ໂລກມາເລເລຍ
ໂລກມາເລເລຍສາມາດຕິດຕໍ່ທາງເລືອດ ເຊິ່ງເປັນສາເຫດເຮັດໃຫ້ມີອາການໄຂ້ສູງ ແລະ ໜາວສັ່ນ. ເຊິ່ງມັນມີສາເຫດມາຈາກກາຝາກຊະນິດໜຶ່ງທີ່ສາມາດເຮັດໃຫ້ເກີດມາເລເລຍທີມີຊື່ວ່າ ປຼາດໂມດຽນ ທີ່ສາມາດສົ່ງຕໍ່ຈາກຄົນໜຶ່ງໄປຫາອີກຄົນໜຶ່ງໂດຍຍຸງຊະນິດໜຶ່ງທີ່ກັດໃນຕອນກາງຄືນ. ທຸກໆປີມີຄົນຕັ້ງເປັນລ້ານໆຄົນຕ້ອງເສຍຊີວິດຈາກໂລກນີ້ ແລະ ມີອີກຫຼາຍລ້ານຄົນທີ່ຍັງທົນທຸກຈາກໂລກນີ້.
ໂລກມາເລເລຍແມ່ນເປັນອັນຕະລາຍຫຼາຍໂດຍສະເພາະເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີ, ແມ່ມານ ແລະ ຄົນທີ່ຕິດເຊື້ອເອດ. ການຕັ້ງທ້ອງເຮັດໃຫ້ຫຼຸດຜ່ອນຄວາມສາມາດໃນການຕໍ່ສູ້ກັບເຊື້ອພະຍາດ ແລະ ການຕິດເຊື້ອຕ່າງໆ. ຖ້າແມ່ມານເກີດຕິດເຊື້ອ ມາເລເລຍອາດຈະເປັນສາເຫດເຮັດໃຫ້ເປັນໂລກເລືອດຈາງທີ່ມີອັດຕາຄວາມສ່ຽງຈະເສຍຊີວິດຫຼັງຈາກເກີດລູກແລ້ວ.ໂລກມາເລເລັຍຍັງເປັນສາເຫດເຮັດໃຫ້ຫຼຸລູກ ຫຼື ເຮັດໃຫ້ ເກີດລູກກ່ອນກໍານົດ ຫຼື ເດັກເສຍຊີວິດໃນທ້ອງ.
ມັນມີມາເລເລຍຫຼາຍປະເພດ, ຄົນເຮົາສາມາດມີຊີວິດຢູ່ໄດ້ເປັນຫຼາຍໆປີ ກັບມະເລເລຍ ບາງປະເພດ ແລະ ໂລກມາເລເລຍສ່ວນຫຼາຍແມ່ນສາມາດປິ່ນປົວໄດ້. ໂລກມາ ເລເລຍທີມີຊື່ວ່າ ເສເລເບັນ ເປັນສາເຫດໃຫ້ເສຍຊີວິດໄດ້ພາຍໃນ 1 ຫຼື 2 ມື້ເທົ່ານັ້ນຫຼັງຈາກຕິດເຊື້ອ. ຢູ່ໃນພື້ນທີ່ສ່ຽງທີ່ເຄີຍມີຄົນເປັນໂລກນີ້, ຖ້າພວກເຈົ້າສົງໄສວ່າຕົນເອງຕິດເຊື້ອມາເລເລຍ, ສິ່ງສໍາຄັນທີ່ຕ້ອງປະຕິບັດແມ່ນຫາທາງປິ່ນປົວໃຫ້ທັນການ.
ຕາມທໍາມະດາແລ້ວຜູ້ທີ່ຕິດເຊື້ອໂລກນີ້ແມ່ນຈະມີໄຂ້ທຸກໆ 2 ຫຼື 3 ມື້, ແຕ່ເບື້ອງຕົ້ນແມ່ນຈະມີອາການໄຂ້ທຸກໆມື້. ຜູ້ໃດທີ່ພົບອາການເປັນໄຂ້ແບບບໍ່ມີສາເຫດຄືແນວນີ້ໃຫ້ໄປກວດເລືອດເພື່ອຊອກຫາວ່າເປັນໂລກມາເລເລຍ ຫຼືບໍ່. ສິ່ງນີ້ສ່ວນຫຼາຍສາມາດເຮັດໄດ້ຢູ່ສຸກສາລາ. ຖ້າວ່າຜົນຂອງການກວດເລືອດອອກມາວ່າມີໂລກມາເລເລຍ ແມ່ນໃຫ້ຮັກສາທັນທີ.
ອາການ
ໂລກມາເລຍມີ 3 ຂັ້ນຕອນດັ່ງນີ້:
1. ອາການທີ່ສະແດງໃຫ້ເຫັນແມ່ນໜາວສັ່ນ ແລະ ມີອາການເຈັບຫົວຢູ່ເລື້ອຍໆ. ມີ ການສັ່ນປະມານ 15 ນາທີເຖິງ 1 ຊົ່ວໂມງ.
2. ອາການສັ່ນໜາວຈະຕາມມາດ້ວຍອາການມີໄຂ້ສູງ. ຄົນເຈັບມີອາການອ່ອນແອ ແລະ ອາດຈະບໍ່ຮູ້ສຶກຕົວ ແລະ ອາການໄຂ້ອາດຈະກິນເວລາຫຼາຍຊົ່ວໂມງ ຫຼື ເປັນມື້.
3. ສຸດທ້າຍຄົນເຈັບມີເຫື່ອອອກ ແລະ ອາການໄຂ້ກໍ່ຫຼຸດລົງ. ເມື່ອອາການໄຂ້ຫຼຸດລົງຄົນເຈັບຍິ່ງມີອາການອ່ອນເພຍຫຼາຍກວ່າເກົ່າ.
