Wednesday, April 20, 2016

ຫຍ້າຍຸບ ສະຫມຸນໄພທີ່ຄົນເບິ່ງຂາມ












ຊື່ທົ່ວໄປ  ຫຍ້າຍຸບ ຫນາມຫຍ້າຍຸບ ຍ້າຕ້ອງຍຸບ ຫລື Sensitive plant (ເຊິ່ງລັກສະນະຈະບົ່ງບອກໄດ້ເລີຍໃນເວລາໄດ້ໄປຕ້ອງ ແລະ ສຳຜັດກັບພືດສະນິດນີ້)
ຊື່ວິທະຍາສາດ : Mimosa pucida L.   ວົງ : Fabaceae (Leguminosae-Mimosoideae)

ຖິ່ນກຳເນີດ : ອາເມລິການໃຕ້ ແຕ່ສຳລັບປະເທດເຮົາ ແມ່ນເກີດມາຈາກການຖືກພັດພາມາຈາກປະເທດເພື່ອບ້ານ ໂດຍແມ່ນລົວ ແລະນ້ຳ, ສັດ ລວມເຖິງຄົນ ທີ່ເປັນພາຫະນຳພາໃຫ້ມາເກີດທີ່ປະເທດເຮົາ
ລັກສະນະຂອງຫນາມຫຍ້າຍຸບ : ເປັນໄມ້ລົ້ມລຸກ ອາຍຸຫລາຍປີ ຍາວເລືອໄປຕາມຫນ້າດິນ ບາງຄັ້ງກໍ່ພົບວ່າມີຄວ່ມສູງເຖິງ 1 ແມັດ ມີຂົນຫຍ້າປົກຄຸມລຳຕົ້ນ ແກນກ້ານໃບ ທ້ອງໃບ ແລະຊໍ່ດອກ ໃບເປັນໃບປະກອບ ແບບຂົນນົກ 2 ຊັ້ນແກນກາງລວມກ້ານຍາວປະມານ 2,5-5 ຊັງຕີແມັດ ໃບປະກອບຍ່ອຍມີ 1-2 ໃບຍາວ 1,5-7 ຊັງຕີແມັດ ໃບຍ່ອຍມີ 12-25ຄູ່ ຮູບຂອບຂະຫນານ ຄ້າຍໆຮູບດ່ຽວ ຍາວ 0,5-1 ຊັງຕີແມັດ.  ຊໍ່ດອກ ອອກດອກດ່ຽວຫລືເປັນຄູ່ ຕາມຊອກໃບ(ຫລືບໃບ) ກ້ານຊໍ່ດອກຍາວປະມານ 2,5-4 ຊມ ດອກຈຳນວນຫລາຍບໍ່ມີກ້ານ ກີບລ໊ຍງນ້ອຍຫລາຍປະມານ 0,1 ມມ. ກີບດອກຮູບມົນກົບປະມານ 2 ມມ ກີບດອກມົນກົມ ຍາວ 0,5-0,8ມມ ເກສອນຜູ້ມີ 4 ອັນ ໃນຮັງໄຂ່ຍາວປະມານ 0,5 ມມ ກ້ຽງ ຝັກມີຫລາຍຝັກ ຝັກໃນແຕ່ລະຊໍ່ດອກ ຮູບຂອບຂະຫນານຊື່ຍາວ 1,5-1,8 ຊມ ມີຂົນແຂງຕາມຂອບ
ສັບພະຄຸນທາງດ້ານສະຫມຸນໄພ
ຮາກ      ແກ້ໄອ ຂັບຂໍກະເທິ ແກ້ຫລອດລົມອັກເສບຊຳເຮື້ອ ແກ້ລະບົບການຍ່ອຍອາຫານບໍ່ດີໃນເດັກ ບຳລຸງກະເພາະອາຫານ ເຮັດໃຫ້ຕາແຈ້ງດີ ລະງັບປະສາດ ແກ້ບິດ ຂັບປັດສະວະ ໂຮກສາໂລກປວດ ເວລາມີປະຈຳເດືອນ ຖ້າໄຂ້ຂະຫນາດສູງໆ ຈະເກີດອາການປັ່ນປວ່ນໃນໃສ່ແລະຮາກ ແກ້ລິດສີດວງທະວານ ລົດຂົມນ້ອຍໆ ຝາດ
ຕົ້ນ        ຂັບປັດສະວະ ແກ້ຕັບພິການ ແກ້ທາງເດີນປັດສະວະອັກເສບ ໄລ່ລະດູຂາວ ໄລ່ເລືອດ
ໃບ        ແກ້ເລີ່ມ ງູສະວັດ ໂລກພຸພອງ ໄຟລາມປ່າ
ທັ້ງຕົ້ນ   ໄລຍ່ຽວ ແກ້ໄຕພິການ ແກ້ທໍ່ຍ່ຽວອັກເສບ ໄລ່ລະດູຂາວແກ້ໄຂ້ອອກຕຸມ ແກ້ນອນບໍຫລັບ ແກ້ກະເພາະອາຫານອັກເສບ ລະງັບປະສາດ ແກ້ລຳໃສ້ອັກເສບ ແກ້ຜືດຄັນແກ້ຕາມບວບເຈັບ ແກ້ແຜຝີ
ຂໍຂອບໃຈທີ່ມາຂໍມູນ (ແປຈາກ)   : คุณนพพล เกตุประสาท  หน่วยอนุรักษ์และใช้ประโยชน์พืชพรรณ ฝ่ายปฏิบัติการวิจัยและเรือนปลูกพืชทดลอง มหาวิทยาลัยเกษตรศาสตร์ วิทยาเขตกำแพงแสน จ. นครปฐม เผยแพร่ใน ใน web ของฝ่ายปฏิบัติการวิจัยและเรือนปลูกพืชทดลอง มหาวิทยาลัยเกษตรศาสตร์

Friday, April 08, 2016

ປາບສັດຕູພືດດ້ວຍ 10 ຊະນິດພືດໃນສວນ





ພາຍຫລັງທີ່ເຮົາ ຮຽນຮູ້ເລື້ອງ ການປູກມາຫລາຍຫົວຂໍ້ແລ້ວ ມື້ນີ້ ຂ້າພະເຈົ້າຈະມາຂໍແນະນຳ ວິທີການປ້ອງກັນແລະ ກຳຈັກສັດຕູພືດ ໂດຍໃຊ້ສະຫມຸນໄພທຳມະຊາດ ທີ່ມີຢູ່ສວນຄົວຂອງ ພວກເຮົາ ເຊິ່ງລາຍລະອຽດມີດັ່ງນີ້:


