Thursday, June 30, 2016

ປູກເຂົ້າໃສ່ກະໂຖ


ການປູກເຂົ້າໂດຍທົ່ວໄປແມ່ນປູກໃສ່ທົ່ງນາ ເມື່ອສະພາບດິນຟ້າອາກາດ ແລະ ສັດຕູພືດ ລວມເຖິງ ປັດໃຈທີ່ບໍ່ເອື້ອອຳນວຍໃນການປູກເຮັດໃຫ້ຜົນຜະລິດຕົກຕ່ຳ ແລະ ການເຮັດນາລ່າຊ້າເນື້ອງຈາກລະດູການມີການປ່ຽນແປງໄປຕາມສະພາບດິນັ້າອາກາດ ມື້ນີ້ ທາງ ຄົນຮັກກະເສດ ໄດ້ນຳເອົາເຕັກນິກ ວິທີການ ແລະຮູບແບໃນການເຮັດນາ ແບບໃຫມ່ ທີ່ໃຫ້ຜົນຜະລິດສູງ ແລະ ມີການຈັກການທີ່ງ່າຍຂື້ນມາແນະນຳ ເຊິ່ງລາຍລະອຽດ ມີດັ່ງລຸ່ມນີ້:

ການປູກເຂົ້າ ວິທີການປູກເຂົ້າໃສກະໂຖ ການປູກເຂົ້າແບບໃຫມ່

  1. ຄັດເລືອກ ແລະ ກຽມເມັດພັນ: ໃຫ້ເລືອກ ແລະ ຄັດຕາມວິທີການທົ່ວໄປທີ່ເຄີຍເຮັດກັນມາຕາມວິທີການປູກໃສ່ທົ່ງນາ ທົ່ວໄປ ແຕ່ຈະປະຫຍັດກວ່າເດີມ ເນື່ອງຈາກວ່າ ເຮົາຈະບໍ່ໃຊ້ຈຳນວນຫລາຍ ຕົວຢ່າງການກຽມ 1 ໂຖ ປູກ 3-5 ຕົ້ນ x ຈຳນວນກະໂຖທີ່ຈະປູກ ຈາກການທົດລອງ 1 ງານ ສາມາດປູກໄດ້ 800 ກະໂຖ ແລະ 1 ໄລ່ຈະປູກໄດ້ 3200 ກະໂຖ ຈະໃຫ້ຜົນຜະລິດແຕ່ 5-12 ຂິດ
  2. ການກ້າແກ່ນ (ຫວ່ານກ້າ ຖ້າແມ່ນປູກໃນທົ່ງນາ): ກຽມພາສະນະກົ້ນຕັນ ບັນຈຸດິນປູກຕົ້ນໄມ້ທົ່ວໄປ ໄວ້, ນຳເມັດພັນລົງໄປແຊ່ນ້ຳ 2 ຄືນ ແລ້ວນຳຂື້ນຈາກນ້ຳ ມາຫໍ່ໄວ້ຜ້າ ປະໄວ້ອີກ 3ຄືນ ຫລັງຈາກນັ້ນໃຫ້ນຳ ແກ່ນພັນລົງໄປຫວ່ານໃສ່ກະໂຖກ້າ ປົກດ້ວຍຊາຍບາງໆ ກໍລະນີບໍ່ມີຊາຍ ກໍ່ໃຊ້ດິນປູກປົກບາງໆ ແລ້ວຫົດນ້ຳໃຫ້ປຽກຊຸມ ຫລັງຈາກນັ້ນ ກໍ່ແມ່ນຂັ້ນຕອນລໍຖ້າ             
  3. ການຍ້າຍປູກ: ພາຍຫລັງອາຍຸໄດ້ 12-22 ວັນຕົ້ນກ້າຈະມີຂະຫນາດສູງປະມານ 15-25 ຊມ ສາມາດນຳລົງໄປປູກໃນກະໂຖທີ່ກຽມໄວ້ຕາມຮູບພາບ     
  4. ການໃຫ້ນ້ຳ ແມ່ນໃຊ້ລະບົບໃຫ້ນ້ຳໂດຍຜ່ານທໍ່ ຕາມພາບ
  5. ການບົວລະບັດຮັກສາ: ການປູກເຂົ້າດ້ວຍວິທີນີ້ ຈະງ່າຍໃນການບົວລະບັດຮັກສາ ແລະ ໃຫ້ປຸຍໄດ້ສະດວກກ່ວາ 
                 ການປູກດ້ວຍວິທີນິ້ ຈະປອດສານເຄມີເພາະຝຸ່ນທີ່ໃຊ້ ຈະເປັນຝຸ່ນຫມັກ ແລະ ນ້ຳຊີວະພາບ ພືດຈະເລີນເຕີບໂຕດີ ບໍ່ກາຍພັນ ແຂງແຮງທົນທານຕໍ່ສະພາບແວດລ້ອມ ຜູ້ປູກ ກໍ່ປອດໄພຈາກສານເຄມີ ລົດຊາດເຂົ້າກໍ່ດີ ເຂົ້າຕື່ງ ເມັດໃຫຍ່ ໃຫ້ຜົນຜະລິດດີ ບໍ່ຈຳເປັນຕ້ອງໃຊ້ແຮງງານຫລາຍໃນການບົວລະບັດ ປະຢັດຄ່າໃຊ້ຈ່າຍໃນຊ່ວງບົວລະບັດ

 

                 ຜົນການທົດລອງ: ການປູກເຂົ້າວິທີນີ້ ເປັນເຕັກນິກລະດັບກາງ-ສູງ ແຕ່ເຮັດໄດ້ງາຍຫາກໄດ້ຮັບການຝຶກອົບຮົບຈາກຜູ້ຮູ້ ໃນການທົດລອງຄັ້ງນີ້: ໄດ້ທຳການທົດລອງ 1 ໄລ່ຈະປູກໄດ້ 3200 ກະໂຖ ຈະໃຫ້ຜົນຜະລິດແຕ່ 5-12 ຂິດ , ເອົາ ໃນຊ່ວງ 8 ຂີດມາເປັນຕົວຄູນ(3200x0,8 = 3360 ກກ ຫລື ເທົ່າກັບ = 3,36 ໂຕ່ນ/ປູກຫນຶ່ງຄັ້ນ ) ການປູກຕົວຈິງ 1 ປີ ປູກໄດ້ 3 ຄັ້ງ ໃຊ້ 3360 x 3 = 10080 ກກ/ໄລ່ ຫລື 10,08 ໂຕນ/ ໄລ່ ສະເລ່ຍ ຖ້າປູກເຂົ້າ 1 ໄລ່ ຈະໄດ້ເຂົ້າເປືອກ 9 ໂຕນ/ໄລ່ ແນ່ນອກ ຂໍຮັບປະກັນ