ການປິ່ວປົວ
ກ່ອນອື່ນແມ່ນກວດເລືອດ, ຫຼັງຈາກຮູ້ຜົນແລ້ວແມ່ນໃຫ້ປິ່ນປົວທັນທີ. ໂລກມາເລເລຍສາມາດຕິດຕໍ່ຈາກຄົນໜຶ່ງຫາອີກຄົນໜຶ່ງໂດຍຍຸງ, ການປີ່ນປົວຄົນຕິດເຊື້ອແມ່ນວິທີທາງໜຶ່ງທີ່ຈະຊ່ວຍປ້ອງກັນຄົນອື່ນໆຈາກໂລກນີ້ເຊັ່ນກັນ. ເພາະວ່າຫຼັງຈາກຄົນເຈັບໄດ້ຮັບການປິ່ນປົວ, ຍຸງຍິ່ງບໍ່ສາມາດເປັນພາຫະນໍາເຊື້ອໂລກສູ່ຄົນອື່ນໄດ້.
ຊອກຮູ້ຢາທີ່ທາງອໍານາດການປົກຄອງສາທາລະນະສຸກທ້ອງຖິ່ນໃຊ້ປິ່ນປົວໂລກມາເລເລຍ. ຢູ່ໃນຫຼາຍທ້ອງຖິ່ນໂລກມາເລເລຍແມ່ດື້ຢາ ຫຼື ເວົ້າອີກຢ່າງໜຶ່ງວ່າ ຢາທີ່ເຄີຍ ໃຊ້ໄດ້ຜົນໃນການປ້ອງກັນ ຫຼື ປິ່ນປົວບໍ່ສາມາດໃຊ້ໄດ້ຜົນອີກຕໍ່ໄປ. ອີກຢ່າງໜຶ່ງແມ່ນຢາທີ່ໃຊ້ໄດ້ຜົນຈາກທ້ອງຖິ່ນໜຶ່ງແມ່ນບໍ່ສາມາດໃຊ້ໄດ້ຜົນໃນທ້ອງຖິ່ນທີ່ຕ່າງກັນ.
ດຽວນີ້ໄດ້ມີຢາຊະນິດໃໝ່ ຫຼື ຢາຫຼາຍຊະນິດປະສົມກັນທີ່ໃຊ້ເພື່ອປິ່ນປົວໂລກມາເລເລຍ ຢູ່ຂົງເຂດທີ່ແຕກຕ່າງກັນ. ໜຶ່ງໃນນັ້ນແມ່ນຢາອາເທມີຊີນິນ (ໃຊ້ຢູ່ປະເທດຈີນມາຕັ້ງ ຫຼາຍປີແລ້ວ) ທີ່ໃຊ້ຮ່ວມກັບຢາຕ້ານໂລກມາເລເລຍ ຫຼື ຢາຕ້ານເຊື້ອ. ບາງພື້ນທີ່ ໂກໂລກິນ (ຢາຊະນິດນີ້ແມ່ນ ຢາທີ່ໃຊ້ເລື້ອຍໆເປັນເວລາຫຼາຍປີແລ້ວ) ຍັງໃຊ້ໄດ້ຜົນ. ວິທິທາງດຽວທີ່ສາມາດຊ່ວຍໃຫ້ພວກເຮົາຮູ້ວ່າຢາທີ່ໃຊ້ປິ່ນປົວນັ້ນໄດ້ຜົນ ຫຼື ບໍ່ໂດຍການກວດສອບກັບອໍານາດການປົກຄອງສາທາລະນະສຸກທ້ອງຖິ່ນ.
ສິ່ງທີ່ສໍາຄັນ: ໃຫ້ກິນຢາໃຫ້ຈົນໝົດຕາມກໍານົດທີ່ທ່ານໝໍແນະນໍາເຖິງແມ່ນວ່າຄົນເຈັບຈະຮູ້ສຶກດີຂື້ນກໍ່ຕາມ. ຖ້າຄົນເຈັບເຊົາກິນຍາກ່ອນກໍານົດແມ່ນໂລກມາເລເລຍຈະກັບຄືນມາ ແລະ ຖ້າກິນ ຢາອີກ ແມ່ນມັນຈະບໍ່ມີຜົນຫຍັງຕໍ່ການປິ່ນປົວໂລກນີ້.
ການປ້ອງກັນ
ສ່ວນຫຼາຍໂລກມາເລເລຍມັກປາກົດຢູ່ບ່ອນທີ່ຮ້ອນ,ໃນລະດູຝົນ ເພາະວ່າຍຸງສາມາດແຜ່ ພັນຢູ່ບ່ອນທີ່ມີອາການທີ່ອົມອຸ່ນ, ໃນນໍ້າທີ່ບໍ່ໄຫຼ. ແຕ່ເຮົາຍັງສາມາດພົບໂລກມາເລເລຍຢູ່ບາງພາກຂອງໂລກນີ້ໃນລະດູແລ້ງ ເມື່ອຍຸງມີການແຜ່ພັນຢູ່ຕາມໜອງນ້ອຍທີ່ນໍ້າບໍ່ໄຫຼ. ວິທີທີ່ດີຂອງການປ້ອງກັນໂລມາເລເລຍແມ່ນເຊັ່ນດຽວກັບການປ້ອງກັນໄຂ້ເລືອດອອກແລະ ໄຂ້ໝາກເຫຼືອງ ໂດຍການຫຼີກເວັ້ນບໍ່ໃຫ້ຍຸງກັດແລະ ໃຊ້ການຄວບ ຄຸມຍຸງໃນຊຸມຊົນ ການນອນໃນມຸ້ງກັນຍຸງແມ່ນວິທີທາງທີ່ດີສໍາລັບການປ້ອງກັນ ແລະ ຄອບຄຸມໂລກ ມະເລເລຍ. ສໍາລັບມຸ້ງແມ່ນຕ້ອງຍ້ອມຍາຂ້າແມງໄມ້ທີ່ມີຊື່ວ່າ “ປີລິທຼິນ” ໃສ່, ມັນເປັນຢາທີ່ບໍ່ເປັນອັນຕະລາຍໂດຍສະເພາະສົມທຽບໃສ່ໂລກມະເລເລຍ. ຢາຊະນິດນີ້ມັນຈະເປັນອັນຕະລາຍກໍ່ຕໍ່ເມື່ອມັນຖືກຜິວໜັງ, ເມື່ອເດັກນ້ອຍກືນກິນ ແລະ ນໍາເອົາໄປຊັກລ້າງ ເພາະວ່າຢາ ຂ້າແມງໄມ້ ແມ່ນເປັນພິດແກ່ແຫຼ່ງນໍ້າ ແລະ ເປັນອັນຕະລາຍຕໍ່ປາ, ແມງໄມ້, ສັດ ແລະ ຄົນທີ່ໃຊ້ນໍ້າໄຫຼລົງໄປ.
