້ແກ່ຕົວເອງດ້ວຍ. ດອກໄມ້ທີ່ເພິ່ນມັກນຳໃຊ້ເຂົ້າໃນພິທີບຸນເຂົ້າປະດັບດິນ ແມ່ນ ດອກໄມ້ທີ່ມີສີຂາວ ເປັນສ່ວນຫຼາຍ ດັ່ງ ດອກພຸດ, ດອກອິນທະຫວາ, ດອກຊ້ອນ ແລະ ສີອີື່ນໆ ເຊ່ັນ: ດອກດາວເຮືອງ …. ດັ່ງນີ້ເປັນຕົ້ນ
ສຳລັບໃສ່ຂັນຫ້າ ຂັນແປດ, ໃສ່ບ້າງ ໃສ່ຊວຍ, ເອ້ໝາກເບັງ. ພິເສດ ດອກໄມ້ທີ່ຊາວພຸດມັກໃສ່ໃນບາດ ສະຫວັນ ໃນໂອກາດບຸນນີ້ ແລະ ບູຊາພະ ແມ່ນດອກບົວຫຼວງ.