Tuesday, June 28, 2016

ການສຳປະທານ ທີ່ດິນຂະໜາດໃຫຍ່ ເພື່ອປູກຢາງພາລາ ເຊິ່ງສ້າງຜົນກະທົບໃນດ້ານລົບຕໍ່ ຊຸມຊົນ ຫຼາຍກ່ວາຜົນໄດ້ຮັບທາງດ້ານເສດຖະກິດ.

​ປ່າ​ສະ​ຫງວນ


ການສຳປະທານທີ່ດິນຂະໜາດໃຫຍ່ເພື່ອປູກຢາງພາລາເຊິ່ງສ້າງຜົນກະທົບໃນດ້ານລົບຕໍ່ ຊຸມຊົນຫຼາຍກ່ວາຜົນໄດ້ຮັບທາງດ້ານເສດຖະກິດ.

ການໃຫ້ສຳປະທານທີ່ດິນເພື່ອປູກຢາງພາລາ ໃນພື້ນທີ່ຂະໜາດໃຫຍ່ພາຍໃຕ້ຂະບວນການທີ່ ຂາດກົດເກນທີ່ເປັນມາດຖານອັນໂປ່ງໃສ ຫຼືຄວບຄຸມບໍ່ໄດ້, ຂາດມາດຕາຖານຂໍ້ມູນຮອງຮັບ ແລະ ປັດສະຈາກການທີ່ບໍ່ມີສ່ວນຮ່ວມ ຂອງປະຊາຊົນ. ແມ່ນໄດ້ເຮັດໃຫ້ເກີດຜົນກະທົບທີ່ຮ້າຍແຮງ ຕໍ່ ແນວທາງການດຳລົງຊີວິດ ຂອງປະຊາຊົນ.ໃນພື້ນທີ່ໂຄງການໂດຍຫຼີກລ້ຽງບໍ່ໄດ້. ການເຂົ້າເປັນ ແຮງ ງານຮັບຈ້າງ ໃນສວນຢາງພາລາ ຂອງຊາວບ້ານເກີດຂຶ້ນເພາະບໍ່ມີທາງເລືອກອື່ນ. ເນື່ອງຈາກວ່າການ ໃຊ້ຊີວິດໄດ້ຮັບຜົນກະທົບໃນດ້ານຕ່າງໆດັ່ງນີ້:

1.   ການສູນເສຍທີ່ດິນ ແລະ ສິດທິການນຳໃຊ້ທີ່ດິນເພື່ອເຮັດການຜະລິດຂອງຕົນເອງ

ມີຄຳເວົ້າທີ່ວ່າທີ່ດິນທີ່ອະນຸມັດໃຫ້ບໍລິສັດສຳປະທານປູກຢາງພາລາໄປແລ້ວນັ້ນ ເປັນທີ່ດິນ ຮົກ ເຮື້ອຫວ່າງເປົ່າ ແລະ ບໍ່ມີການເຮັດປະໂຫຍດຫຍັງ. ໃນການສຶກສາເຫັນວ່າໃນຄອບຄົວ  90% ຕ່າງ ກໍ່ມີໃບຮັບຮອງສິດໃນທີ່ດິນເພື່ອເຮັດກະສິກຳແບບຊົ່ວຄາວ ນັບຕັ້ງແຕ່ມີການມອບດິນມອບປ່າໃນປີ 1990 ແລະ ມີປະມານ80%ຂອງພື້ນທີ່ທຳມາຫາກິນທີ່ຖືກມອບໃຫ້ບໍລິສັດຢາງພາລາ ເປັນພື້ນທີ່ທີ່ມີ  ການນຳໃຊ້ປະໂຫຍດ, ທີ່ມີໃບຮັບຮອງສິດນຳໃຊ້ທີ່ດິນຊົ່ວຄາວ. ການໃຫ້ສຳປະທານ ທີ່ດິນຂອງບໍລິດ ສັດເອກະຊົນ ໂດຍບໍ່ມີການສຳຫຼວດສະພາບສິດການນຳໃຊ້ທີ່ດິນ ຂອງປະຊາຊົນທີ່ມີຢູ່ໃຫ້ແນ່ນອນ ກ່ອນເກີດມີການຕັດສິດຂອງປະຊາ ຊົນ. ປະຊາຊົນບໍ່ໄດ້ຮັບສິດຖາວອນໃນທີ່ ດິນຕາມຂະບວນການ 8 ຂັ້ນຕອນຂອງການມອບດິນມອບປ່າ. ນອກນີ້ແລ້ວການສຶກສາຍັງເຫັນວ່າ ບາງຄອບຄົວທີ່ໄດ້ຮັບ ສິດຖາວອນມີໃບຕາດິນແລ້ວກໍ່ຍັງຕ້ອງໄດ້ມອບທີ່ດິນໃຫ້ກັບບໍລິສັດ. ການສູນເສຍສິດທິໃນການນຳໃຊ້ທີ່ດິນທຳມາຫາກິນດັ່ງກ່າວແມ່ນໄດ້ທຳລາຍຫຼັກປະກັນຄວາມໝັ້ນຄົງ ໃນຊີວິດຂອງປະຊາຊົນລົງ ແລະ ຊຸກຍູ້ໃຫ້ປະຊາຊົຈຳ ນວນຫຼາຍຮ້ອຍຄົວເຮືອນຕ້ອງເປັນ ແຮງງານຮັບຈ້າງທີ່ບໍ່ມີຊັບພະຍາ ກອນໃນການດຳລົງຊີວິດ.
  ​ສວນ​ຢາງ ຮວງ​ແອ່ງ​ຢາ​ລາຍ
2.ການຂາດເຂົ້າ ແລະ ການສູນເສຍລາຍຮັບຈາກພຶດເສດຖະກິດ      