1.ກະຫລ່ຳປີ ສ່ວນທີ່ໃຊ້ຄື: ໃບຂອງມັນໃບກະຫລ່ຳປີປ້ອງກັນຫນອນກະທູ້ ແລະ ຫນອນລີ້ໃບ



2.ກະທຽມ ສ່ວນທີ່ໃຊ້ຄືຫົວ ຫົວຂອງມັນປ້ອງກັນມົດ ແມງວັນ ແລະຍຸງໄດ້ດີ



3.ກະເພົາ ສ່ວນທີ່ໃຊ້ ຄືໃບ ຍອດສົດ ແລະ ຍອດແຫ້ງທຸກສ່ວນທີ່ກ່າວມາທັງຫມົດສາມາດປ້ອງກັນມົດ ແມງວັນ ແລະ ຍຸງ



4.ຜັກສະເນີລີ ສ່ວນທີ່ໃຊ້ຄືໃບ ແລະ ຕົ້ນ ສາມາດປ້ອງກັນດ້ວງງວງ ດວງປີກແຂງ ບົ້ງ ມອດເຈາະໄມ້



5.ຂີງ ສ່ວນທີ່ໃຊ້ຄື ເຫງົ້າ ສາມາດປ້ອງກັນແມງວັນທອງ ມົດ ແມງວັນ ແລະ ຍຸງ



6.ຂີ້ຫມີ້ນ ໃຊ້ສ່ວນທີ່ຄືເຫງົ້າ ສາມາດປ້ອງກັນແມງວັນທອງໄດ້



7.ຂ່າ ສ່ວນທີ່ໃຊ້ຄື ເຫງົ້າສົດ ແລະ ເຫງົ້າແຫ້ງ ສາມາດປ້ອງກັນມົດ ແມງວັນ ແລະ ຍຸງໄດ້



8.ຫມາກບວບລ່ຽມ ສ່ວນທີ່ໃຊ້ຄືດອກ ແລະ ແກ່ນ ສາມາດປ້ອງກັນດ້ວງງວງ ດ້ວງປີກແຂງ ແລະ ບົ້ງໄດ້



9.ຫມາກເຜັດ ໃຊ້ສ່ວນຫມາກ ແລະ ຮາກ ສາມາດປ້ອງກັນດ້ວງງວງ ດ້ວງປີກແຂງ ແລະ ມົດໄດ້



10.ຂົມກະເດົາ ສ່ວນທີ່ໃຊ້ຄືແກ່ນ ແລະ ໃບ ໃຊ້ສຳລັບປ້ອງກັນແມງໄມ້

ສ່ວນປະສົມຂອງສານປ້ອງກັນແມງໄມ້

ພືດສະຫມຸນໄພ 30 ກລ ການນ້ຳຕານ 10 ກລ ນ້ຳ 50 ລິດ ສານເລ່ງພືດ,7 ຊຳນວນ 1 ຊອງ ປະມານ 25 ກລາມ

ວິທີເຮັດ

  1. ສັບ/ຕັດພືດສະຫມຸນໄພໃຫ້ເປັນຕ່ອນນ້ອຍໆ ຈະທູບຫລືຕຳໃຫ້ແຫລກກໍ່ໄດ້
  2. ນຳພືດແລະການນ້ຳຕານປະສົມກັນລົງຖັງຄົນໃຫ້ເຂົ້າກັນ
  3. ລະລາຍສານເລ່ງໃນນ້ຳ 50 ລິດ ປະສົມໃຫ້ເຂົ້າກັນ 5 ນາທີ
  4. ຫລັງຈາກນັ້ນໃຫ້ເທນ້ຳທີ່ປະສົມສານລະລາຍ ລົງໃນຖັງ ຄົນໃຫ້ເຂົ້າກັນອີກເທື່ອຫນຶ່ງ
  5. ປີດຝາໄວ້ (ບໍ່ໃຫ້ແຈບ ປະໄວ້ປະມານ 20-25 ວັນ

ວິທີໃຊ້
ສານທີ່ເຈືອຈາງແລ້ວ 1:500 ອັດຕາ 500 ລິດ/1ໄລ່ ສຳລັບໃນພືດໄຮ່ ແລະດອກໄມ້
ສານທີ່ເຈືອຈາງແລ້ວ 1:200 ອັດຕາ 100 ລິດ/ໄລ່ ສຳລັບໄມ້ໃຫ້ຫມາກ
  ສີດພົ່ນສານເຫລົ່ານີ້ໃສ່ໃບຫລືລຳຕົ້ນ ແລະ ຫົດລົງດິນທຸກໆ 20 ວັນ ຫລື ຖ້າຫາກຢູ່ໃນຊ່ວງແມງໄມ້ສັດຕູພືດລະບາດ ໃຫ້ຫົດທຸກໆ 3 ວັນ ຕິດຕໍ່ກັນ 3 ເທື່ອ

ສັບພະຄຸນທາງຢາ ຂອງ ຜັກບົ້ງ

ສັບພະຄຸນທາງຢາ ຂອງ ຜັກບົ້ງຜັກບົ້ງ ອາຫານທີ່ມີສັບພະຄຸນ ບຳລຸງສາຍຕາ ແລະ ຮັກສາໂລກຕ່າງໆ       ຮາກ : ໃຊ້ຖອນພິດ ແກ້ອາການຜິດແບບຕ່າງໆ ແກ້ໂລກຕາ ແກ້ຕົກຂາວໃນແມ່ຍິງ


ຜັກບົ້ງເປັນອາຫານຫລັກຂອງຫລາຍໆຄົນ ທີ່ຮູ້ກັນດີແມ່ນບຳລຸງສາຍຕາ ເພາະໃນຜັກບົ້ງ ຈະມີວິຕາມິນ ເອ ຈຳນວນຫລາຍ ແລະ ອີກຢ່າງຜັກບົ້ງ ຍັງມີລາຄາຖືກ ປູກງ່າຍ ແລະ ເກີດຕາມທຳມະຊາດກໍ່ຫລາຍ ແຖມຜັກບົ້ງຍັງມີລົດຊາດແຊບ ເຫມາະສຳລັບນ້ຳໄປເປັນສ່ວນປະກອບ ອາຫານ ຫລື ກິນສົດກໍ່ໄດ້.