ມຸ້ງກັນຍຸງສາມາດປົກປ້ອງເຮົາໄດ້ກໍ່ຕໍ່ເມື່ອມີການບູລະນະບໍ່ໃຫ້ມີຮູຂາດເທົ່ານັ້ນ.ເພາະວ່າ ຢາທີ່ຍ້ອມໃສ່ມຸ້ງຈະໝົດລິດປະມານ 6 ເດືອນຫາ 12 ເດືອນ ຫຼື ໄວກວ່ານັ້ນ ຖ້ານໍາໄປຊັກເລື້ອຍໆ. ບາງບ່ອນທ່ານສາມາດຫາມຸ້ງທີ່ກັນຍຸງກຸ້ມໄດ້ດົນເປັນປີ ຖ້າມັນຍັງຢູ່ໃນສະພາບດີ ຄືມັນບໍ່ຂາດ ບໍ່ເປັນຮູ. ທ່ານສາມາດຍ້ອມຄືນອີກ. ຖ້າມັນຢູ່ໃນສະພາບບໍ່ດີປານໃດເຊັ່ນມັນຂາດ ແລະ ມີຮູຫຼາຍບ່ອນເກີນໄປແມ່ນຄວນຈະປ່ຽນອັນໃໝ່ ແລ້ວຈິ່ງຍ້ອມຢາໃສ່ໃໝ່. ໃນການຍ້ອມຢາຄວນຈະໃສ່ຖົງມືເພື່ອບໍ່ໃຫ້ມືສໍາຜັດໂດຍກົງກັບຢາຂ້າແມງໄມ້.
ການປິ່ນປົວສໍາລັບໝົດທຸກຄົນ
ໂລກມາເລເລຍແມ່ນຕາມທໍາມະດາແລ້ວມັກເກີດກັບຄົນທຸກຍາກ ແລະ ຕົວເລກຂອງຜູ້ ເສຍຊິວິດ ແມ່ນເພີ່ມຂື້ນເລື້ອຍໆໃນແຕ່ລະປີ. ເມື່ອພວກເຂົາບໍ່ມີເງິນສຳລັບທີ່ຈະກວດເລືອດ ແລະຈ່າຍຄ່າປິ່ນປົວ, ພວກເຂົາບໍ່ສາມາດເຂົ້າເຖິງສະຖານີອະນາໄມ, ພວກເຂົາຈໍາຕ້ອງທົນຢູ່ ແລະ ເສຍຊິວິດຍ້ອນໂລກນີ້. ເພາະວ່າ ເມື່ອມີຜູ້ ໜຶ່ງຕິດ ໂລກມາເລເລຍ, ເຊື້ອພະຍາດນີ້ສາມາດແຜ່ລາມໄປສູ່ຄົນອື່ນເຊັ່ນກັນ.
ໂລກມາເລເລຍແມ່ນປາກົດຂຶ້ນຢູ່ນໍາຊຸມຊົນຕ່າງໆທີ່ຕ້ອງທົນທຸກກັບຄວາມທຸກຍາກ ແລະ ບໍ່ມີຄວາມຍຸດຕິທໍາຢູ່ໃນສັງຄົມ. ສໍາລັບການລົນນະລົງເພື່ອປ້ອງກັນໂລກມາເລເລຍ ທີ່ໄດ້ຮັບຜົນສໍາເລັດແມ່ນພວກເຂົາຈໍາຕ້ອງກ່າວເຖິງຕົ້ນປາຍສາເຫດຂອງບັນຫາຄວາມທຸກຍາກ ແລະ ບໍ່ມີຄວາມຍຸຕິທໍາຢູ່ໃນສັງຄົມເຊັ່ນດຽວກັນກັບການທີ່ທຸກຄົນສາມາດເຂົ້າເຖິງການຮັກສາໄດ້ເຊັ່ນດຽວກັນ.
Friday, March 25, 2016
Wednesday, March 23, 2016
ຜັກກາດນາ
ຜັກກາດນາມີວິຕາມິນຫຼາຍຊະນິດເປັນຕົ້ນແມ່ນມີເບຕ້າແຄໂຣທີນ 186,92 ໄມໂຄກຣາມ, ຊ່ວຍຫຼຸດຄວາມສ່ຽງຕໍ່ການເກີດມະເຮັງກະເພາະອາຫານ ແລະ ລຳໄສ້, ມະເຮັງປອດ ແລະ ມະເຮັງກະເພາະປັດສະວະ, ມີວິຕາມີນເຊຊ່ວຍເສີມສ້າງເນື້ອເຍື່ອໃຫ້ຊຸ່ມຊື່ນ ແລະ ເຮັດໃຫ້ລະບົບພູມຄຸ້ມກັນໂລກມີຄວາມແຂງແຮງສົມບູນ ນອກຈາກນີ້ຍັງມີແຄນຊຽມ ຊ່ວຍເສີມສ້າງກະດູກໄດ້ດີອີກດ້ວຍ.
- ຄຸນຄ່າອາຫານ:
- ຜັກກາດນາ 100 ກຣາມ ໃຫ້ພະລັງງານ 31 ກິໂລແຄລໍຣີ
- ປະກອບດ້ວຍນ້ຳ 92,1 ກຣາມ, ໂປຣຕີນ 2,7 ກຣາມ, ໄຂມັນ 0,5 ກຣາມ, ຄາຣ໌ໂບໄຮເດຣຕ 3,8 ກຣາມ, ເສັ້ນໃຍ 1,6 ກຣາມ,ແຄນຊຽມ 245 ມິລີກຣາມ, ທາດເຫຼັກ 1,2 ມິລີກຣາມ, ເບຕາແຄໂຣທີນ 2,512 ໄມໂຄກຣາມ, ວິຕາມີນອາ 419 ໄອຢູ, ວິຕາມີນເບໜຶ່ງ0,05 ມິລີກຣາມ, ວິຕາມິນເບສອງ 0,08 ມິນລີກຣາມ, ໄນອະຊິນ1,0 ມິລີກຣາມ ແລະ ວິຕາມີນເຊ 147 ມິລີກຣາມ
- ນອກຈາກຄຸນຄ່າທາງອາຫານ ແລະ ມີປະໂຫຍດຕໍ່ຮ່າງກາຍແລ້ວການຮັບປະທານຜັກກາດນາຫຼາຍໆກໍອາດຈະເຮັດໃຫ້ທ່ານທ້ອງອືດໄດ້ ເພາະໃນຜັກກາດ ນາແມ່ນປະກອບມີສານກອຍໂຕຣເຈນປະປົນຢູ່ ສະນັ້ນຈິ່ງຄວນຮັບປະທານພໍດີຮ່າງກາຍຈິ່ງຈະໄດ້ສານອາຫານທີ່ເຕັມທີ່.