ການປ່ຽນແປງທີ່ດິນໃນການຫາຢູ່ຫາກິນເຊິ່ງແຕ່ເກົ່າແມ່ນເປັນນາ ແລະ ສວນພືດເສດຖະກິດ ຊະນິດຕ່າງໆເຊັ່ນ: ກາເຟ, ຖົ່ວລຽນ, ໝາກແໜ່ງ ແລະ ໝາກໄມ້ຕ່າງໆ ແມ່ນໄດ້ກາຍເປັນ  ສວນຢາງ ພາລາໄປແລ້ວ ເຮັດໃຫ້ເກີດການຂາດແຄນເຂົ້າຢ່າງຫຼວງຫຼາຍ ແລະ ເສຍລາຍຮັບ ຈາກການຂາຍ ຜົນຜະລິດທາງດ້ານການກະສິກຳ ທີ່ເຄີຍເປັນລາຍຮັບຫຼັກຂອງຊາວບ້ານ. ໃນກໍລະນີ ທີ່ໄດ້ສຶກສາ 6 ບ້ານ ເຫັນໄດ້ວ່າ ຄອບຄົວທີ່ເຄີຍຜະລິດເຂົ້າໄດ້ພໍກິນຕະຫຼອດປີ ໄດ້ມີການຫຼຸດລົງຢູ່ 45% ໃນປີ 2003 ແລະ 9% ໃນປີ 2007 ໂດຍຜົນຜະລິດເຂົ້າໄດ້ຫລຸດລົງເຫຼືອພຽງແຕ່ 1 ໃນ 4 ຈາກທີ່ເຄີຍຜະ ລິດ ເທົ່ານັ້ນ. ນອກຈາກນີ້ແລ້ວລາຍໄດ້ຈາກການຂາຍເຂົ້າ ແລະພືດເສດຖະກິດຕ່າງໆກໍ່ຫຼຸດຈຳນວນ ລົງ. ການສູນເສຍແຫຼ່ງລາຍໄດ້ສຳຄັນ ແລະ ເກີດວິກິດການຂາດເຂົ້າເຮັດໃຫ້ ຕົ້ນທຶນຄ່າໃຊ້ຈ່າຍໃນ ການດຳລົງຊີວິດສູງຂຶ້ນກ່ວາແຕ່ກ່ອນຫຼາຍຂຶ້ນເທົ່າຕົວ. ໃນບາງຄອບຄົວທີ່ບໍ່ມີທີ່ດິນທຳການຜະລິດກໍມີຄ່າໃຊ້ຈ່າຍໃນການຊື້ເຂົ້າສູງເຖິງ 5,900,000 ກີບຕໍ່ປີ.
  
3 ການເຊື່ອມໂຊມຂອງແຫຼ່ງຊັບພະຍາກອນທຳມະຊາດ


   ໃນບ້ານທີ່ຂະບວນການຈັດຫາທີ່ດິນໃຫ້ກັບບໍລິສັດປູກຢາງພາລາຢ່າງຟ້າວຟັ່ງເຊັ່ນ: ບ້ານວັງ ຄະນານ, ບ້ານອຸດົມສຸກ ເຫັນວ່າປ່າໄມ້ທຳມະຊາດ ທີ່ເຄີຍໃຊ້ສອຍທີ່ເປັນແຫຼ່ງເຄື່ອງປ່າຂອງດົງ ແລະ ອາຫານທຳມະຊາດ ມີຈຳນວນຫຼວງຫຼາຍ ແລະ ສຳຄັນແມ່ນໄດ້ຖືກທຳລາຍໄປຈົນໝົດ, ນອກຈາກນີ້ອາຫານທີ່ມາຈາກແຫຼ່ງນ້ຳທຳມະຊາດເຊັ່ນ: ລຳຫ້ວຍ ແລະ ໜອງຕ່າງໆ ກໍ່ຫຼຸດຈຳ ນວນລົງເນື່ອງຈາກສານເຄມີທີ່ໃຊ້ໃນສວນຢາງພາລາທີໄຫຼມາ.

ການສູນເສຍ ທີ່ດິນ ແລະ ຄ່າຊົດເຊີຍ

​ຄ່າ​ຊົດ​ເຊີຍ​ທີ່​ບໍ່​ສົມ​ເຫດ​ສົມ​ຜົນ

ເນື້ອທີ່ດິນສຳປະທານທີ່ຢູ່ໃນ ເຂດໂຄງການທີ່ສົ່ງມອບໃຫ້ບໍລິສັດບຸກເບີກ ແລະ ປູກຢາງ ພາລານັ້ນ ສ່ວນຫຼາຍເປັນດິນກະສິກຳ ແລະ ປ່າຊົມໃຊ້ຂອງປະຊາຊົນ. ຈາກການສຶກສາພົບວ່າ ຄົວເຮືອນກ່ວາ 90 ສ່ວນຮ້ອຍ ຂອງກໍລະນີສຶກສາມີໃບຢັ້ງຢືນສິດທີ່ ດິນແບບຊົ່ວຄາວ ຊຶ່ງລັດຖະ ບານໄດ້ໃຫ້ປະຊາຊົນ ຕັ້ງແຕ່ການມອບດິນ ມອບປ່າ ໃນທົດສະວັດ 1990, ແລະ ຫລາຍ ກ່ວາ 80 ສ່ວນຮ້ອຍ ຂອງທີ່ດິນກະສິກຳ ທີ່ສົ່ງ ມອບໃຫ້ກັບບໍລິສັດຢາງພາລາເປັນທີ່ດິນທີ່ ມ ີໃບ ຢັ້ງຢືນສິດໃນທີ່ດິນກະສິກຳແບບຊົ່ວຄາວ ໄດ້ຖືກຂໍ ໃຫ້ສົ່ງມອບທີ່ດິນໃຫ້ກັບບໍລິສັດ. ສະຖານະການດັ່ງກ່າວ ໄດ້ກໍ່ໃຫ້ເກີດການສູນເສຍທີ່ດິນກະສິກຳຈຳນວນຫຼາຍຢູ່ໃນບ້ານຫຼັກ 19, ວັງຄະນານ, ໜອງນ້ຳຂາວໃຫຍ່ ແລະ ອຸດົມສຸກ ຕາມ ລຳດັບ. 