ຜັກບົ້ງ ອາຫານທີ່ມີສັບພະຄຸນ ບຳລຸງສາຍຕາ ແລະ ຮັກສາໂລກຕ່າງໆ


     ຮາກ : ໃຊ້ຖອນພິດ ແກ້ອາການຜິດແບບຕ່າງໆ ແກ້ໂລກຕາ ແກ້ຕົກຂາວໃນແມ່ຍິງ ແກ້ປວດແຂ້ວ ແກ້ໄອຊຳເຮື້ອ ແກ້ເຫື່ອອອກຫລາຍ ແກ້ບວມ ແກ້ພິດງູເຫົ່າ
     ເຄືອ: ຖອນພິດ ແກ້ພາເບື່ອເມົ່າ ຖອນພິດຢາທັງປວງ ແກ້ຕາຟາງ ແກ້ໂລກຕາ 
     ຍອດອ່ອນ: ຖອນພິດ ຮັກສາໂລກສີດວງທະວານ ແກ້ເດັກເປັນຫວັດ
     ໃບ: ແກ້ພິດ ຂົ້ນຂອງບົ້ງ ຮັກສາລິດສີດວງທະວານ ຖອນພິດຢາເບື່ອເມົາ ແກ້ຕາຟາງ ແກ້ພິດຝີ ປວດ ອັກເສບ
     ດອກຈູມ:  ຮັກສາ ໂລກຂີ້ກາກ ເກື້ອນ

     ທັ້ງຕົ້ນ:  ຮັກສາຕາແດງ ຮັກສາຕາຟາງ ຮັກສາຕາມົວ ແກ້ເບົາຫວານ ແກ້ປວດຫົວ ແກ້ຜິວຫນັງຜື່ນຄັນ ແກ້ກາກເກື້ອນ ເປັນຢາລະບາຍອ່ອນໆ ແກ້ໄຂ້ ແກ້ໂລກນອນບໍ່ຫລັບ ຖອນພິດ ແກ້ພິດເບື່ອເມົາ 

ສັບພະຄຸນທາງຢາ ຂອງ ຜັກບົ້ງຜັກບົ້ງ ອາຫານທີ່ມີສັບພະຄຸນ ບຳລຸງສາຍຕາ ແລະ ຮັກສາໂລກຕ່າງໆ       ຮາກ : ໃຊ້ຖອນພິດ ແກ້ອາການຜິດແບບຕ່າງໆ ແກ້ໂລກຕາ ແກ້ຕົກຂາວໃນແມ່ຍິງ

ຕົວຢ່າງໃນການໃຊ້ຜັກບົ້ງໃນການແກ້ໂລກຕ່າງໆ:


           ແກ້ເລືອດດັງອອກຜິດປົກກະຕິ ໃຊ້ຕົ້ນສົດຕຳປະສົມນ້ຳຕານຊາຍ ຊົງນ້ຳຮ້ອນດື່ມ

           ແກ້ຫນອງໃນ: ຍ່ຽວເປັນເລືອດ ຖ່າຍເປັນເລືອດໃຊ້ລຳຕົ້ນຕຳຄັ້ນ ນຳມາປະສົມກັບນ້ຳເຜິ້ງດື່ມ 

           ແກ້ລິດສີດວງທະວານ: ໃຊ້ຕົ້ນສົດ 1 ກິໂລ ກັບນ້ຳ 1 ລິດ ຕົ້ນໃຫ້ເລະ ເອົາກາກຖີ້ມ ໃສ່ນ້ຳຕານຊາຍຂາວ 120 ກລາມ ຂ້ຽວໃຫ້ຂົ້ນຫນຽວ ກິນ ຄັ້ງລະ 90 ກລາມ ວັນລະ 2 ຄັ້ງ ຕອນເຊົ້າ ແລະ ຕອນແລງ ຈົນເຊົາ 
           ແກ້ແຜມີຫນອງຊ້ຳ: ໃຊ້ຕົ້ນສົດຕົ້ມນ້ຳໃຫ້ຟົດດົນໆປະໄວ້ພໍອຸ່ນ ເອົານ້ຳລ້າງບາດມື້ລະເທື່ອ

           ແກ້ພິດແມງງອດ: ໃຊ້ຕົ້ນສົດ ແລະ ເກືອ ຕຳໃສ່ກັນແລ້ວນຳໄປໂປະໃສ່ບ່ອນກັດ

           ແຂ້ວເປັນຮູ ປວດ:  ໃຊ້ຮາກສົດ 120 ກຮາມ ປະສົມນ້ຳສົ້ມສາຍຊູ ນ້ຳມາຄັ້ນ ເອົານ້ຳມາອົມ ແລ້ວບດວນປາກ ເຮັດໃຫ້ເບົາເທົ່າອາການເຈັບ ແລ້ວ ເຊົາເປັນປົກກະຕິໃນເວລາໃຊ້ປະຈຳ

Thursday, April 07, 2016

ຜັກທີ່ຊ່ວຍບຳລຸງຮ່າງກາຍ




ພືດຫລາຍຊະນິດທີ່ເຮົານຳມາ ກິນເປັນອາຫານຢູ່ທຸກວັນ ລ້ວນແລ້ວແຕ່ ມີຄຸນປະໂຫຍດ ທີ່ຕ່າງຕ່າງກັນໄປ ແຕ້ສຸດທ້າຍກໍ່ຍັງຄົງຄວາມສຳຄັນທາງດ້ານສຸຂະພາບໄວ້ເຊັນເດີມ
      ສຳລັບທ່ານໃດທີ່ບໍ່ຄ່ອຍກິນຜັກ ໃຫ້ລອບ ປັບທັດສະນະຄະຕິຂອງຕົນ ຫັນມາ ກິນຜັກ ມື້ະນ້ອຍ ແລະ ກິນໃຫ້ໄດ້ຫລາຍໆ ຊະນິດ ຈະເຮັດໃຫ້ທ່ານ ຮູ້ສຶກ ມີການປ່ຽນແປງຕົວເອງ ເຊິ່ງ ມື້ນີ້ ຂ້າພະເຈົ້າຂໍ ນຳສະເຫນີ 8 ຊະນິດພືດ ຄື:






  • ຕົ້ນຂີ້ເຫລັກ
          ສັບລັບຄົນສະໄຫມໃຫມ່ ອາດຈະ ບໍ່ຄ່ອຍມັກກິນຫລາຍປານໃດ ແຕ່ຖ້າເປັນຄົນສະໄຫມກ່ອນ ລຸ້ນພໍ່ ລຸ້ນ ແມ່ຂອງພວກເຮົາຂື້ນແລ້ວ ບອກເລີຍວ່າ ອາຫານທີ່ເຮັດດ້ວຍຜັກຂີ້ເຫລັກ ເປັນອາຫານລົດເລີດຖືກປາກຖືກໃຈຢ່າງແນ່ນອນ ນອກຈາກໃຊ້ປະກອບອາຫານແລ້ວ ໃບຂີ້ເຫລັກຍັງ ກິນເປັນຢາຊັ້ນດີ ເພາະໃນໃບຂີ້ເຫລັກ ມີທັງ ວິຕາມິນ ເອ ວິຕາມິນ ຊີ ເສັ້ນໃຍ ແຄລຊ່ຽມ ຟອສຟໍລັດ ເຫລັກ ວິຕາມິນ ບີ 1 ແລະໄຍອາຫານ
         ສັບພະຄຸນທາງຢາຂອງໃບຂີ້ເຫັລກ ມີສານສະນິດຫນື່ງອອກລິດຕໍ່ລະບົບປະສາດ ເຮັດໃຫ້ນອນຫລັບດີ ແກ້ຖອກທ້ອງ ແລະບຳລຸງຮ່າງກາຍ