ຜັດກູດ
ຊື່ສາມັນ
|
ຜັກກູດກ້າງປາ ຜັກກູດຜາ, Fishtail Sword Fern,
|
ຊື່ວິທະຍາສາດ
|
Nephrolepsis spp.
|
ຕະກູນ
|
OLEANDRACEAE
|
ຖິນກຳເນີດ
|
ເຂດຮ້ອນ ແລະ ພາກກາງຂອງລາວ ເຂດພູພະຫາຫີນເຫີບມີຫລາຍທີ່ສຸດ
|
ເຟິຣ໌ນບອສຕັນ ຫລືຜັກກູດຜາ
ລັກສນະທັ່ວໄປ ເຟິຣ໌ນບອສຕັນເປັນພືດຕະກູລເຟິຣ໌ນຊະນິດຫນຶ່ງ ມີໃບຂຽວຄ້າຍໃບຫມາກຂາມ ປາຍໃບບໍ່ມີແສກ ເປັນພືດທີ່ມັກຄວາມຊື້ນ ສາມາດປູກໃນຮົ່ມໄດ້ສະບາຍໆ ນອກຈາກນີ້ເຟິຣ໌ນບອສຕັນຢັງມີຄຸນສົມບັດຊ່ວຍດູດສານພິດ ແລະ ຟອກອາກາດພາຍໃນບ້ານໄດ້ອີກດ້ວຍ ຈຶງເປັນອີກຫນຶ່ງຕ້ນໄມ້ໃນຮົ່ມຍອດນິຍົມທີ່ມັກຈະປູກໄວ້ໃນບ້ານຫລືໃນອາຄານ ເພື່ອເປັນໄມ້ປະດັບງາມ ໆ
ວິທີການປູກແລະດູແລຣັກສາ
ເຈົ້າສາມາດປູກເຟິຣ໌ນໃນທີ່ຣ່ົມໄດ້ສະບາຍ ໆ ແຕ່ຄວນຫົດນ້ຳໃຫ້ເຟິຣ໌ນຊຸ່ມພໍດີ ຢ່າປ່ອຍໃຫ້ປຽກນ້ຳ ເພາະເຟິຣ໌ນອາດແຫ່ວຕາຍໄດ້ ແລະຖ້າຂາດນ້ຳເມື່ອໃດໃບກໍ່ຈະປ່ຽນເປັນສີນ້ຳຕານແລະຫລົ່ນຢ່າງວ່ອງໄວ ແຕ່ຖ້າຈະໃຫ້ດີກໍ່ຄວນໃຫ້ເຟິຣ໌ນໄດ້ຣັບແສງແດດເປັນບາງຄັ້ງ ເພື່ອປ້ອງກັນປັນຫາໃບເຫລືອງແຫ່ວສ່ວນການໃຫ້ປຸ໋ຢຄວນໃຫ້ປຸ໋ຍຄອກຫຣືປຸ໋ຍຫມັກແບບລະລາຍນ້ຳ ໂດຍສີດພ່ົນເປັນລະອອງເບົາໆ ແລະໃຫ້ປຸ໋ຍພຽງເດືອນລະຄັ້ງກໍ່ພໍ
Tuesday, March 22, 2016
ບັນຫານ້ຳເປື້ອນ
ບັນຫານ້ຳເປື້ອນ
ລະບົບກຳຈັດນ້ຳເປື້ອນແມ່ນໃຊ້ນ້ຳເປັນຕົວນຳພາເອົາສິ່ງເປື້ອນເປິຕ່າງໆໄຫຼໄປຕາມທໍ່. ລະບົບດັ່ງກ່າວສາມາດເຮັດໃຫ້ສຸຂະພາບຂອງຊຸມຊົນດີຂຶ້ນ, ໂດຍສະເພາະໃນພື້ນທີ່ເມືອງທີ່ແອ ອັດ. ແຕ່ເພື່ອປ້ອງກັນບັນຫາສຸຂະພາບທີ່ຈະເກີດຂຶ້ນ, ນ້ຳເປື້ອນນັ້ນຕ້ອງໄດ້ຜ່ານການບຳບັດເສຍກ່ອນ ເພື່ອໃຫ້ນ້ຳນັ້ນປອດໄພກ່ອນທີ່ຈະປ່ອຍນ້ຳນັ້ນລົງສູ່ຮ່ອງ້ນ້ຳລຳທານຕ່າງໆ ຫຼື ເອົາກັບມາໃຊ້ຄືນອີກ.
ການບຳບັດນ້ຳເສຍນັ້ນແມ່ນຕ້ອງໄດ້ເສຍຄ່າໃຊ້ຈ່າຍສູງ ແລະ ສ່ວນຫຼາຍ ນ້ຳເປື້ອນແມ່ນມັກຖືກປ່ອຍຖິ້ມໂດຍບໍ່ໄດ້ຜ່ານການບຳບັດໃດໆ. ການເຮັດເຊັ່ນນີ້ເປັນການແຜ່ກະຈາຍສິ່ງເປຶ້ອນເປິ ແລະ ແມ່ພະຍາດຕ່າງໆ, ທາດພິດເຄມີທີ່ອາດປົນຢູ່ໃນນ້ຳນັ້ນ, ຊຶ່ງເປັນທີ່ມາ ຫຼື ສາເຫດຂອງບັນຫາສຸຂະພາບຕ່າງໆ ຢູ່ບ່ອນທີ່ປ່ອຍນ້ຳເປື້ອນຖິ້ມ ເຊັ່ນ: ໂລກຕັບ ອັກເສບ (Hepatitis), ໂລກອະຫິວາ ແລະ ໂລກໄທຟອຍ.ເຖິງແມ່ນວ່າຈະໃຊ້ການບຳບັດນ້ຳເປື້ອນທີ່ມີຄ່າໃຊ້ຈ່າຍສູງກໍ່ຕາມ, ການໃຊ້ນ້ຳສະລ້າງເອົາສິ່ງເປື້ອນເປິໄປນັ້ນແມ່ນເປັນວິທີການທີ່ບໍ່ຢັ້ງຍືນປານໃດ ແລະ ກໍ່ມັກພາໃຫ້ເກີດ ບັນຫາອີກເຊັ່ນ:
- ພາໃຫ້ເກີດການປົນເປື້ອນແຫຼ່ງນ້ຳກິນທີ່ຢູ່ທາງຕອນລຸ່ມຂອງແມ່ນ້ຳ.