ໃນບ້ານໜອງນ້ຳຂາວໃຫ່ຍ ຊາວບ້ານບໍ່ໄດ້ຮັບການ ແຈ້ງການ ລ່ວງໜ້າກ່ຽວກັບໂຄງການ ມາຮູ້ເມື່ອ ບໍລິສັດນຳລົດດຸດ ເຂົ້າໄປໄຖບຸກເບີກພື້ນທີ່ແລ້ວ ແລະ ບໍ່ມີການຈ່າຍຄ່າຊົດເຊີຍທີ່ ດິນ ແລະ ພືດຜົນໃຫ້ກັບຊາວບ້ານ . ບໍ່ວ່າຈະເປັນສວນ ພຶດຜັກ, ສວນກາເຟ, ສວນໜາກໄມ້ ແລະ ສວນ ຫຍ້າຄາກໍ່ຕາມ. ສ່ວນໃນບ້ານວັງຄະ ນານ ຊາວບ້ານບໍ່ຮູ້ວ່າຈຳນວນ ເນື້ອທີ່ດິນທັງໝົດທີ່ມອບໃຫ້ບໍ ລິສັດວ່າມີເນື້ອທີ່ຈຳນວນເທົ່າໃດ ໃນຂະນະທີ່ເຈົ້າໜ້າທີ່ຂອງເມືອງ ກໍ່ມີການ ບັນທຶກພຽງບາງສ່ວນກ່ຽວກັບ ເລື່ອງ ນີ້. ການຂາດຂໍ້ມູນພື້ນຖານກ່ອນການ ເຂົ້າມາຂອງບໍລິສັດເຮັດໃຫ້ບໍ່ສາມາດ ທີ່ຈະປະເມີນຄ່າ ຊົດເຊີຍທີ່ດິນ ແລະ ຜົນລະປູກໄດ້. ໃນບາງບ້ານ  ເນື້ອທີ່ດິນ ຂອງບ້ານຖືກໃຫ້ສຳປະທານທີ່ດິນຫຼາຍ ກ່ວາ 1 ຄັ້ງ ຫຼື 1 ບໍລິສັດ  ເຊັ່ນ: ບ້ານວັງຄະນານ ຖືກຂໍໃຫ້ມອບທີ່ດິນກັບບໍລິສັດດັກລັກເຖິງ 2 ຄັ້ງ, ໃນຂະນະທີ່ບ້ານຫຼັກ 19 ຊາວບ້ານສູນເສຍທີ່ດິນ 1 ໃນ 5 ໃຫ້ກັບບໍລິສັດດັກ ລັກ ໃນຄຳຂໍຄັ້ງທຳອິດ ແລະ ຕໍ່ມາຕ້ອງເສຍທີ່ດິນທີ່ເຫຼືອໃຫ້ກັບບໍລິສັດເຢົາຕຽງອີກຄັ້ງ. 

ບ້ານ
ປີ
ຊື່ບໍລິສັດ
ທີ່ດິນລວມ
ບ້ານ
ປີ
ອຸດົມສຸກ
2005
ຫວຽດ - ລາວ
1,319.55
 673.55
49 %
ຫຼັກ 19
2006
2007
ດັກລັກ
48.00
234.00
 27.00

90 %
ໜອງນ້ຳຂາວໃຫຍ່ 
2004
ເຢົາຕຽງ
555.85
 155.85
72 %
ໜອງແກ
2006
ດັກລັກ
518.20
 348.20
33 %
ວັງຄະນານ
2004
2006
ດັກລັກ
521.85

 110.65

76%
ໜອງເລົາເທິງ
2007
ດັກລັກ
140.00
 117.50
16 %
ຊາວບ້ານທີ່ສູນເສຍທີ່ດິນໄດ້ຮັບການຈ່າຍຄ່າຊົດເຊີຍຈາກບໍລິສັດ ແຕ່ບໍ່ຄົບທຸກຄົວເຮືອນ ໃນດຳລັດກ່ຽວກັບການທົດແທນຄ່າເສຍຫາຍ ແລະ ການຍົກຍ້າຍ ຈັດສັນປະຊາຊົນ ຈາກໂຄງການພັດທະນາໃນປີ 2005 ໄດ້ກຳນົດໄວ້ ວ່າ ປະຊາຊົນທີ່ ໄດ້ ຮັບຜົນກະທົບຈາກໂຄງການພັດທະນາບໍ່ວ່າຈະມີເອກະສານຮັບຮອງສິດ ຫຼື ບໍ່ ຈະຕ້ອງໄດ້ຮັບ ການຊົດເຊີຍ ຫຼື ຊ່ວຍເຫຼືອ ເພື່ອເປັນ ຫຼັກຄ້ຳ ປະກັນຄຸນນະພາບຊີວິດຈະ ບໍ່ຕົກຕ່ຳຈາກການດຳ ເນີນໂຄງການ. ແນວ ໃດກໍ່ ຕາມຂໍ້ມູນກ່ຽວກັບຄ່າຊົດເຊີຍແຕ່ລະຄົວເຮືອນຖືກບັນທຶກ ແລະ  ເກັບໄວ້ກັບບໍລິສັດ. ພະນັກງານຂອງເມືອງມີ ຂໍ້ ມູນພຽງບາງ ສ່ວນເທົ່ານັ້ນ. ຕາມທີ່ໄດ້ມີການສຶກສາຄົ້ນຂໍ້ມູນ ມີພຽງແຕ່ ຂໍ້ມູນຂອງບ້ານ ໜອງ ແກ ຊື່ງ ໄດ້ຈາກພະນັກງານຂອງເມືອງ ແລະບ້ານຫຼັກ19 ຈາກບໍລິສັດເຢົາຕຽງ. 
 