  •  ປີກ້ວຍ
         ຫົວປີ ເປັນສ່ວນດອກຂອງຕົ້ນກ້ວຍ ທີ່ຫລາຍຄົນບໍ່ຄ່ອຍກິນ ແລະ ຫລາຍຄົນກໍ່ມັນໃຊ້ປະກອບເປັນອາຫານ ພ້ອມເປັນຜັດແກ້ມ ເຊັ່ນ: ເປັນເຫຍື່ອເຂົ້າປຸ້ນ, ເຮັດເອາະຫລາຍ, ແກງປີ, ແຈ່ວຫມາກປີ ແລະ ອື່ນໆ ທ່ານໃດທີ່ມັກກິນຫມາກປີ ຖືວ່າເປັນຜົນດີຕໍ່ຮ່າງກາຍ ເພາະວ່າ ໃນຫມາກປີປະກອບດ້ວຍ ທາດເຫລັກ ຊ່ວຍບຳລຸງເລືອດ ແກ້ເລືອດຈາງ ແລະຍັງລົດນ້ຳຕານໃນເລືອດໄດ້ ລວມໄປເຖິງຍັງສາມາດນັກສາ ໂລກກ່ຽວກັບລຳໃສ້ໄດ້ເປັນຢ່າງດີ
 

  • ຫມາກມະລະຂີ້ນົກ
        ຫມາກມະລະຂີ້ນົກ ຫລືຫມາກໃສ້ ເປັນຢ່າແກ້ເບົາຫວານຊັ້ນຍອດ ເພາະມະລະ ຊ້ວຍລົດນ້ຳຕານໃນເລືອດ ອັນເປັນສາເຫດຂອງເບົາຫວານ ແລະສາມາດຊະລໍການເກີດຕໍ້ກະຈົກ ເຊິ່ງເປັນອາການແຊກຊ້ອນຂອງໂລກເບົາຫວານ ຮູບແບບວິທີ ທີ່ໃຫ້ຜົນລົດນ້ຳຕານໃນເລືອດ ກໍ່ບໍ່ຊັບຊ້ອນ ຄືສາມາດໃຊ້ໄດ້ທັງນ້ຳຄັ້ນ ແລະ ຊົງເປັນຊາ ຫລື ຈະກິນແບບແຄບຊູນ ຜົງແຫ້ງກໍ່ໄດ້

  • ຜັກຕຳນິນ
          ຜັກຕຳນິນເປັນຜັກຍອດນິຍົມ ສາມາດລອດ ຫລື ຫນື່ງຈ້ຳແຈ່ວໄດ້ ນອກນັ້ນຍັງສາມາດປະກອບເປັນອາຫານໄດ້ຫລາຍປະເພດອີກດ້ວຍ ຫມາກອອ່ນ ທີ່ກ້ານດອກເລີ່ມຫລຸດສາມາດກິນສົດໄດ້ ບໍ່ຂົມ ເປັນຢາບຳລຸງສຸຂະພາບ ຮັກສາປາກເປັນບາດໄດ້
         ແກ້ຜື່ນຄັນ ຈາກເຄືອຕຳແຍ ຫມາມຸ່ຍ ໜອນຄັນ ບົ້ງ ຫອຍຄັນ ມົດຄັນ ຜື່ນຄັນຈາກນ້ຳເສຍ ຈາກລະອອງເຂົ້າ ຄັນບໍ່ຮູສາເຫດ ເລີ່ມ ສະເກັດງູ ສຸກໃສ ຫິດ ສິວ ຝີ ຫນອງ ເປັນຕົ້ນ
         ນອກນີ້ບາງຄົນຍັງໃຊ້ ເພື່ອລະບາຍທ້ອງ ລົດການອຶດອັດທ້ອງຫລັງກິນອາຫານ ເນື່ອງຈາກມີສານຊ່ວຍຍ່ອຍແປ້ງ ແລະ ຊ່ວຍແກ້ຮ້ອນໃນເປັນຕົ້ນ
        ແລະ ທີ່ສຳຄັນເປັນຢາພື້ນບ້ານ ຮັກສາໂລກເບົາຫວານ ທັງຮາກ ເຄືອ ໃບ ໃຊ້ໄດ້ຫມົດ ມູສຸດສະເພາະຫລາກຫລາຍ ແລະ ໃນຕຳລາອາຍຸວັດທະນາ ກໍ່ມີການໃຊ້ເປັນຢາຮັກສາໂລກເບົາຫວານ ມາດົນເປັນ ພັນໆປີ ຊາວເບງເກລ ໃນອິນເດຍ ໃຊ້ຜັກຕຳນິນ ເປັນຢາປະຈຳວັນແກ້ໂລກເບົາຫວານ
 
  • ຫົວກະຫລົດ
       ເປັນພືດທີ່ມີ ເບຕ້າແຄໂລທີນສູງ ເຊິ່ງສານທີ່ພົບ ຈະຊ່ວຍເພີ່ມພູມຕ້ານທານໃນຮ່າງກາຍມີຄຸນສົມບັດເປັນຢາຂ້າເຊື້ອ ເຊິ່ງຈະອອກລິດເປັນຢາຮັກສາໄຂ້ຫວັດ ໄອ ເຈັບຄໍ ປອດອັກເສບ ລົດການອັກເສບ ແລະ ໄຄ່ໄດ້ຖ້າໃຊ້ທາຜິວພາຍນອກຈະເຮັດໃຫ້ລົດອາການແສບຮ້ອນ ເນື່ອງຈາກຖືກໄຟໃຫມ້ ແລະ ລົດຝ່າ ຮອຍດ່າງດຳລົງໄດ້
        ນອກນີ້ຍັງຊ່ວຍປ້ອງກັນລົດໂລກມະເລັງປອດ ມະເລັງກະດູກ ກະເພາະອາຫານ ແລະເຕົ້ານົມ ຊ່ວຍຟື້ນຟູຜູ້ປ່ວຍໃນໄລຍະພັກຟື້ນ ຮັກສາໂລກລຳໃສ້ອັກເສບ ຊ່ວຍເສີມສ້າງເມັດເລືອດຂາວ ບັນເທົາຂໍ້ອັກເສບ ຊ່ວຍລ້າງພິດໃນຕັບ ບຳລຸງສາຍຕາ ແກ້ຕາຟາງ ຕາບອດກາງຄືນ ຊ່ວບຂັບປັດສະວະ ຊ່ວຍຍ່ອຍອາຫານ ຊ່ວຍຂັບພະຍາດໃສ້ເດືອນ ບຳລຸງຜິວ ຊະລໍຄວາມຊະລາຂອງຜິວ
     
  
  • ຫມາກຖົ່ວຝັກຍາວ
        ມີໃຍອາຫານຈຳນວຍຫລາຍ ເຊິ່ງກາກໃຍຊະນິດນີ້ ຈະທຳປະຕິກິລິຍາກັບກົດໃນກະເພາະ ໄດ້ຈາກສານ ເຈລລາຕີນ ເຄືອບທີ່ເພາະ ເຮັດໃຫ້ອີ່ມໄວ ແລະ ອີ່ມດົນ ຊ່ວຍລົດ ຄໍແລສຕໍລໍໄດ້ ຖ້າເອົາຫມາກຖົ່ວໄປຕົ້ມ ເອາົນ້ຳມາດືມ ຈະເຮັດໃຫ້ບຳລຸງໄຕ
 