- ພາໃຫ້ເກີດການປົນເປື້ອນດິນບ່ອນທີ່ປະຊາຊົນພັກອາໄສ ແລະ ປູກຝັງ.
- ສູນເສຍແຫຼ່ງທາດບຳລຸງລ້ຽງ (ຝຸ່ນ) ສຳລັບການປູກຝັງ.
- ພາໃຫ້ເກີດການປົນເປື້ອນແຫຼ່ງນ້ຳທີ່ໃຊ້ສຳລັບການດື່ມກິນ, ຊຳລະລ້າງຮ່າງກາຍ ແລະ ການກະຊິກຳ.
- ມີກິ່ນເໝັນ.
ລະບົບກຳຈັດນ້ຳເປື້ອນຍັງກໍ່ໃຫ້ເກີດບັນຫາສຸຂະພາບຕ່າງໆອີກ ເມື່ອຂອງເປື້ອນຊະນິດຕ່າງກັນຖືກນຳມາປົນກັນ, ຍົກຕົວຢ່າງ ເຊັ່ນ: ເມື່ອບັນດາໂຮງຈັກໂຮງງານຕ່າງໆຖິ້ມ ຫຼື ປ່ອຍຂອງເສດເຫຼືອທີ່ເປັນສານພິດເຄມີລົງໄປນຳທໍ່ນ້ຳເປື້ອນ. ສານເຄມີທີ່ປົນມານຳນ້ຳເປື້ອນນັ້ນເຮັດໃຫ້ການບຳບັດນ້ຳເປື້ອນເພື່ອນຳກັບມາໃຊ້ໃໝ່ນັ້ນຫຍຸ້ງຍາກຫຼາຍຕື່ມຂຶ້ນໄປອີກ.ວິທີທີ່ປອດໄພທີ່ສຸດ ແລະ ມີຄ່າໃຊ້ຈ່າຍຕ່ຳໃນການຈັດການນ້ຳເປື້ອນ ກໍ່ຄືການຈັດການບຳບັດນ້ຳເປື້ອນໃກ້ບ່ອນທີ່ເກີດນ້ຳເປື້ອນນັ້ນ ແລະ ຈາກນັ້ນກໍ່ປ່ອຍໃຫ້ນ້ຳໄຫຼຊຶມລົງດິນໄປຫຼໍ່ລ້ຽງພືດພັນຕ່າງໆ.
ວິທີການທີ່ມັກໃຊ້ກັນໃນການຈັດການນ້ຳເປື້ອນກໍ່ຄື ການໃຊ້ຖັງ ຫຼືຂຸມວິດຊຶມ (ເຊິ່ງເປັນຖັງ ຫຼື ອ່າງບັນຈຸຂະໜາດໃຫຍ່ທີ່ຢູ່ພື້ນດິນ ໃຊ້ເປັນບ່ອນກັກເກັບສິ່ງເສດເຫຼືອທີ່ເປັນຕ່ອນ ແລະ ໃຫ້ມັນຍ່ອຍສະຫຼາຍໄປ) ແລະ ພື້ນທີ່ດູດຊຶມ (ເປັນພື້ນທີ່ ທີ່ນ້ຳໄຫຼອອກ ແລະ ຊຶມລົງດິນ). ແຕ່ວ່າວິທີການດັ່ງກ່າວນີ້ແມ່ນຕ້ອງການໆວາງແຜນທາງດ້ານເທັກນິກທີ່ເກີນກວ່າປຶ້ມຄູ່ມືນີ້ຈະສາມາດນຳມາສະເໜີໂດຍລະອຽດໄດ້.
ອັນທີ່ຈິງແລ້ວ ລະບົບກຳຈັດນ້ຳເປື້ອນໃຊ້ນ້ຳໃນການຊະລ້າງຂອງເສຍຫຼາຍເກີນໄປ ທັງໆທີ່ວ່າສິ່ງເສດເຫຼືອນັ້ນແມ່ນສາມາດຈັດການໄດ້ ໂດຍໃຊ້ ນ້ຳພຽງເລັກນ້ອຍ ຫຼື ບໍ່ໃຊ້ເລີຍກໍ່ໄດ້. ສຳລັບຊຸມຊົນທີ່ມີນ້ຳໜ້ອຍ, ຫຼື ບໍ່ສາມາດມີລະບົບກຳຈັດນ້ຳເປື້ອນໄດ້, ແມ່ນສາ ມາດທີ່ຈະໃຊ້ວິດຊະນິດອື່ນໆໄດ້.
ສິ່ງທີ່ວິດຕ້ອງມີ
ສິ່ງທີ່ວິດຕ້ອງມີ
ຕາມປົກກະຕິແລ້ວ ສຸຂະພາບກໍ່ບໍ່ແມ່ນເຫດຜົນຫຼັກທີ່ເຮັດໃຫ້ປະຊາຊົນຢາກປັບປຸງສຸຂະອະນາໄມ ສະເໝີໄປ. ພວກເຂົາກໍ່ຍັງຕ້ອງການ:
- ຄວາມເປັນສ່ວນຕົວ: ວິດນັ້ນມີຫຼາຍຊະນິດນັບຕັ້ງແຕ່ແບບທຳມະດາທີ່ສຸດຂຶ້ນໄປ ເຊັ່ນ: ວິດຂຸມ; ແຕ່ວ່າຄວາມຕ້ອງການໃນການເປັນສ່ວນຕົວນັ້ນແມ່ນສຳຄັນ ຊຶ່ງເຮັດໃຫ້ວິດຕ້ອງມີທີ່ກຳບັງທີ່ດີ (ຝາ, ຫຼັງຄາ) ແລະ ປະຕູ. ທີ່ກຳບັງທີ່ດີທີ່ສຸດນັ້ນແມ່ນເຮັດແບບທຳມະດາ ແລະ ເຮັດຈາກວັດຖຸທີ່ມີໃນທ້ອງຖິ່ນນັ້ນ.