ການຈ່າຍຄ່າຊົດເຊີຍໃນ ບ້ານກໍລະນີສຶກສາທັງ 6 ບ້ານ ຂາດລະບົບ ແລະ ກົດເກນມາດຕະການທີ່ ແນ່ນອນ. ບາງບໍລິສັດຈ່າຍຄ່າຊົດ ເຊີຍໃຫ້ສະເພາະຜົນຜະລິດທີ່ເສຍຫາຍ, ບາງບໍລິສັດຄິດໄລ່ສະເລ່ຍ, ຕົວຢ່າງໃນບ້ານຫຼັກ 19 ຢູ່ທີ່ລາຄາ 1,200,000 ກີບຕໍ່ເຮັກຕາ  ແລະ ບ້ານໜອງແກຢູ່ທີ່ລາຄາ 1,445,000 ກີບເຮັກຕາ. ເມື່ອຄິດ ສະເລ່ຍຕໍ່ຄົວເຮືອນຂອງທັງ 2 ບ້ານແລ້ວມີຄ່າໃກ້ຄຽງກັນ ຄື ປະມານ 1,500,000 ກີບຕໍ່ຄົວເຮືອນ . ສ່ວນອີກ 4 ບ້ານທີ່ເຫຼືອ ຊາວບ້ານສ່ ວນໃຫຍ່ ບໍ່ ໄດ້ຮັບການຊົດເຊີຍ. ສຳລັບລາຍຮັບທີ່ ໄດ້ຮັບ ການຊົດເຊີຍ ບໍລິສັດປະເມີນຄ່າຊົດເຊີຍສະເລ່ຍ 500,000 ຫາ 1,000,000 ກີບຕໍ່ເຮັກຕາ. ບາງລາຍໄດ້ຮັບ ການ ຊົດ ເຊີຍ 200,000 ກ່ວາກີບ ຕໍ່ ເຮັກຕາ. ອັດຕາຄ່າຊົດ ເຊີຍດັ່ງກ່າວ ຕ່ຳກ່ວາມູນຄ່າຂອງຜົນຜະລິດຕໍ່ເຮັກຕາໃນ 1 ປີ ຈຶ່ງເຮັດໃຫ້ຊາວບ້ານບໍ່ພໍທີ່ຈະເບິ່ງແຍ່ງຄອບຄົວໜຶ່ງໆໃຫ້ຢູ່ລອດໃນ ໜຶ່ງເດືອນ ດ້ວຍຊ້ຳໃນກໍລະນີທີ່ຊາວບ້ານສູນເສຍທີ່ດິນທັງໝົດ.

ການສຳປະທານທີ່ດິນໃນ ສປປ ລາວ

​ຂະ​ບວນ​ການ​ສຳ​ປະ​ທານ​ດິນ​ໃນ​ລາວ 
ປະຫວັດສາດ ແລະ ການພັດທະນາ

ການເລີ່ມຂຶ້ນ ຂອງການສຳປະທານທີ່ດິນໃນ ສປປ ລາວນັ້ນ ພົວພັນໂດຍກົງກັບການປ່ຽນ ແປງນະໂຍບາຍການພັດທະນາເສດຖະກິດຂອງລາວ, ໃນຊ່ວງປາຍທົດສະວັດ 1980 ຫາຕົ້ນທົດ ສະວັດ1990, ໂດຍການສຳປະທານທີ່ດິນຂະໜາດໃຫຍ່ ເພື່ອປູກໄມ້ເສດຖະກິດຂຶ້ນຄັ້ງທຳອິດໃນ ປີ 1994. ເປັນການອະນຸມັດການສຳປະທານທີ່ດິນ ເພື່ອປູກໄມ້ເປັນສິນຄ້າໃນ ແຂວງ ຈຳປາສັກ ໃຫ້ກັບບໍລິສັດເອເຊຍເທັກຈາກປະເທດໄທ (ວັນທີ 7 ທັນວາ 1994). ໃນເນື້ອທີ່ 16,000 ເຮັກຕາ ໄລຍະເວລາ 55 ປີ ມູນຄ່າລວມ 12.8 ລ້ານໂດລາສະຫະລັດ. ຈາກນັ້ນ ເປັນຕົ້ນມາ ການປູກໄມ້ ຫຼື ພືດອຸດສາຫະກຳໃນ ສປປ ລາວ ກໍ່ມີການຂະຫຍາຍຕົວເພີ່ມຂຶ້ນ.

ນະໂຍບາຍການປ່ຽນແປງໃໝ່ທາງເສດຖະກິດທີ່ສຳຄັນຂອງລັດຖະບານ ສປປ ລາວ ໄດ້ ແກ່ການປະກາດໃຊ້ນະໂຍບາຍ "ການຫັນເສດຖະກິດທຳມະຊາດໄປສູ່ເສດຖະກິດ ສິນຄ້າ" ເປັນ ທິດທາງຫຼັກໃນການພັດທະນາເສດຖະກິດ ໂດຍການໃຊ້ກົນໄກຕະຫຼາດການຄ້າເສລີ. ການເປີດ ກ້ວາງການລົງທຶນສຳລັບນັກລົງທຶນຕ່າງປະເທດຫຼາຍຂຶ້ນ, ການອອກກົດໝາຍສົ່ງເສີມການລົງທຶນ, ການປະກາດໃຊ້ ແລະ ການປັບປຸງແກ້ໄຂດຳລັດ ແລະ ກົດໝາຍກ່ຽວກັບ ປ່າໄມ້, ທີ່ດິນສະບັບ ຕ່າງໆ ເພື່ອໃຊ້ຊັບພະຍາກອນປ່າໄມ້ ແລະ ທີ່ດິນເພື່ອການພັດທະນາເສດຖະກິດ ດ້ວຍການໃຫ້ ສິດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດສຳປະທານທີ່ດິນຂະໜາດໃຫຍ່ເພື່ອ ປູກໄມ້ ຫຼື ພືດ ອຸດສາຫະກຳເປັນສິນຄ້າ.