  • ກະລ່ຳປີ
        ສາມາດປ້ອງກັນໂລກມະເລັງໄດ້ຫລາຍຊະນິດ ມີວິຕາມິນສູງ ມີສານອາຫານ ກູລຕາມິນ ຊ່ວຍກະຕຸ້ນໃຫ້ກະເພາະອາຫານ ສ້າງເຍື່ອບຸຝາຜະຫນັງກະເພາະໄດ້ໄວ ເຮັດໃຫ້ບາດໃນກະເພາະ ແລະລຳໃສ້ເຊົາໄວ ຈຶ່ງເປັນຢາຮັກສາໂລກກະເພາະ ແລະ ມະເລັງລຳໃສ້ໄດ້ດີ
       ນອກຈາກນີ້ ຍັງຊ່ວຍເສີມສ້າງ ລະບົບພູມຄຸ້ມກັນ ໃນຮ່າງກາຍ ຊ່ວຍລ້າງສານພິດໃນຕັບ ຊ່ວຍໃຫ້ລະບົບນ້ຳດີເຮັດວຽກປົກກະຕິ ລົດລະດັບນ້ຳຕານໃນເລືອດ ໂດຍໃຊ້ນ້ຳຄັ້ນຫລື ກິນສົດ ໃຊ້ໃບສົດ ມາແປະໃສ່ເຕົ້ານົມແມ່ລູກອ່ອນ ຊ່ວຍລົດອາການເຈັບປວດ ເນື່ອງຈາກຄັດເຕົ້ານົມ (ນົມເບັງ) ລົງໄດ້

  • ຜັກກາດຂາວ
        ຖືໄດ້ວ່າ ເປັນເຈົ້າແມ່ແຫ່ງ ເສັ້ນໄຍແລະ ໂຟລເລທ ມີບົດບາດຄວບຄຸມຄວາມເປັນປົກກະຕິຂອງຊີວິດ ເດັກທີ່ຢູ່ໃນທ້ອງມານດາ ນັ້ນຄືການສ້າງລະບົບປະສາດ ແລະ ດີເອນເອ
        ບໍ່ພຽງເທົ່ານີ້ ຍັງຊ່ວຍລົດອາການອຶດອັດ ບໍລິເວນຫນ້າເອິກ ຊ່ວຍໃຫ້ຈິດໃຈຜ່ອນຄາຍ ຊ່ວຍລົດຄວາມຄຽດ ບັນເທົາອາການນອນບໍ່ຫລັບ ລົດການເຕັ້ນຂອງຫົວໃຈ ຊ່ວຍເພີ່ມສະມັດຕະພາບ ໃນການເຮັດວຽກ ຂອງໄຕ
         

Wednesday, April 06, 2016

ການປູກສາລີພຽງຢ່າງດຽວ ໂດຍການນຳ ໃຊ້ເຕັກນິກ DMC

ການປູກສາລີພຽງຢ່າງດຽວ ໂດຍການນຳໃຊ້ເຕັກນິກ DMC: ໝາຍເຖິງການປູກສາລີພຽງຊະນິດດຽວທີ່ນຳໃຊ້ເຕັກນິກແບບບໍ່ໄຖພື້ນທີ່ພ້ອມທັງມີການຈັດການກ່ຽວກັບສິ່ງເສດເຫຼືອຕ່າງໆຈາກພືດກ່ອນການປູກ ແລະ ບໍ່ໄດ້ປູກຮ່ວມ ຫຼື ປູກໝູນວຽນກັບພືດຊະນິດອື່ນ. ຊື່ງການນຳໃຊເ້ຕັກນິກຮບູ ແບບນ ້ີກໍ່ບ່ໍແມ່ນການຜະລິດ ໃນຄວາມໝາຍຂອງກະສິກຳແບບຍືນຍົງ ໃນປະຈຸບັນໄດ້ເຕັມຮ້ອຍ ແຕ່ມັນເປັນການສົ່ງເສີມຂອງອົງການອາຫານ ແລະ ການກະເສດ FAO (Food and Agriculture Organization) ປີ 2007.
ການປູກໝູນວຽນກັນລະຫວ່າງ “ເຂົ້າໄຮ່ ແລະ ພືດອາຫານສັດ”: ລະບົບການຜະລິດແບບນີ້ໝາຍເຖິງ ການປູກພືດໝູນວຽນກັນ ໃນພື້ນທີ່ດຽວກັນລະຫວ່າງເຂົ້າໄຮ່ ແລະ ພືດອາຫານສັດ, ເຊີ່ງຫັຼງຈາກການເກັບກູ້ພືດອາຫານສັດແລ້ວກໍ່ປູກເຂົ້າໄຮ່ລົງໃສ່ ໂດຍຮັກສາເສດພືດອາຫານສັດທີ່ຕາຍແລ້ວນັ້ນໄວ້ປົກຄຸມດິນ ເພື່ອເປັນຝຸ່ນ (ເຂົ້າ
ໄຮ່+ຫຍ້າລຸຍຊີ ແລະ ອື່ນໆ). ຊຶ່ງລະບົບການປູກພືດແບບບໍ່ໄຖດິນນີ້ມີຜົນດີຫຼາຍຢ່າງ, ນອກຈາກຊ່ວຍເພີ່ມຊ່ອງທາງໃນການສ້າງລາຍຮັບທາງດ້ານເສດຖະກິດ ແລ້ວຍັງຊ່ວຍເພີ່ມອາຫານສະໜອງໃຫ້ແກ່ສັດລ້ຽງ, ຊ່ວຍປັບປຸງຄວາມອຸດົມສົມບູນຂອງດິນ ແລະ ຊີວະວິທະຍາກະສິກຳ, ຊ່ວຍດູດຊັບທາດຄາບອນ ແລະ ຫຼຸດຜ່ອນປະລິມານຂອງ ວັດສະພືດ ໂດຍການຄວບຄຸມດ້ວຍວິທີການທາງຊີວະວິທະຍາ.



ການປູກຫຍ້າລ້ຽງສັດ: ໝາຍເຖິງການລິເລີ່ມ ຫຼື ການນຳໃຊ້ວິທີການໃໝ່ເພື່ອປັບປຸງທົ່ງຫຍ້າທຳມະຊາດ ໂດຍການປັບປຸງແນວພັນແລະ ຜົນຜະລິດຂອງຫຍ້າໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບສະໜອງອາຫານໃຫ້ແກ່ສັດລ້ຽງໄດ້ຢ່າງພຽງພໍ. ເຊິ່ງຫຼັງຈາກປູກຫຍ້າລ້ຽງສັດໄດ້ 3 ປີ ເຮົາກໍ່ສາມາດປູກພືດໝູນວຽນຊະນິດອື່ນໆ ເພື່ອສ້າງລາຍຮັບໄດ້ນຳອີກ (ເຂົ້າໄຮ່,ຖົ່ວເຫຼືອງ ແລະ ອື່ນໆ) ໂດຍການນຳໃຊ້ເຕັກນິກແບບບໍ່ໄຖດິນ ແລະ ລະບົບການຈັດການເສດພືດຕ່າງໆໃຫ້ເປັນປະໂຫຍດ.