- ຄວາມປອດໄພ: ການທີ່ຈະໃຫ້ວິດເປັນບ່ອນທີ່ປອດໄພໄດ້ນັ້ນ ການກໍ່ສ້າງຕ້ອງໄດ້ ເຮັດເປັນຢ່າງດີ ແລະ ຕັ້ງຢູ່ໃນບ່ອນທີ່ປອດໄພ. ຖ້າເຮັດວິດບໍ່ດີມັນກໍ່ເປັນອັນຕະລາຍໃນການໃຊ້ ແລະ ຖ້າວິດຫາກຢູ່ໄກຈາກເຮືອນ ຫຼື ຢູ່ບ່ອນທີ່ປ່ຽວ, ແມ່ຍິງອາດຈະເປັນອັນຕະລາຍຈາກການລ່ວງເກີນທາງເພດໄດ້ ເມື່ອພວກເຂົາໄປໃຊ້ວິດນັ້ນ.
- ຄວາມສະບາຍ: ຜູ້ຄົນແມ່ນມັກຈະໃຊ້ວິດທີ່ມີບ່ອນນັ່ງ ຫຼື ນັ່ງຢອງຢໍ້ທີ່ສະດວກສະ ບາຍ ແລະ ມີພື້ນທີ່ກວ້າງຂວາງພໍໃຫ້ເຂົາເຈົ້າສາມາດຢືນຂຶ້ນໄດ້. ພວກເຂົາກໍ່ມັກຈະໃຊ້ວິດທີ່ມີກຳບັງແດດ, ລົມ ຫຼື ຝົນໄດ້ດີ ແລະ ຕັ້ງຢູ່ໃກ້ເຮືອນ.
- ຄວາມສະອາດ: ຖ້າຫາກວິດເປື້ອນ ແລະ ມີກິ່ນເໝັນ, ກໍ່ບໍ່ມີໃຜຢາກໃຊ້. ຕາມວິຖີ ທີ່ຖືປະຕິບັດກັນມານັ້ນ ແມ່ນວຽກຂອງບັນດາຜູ້ຄົນທີ່ມີສະຖານະພາບທາງສັງຄົມຕ່ຳໃນຊຸມຊົນທີ່ຕ້ອງໄດ້ມາປ່ຽນກັນອະນາໄມດູແລວິດ ເພື່ອຮັກສາວິດໃຫ້ສະອາດ.
- ຄວາມເຄົາລົບນັບຖື: ວິດທີ່ໄດ້ຮັບການຮັກສາໃຫ້ສະອາດສວຍງາມດີນັ້ນພາໃຫ້ຜູ້ຄົນນັບຖືຜູ້ທີ່ເປັນເຈົ້າຂອງ. ຍ້ອນເຫດຜົນອັນສຳຄັນນີ້ເອງທີ່ພາໃຫ້ປະຊາຊົນພາກັນລົງທຶນ ແລະ ລົງແຮງສ້າງວິດຂຶ້ນມາເປັນຂອງຕົນເອງ.
ພູທີ່ ບໍ່ ມີ ຕົ້ນ ໄມ້ປຽບ ເໝືອນ ເຮືອນ ທີ່ ບໍ່ ມີ ຫຼັງຄາ
ພູທີ່ ບໍ່ ມີ ຕົ້ນ ໄມ້ປຽບ ເໝືອນ ເຮືອນ ທີ່ ບໍ່ ມີ ຫຼັງຄາ
ເນີນ ພູ ແລະ ພູ ເຂົາ ຂອງ ແຄມ ຝັ່ງປະ ເທດເອວຄົວ ດໍ ໄດ້ ຖືກ ປົກ ຄຸມ ດ້ວຍ ປ່າດົງ ທີ່ ຕຶບໜາຂອງ ຄົງ ເຂດ ນີ້. ຕົ້ນ ໄມ້ ແຄມ ຝັ່ງ ໄດ້ ເຕີບ ໃຫຍ່ ຈາກ ນໍ້າ ຈືດທີ່ ມາ ຈາກ ແມ່ ນໍ້າກັບນໍ້າ ທະ ເລ. ຕົ້ນ ໄມ້ ຕາມແຄມ ຝັ່ງ ໄດ້ ປ້ອງ ກັນ ລົມພາຍຸ ແລະ ເປັນ ທີ່ ອາ ໄສ ຂອງ ປາ ແລະ ຫອຍຫຼາຍຊະນິດ. ຕົ້ນໝາກພ້າວ ໄດ້ ຖືກ ປູກ ຢູ່ ຕາມ ແຄມ ຝັງ ເພື່ອ ເປັນ ການ ຮັກສາ ບໍ່ ໃຫ້ ຕາ ຝັ່ງ ເຈື່ອນ. ປ່າ ໄດ້ ຖືກ ທົດ ແທນ ດ້ວຍ ຕົ້ນ ໄມ້ ທີ່ ໃຫ້ ຮົ່ມ ເງົາ. ຮາກ ຂອງ ມັນ ສາມາດ ເກັບ ນໍ້າ ແລະ ຍຶດດິນ ໄວ້. ປູກ ຕົ້ນ ຖົ່ວ ໄວ້ ນໍາ ພູ ທີ່ ສູງ ເພື່ອ ເປັນ ການ ຍຶດດິນ ໄວ້ບໍ່ ໃຫ້ ດິນ ເຈື່ອນ. ໃບ ໄມ້ ເມື່ອຕົກລົງ ພື້ນ ກໍ ຈະ ກາຍ ເປັນ ຝຸ່ນ.