ການສຳປະທານທີ່ດິນນັ້ນ ມີການລະບຸໄວ້ໃນກົດໝາຍເປັນຄັ້ງທຳອິດ ໃນດຳລັດວ່າດ້ວຍ ທີ່ດິນ1992, ໃຫ້ສິດການເຊົ່າ ຫຼື ສຳປະທານທີ່ດິນໃຫ້ແກ່ພົນລະເມືອງລາວ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດ ແລະ ປະກົດຢູ່ໃນດຳລັດ ແລະກົດໝາຍປ່າໄມ້ ແລະທີ່ດິນສະບັບອື່ນໆໄດ້ແກ່ ດຳລັດນາຍົກລັດຖະມົນຕີວ່າດ້ວຍການຄຸ້ມຄອງ ແລະນຳໃຊ້ປ່າໄມ້ ແລະທີ່ດິນປ່າໄມ້ 1993, ດຳ ລັດວ່າດ້ວຍການແບ່ງດິນແບ່ງປ່າ, ເພື່ອການປູກໄມ້ ແລະປົກປັກຮັກສາປ່າໄມ້ 1994,  ກົດໝາຍ ວ່າດ້ວຍປ່າໄມ້ 1996, ກົດໝາຍວ່າດ້ວຍທີ່ດິນ 1997, ກົດໝາຍ ວ່າດ້ວຍທີ່ດິນ 2003 ແລະ ດຳ ລັດວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທີ່ດິນ 2005.
ນິຕິກຳສະບັບຕ່າງໆເຫຼົ່ານີ້ ມີຄວາມແຕກຕ່າງກັນໃນແງ່ເນື້ອທີ່ ແລະ ອຳນາດໃນການອະ ນມັດຸ ຂອງໜ່ວຍງານລັດ ທັງລະດັບສູນກາງ ແລະ ທ້ອງຖິ່ນ ແຕ່ຈຸດປະສົງຂອງນິຕິກຳທຸກສະບັບ ທີ່ກົງກັນຄືການໃຫ້ເຊົ່າ ຫຼື ສຳປະທານທີ່ດິນ, ໃນທີ່ດິນວ່າງເປົ່າ ຫຼື ເປັນທີ່ດິນເຊື່ອມໂຊມ ຊຶ່ງໃນ ທາງປະຕິບັດ ການຄົ້ນຄ້ວາຄັ້ງນີ້ພົບວ່າ ທີ່ດິນສຳປະທານເກືອບທັງໝົດເປັນ ດິນໄຮ່, ສວນທີ່ລັດ ມອບໃຫ້ປະຊາຊົນ, ຕາມນະໂຍບາຍມອບດິນ-ມອບປ່າ. ນອກຈາກນັ້ນ ເຂດສຳປະທານຍັງກວມ ເອົາບ່ອນລ້ຽງສັດ ແລະ ປ່າຊົມໃຊ້ຂອງປະຊາຊົນອີກດ້ວຍ.

​ການ​ສຳ​ປະ​ທານ​ດິນ​ມາ​​ແຮງ
ຍຸກຮຸ່ງເຮື່ອງຂອງການສຳປະທານທີ່ດິນ ເພື່ອປູກໄມ້ເປັນສິນຄ້າ

          ນັບຕັ້ງແຕ່ປີ 2000 ເປັນຕົ້ນມາ, ອັດຕາການຂະຫຍາຍຕົວການລົງທຶນຂອງນັກລົງທຶນຕ່າງ ປະເທດໃນ ສປປ ລາວ. ເພີ່ມຂຶ້ນໃນອັດຕາທີ່ວ່ອງໄວ ໂດຍການລົງທຶນໃນຮູບແບບການສຳປະ ທານທີ່ດິນຂະໜາດໃຫຍ່, ເພື່ອປູກໄມ້ ຫຼື ພືດເສດຖະກິດເຊັ່ນ: ໄມ້ວິກ, ຢາງພາລາ, ມັນຕົ້ນ ແລະ ອ້ອຍ. ການລົງທຶນຂອງນັກລົງທຶນຕ່າງປະເທດສ່ວນໃຫຍ່ແມ່ນໃນພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ. ນັບຕັ້ງແຕ່ແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ ແລະ ສາລະວັນ.

ປະຈຸບັນ ການລົງທຶນປູກໄມ້ເພື່ອສິນຄ້າສ່ວນໃຫຍ່ໃນ ສປປ ລາວ, ເປັນການ ສຳປະທານ ທີ່ດິນຈາກລັດ ໃນພື້ນທີ່ຂະໜາດໃຫຍ່ເປັນບໍລິເວນກ້ວາງ. ທັງທີ່ເປັນການລົງທຶນທີ່ມາຈາກປະເທດ ນອກປະເທດ ແລະ ຈາກປະເທດໃນລຸ່ມແມ່ນ້ຳຂອງດ້ວຍກັນເຊັ່ນ: ບໍລິສັດໂອຈິ (ບໍລິສັດ BGA ເກົ່າ) ຈາກປະເທດຍີ່ປຸ່ນ, ປູກໄມ້ວິກ 50,000 ເຮັກຕາ ໃນແຂວງບໍລິຄຳໄຊ ແລະ ຄຳມ່ວນ, ບໍລິສັດ ເບີລາລາວ (Aditya Berla Grasim) ຈາກປະເທດອິນເດຍ ປູກໄມ້ວິກ 30,000 ເຮັກຕາ ໃນແຂວງ ສະຫວັນນະເຂດ, ບໍລິສັດຫວຽດ-ລາວ, ດັກລັກ, ເຢົາຕຽງ ຊຶ່ງມີຂໍ້ຕົກລົງ ການລົງທຶນ ປູກຢາງພາ ລາໃນເນື້ອທີ່ 30,000 ເຮັກຕາ ໃນແຂວງຈຳປາສັກ ແລະ ສາລະວັນ ພາກໃຕ້ຂອງລາວ.  
 ​ຜູ້​ໃຫ້​ສຳ​ປະ​ທານ​ດິນ
ຂະບວນການໃຫ້ສຳປະທານທີ່ດິນ