ຕົ້ນໄມ້ 9 ຊະນິດທີ່ຄວນປູກເສີມດວງ



1, ຕົ້ນເສດຖີ

                ລັກສະນະ ຂອງຕົ້ນເສດຖີ ລຳຕົ້ນແຂງ ແລະມີຫນາມແຫລມ ໃບຍາວສ້ວຍ ປາຍໃບແຫລມ ອອກດອກເປັນກຸ່ມ ມີຫລາຍສີເຊ່ນ: ສີແດງ ສີບົວ ສີຂາວ ສີເຫລືອງ ເປັນຕົ້ນ... ສາມາດອອກດອກໄດ້ຕະຫລອດປີ ແລະ ຈະອອກດອກຫລາຍພິເສດໃນລະດູຫນາວ
                ຕາມຄຳກ່າວຂານຂອງຄົນບູຮານ ຖ້າປູກຕົ້ນເສດຖີໄວ້ຫນ້າເຮືອນ ຈະນຳໂຊກມາໃຫ້ ຄວນປູກໄວ້ທາງທິດຕາເວັນອອກສຽງໃຕ້ ແລະຄວນປູກໃນມື້ວັນພຸດ ຈະຍິ່ງເຮັດໃຫ້ເສີມດວງໂຊກລາບຍິ່ງໆຂື້ນເພາະເຊື່ອກັນວ່າເປັນຕົ້ນໄມ້ຂອງເທບພະເຈົ້າທັງ 8 ອົງ ທີ່ຈະປົກປ້ອງໃຫ້ຢູ່ເຢັນເປັນສຸກ ເງິນທອງໄຫລມາເທມາ



 2. ດອກດາວເຮືອງ
     ຕາມຄວາມເຊື່ອ ກ່ຽວກັບການປູກດອກດາວເຮືອງ ກໍ່ຄື ຈະຊ່ວຍນຳເງິນທອງ ເຂົ້າມາໃນເຮືອນ ເພາະສີເຫລືອງທອງ ຂອງດອກດາວເຮືອງ ປຽບສະເຫມືອນເງິນທອງ ເຕັມບ້ານເຕັມເຮືອນ ຖ້າປູກບໍລິເວນຫນ້າບ້ານ ຫລື ບໍລິເວນເຮືອນໃຫ້ອອກດອກຫລາຍໆ ຄ້າຍກັບທົ່ງທອງທົ່ງຄຳ ຈະຍິງເສີມໂຊກລາບ ເຮັດກິດຈະການອັນໃດ ທຸລະກິດອັນໃດ ກໍ່ຈະກ້າວຫນ້າ ຂື້ນໄປເລື້ອຍໆ



3. ຕົ້ນນາງກັວກ
     ຕົ້ນນາງກັວກ ເປັນພືດມົງຄົນ ພຽງແຕ່ຊື່ກໍ່ຮູ້ແລ້ວວ່າ ຈະຊ່ວຍກັວກເງິນ ກວັກຄຳ ເຂົາມາເຮືອນ ຫາກໃຜເຮັດກິດຈະກຳ ການເປີດຮ້ານຕ່າງໆ ແລະປູກຕົ້ນນາງກັວກເອົາໄວ້ ຈະຊ່ວຍໃຫ້ກິດຈະການຂອງທ່ານ ຈະເລີນກ້າວຫນ້າ ຮຸ່ງເຮືອງ ລູກຄ້າຫລາຍ ແລະ ຄ້າຂາຍດີ



 4. ຕົ້ນກະບອງເພັດ
      ຕາມຄວາມເຊື່ອຈາກການປູກຕົ້ນກະບອງເພັດ ໄວ້ໃນເຮືອນນັ້ນ ເຊື່ອກັນວ່າຈະເຮັດໃຫ້ ກິດຈະການກ້າວຫນ້າ ຈະໄດ້ເລື່ອນຕ່ຳແຫນ່ງ ຫນ້າທີ່ການງານໄວ ແລະຈະພາໂຊກລາບມາສູ່ຄອງຄົວ ຖ້າຫານວ້າເຮືອນໃດ ທີ່ສາມາດປູກຕົ້ນກະບອງເພັດໃຫ້ອອກດອກໄດ້ຫລາຍ ແລະສວຍງາມແລ້ວ ສະແດງວ່າຜູ້ນັ້ນຈະມີໂຊກລາບ ຈະໄດ້ເງິນ ໄດ້ ຄຳ ບໍ່ຂາດມືເລີຍ



5. ຫວ່ານລວຍບໍ່ເລີກ
    ຕາມຄວາມເຊື່ອຂອງຄົນບູຮານ ທີ່ເລົ່າຂານກັນມາ ປາກຕໍ່ປາກ ຈາກລຸ້ນສູ່ລຸ້ນ  ເຊື່ອກັນວ່າ ເຮືອນໃດທີ່ປູກ ຕົ້ນລວຍບໍເລີກ ຫລື ຕົ້ນ ຫນວດປາຫມືກນີ້ ຈະເຮັດໃຫ້ລ້ຳລວຍຄືກັບຊື່ຂອງຕົ້ນ ແລະຖ້າອອກດອກເມື່ອໃດ ເຊື່ອກັນວ່າຈະມີໂຊກລາບມາກ່າຍກອງເຖິງທີ່


6. ເຄືອລະບາດ
     ຄົນບູຮານເຊື່ອກັນວ່າ ເຮືອນໃດປູກພືດຊະນິດນີ້ໄວ້ປະຈຳບ້ານ ເຮັດໃຫ້ເກີດຄວາມລ່ຳລວຍເງິນຕາ ແລະຖ້າປູກໃຫ້ອອກໃບມາມີສີສັນສວຍງາມ ແລະຈຳນວຍຫລາຍແລ້ວຈະເນັດໃຫ້ມີເງິນຫລາຍຂື້ນເຊັ່ນກັນ ເພາະວ່າ 1 ໃບ ເທົ່າກັບຈຳນວນເງິນ 1 ຫົວຫນ່ວຍ ແຕ່ຍິ່ງແຕກອອກມາຫລາຍໃບຈຳນວນເງິນກໍ່ຈະເພີ່ມຂື້ນໄປຕາມໆກັນ ທີ່ສຳຄັນກ້ອງໃບຈະມີສີຄ້າຍກັບເງິນເຄືອບຢູ່ອີກ ຖ້າຫານໃຜປູກຢູ່ຢ່າລືມ ໄປສັງເກດເບິ່ງເດີ່ ຖ້າບໍ່ເຊື່ອ