ປ່າ ແມ່ນ ບ້ານ ຂອງ ຄົນ ແລະ ສັດສາ ວາ ສິ່ງ ຕ່າງໆ ເຊັ່ນ: ກວາງ, ນົກ, ແມງ ໄມ້ , ຈີ່ ໂກ ະ ແລະ ສັດ ຊະນິດ ອື່ນໆທີ່ ບໍ່ ສາມາດ ນັບ ໄດ້. ຜູ້ ຄົນ ໄດ້ ກໍ່ສ້າງ ບ້ານ ເຮືອນ ດ້ວຍ ຕົ້ນ ກ້ວຍ ແລະ ໃບ ປາມ. ມີ ສັດ ໃຫ້ ລ່າ ເນື້ອ, ມີໝາກ ເບີ ຣີ ສົດ ໃຫ້ ກິນ, ມີ ນໍ້າ ແລະ ດິນ ທີ່ ສາມາດ ປູກຝັງ ແລະ ລຽ້ງສັດ.
ແຕ່ ວ່າ ໄລຍະ 100 ປີຜ່ານມາ, ປ່າ ໄດ້ ຖືກ ຕັດ ລົງ ເພື່ອ ການ ເຮັດ ຖະໜົນຫົນທາງ ແລະ ປຸກ ເຮືອນ. ຫຼັງຈາກ ນັ້ນ ບໍລິສັດ ຈາກ ຢີ່ປຸ່ນ ໄດ້ ເຂົ້າ ມາ ແລ້ວ ຕັດ ໄມ້ ເພື່ອ ສ້າງ ທາງ ແລະ ສົ່ງ ໄມ້ ໄປ ຢີ່ປຸ່ນ. ເພາະວ່າ ປ່າ ຢູ່ ແຖບ ນີ້ ແມ່ນ ປ່າ ທີ່ ຕືບໜາຈິ່ງ ສາມາດ ຂາຍ ໄດ້ ລາ ຄາ ດີ. ເມື່ອ ປ່າໝົດ ໄປ ບໍລິສັດ ຂອງ ຢີ່ປຸ່ນກໍ ກັບປະ ເທດ ຂອງ ພວກ ເຂົາ. ແລ້ວ ຖິ້ມ ໄວ້ ແຕ່ ຫົນທາງ ທີ່ ເປ ເພ ເປັນ ເວລາ ດົນ ນານ.
ດຽວນີ້ພູຢູ່ ຝັ່ງ ທະ ເລ ຂອງປະ ເທດ ເອຄົວ ດໍຄື ກັນ ກັບ ທະ ເລ ຊາຍ. ພູ ເຂົາ ກາຍ ເປັນ ສີ ນໍ້າຕານ ແລະ ບໍ່ ມີ ຮົ່ມ ເງົາເລີຍ. ໃນ ລະດູ ແລ້ງ ດິນ ໄດ້ ຖືກ ພັດ ກະຈາຍ ໄປ ທົ່ວ ເຮັດ ໃຫ້ ອາກາດ ເຕັມ ໄປ ດ້ວຍ ຂີ້ຝຸ່ນ. ໃນ ລະດູຝົນ ດິນ ກາຍ ເປັນ ຕົມ ແລະ ມີ ດິນ ເຈື່ອ ນລົງ ມາ. ເມື່ອ ພາ ຍຸເອວ ນີ ໂນ້ ເຂົ້າ ມາ ໃນ ປີ 1997, ມັນ ບໍ່ ມີ ຕົ້ນ ໄມ້ ທີ່ ສາມາດ ປົກ ປ້ອງ ຊາວບ້ານ ຈາກ ຄວາມ ເສຍ ຫາຍ.
ການສົ່ງເສີມສຸຂະອານະໄມ
ເປັນທີ່ຮູ້ແຈ້ງແລ້ວວ່າ ການສົ່ງເສີມສຸຂະພາບຂອງເດັກ ແລະ ຄອບຄົວແມ່ນມີຄວາມສໍາຄັນ.ແຕ່ວ່າ ຈະເຮັດແນວ ໃດ ເພື່ອສົ່ງເສີມສຸຂະອະນາໄມຂອງຊຸມ ຊົນ? ເມື່ອເຮົາເວົ້າເຖິງສຸຂະອະນາໄມຂອງຊຸມຊົນ, ພວກເຮົາຈະໝາຍ ເຖິງ ສຸຂະພາບ ຂອງເຮົາ ທີ່ ຮັບ ຜົນ ກະທົບ ຈາກ ສິ່ງ ແວດ ລ້ອມທີ່ຢູ່ ອ້ອມຂ້າງ ເຮົາ ເອງ ແລະ ຍັງໝາຍ ເຖິງ ການ ກະທໍາຂອງ ເຮົາ ທີ່ ມີ ຜົນ ກະທົບ ຕໍ່ ສິ່ງ ແວດ ລ້ອມ ເຊັ່ນກັນ. ຖ້າວ່າ ອາຫານ, ອາກາດ ແລະ ນໍ້າ ຖືກ ເຈືອປົນ , ມັນ ສາມາດ ເຮັດ ໃຫ້ ເຮົາ ເຈັບ ປ່ວຍ ໄດ້. ຖ້າວ່າ ພວກ ເຮົາ ບໍ່ ລະມັດລະວັງ ໃນ ການ ໃຊ້ອາກາດ, ນໍ້າ ແລະ ດິນ, ຕົວ ເຮົາ ເອງ ແລະ ສະພາບ ແວດ ລ້ອມອາດ ໄດ້ ຮັບ ຜົນ ກະທົບ ເຊັ່ນກັນ. ພວກ ເຮົາ ສາມາດ ຮັກສາ ສຸຂະພາບ ຕົວ ເຮົາ ເອງ ໄດ້ດ້ວຍ ການ ຮັກສາ ສິ່ງ ແວດ ລ້ອມ.
ການສົ່ງ ເສີມ ສຸຂະ ອະນາ ໄມສ່ວນ ໃຫຍ່ ແມ່ນ ເລີ່ ມຕົ້ນ ມາ ຈາກການ ທີ່ ຄົນ ເຮົາ ຮູ້ ສັງ ເກດເຫັນ ວ່າ ບັນຫາ ສຸຂະພາບ ມີ ຜົນ ກະທົບ ບໍ່ພຽງ ແຕ່ ບຸກຄົນໜຶ່ງ ຫຼື ກຸ່ມ ຄົນໜຶ່ງ ເທົ່າ ນັ້ນ, ແຕ່ມັນ ຍັງເປັນ ບັນຫາໂດຍ ລວມ ຂອງ ຊຸມ ຊົນ ອີກ ດ້ວຍ. ເມື່ອ ບັນຫາ ຕ່າງໆ ໄດ້ ຮັບ ຮູ້ ນໍາ ກັນ, ຜູ້ ຄົນ ສາມາດເຮັດ ວຽກຮ່ວມ ກັນ ເພື່ອນໍາ ມາ ເຊິ່ງການ ປ່ຽນ ແປງ.