ການໃຫ້ສິດສຳປະທານທີ່ດິນ ເປັນມາດຕະການໜຶ່ງຂອງລັດຖະບານ, ທີ່ໃຊ້ດຶງດູດການ ລົງທຶນ ໂດຍສະເພາະນັກລົງທຶນຈາກ ຕ່າງປະ ເທດ. ຂະບວນການອະນຸມັດ ສຳ ປະທານ ທີ່ ດິນທີ່ ຜ່ານມາຈຶ່ງກ່ຽວຂ້ອງໂດຍ ກົງ ກັບ ກົດໝາຍ  ແລະ  ນະໂຍບາຍ ສົ່ງເສີມ ການລົງທຶນ  ແລະ ໜ່ວຍງານທີ່ມີ ບົດບາດທີ່ຜ່ານມາກໍ່ຄື ຄະນະກຳມະການແຜນການ ແລະ ການລົງທຶນ (ແຕ່ກ່ອນຄືຄະ ນະກຳມະ ການຄຸ້ມຄອງການລົງທຶນ ແລະ ຮ່ວມມືຕ່າງປະເທດ) ໂດຍການ ອະນຸມັດ ການ ສຳປະ ທານທີ່ດິນນັ້ນຈະດຳເນີນການໃນຂັ້ນຕອນດຽວກັບການເຮັດສັນຍາການລົງທຶນແບບ"ປະຕູດຽວ" ແລະ ການເຮັດສັນຍາດັ່ງກ່າວຍັງບໍ່ມີການສຳຫຼວດທີ່ດິນກ່ອນການອະນຸມັດສຳປະທານທີ່ດິນ.

ການອະນຸມັດສຳປະທານທີ່ດິນດ້ານກະສິກຳ-ປ່າໄມ້ ຂະໜາດໃຫຍ່ທີ່ຜ່ານມານັ້ນ. ດຳເນີນການໃນຂັ້ນຕອນດຽວກັບການເຮັດສັນຍາລົງທຶນໂຄງການໂດຍ ຄະນະກຳມະການແຜນການ ແລະ ການລົງທຶນເປັນຜູ້ລົງນາມ, ໃນຖານະຕາງໜ້າລັດຖະບານ  ໄລຍະ ເວລາສຳປະທານຕັ້ງ ແຕ່ 30-50 ປີ ແລະ 75 ປີ ໃນ ກໍລະນີທີ່ເປັນການລົງທຶນ ໃນເຂດເສດຖະກິດພິເສດໂດຍການອານຸມັດສຳປະທານທີ່ດິນໃຫ້ແກ່ບໍລິສັດຕ່າງປະເທດຫລາຍແຫ່ງສ່ວນຫລາຍດຳເນີນການກ່ອນການສຶກສາຄວາມເປັນໄປໄດ້ທາງເສດຖະກິດ (Feasibility study) 
            ຂັ້ນຕອນການອະນຸມັດ ສຳ ປະທານທີ່ດິນຂອງບໍລິສັດຕ່າງປະເທດຢູ່ຫຼາຍບ່ອນໃນລາວ , ມັກດຳເນີນ ການກ່ອນ ການຈັດເຮັດບ ົດວິພາກຄວາມເປັນໄປໄດ້ທາງເສດຖະກິດ ແລະ ບົດລາຍງານປະເມີນຜົນກະທົບດ້ານສິ່ງແວດລ້ອມ (fea -sibility study). 

ການອະນຸມັດການສຳ ປະທານທີ່ດິນມັກເກີດຂຶ້ນ ໂດຍທີ່ຍັງບໍ່ໄດ້ມີການສຳຫຼວດເນື້ອທີ່ດິນ ການໃຊ້ ປະ ໂຫຍດຂອງປະຊາຊົນ  ແລະ  ຄວາມເໝາະ ສົມ ທາງ ກາຍະພາບຂອງ  ເນື້ອທີ່ດິນຢ່າງລະອຽດ ລວມທັງບໍ່ໄດ້ມີການສຶກສາປະເມີນຜົນກະທົບດ້ານເສດຖ ະກິດ  ແລະ ສິ່ງ ແວດລ້ອມກ່ອນອະນຸມັດສຳປະທານທີ່ ດິນ ແລະ ການສູນເສຍທີ່ດິນຂອງປະຊາຊົນເກີດຂຶ້ນຢ່າງວ່ອງໄວ ແລະ ປະຊາຊົນບໍ່ໄດ້          ຮັບຮູ້ມາກ່ອນ ດັ່ງທີ່ ທ່ານ ຄຳອ້ວນ ບຸບຜາ ລັດຖະ ມົນຕີປະຈຳສຳນັກງານນາຍົກລັດ ຖະມົນຕີ, ຫົວໜ້າອົງການຄຸ້ມຄອງທີ່ດິນແຫ່ງຊາດ ກ່າວໄວ້ໃນກອງປະຊຸມ "ການໃຊ້ທີ່ດິນເພື່ອການປູກໄມ້ເປັນສິນຄ້າ" ເມື່ອວັນທີ 14-15 ກຸມພາ 2007

            ການໃຫ້ສຳ ປະທານ ຫຼື ໃຫ້ເຊົ່າທີ່ດິນສຳລັບການປູກໄມ້ເປັນ ບໍລິເວນກ້ວາງໃຫຍ່  ແລະ  ໄລຍະ ເວ ລາສຳ ປະທານ ຍາວນານເກີນໄປ ໂດຍເນື້ອທີ່ດິນຍັງບໍ່ທັນໄດ້ຈັດສັນ ແລະ ວາງແຜນການນຳໃຊ້ທີ່ ດິນຈະເຮັດໃຫ້ເກີດບັນຫາທາງສັງຄົມ ແລະ ສິ່ງເວດລ້ອມ ຈຳເປັນຕ້ອງໄດ້ຍົກຍ້າຍປະຊາ ຊົນ ຫຼື ເວນຄືນ ທີ່ດິນ ທີ່ປະຊາຊົນທຳການຜະລິດ  ເຮັດໃຫ້ ປະຊາຊົນສູນ ເສຍບ່ອນທຳມາຫາກິນປະຈຳວັນ ແລະ  ເສຍສິດ ການໃຊ້ຍາວນານ