7. ຕົນເກັບເງິນເກັບຄຳ
   ຄົນບູຮານເຊື່ອກັນວ່າບ້ານໃດທີ່ປູກພືດສະນິດນີ້ (ເຄືອເກັບເງິນກັບຄຳ) ຈະເຮັດໃຫ້ທ່ານມີເງິນມີຄຳ ຫລາຍເພາະວ່າພືດສະນິດນີ້ເປັນພືດມົງຄົນ ຄືກັນກັບຊື່ຂອງຕົ້ນນັ້ນເອງ


8. ເງິນໄຫລມາ
    ພຽງແຕ່ຟັງຊື່ເທົ່ານັ້ນກໍ່ສາມາດຮູ້ໄດ້ ເນື່ອງຈາກວ່າພືດສະນິດນີ້ ເປັນໄມ້ປະດັບມົງຄົນອີດສະນິດຫນື່ງທີ່ຄວນປູກໄວ້ໃນບໍລິເວນບ້ານ ແລະ ເຊື່ອກັນວ່າ ເງິນຈະໄຫລມາ ເທມາ ຕາມຊື່ຂອງຕົ້ນ ເພື່ອເພີ່ມຄວາມໂຊກດີຍິ່ງຂື່ນຄວນປູກຕົ້ນໄມ້ສະນິດນີ້ ໃນວັນອັງຄານ ແລະວາງໄວ້ທາງທິດຕາເວັນອອກສຽງໃຕ້ ເຊື່ອນກັນວ່າ ເງິນຄຳ ຈະໄຫລເຂົ້າມາ ເລື່ອຍໆ


9. ກວນອີມເງິນ ຫລື ອໍ້ດ່າງ
    ຄົນໂບລານເຊື່ອກັນວ່າ ບ້ານໃດທີ່ປູກຕົ້ນກວນອີມເງິນໄວ້ ຈະເຮັດໃຫ້ມີຖານະດີ ເກີດຄວາມລ່ຳລ້ວຍ ແລະ ຕົ້ນກວນອີມຍັງເປັນຕົ້ນໄມ້ທີ່ນຳເງິນເຂົ້າມາໃນບ້ານ ໂດຍເຊື່ອກັນວ່າ ເປັນຕົ້ນໄມ້ສັກສິດ ທີ່ຄົນບູຮານໃຊ້ເຂົ້າໃນການປະກອບພິທີບູຊາພະເຈົ້າ ແລະພິທີການມົງຄົນອື່ນໆ ຄວນປູກໄວ້ໃນທາງທິດຕາເວັນອອກ ຈະຊ່ວຍເສີມສິລິມຸງຄຸນ ໃຫ້ແກ່ບ້ານ ແລະ ຜູ້ອາໃສຫລາຍຍິ່ງກວ່າເດີມ
         

       ເຊິ່ງໄມ້ມົງຄົນທັງ 9 ຊະນິດນີ້ເປັນພຽງຄວາມເຊື່ອຂອງຄົນບູຮານເທົ່ານັ້ນ ເຊິ່ງຂື້ນຢູ່ກັບວິຈາລະນະຍານຂອງທ່ານແຕ່ລະທ່ານ ຖ້າວ່າປູກຕົ້ນໄມ້ມົງຄົ້ນນີ້ໄວ້ ແຕ່ຍັງຂີ້ຄານເຮັດວຽກ ແລະ ໃຊ້ເງິນຟຸມເຟືອຍ ຕົ້ນໄມ້ເຫລົ່ານີ້ກໍ່ຊ່ວຍໃຫ້ມີເງິນຫລາຍບໍ່ໄດ້ ດັ່ງນັ້ນ ຕ້ອງດຸຫມັນເຮັດວຽກ ເກັບອອກເງິນຄຳ ແລະປູກຕົ້ນໄມ້ນີ້ເພື່ມເສີດວງ ຈະເປັນວິທີທີ່ດີທີ່ສຸດ
       

ວິທີອານຸລັກປ່າໄມ້



  1. ຕ້ອງມີການຄຸ້ມຄອງປ່າໄມ້
  2. ຄຸ້ມຄອງການຕັດໄມ້
  3. ການປູກປ່າ
  4. ການປ້ອງກັນໄຟປ່າ ແລະ ແມງໄມ້ທຳລາຍຕົ້ນໄມ້
  5. ການນຳ້ໃຊ້ໄມ້ຢ່າງປະຢັດ
  6. ການປາບປາມຜູ້ລັກລອບຕັດໄມ້ທຳລາຍປ່າ
  7. ລົນນະລົງປູກຈິດສຳນຶກໃຫ້ປະຊາຊົນເຫັນຄວາມສຳຄັນຂອງປ່າໄມ້
  8. ມີນະໂຍບາຍເປີດປ່າສຳປະທານ ການເຮັດໃຫ້ປ່າໄມ້ເພື່ອອານຸລັກປ່າໄມ້
  9. ຢັບຢັ້ງການຖາງປ່າເຮັດໄຮ່ແບບເລື່ອນລອຍ ຄວນຫັນມາເຮັດໄຮ່ແບບຫມູນວຽນ
  10. ຢຸດສົ່ງເສີມໂຄງການທີ່ເຮັດໃຫ້ເກີດຜົນເສຍຂອງປ່າໄມ້

Tuesday, April 05, 2016

ເຮືອນ 3 ນ້ຳ 4


ເຮືອນ 3 ນ້ຳ 4

ເຮືອນ ໓ ນ້ຳ ໔ ເປັນຄຳສອນທີ່ຜູ້ເຖົ້າຄົນເເກ່ບູຮານເຮົາມັກຈະສອນລູກຫລານຢູ່ສະເໝີໂດຍສະເພາະກໍ່ເເມ່ນບັນດາຍິງສາວ ທັງຫລາຍ ວ່າ: "ເປັນຍິງນີ້ໃຫ້ຮູ້ຈັກເຮືອນ ໓ ນໍ້າ ໔" ເພາະໜ້າທີ່ໃນການເບິ່ງເເຍງເຮືອນຊານໃຫ້ສະອາດ ເເລະ ຮຽບຮ້ອຍ ນັ້ນເເມ່ນໜ້າທີ່ຂອງເເມ່ຍິງເຊັ່ນວ່າ: '' ຍິງໃດສົມບູນດ້ວຍເຮືອນສາມນ້ຳສີ່ເປັນຍິງທີ່ດີເລີດລ້ຳ ສົມຄວນແທ້ແມ່ເຮືອນ ''

ເຮືອນ 3
1. ເຮືອນຄົວ: ແນ່ນອນເຮືອນຄົວນັ້ນກໍເປັນບ່ອນທີ່ມີໄວ້ສຳຫລັບປຸງແຕ່ງອາຫານການກິນດັ່ງນັ້ນຜູ້ເປັນແມ່ບ້ານຈຶ່ງຕ້ອງມີໜ້າທີ່ ຮັກສາທຳຄວາມສະອາດປັດກວາດໃຫ້ມັນສະອາດ ແລະເປັນລະບຽບຮຽບຮ້ອຍຢູ່ສະເໝີ.