ຢູ່ ໃນ ພາກນີ້ ພວກ ເຮົາ ຈະ ເວົ້າ ເຖິງ ເລື່ອງ ລາວ ຂອງ ການຈັດ ຕັ້ງ ສຸຂະ ອະນາ ໄມ ຂອງ ຊຸມຊົມຢູ່ ໃນ ເມືອງ ມົງກຼາລາ ໂຕ, ປະເທດເອຄົວດໍ ບ່ອນ ທີ່ ຄົນ ງານ ສາມາດ ຍຢຸດ ຢັ້ງ ການລະບາດຂອງ ອະຫິວາ. ຫຼັງຈາກ ນັ້ນຜູ້ ຄົນ ໃນ ຊຸມ ຊົນ ນັ້ນ ເອງ ສາມາດ ຄົ້ນ ພົບ ວິທີ ທີ່ ສາມາດ ຮ່ວມ ມື ກັນແກ້ ໄຂ ບັນຫາ ສຸຂະ ພາບ ອື່ນໆ ເຊັ່ນ ກັນ.
Monday, March 21, 2016
ການຂະຫຍາຍພັນໄມ້ໃຫ້ຫມາກ
ການຂະຫຍາຍພັນໄມ້ ມີຫລາຍວິທີ່ ແລະ ເຕັກນິ ວິທີການ ກໍ່ແຕກຕ່າງກັນໄປຕາມຮູບແບບການຈັກການຂອງຝ່າຍລົງມືປະຕິບັດ ແຕ່ຜົນລັບຂອງການຂະຫຍາຍພັນແມ່ນການຮັກສາ ລັກສະນະເດັ່ນຂອງພືດນັ້ນໃຫ້ຄົງຢູ່ໃນ ຄວາມຕ້ອງການຂອງຜົນຜະລິດ
ການຜະລິດຫົວເຊື້ອເຫັດ
ການຜະລິດຫົວເຊື່ອເຫັດ ເປັນຂັນຕອນທີ່ຊັບຊ້ອນ ແຕ່ງ່າຍໃນການປະຕິບັດ ໂດຍທົ່ວໄປມີຂັ້ນຕອນ ແລະ ວິທີການໃນການ ຜະລິດຫົວເຊື່ອເຫັດດັ່ງຕໍ່ໄປນີ້:
ການປູກເຫັດນາງຟ້າ
ເຫັດນາງລົມ ເປັນເຫັດທີ່ມີຄຸນຄ່າທາງໂພສະນາການສູງ ມີທາດອາຫານຫລາຍກວ່າຊີ້ນ ແລະ ກຳລັງເປັນທີ່ນິຍົມຂອງປະຊາຊົນ ເພື່ອນຳໄປປຸງແຕ່ອາຫານການກິນ ດັ່ງນັ້ນຈຶ່ງເຮັດໃຫ້ເຫັດເປັນທີ່ຕ້ອງການໃນຕະຫລາດ ແລະມີລາຄາ ຂ້ອນຂ້າງດີ ເຊິ່ງການຜະລິດເຫັດ ຫລື ມັກເອີ້ນກັນທົ່ວໄປແມ່ນ ປູເຫັດ ມີຂັ້ນຕອນແລະ ວິທີການດັ່ງ ວີດີໂອ ລຸ່ມນີ້:
ເຕັກນິກການຕົກກ້າ
ການເຮັດນາ ເປັນວິທີການຄຽງຄູ່ມາຕັ້ງແຕ່ບັນພະລູລຸດ ສິ່ງສຳຄັນແມ່ນການຕົກກ້າ ເພື່ອເຮັດໃຫ້ເຂົ້າ ມີປະສິດທິພາບສູງ
Tuesday, March 15, 2016
Monday, March 14, 2016
10 ດອກໄມ້ຫາຍາກ
1, Rafflesia arnoldii ດອກບົວຜຸດ
2, Titan Arum ດອກຊາກສົບ
3, Hydnora africana
4, Helicodiceros muscivorus - Dead horse arum lily ເຫມັນຂາດໃຂ
5, (Darlingtonia), Cobra Lilly, ດອກລິນລີ່ງູເຫົ່າ
6, Heliamphora
7, ເມັດນ້ຳໝອກ
8, ກາບກອຍແຄງ
9, Nepenthes ຫມໍ້ເຂົ້າຫມໍ້ແກງລີງ
10, Byblis
2, Titan Arum ດອກຊາກສົບ
3, Hydnora africana
4, Helicodiceros muscivorus - Dead horse arum lily ເຫມັນຂາດໃຂ
5, (Darlingtonia), Cobra Lilly, ດອກລິນລີ່ງູເຫົ່າ
6, Heliamphora
7, ເມັດນ້ຳໝອກ
8, ກາບກອຍແຄງ
9, Nepenthes ຫມໍ້ເຂົ້າຫມໍ້ແກງລີງ
10, Byblis
ຕົ້ນດອກໄມ້ທີ່ອັນຕະລາຍທີ່ສຸດໃນໂລກ
ຈະລຽນລຳດັບຈາກ 10 ລົງໄປເຖິງ ອັນດັບທີ່ ຫນຶ່ງ ແຫ່ງຄວາມງາມທີ່ແຝງມາດ້ວຍ ຄວາມຫນ້າຢ້ານກົວຂອງ ດອກໄມ້ມີພິດເຫລົ່ານີ້:
10 Narcissus
9 Rhododendron
8 Ficus
7 Oleander
6 Chrysanthemum
5 Anthurium
4 Lily-of-the-valley
3 Hydrangea
2 Foxglove
1 Wisteria
10 Narcissus
9 Rhododendron
8 Ficus
7 Oleander
6 Chrysanthemum
5 Anthurium
4 Lily-of-the-valley
3 Hydrangea
2 Foxglove
1 Wisteria