ຂະບວນການໃຫ້ສຳປະທານທີ່ດິນທີ່ຜ່ານມາ ມີຄວາມ ຊ້ຳຊ້ອນຂອງໜ່ວຍງານ, ກ່ຽວກັບການສຳປະທານທີ່ດິນ ແລະ ຂາດກົດເກນມາດຕະການທີ່ເປັນອັນດຽວກັນ ໃນການໃຫ້ເຊົ່າ ຫຼື ສຳປະທານທີ່ດິນນັ້ນຕ້ອງໃຫ້ສອດຄ່ອງກັບກົດໝາຍ ແລະ ດຳລັດຫຼາຍສະບັບ ທີ່ໄດ້ລະບຸຂະໜາດເນື້ອທີ່ສູງສຸດໃນການສຳປະທານຂອງແຕ່ລະກິດຈະການ ເຊັ່ນວ່າ: ກົດໝາຍປ່າໄມ້ 1996 ໃຫ້ອຳ ນາດລັດຖະບານ ໂດຍການເຫັ ນດີຈາກສະພາແຫ່ງຊາດ ການອະນຸມັດສຳປະທານທີ່ດິນເນື້ອທີ່ຫຼາຍກ່ວາ 10,000 ເຮັກ ຕາຂຶ້ນໄປ. ແຕ່ໃນກົດໝາຍວ່າດ້ວຍທີ່ດິນ 1997  ໃຫ້ອຳນາດຂອງ ກະ ຊວງການເງິນເປັນຜູ້ອະນຸມັດການເຊົ່າທີ່ດິນ ໂດຍຄວາມເຫັນດີ ຂອງສະພາແຫ່ງຊາດ ຊຶ່ງລ້າສຸດຕາມກົດໝາຍວ່າດ້ວຍທີ່ດິນ  2003 ໃຫ້ອຳນາດກັບອົງການຄຸ້ມຄອງທີ່ດິນແຫ່ງຊາດ ໂດຍເຫັນດີຈາກ ລັດຖະບານ. ຖ້າເກີນ 10.000 ເຮັກຕາ ຕ້ອງໄດ້ຜ່ານການຮັບຮອງຈາກສະພາ ແຫ່ງຊາດ.

            ເຖິງແມ່ນວ່າດ້ານໜຶ່ງ ລັດຖະບານໄດ້ວາງ ນະ  ໂຍບາຍທີ່ດິນ ເພື່ອຕອບສະໜອງການສົ່ງເສີມການລົງທຶນໃກ້ແກ່ນັກ ລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ດ້ວຍ ການຫັນປ່ຽນຊັບ ສິນ (ທີ່ດິນ) ໃຫ້ເປັນທຶນຕາມນະໂຍບາຍຂອງລັດຖະບານ , ແຕ່ໃນອີກດ້ານໜຶ່ງ ລັດຖະບານເຫັນວ່າການດຳເນີນການກ່ຽວກັບການສຳປະທານທີ່ດິນທີ່ ຜ່ານມາ ໄດ້ເກີດປະກົດການຫຍໍ້ທໍ້ໃນດ້ານສັງຄົມ ແລະ ສິ່ງແວດລ້ອມ ແລະ ຜົນປະໂຫຍດທີ່ລັດໄດ້ຮັບມີມູນຄ່ຕ່ຳອີກທັງຍັງນຳໄປສູ່ການກະທົບກະເທື່ອນຕໍ່ສິດນຳໃຊ້ທີ່ດິນຂອງປະຊາຊົນຜູ້ທີ່ໄດ້ຮັບໃບຢັ້ງຢືນສິດທີ່ດິນແລ້ວ

            ແນວໂນ້ມອ່ຽງ ໄປທາງດ້ານເສດຖະກິດ ການລົງທຶນໃນພາບລວມ ເຮັດໃຫ້ ຂ າດການ ຄຳ ນຶງເຖິງຜົນກະທົບໃນດ້ານສັງຄົມ  ແລະ ສິ່ງແວດ ລ້ອມ  ໂດຍໂຄງການ ລົງທຶນຕ່າງໆທີ່ບໍ່ມີການສຶກ ສາປະເມີນຜົນກະທົບທາງ ດ້ານເສດຖະກິດ-ສັງຄົມ  ແລະ ສິ່ງແວດລ້ອມ ແລະ ຂາດການສຳຫຼວດເນື້ອທີ່ດິນຢ່າງລະອຽດ ກ່ອນການລົງນາມໃນສັນຍາພັດທະນາໂຄງການ, ຊຶ່ງພິຈາລະນາພຽງ ມູນ ຄ່າການລົງທຶນຂອງໂຄງການເທົ່ານັ້ນ . ໃນຂະນະທີ່ອົງການຈັດຕັ້ງທີ່ກ່ຽວຂ້ອງ ຕາມທີ່ລະບຸໄວ້ໃນກົດໝາຍ ເຊັ່ນ: ກະຊວງກະສິກຳ-ປ່າໄມ້ ມີສ່ວນຮ່ວມໃນຖານະພະຍານໃນການລົງນາມສັນຍາໂຄງການເຊັ່ນດຽວກັບອຳນາດການປົກຄອງແຂວງ  ແລະ  ເມືອງ  ມີບົດບາດ ໜ້າ ທ ີ່ສຳຫຼວດ ແລະ ຈັດ ຫາເນື້ອທີ່ດິນໃຫ້  ກັບບໍລິສັດເລົ່ານັ້ນ.


            ເນື່ອງຈາກບັນຫາ ດ້ານ ຕ່າງໆທີ່ເກີດຂຶ້ນຈາກການສຳ ປະທານ ທີ່ດິນ ໃນຫຼາຍໂຄງການ ທີ່ ບໍ່ມີບົດວິພາກເສດຖະກິດ ແລະ ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຕໍ່ສັງ ຄົມເຮັດໃຫ້ ລັດຖະບານ ໂດຍທ່ານນາຍົກລັດຖະມ ົນຕີ  ມີມະຕິໃນປີ 2007 (ເດຶອນພຶດສະພາ)ໃຫ້ຍຸດຕິການ ສຳປະທານທີ່ດິນໄວ້ເປັນການຊົ່ວຄາວ ເພື່ອໃຫ້ມີການສຶກສາ ຂໍ້ ມູນ  ແລະ ຕິດຕາມປະ ເມີນຜົນສາເຫດ  ແລະ ບັນຫາທີ່ເກີດຂຶ້ນທີ່ຜ່ານມາ.