2. ເຮືອນນອນ: ກໍແມ່ນສະຖານທີ່ພັກຜ່ອນຫລັບນອນ ແລະເປັນທີ່ສ້າງຄວາມໜ້າຢູ່ໃຫ້ມີຄວາມຮົ່ມເຢັນແກ່ຜູ່ທີ່ມາຂໍເພິ່ງພາອາ ໄສ ແລະຄວນເປັນລະບຽບຮຽບຮ້ອຍຄວນມ້ຽນເຊັດຖູເກັບຜ້າແພພັນເຄື່ອງນຸ່ງຫົ່ມໃຫ້ເປັນທີ່ສະອາດຫູສະອາດຕາແກ່ຜູ້ພົບເຫັນ.

3. ເຮືອນຜົມ: ແມ່ຍິງລາວໃນຍຸກບູຮານແມ່ນມັກໄວ້ຜົມຍາວດຳສະນິດເອົາໄວ້ເກົ້າເປັນມວຍງາມ ສະນັ້ນຜູ້ຍິງຈຶ່ງຕ້ອງຮູ້ຈັກຮັກ ສາຜົມທີ່ຍາວດຳໃຫ້ມັນສະອາດໃຫ້ມັນຖືກຫວີຈົບງາມພາໃຫ້ຜູ້ພົບເຫັນຮູ້ສຶກສະອອນຕາເມື່ອໄດ້ຊົມໄດ້ເບີ່ງການເກົ້າຜົມດຳເປັນ ເງົາງາມພາໃຫ້ເຊີດຊູ ບຸກຄະລິກບໍ່ແມ່ນຈະປະປ່ອຍ ໃຫ້ມັນຫຍຸ້ງເຫຍີງຂາດການເອົາໃຈໃສ່.


ນ້ຳ 4

ນໍ້າ 1: ນໍ້າຄຳຫມາຍເຖິງຄຳເວົ້າຄຳຈາຂອງແມ່ຍິງເຊິ່ງຈະຕ້ອງເວົ້າຈາມ່ວນຫູຫລືເວົ້ານົວຫົວມ່ວນນັ້ນເອງເວົ້າຈາຊື່ກົງສະ
ເໝີຕົ້ນສະເໝີປາຍບໍ່ເວົ້າໂລເລ ແລະຮູ້ກາລະເທສະໃນການເວົ້າຈາ (ນ້ຳຄຳ)

ນໍ້າ 2: ກໍແມ່ນນໍ້າສະອາດບໍລິສຸດເອົາໄວ້ດື່ມກີນຕັກນໍ້າກິນໃສ່ອຸໄວ້ໜ້າຂັ້ນໃດເຮືອນເພື່ອຜູ້ໃດຜ່ານມາຈະໄດ້ແວະເຊົາກິນນໍ້າໃນອຸໄດ້ແລະກໍເພື່ອສຳລັບຄົນໃນເຮືອນດ້ວຍ ດັ່ງນັ້ນຄົນລາວບູຮານເພີິ່ນຈຶ່ງສັ່ງສອນວ່າຢ່າໃຫ້ແມງງ່ອງແງ່ງລົງຫລີ້ນນໍ້າແອ່ງກິນ ຢ່າໃຫ້ມີຂີ້ໝີ່ນມ້ຽງສະນິມໄຄໃຕ້ກົ້ນແອ່ງຢ່າໃຫ້ນໍ້າຂອດແຫ້ງແລງເຊົ້າໃຫ້ເຈົ້າຂົນໃສ່ເດີ...ຜູ້ໃດຫີວນໍ້າຍາມໃດແມ່ນກິນໄດ້ຍາມ ນັ້ນຢ່າໃຫ້ໄຫໃນບ້ານຂາດແຫ້ງຢ່າໃຫ້ແອ່ງຂາດກ້ຽງຊາວບ້ານຊິກ່າວຂວັນ (ນ້ຳກິນນ້ຳໃຊ້)

ນໍ້າ 3: ໄດ້ແກ່ນໍ້າທີ່ຄວນໃສ່ໃນເຕົ້າປູນຜູ້ໃດເປັນແມ່ເຮືອນກໍຕ້ອງຮັກສານໍ້າໃນກະບອກປູນຢ່າໃຫ້ມັນແຫ້ງເລີຍເພາະເມື່ອ ຫາກ ມີແຂກມາຢ້ຽມຢາມກໍຕ້ອງໄດ້ເອົາຂັນໝາກຂັນພູສູ່ແຂກຜູ້ມາຢາມຖາມຂ່າວຄາວສຸກທຸກຕາມ ອັດທະຍາໄສອັນຈົບງາມຂອງຊາວລາວບູຮານ (ນ້ຳເຕົ້າປູນ)

ນໍ້າ 4: ອັນນີ້ໝາຍເຖິງນໍ້າຈິດນໍ້າໃຈຂອງເຈົ້າແມ່ເຮືອນໂດຍຕ້ອງເປັນຄົນໃຈກວ້າງເພື່ອແຜ່ແກ່ຍາດຕິພີ່ນ້ອງຂອງຝ່າຍສາມີ ແລະຝ່າຍຕົນໃຫ້ມັນສະເຫມີພາບກັນ ເຊັ່ນວ່າ ຢ່າໄດ້ມີຄຳຂົມຕໍ່ໃຜພໍນ້ອຍຢ່າໄດ້ຄອຍຫາຂໍ້ງໍແງຮ້ອຍແງ່ຄຽດຂໍ້ລໍ້ແຂ່ແຫລ້ແນວນີ້ມັນບໍ່ດີນໍຂໍໃຫ້ແມ່ເຮືອນເຈົ້າເຮັດຕາມບູຮານເກົ່າຈຶ່ງຊິມີຂື້ນໄດ້ຄວາມໄຮ້ຈະໜີໄກພຸ້ນແລ້ວ (ນ້ຳໃຈ)ເຮືອນ 3 ນໍ້າ 4 ເປັນຄຳສັ່ງສອນບູຮານໃຫ້ຄົນຮຸ້ນໃຫມ່ນຳໄປຮິ່ນຕອງ ແລະສາມາດປະຕິບັດໄດ້ຕາມການປັບຕົວເອງໃຫ້ ເຂົ້າກັບຍຸກໂລກາພິວັດເພື່ອສຸຂະພາບ ແລະອະນາໄມແລະສືບຕໍ່ກິລິຍາອັນໜ້າພາກພູມໃຈຂອງຄວາມມີມາລະຍາດດີກິລິຍາຄ່ອງ ຂອງຜູ້ຍິງລາວສືບຕໍ່ໄປ.

ທີ່ມາ : 
ວັດສີໄຄ Wat Sikhai